ຂ່າວ ຕ່າງປະເທດ

ສະຫະຣາຊະອານາຈັກອັງກິດ ໄດ້ນາຍົກລັດຖະມົນຕີ ຄົນໃໝ່

ຕາມແຫຼງຂ່າວຕ່າງປະເທດ,​ຈາກປະເທດອັງກິດ , ວັນທີ 24 ກໍລະກົດ, ທ່ານ ບໍຣີສ ຈອນສັນ ອາຍຸ 55 ປີ ອະດີດເປັນລັດຖະມົນຕີ ກະຊວງການ ຕ່າງປະເທດ ແລະ ເຈົ້າຄອງນະຄອນຫຼວງ ລອນດອນຂອງ ອັງກິດ ໄດ້ຮັບເລືອກຕັ້ງ ເປັນນາຍົກລັດຖະມົນຕີ ຄົນໃໝ່ຂອງ ອັງກິດ ຫຼັງຈາກ ໄດ້ຮັບເລືອກ ເປັນຫົວໜ້າພັກອະນຸລັກນິຍົມ ຄົນໃໝ່. ຄາດວ່າ ທ່ານບໍຣິສ ຈອນສັນ ຈະມີກຳນົດ ເຂົ້າຂ່ຳນັບສົມເດດ ພະລາຊານີນາດ ເອລິ ຊາເບດ ທີ 2 ຢ່າງເປັນທາງການ ເພື່ອຈັດຕັ້ງຄະນະ ລັດຖະມົນຕີຊຸດໃໝ່ ຂຶ້ນມາເຮັດໜ້າທ່ີ ບໍລິຫານປະເທດ ແລະ ການຖອນຕົວອອກຈາກ ສະຫະພາບເອີຣົບ ຫລື EU ເພື່ອໃຫ້ທັນກັບເວລາທ່ີກຳນົດໄວ້ໃນວັນທີ 31 ຕຸລາປີນີ້. ທີ່ມາ: ຂ່າວສານປະເທດລາວ.

Read More »

ກອງປະຊຸມສຸດຍອດ G20 ສະໜັບ ສະໜູນລັດທິຫຼາຍຝ່າຍຢ່າງເຂັ້ມແຂງ

​ເມື່ອ​ບໍ່​ດົນ​ມາ​ນີ້, ກອງ​ປະຊຸມ​ສຸດ​ຍອດ​ ກຸ່ມ​ປະ​ເທດ ​ເສດຖະກິດ​ ຂະໜາດ​​ໃຫຍ່ (ຈີ20)ຢູ່​ນະ​ຄອນ​ໂອ​ຊາ​ກາຂອງ​ຍີ່​ປຸ່ນ ​ໄດ້​ສິ້ນ​ສຸດ​ລົງ ດ້ວຍ​ຜົນສຳ​ເລັດ​ ອັນ​ຈົບງາມ ​ໃນ​ການ​ສະໜັບສະໜູນ ລັດທິ​ຫຼາຍ​ຝ່າຍ ​ຢ່າງ​ເຂັ້ມແຂງ ໄດ້​ຜ່ານ​ຖະ​ແຫຼງ​ການ ໂດຍ​ສະ​ໜັບ​ສະ​ໜູນ​ ການ​ປະ​ຕິ​ຮູບ ​ທີ່​ຈຳ​ເປັນ​ຕໍ່​ອົງ​ການ​​ການ​ຄ້າ​ໂລກ, ປະ​ເທດ​ພາ​ຄີ​ ສົນ​ທິ​ສັນ​ຍາ ​​ປ​າ​ຣີ​ ໃນ​ສະ​ມາ​ຊິກ G20 ໄດ້​ກ້າຢືນຢັ້ນ​ວ່າ​: ຈະ​ປະ​ຕິ​ບັດ​ຕາມ​ສັນ​ຍາ​ ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ ຂອງ​ດິນ​ຟ້າ​ອາ​ກາດ ​ແລະ ​ກາຍ​ເປັນ​ເວ​ທີ​ສຳ​ຄັນ ​ທີ່​ຊຸກ​ຍູ້​ລັດ​ທິ ຫຼາຍ​ຝ່າຍ ແລະ ແກ້​ໄຂ​ບັນ​ຫາຕ່າງໆ ເຮັດ​ໃຫ້​ປະ​ຊາ​ຄົມ​ໂລກ​ ມີ​ຄວາມ​ໝັ້ນ​ໃຈ​ເພີ່ມ​ຂຶ້ນ.ພາຍຫຼັງ ທ່ານ​ ສີ​ ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ ໄດ້​ລົງ​ເລິກ​ ປຶກ​ສາ​ຫາ​ລື ​ກັບ​ຜູ້​ນຳ​ປະ​ເທດ​ຕ່າງໆ ແລະ ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ ​ກ່ຽວ​ກັບ​ ຫົວ​ຂໍ້​ ຊຸກ​ຍູ້​ການ​ສ້າງ​ ການ​ພົວ​ພັນ​ສາ​ກົນ ​ແບບ​ໃໝ່ ​ທີ່​ເຄົາ​ລົບ​ກັນ ມີ​ຄວາມ​ຍຸດຕິ​ທຳ ແລະ ຄວາມ​ເປັນ​ທຳ ແລະ ​ຮ່ວມ​ມື​ກັນ​ ແບບ​ຕ່າງ​ຝ່າຍ​ ຕ່າງ​ມີ​ຜົນ​ປະ​ໂຫຍດ, ສ້າງ​ເສດ​ຖະ​ກິດ​ໂລກ ​ແບບ​ເປີດ​ປະ​ຕູ​ ສູ່​ພາຍນອກ ​ທີ່​ມີ​ຜົນ​ດີ​ ຕໍ່​ການ​ພັດ​ທະ​ນາ​ປະ​ເທດ ...

