ຂ່າວ ຕ່າງປະເທດ

ຜົນວິໄຈພົບວ່າ!!! ຜູ້ອາຍຸສູງ ມັກແຊຣ໌ຂ່າວປອມຫຼາຍກວ່າໄວອື່ນ

ທີມນກວິໄຈຈາກມະຫາວິທະຍາໄລ New York ແລະ Princeton ໄດ້ເປີດເຜີຍຜົນວິໄຈ ສຳຫຼວດກຸ່ມຕົວຢ່າງຊາວອາເມລິກາ 3.500 ຄົນ ພົບວ່າ ໄວກຸ່ມຄົນທີ່ແຊຣ໌ຂ່າວປອມຫຼາຍທີ່ສຸດຄືກຸ່ມອາຍຸ 65 ປີຂຶ້ນໄປ. ການທີ່ຈະຕັດສິນວ່າ ຂ່າວໃດປອມນັ້ນ ທີມງານໄດ້ກວດສອບລິ່ງຈ່າວທີ່ຖືກແຊຣ໌ ທຸກລິ່ງ ແລະ ຍັງສົມທຽບກັບລາຍຊື່ບັນຊີດຳທີ່ລວມຊື່ເວັບໄຊຂ່າວປອມໃນອາດີດ ເຊິ່ງລວລວມໂດຍ  Craig Silverman ນັກຂ່າວຂອງ BuzzFeed. ຜົນສຳຫຼວດຄື ຜູ້ອາຍຸສູງ ຊາວອາເມລິກັນເຫຼົ່ານີ້ ແຊຣ໌ຂ່າວປອມຫຼາຍເຖິງ 11% ສ່ວນກຸ່ມໄວທີ່ແຊຣ໌ຂ່າວປອມໜ້ອຍທີ່ສຸດໃນສະຫະລັດຄື ຄົນອາຍຸ 18-29 ປີ ເຊິ່ງມີພຽງ 3% ເທົ່ານັ້ນ. ທີ່ມາ: https://www.theverge.com/2019/1/9/18174631/old-people-fake-news-facebook-share-nyu-princeton https://gadgets.ndtv.com/social-networking/news/facebook-helps-reunite-siblings-after-65-years-317237

Read More »

ສຸດຍອດຄວາມລໍ້າໜ້າ!! ຫົວເຫວີຍເປີດຕົວ 5G ເປັນຄັ້ງທຳອິດຂອງໂລກ

ສຳນັກຂ່າວຊິນຫົວລາຍງານໃນວັນທີ 18 ກຸມພາ 2019 ວ່າ ບໍລິສັດຫົວເຫວີຍ ລາຍໃຫ່ຍດ້ານເຕັກໂນໂລຊີຂອງຈີນ ເປີດຕົວລະບົບ 5 ຈີ ໃນອາຄານເປັນຄັ້ງທຳອິດຂອງໂລກ ທີ່ສະຖານີລົດໄຟຫົງສຽວຂອງນະຄອນຊຽງໄຮ້ ໜຶ່ງໃນອາຄານຜູ້ໂດຍສານທີ່ສຳຄັນໃນເຄືອຂ່າຍລົດໄຟຂອງຈີນ ໂດຍໄດ້ອັບເດດບໍລິການອິນເຕີເນັດພາຍໃນສະຖານີ ເຊິ່ງເຮັດໃຫ້ສະຖານີລົດໄຟແຫ່ງນີ້ ເປັນ Smart ສະຖານີທີ່ສຸດໃນໂລກ ໂຄງການດັ່ງກ່າວນັບເປັນກ້າວສຳຄັນແຫ່ງວິວັດທະນາການຂອງເຄືອຂ່າຍທາງລົດໄຟແດນມັງກອນ ເຊິ່ງລວມເອົານະວັດຕະກຳ ແລະ ເຕັກໂນໂລຊີທີ່ທັນສະໄໝຫຼາຍຢ່າງໄວ້ດ້ວຍກັນ ເຊັ່ນການຈື່ຈຳໃບໜ້າແທນການໃຊ້ປີ້, ການໃຊ້ແອັບໃນສະມາດໂຟນສົ່ງອາຫານ ມາສົ່ງໃນລະຫວ່າງການເດີນທາງຢູ່ລົດໄຟເປັນຕົ້ນ ຈາກຖະແຫຼງຂ່າວຢູ່ເວັບໄຊຂອງບໍລິສັດ ຈົນເຖິງທ້າຍເດືອນມັງກອນຜ່ານມາ ຫົວເຫວີຍໄດ້ເຂົ້າຮ່ວມເປັນພັນທະມິດການຄ້າກັບພາດເນີ 5 ຈີ ຫຼາຍກ່ວາ 50 ຄົນ ໃນທົ່ວໂລກ ແລະ ໄດ້ສ້າງສະຖານີ 5 ຈີ ແລ້ວຫຼາຍກ່ວາ 25.000 ແຫ່ງທົ່ວໂລກ ທີ່ມາ: ABC Laos news ສຳນັກຂ່າວເອບີຊີລາວ

