ຈີນ ລົງໂທດຈຳຄຸກ 14 ປີ ອາດີດເຈົ້າໜ້າທີລະດັບສູງ ຖານຮັບສິນບົນ

ສຳນັກຂ່າວຊິນຫົວລາຍງານໃນວັນທີ 27 ມີນາ 2019 ວ່າ ສານປະຊາຊົນຊັ້ນກາງນະຄອນຫນິງປົວ ປະກາດຄຳພິພາກສາ ທ່ານ ຫລູ່ ເຫວ່ຍ ອາດີດຮອງຫົວຫນ້າຝ່າຍການເຜີຍແຜ່ຂ່າວຂອງຄະນະກຳມະການພັກຄອມມິວນິສຈີນ (CPC) ຊື່ງຖືກລົງໂທດຈຳຄຸກ 14 ປີ ແລະ ປັບໃຫມເງິນ 3 ລ້ານຢວນ ຖານຮຽກຮັບສິນບົນ

ຄຳພິພາກສາຂອງສານລະບຸວ່າເງິນ ແລະ ຊັບສິນທີ່ທ່ານ ຫລູ່ ໄດ້ຮັບມາໃນຮູບແບບສິນບົນ ລວມເຖິງຜົນປະໂຫຍດອື່ນໆ ທີ່ເກີດຈາກເງິນ ແລະຊັບສິນເຫຼົ່ານັ້ນ ຈະຖືກສືບສວນລາຍລະອຽດ ແລະ ຮຽກຄືນທັງໝົດກ່ອນສົ່ງຕໍ່ໄປຍັງໜ່ວຍງານຄັງເງິນແຫ່ງລັດ ອີກຢ່າງ ທ່ານ ຫລູ່ ກ່າວຍອມຮັບຄຳພິພາກສາຂອງສານ ແລະ ຈະບໍ່ຢືນອຸທອນຕໍ່ສານປະຊາຊົນຊັ້ນສູງສຸດ

ສານລະບຸວ່າ: ທ່ານ ຫລູ່ ຖືກກວດພົບວ່າໃຊ້ປະໂຫຍດຈາກຕຳແໜ່ງໜ້າທີ່ຊ່ວຍເຫຼືອອົງກອນ ແລະ ບຸກຄະລາກອນຈຳນວນໜຶ່ງທີ່ເຮັດວຽກກ່ຽວກັບການຈັດການອິນເຕີເນັດ ລວມເຖິງຊ່ວຍສົ່ງເສີມການປະກອບທຸລະກິດ ການເລືອກຕຳແຫນ່ງ ແລະການໂຍກຍ້າຍວຽກລະຫວ່າງ 2002-2017 ດ້ວຍການກະທຳອັນທຸຈະລິດດັ່ງກ່າວ ທ່ານຫລູ່ ໄດ້ຮຽກຮ້ອງ ຫຼືຍອມຮັບເງີນ ແລະຊັບສິນ ມູນຄ່າລວມ 32 ລ້ານຢວນ  ຈາກກຸ່ມອົງກອນ ແລະບຸກຄະລາກອນຂ້າງຕົ້ນ ທັງທາງກົງ ຫຼືທາງອ້ອມໂດຍຜ່ານບຸກຄົນອື່ນ

Comments