ຂ່າວ ຕ່າງປະເທດ

ທ່ານ ສີຈິ້ນຜິງ ຢືນຢັນວ່າ ຈີນມີຄວາມໝັ້ນໃຈ ແລະ ຄວາມສາມາດຄວບຄຸມພະຍາດ ໂຄໂຣນາ ໄດ້

ເຫດການລະບາດຂອງພະຍາດອັກເສບປອດ ໂຄໂຣນາໄວຣັສ ໄດ້ສ້າງຄວາມສູນເສຍທາງດ້ານຊີວິດຂອງປະຊາຊົນຊາວຈີນຈໍານວນຫຼາຍ ຂະນະດຽວກັນ ກໍສ້າງຄວາມຢ້ານກົວ, ຄວາມວິຕົກກັງວົນການແຜ່ລະບາດໄປຍັງປະເທດອື່ນໃນໂລກ, ຫຼ້າສຸດ ທ່ານ ສີຈິ້ນຜິງ ປະທານປະເທດ ແຫ່ງ ສປ ຈີນ ຢືນຢັນໜັກແໜ້ນ ຕໍ່ຜູ້ອໍານວຍການໃຫຍ່ອົງການອະນາໄມໂລກ ວ່າຈະສາມາດຄວບຄຸມພະຍາດດັ່ງກ່າວໄດ້ແນ່ນອນ. ວັນທີ 28 ມັງກອນນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະກັບທ່ານເທັດຣົສ ອັດຣະໂນມ ເກເບຣເຢຊຸສ ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກຢູ່ນະຄອນຫຼວງປັກກິ່ງ. ທ່ານສີຈິ້ນຜິງເນັ້ນໜັກວ່າ, ຈີນມີຄວາມໝັ້ນໃຈຢ່າງເຕັມປ່ຽມ ແລະ ມີຄວາມສາມາດທີ່ຈະເອົາຊະນະໃນບັ້ນປ້ອງກັນ ແລະ ຄວບຄຸມພະຍາດໃນຄັ້ງນີ້. ພ້ອມກັນນັ້ນທ່ານໄດ້ຊີ້ໃຫ້ເຫັນວ່າ, ຈີນໄດ້ແຈ້ງສະພາບການຕໍ່ພາຍນອກຕາມຫຼັກການທີ່ເປີດເຜີຍ, ໂປ່ງໃສແລະມີຄວາມຮັບຜິດຊອບຕະຫຼອດມາ, ຍິນດີຮ່ວມກັນກັບອົງການອະນາໄມໂລກກໍຄືປະຊາຄົມໂລກ, ຮ່ວມກັນປົກປັກຮັກສາຄວາມປອດໄພສາທາລະນະສຸກຂອງພາກພື້ນກໍຄືຂອງໂລກໃຫ້ດີ. ທ່ານ ເທັດຣົສ ກ່າວວ່າ, ຈີນໃຊ້ມາດຕະການຕອບໂຕ້ຢ່າງວ່ອງໄວແລະດຳເນີນໃນບໍລິເວນກວ້າງຂວາງຢ່າງແຂງແຮງເຊິ່ງໄດ້ສະແດງໃຫ້ເຫັນຄວາມໄວແລະຄວາມກວ້າງໃຫຍ່ໃນການຕອບໂຕ້ຂອງຈີນ, ອົງການອະນາໄມໂລກສະແດງຄວາມຊົມເຊີຍຢ່າງສູງຕໍ່ເລື່ອງນີ້. ນີ້ແມ່ນຄວາມດີເລີດດ້ານລະບຽບການຂອງຈີນ, ບົດຮຽນທີ່ກ່ຽວຂ້ອງມີຄວາມໝາຍເປັນສິ່ງທີ່ໜ້າຖອດຖອນຮ່ຳຮຽນສຳລັບປະເທດອື່ນໆ. ຂ້າພະເຈົ້າເຊື່ອວ່າ, ມາດຕະການທີ່ຈີນປະຕິບັດນັ້ນຈະສາມາດຄວບຄຸມການແຜ່ລະບາດຂອງພະຍາດແລະເອົາຊະນະໃນທີ່ສຸດ. ອົງການອະນາໄມໂລກສະໜັບສະໜູນຈີນໃນການໃຊ້ມາດຕະການສະກັດກັ້ນການແຜ່ລະບາດຂອງພະຍາດຢ່າງເດັດດ່ຽວ, ແລະຍຶດໝັ້ນວິນິດໄສຕາມວິທະຍາສາດແລະຄວາມຈິງ, ຄັດຄ້ານການມີປະຕິກິລິຍາເກີນຂອບເຂດແລະກ່າວຖ້ອຍຄວາມທີ່ບໍ່ມີມູນຄວາມຈິງ. ອົງການອະນາໄມໂລກຊົມເຊີຍຢ່າງສູງຕໍ່ຈີນທີ່ໄດ້ເສີມຂະຫຍາຍບົດບາດແລະປະກອບສ່ວນອັນສຳຄັນເພື່ອພາລະກິດສາທາລະນະສຸກຂອງໂລກ, ຍິນດີສືບຕໍ່ດຳເນີນການຮ່ວມມືທາງຍຸດທະສາດກັບຈີນ. ທີ່ມາ: CRI- FM93