Read More »

ຜົນວິໄຈ ບອກວ່າ ຄົນເຮົາຈະມີຄວາມສຸກເພີ່ມຂຶ້ນ ຖ້າຢຸດຫຼິ້ນເຟສບຸກ 1 ເດືອນ.

ເຟສບຸກ “FaceBook” ກາຍເປັນສື່ສັງຄົມອອນໄລ໌ທີ່ຄົນເຮົາສ່ວນຫຼາຍນັບທັງແອັດມິນເອງກໍຕິດໂລກອອນໄລ໌ເປັນທີ່ສຸດ 5555 ຫຼາຍຕໍ່ຫຼາຍຄົນເຖິງຂັ້ນຕ້ອງໄດ້ເປີດໂທລະສັບມືຖືສະມາດໂຟນເລື່ອນເບິ່ງໜ້າຟີດຂ່າວເຟສບຸກຢູ່ຕະຫຼອດເວລາ ແບບວ່າປາສະຈາກໄປ ບໍ່ໄດ້ ບໍ່ວ່າຈະເຂົ້າຫ້ອງນໍ້າ, ກິນເຂົ້າ, ກ່ອນນອນ…..ຈົນມັນກາຍເປັນສ່ວນໜຶ່ງຂອງກິດຈະວັດປະຈຳວັນໃນການໃຊ້ຊີວິດຂອງຄົນເຮົາໄປແລ້ວ. ມີລາຍງານວິໄຈຈາກ New York University and Stanford ຊີ້ໃຫ້ເຫັນວ່າ ຜູ້ໃຊ້ເຟສບຸກຈະມີຄວາມສຸກກັບການໃຊ້ຊີວິດຫຼາຍຂຶ້ນ ແລະ ມີຄວາມວິຕົກກັງວົນ,​ຄິດຫຼາຍ, ຄວາມຄຽດໜ້ອຍລົງ ຈາກການຢຸດຫຼິ້ນເຟສບຸກ ເພາະພວກເຂົາ ມີກິດຈະກຳຫຼາຍສິ່ງຫຼາຍຢ່າງທີ່ຕ້ອງເຮັດ ບໍ່ວ່າຈະເປັນການພົບປະກັບໝູ່ເພື່ອນ, ທ່ອງທ່ຽວກັບຄອບຄົວ ແລະ ເບິ່ງໂທລະພາບ ໂດຍບໍ່ຕ້ອງເສຍເວລາກັບການຕິດຕາມຂ່າວຄາວຕ່າງໆທີ່ຫຼາກຫຼາຍໃນໜ້າຟີດຂ່າວ ທີ່ມີຂ່າວດີແດ່ບໍ່ດີແດ່, ມີທັງໂຄສະນາທີ່ລໍໜ້າລໍຕາລໍໃຈເຮັດໃຫ້ເຮົາຢາກຊື້ສິນຄ້ານັ້ນນີ້ ມາໃຫ້ຄິດແບບເຈັບຫົວ. ແຕ່ຜົນວິໄຈນີ້ ກໍບໍ່ໄດ້ໂນ້ມນ້າວໃຈໃຫ້ຄົນລົບເຟສບຸກອອກຈາກມືຖື ເນື່ອງຈາກຜົນວິໄຈນີ້ຍັງມີຫຼາຍເລື່ອງທີ່ຕ້ອງພິຈາລະນະ ໂດຍ  TechCrunch ທີ່ມາ: https://www.blognone.com/node/107892

