ຂ່າວ ຕ່າງປະເທດ

ຣັດເຊຍຕໍ່ເວລາ ປິດປະເທດອອກໄປອີກຕື່ມ ຫວັງຄວບຄຸມ ໄວຣັດໂຄວິດ-19 ໃຫ້ອອກຈາກປະເທດ

ສຳນັກຂ່າວ ນະຄອນຫຼວງໂມດໂກ ຂອງຣັດເຊຍລາຍງານວ່າ ປະທານາທິບໍດີ ປູຕິນ ໄດ້ອອກຄຳສັ່ງຕໍ່ເວລາລ໋ອກດາວອອກໄປອີກ ຈາກຄຳສັ່ງເກົ່າແມ່ນວັນທີ 30 ເມສາ ແຕ່ຈະຕໍ່ຍາວຈົນຮອດວັນທີ 11 ພຶດສະພາ 2020 ເນື່ອງຈາກສະພາບການລະບາດຂອງພະຍາດໂຄວິດ-19 ໃນຣັດເຊຍຍັງມີຄວາມຫຍຸ້ງຍາກຫຼາຍ. ມາຮອດປັດຈຸບັນຣັດເຊຍມີຜູ້ຕິດເຊື້ອຈາກພະຍາດໂຄວິດ-19 ແລ້ວ 93.558 ຄົນ, ເສຍຊີວິດ 867 ຄົນ ເປັນອັນດັບ 8 ຂອງໂລກ ແລະ ປິ່ນປົວຫາຍດີແລ້ວ 8,456 ຄົນ ອີງຕາມການລາຍງານຂອງເວັບໄຊ #worldometers.info. ມາຮອດເຊົ້າມື້ນີ້ 8.20 ຕາມເວລາໃນປະເທດລາວ ທົ່ວໂລກມີຜູ້ຕິດເຊື້ອ 3.136.508 ຄົນ ແລະ ເສຍຊີວິດ 217.813 ຄົນ ໃນນັ້ນ ອາເມລິກາ ມີຜູ້ຕິດເຊື້ອ 1.035.765 ຄົນ ແລະ ເສຍຊີວິດ 59.266 ຄົນ, ແອສະປາຍ ມີຜູ້ຕິດເຊື້ອ 232.128 ຄົນ ແລະ ເສຍຊີວິດ 23.822 ຄົນ ແລະ ອີຕາລີ ມີຜູ້ຕິດເຊື້ອ 201.505 ຄົນ ແລະ ເສຍຊີວິດ 27.359 ...

Read More »

Facebook ເປີດຕົວ Messenger Rooms ໃຫ້ປະຊຸມອອນໄລ໌ ພ້ອມກັນໄດ້ 50 ຄົນ ໂດຍບໍ່ຈຳກັດເວລາ