Read More »

ຂົວຂ້າມລະຫວ່າງປະເທດຈີນ-ລັດເຊຍ ແຫ່ງທຳອິດ ພ້ອມເປີດນຳໃຊ້ ເດືອນເມສານີ້!!!

ສຳນັກຂ່າວຊິນຫົວລາຍງານໃນວັນທີ 19 ມັງກອນ 2020 ວ່າ:  ສຳນັກງານຂົນສົ່ງມົນທົນເຮຍຫຼົງຈຽງທາງພາກຕາເວັນອອກສ່ຽງເໜືອຂອງຈີນ ເປີດເຜີຍເມືອວັນສຸກ (17 ມັງກອນ) ວ່າ: ຂົວທາງຫຼວງແຫ່ງທຳອິດຊື່ງເຊື່ອມຈີນ ແລະ ລັດເຊຍໂດຍຕັດຂ້າມແມ່ນ້ຳເຮຍຫຼົງຈຽງ ຜ່ານການທົດສອບຂັ້ນສຸດທ້າຍກ່ອນເປີດໃຊ້ງານແທ້ແລ້ວ ນີ້ຖືເປັນສັນຍານດີໃນການຮ່ວມມື ແລະ ຄວາມສຳພັນທີ່ອົບອຸ່ນຂອງສອງຊາດຈີນ-ລັດເຊຍ. ຂົວແຫ່ງນີ້ຈະເຮັດໃຫ້ທັງສອງຊາດ ສາມາດເຂົ້າເຖິງຈຸດກະຈາຍສິນຄ້າຂອງອີກຝ່າຍໄດ້ຢ່າງເຕັມທີ. ລາຍງານລະບຸວ່າ: ຄະນະຜູ້ຊ່ຽວຊານຈາກສະຖາບັນເຕັກໂນໂລຢີແຫ່ງຮາບິນ (HIT) ແລະ ຈາກລັດເຊຍຮ່ວມກັນເຮັດການທົດສອບຂົວດັ່ງກ່າວ ໃນວັນອັງຄານ (14 ມັງກອນ) ໂດຍຜົນປາກົດວ່າຂົວມີຄວາມສາມາດຮອງຮັບນ້ຳໜັກສູງສຸດລະຫວ່າງທົດສອບເຖິງ 318 ໂຕນ ສຳນັກງານຄາດວ່າຈະເປີດໃຊ້ງານຂົວແຫ່ງນີ້ໄດ້ໃນເດືອນເມສາ ຂົວແຫ່ງນີ້ມີຄວາມຍາວ 1.284 ແມັດ ແລະ ຄວາມກວ້າງ 14.5 ແມັດ ວາງຍາວຂ້າມແມ່ນ້ຳເຮຍຫຼົງຈຽງຫລືແມ່ນ້ຳອາມູຣ (Amur) ໃນພາສາລັດເຊຍຊື່ງໄຫຼຈາກເຮຍເຫີ ເມືອງຊາຍແດນຂອງເຮຍຫຼົງຈຽງສູ່ເມືອງບລາໂກເວຊເຊນສຂອງລັດເຊຍ ໂດຍການກໍ່ສ້າງຂົວຈາກທັງສອງຝັ່ງ ມາເຊື່ອມຕໍ່ກັນສໍາເລັດ ໃນວັນທີ 31 ພະຈິກ 2019.