Read More »

ຜູ້ນຳ ສ.ອາເມລິກາ ພົບປະກັບຜູ້ນຳ ສປປ ເກົາຫລີ ຄັ້ງທີ 3

ອ້າງຕາມແຫຼງຂ່າວ ເຊອຸນ, ວັນທີ 30 ມິຖຸນາ, ທ່ານ ໂດນັນທຣຳ ປະທານາທິບໍດີ ສ.ອາເມລິກາ ໄດ້ພົບປະກັບ ທ່ານຄືມຈອງອຶນ ຜູ້ນຳສູງສຸດ ສປປ ເກົາຫລີ ຢູ່ເຂດປອດທະຫານລະຫວ່າງ ຊາຍແດນຂອງ ສອງເກົາຫລີ ເປັນຄັ້ງທີ 3 ລະຫວ່າງ ຜູ້ນຳ ສ.ອາເມລິກາ ແລະ ສປປ ເກົາຫລີ. ຄາດວ່າ ສອງຝ່າຍ ຈະມີການຟື້ນຟູການ ເຈລະຈາ ໂຄງການນີວ ເຄຼຍອີກຄັ້ງ. ການພົບປະຄັ້ງນີ້, ທ່ານ ໂດນັນທຣຳ ໄດ້ເຊື້ອເຊີນ ທ່ານຜູ້ນຳ ສປປ ເກົາຫລີ ໄປຢ້ຽມຢາມ ປະເທດອາເມລິກາ. ຂະນະດຽວກັນນັ້ນ, ທ່ານໂດນັນທຣຳ, ທ່ານຄີມຈອງອຶນ ແລະ ປະທານາທິບໍດີ ສ.ເກົາຫລີ ໄດ້ພົບປະສົນທະນາກັນ ແລະ ເປັນການພົບປະທ່ີ ບໍ່ໄດ້ຄາດໝາຍໄວ້. ນອກຈາກນັ້ນ ທ່ານໂດນັນທຣຳ ແລະ ທ່ານ ຄີມຈອງອຶນ ໄດ້ປຶກສາຫາລືກັນຢ່າງບໍ່ເປັນທາງການ. ທີ່ມາ: ຂ່າວສານປະເທດລາວ

Read More »

ທ່ານ ​ສີ​ຈິ້ນ​ຜິງ ພົບ​ປະ​​ກັບ​ ທ່ານ​ ຄິມ​ຈອງ​ອຶນ ເພື່ອ​ສົ່ງ​ເສີ​ມ​ມິດ​ຕະ​ພາບ ແລະ ຊຸກ​ຍູ້​ການ​ແກ້​ໄຂ​ບັນ​ຫາ​ແຫຼມ​ເກົາຫລີ

