ຂ່າວ ຕ່າງປະເທດ

ອັງກິດ ເປີດຫ້ອງການສະຖານທູດປະຈໍາອາຊຽນທີ່ຈາກາຕາ

ທ່ານ Jeremy Hunt, ລັດຖະມົນຕີ ກະຊວງການຕ່າງປະເທດ ອັງກິດ ໄດ້ປະກາດກ່ຽວກັບແຜນຂອງອັງກິດທີ່ເປີດຫ້ອງການສະຖານທູດ ປະຈໍາອາຊຽນແຫ່ງໃໝ່ ເມື່ອບໍ່ດົນຜ່ານມານີ້. ທ່ານລັດຖະມົນຕີ ໄດ້ເນັ້ນກ່ຽວກັບສັນຍານທີ່ເຂັ້ມແຂງໃນການເປັນຄູ່ຮ່ວມທີ່ເຕັມໄປດ້ວຍຄວາມຝັນກັບອາຊຽນ, ເຊິ່ງໄດ້ຮັບການສ້າງຕັ້ງຂື້ນບົນພື້ນຖານການແລກປ່ຽນທາງດ້ານຜົນປະໂຫຍດ ແລະ ເປົ້າໝາຍຮ່ວມກັນ ເປັນຕົ້ນແມ່ນຂະແໜງຄວາມໝັ້ນຄົງ, ການຄ້າ ແລະ ຄວາມອຸດົມຮັ່ງມີ. ຫ້ອງການສະຖານທູດໃໝ່ນີ້ແມ່ນຈະໄດ້ຮັບການນໍາພາໂດຍເອກອັັກຄະລັດຖະທູດຜູ້ມີອໍານາດເຕັມແຫ່ງ ຣາຊະອານາຈັກອັງກິດ ແລະ ອຽກລັງເໜືອຄົນໃໝ່ປະຈໍາອາຊຽນ ແລະ ຈະຕັ້ງຢູ່ສະຖານທູດອັງກິດທີ່ນະຄອນຫຼວງຈາກາຕ້າ, ປະເທດອິນໂດເນເຊຍ. ທ່ານທູດຄົນໃໝ່ ແລະ ທີມງານຈະເຮັດວຽກຢ່າງໃກ້ຊິດກັບເລຂາທິການອາຊຽນ ແລະ 10 ປະເທດສະມາຊິກອາຊຽນໃນການສ້າງຄູ່ຮ່ວມລະຫ່ວາງອັງກິດ ແລະ ອາຊຽນ. ອັງກິດ ແມ່ນເປັນປະເທດສົ່ງອອກຫຼັກຂອງອາຊຽນ ແລະ ເປັນທີ່ຕັ້ງຂອງບັນດາສະຖາບັນການເງິນຊັ້ນນໍາຂອງໂລກ ແລະ ການບໍລິການດ້ານອາຊີບຕ່າງໆ ທີ່ສາມາດຕອບສະໜອງດ້ານຄວາມຕ້ອງການດ້ານການເງິນຂອງອາຊຽນ. ທ່ານ Hugh Evans, ເອກອັັກຄະລັດຖະທູດຜູ້ມີອໍານາດເຕັມແຫ່ງ ຣາຊະອານາຈັກອັງກິດ ແລະ ອຽກລັງເໜືອໄດ້ເນັ້ນວ່າ: “ ການປະກາດດັ່ງກ່າວນີ້ແມ່ນເປັນຂີດໝາຍທີ່ສໍາຄັນດ້ານນະໂຍບາຍຂອງອັງກິດທີ່ມີຕໍ່ ທຸກໆປະເທດສະມາຊິກອາຊຽນ  ເຊິ່ງໄດ້ຮັບການເຕີບໃຫ່ຍຂະຫຍາຍຕົວເທື່ອລະກ້າວໃນຊຸມປີທີ່ຜ່ານມາ.          ສາຍພົວພັນ ລະຫ່ວາງ ອັງກິດ ແລະ ສປປ ...

Read More »

