ສະຫະລັດ ປະກາດສະຖານະການສຸກເສີນ “ຫ້າມໃຊ້ອຸປະກອນສື່ສານ” ຂອງຈີນ

ກະຊວງການຄ້າຂຶ້ນບັນຊີດໍາບໍລິສັດ ເກືອບ 70 ແຫ່ງ ລວມເຖິງຫົວເຫວີຍ ເຂົ້າສູ່ລາຍຊື່ຜູ້ປະກອບການຈາກຕ່າງຊາດ ເຊິ່ງຖ້າບໍລິສັດຂອງອາເມຣິກາຕ້ອງພົວພັນການຄ້າຂາຍນຳ “ຕ້ອງມີໃບອະນຸຍາດກ່ອນ”.

ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງວໍຊິງຕັນ ປະເທດສະຫະລັດ ອາເມຣິກາ ເມື່ອວັນພະຫັດ ທີ 16 ພຶດສະພາ ວ່າ ກະຊວງການຄ້າຂອງສະຫະລັດ ປະກາດເມື່ອວັນພຸດຂຶ້ນບັນຊີດໍາຫົວເຫວີ່ຍ ແລະ ບໍລິສັດອີກ 68 ແຫ່ງ ຈາກອີກຫຼາຍກວ່າ 20 ປະເທດ ເຂົ້າສູ່ລາຍຊື່ທີ່ຫ້າມຜູ້ປະກອບການຂອງອາເມຣິກາເຮັດການຄ້າຂາຍນຳ ຖ້າບໍ່ມີໃບອະນຸຍາດຈາກລັດຖະບານວໍຊິງຕັນກ່ອນ ເຊິ່ງຕາມຫຼັກການແລ້ວ ການຂໍໃບອະນຸຍາດດັ່ງກ່າວ “ກໍ່ບໍ່ແມ່ນເລື່ອງງ່າຍໆ” ໂດຍສະເພາະຢ່າງຍິ່ງ ເມື່ອຄໍາສັ່ງນີ້ ບັນຍັດໂດຍໃຊ້ອໍານາດພິເສດຂອງປະທານາທິບໍດີ ແລະ ມີການຈໍ້າກາລົງໃນບັນທຶກລັດຖະການ ພ້ອມເລກທະບຽນຄໍາສັ່ງ.

ທັງນີ້ ປະທານາທິບໍດີໂດນັລ ທຣໍາ ປະກາດ ສະຖານະການສຸກເສີນດ້ານເຕັກໂນໂລຢີ ເມື່ອວັນພຸດ ຜ່ານມາ ເພື່ອປົກປ້ອງລະບົບໂຄງຄ່າຍອິນເຕີເນັດ ແລະ ເທັກໂນໂລຢີຂໍ້ມູນຂ່າວສານຂອງອາເມຣິກາ ຈາກການຮຸກຮານໂດຍສັດຕູ ເຖິງວ່າ ບໍ່ໄດ້ພາດພິງຊື່ບໍລິສັດ ຫຼື ປະເທດໃດໜຶ່ງແບບເຈາະຈົງ ແລະ ມອບໝາຍໃຫ້ກະຊວງການຄ້າສະເໜີຮ່າງແນວທາງການປະຕິບັດເລື່ອງນີ້ ພາຍໃນ 150 ວັນ ແຕ່ຖະແຫຼງການຂອງກະຊວງການຄ້າ ລະບຸວ່າ ໃນເລື່ອງຂອງການຂໍໃບອະນຸຍາດນັ້ນ “ມີຜົນບັງຄັບໃຊ້ທັນທີ” ແລະ ມີຄໍາເວົ້າທີ່ພາດພິງຢ່າງຊັດເຈນວ່າ ຫົວເຫວີຍເປັນບໍລິສັດທີ່ກ່ຽວຂ້ອງກັບ “ກິດຈະກໍາ” ເຊິ່ງສົ່ງຜົນກະທົບຕໍ່ຄວາມໝັ້ນຄົງແຫ່ງລັດ ແລະ ຜົນປະໂຫຍດດ້ານນະໂຍບາຍຕ່າງປະເທດຂອງອາເມຣິກາ.

ຂະນະທີ່ ຫົວເຫວີ່ຍຍັງບໍ່ສະແດງທ່າທີຕໍ່ຄວາມເຄື່ອນໄຫວຂອງກະຊວງການຄ້າສະຫະລັດ ແຕ່ດ້ານ ທ່ານເດວິດ ຫວັງ ປະທານຝ່າຍບໍລິຫານການລົງທຶນຂອງຫົວເຫວີຍ ກ່າວວ່າ ສະຫະລັດບໍ່ແມ່ນ “ຕະຫຼາດສໍາຄັນ” ຂອງຫົວເຫວີ່ຍຢູ່ແລ້ວ ເພາະສະນັ້ນສິ່ງທີ່ເກີດຂຶ້ນມັນບໍ່ໄດ້ສົ່ງຜົນກະທົບຕໍ່ການດໍາເນີນງານຂອງບໍລິສັດ ເຊິ່ງມີຄວາມເປັນມິດກັບປະເທດອື່ນທົ່ວໂລກ. ໂດຍສະເພາະຢ່າງຍິ່ງ ໃນດ້ານການສະໜັບສະໜຸນການພັດທະນາລະບົບ 5 ຈີ ຂອງປະເທດທີ່ເປັນພັນທະມິດທາງການຄ້າຕໍ່ກັນ.

ທີ່ມາ: ເດລີນິວ

Comments