​ ວັນ​ທີ 20 ມິ​ຖຸ​ນາ​ນີ້, ຢູ່​ນະ​ຄອນຫຼວງ​ພຽງ​ຢາງ, ທ່າ​ນ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ປະ​ທານ​ປະ​ເທດ​ແຫ່ງ ສ​ປ ຈີນ ໄດ້​ພົບ​ປະ​​ກັບ ​ທ່ານ​ ​ ຄິມ​ຈອງ​ອຶນ ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູ​ນ​ກາງ​ພັກ ​ແຮງ​ງານ​ເກົາຫລີ ປະ​ທານ​ຄະ​ນະ​ກຳ​ມະ​ການ​ແຫ່ງ​ລັດ ສ​ປ​ປ ເກົາຫລີ. ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: ນັບ​ແຕ່​ປີ​ກາຍ​ນີ້​ເປັນ​ຕົ້ນ​ມາ, ຂ້າ​ພະ​ເຈົ້າ​ໄດ້​ພົບ​ປະ​ກັບ​ສະ​ຫາຍ​ປະ​ທານ 4 ຄັ້ງ. ຂ້າ​ພະ​ເຈົ້າ​ມາ​ຢ້ຽມ​ຢາມ​ຄັ້ງ​ນີ້​ມີ​ຈຸດ​ປະ​ສົງ​ປັບ​ປຸງ ​ແລະ​ ສືບ​ທອດ​ມູນ​ເຊື້ອ​ມິດ​ຕະ​ພາບ​ລະ​ຫວ່າງ​ຈີນ​ກັບ ສ​ປ​ປ ເກົາຫລີ ແລະ ຊຸກ​ຍູ້​ຂະ​ບວນ​ການ​ແກ້​ໄຂ​ບັນ​ຫາ​ແຫຼມ​ເກົາຫລີທາງ​ການ​ເມືອງ. ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ, ຜ່ານ​ຈາກ​ການ​ຢ້ຽມ​ຢາມ​ຄັ້ງ​ນີ້, ພວກ​ເຮົາ​ຍ່ອມ​ຈະ​ສາ​ມາດ​ຮ່ວມ​ກັນ​ສ້າງ​ອະ​ນາ​ຄົດ​ແຫ່ງ​ການ​ພົວ​ພັນ​ຈີນ-ສ​ປ​ປ ເກົາຫລີ​ທີ່​ດີ​ງາມ ແລະ ຮ່ວມ​ກັນ​ຂຽນ​ປະ​ຫວັດ​ສາດ​ໜ້າ​ໃໝ່ແຫ່ງ​ມິດ​ຕະ​ພາບ​ລະ​ຫວ່າງ​ສອງ​ປະ​ເທດ. ທ່ານ​ ສີ​ຈິ້ນ​ຜິງ​ ກ່າວ​ຕື່ມ​ວ່າ, ປັດ​ຈຸ​ບັນ, ການ​ພົວ​ພັນ​ຈີນ-ສ​ປ​ປ ເກົາຫລີ ​ໄດ້​ກ້າວ​ເຂົ້າ​ສູ່​ໄລ​ຍະ​ປະ​ຫວັດ​ສາດ​ໃໝ່. ຈີນ​ຍິນ​ດີ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ ​ແລະ​ ຮ່ວມ​ມື​ກັບ​ ສ​ປ​ປ ເກົາຫລີ ​ໃນ​ຂົງ​ເຂດ​ຕ່າງໆ ເຊັ່ນ: ກາ​ນ​ສຶກ​ສາ, ສາ​ທາ​ລະ​ນະ​ສຸກ, ກິ​ລາ, ສື່ມວນ​ຊົນ, ຊາວ​ໜຸ່ມ, ທ້ອງ​ຖິ່ນ ແລະ ອື່ນໆ ເພື່ອ​ເພີ່ມ​ຄວາມ​ຜາ​ສຸກ​​ໃຫ້​ແກ່​ປະ​ຊາ​ຊົນ​ສອງ​ຊາດ. ທ່ານ​ ...