Read More »

ບໍລິສັດໄອທີຍັກໃຫຍ່ຂອງໂລກ ແຫ່ກັນລົງທຶນຫຼາຍຮ້ອຍລ້ານໂດລາ ເພື່ອເຮັດສິ່ງນີ້…

ບໍລິສັດຍັກໃຫຍ່  ໄອທີໂລກ  Microsoft, Google, Facebook   ແຫ່ພາກັນລົງທຶນຫຼາຍຮ້ອຍລ້ານໂດລາ ເພື່ອສ້າງເຮືອນ ແລະ ທີ່ຢູ່ອາໄສ ລາຄາຖືກ ໃນເມືອງທີ່ຕັ້ງສຳນັກງານໃຫຍ່ຂອງບໍລິສັດຂອງຕົນເອງ ໂດຍທັງໝົດນີ້ມີໃຫ້ປະຊາຊົນທົ່ວໄປໃນເມືອງ ບໍ່ໄດ້ຈຳກັດສະເພາະພະນັກງານ, ພ້ອມທັງໃຫ້ສິນເຊື່ອກູ້ຍືມ ແລະ ຍັງມີເງິນຊ່ວຍເຫຼືອຄົນທຸກຍາກ ຂາດທີ່ຢູ່ອາໄສ ອີກດ້ວຍ. ຫວັງວ່າຈະຫຼຸດອາສະຍາກຳອ້ອມຮອບສຳນັກງານໃຫຍ່ ແລະ ຫຼຸດຄ່າຄອງຊີບລົງ  ມີຜົນດີທາງອ້ອມພະນັກງານທີ່ມີລາຍໄດ້ໜ້ອຍອີກດ້ວຍ. ໃນ ອາເມລິການັ້ນ ທຸລະກິດໄອທີມັກຈະມີການຈ່າຍເງິນເດືອນສູງກວ່າພາກອື່ນໆ ສົ່ງຜົນໃຫ້ເມືອງທີ່ຕັ້ງສຳນັກງານໃຫຍ່ຂອງບໍລິສັດເຫຼົ່ານັ້ນ ມັກມີຄ່າຄອງຊີບສູງ ແລະ ລາຄາເຮືອນ ແລະ ຄ່າເຊົ່າຫ້ອງພັກກໍລາຄາແພງຂຶ້ນໄປນຳ. ສຸດທ້າຍກໍສົ່ງຜົນກະທົບຕໍ່ຜູ້ທີມີລາຍໄດ້ໜ້ອຍ-ປານກາງ ໃນເຂດນັ້ນໆເຊັ່ນ:ເກີດມີບັນຫາປາກົດການຫຍໍ້ທໍ້, ເກີດອະສະຍາກຳ, ປຸ້ນຈີ່ຊິງຊັບ ແລະ ເຮັດໃຫ້ພະນັກງານທີ່ມີລາຍໄດ້ຕໍ່າຂອງບໍລິສັດເຫຼົ່ານັ້ນເອງກໍມີຄ່າຄອງຊີບສູງ. ນີ້ຄືເຫດຜົນຫຼັກໆທີ່ ບໍລິສັດໄອທີຍັກໃຫຍ່ ສ້າງທີ່ຢູ່ອາໄສ.  ລ່າສຸດ Microsoft  ເຊິ່ງມີສຳນັກງານໃຫຍ່ໃນເມືອງ  Seattle ລັດວໍຊິງຕັນ ໄດ້ມີການລົງທຶນ 500 ລ້ານໂດລາ ຮ່ວມສ້າງທີ່ຢູ່ອາໄສລາຄາປະຫຍັດໃນເມືອງ Seattle. ນອກຈາກນັ້ນ,​ຍັງມີການໃຫ້ເງິນກູ້ສິນເຊື່ອ ແລະ ໃຫ້ເງິນຊ່ວຍເຫຼືອຄົນບໍ່ມີເຮືອນຢູ່ອີກດ້ວຍ. ໃນໄລຍະ 8 ປີຜ່ານມາ ລາຄາເຮືອນໃນເມືອງຊິແອດເຕີນ ມີລາຄາສູງເພີ່ມຂຶ້ນ ສົ່ງຜົນເຖິງຄ່າເຊົ່າເຮືອນ ແລະ ຫ້ອງເຊົ່າຕ່າງໆ ສ່ວນບໍລິສັດອື່ນໆກ່ອນນີ້ກໍມີ Google ທີ່ຮ່ວມກັບບໍລິສັດອະສັງຫາລິມະຊັບ ແລະ ...