  ຈາກກະແສ work from home (WFH)  ປະຊຸມແບບອອນໄລ ໄດ້ຖືກນຳເອົາມາໃຊ້ຢ່າງຫຼວງຫຼາຍໃນໄລຍະ Covid-19 ນີ້ ທີ່ຫຼາຍຄົນແມ່ນໄດ້ເຮັດວຽກຢູ່ເຮືອນ ສະນັ້ນ, Facebook ກໍບໍ່ພາດທີ່ຈະຈັບກະແສ ເປີດຕົວ Messenger Rooms ບໍລິການປະຊຸມແບບອອນໄລ໌ ມາແຊງທຸກຂໍ້ຈຳກັດ ຂອງແອັບປະຊຸມຂອງເຈົ້າອື່ນໆ.  1. ສາມາດ VDO Call  ພົບປະໂອ້ລົມ ປະຊຸມນຳກັນໃນຫ້ອງໄດ້ສູງສຸດ 50 ຄົນ 2.   ບໍ່ຈຳກັດເວລາໃນການປະຊຸມ 3. ບໍ່ຕ້ອງ Add friend ກັບຫົວໜ້າ ຫຼື ເພື່ອນຮ່ວມງານ ພຽງແຕ່ເຂົ້າຕາມລິ້ງປະຊຸມກໍໄດ້ເຂົ້າຫ້ອງປະຊຸມເລີຍ. 4. ໃສ່ພາບພື້ນຫຼັງໄດ້ ປັບໜູນໄດ້ 360 ອົງສາ  5. ມີ AR sticker  ໃຫ້ຫຼິ້ນ Facebook ສ້າງໂປຣແກຣມປະຊຸມອອນໄລ໌ແບບພີມຽມ ແຕ່ບໍ່ຕ້ອງເສຍເງິນ ໂດຍ Messenger Rooms ຈະເລີ່ມເປີດໃຫ້ໃຊ້ໄລຍະ 2-3 ອາທິດນີ້ໃຫ້ໃຊ້ກ່ອນບາງປະເທດ ແລະ ຈະຂະຫຍາຍໄປຍັງຜູ້ໃຊ້ງານທົ່ວໂລກໃນອາທິດຕໍ່ໆໄປ  ສິ່ງທີ່ນ່າສົນໃຈກໍຄື  Messenger Rooms ຈະຖືກອັບເດດລົງໃນແອັບ Facebook ...

Read More »

Bill Gates ເຕືອນ!!! 4 ທຸລະກິດ ກະທົບຍາວ ຝື້ນຕົວຍາກ ຫຼັງໂຄວິດ-19 ພ້ອມບອກວິທີແກ້ໄຂດ່ວນ

ຈາກສະຖານະການໄວຣັດ ໂຄວິດ-19 ລະບາດໄປທົ່ວໂລກ ຕັ້ງແຕ່ທ້າຍເດືອນ ທັນວາ 2019 ຜ່ານມາ, ປັດຈຸບັນ ເປັນໄລຍະ 4 ເດືອນແລ້ວ ໄດ້ຮັບຜົນກະທົບໄປເຕັມໆ ໂດຍສະເພາະເລື່ອງເສດຖະກິດທົ່ວໂລກຊຸດໂຊມລົງຢ່າງເຫັນໄດ້ຊັດເຈນ. ບິວເກດ ຜູ້ກໍ່ຕັ້ງ ໄມໂຄຊ໋ອບ ບຸກຄົນທີ່ຮັ່ງມີ ໃຈບຸນຂອງໂລກ ໄດ້ໃຫ້ອອກມາສຳພາດ ໃນລາຍການ  This is Working  ວ່າ:  ເຖິງວ່າສະຖານະການ ວິກິດ ໂຄວິດ-19 ຈະມິດງຽບໄປ ແຕ່ກໍຍັງຈະມິອຸດສາຫະກຳບາງຢ່າງ ຈະບໍ່ສາມາດກັບມາເປັນຄືເກົ່າໄດ້ອີກຕໍ່ໄປ  ຈົນກວ່າຈະມິວັກຊີນທີ່ສາມາດຮັກສາໄວຣັດໂຄວິດ-19 ໄດ້ຢ່າງແນ່ນອນ ການໃຊ້ຊີວິດຂອງຜູ້ບໍລິໂພກພາຍຫຼັງໂຄວິດ-19 ເປັນແບບໃດ?  ທຸລະກິດ ໂຮງງານ, ກໍ່ສ້າງ, ໂຮງຮຽນ ແລະ ອື່ນໆ….  ອາດຈະກັບມາເປັນປົກກະຕິ ໃນລະດັບໜຶ່ງ ແຕ່ທຸລະກິດ ແຕ່ກໍຈະມີທຸລະກິດທີ່ຖືກຜົນກະທົບໃນໄລຍະຍາວແນ່ນອນ. ບິວເກດ ຄາດການວ່າ ເຖິງວ່າ ສະຖານະການໂຄວິດ-19 ຈະຈົບລົງ ແຕ່ປະຊາຊົນຈະມີບົດຮຽນ ແລະ ມີຄວາມລະແວງໃຈ ແລະຈະຄິດຫຼາຍທີ່ຈະກັບໄປໃຊ້ຊີວິດແບບເກົ່າໆເຊັ່ນ:  ການໄປງານ Event, ການເດີນທາງໂດຍຍົນ ແລະ ລວມໄປເຖິງການຈະໄປກໍ່ໜີ້ໄລຍະຍາວ ເຊັ່ນ: ອາສັງຫາລິມະຊັບ. 4 ...