Read More »

ສະພາ ຫວຽດນາມ ຜ່ານຮ່າງ ກົດໝາຍຢຶດໃບຂັບຂີ່

ຕາມຂ່າວຈາກ ນະຄອນຫຼວງ ຮ່າໂນ້ຍ ຫວຽດນາມ ເມື່ອວັນທີ 16 ມິຖຸນາວ່າ: ກອງປະຊຸມໃຫຍ່ຂອງ ຫວຽດນາມ ໄດ້ຜ່ານຮ່າງກົດໝາຍ ວ່າດ້ວຍການປ້ອງກັນ ແລະ ຄວບຄຸມ ອັນຕະລາຍ ແລະ ຜົນກະທົບ ທາງລົບຈາກການ ບໍລິໂພກ ເຄື່ອງດື່ມ ປະເພດມືນເມົາ ດ້ວຍຄະແນນ 450 ສຽງຈາກທັງ ໝົດ 480 ສຽງ. ວ່າ ຖ້າຫາກກວດພົບ ຜູ້ຂັບຂີ່ຍານ ພາຫະນະ ຜູ້ໃດ ທີ່ມີປະລິມານແອລກໍຮໍໃນຮ່າງກາຍ ບໍ່ວ່າຈະປະລິມານ ເທົ່າໃດກໍຕາມ, ໃບຂັບຂີ່ຂອງ ບຸກຄົນນັ້ນ ຈະຖືກຢຶດ ແລະ ລົບລ້າງທັນທີ. ກົດໝາຍດັ່ງກ່າວ ຈະມີຜົນບັງຄັບໃຊ້ ຢ່າງເປັນທາງການ ນັບແຕ່ປີໜ້າ ເປັນຕົ້ນໄປ.   ທີ່ມາ: ຂ່າວສານປະເທດລາວ

Read More »

ທ່ານ​ ສີ​ຈິ້ນ​ຜິງ​ ເດີນທາງຢ້ຽມຢາມ ລັດເຊຍ ພົບປະກັບ​ ທ່ານ​ ປູ​ຕິນ ທ່າມກາງຄວາມຂັດແຍ່ງທາງການຄ້າກັບອາເມລິກາ

ຕາມຂ່າວຊີອາໄອ, ວັນ​ທີ 5 ມິຖຸນາ​ນີ້ ທ່ານ​ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ຈະ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ລັດ​ເຊຍ​ ທາງ​ລັດ​ຖະ​ກິດ​ເປັນ​ຄັ້ງ​ທຳ​ອິດຫຼັງ​ຈາກ​ທ່ານ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ປະ​ທານ​ປະ​ເທດ​ຈີນ ອີກ​ສະ​ໄໝ​ໜຶ່ງ, ການ​ພົບ​ປະ​ກັນ​ລະ​ຫວ່າງ​ ທ່ານ ​ສີ​ຈິ້ນ​ຜິງ ກັບ ​ທ່ານ ​ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ​ລັດ​ເຊຍ ຈະ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຢ່າງ​ສູງ ເຊິ່ງ​ເວ​ລາ​ການ​ພົບ​ປະ​ໃກ້​ຈະ​ມາ​ເຖິງແລ້ວ. ທ່ານ​ ສີ​ຈິ້ນ​ຜິງ ໄດ້​​ສະ​ແດງ​ຄວາມ​ຮູ້​ສຶກ​ຕໍ່ການ​ພົວ​ພັນ​ແບບ​ສ່ວນ​ຕົວ​ລະ​ຫວ່າງ​ຕົນ​ ກັບ ​ທ່ານ​ ປູ​ຕິນ​ ດ້ວຍ​ຄຳ​ວ່າ “ນິໄສ​ເຂົ້າກັນ​ໄດ້”, “ເພື່ອນ​ມິດ​ທີ່​ຮູ້​ໃຈ​ກັນ”. ສ່ວນ​ທ່ານ​ປູ​ຕິນ​ໄດ້​ເອີ້ນ ທ່ານ​ ສີ​ຈິ້ນ​ຜິງ ​ເປັນ “ເພື່ອນມິດ​ທີ່​ດີ”, “ຄູ່​ຮ່ວມ​ທີ່​ໜ້າ​ເຊື່ອ​ຖື​ທີ່​ສຸດ”. ໃນ​ໄລ​ຍະ 6 ປີ​ຜ່ານ​ມາ, ທ່ານ​ສີ​ຈິ້ນ​ຜິງ ​ແລະ​ ທ່ານ ​ປູ​ຕິນ ​ໄດ້​ພົບ​ປະ​ກັນ​ເຖິງ 28 ຄັ້ງ. ການ​ແລກ​ປ່ຽນ​ພົບ​ປະ​ກັນ​ຢ່າງ​ເນື່ອງ​ນິດ​ລຽນ​ຕິດ​ແບບນີ້ ບໍ່​ພຽງ​ແຕ່​ສະ​ແດງ​ໃຫ້​ເຫັນ​ວ່າ ການ​ພົວ​ພັນ​ຈີນ-ລັດ​ເຊຍ​ມີ​ລະ​ດັບ​ສູງ ​ແລະ​ ມີ​ຄວາມ​ໝາຍ​ພິ​ເສດ​ເທົ່າ​ນັ້ນ ​ຍັງ​ສະ​ແດງ​ໃຫ້​ເຫັນ​ວ່າ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ຖື​ເປັນ​ບູ​ລິ​ມະ​ສິດ​ໃນ​ວາ​ລະ​ວຽກ​​ງານການ​ຕ່າງ​ປະ​ເທດ​ຂອງ​ໃຜ​ລາວ.

