Magazine

ໃນທຸກມື້ນີ້, ເຮັດແນວໃດ ວິສາຫະກິດຂະໜາດນ້ອຍ ແລະ ກາງຈຶ່ງຈະຢູ່ລອດ?

ທ່ານຜູ້ອ່ານຫຼາຍຄົນອາດຮູ້ສຶກສາ ເສດຖະກິດໃນປັດຈຸບັນ ບໍ່ຄຶກຄັກຄືກັບ 2-3 ປີຜ່ານມາ, ຫຼາຍຮ້ານກໍມີຫາງສຽງວ່າ ຂາຍເຄື່ອງບໍ່ໄດ້ດີ ແລະ ລູກຄ້າມີບໍ່ຫຼາຍ ແລະ ນັກທ່ອງທ່ຽວ ກໍຄືບໍ່ຫຼາຍປານໃດ  ສະນັ້ນ, ວາລະສານທາເກັດສະບັບນີ້ ຈຶ່ງຫາຂໍ້ສະເໜີແນະນໍາ ສໍາລັບທຸລະກິດຂະໜາດນ້ອຍ ແລະ ກາງ ເພື່ອການຢູ່ລອດ ແລະ ຈະເລີນກ້າວໜ້າໃນການດໍາເນີນທຸລະກິດ. ທຸລະກິດຂະໜາດນ້ອຍ ແລະ ກາງ ບໍ່ວ່າໃນຂະແໜງການໃດກໍຕາມ ຕ້ອງສາມາດປັບຕົວໄດ້ ເຊັ່ນ: ແຜນງານ, ແຜນດໍາເນີນທຸລະກິດ ແລະ ການດໍາເນີນງານໃຫ້ມີຄວາມຄ່ອງຕົວຍິ່ງຂຶ້ນ ໂດຍສະເພາະ ໃນສະພາບເສດຖະກິດທີ່ມີການປ່ຽນແປງຕະຫຼອດເວລາ, ການປ່ຽນແປງ ຫຼື ທ່າອ່ຽງຂອງພຶດຕິກໍາຜູ້ຊົມໃຊ້, ການປ່ຽນແປງທາງດ້ານລະບຽບ ແລະ ກົດໝາຍຕ່າງໆ. ໃນນີ້, ຕ້ອງຊອກຮູ້ກ່ຽວກັບນະໂຍບາຍການສົ່ງເສີມຕ່າງໆຂອງລັດຖະບານ ເພື່ອສະແຫວງຫາໂອກາດ ແລະ ການສະໜັບສະໜູນໃຫ້ເໝາະສົມ ເພື່ອແກ້ໄຂບັນຫາຂອງທຸລະກິດຕົນເອງ ເຊັ່ນ: ການປັບປຸງຄຸນະພາບສິນຄ້າ ແລະ ການບໍລິການ, ການສ້າງລະບົບບັນຊີທີ່ເປັນມາດຕະຖານ ແລະ ການຄຸ້ມຄອງຈັດການທີ່ເປັນລະບົບຍິ່ງຂຶ້ນ, ການສ້າງວິໄສທັດ, ການສ້າງແຜນໄລຍະສັ້ນ-ໄລຍະຍາວ… ທຸລະກິດຂະໜາດນ້ອຍ ແລະ ກາງ ຕ້ອງພະຍາຍາມຄວບຄຸມຕົ້ນທຶນການຜະລິດ ແລະ ຕົ້ນທຶນໃນການດໍາເນີນງານຂອງຕົນໃຫ້ດີ ...

Read More »