Read More »

ບັນດາອົງການສາກົນ ຮຽກຮ້ອງໂຈະການເກັບໜີ້ປະເທດທຸກຍາກ

ຕາມຂ່າວສານ ຫວຽດນາມ,  ບັນດາອົງການສາກົນ ໄດ້ຮຽກຮ້ອງໃຫ້ໂຈະ ເກັບໜີ້ ບັນດາປະເທດ ທຸກຍາກ. ໃນວັນທີ 7 ເດືອນເມສາ 2020 , ມີ 140 ກຸ່ມເຄື່ອນໄຫວ ແລະ ບັນດາ ອົງການ ​ເມດ​ຕາ​ຈິດ ໄດ້ຮຽກຮ້ອງ ໃຫ້ກອງທຶນ ເງິນຕາສາກົນ (IMF), ທະນາຄານໂລກ (WB), ບັນດາ ປະເທດ ກຸ່ມພຶ້ນຖານ ເສດຖະກິດ ພັດທະນາ ເກີດໃໝ່ ແຖວໜ້າ ຂອງໂລກ (G20) ພ້ອມດ້ວຍ ບັນດາ ເຈົ້າໜີ້ ພາກເອກະຊົນ ໃຫ້ໂຈະການຊຳລະໜີ້ ກັບ ບັນດາປະເທດ ທຸກຍາກ ທີ່ສຸດໃລກ ເພື່ອສາມາດ ຜ່ານຜ່າວິກິດການ ພະຍາດໂຄວິດ-19. ຂະນະດຽວກັນ, ສະຫະພັນເອີຣົບ(EU) ໄດ້ສະເໜີບ້ວງເງິນ 15 ຕື້ເອິໂຣ (164 ຕື້ໂດລາສະຫະລັດ) ເພື່ອຊ່ວຍບັນດາປະເທດ ທຸກຍາກໃນໂລກ ຕ້ານພະຍາດ ໂຄວິດ-19 ແລະ ພວມໄດ້ຮັບຜົນກະທົບ ໃນການດຳລົງຊິວິດ. ທ່ານນາງເອີຊູລາ ວອນເດີເລເຢນ ...

Read More »

ການຄ້າໂລກປີນີ້ ຈະຕົກຕໍ່າກວ່າ 30% ຈາກວິກິດໂຄວິດ-19

ອົງການການຄ້າໂລກອອກບົດລາຍງານຄາດຄະເນວ່າ: ປະລິມານການຄ້າຈະຕົກຕໍ່າລະຫວ່າງ13-32% ໃນປີ 2020 ຂະນະທີ່ການລະບາດຂອງໂຄວິດ-19 ສົ່ງຜົນກະທົບຕໍ່ກິດຈະກໍາທາງເສດຖະກິດ ແລະ ການດໍາລົງຊີວິດຂອງປະຊາກອນໂລກ. ຜົນກະທົບຈາກໂຄວິດ-19 ທີ່ມີຕໍ່ປະລິມານການຄ້າໂລກໃນປີນີ້ຈະມີຄວາມຮ້າຍແຮງກວ່າວິກິດການການເງິນໂລກ ໃນປີ 2008. ນອກຈາກນີ້,ບົດລາຍງານໃຫ້ຮູ້ວ່າ:ການຟື້ນຄືນໃນປີໜ້າຍັງບໍ່ມີຄວາມແນ່ນອນໂດຍຈະຂຶ້ນຢູ່ກັບໄລຍະເວລາການລະບາດຂອງພະຍາດ ແລະ ປະສິດທິພາບຂອງນະໂຍບາຍທີ່ປະເທດຕ່າງໆນໍາມາໃຊ້. ຢ່າງໃດກໍຕາມ,ທ່ານ ໂຣແບ ອາເຊເວໂດ ຜູ້ອໍານວຍການໃຫຍ່ອົງການການຄ້າໂລກກ່າວວ່າ: ຫາກທຸກປະເທດຮ່ວມມືກັນຈະເຫັນການຟື້ນຄືນທາງເສດຖະກິດທີ່ວ່ອງໄວກວ່າເມື່ອປຽບທຽບກັບການທີ່ແຕ່ລະປະເທດອອກນະໂຍບາຍແຕ່ພຽງລໍາພັງ. ທີ່ມາ: ຂ່າວເສດຖະກິດ-ການຄ້າ