Read More »

ສປປ ລາວ ອັນດັບ 4 ປະເທດແຫ່ງສັນຕິພາບ ຂອງອາຊຽນ

ຈາກການຈັດອັນດັບຂອງ Global peace index 2019 ຫຼື ດັດຊະນີແຫ່ງສັນຕິພາບໂລກ ໃນປີ 2019 ຈາກທັງໝົດ 163 ປະເທດ ໃນທົ່ວໂລກ. ປະເທດທີ່ມີຄວາມສັນຕິພາບທີ່ສຸດໃນໂລກໄດ້ແກ່ປະເທດ 1. Iceland, 2. New Zealand, 3. Portugal. ສຳລັບໃນຂົງເຂດອາຊຽນ ປະເທດທີ່ມີຄວາມສັນຕິພາບທີ່ສຸດແມ່ນໄດ້ແກ່ 1. Singapore (7) , 2. Malaysia (16) , 3. indonesia (41) , 4. Laos (45) #7 Singapore #9 Japan #36 Taiwan #41 Indonesia #45 Laos #55 South Korea #57 Vietnam #72 Sri Lanka #89 Cambodia #110 China #116 ...

Read More »

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສືບຕໍ່ເຄື່ອນໄຫວຢ້ຽມຢາມແຂວງຢຸນນານ ສປ ຈີນ

ໃນລະຫວ່າງການເຄຶ່ອນໄຫວຢ້ຽມຢາມ ສປ ຈີນ ຢ່າງເປັນທາງການ ຂອງຄະນະຜູ້ແທນຂັ້ນສູງ ແຫ່ງ ສປປ ລາວ, ໃນລະຫວ່າງ ວັນທີ 05-09 ມັງກອນ 2020, ໃນຕອນເຊົ້າຂອງວັນທີ 09 ມັງກອນ 2020, ສະຫາຍ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຊົມ ກຸ່ມບໍລິສັດກະສິກຳ ຢຸນນານ, ຊຶ່ງບໍລິສັດດັ່ງກ່າວ ໄດ້ສ້າງຕັ້ງແຕ່ປີ 1951 ແລະ ກໍໄດ້ຮັບການພັດທະນາປັບປຸງການຄຸ້ມຄອງບໍລິຫານມາໂດຍຕະຫຼອດ. ເລີ່ມແຕ່ປີ 2014 ເປັນຕົ້ນມາ, ກຸ່ມບໍລິສັດນີ້ ໄດ້ແຍກອອກຈາກກຸ່ມບໍລິສັດໃຫຍ່ເຂົ້າສູ່ລະບົບເສດຖະກິດ ຢ່າງເປັນເອກະລາດ ແລະ ໄດ້ດຳເນີນກິດຈະການທາງດ້ານກະສິກຳ ຢູ່ແຂວງຢຸນນານ ໂດຍໄດ້ເປັນບໍລິສັດວິສາຫະກິດລະດັບຊາດ ໃນຂົງເຂດກະສິກຳ ເຊັ່ນ: ການພັດທະນາຜະລິດຕະພັນສີຂຽວ, ຊັບພະຍາກອນກະສິກຳ ແລະ ປ່າໄມ້, ການບໍລິການດ້ານກະສິກຳ. ທີ່ມາ: ຂ່າວສານປະເທດລາວ