ຜົນງານ ພົ້ນເດັ່ນຂອງລັດຖະບານ ຊຸດທີ VIII

   ໃນກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ທີ່ໄຂຂຶ້ນໃນວັນທີ 20 ພະຈິກ ຫາ 21 ທັນວາ 2018 ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ຂຶ້ນລາຍງານກ່ຽວກັບການເຄື່ອນໄຫວປະຕິບັດວຽກງານ ພົ້ນເດັ່ນຂອງລັດຖະບານ ໃນໄລຍະຜ່ານມາ ແລະ ທິດທາງຈຸດສຸມໃນຕໍ່ໜ້າ ໃນນີ້ ສະພາບການຈັດຕັ້ງປະຕິບັດວຽກງານພົ້ນເດັ່ນ ຂອງລັດຖະບານ ໃນເຄິ່ງສະໄໝຂອງແຜນການ 5 ປີ ຜ່ານມາ ທ່ານໄດ້ຍົກໃຫ້ເຫັນວ່າ: ຕະຫຼອດໄລຍະ 2 ປີ 6 ເດືອນກວ່າ ທີ່ລັດຖະບານ ຊຸດທີ 8 ໄດ້ສຸມໃສ່ ກໍຄືການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ບັນລຸໄດ້ຄາດໝາຍໃນຫຼາຍດ້ານ, ເຖິງແມ່ນວ່າໃນໄລຍະຜ່ານມາ ສະພາບການຂອງໂລກ ແລະ ພາກພື້ນຍັງສືບຕໍ່ຜັນແປໄປຢ່າງໄວວາ,ສັບສົນ ສະຫຼັບຊັບຊ້ອນຫຼາຍປະການ ຊຶ່ງໄດ້ສົ່ງຜົນກະທົບທາງກົງ ແລະ ທາງອ້ອມ ຕໍ່ປະເທດ ຢ່າງຫຼີກບໍ່ໄດ້. ໃນເວລາດຽວກັນ ຢູ່ພາຍໃນປະເທດ ກໍມີຫຼາຍບັນຫາສະສົມມາຢ່າງຫຼວງຫຼາຍກ່າຍກອງ,ບໍ່ພຽງແຕ່ເທົ່ນນັ້ນ ໃນ 2 ປີ ຜ່ານມາ ປະເທດພັດປະສົບກັບໄພທໍາມະຊາດ ຢ່າງໜັກ ...

Read More »

BFL ໄດ້ພັດທະນາລະບົບທະນາຄານເອເລັກໂຕຣນິກຂຶ້ນເປັນຄັ້ງທໍາອິດໃນລາວ

ວາລະສານ ສະບັບເດືອນມັງກອນນີ້, ພວກເຮົາໄດ້ຮັບກຽດການໃຫ້ສໍາພາດ ທ່ານ Arnaud Caulier, ທີ່ຫາກໍ່ຖືກແຕ່ງຕັ້ງໃຫ້ເປັນຜູ້ອໍານວຍການໃຫຍ່ ທະນາຄານ ລາວ-ຝຣັ່ງ ຈໍາກັດ (BFL) ຊຶ່ງທ່ານຈະມາແນະນໍາໃຫ້ຮຸ້ເຖິງການເຕີບໃຫຍ່ຂະຫຍາຍຕົວຂອງທະນາຄານ, ແຜນດໍາເນີນງານ ແລະ ວິໄສທັດ-ເປົ້າໝາຍຂອງ (BFL)ໃນ ສປປ ລາວ. ທ່ານຍົກໃຫ້ເຫັນວ່າ: BFL ໄດ້ພັດທະນາລະບົບທະນາຄານເອເລັກໂຕຣນິກຂຶ້ນເປັນຄັ້ງທໍາອິດໃນ ລາວ ໂດຍ ວາລະສານBanker. BFL ຖືກສ້າງຕັ້ງຂຶ້ນໃນປີ 2010 ເປັນທຸລະກິດຮ່ວມຫຸ້ນລະຫວ່າງກຸ່ມ BRED ທີ່ໃຫ້ບໍລິການລູກຄ້າມາແລ້ວຫຼາຍກວ່າ 1 ລ້ານຄົນໃນທົ່ວໂລກ, ມີພະນັກງານ 5.500 ຄົນ ແລະ ຫຸ້ນມູນຄ່າ 4 ຕື້ໂດລາ, ເຊິ່ງເປັນພາກສ່ວນໜຶ່ງຂອງ BPCE,ເປັນກຸ່ມທະນາຄານທີ່ໃຫຍ່ທີ່ສຸດເປັນອັນດັບສອງຂອງປະເທດຝຣັ່ງ ແລະ ອັນດັບ 19 ໃນໂລກໃນດ້ານຊັບສິນ, ພ້ອມນີ້ຍັງໄດ້ຮ່ວມມືກັບທະນາຄານການຄ້າຕ່າງປະເທດລາວ (BCEL) ເຊິ່ງເປັນທະນາຄານການຄ້າຊັ້ນນໍາຂອງ ສປປ ລາວ. ດັ່ງນັ້ນ, BFLຈຶ່ງມີລັກສະນະທຸລະກິດທີ່ປະສົມປະສານລະຫວ່າງເອກະລັກຂອງຝຣັ່ງ ແລະ ຄວາມເປັນໂຕຕົນຂອງທ້ອງຖິ່ນຢ່າງຊັດເຈນ. ຂໍໃຫ້ທ່ານຊ່ວຍອະທິບາຍຕື່ມວ່າເປັນຫຍັງກຸ່ມ BRED ຈຶ່ງມາລົງທຶນໃນລາວ? ກຸ່ມ BRED ຖືກສ້າງຕັ້ງຂຶ້ນໃນປີ ...