Read More »

Facebook ຈະລວມ Messenger-WhatsApp-Instagram ເຂົ້າໄວ້ນຳກັນຍ້ອນ…..

ເມື່ອບໍ່ດົນມານີ້ ມີຂ່າວຄາວທີ່ສຳຄັນກ່ຽວກັບວົງການ ໂຊຊຽວມີເດຍ ນັ້ນກໍຄື: Facebook ກຽມຈະລວບລວມບໍລິການສົ່ງຂໍ້ຄວາມ ຂອງທັງ 3 ແອັບພິເຄຊັນທີ່ Facebook ເປັນເຈົ້າຂອງມາເຂົ້າໄວ້ຢູ່ນຳກັນ. Facebook ເປັນບໍລິສັດຜູ້ໃຫ້ບໍລິການໃນສ່ອງທາງໂຊຊຽວມີເດຍທີ່ໃຫຍ່ທີ່ສຸດໃນໂລກ, ໂດຍລາຍໄດ້ທັງໝົດຂອງ Facebook ນັ້ນ ມາຈາກການໂຄສະນາເຖິງ 98% ສ່ອງທາງ ທີ່ບໍລິສັດ Facebook ເປັນເຈົ້າຂອງມີຄື:  Facebook ມີຜູ້ໃຊ້ງານຫຼາຍກວ່າ 2.200 ລ້ານບັນຊີ,  Messenger ມີຜູ້ໃຊ້ງານ 1,300 ລ້ານບັນຊີ,  Instagram ທີ່ເນັ້ນການແຊຣ໌ຮູບພາບ ແຕ່ກໍມີການແຊັດພາຍໃນຕົວດ້ວຍຄືກັນ ເຊິ່ງ Facebook ຊື້ກິດຈະການໃນປີ 2012 ປັດຈຸບັນມີຜູ້ໃຊ້ງານ 1.000 ລ້ານບັນຊີ, ສ່ອງທາງ WhatsApp ເປັນແອັບພິເຄຊັນແຊັດ ທີ່ Facebook ຊື້ກິດຈະການໃນປີ 2014 ປັດຈຸບັນມີຜູ້ໃຊ້ງານ 1.500 ລ້ານບັນຊີ. ເມື່ອສັງເກດແລ້ວວ່າ ໃນການຕິດຕໍ່ສື່ສານຂອງມະນຸດໂລກຈະຕ້ອງມີ Facebook ເຂົ້າມາກ່ຽວຂ້ອງໃນຊີວິດສະເໝີ ເພາະແຕ່ລະບໍລິການຂອງບໍລິສັດນັ້ນມີຖານລູກຄ້າສູງເກີນ 1.000 ລ້ານຄົນ. ເຖິງຢ່າງໃດກໍ່ຕາມ ລ່າສຸດມີລາຍງານວ່າ Facebook ກຳລັງວາງແຜນທີ່ລວມບໍລິການແຊັດຂໍ້ຄວາມຂອງທັງ Messenger, WhatsApp ແລະ Instagram ເຂົ້າໄວ້ນຳກັນ ໂດຍຄາດວ່າຈະເລີ່ມນຳໃຊ້ໃນປີ 2020. ແຕ່ການບໍລິການຂອງທັງ 3 ແອັບ ຈະຍັງເປັນອິດສະຫຼະຕໍ່ກັນຄືເກົ່າ ພຽງແຕ່ຈະມີການເຊື່ອມໂຍງການຮັບສົ່ງຂໍ້ຄວາມ ...

