ຂ່າວ ຕ່າງປະເທດ

ປະທານທະນາຄານໂລກ ປະກາດລາອອກ ເຖິງວ່າຈະມີວາລະຢູ່ຕຳແໜ່ງນີ້ອີກ 3 ປີ

ສໍານັກຂ່າວຕ່າງປະເທດລາຍງານເມື່ອວັນທີ່ 7 ມັງກອນ 2019 ວ່າ ທ່ານຈິມ ຢອງ ຄິມ ອາຍຸ 59 ປີ ປະທານທະນາຄານໂລກຊາວອາເມຣິກາ ເຊື້ອສາຍເກົາຫຼີ ປະກາດ ຈະລາອອກຈາກຕໍາແໜ່ງໃນວັນທີ 1 ກຸມພາ 2019 ນີ້ ທັງທີ່ມີວາລະຢູ່ໃນຕຳແໜ່ງນີ້ອີກ 3  ປີ (ລວມ 6 ປີ ໃນຕໍາແໜ່ງນີ້) ແລະ ອາດຈະເຮັດໃຫ້ປະທານາທິບໍດີໂດນັລ ທຣັມ ຂອງສະຫະລັດມີອໍານາດໃນການຕັດສິນໃຈກ່ຽວກັບຫົວໜ້າຄົນໃໝ່ຂອງສະຖາບັນການເງິນເພື່ອພັດທະນາເສດຖະກິດໂລກ ຖະແຫຼງການຂອງທ່ານ ຄິມ ລະບຸວ່າ ນັບເປັນກຽດຢ່າງຍິ່ງສໍາລັບທ່ານໃນການເຮັດໜ້າທີ່ປະທານສະຖາບັນການເງິນທີ່ດີທີ່ສຸດແຫ່ງນີ້ເຊິ່ງເຕັມໄປດ້ວຍບຸກຄົນຜູ້ອຸທິດຕົນໃຫ້ກັບພາລະກິດການຢຸດຄວາມຍາກຈົນໃນໄລຍະຊີວິດຂອງຕົນ ເຊິ່ງທະນາຄານໂລກໄດ້ກໍານົດເປົ້າໝາຍກໍາຈັດບັນຫາຄວາມຍາກຈົນໃຫ້ໝົດໄປພາຍໃນປີ 2030 ທ່ານ ຄິມ ເຂົ້າຮັບຕໍາແໜ່ງປະທານທະນາຄານໂລກເມື່ອປີ 2012 ມີແຜນການຈະໄປຮ່ວມງານກັບບໍລິສັດດ້ານການລົງທຶນເຊິ່ງຍັງບໍ່ໄດ້ເປີດເຜີຍຊື່ໃນປະເທດກໍາລັງພັດທະນາ ແລະ ຍັງຈະກັບໄປເປັນກໍາມະການບໍລິຫານອົງການ Partners-in-Health ເຊິ່ງທ່ານຮ່ວມກໍ່ຕັ້ງຂຶ້ນມາ ຖະແຫຼງການຂອງທະນາຄານໂລກລະລະບຸວ່າ ນາງ ຄຣິສຕາລິນາ ປະທານເຈົ້າໜ້າທີ່ບໍລິຫານຂອງທະນາຄານໂລກຈະເຮັດໜ້າທີ່ຮັກສາການປະທານທະນາຄານໂລກ ສືບແທນທ່ານ ຄິມ

Read More »

ຍານອະວະກາດ “ສາງເອີ4” ສປ ຈີນ ຂຶ້ນຢຽບຜິວດວງຈັນ ສໍາເລັດ

ຍານອະວະກາດ “ສາງເອີ4” ສປ ຈີນ ຂຶ້ນຢຽບຜິວດວງຈັນ ສໍາເລັດໃນວັນທີ 3 ມັງກອນ 2019 ພາຍຫຼັງທີ່ຂຶ້ນສູ່ອະວະກາດ ໃນວັນທີ 8 ທັນວາ 2018. ຖືເປັນຜົນສໍາເລັດທາງອະວະກາດຂອງ ສປ ຈີນ ຍິ່ງໃຫຍ່ທີ່ສຸດຂອງໂລກ.   China's Chang'e-4 probe soft-lands on moon's far side A historic first landing! China's Chang'e-4 probe touches down on far side of moon xhne.ws/zPoty Posted by China Xinhua News on Wednesday, January 2, 2019  