Read More »

ໜອງທາ ເຊັນໂທພາກ ທີ່ຢູ່ອາໄສທີ່ຫຼູຫຼາ ຕອບໂຈດຊີວິດຄົນໃນເມືອງຫຼວງ

ໂຄງການໜອງທາ ເຊັນໂທພາກ ເປັນຄວາມຝັນຂອງຄົນທີ່ຢາກມີເຮືອນໃນຕົວເມືອງ ສະບາຍດີທຸກທ່ານ ມື້ນີ້ ທາງເວັບໄຊທາເກັດມີສິ່ງທີ່ດີໆມານຳສະເໜີ. ແນ່ນອນວ່າທຸກໆຄົນລ້ວນແຕ່ມີຄວາມໃຝ່ຝັນຢາກມີເຮືອນງາມໆຫຼູຫຼາ ເປັນຂອງຕົນເອງ ແລະ ໃຫ້ກັບຄົນທີ່ເຮົາຮັກ ທີ່ຕັ້ງຢູ່ຈຸດໃຈກາງເມືອງຫຼວງ,​ ມີສິ່ງອໍານວຍຄວາມສະດວກສະບາຍໃນການໃຊ້ຊີວິດ, ສາມາດເດີນທາງໄປຈຸດສຳຄັນຕ່າງໆໃນນະຄອນຫຼວງຢ່າງວ່ອງໄວ ແລະ ມີຄວາມປອດໄພໃນລະດັບສູງ. ຂໍແນະນຳເລີຍ ໂຄງການ ໜອງທາເຊັນ ໂທພາກ ເຂດຕົວເມືອງໃໝ່ ທີ່ຫຼູຫຼາ ເປັນສະຖານທີ່ສາມາດຕອບໂຈດທຸກສິ່ງທຸກຢ່າງຂອງຄົນຢາກມີເຮືອນຢູ່ໃນນະຄອນຫຼວງວຽງຈັນແນ່ນອນ. ເມື່ອເຮົາຂີ່ລົດກາຍໄປມາ ເຂດທາງໜອງທາ ປັດຈຸບັນ ທຸກຄົນອາດກໍຈະເຫັນໂຄງການດັ່ງກ່າວແລ້ວ ທີ່ມີຄວາມສະດຸດຕາຕ້ອງຫຼຽວເບິ່ງ. ເຊິ່ງໂຄງການດັ່ງກ່າວນີ້ແມ່ນຈະສຳເລັດ ແລະ ໃຫ້ທຸກຄົນເຂົ້າໄປຊົມ ແລະ ໄປຈັບຈອງເຮືອນໄດ້ແລ້ວໃນໄວໆນີ້. ໂຄງການ ໜອງທາເຊັນ ໂທພາກ ຕັ້ງຢູ່ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ, ເປັນໂຄງການທີ່ມີລະບົບພື້ນຖານດ້ານເຕັກນິກໄດ້ມາດຕະຖານ ແລະ ມີເສັ້ນທາງເຊື່ອມຕໍ່ກັບໄປມາສະດວກວ່່ອງໄວເຊັ່ນ: ໂຮງໝໍ 150 ຕຽງ, ມະຫາວິທະຍາໄລແຫ່ງຊາດ, ປະຕູໄຊ, ຕະຫຼາດເຊົ້າ ແລະ ສະໜາມບິນວັດໄຕ ເຊິ່ງຈະໃຊ້ເວລາບໍ່ເທົ່າໃດນາທີກໍຮອດຈຸດສຳຄັນຕ່າງໆໃນນະຄອນຫຼວງແລ້ວ. ເປັນສະຖານທີທີ່ມີຈຸດພົ້ນເດັ່ນ ເພາະໄດ້ສ້າງເປັນເຂດຕົວເມືອງທີ່ມີສິ່ງອຳນວຍຄວາມສະດວກແບບຄົບຊຸດທີ່ທັນສະໄໝ ແລະ ມີລະດັບ. ໃນເນື້ອທີ່ເກືອບ 75 ເຮັກຕາ ຈຸດໃຈກາງຂອງໂຄງການແມ່ນ ໜອງນໍ້າທາ ທີ່ເປັນໜອງນໍ້າທຳມະຊາດທີ່ໃຫຍ່ໃຜໆກໍຮູ້ຈັກ. ໂຄງການດັ່ງກ່າວ ...

