ແອັບດັງ TikTok ຖືກໜ່ວຍງານ FTC ປັບໃໝ 5.7 ລ້ານໂດລາສະຫະລັດຍ້ອນ…..

ແອັບ TikTok ລົບຄຼິບທັງໝົດທີ່ໂພສໂດຍເດັກນ້ອຍອາຍຸ 13 ປີອອກໝົດ ແລະ ຍັງອອກກົດລະບຽບໃໝ່ ຫ້າມເດັກຕໍ່າກວ່າ 13  ສະໝັກສ້າງໂປຣຟາຍ

ແອັບທີ່ກຳລັງດັງໄປທົ່ວໂລກຄືແອັບ TikTok ຫາກໍຖືກໜ່ວຍງານ FTC  (Federal Trade Commission) ຂອງສະຫະລັດປັບໃໝ 5.7 ລ້ານໂດລາ ໃນຂໍ້ຫາ ລະເມີດກົດໝາຍຄຸ້ມຄອງຂາດການເບິ່ງແຍງຂໍ້ມູນສ່ວນຕົວຂອງເດັກນ້ອຍ ແລະ ບໍ່ມີການຂໍຄຳເຫັນດີຈາກຜູ້ປົກຄອງກ່ອນທີ່ຈະເກັບຂໍ້ມູນຂອງເດັກ.

ເຮັດໃຫ້ລ່າສຸດ  TikTok ຕ້ອງໄດ້ລົບຄຼິບທັງໝົດທີ່ໂພສໂດຍເດັກນ້ອຍອາຍຸ 13 ປີອອກ ແລະ ຍັງໄດ້ອອກກົດລະບຽບໃໝ່ ຫ້າມເດັກຕໍ່າກວ່າ 13 ສະໝັກສ້າງໂປຟາຍ,​ຫ້າມໂພສ, ຫ້າມສົ່ງຂໍ້ຄວາມ ແລະ ຫ້າມຄອມເມັ້ນໃດໆອີກຕໍ່ໄປ.

ນອກຈາກນີ້,​ ຍັງມີການລົບໂປຣຟາຍຂອງເດັກກນ້ອຍຕໍ່າກວ່າ 13 ທີ່ມີນັ້ນໝົດ ໂດຍບໍ່ໄດ້ແຈ້ງເຕືອນກ່ອນ ເຖິງຢ່າງໃດກໍຕາມ ເດັກຕໍ່າກວ່າ 13 ຍັງສາມາດເປີດແອັບ TikTok ນີ້ມາເບິ່ງຄຼິບຂອງຄົນອື່ນໆໄດ້ທົ່ວໄປ.

ທີ່ມາ:  theverge.com/2019/2/27/18243510/tiktok-age-young-user-videos-ftc-settlement-13-childrens-privacy-law

Comments