Read More »

ພາຍຸ ເຂົ້າຍີ່ປຸ່ນ ຍອດຜູ້ເສຍຊີວິດ ເພີ່ມເປັນ 35 ຄົນ

ສຳນັກຂ່າວຕ່າງປະເທດ ລາຍງານເມື່ອວັນທີ 13 ຕຸລາ 2019 ວ່າ ຄວາມຄືບໜ້າ ສະຖານະການ ພາຍຸໄຕ້ຝຸ່ນ ຮາກິບິສ (Hagibis) ທີ່ພັດເຂົ້າ ຍີ່ປຸ່ນ ເມື່ອວັນເສົາຜ່ານມາ ວ່າ ຍອດຜູ້ເສຍຊີວິດໄດ້ເພີ່ມຂຶ້ນເປັນ 35 ຄົນ, ມີຜູ້ສູນຫາຍປະມານ 20 ຄົນ, ບາດເຈັບຫຼາຍກວ່າ 100 ຄົນ. ເຖິງແມ່ນວ່າ ພາຍຸດັ່ງກ່າວ ຈະຫຼຸດລະດັບຄວາມຮຸນແຮງ ຈາກຄວາມໄວລົມສູງສຸດທີ່ 225 ກິໂລແມັດ ຕໍ່ຊົ່ວໂມງ ເຊິ່ງສູງສຸດໃນ ຍີ່ປຸ່ນ ໃນຮອບກວ່າ 60 ປີ ແລະ ກຳລັງເຄື່ອນໂຕອອກສູ່ມະຫາສະໝຸດ ປາຊີຟິກເໜືອ, ແຕ່ອິດທິພົນຂອງພາຍຸ ຍັງກໍ່ໃຫ້ເກີດຝົນຕົກຕໍ່ເນື່ອງ, ລົມພັດແຮງ, ນໍ້າຖ້ວມສູງ ແລະ ສ່ຽງທີ່ຈະເກີດດິນເຈື່ອນໃນຫຼາຍພື້ນທີ່ ໂດຍສະເພາະເມືອງ ອູເອດະ, ແຂວງ ນາງາໂນະ. ພາຍຫຼັງເຂື່ອນກັ້ນແມ່ນໍ້າຊິຄູມະ ແຕກ ສົ່ງຜົນໃຫ້ກະແສນຳ້ຖ້ວມແບບກະທັນຫັນ ໄຫຼເຂົ້າຖ້ວມຊຸມຊົນຈົນເກືອບປິດເຮືອນສອງຊັ້ນ ແລະ ຂົວລົດໄຟຂ້າມແມ່ນໍ້າຊິຄູມະ ກໍໄດ້ຮັບຄວາມເສຍຫາຍ. ບໍລິສັດລົດໄຟ ໃນທ້ອງຖິ່ນໄດ້ປະກາດລະງັບໃຫ້ບໍລິການສາຍລົດໄຟ ທີ່ແລ່ນຜ່ານເສັ້ນທາງດັ່ງກ່າວ ຊົ່ວຄາວ. ...

Read More »

IPhone 11 ເປີດຕົວຢ່າງເປັນທາງການໃນຄືນນີ້ ມາພ້ອມກັບກ້ອງ 3 ເລນ.