Read More »

ອິນ​ໂດ​ເນ​ເຊຍ ສູນ​ເສຍ ​ບຸກຄະລາ​ກອນ ​ການ​ແພດ​ແລ້ວ 24 ຄົນ​ ຈາກ​ໂຄ​ວິດ-19

ຕາມ​ຂ່າວ​ຈາກ​ນະຄອນຫລວງ ຈາ​ກາ​ຕາ, ວັນ​ທີ 7​ ເມສາ​ນີ້, ອິນ​ໂດ​ເນ​ເຊຍ ​ເປີດ​ເຜີຍ ຍອດ​ຜູ້​ເສຍ​ຊີວິດ ຈາກ ​ເຊື້ອ​ພະຍາດ​ ໂຄ​ວິດ-19 ​ພາຍໃນ​ປະ​ເທດ ​ເພີ່ມ​ຂຶ້ນ ຢ່າງ​ໜ້ອຍ 209 ຄົນ ​ໃນ​ນີ້ ມີ​ພະນັກງານແພດ 24 ຄົນ ​ເພີ່ມ​ຂຶ້ນ​ເປັນ 2​ ເທົ່າ ເມື່ອທຽບໃສ່ ຕົວເລກ ສະຖິຕິ​ ໃນ​ອາທິດ​ຜ່ານ​ມາ ​ເນື່ອງ​ຈາກ​ ການ​ຂາດ​ແຄນ​ ດ້ານ​ອຸປະກອນ ​ການ​ແພດ ​ສຳລັບ ​ເຈົ້າໜ້າ​ທີ່​ ສາທາລະນະ​ສຸກ ​ໂດຍ​ສະ​ເພາະ ຊຸດ​ປ້ອງ​ກັນ ທາງ​ການ​ແພດ. ຂະນະ​ດຽວ​ກັນ ສະຖານະ​ການ ​ທີ່​ເກີດຂຶ້ນ ຍັງ​ບົ່ງ​ບອກ ເຖິງຄວາມ​ສ່ຽງ ​ໃນ​ລະດັບ​ສູງ ຂອງ​ ການ​ຕິດ​ເຊື້ອ ​ພະຍາດ​ໂຄ​ວິດ-19 ​ໃນ​ກຸ່ມ​ບຸກຄະລາ​ກອນ​ການ​ແພດ​ ອາດຈະ​ເກີດ​ຂຶ້ນ​ໄດ້​ ໃນທຸກ​ເວລາ. ທີ່ມາ: ຂ່າວສານປະເທດລາວ

Read More »