Read More »

ປະເທດຍີ່ປຸ່ນ ວາງແຜນ ຈະຜະລິດເງິນ ດິຈິຕອລ J-Coin ຂອງຕົນເອງ ພ້ອມເປີດໃຊ້ ປີ 2020 !!!

ປະເທດຍີ່ປຸ່ນ ຖືເປັນປະເທດໜຶ່ງ ທີ່ມີຄວາມຈະເລີນກ້າວໜ້າ ທາງດ້ານເຕັກໂນໂລຊີ ໂດຍສະເພາະແມ່ນ ໃນຂະແໜ່ງ ການເງິນ ເຕັກໂນໂລຊີ ( FinTech) ໂດຍມີການນໍາໃຊ້ Blockchain ແລະ Crytocurrencies ເຂົ້າມາ ພ້ອມມີກົດໝາຍຮັບຮອງເປັນທາງການ ກ່ຽວກັບການນໍາໃຊ້ Bitcoin ໃນຕົ້ນປີນີ້. ມີຫຼາຍຫ້າງຮ້ານບໍລິສັດ ໃນປະເທດຍີ່ປຸ່ນ ທີ່ໄດ້ເລີ້ມນໍາໃຊ້ ເງິນອີເລັກໂຕນິກ ເຂົ້າໃນການຈ່າຍເງິນ. ເຫັນໄດ້ຄວາມສໍາຄັນດັ່ງກ່າວ, ລັດຖະບານຍີ່ປຸ່ນ ຈຶ່ງຕັດສິນໃຈ ພັດທະນາໄປອີກຂັ້ນ ພັດທະນາເງິນອີເລັກໂຕຮນິກ ຂອງຕົນເອງ ໂດຍມີເປົ້າໝາຍ ສ້າງໃຫ້ສັງຄົມຍີ່ປຸ່ນ ກາຍເປັນສັງຄົມ ທີ່ບໍ່ໃຊ້ເງິນສົດ. ລະບົບເງິນອີເລັກໂຕຮນິກ J-Coin ນີ້ ຈະເປີດນໍາໃຊ້ເປັນທາງການ ກ່ອນການເປີດງານແຂ່ງຂັນ ກິລາໂອລິມປິກ 2020 ທີ່ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ !!! Japan Plans To Launch Their Own Digital Currency “J-Coin” By 2020 ! Japan is one of ...

Read More »

ມາເລເຊຍ ຈະຈັດສົ່ງຂີ້ເຫຍື້ອ 3 ພັນໂຕນ ກັບຄືນປະເທດຕົ້ນທາງ ສ່ວນຫຼາຍເປັນພັດທະນາແລ້ວ.