ໃນຄໍ່າຄືນຂອງມື້ວານນີ້ ວັນທີ 10 ກັນຍາ 2019 ໃນງານ Apple Special Event 2019 ,  iPhone 11,  iPhone 11 Pro ແລະ  iPhone 11 Pro Max  ໄດ້ເປີດຕົວຢ່າງເປັນທາງການ, ມາດ້ວຍຈຸດເດັ່ນທີ່ແປກຕາຂຶ້ນດ້ວຍ ກ້ອງ 3 ເລນ ຕາມຂ່າວທີ່ໄດ້ຫຼຸດອອກມາກ່ອນໜ້ານີ້ ແລະ ກໍໄດ້ມີຄຳວ່າ Pro ເພີ່ມຂຶ້ນ ເປັນຄັ້ງທຳອິດ iPhone 11 ເປີດຕົວມາໃຫມ່ພ້ອມກັບກ້ອງ 2 ເລນ ແລະມີສີໃຫ້ເລືອກ  6 ສີ ຄື: ສີ ຂຽວ, ມ່ວງ, ເຫຼືອງ, ດຳ, ຂາວ ແລະ ແດງ, ຈໍສະແດງຜົນແບບ Liquid Retina Display ໜ້າຈໍ 6,1 ນິ້ວ ຄວາມລະອຽດ 1792 x 828 ພິກເຊວ ...

Read More »

ລັດຖະບານອັງກິດ ຊ່ວຍເຫຼືອເງິນ 10 ລ້ານປອນ ຟື້ນຟູປ່າອາເມຊອນ

ອ້າງຕາມສຳນັກຂ່າວໄທ. ທ່ານ ບໍຣິສ ຈອນສັນ ນາຍົກລັດ ຖະມົນຕີ ອັງກິດ ຈະໃຫ້ເງິນສະໜັບສະໜູນ ການຟື້ນຟູປ່າ ອາເມຊອນ ທີ່ມີຂະໜາດໃຫຍ່ຂອງໂລກ ດ້ວຍມູນຄ່າ 10 ລ້ານປອນ ພາຍຫຼັງ ລັດຖະບານອັງກິດໄດ້ອອກຖະແຫຼງການ ນອກກອງປະຊຸມສຸດຍອດກຸ່ມຊາດອຸດສາຫະກຳຊັ້ນນຳ 7 ປະເທດ (ຈີ7) ຢູ່ຝຣັ່ງ ເມື່ອບໍ່ດົນມານີ້. ຂະນະທີ່ ປະຊາຄົມໂລກຈະຕ້ອງເລັ່ງແກ້ໄຂບັນຫາ ການປ່ຽນແປງສະພາບດິນຟ້າອາກາດ ຄຽງຄູ່ ເປັນກັບການແກ້ໄຂ ການສູນເສຍຄວາມຫຼາກຫຼາຍ ທາງຊີວະພາບ ເພາະທັງສອງ ບັນຫານີ້ ແຍກອອກຈາກ ກັນບໍ່ໄດ້. ນອກນີ້ ທ່ານ ບໍຣິສ ຈອນສັນ ຍັງຢືນຢັນ ການເປັນເຈົ້າພາບ ກອງ ປະຊຸມລັດ ພາຄີ ອະນຸສັນຍາ ສະຫະປະຊາຊາດ ວ່າດ້ວຍການປ່ຽນແປງ ສະພາບດິນຟ້າອາກາດ ຄັ້ງທີ່ 26 ໃນປີໜ້າ ເນື່ອງຈາກເປັນເວທີ ເນັ້ນຄົ້ນຫາທາງອອກ ເລື້ອງການປ່ຽແປງດິນ ຟ້າອາກາດ ດ້ວຍວິທີທຳມະຊາດ ໂດຍສະເພາະ ການຟື້ນຟູປ່າ. ທີ່ມາ: ຂ່າວສານປະເທດລາວ

Read More »