Read More »

ຮູ້ກ່ອນໄດ້ປຽບ! GEN Z ກຸ່ມຜູ້ບໍລິໂພກທີ່ມີກໍາລັງຊື້ຫຼາຍທີ່ສຸດ ໃນອະນາຄົດ

ການເຮັດທຸລະກິດທີ່ໄຮ້ພົມແດນໃນຍຸກ Digital ແນ່ນອນວ່າມີການແຂ່ງຂັນສູງຫຼາຍ ເພາະໃຜກໍສາມາດເປັນທີ່ຮູ້ຈັກໄດ້ ເຮັດໃຫ້ຜູ້ປະກອບການທັງຫຼາຍ ຕ້ອງຫັນປ່ຽນຍຸດທະສາດທຸລະກິດຂອງຕົວເອງເພື່ອຄວາມຢູ່ລອດ. ແຕ່ກໍບໍ່ແມ່ນວ່າ ເມື່ອຫັນປ່ຽນມາແລ້ວຈະເຮັດໃຫ້ທຸລະກິດສາມາດຢູ່ລອດໄດ້, ເພາະຖ້າບໍ່ສາມາດກໍານົດກຸ່ມເປົ້າໝາຍທີ່ຊັດເຈນໄດ້ ວ່າ ສິນຄ້າ ຫຼື ບໍລິການຂອງທ່ານຈະຂາຍໃຫ້ລູກຄ້າກຸ່ມໃດ? ບໍ່ວ່າຈະເປັນກຸ່ມອາຍຸ, ເພດ, ສະຖານະ, ອາຊີບ, ຄວາມຕ້ອງການ, ບັນຫາໃນການໃຊ້ຊີວິດ ລວມເຖິງພຶດຕິກຳ ການບໍລິໂພກ ຖືເປັນສິ່ງສຳຄັນທີ່ເຈົ້າຂອງທຸລະກິດ – ຜູ້ອອກແບບສິນຄ້າ ຫຼື ບໍລິການຈະຕ້ອງເຂົ້າໃຈ ແລະ ພະຍາຍາມຕອບໂຈດ ຫຼື ແກ້ໄຂບັນຫາໃນກຸ່ມເປົ້າໝາຍໃຫ້ສຳເລັດ. ແຕ່ຮູ້ບໍ່ວ່າ ພຶດຕິກຳຂອງກຸ່ມລູກຄ້າແຕ່ລະລຸ້ນກໍແຕກຕ່າງກັນໄປຕາມຍຸກສະໄໝ. ສະນັ້ນ, ການທີ່ມີລູກຄ້າປະຈໍາຢູ່ແລ້ວບໍ່ແມ່ນວ່າຈະຢູ່ລອດ ເພາະກຸ່ມລູກຄ້າທີ່ມີຢູ່ ເມື່ອເວລາຜ່ານໄປຄວາມຕ້ອງການກໍຈະປ່ຽນໄປ. ຕົວຢ່າງ: ຖ້າຕອນນີ້ກຸ່ມລູກຄ້າຂອງທ່ານເປັນກຸ່ມອາຍຸ 25-35 ເມື່ອເວລາຜ່ານໄປ 5-10 ປີ ອາຍຸພວກເຂົາເພີ່ມຂຶ້ນ. ສິນຄ້າ ຫຼື ບໍລິການຂອງທ່ານກໍຈະບໍ່ເປັນທີ່ຕ້ອງການສໍາລັບພວກເຂົາອີກຕໍ່ໄປ, ນີ້ຈຶ່ງເປັນອີກເຫດຜົນໜຶ່ງ ທີ່ເຮັດໃຫ້ທຸລະກິດຂອງທ່ານບໍ່ປະສົບຄວາມສໍາເລັດ. ດັ່ງນັ້ນ, ມື້ນີ້ຈຶ່ງຈະນຳຂໍ້ມູນກ່ຽວກັບທ່າອ່ຽງຂອງຕະຫຼາດໃນອະນາຄົດ ກໍຄືພຶດຕິກຳຜູ້ບໍລິໂພກຂອງກຸ່ມທີ່ເອີ້ນວ່າ: Gen Z ຫຼື Generation Z ທີ່ຄາດວ່າຈະກາຍເປັນກຸ່ມທີ່ມີກໍາລັງຊື້ຫຼາຍກວ່າທຸກກຸ່ມໃນອະນາຄົດ. ກຸ່ມ Generation (GEN ...