Read More »

ທຸລະກິດ ກີ້ຕ້າ ກຳລັງພົບບັນຫາວິກິດການ ປ່ຽນແປງຂອງໂລກ

ຫຼາຍຄົນອາດຈະບໍ່ເຊື່ອວ່າມື້ນີ້ທຸລະກິດລາຍໃຫຍ່ລະດັບໂລກຫຼາຍແຫ່ງກຳລັງພົບກັບຝັນຮ້າຍ ຈົນບາງແຫ່ງເຖິງຂັ້ນຍື່ນລົ້ມລະລາຍ  ແລ້ວເປັນຫຍັງທຸລະກິດ ກີ້ຕ້າ ນີ້ຈຶ່ງພົບກັບບັນຫານີ້ ມື້ນີ້ມີມາບອກ. ຄວາມບໍ່ກ້າວໜ້າຂອງທຸລະກິດກີ້ຕ້ານັ້ນ ສິ່ງທຳອິດແມ່ນໄດ້ຜົນກະທົບຈາກການປ່ຽນແປງຂອງໂຄງສ້າງປະຊາກອນ ເນື່ອງຈາກສະໄໝທີ່ມີດົນຕີຣ໋ອກເລີ່ມເປັນທີ່ຮູ້ຈັກໃນປີ 1950 ຈົນມາໄດ້ຮັບນິຍົມສຸດຂີດໃນໄລຍະປີ 1960-1980 ໄລຍະນີ້ ຫຼາຍຄົນຈະມີນັກດົນຕີທີ່ຕົນເອງມັກເປັນແຮງບັນດານໃຈ ທີ່ຮູ້ຈັກກັນວ່າ ກີ້ຕ້າຮີໂຣ່ ເຮັດໃຫ້ໄວລຸ້ນສະໄໝນັ້ນຊອກຫາຊື້ກີ້ຕ້າມາຫຼິ້ນຫຼາຍທີ່ສຸດ.  ແຕ່ເມື່ອວັນເວລາຜ່ານໄປ ໄວລຸ້ນສະໄໝນັ້ນອາຍຸຫຼາຍຂຶ້ນ, ​ຂະນະທີອີກດ້ານໜຶ່ງຄົນລຸ້ນໃໝ່ ສຳພັດບໍ່ນິຍົມດົນຕີຣ໋ອກ ຄືກັບສະໄໝກ່ອນ,​ ສັງເກດເພງທີ່ຕິດທ໋ອບອັນດັບຕົ້ນໆ ໃນປັດຈຸບັນ ສ່ວນຫຼາຍຈະເປັນດົນຕີແນວອື່ນ ທີ່ບໍ່ໄດ້ມີສຽງກີ້ຕ້າຢູ່ໃນບົດເພງ. ມີຂໍ້ມູນທີ່ນ່າສົນໃຈຄື ໃນປີ 2017 ອາລະບຳເພງທີຂາຍດີທີ່ສຸດ 100 ອັນດັບທຳອິດໃນສະຫະລັດອາເມລິກາ ມີພຽງ 18 ອາລະບຳເທົ່ານັ້ນທີ່ໃຊ້ກີ້ຕ້າເປັນເຄື່ອງດົນຕີນຳ. ເລື່ອງນີ້ສະທ້ອນເຖິງຄວາມນິຍົນໃນກີ້ຕ້າຄ່ອຍໆຫຼຸດລົງ. ແລະ ອີກສິ່ງໜຶ່ງທີ່ເບິ່ງຂ້າມໄປບໍ່ໄດ້ກໍຄື ຄວາມກ້າວໜ້າ ແລະ ການປ່ຽນແປງຂອງເຕັກໂນໂລຊີ ໂດຍສະເພາະການປ່ຽນພຶດຕິກຳຂອງຄົນສະໄໝໃຫມ່ ທີ່ໃຊ້ເວລາໃນໂລກອອນໄລ໌ຫຼາຍຂຶ້ນ, ເຊິ່ງເລື່ອງນີ້ກໍຈະກະທົບກັບຫຼາຍທຸລະກິດ ແລະ ລວມເຖິງທຸລະກິດກີ້ຕ້ານຳ. ໃນປີ 2005 ໃນໂລກເຮົາມີປະຊາກອນທີ່ສາມາດເຂົ້າເຖິງອິນເຕີ້ເນັດຈຳນວນ 1 ພັນລ້ານໆຄົນ ແຕ່ມາມື້ນີ້ປະຊາກອນໃນໂລກ ໄດ້ມີອິນເຕີເນັດໃຊ້ເພີ່ມຂຶ້ນເຖິງ 4 ພັນລ້ານຄົນ. ປັດຈຸບັນສະເລ່ຍແລ້ວຄົນທົ່ວໂລກໃຊ້ເວລາໃນອິນເຕີເນັດຫຼາຍກວ່າອະດີດ. ດັ່ງນັ້ນ, ເປັນເລື່ອງທຳມະດາທີ່ການເຮັດກິດຈະກຳບາງຢ່າງຈະຫຼຸດລົງ. ໃນກໍລະນີນີ້ ການຮຽນດົນຕີ ...