ເກິດເຫດໄຟໄໝ້!! ປ່າອາເມຊອນ ເສຍຫາຍຢ່າງໜັກ 3.000 ກມ

ເກີດເຫດໄຟໄໝ້ປ່າອາເມຊອນທີ່ປະເທດບຣາຊິນ ໄດ້ໄໝ້ເປັນເວລາ 3 ອາທິດແລ້ວ. ປັດຈຸບັນ, ປ່າໄມ້ໄດ້ຫາຍໄປແລ້ວປະມານ 15% ຫຼື 3.000 ກມ ແລະ  ຍັງບໍ່ສາມາດມອດໄຟປ່າແຫ່ງນີ້ໄດ້, ເຮັດໃຫ້ນະຄອນຫຼວງຂອງປະເທດ ບຣາຊິນ ເຕັມໄປດ້ວຍໝອກຄວັນ ບໍ່ມີມື້ເວັນ ມື້ຄືນ ເປັນເວລາຫຼາຍມື້ ຕິດຕໍ່ກັນ. ນັກວິທະຍາສາດຍັງວິຕົກກັງວົນວ່າ ຫາກປ່າຫາຍໄປເຖິງ 25% ປ່າຝົນທີ່ໃຫຍ່ທີ່ສຸດຂອງໂລກຜືນນີ້ຈະບໍ່ມີປ່າໄມ້ສ້າງວັດທະຈັກຂອງນ້ຳ ແລະ ໃນທີ່ສຸດປ່າທີ່ເຄີຍໜາແໜ້ນກໍຈະກາຍເປັນທົ່ງຫຍ້າຮ້ອນໆ ແລະ ການປ່ຽນແປງນີ້ຈະສົ່ງຜົນກະທົບໄປທົ່ວໂລກ ເນື່ອງຈາກປ່າອາເມຊອນເປັນແຫຼ່ງຜະລິດແກ໊ສອົກຊີແຊນແຫຼ່ງໃຫຍ່ຂອງໂລກ ທີ່ໄດ້ຊື່ວ່າ ປອດຂອງໂລກ ທັງຍັງຊ່ວຍດູດຊຶມ ແລະ ເກັບກັກແກ໊ສກາກບອນຊຶ່ງເປັນແກ໊ສເຮືອນແກ້ວໜຶ່ງໃນໂຕການຂອງພາວະໂລກຮ້ອນ. ໄຟ້ໄໝ້ຄັ້ງນີ້, ຖືເປັນຄັ້ງທີ່ຮຸນແຮງທີ່ສຸດໃນຮອບ 5 ປີ ສົ່ງຜົນໃຫ້ເກີດຄວາມເສຍຫາຍຢ່າງໜັກ ຄວາມແຮງຂອງມັນ  ສາມາດເຫັນຄວັນທີ່ໜາທຶບໄດ້ຈາກອາວະກາດ ສາມາດເຫັນໄດ້ຈາກນອກໂລກ, ອາກາດຫາຍໃຈສ່ວນໜຶ່ງຂອງເຮົາໄດ້ຈາກປ່າອາເມຊອນ 20% ນັ້ນສະແດງວ່າຖ້າບໍ່ມີປ່າອາເມຊອນ ເຮົາກໍ່ຂາດອາກາດຫາຍໃຈໄປ 20%  ສາເຫດການເກີດໄຟໄໝ້ປ່າ ໃນຄັ້ງນີ້ ຄາດວ່າ ຈະເກີດຈາກ ສະພາບການປ່ຽນແປງດິນຟ້າອາກາດ ເກີດຄວາມແຫ້ງແລ້ງ ໃນພື້ນທີ່ປ່າ ເປັນບໍລິເວນກ້ວາງ ບວກໃສ່ກັບ ການບຸກລຸກ ຖາງປ່າຈູດໄຮ່ຂອງພໍ່ແມ່ປະຊາຊົນ ອ້ອມຮອບເຂດປ່າ. ສະຖາບັນວິໄຈອະວະກາດແຫ່ງຊາດຂອງບຣາຊິນ (INPE) ເປີດເຜີຍໂຕເລກທີ່ໜ້າຕົກໃຈວ່າ ນັບແຕ່ເດືອນມັງກອນ-ສິງຫາເກີດເຫດໄຟປ່າໃນແຖບອາເມຊອນຫຼາຍກວ່າ 72.843 ...