Read More »

ປະ​ເທດ​ລາວ ກັບ​ອຸດ​ສາ​ຫະ​ກຳ 4.0

ໃນຂະນະຫຼາຍປະເທດໃນໂລກກຳລັງຕື່ນຕົວໃຫ້ຄວາມສຳຄັນກັບ “ອຸດສາຫະກຳ 4.0” ຫຼື Industry 4.0 ແລະ ເຊິ່ງໃນປະຊຸມປຶກສາຫາລື ເສດຖະກິດ ໂລກກ່ຽວກັບອາຊຽນຄັ້ງທີ 27 ທີ່ຈັດຂຶ້ນທີ່ຮ່າໂນຍ ສສ ຫວຽດນາມ ໃນວັນທີ 12 ກັນຍາ 2018  ກໍໄດ້ຍົກເອົາເລື່ອງອຸດສາຫະກຳ 4.0 ໃນການພັດທະນາເສດຖະກິດ-ສັງຄົມຂອງກຸ່ມອາຊຽນເຊິ່ງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ກໍໃຫ້ກຽດເຂົ້າຮ່ວມ ແລະ ຂຶ້ນກ່າວປະກອບ ຄຳເຫັນໃນກອງປະຊຸມກ່ຽວກັບບັນດາໂອກາດ ແລະສິ່ງທ້າທາຍຕ່າງໆໃນຍຸກສະໄໝການປະຕິຮູບອຸດສາຫະກຳ 4.0 ທີ່ປະເທດອາຊຽນ ແລະ ປະເທດລາວກຳລັງປະເຊີນໜ້າຢູ່. ແຕ່ໃນຂະນະດຽວກັນນັ້ນກໍຍັງມີຄົນລາວຈຳນວນຈຳນວນໜຶ່ງບໍ່ຮູ້ເລິກອຸດສາຫະກຳ 4.0 ນັ້ນມັນແມ່ນອີ່ຫຍັງກັນແທ້? ຂ້າພະເຈົ້າຈິ່ງຂໍອະນຸຍາດເອົາຄຳນຳຂອງນັກເສດຖະສາດອະວຸໂສລາວທີ່ຮູ້ເລິກທັງຫຼາຍ ມາອະທິບາຍຫຍໍ້ໆກ່ຽວກັບອຸດສາຫະກຳ 4.0 ໃນວາລະສານ ທາເກັດ ສະບັບເດືອນທັນວານີ້: ອຸດສາຫະກຳ 4.0 ຫຼື ການປະຕິວັດອຸດສາຫະກຳຄັ້ງທີ 4 ໝາຍເຖິງການນຳເອົາເຕັກໂນໂລຊີ”ດີຈີຕອນ”ແລະ “ອິນເຕີເນັດ” ມານຳໃຊ້ເຂົ້າໃນຂະບວນການຜະລິດສິນຄ້າເພື່ອສະໜອງຕອບຕາມຄວາມຕ້ອງການຂອງຜູ້ບໍລິໂພກໂດຍກົງຕົວຢ່າງ: ໂຮງງານໃນຍຸກອຸດສາຫະກຳ 3.0 ຈະເນັ້ນການຜະລິດໃຫ້ໄດ້ໄວ ແລະ ໄດ້ເປັນຈຳນວນຫຼາຍເພື່ອຫຼຸດຕົ້ນທຶນໃນການຜະລິດ ແຕ່ມີບັນຫາໃນເວລາຈຳໜ່າຍ ເພາະຫຼາຍຢ່າງບໍ່ຖືກຕາມຄວາມຕ້ອງການຂອງຜູ້ບໍລິໂພກ,ແຕ່ໂຮງງານໃນອຸດສາຫະກຳ 4.0 ...