ສ.ອາເມລິກາ ຍອດຜູ້ຕິດເຊື້ອມື້ດຽວແຊງ ສປ ຈີນ ເພີ່ມ 17,224 ຄົນ

Worldometers ເປັນເວັບໄຊທີ່ລວມສະຖິຕິສະຖານະການ ຂອງໄວຣັດໂຄວິດ-19 ໄດ້ເຜີຍແຜ່ຂໍ້ມູນຜູ້ຕິດເຊື້ອທົ່ວໂລກ ປະຈຳວັນທີ 27 ມີນາ 2020 ມີຜູ້ເຊື້ອທົ່ວໂລກເພີ່ມຂຶ້ນເລື້ອຍໆ ຕະຫຼອດເວລາ ພົບຜູ້ຕິດເຊື້ອລວມ 532,119 ຄົນ ແລະ  ເສຍຊີວິດ 24,089 ຄົນ ຮັກສາຫາຍ 124,326 ຄົນ. ຈາກສະຖິຕິ ຂອງມື້ວານນີ້ 26 ມີນາ 2020 ຈະເຫັນໄດ້ວ່າຍອດຜູ້ຕິດເຊື້ອຂອງ ສ.ອາເມລິກາ  ເພີ່ມຂຶ້ນ 17,224 ຄົນ ເຮັດໃຫ້ຜູ້ຕິດເຊື້ອໂຄວິດ-19 ລວມ 85,594 ຄົນ ໂດຍເມືອງທີ່ພົບຄົນຕິດເຊື້ອຫຼາຍທີ່ສຸດຄື New york ພົບຜູ້ຕິດເຊື້ອລວມ 38,977 ຄົນ ໃນຂະນະນີ້ ສ.ອາເມລິກາ ມີຜູ້ເສຍຊີວິດ 1,300 ຄົນ ຍອດຜູ້ຕິດເຊື້ອເພີ່ມຂຶ້ນຢ່າງຕໍ່ເນື່ອງ ເຮັດໃຫ້ ອາເມລິກາ ເປັນອັນດັບ 1 ຂອງປະເທດທີ່ມີປະຊາກອນຕິດເຊື້ອໂຄວິດ-19 ຫຼາຍທີ່ສຸດໃນໂລກ. ຂໍ້ມູນຈາກ: ejan.co

Read More »

ໂຄວິດ – 19 ສ້າງວິກິດໃຫ້ກັບການບິນລາວ ພັກວຽກພະນັກງານຊົ່ວຄາວ

ການລະບາດຂອງພະຍາດໂຄວິດ – 19 ສ້າງຜົນກະທົບໃຫ້ພາກທຸລະກິດເປັນວົງ ກວ້າງ ໂດຍສະເພາະການບິນລາວລາຍຮັບຫຼຸດລົງເກືອບ ເຄິ່ງ. ດັ່ງນັ້ນ, ເພື່ອປະຢັດລາຍຈ່າຍ ລັດວິສາຫະກິດການບິນລາວ ຈຳເປັນຕ້ອງໃຫ້ພະນັກງານພັກວຽກຊົ່ວຄາວ ໂດຍບໍ່ເອົາເງິນເດືອນຈົນກວ່າສະພາບຈະດີຂຶ້ນ. ພ້ອມນັ້ນ, ກໍໄດ້ໂຈະຖ້ຽວບິນໄປປະເທດທີ່ມີຄວາມສ່ຽງຂອງການລະບາດຂອງເຊື້ອພະຍາດດັ່ງກ່າວ. ທ່ານ ບຸນມາ ຈັນທະວົງສາ ຜູ້ອຳນວຍການໃຫຍ່ລັດວິສາຫະກິດການບິນລາວ ເປີດເຜີຍໃນວັນທີ 4 ກຸມພາ 2020 ວ່າ: ພາຍຫຼັງທີ່ເກີດມີການລະບາດຂອງ ພະຍາດໂຄວິດ – 19 ( COVID – 19 ) ເຮັດໃຫ້ລາຍຮັບຈາກການຂາຍປີ້ຍົນຫຼຸດລົງ 50%. ພ້ອມດຽວກັນ, ພວກເຮົາຍັງໄດ້ໂຈະຊົ່ວຄາວສຳລັບເສັ້ນທາງບິນໄປປະເທດທີ່ມີຄວາມສ່ຽງຄືໄປ ສປ ຈີນ ແລະ ສ.ເກົາຫຼີ. ສຳລັບຖ້ຽວບິນໄປ ສ.ເກົາຫຼີ ແມ່ນໄດ້ຢຸດແຕ່ວັນທີ 29 ກຸມພາເປັນຕົ້ນມາ, ສ່ວນເສັ້ນທາງບິນໄປ ສປ ຈີນ ແມ່ນໄດ້ຢຸດມາແຕ່ຕົ້ນເດືອນກຸມພາ ແຕ່ໄດ້ເລີ່ມເປີດຄືນບາງເສັ້ນທາງຄື ວຽງ ຈັນ – ຄຸນໝິງ 3 ຖ້ຽວຕໍ່ອາທິດ ( ເລີ່ມເປີດວັນທີ 1 ມີນາ ...