ອີງຕາມແຫຼ່ງຂ່າວ ກົວລາລຳເປີ, ວັນທີ 28 ພຶດສະພາ, ມາເລເຊຍ ຈະສົ່ງຂີ້ເຫຍືອປະເພດຢາງ ທີ່ບໍ່ສາມາດ ນຳໃຊ້ຄືນໃໝ່ໄດ້ ປະມານ 3.300 ໂຕນ ກັບໄປຍັງ ປະເທດຕົ້ນທາງເຊັ່ນ: ສ.ອາເມລິ ກາ, ອັງກິດ, ການາດາ ແລະ ອົດສະຕຣາລີເພື່ອບໍ່ໃຫ້ມາເລເຊຍ ກາຍເປັນສະຖານທີ່ ຖີ້ມຂີ້ເຫຍື້ອ ສຳລັບກຸ່ມປະເທດຮັ່ງມີ. ທ່ານນາງເຫຍົາບີ ຫຍິນ ລັດຖະມົນຕີວ່າການກະຊວງພະລັງງານ ແລະ ສິ່ງແວດລ້ອມຂອງມາເລເຊຍ ກ່າວເມື່ອວັນອັງຄານ ລະຫວ່າງການລົງພື້ນທີ່ທ່າເຮືອເປີລາບູຮັນກລັງ ຫຼື ພອດກລັງ ໃນລັດສະລັງງໍ ທາງພາກຕາເວັນຕົກຂອງປະເທດ ເພື່ອສໍາຫຼວດຕູ້ຄອນເທນເນີຫຼາຍຮ້ອຍຕູ້ ເຊິ່ງພາຍໃນເຕັມໄປດ້ວຍຂີ້ເຫຍື້ອຫຼາຍຊະນິດທີ່ສ່ວນໃຫຍ່ເປັນພລາສຕິກທີ່ຍາກແກ່ການຣີໄຊເຄິລ ແລະ ຍັງມີ “ຂີ້ເຫຍື້ອເປັນພິດ” ປົນເປື້ອນມານຳ. ໂດຍ ທ່ານນາງເຫຍົາ ກ່າວວ່າ ຂີ້ເຫຍື້ອເຫຼົ່ານີ້ ປະເທດຕົ້ນທາງ “ລັກລອບ” ຂົນສົ່ງມາຖິ້ມທີ່ມາເລເຊຍຕະຫຼອດໄລຍະເວລາຫຼາຍປີ ທີ່ຜ່ານມາ ຈາກການສໍາຫຼວດໃນເບື້ອງຕົ້ນ ທ່ານເຫຍົາ ແລະ ເຈົ້າໜ້າທີ່ຂອງໜ່ວຍງານທີ່ກ່ຽວຂ້ອງລົງມະຕິວ່າ ຈະສົ່ງຕູ້ຄອນເທນເນີບັນຈຸຂີ້ເຫຍື້ອ ລວມ 69 ຕູ້ ປະເມີນນ້ໍາໜັກໄດ້ປະມານ 3 ພັນໂຕ້ນ ຄືນກັບໄປປະເທດຕົ້ນທາງ ...

Read More »