Read More »

“ພູມັງກອນ” ມົນທົນກວາງຕຸ້ງ ກຽມພ້ອມເປີດບໍລິການປີໃໝ່ 2019

ຮູບປັ້ນໂຕມັງກອນຂະໜາດໃຫຍ່ ບໍລິເວນເຂດພູ “ທຽນຊີ” Tianzi #Guangdong  ມູນຄ່າການກໍ່ສ້າງ 35 ລ້ານຢວນ ຫຼື ປະມານ 5 ລ້ານໂດລາສະຫະລັດ ຈະເປີດໃຫ້ບໍລິການແກ່ມວນຊົນໃນວັນປີໃໝ່ 2019 ນີ້,ຊຶ່ງນັກທ່ອງທ່ຽວສາມາດເດີນທາງໄປຕາມລໍາຕົວຂອງໂຕມັງກອນລຽບຕາມໜ່ວຍພູ “ທຽນຊີ” Tianzi Mountain ເພື່ອຂຶ້ນໄປເບິ່ງຈຸດຊົມວິວນໍ້າຕົກທີ່ສູງ 128 ແມັດ. ຂໍ້ມູນຈາກ: People’s Daily China

Read More »

ສອງຍັກໃຫຍ່ດ້ານ”ໄອທີ”ຂອງຈີນ, ໃນຈຳນວນ 110 ບຸກຄົນ ທີ່ໄດ້ຮັບຫຼຽນ

ແຈ໊ກ ໝ່າ ຜູ້ສ້າງຕັ້ງບໍລິສັດອາລີບາບາ ແລະ ໂທນີ ໝ່າ ຜູ້ບໍລິຫານເທນເຊັນ ສອງຍັກໃຫຍ່ດ້ານ”ໄອທີ”ຂອງຈີນ, ໃນຈຳນວນ 110 ບຸກຄົນ ທີ່ໄດ້ຮັບຫຼຽນລາງວັນໃນຖານະຜູ້ມີຜົນງານອັນໂດດເດັ່ນ ແລະ ມີ ຄວາມພະຍາຍາມບໍ່ຢຸດຢັ້ງ ມີແນວຄິດສ້າງສັນທີ່ຍິ່ງໃຫຍ່ ສົ່ງເສີມການເຕີບໂຕຂອງເສດຖະກິດ ໃນໄລຍະ 40 ປີທີ່ຜ່ານມາ. ໃຫ້ກຽດມອບໂດຍການນໍາສູງສຸດຂອງປະເທດຈີນ ໃນງານໂຮມຊຸມນຸມໃຫຍ່ເພື່ອສະເຫຼີມສະຫຼອງການຄົບຮອບ 40 ປີແຫ່ງການປະຕິຮູບປະເທດ ແລະ ເປີດປະຕູສູ່ໂລກພາຍນອກ 18 ທັນວາ 1978-2018 ນະຄອນຫຼວງປັກກິງ ສປຈີນ. LIVE: President Xi Jinping delivers a speech at a conference celebrating the 40th anniversary of China's reform and opening up. Posted by China Xinhua News on Monday, December 17, ...

Read More »

ຊົມເຊີຍ!!! ນັກກີລາລາວຍາດໄດ້ 2 ຫຼຽນຄໍາ 4 ຫຼຽນເງິນ 1 ຫຼຽນທອງແດງ ໃນການແຂ່ງຂັນ ມ.ອາຊຽນຄັ້ງທີ 19