ຍຸດທະສາດໃໝ່!!! ຂອງ Brand ດັງລະດັບໂລກ ທີ່ຈະມັດໃຈລູກຄ້າ

H&M ປະກາດໃຊ້ຖົງເຈ້ຍ ແທນຖົງຢາງພາສ໌ຕິກ H&M ເປັນແບຣນຜູ້ຄ້າຍ່ອຍລາຍລ່າສຸດທີ່ປະກາດສົງຄາມກັບພາສ໌ຕິກ ດ້ວຍການໃຊ້ຖົງເຈ້ຍແທນການໃຊ້ຖົງຢາງພາສ໌ຕິກເປັນທີ່ຮຽບແລ້ວ.   ໃນຖາມກາງບັນຫາໂລກຮ້ອນ ແລະ ຖົງຢາງພາສ໌ຕິກລົ້ນໂລກ ເຮັດໃຫ້ແບຣນໃຫຍ່ໆຂອງໂລກເລີ່ມຕື່ນຕົວຕໍ່ບັນຫານີ້ທີ່ສຸດ, ໄດ້ມີການປັບຕົວ ແລະ ໄດ້ປະກາດນະໂຍບາຍໃນການຫຼຸດໃຊ້ພາສ໌ຕິກບໍ່ວ່າຈະເປັນທໍ່ດູດພາສ໌ຕິກ ແລະ ຖົງຢາງພາສ໌ຕິກ ເພື່ອເປັນມິດຕໍ່ສິ່ງແວດລ້ອມຫຼາຍຂຶ້ນ ແລະ ອີກຢ່າງໜຶ່ງກໍຄືການສ້າງຍຸດທະສາດ ເຮັດໃຫ້ພາບລັກຂອງແບຣນນັ້ນໆດີຂຶ້ນ. ລ່າສຸດ H&M  ແບຣນ Fast Fashion ຊື່ດັງໄດ້ປະກາດແຜນວ່າຈະຍົກເລິກໃຊ້ຖົງຢາງພາສ໌ຕິກໃຫ້ໝົດ ແລ້ວປ່ຽນມາໃຊ້ຖົງເຈ້ຍແທນ. ໂດຍແຜນການນີ້ແມ່ນເລີ່ມຕັ້ງແຕ່ມື້ນີ້ ວັນທີ 29 ຕຸລາ 2018 ແລະ ຈະຂະຫຍາຍໄປທຸກສາຂາທົ່ວໂລກໃຫ້ສຳເລັດໃນຕົ້ນເດືອນທັນວາ 2018 ນີ້. ທາງ H&M ກ່າວວ່າ: ການຫັນປ່ຽນມາໃຊ້ຖົງເຈ້ຍນັ້ນ ກໍເພື່ອຕ້ອງການສ້າງຄວາມປ່ຽນແປງໃນອຸດສາຫະກຳແຟຊັນ ຄາດວ່າຈະສາມາດສ້າງແຮງກະຕຸ້ນໃນການຂາຍໄດ້ຢ່າງດີອີກ ເພາະເທຣນການຮັກໂລກຮັກສາສິ່ງແວດລ້ອມກຳລັງມາແຮງ ແລະ ເຮັດໃຫ້ສັງຄົມມາຄິດໃນເລື່ອງນີ້ຫຼາຍຂຶ້ນອີກ. ກ່ອນໜ້ານີ້ H&M ແມ່ນໄດ້ເກັບເງິນເພີ່ມຕື່ມເລັກໜ້ອຍ ເມື່ອລູກຄ້າຕ້ອງການຖົງຢາງພາສ໌ຕິກ  ໄດ້ເລີ່ມເຮັດກິດຈະກຳນີ້ຕັ້ງແຕ່ປີ 2015 ມາ ແລ້ວນຳເງິນທີ່ໄດ້ນັ້ນໄປບໍລິຈາກເພື່ອການກຸສົນ ໂດຍປັດຈຸບັນ ອົງການ Unicef  ໄດ້ຮັບເງິນຈາກ H&M ແລ້ວທັງໝົດຫຼາຍກວ່າ 1.9 ລ້ານໂດລາ. By Ratirita

Read More »

ສະພາແຫ່ງຊາດຫວຽດນາມ ລົງມະຕິເປັນເອກະສັນຮັບຮອງເອົາການແຕ່ງຕັ້ງປະທານປະເທດຄົນໃໝ່

ສຳນັກຂ່າວສານຫວຽດນາມ ລາຍງານໃນວັນທີ 23 ຕຸລາ 2018 ວ່າ: ກອງປະຊຸມສະພາແຫ່ງຊາດຫວຽດນາມ ໄດ້ລົງມະຕິເປັນເອກະສັນ ດ້ວຍຄະແນນສຽງ 99,8 % ຮັບຮອງເອົາ ການແຕ່ງຕັ້ງ ທ່ານ   ຫງວຽນ ຟູ ຈ໋ອງ (Nguyen Phu Trong) ກຳມະການກົມການເມືອງສູນກາງພັກ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ດຳລົງຕຳແໜ່ງປະທານປະເທດຄົນໃໝ່, ພາຍຫຼັງທີ່ທ່ານ ເຈິນ ດ໋າຍ ກວາງ ເຖິງແກ່ມໍລະນະກຳ ໃນວັນທີ 21 ກັນຍາ ຜ່ານມາ.     ຂໍ້ມູນຈາກ:ຂປລ.