ຄັກສຸດ!!! ປະເທດສິງກະໂປ ມີຕູ້ສູບຢານອກສະຖານ ບໍ່ທຳລາຍສິ່ງແວດລ້ອມ ແລະ ຄົນອ້ອມຂ້າງ

ຕາມແຫຼ່ງຂ່າວ ສິງກະໂປ, ເມື່ອບໍ່ດົນມານີ້, ບໍລິສັດ ເຊົາເທີຣນໂກລບ ຈຳກັດ (ເອສຊີຈີ) ເປັນຜູ້ໃຫ້ບໍລິການ ດ້ານໂລຈີສຕິກຂອງ ສິງກະໂປ ໄດ້ຕິດຕັ້ງ ຕູ້ສູບຢາຢູ່ສາທາລະນະ ເປັນແຫ່ງທຳອິດ ໃນພື້ນທ່ີ ຍ່ານວັນ-ນອດຊຶ່ງ ເປັນໃຈກາງ ທຸລະກິດຂອງ ສິງກະໂປ ເພື່ອອຳນວຍ ຄວາມສະດວກ ໃຫ້ແກ່ຜູ້ທີ່ ຕ້ອງການສູບຢາ, ທັງເປັນການຮັກສາສິ່ງແວດລ້ອມ ແລະ ຮັກສາສຸຂະພາບໃຫ້ແກ່ຜູ້ທ່ີບໍ່ໄດ້ສູບຢາ ແຕ່ມີຄວາມສ່ຽງໄດ້ຮັບອັນຕະລາຍ ແລະ ເປັນພະຍາດຮ້າຍແຮງ ຈາກການສູບ ເອົາຄວັນຢາສູບ. ສິງກະໂປເປັນ ປະເທດໜຶ່ງ ທ່ີມີກົດໝາຍກ່ຽວກັບ ການສູບຢາ ຢ່າງເຂັ້ມງວດທ່ີສຸດ ຂອງໂລກ ໂດຍລັດຖະບານ ແກ້ໄຂກົດ​​ໝາຍ ກຳນົດອາຍຸ ຂັ້ນຕ່ຳ ຂອງຜູ້ສູບຢາ ໃຫ້ເພີ່ມຂຶ້ນເປັນ 19 ປີ ໂດຍມີຜົນ ບັງຄັບໃຊ້ ນັບແຕ່ວັນທີ 1 ມັງກອນຜ່ານມາ. ນອກນັ້ນ ຖ້າເຈົ້າໜ້າທ່ີ ພົບຜູ້ໃດຝ່າຝືນ ດ້ວຍການອອກມາສູບ ຢາຢູ່ນອກພື້ນທ່ີ ກຳນົດໄວ້ ຢູ່ຕາມຖະໜົນ ຈະບໍ່ມີການຕັກເຕືອນອີກ ແຕ່ຈະຖືກຈັບ ແລະ ປັບໄໝຂັ້ນຕ່ຳ ...

Read More »

ສະຫະລັດ ປະກາດສະຖານະການສຸກເສີນ “ຫ້າມໃຊ້ອຸປະກອນສື່ສານ” ຂອງຈີນ

ກະຊວງການຄ້າຂຶ້ນບັນຊີດໍາບໍລິສັດ ເກືອບ 70 ແຫ່ງ ລວມເຖິງຫົວເຫວີຍ ເຂົ້າສູ່ລາຍຊື່ຜູ້ປະກອບການຈາກຕ່າງຊາດ ເຊິ່ງຖ້າບໍລິສັດຂອງອາເມຣິກາຕ້ອງພົວພັນການຄ້າຂາຍນຳ “ຕ້ອງມີໃບອະນຸຍາດກ່ອນ”. ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງວໍຊິງຕັນ ປະເທດສະຫະລັດ ອາເມຣິກາ ເມື່ອວັນພະຫັດ ທີ 16 ພຶດສະພາ ວ່າ ກະຊວງການຄ້າຂອງສະຫະລັດ ປະກາດເມື່ອວັນພຸດຂຶ້ນບັນຊີດໍາຫົວເຫວີ່ຍ ແລະ ບໍລິສັດອີກ 68 ແຫ່ງ ຈາກອີກຫຼາຍກວ່າ 20 ປະເທດ ເຂົ້າສູ່ລາຍຊື່ທີ່ຫ້າມຜູ້ປະກອບການຂອງອາເມຣິກາເຮັດການຄ້າຂາຍນຳ ຖ້າບໍ່ມີໃບອະນຸຍາດຈາກລັດຖະບານວໍຊິງຕັນກ່ອນ ເຊິ່ງຕາມຫຼັກການແລ້ວ ການຂໍໃບອະນຸຍາດດັ່ງກ່າວ “ກໍ່ບໍ່ແມ່ນເລື່ອງງ່າຍໆ” ໂດຍສະເພາະຢ່າງຍິ່ງ ເມື່ອຄໍາສັ່ງນີ້ ບັນຍັດໂດຍໃຊ້ອໍານາດພິເສດຂອງປະທານາທິບໍດີ ແລະ ມີການຈໍ້າກາລົງໃນບັນທຶກລັດຖະການ ພ້ອມເລກທະບຽນຄໍາສັ່ງ. The US Commerce Department has put Huawei on a trading blacklist. The Chinese tech giant says it has not ruled out legal action to ...

Read More »