Read More »

ລັດຖະບານຈີນ ກຽມປ່ອຍເງິນດິຈິທັລຂອງໂຕເອງ

ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 13 ສິງຫາ 2019 ວ່າ ທະນາຄານກາງຈີນອອກມາປະກາດຄວາມຄືບໜ້າເລື່ອງການພັດທະນາສະກຸນເງີນດິຈິທັລ ຫຼື ຄລິບໂທເຄີເຣນຊີ ໂດຍ ທ່ານ ມູຊາງຊຸນ ຮອງຜູ້ອຳນວຍການດ້ານການຊຳລະເງິນຂອງທະນາຄານກາງຈີນ ກ່າວວ່າ ສະຖານະປັດຈຸບັນຂອງສະກຸນເງີນດິຈິທັລນີ້ “ໃກ້ສຳເລັດສົມບູນ” ແລ້ວ ຕາມຂໍ້ມູນຈາກລາຍງານສະກຸນເງີນດິຈິທັລຂອງຈີນຈະດຳເນີນການຢູ່ໃນ ລະບົບ 2 ຊັ້ນ ຊື່ງທັງທະນາຄານກາງຈີນ ແລະທະນາຄານການຄ້າຂອງຈີນເປັນຜູ້ຜະລິດເງິນຢ່າງຖືກກົດໝາຍ, ນອກຈາກນີ້ ສະກຸນເງິນນີ້ຈະບໍ່ໄດ້ຂຶ້ນຢູ່ກັບເຕັກໂນໂລຢີບ໊ອກເຊນ ທີ່ມີຄວາມກະຈາຍອຳນາດເປັນຫຼັກຢ່າງສະກຸນເງີນດິຈິທັລອື່ນໆ ແຕ່ຈະຢູ່ເທີງລະບົບທີ່ໃຫ້ອຳນາດການຄວບຄຸມລະບົບການເງິນກັບລັດຖະບານຈີນ ຢ່າງໃດກໍ່ຕາມ ຫຼາຍຝ່າຍກໍ່ອອກມາຕັ້ງຂໍ້ສັງເກດກັບສະກຸນເງິນດິຈິທັລຂອງຈີນ ທ່ານ ມາຕິ ກຣີນສະແປນ ນັກວິເຄາະຕະຫຼາດອາວຸໂສຈາກ ອີໂທໂຣ ກ່າວວ່າ ຕົນຍັງເບີ່ງບໍ່ເຫັນປະໂຫຍດຈາກການປ່ຽນລະບົບການເງິນຂອງຈີນ ຈາກລະບົບປັດຈຸບັນໄປເປັນສະກຸນເງິນດິຈິທັລເທົ່າໃດ  ແລະ ຕັ້ງຂໍ້ສັງເກດວ່ານີ້ອາດຈະເປັນນະໂຍບາຍແອບແຝງຫຼືບໍ່ ບາງຢ່າງບອກວ່າມັນຄືຄົນລະເລື່ອງກັບຄລິບໂທເຄີຣເຣນຊີທີ່ເຮົາຮູ້ຈັກ ມາຕິ ກ່າວ ຫຼາຍຝ່າຍເຊື່ອວ່າການທີ່ຈີນເລັ່ງພັດທະນາສະກຸນເງີນດິຈິທັລເປັນຂອງໂຕເອງ ຫຼັງຈາກທີ່ເຄີຍມີທ່າທີບໍ່ສະໜັບສະໜູນມີເຫດຜົນສ່ວນໜຶ່ງຈາກການທີ່ເຟສບຸ໊ກອອກມາປະກາດຜັກດັນ “ລິບຣາ” ສະກຸນເງິນດິຈິທັລຂອງເຟສບຸ໊ກ ຊື່ງສ້າງຄວາມກັງວົນໃຫ້ກັບທະນາຄານກາງເພື່ອປ້ອງກັນຄວາມສ່ຽງໃນການແລກປ່ຽນສະກຸນເງິນຕ່າງຊາດ ແລະປົກປ້ອງອຳນາດນະໂຍບາຍການເງິນຂອງພາກລັດ ສ່ວນການໃຊ້ງານນັ້ນ ຜູ້ບໍລິໂພກ ແລະ ພາກທຸລະກິດຈຳເປັນຕ້ອງດາວໂຫຼດກະເປົາເງິນອີເລັກໂຕນິກໃນໂທລະສັບ ຈາກນັ້ນຈື່ງປ່ຽນຈາກເງິນຢວນໃນກະເປົາເງິນອີເລັກໂຕນິກເປັນສະກຸນເງີນດິຈິທັລ ຊື່ງສາມາດໃຊ້ໄດ້ກັບທັງການຮັບເງິນ ແລະຈ່າຍເງິນ ຊື່ງທະນາຄານກາງຂອງຈີນຈະສາມາດເຂົ້າເຖິງຂໍ້ມູນທຸລະກຳການເງີນທຸກຄັ້ງທີ່ເງິນຖືກປ່ຽນມື

