Mark zuckerberg ປະກາດ Face book ຈະເນັ້ນຄວາມເປັນສ່ວນຕົວຂອງຜູ້ໃຊ້ງານ

Mark zuckerberg ປະກາດວ່າ ເຟສບຸກຈະເນັ້ນຄວາມເປັນສ່ວນຕົວ ເພີ່ມທາງເລືອກໃຫ້ສາມາດໂພສຊົ່ວຄາວໄດ້ຕາມຕ້ອງການ ເພີ່ມການເຊື່ອມຕໍ່ກັນກັບແອັບອື່ນໆ ແລະ ສ້າງສູນຂໍ້ມູນເພີ່ມໃນປະເທດເປັນປະຊາທິປະໄຕ.

Mark zuckerberg ໂພສໃນເຟສບຸກສ່ວນຕົວ ປະກາດເຖິງທິດທາງໃນອະນາຄົດຂອງເຟສບຸກວ່າ ຈະເນັ້ນ 4 ເລື່ອງຕໍ່ໄປນີ້:….

  • ເນັ້ນຄວາມເປັນສ່ວນຕົວ ແລະ ການເຂົ້າລະຫັດການແຊັດ ເພື່ອໃຫ້ຜູ້ໃຊ້ໝັ້ນໃຈວ່າ ຄົນອື່ນຈະບໍ່ສາມາດອ່ານຂໍ້ຄວາມຂອງທ່ານໄດ້ ບໍ່ວ່າຈະເປັນແຮັກເກີ້ ຫຼື ເຈົ້າໜ້າທີ່ລັດ ຫຼື ແມ້ແຕ່ຈາກທີມງານເຟສບຸກເອງ
  • ເພີ່ມທາງເລືອກໃຫ້ໂພສຂໍ້ຄວາມ,​ ຮູບ ຫຼື ຄຼິບໄດ້ຊົ່ວຄາວໄດ້ຕາມຄວາມຕ້ອງການ ຈະເປັນປີ, ເປັນເດືອນ, ເປັນຊົ່ວໂມງ ຫຼື ເປັນນາທີໄດ້.
  • ເພີ່ມການເຊື່ອມຕໍ່ກັນລະຫວ່າງ Facebook, Messenger, Instagram, ແລະ WhatsApp ໂດຍສະເພາະແຊັດສ່ວນຕົວ
  • ສ້າງສູນຂໍ້ມູນເພີ່ມໃນປະເທດຕ່າງໆ ແຕ່ຈະບໍ່ສ້າງໃນປະເທດທີ່ຈຳກັດສິດທິມະນຸດ ເພາະສ່ຽງທີ່ຈະຖືກລັດຖະບານປະເທດນັ້ນໆ ແຊກແຊງ.

ຫຼັງຈາກຜູ້ນຳປະກາດທິດທາງແບບນີ້ ຝ່າຍທີມວິສາວະກຳ, ນັກພັດທະນາ ກໍຕ້ອງໄປພັດທະນາຕໍ່ ສ່ວນຝ່າຍຜູ້ໃຊ້ງານຄືເຮົາເຈົ້າຂ້ອຍກໍລໍຖ້າເບິ່ງກັນໄປວ່າ ເຟສບຸກຈະເພີ່ມຟີເຈີ້ ຫື ລູກຫຼິ້ນໃຫມ່ໆມາໃຫ້ເຮົາໃຊ້ກັນແບບໃດ.

ຂ່າວ:  facebook.com/notes/mark-zuckerberg/a-privacy-focused-vision-for-social-networking/10156700570096634
ພາບຈາກ:
facebook.com/markzuckerberg

Comments