#ສ້າງຊື່ສຽງໃຫ້ປະເທດອີກແລ້ວ  ໃນວັນທີ 13 ທັນວາ 2018 ນັກກີລາແລ່ນ-ລານລາວ ທ້າວ ອະນຸສອນ ໄຊສາ ຍາດໄດ້ຫຼຽນຄໍາ ຈາກລາຍການແລ່ນຂ້າມຮົ້ວ 110 ແມັດ. ການແຂ່ງຂັນທຸ້ມນໍ້າໜັກຍິງ ນາງ ມັດ ຖີນມະນາວ ນັກກີລາລາວ ສາມາດຍາດມາໄດ້ 1 ຫຼຽນທອງແດງ. ໃນງານແຂ່ງຂັນ ກີລາມະຫາວິທະຍາໄລ ອາຊຽນ (ມ.ອາຊຽນຄັ້ງ) ທີ 19 ທີ່່ ສສ ມຽນມາ ເປັນເຈົ້າພາບ ລະຫວ່າງວັນທີ 8 ຫາ 19 ທັນວາ 2018 (19 th ASEAN UNIVERSITY GAMES MYANMAR 2018) in Nay Pyi Taw ສະຫຼຸບຜົນການແຂ່ງຂັນມາຮອດວັນທີ 13 ທັນວາ ສປປ ລາວ ຕິດອັນດັບ 6 ໃນຕາຕະລາງແຂ່ງ ລວມຫຼຽນທັງໝົດ 7 ຫຼຽນ ໃນນີ້ຫຼຽນຄໍາ ...

Read More »

ລັດຖະມົນຕີ ຖວທ ເຂົ້າຮ່ວມກອງປະຊຸມ ເວທີປຶກສາຫາລື ການທ່ອງທ່ຽວສາກົນ

ປະຕິບັດຕາມການເຊື້ອເຊີນ ຂອງເຂດປົກຄອງພິເສດຮົງກົງ ສປ ຈີນ, ຄະນະຜູ້ແທນ ສປປ ລາວ ນໍາໂດຍທ່ານ ບໍ່ແສງຄໍາ ວົງດາລາ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ພ້ອມດ້ວຍຄະນະ ໄດ້ເດີນທາງໄປເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືດ້ານການທ່ອງທ່ຽວສາກົນ 2018 ຈັດຂຶ້ນທີ່ເຂດປົກຄອງພິເສດຮົງກົງ ໃນລະຫວ່າງວັນທີ 11-13 ທັນວາ 2018. ກອງປະຊຸມເວທີປຶກສາຫາລື ດ້ານການທ່ອງທ່ຽວສາກົນ 2018 ພາຍໃຕ້ການເປັນປະທານ ແລະ ໃຫ້ກຽດກ່າວປາໄສເປີດກອງປະຊຸມໂດຍ, ທ່ານ ນາງ ແຄຣີແລັມເຈັງ (Carrie Lam Cheng) ປະທານຜູ້ບໍລິຫານຄຸ້ມຄອງເຂດປົກຄອງພິເສດຮົງກົງ, ມີ ທ່ານ ຢູກຸນ (Yu Qun) ຮອງລັດຖະມົນຕີກະຊວງວັດທະນະທໍາ ແລະ ທ່ອງທ່ຽວ ສປ ຈີນ, ທ່ານຮອງເຈົ້າແຂວງກວາງຕຸງ, ເລຂາທິການຮັບ ຜິດຊອບວຽກງານວັດທະນະທໍາ-ສັງຄົມເຂດປົກຄອງພິເສດມາເກົາ ພ້ອມດ້ວຍບັນດາຜູ້ຕາງໜ້າຂັ້ນສູງຈາກປະເທດຕ່າງໆ ໃນພາກພື້ນອາຊີປາຊີຟິກ ແລະ ຜູ້ຕາງໜ້າພາກສ່ວນທຸລະກິດເຂົ້າຮ່ວມ ເປັນຈໍານວນຫຼວງຫຼາຍ. ໃນໂອກາດດັ່ງກ່າວ ທ່ານລັດຖະມົນຕີ ຖວທ ຍັງໄດ້ພົບປະສອງຝ່າຍ ກັບທ່ານ ...

Read More »

ສົ່ງເສີມອາຊີບສີຂຽວ ຕາມວິໄສທັດຮ່ວມກັນຂອງປະຊາຄົມອາຊຽນ.