Read More »

YouTube ເປີດໃຫ້ເຈົ້າຂອງຄຼິບ ເລືອກໃສ່ໂຄສະນາ “ຫ້າມກົດຂ້າມ” ໄດ້ແລ້ວ

ແຕ່ກ່ອນນັ້ນ ໂຄສະນາໃນ Youtube “ກົດຂ້າມບໍ່ໄດ້” ຈະມີໃຫ້ສະເພາະບໍລິສັດ ຫຼື ແບຣນລະດັບ Partner  ແຕ່ຕໍ່ຈາກນີ້ໄປຈະເປີດກວ້າງໃຫ້ເຈົ້າຂອງຄຼິບ ໄດ້ເລືອກ ວ່າ ເຈົ້າຂອງຄຼິບ ຕ້ອງການໂຄສະນາແບບໃດ ໃນຄຼິບຂອງຕົນເອງ ໄດ້ແລ້ວ. ແຕ່ກ່ອນນັ້ນໂຄສະນາໃນ Youtube ມັກຈະຖືກຜູ້ຊົມກົດຂ້າມຜ່ານຕະຫຼອດ ແຕ່ຈະຂ້າມໄດ້ກໍເມື່ອ ໂຄສະນາຜ່ານໄປແລ້ວ 5 ວິນາທີ ຈາກນັ້ນ  Youtube ກໍຈະເພີ່ມໂຄສະນາທີ່ ກົດຂ້າມບໍ່ໄດ້ ແຕ່ມີໃຫ້ສະເພາະບໍລິສັດ ຫຼື ແບຣນສິນຄ້າລະດັບ “partner” ເທົ່ານັ້ນ ທີ່ຈະສາມາດລົງໂຄສະນາທີ່ບໍ່ສາມາດກົດຂ້າມໄດ້. ຫຼ້າສຸດ ຕໍ່ຈາກນີ້ໄປ ຈະເປີດກວ້າງໃຫ້ເຈົ້າຂອງຄຼິບ ຫຼື ຜູ້ຜະລິດລາຍການຕ່າງໆ ສາມາດເລືອກໂຄສະນາໃນຄຼິບຕົນເອງໄດ້ແລ້ວຄື: ໂຄສະນາທີ່ສາມາດກົດຂ້າມໄດ້ ແລະ ໂຄສະນາກົດຂ້າມບໍ່ໄດ້. ການລົງໂຄສະນາແບບ ຫ້າມກົດ Skip ນີ້ ຝ່າຍຜູ້ລົງໂຄສະນາແມ່ນຕ້ອງໄດ້ຈ່າຍຄ່າລົງທີ່ແພງກວ່າແບບທົ່ວໆໄປກໍຄືກົດຂ້າມໄດ້ ຢູ່ແລ້ວ  ແລະ ກໍຈະເຮັດໃຫ້ເຈົ້າຂອງຄຼິບນັ້ນໄດ້ສ່ວນແບ່ງລາຍໄດ້ຂອງຄ່າໂຄສະນາຫຼາຍຂຶ້ນນຳອີກ (ແຕ່ຜູ້ຊົມແບບເຮົາໆກໍຕ້ອງໄດ້ອົດທົນໃນການເບິ່ງໂຄສະນາໃຫ້ຈົບ) ເຖິງຢ່າງໄດ້ກໍຕາມ ໂຄສະນາແບບນີ້ແມ່ນມີກຳນົດບໍ່ໃຫ້ຍາວເກີນ 15 ນາທີ).  

Read More »

“ໂດຣນ” (Drones) ກັບຄຸນປະໂຫຍດຫຼາກຫຼາຍ ທີ່ຊ່ວຍເຫຼືອການພັດທະນາປະເທດ

ຈາກການສໍາຫຼວດ ແລະ ຈັດອັນດັບ “Trend Technology” ໃນປີ 2018 ທີ່ຈະເຂົ້າມາຮອງຮັບສັງຄົມ, ທຸລະກິດ ຫຼື ເສດຖະກິດໃນຍຸກ Digital ບໍ່ວ່າຈະເປັນຜົນການສໍາຫຼວດຂອງ Prince water house Coopers ໜຶ່ງໃນ 4 ບໍລິສັດກວດສອບບັນຊີທີ່ໃຫຍ່ທີ່ສຸດໃນໂລກ ໄດ້ເປີດເຜີຍຜົນການສໍາຫຼວດ TBM: Tech Breakthroughs Megatrend ຈາກ Technology ຫຼາຍກວ່າ 150 ແບບທົ່ວໂລກ ໃຫ້ເຫຼືອພຽງ 8 ແບບ ແລະ ໃນນັ້ນກໍມີ Technology ທີ່ຊື່ວ່າ “ໂດຣນ” (Drones) ທີ່ຕິດ 1 ໃນ 8 ອັນດັບ ທີ່ໄດ້ຮັບເລືອກໃຫ້ເປັນສິ່ງສໍາຄັນໃນການພັດທະນາເສດຖະກິດຍຸກໃໝ່… “ໂດຣນ” (Drones) ເປັນໜຶ່ງໃນເຕັກໂນໂລຊີການບິນ ທີ່ໄດ້ຮັບການພັດທະນາໃຫ້ມີຄວາມສາມາດຂອງການບິນ ຫຼາຍລະດັບດ້ວຍລະບົບອັດຕະໂນມັດ ເຮັດໃຫ້ໂດຣນເຂົ້າມາແທນທີ່ ໃນການບິນຫຼາກຫຼາຍລະບົບ ທັງໃຫຍ່ ແລະ ນ້ອຍເຊັ່ນ: ຍານອາກາດໄຮ້ຄົນຂັບ (Unmanned Aerial vehicle: UAVs) ...

Read More »