Read More »

ສປ ຈີນ ສືບຕໍ່ສັ່ງຊື້ນ້ຳມັນດິບຈາກ ອີຣານ ເພີ່ມຂຶ້ນ

ບໍ​ລິ​ສັດວິ​ໄຈ 3 ແຫ່ງ ​ລະ​ບຸ​ຄວາມ​ເຫັນ​ຄື​ກັນ​ວ່າ: ເມື່ອ​ເດືອນ​ກໍ​ລະ​ກົດ​ ຜ່ານ​ມາ ຈີນ ນຳ​ເຂົ້າ​ນ້ຳ​ມັນ​ດິບ ຈາກ​ອີ​ຣານ​ ເປັນ​ເດືອນ​ທີ 2 ຕິດ​ຕໍ່​ກັນ ໂດຍ​ສັ່ງ​ຊື້​ ໃນ​ປະ​ລິ​ມານ ​ລະ​ຫວ່າງ 4,4 ລ້ານ​ຖັງ ແລະ 11 ລ້ານ​ຖັງ ຫຼື​ ປະ​ມານ 142.000-360.000 ຖັງ​ຕໍ່​ວັນ ຊຶ່ງ​ເປັນ​ລະ​ດັບ​ ທີ່​ເພີ່ມ​ຂຶ້ນ ​ຢ່າງ​ຕໍ່​ເນື່ອງ ແລະ ເພີ່ມ​ຂຶ້ນ​ເກືອບ ຄຶ່ງ​ໜຶ່ງ​ຂອງ​ລະ​ດັບການ​ສັ່ງ​ຊື້ ​ໃນ​ປີ​ກາຍ ເຖິງວ່າ ສ.ອາ​ເມ​ລິ​ກາ ຈະ​ໃຊ້​ມາດ​ຕະ​ການ ​ຂວ້ຳ​ບາດ ອີ​ຣານ. ການ​ສືບ​ຕໍ່​ສັ່ງ​ຊື້ ​ນ້ຳ​ມັນ ​ອີ​ຣານ​ ຂອງ​ຈີນ ​ມີ​ຂຶ້ນ​ໃນ​ໄລ​ຍະ​ ທີ່​ຄວາມ​ສຳ​ພັນ​ ທາງ​ການ​ຄ້າ​ ລະ​ຫວ່າງ ສ.ອາ​ເມ​ລິ​ກາ ແລະ ຈີນ ເກີດຂຶ້ນ. ອີກ​ທັງ​ ການ​ສັ່ງ​ຊື້​ນ້ຳ​ມັນຈາກ ອີ​ຣານ ​ຂອງຈີນ ຍັງ​ເປັນ​ອຸ​ປະ​ສັກ​ ສະ​ກັດ​ກັ້ນ ​ຄວາມ​ພະ​ຍາ​ຍາມ​ ຂອງ​ ທ່ານ ໂ​ດນັນ ​ທ​ຣຳ, ປະ​ທາ​ນາ​ທິ​ບໍ​ດີ ...

Read More »