Read More »

ເອກອັກຄະລັດຖະທູດ ສປປ ລາວ ຍື່ນສານຕາຕັ້ງຕໍ່ປະທານາທິບໍດີອິນເດຍ

ໃນວັນທີ 10 ມັງກອນ 2019, ທີ່ທຳນຽບປະທານາທິບໍດີ ຣາສະຕຼາປະຕີ ບາວັນ (Rashtrapati Bhavan), ນິວເດນລີ, ທ່ານ ບຸນແນມ ຈວງຫອມ ໄດ້ຍື່ນສານຕາຕັ້ງຕໍ່ ທ່ານ ຣາມ ນາດ ໂກວິນ (Ram Nath Kovind), ປະທານາທິບໍດີ ແຫ່ງ ສາທາລະນະລັດ ອິນເດຍ, ເພື່ອດຳລົງຕຳແໜ່ງ ເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ສາທາລະນະລັດ ອິນເດຍ.   ຂໍ້ມູນຈາກ: ຂປລ.

Read More »

ຊາວໜຸ່ມ ປາກີສະຖານ ສູງ 2,4 ແມັດ

ທ້າວ Zia Rashid ອາຍຸ 23 ປີ ຄົນປະເທດ ປາກີສະຖານ ມີຄວາມສູງ 2,4 ແມັດ , ລາວກໍາລັງພະຍາຍາມຊອກຫາຄົນຮັກ ຍ້ອນວ່າລາວຍັງບໍ່ເຄີຍພົບແມ່ຍິງຄົນໃດ ທີ່ຈະເໝາະສົມກັບລາວເທື່ອ… ຂໍ້ມູນຈາກ: China Daily  

Read More »

ພາສປອດ ຍີ່ປຸ່ນ ອັນດັບ 1 ທີ່ສາມາດໄປໄດ້ຫຼາຍປະເທດທີ່ສຸດໃນໂລກ, ສ່ວນລາວ ຢູ່ອັນດັບ 86

ເວັບໄຊ henleypassportindex.com ໄດ້ປະກາດຈັດອັນດັບພາສປອດທີ່ຊົງອິດທິພົນທີ່ສຸດໃນໂລກປະຈໍາປີ 2019 ໂດຍອັນດັບໜຶ່ງກໍຍັງຕົກເປັນພາສປອດສັນຊາດຍີ່ປຸ່ນ ສາມາດເຂົ້າປະເທດຕ່າງໆທົ່ວໂລກໄດ້ໂດຍບໍ່ຕ້ອງໃຊ້ວີຊ່າເຖິງ 190 ປະເທດ ອັນດັບ 2   ປະເທດສິງກະໂປ ແລະ ເກົາຫຼີໃຕ້  ສາມາດໄປໄດ້ 189 ປະເທດ, ອັນດັບ 3 ປະເທດ ຝຣັ່ງ ແລະ ເຢຍລະມັນ ເຂົ້າໄດ້ 188 ປະເທດ, ອັນດັບ 4  ເດນມາຣກ, ຟິນແລນ, ອີຕາລີ ແລະ ສະວີເດນ ເຂົ້າໄດ້ 187 ປະເທດ ອັນດັບ 5  ລັກເຊມເບິກ ແລະ ສະເປນ  ເຂົ້າໄດ້ 186 ປະເທດ, ອັນດັບ 6 ອອສເຕຣຍ, ເນເທີແລນ, ນໍຣເວ, ໂປຣຕຸເກດ, ສະວິດເຊີແລນ, ອັງກິດ ແລະ ສະຫະລັດ  ເຂົ້າໄດ້ 185 ປະເທດ ອັນດັບ 7  ເບລຢ້ຽມ, ແຄນາດາ, ...