ກອງປະຊຸມລັດຖະມົນຕີແຮງງານ ອາຊຽນຄັ້ງທີ 25 ທີ່ໄດ້ຈັດຂື້ນ ຢູ່ ກົວລາລຳເປີ ປະເທດ ມາເລເຊຍ ໃນວັນທີ 29 ພະຈິກ 2018 ຜ່ານມານີ້, ໄດ້ມີການປຶກສາຫາລື ກຽ່ວກັບ ການສົ່ງເສີມອາຊີບສີຂຽວ ເພື່ອຄວາມຈະເລີນກ້າວໜ້າ ຕາມວິໄສທັດຮ່ວມກັນຂອງປະຊາຄົມອາຊຽນ. ໃນໂອກາດເຂົ້າຮ່ວມ ຄັ້ງນີ້, ທ່ານ ປອ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ໄດ້ມີຄຳເຫັນວ່າ: ປັດຈຸບັນ ສາມຂະແໜງການໃຫຍ່ໃນໂຄງປະກອບເສດຖະກິດຂອງ ກະສິກຳ ແລະ ການບໍລິການ ມີຫຼາກຫຼາຍ ສາຂາຊີບ ທີ່ຕິດພັນກັບວິຖີຊີວິດ ແລະ ທ່າແຮງຂອງປະຊາກອນແຕ່ລະເທດ, ໃນນັ້ນ ອາຊີບເປັນມິດຕໍ່ສິ່ງແວດລ້ອມ ແລະ ປົກປ້ອງສັງຄົມ ຫຼື ອາຊີບສີຂຽວ ໄດ້ກາຍເປັນຂົງເຂດວຽກງານທີ່ພົ້ນເດັ່ນ ແລະ ກ່ຽວກັບການພັດທະນາເສດຖະກິດ-ສັງຄົມ ແລະ ການປ່ຽນແປງຢ່າງໄວວາ ຂອງນະວັດຕະກຳ ແລະ ເຕັກໂນໂລຊີ, ເຊິ່ງ ສປປ ລາວ ເຫັນຄວາມສໍາຄັນ ແລະ ສະໜັບສະໜູນຈຸດປະສົງຂອງວຽກງານກ່ຽວກັບອາຊີບສີຂຽວດັ່ງກ່າວ ທັງເປັນຂົງເຂດໜຶ່ງພາຍໃຕ້ການເຮັດວຽກທີ່ມີຄຸນຄ່າ ...

Read More »

ແຂວງເທື່ອທຽນເຫວ້ ໄດ້ຮັບຫຼຽນໄຊແຮງງານຊັ້ນໜຶ່ງ ຂອງປະທານປະເທດລາວ

ວັນທີ 29 ພະຈິກ, ຢູ່ແຂວງເທື່ອທຽນເຫວ້  ໂດຍໄດ້ຮັບການມອບສິດຈາກປະທານປະເທດແຫ່ງ ສປປ.ລາວ, ທ່ານ ສັນຕິພາບ ພົມວິຫານ, ເລຂາພັກແຂວງ, ເຈົ້າແຂວງໆສະຫວັນນະເຂດ ໄດ້ມອບຫຼຽນໄຊແຮງງານຊັ້ນໜຶ່ງ ໃຫ້ແຂວງເທື່ອທຽນ – ເຫວ້. ນີ້ແມ່ນລາງວັນອັນສູງສົ່ງຈາກ ສປປ.ລາວ ມອບໃຫ້ແຂວງເທື່ອທຽນເຫວ້ ຍ້ອນແຂວງມີການປະກອບສ່ວນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນສາມັກຄີພິເສດ, ມິດຕະພາບ ແລະ ການຮ່ວມມືຮອບດ້ານລະຫວ່າງສອງແຂວງ, ປະຊາຊົນສອງປະເທດຫວຽດນາມ – ລາວ ເນື່ອງໃນໂອກາດສະເຫຼີມສະຫຼອງ 40 ປີ ແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລະຫວ່າງຫວຽດນາມ – ລາວ ແລະ 55 ປີ ແຫ່ງວັນສ້າງຕັ້ງສາຍພົວພັນການທູດຫວຽດນາມ – ລາວ. ເນື່ອງໃນໂອກາດດັ່ງກ່າວ, ທ່ານສັນຕິພາບ ພົມວິຫານ ໄດ້ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ການຊ່ວຍເຫຼືອຂອງພັກ, ລັດ ແລະ ປະຊາຊົນຫວຽດນາມເວົ້າລວມ ແລະ ແຂວງເທື່ອທຽນເຫວ້ ເວົ້າສະເພາະ. ພ້ອມກັນນັ້ນ, ທ່ານສັນຕິພາບ ພົມວິຫານ ໄດ້ໃຫ້ຄໍາໝັ້ນສັນຍາວ່າ ຈະສືບຕໍ່ຜັນຂະຫຍາຍ ປະຕິບັດບົດບັນທຶກວ່າດ້ວຍການຮ່ວມມືລະຫວ່າງສອງປະເທດ ເພື່ອປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ນໍ້າໃຈສາມັກຄີ ແລະ ພ້ອມກັນປົກປັກຮັກສາ, ພັດທະນາ, ກ້າວຂຶ້ນຕາມເສັ້ນທາງທີ່ສອງພັກໄດ້ວາງອອກ. ...