Read More »

DIGITAL MARKETING TREND ປີ 2019

ສະບາຍດີທ່ານຜູ້ອ່ານ ທີ່ຕິດຕາມຄໍລຳ  Marketing& Brandingອີກບໍ່ເທົ່າໃດເດືອນກໍຈະໝົດປີແລ້ວ ທ່ານໃດທີ່ກຳລັງຄິດວ່າ ປີໜ້າຈະວາງແຜນທຸລະກິດແນວໃດດີ ຈຶ່ງຈະເພີ່ມຍອດຂາຍຫຼາຍຂຶ້ນ ໃນຍຸກທີ່ເຕັກໂນໂລຊີກາຍເປັນປັດໄຈທີ່ 5 ໃນການດຳລົງຊີວິດຂອງເກືອບທຸກຄົນໃນສັງຄົມ. ແນ່ນອນວ່າ ອົງກອນທີ່ເປັນຜູ້ນຳທາງດ້ານນີ້ ກໍຕ້ອງໄດ້ປຽບໃນການກອບໂກຍເອົາເງິນຈາກທຸລະກິດຂອງເຮົາຫຼາຍຂຶ້ນ ແຕ່ເຮົາຈະເຮັດແນວໃດເພື່ອບໍ່ໃຫ້ພວກເຂົາເອົາປຽບເຮົາຫຼາຍເກີນໄປ. ສະນັ້ນ, ເຮົາຈຶ່ງຈໍາຕ້ອງໄດ້ວາງຍຸດທະສາດການຕະຫຼາດຍຸກ Digital ໃຫ້ມີປະສິດທິພາບຂຶ້ນແມ່ນບໍ່?  ເຊິ່ງກ່ອນຮອດຂັ້ນຕອນວາງແຜນ, ກ່ອນອື່ນເຮົາຕ້ອງຮູ້ວ່າ 3 ວິກິດການໃຫຍ່ໆ ທີ່ອາດຈະເກີດຂຶ້ນ ແລະ ສ້າງຜົນກະທົບໃຫ້ກັບນັກການຕະຫຼາດ “ດິຈິຕອນ”(Crisis of Digital Marketing)ປີ 2019 ມີຄື: ຕົ້ນທຶນຄ່າໃຊ້ຈ່າຍ ການເຮັດໂຄສະນາຈະມີລາຄາສູງຂຶ້ນ ຫຸ່ນຍົນ (Robot)ຈະເຂົ້າມາມີບົດບາດດ້ານການຕະຫຼາດຫຼາຍຂຶ້ນ. ການຄົ້ນຫາດ້ວຍສຽງ(Voice Search) ຈະເຂົ້າມາເປັນສ່ວນໜຶ່ງໃນຊີວິດປະຈຳວັນ. ວິກິດການ: Ad Costing ຫຼື ຄ່າໃຊ້ຈ່າຍໃນການເຮັດໂຄສະນາ ຈາກສະຖິຕິທີ່ຜ່ານມາໃນປີ 2017-2018 ການຈ່າຍຄ່າໂຄສະນາ 60%-80% ໃນ Digital Marketing ແມ່ນມາຈາກ 2 ຊ່ອງທາງໃຫຍ່ໆຄື Facebook ແລະ Google ແລະຍັງມີທ່າອ່ຽງວ່າ ການໂຄສະນາໃນ 2 ຊ່ອງທາງນີ້ຈະເພີ່ມຫຼາຍຂຶ້ນເລື້ອຍໆ. ...