Read More »

ສະຖານທູດລາວ ປະຈຳ ສ.ເກົາຫລີ ແຈ້ງເຖິງຄົນລາວທີ່ອາໄສຢູ່ ສ.ເກົາຫລີ ເລື່ອງການແຜ່ລະບາດຂອງເຊື້ອໂລກ COVID-19 ໃນ ສ.ເກົາຫລີ

ຕາມການລາຍງານຂ່າວຂອງສື່ທາງການຂອງ ສ.ເກົາຫລີ ໃຫ້ຮູ້ວ່າ: ການແຜ່ລະບາດຂອງເຊື້ອໂລກ COVID-19 ໃນ ສ.ເກົາຫລີ ໄດ້ເພີ່ມຂຶ້ນຢ່າງວ່ອງໄວໃນອາທິດທີ່ຜ່ານມາ, ລ່າສຸດມີຜູ້ຕິດເຊື້ອ ຈຳນວນ 893 ຄົນ, ເສຍຊີວິດແລ້ວ 8 ຄົນ (ສະຖິຕິວັນທີ 25 ກຸມພາ 2020) ໂດຍສະເພາະໃນນະຄອນແດກູ ແລະ ແຂວງຟອງຊາງເຫນືອ ມີຜູ້ຕິດເຊື້ອຫລາຍທີ່ສຸດ. ສະນັ້ນ, ຈຶ່ງຂໍແຈ້ງເຕືອນຊາວລາວທີ່ດໍາລົງຊີວິດ ຢູ່ ສ.ເກົາຫລີ ທຸກທ່ານໃຫ້ຫລີກລ້ຽງການເດີນທາງໄປຍັງພື້ນທີ່ທີ່ພົບຜູ້ຕິດເຊື້ອຈໍານວນຫຼາຍ, ສໍາລັບຜູ້ທີ່ອາໄສພື້ນທີ່ດັ່ງກ່າວ ຂໍໃຫ້ຫຼີກລ້ຽງການເດີນທາງໄປພື້ນທີ່ສ່ຽງ ຫຼື ມີກິດຈະກຳການຊຸມນຸມຂອງຄົນຈໍານວນຫຼາຍ, ພ້ອມນັ້ນ ກໍໃຫ້ມີສະຕິລະມັດລະວັງ, ເອົາໃຈໃສ່ຮັກສາສຸຂະພາບໃຫ້ແຂງແຮງ, ໝັ້ນລ້າງມືໃຫ້ສະອາດ, ສໍາລັບຜູ້ທີ່ມີອາການໄອ, ຈາມ, ໄຂ່ ຫຼື ມີຄວາມຜິດປົກກະຕິບໍລິເວນທາງເດີນຫາຍໃຈ ຫຼື ສົງໄສວ່າມີການຕິດເຊື້ອດັ່ງກ່າວ ໃຫ້ຮີບໄປພົບແພດເພື່ອຮັບການກວດກາ ຫຼື ຖ້າພົບກໍລະນີເຈັບປ່ວຍສົງໄສ ຂໍໃຫ້ຕິດຕໍ່ກົມຄວບຄຸມໂລກ ສ.ເກົາຫລີ ໝາຍເລກໂທລະສັບ 1339 ຫຼື ສຳນັກງານກວດກາຄົນເຂົ້າອອກເມືອງ ສ.ເກົາຫລີ ເຊິ່ງເປີດບໍລິການໃຫ້ຄໍາປຶກສາ ແລະ ຊ່ວຍເຫຼືອຄົນຕ່າງປະເທດທີ່ອາໄສຢູ່ ສ.ເກົາຫລີ ກໍລະນີກ່ຽວຂ້ອງກັບ COVID-19 ຕະຫຼອດ ...