Read More »

ຜອ ສູນມໍລະດົກໂລກ ສະໜັບສະໜູນ ໄຫຫີນເປັນມໍລະດົກໂລກ

ທ່ານ ນາງ ຣົດສະແລ M. Rossler ຜູ້ອຳນວຍການໃຫຍ່ສູນມໍລະດົກໂລກ ໄດ້ກ່າວທ່ານສະໜັບສະໜູນ ສປປ ລາວ ໃນການສະເໜີທົ່ງໄຫຫີນແຂວງຊຽງຂວາງເຂົ້າເປັນມໍລະດົກໂລກ ໃນໂອກາດຕ້ອນຮັບການເຂົ້າພົບປະສົນທະນາຂອງຄະນະວິຊາການ “ມໍລະດົກລາວ ເພື່ອມໍລະດົກໂລກ” ນໍາໂດຍ ທ່ານ ທອງໃບ ໂພທິສານ ຫົວຫນ້າກົມມໍລະດົກ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຢູ່ທີ່ສໍານັກງານອົງການອຸຍແນສະໂກ ໃນວັນທີ 22 ພະຈິກ 2018 ທີ່ຜ່ານມານີ້ ຢູ່ນະຄອນຫຼວງປາຣີ, ປະເທດຝຣັ່ງ.   (ຂອບໃຈ ຂໍ້ມູນ ແລະ ພາບ ຈາກ: ສາລາກະວີ ງົວແລະກວຽນ)  

Read More »

ຕົວເລກປະຊາກອນ 195 ປະເທດທົ່ວໂລກ ປີ 2018

ຕິດອັນດັບ1 ແມ່ນປະເທດ ສ.ປ ຈີນ ມີພົນລະເມືອງທັງໝົດ 1.394.260.000 ຄົນ ສະຖິຕິວັນທີ 25 ກັນຍາ 2018 ກວມ 18,6% ຂອງປະຊາກອນໂລກ. ອັນດັບ 2 ແມ່ນປະເທດ ສ ອິນເດຍ ມີພົນລະເມືອງທັງໝົດ 1.337.420.000 ຄົນ ສະຖິຕິວັນທີ 25 ກັນຍາ 2018 ກວມ 17,8 %. ອັນດັບ 3 ປະເທດສະຫະລັດອາເມຣິກາ ມີພົນລະເມືອງທັງໝົດ 327.890.000 ຄົນ ສະຖິຕິວັນທີ 25 ກັນຍາ 2018 ກວມ 4,37%. ອັນດັບ 4 ປະເທດອິນໂດເນເຊຍ ພົນລະເມືອງທັງໝົດ 265.015.300 ຄົນ ສະຖິຕິວັນທີ 1 ກໍລະກົດ 2018 ກວມ 3,53%. ອັນດັບ 5 ປະເທດປາກີສະຖານ ມີພົນລະເມືອງທັງໝົດ 213.039.000 ຄົນ ສະຖິຕິວັນທີ 25 ...

Read More »