Read More »

ປະທານທະນາຄານໂລກ ປະກາດລາອອກ ເຖິງວ່າຈະມີວາລະຢູ່ຕຳແໜ່ງນີ້ອີກ 3 ປີ

ສໍານັກຂ່າວຕ່າງປະເທດລາຍງານເມື່ອວັນທີ່ 7 ມັງກອນ 2019 ວ່າ ທ່ານຈິມ ຢອງ ຄິມ ອາຍຸ 59 ປີ ປະທານທະນາຄານໂລກຊາວອາເມຣິກາ ເຊື້ອສາຍເກົາຫຼີ ປະກາດ ຈະລາອອກຈາກຕໍາແໜ່ງໃນວັນທີ 1 ກຸມພາ 2019 ນີ້ ທັງທີ່ມີວາລະຢູ່ໃນຕຳແໜ່ງນີ້ອີກ 3  ປີ (ລວມ 6 ປີ ໃນຕໍາແໜ່ງນີ້) ແລະ ອາດຈະເຮັດໃຫ້ປະທານາທິບໍດີໂດນັລ ທຣັມ ຂອງສະຫະລັດມີອໍານາດໃນການຕັດສິນໃຈກ່ຽວກັບຫົວໜ້າຄົນໃໝ່ຂອງສະຖາບັນການເງິນເພື່ອພັດທະນາເສດຖະກິດໂລກ ຖະແຫຼງການຂອງທ່ານ ຄິມ ລະບຸວ່າ ນັບເປັນກຽດຢ່າງຍິ່ງສໍາລັບທ່ານໃນການເຮັດໜ້າທີ່ປະທານສະຖາບັນການເງິນທີ່ດີທີ່ສຸດແຫ່ງນີ້ເຊິ່ງເຕັມໄປດ້ວຍບຸກຄົນຜູ້ອຸທິດຕົນໃຫ້ກັບພາລະກິດການຢຸດຄວາມຍາກຈົນໃນໄລຍະຊີວິດຂອງຕົນ ເຊິ່ງທະນາຄານໂລກໄດ້ກໍານົດເປົ້າໝາຍກໍາຈັດບັນຫາຄວາມຍາກຈົນໃຫ້ໝົດໄປພາຍໃນປີ 2030 ທ່ານ ຄິມ ເຂົ້າຮັບຕໍາແໜ່ງປະທານທະນາຄານໂລກເມື່ອປີ 2012 ມີແຜນການຈະໄປຮ່ວມງານກັບບໍລິສັດດ້ານການລົງທຶນເຊິ່ງຍັງບໍ່ໄດ້ເປີດເຜີຍຊື່ໃນປະເທດກໍາລັງພັດທະນາ ແລະ ຍັງຈະກັບໄປເປັນກໍາມະການບໍລິຫານອົງການ Partners-in-Health ເຊິ່ງທ່ານຮ່ວມກໍ່ຕັ້ງຂຶ້ນມາ ຖະແຫຼງການຂອງທະນາຄານໂລກລະລະບຸວ່າ ນາງ ຄຣິສຕາລິນາ ປະທານເຈົ້າໜ້າທີ່ບໍລິຫານຂອງທະນາຄານໂລກຈະເຮັດໜ້າທີ່ຮັກສາການປະທານທະນາຄານໂລກ ສືບແທນທ່ານ ຄິມ

Read More »