Read More »

ຈີນ ພະຍາຍາມສຸດຄວາມສາມາດ ເພື່ອໃຫ້ຄົນເຈັບ ແລະ ຜູ້ເສຍຊີວິດ ຈາກໄວຣັດໂຄໂຣນາ ຫຼຸດລົງ

ປັດຈຸບັນນີ້, ລັດຖະບານຈີນ ໄດ້ສຸມທຸກກຳລັງເຂົ້າໃນການປິ່ນປົວຜູ້ເຈັບ ແລະ ພະຍາຍາມສຸດຂີດ ຄວາມສາມາດເພື່ອເຮັດໃຫ້ຈຳນວນຄົນເຈັບ ແລະ ຜູ້ເສຍຊີວິດ ຈາກພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ ຫຼື ໄວຣັດໂຄໂຣນາ ຫຼຸດລົງ. ທ່ານ ຈຽງ ຈາຍຕົງ ເອກອັກຄະລັດຖະທູດຈີນ ປະຈໍາ ສປປ ລາວ ໃຫ້ສຳພາດໃນວັນທີ 3 ກຸມພາ 2020 ວ່າ: ປະເທດຈີນ ໄດ້ສ້າງຕັ້ງລະບົບການປ້ອງກັນ ແລະ ຄຸ້ມຄອງທີ່ຮອບດ້ານ ແລະ ມີຫຼາຍລະດັບ, ພ້ອມທັງປຸກລະດົມທົ່ວສັງຄົມ ເດັດດ່ຽວສະກັດກັ້ນການແຜ່ລາມຂອງພະຍາດດັ່ງກ່າວນີ້. ໃນຂະນະດຽວກັນ ກໍໄດ້ສ້າງທີມງານນັກຊ່ຽວຊານທາງດ້ານເຕັກນິກວິທະຍາສາດ ເພື່ອເລັ່ງຄົ້ນຄວ້າວັກແຊງຕ້ານພະຍາດ ແລະ ຮັບຮອງເອົາຢາປົວພະຍາດທີ່ມີຜົນດີໃຫ້ທັນທີ ແລະ ນໍາໃຊ້ໃນໂຮງໝໍໂດຍໄວ. ພ້ອມກັນນັ້ນ ລັດຖະບານຈີນ ຍັງໄດ້ປຸກລະດົມສັງຄົມໃນທົ່ວປະເທດ ເພື່ອປະສານງານ ແລະ ຂົນຂວາຍທ່ານໝໍ, ພະຍາບານ, ເຄື່ອງມືການແພດ ແລະ ເຄື່ອງໃຊ້ປະຈໍາວັນຂອງປະຊາຊົນ ໃຫ້ສາມາດເຂົ້າເຖິງບ່ອນທີ່ຕ້ອງການໂດຍໄວໄດ້. ຄວາມພະຍາຍາມຂອງຈີນໃນຄັ້ງນີ້ ໄດ້ຮັບການຍ້ອງຍໍຊົມເຊີຍຈາກປະຊາຄົມໂລກ. ຂ່າວ: ຊາຍຄົນເດີມ ທີ່ມາ: ຂ່າວສານປະເທດລາວ.

Read More »