Read More »

ມະຕິກ່ຽວກັບທີ່ດິນ

ສະບັບຜ່ານມາໄດ້ສະເໜີມະຕິກອງປະຊຸມສະພາຮັບຮອງ; ສະບັບນີ້ຂໍນໍາເອົາມະຕິທີ່ສະພາຮັບຮອງແຜນແມ່ບົດຈັດສັນທີ່ດິນແຫ່ງຊາດຮອດປີ 2030 ເຊິ່ງລາຍລະອຽດມີດັ່ງລຸ່ມນີ້: ຮັບຮອງເອົາ ການກໍານົດ 2 ເປົ້າໝາຍໃຫ່ຍ ແລະ ຕົວເລກຄາດໝາຍ ຂອງການຈັດສັນເນື້ອທີ່ດິນ ແຕ່ລະປະເພດທີ່ກຳນົດຢູ່ໃນ ແຜນແມ່ບົດຈັດສັນທີ່ດິນແຫ່ງຊາດ ຮອດປີ 2030 ດັ່ງນີ້: ເນື້ອທີ່ດິນສະຫງວນ ແລະ ອະນຸລັກໄວ້ ເພື່ອເປັນເນື້ອທີ່ປ່າໄມ້ປົກຫຸ້ມ 70% ລວມທັງທີ່ດິນບໍລິເວນນໍ້າ ທີ່ນອນຢູ່ໃນເຂດພື້ນທີ່ດັ່ງກ່າວ ຂອງເນື້ອທີ່ທົ່ວປະເທດ ດັ່ງນີ້: ເນື້ອທີ່ດິນປ່າສະຫງວນ ຈໍານວນ 4,7 ລ້ານເຮັກຕາ ຫຼື ເທົ່າກັບ 20%. ເນື້ອທີ່ດິນປ່າປ້ອງກັນ ຈໍານວນ 8,2 ລ້ານເຮັກຕາ ຫຼື ເທົ່າກັບ 35%. ເນື້ອທີ່ດິນປ່າຜະລິດ ຈໍານວນ 3,1 ລ້ານເຮັກຕາ ຫຼື ເທົ່າກັບ 13%. ເນື້ອທີ່ດິນປູກໄມ້ອຸດສາຫະກຳ ຈໍານວນ 0,5 ລ້ານເຮັກຕາ ເທົ່າກັບ 2%. ເນື້ອທີ່ດິນທີ່ຈະນໍາໃຊ້ ແລະ ພັດທະນາ 30% ລວມທັງທີ່ດິນບໍລິເວນນໍ້າ ທີ່ນອນຢູ່ໃນເຂດພື້ນທີ່ດັ່ງກ່າວຂອງເນື້ອທີ່ທົ່ວປະເທດດັ່ງນີ້: ກ. ເນື້ອທີ່ດິນກະສິກໍາຈໍານວນ ...

Read More »

ຜູ້ປະກອບການ ທີ່ພົບຄວາມທ້າທາຍຈາກການແຂ່ງຂັນຍຸກແຫ່ງເຕັກໂນໂລຊີ

ວາລະສານທາເກັດສະບັບນີ້ ຈະນໍາພາທ່ານຜູ້ອ່ານມາຮູ້ຈັກກັບຜູ້ປະກອບການຈໍາໜ່າຍປີ້ເຮືອບິນ ຊຶ່ງເປັນວິສາຫະກິດໜຶ່ງ ທີ່ປະເຊີນໜ້າກັບຄວາມທ້າທາຍຈາກການແຂ່ງຂັນພາຍໃຕ້ຍຸກແຫ່ງການພັດທະນາຂອງເຕັກໂນໂລຊີ ທີ່ມີຫຼາຍທາງເລືອກໃຫ້ແກ່ຜູ້ຊົມໃຊ້ໃນການຈອງປີ້ເຮືອບິນ ຜ່ານ”ເວັບໄຊ໌” ແລະ “ແອັບພຼີເຄເຊິນ” ຂອງສາຍການບິນ . ຫຼາຍຄົນອາດຈະເຄີຍໄດ້ເຫັນປ້າຍບໍລິສັດ ແລະ ໄດ້ເຄີຍໃຊ້ບໍລິການຂອງບໍລິສັດ  All Time Travel Service ທີ່ບໍລິການຈອງ ແລະ ຈໍາໜ່າຍປີ້ຍົນທົ່ວໂລກ, ພ້ອມທັງໃຫ້ປຶກສາດ້ານການຂໍ VISA ສະເພາະປະເທດ ສະຫະລັດອາເມຣິກາ ແລະ ການາດາ. ທ່ານນາງ ວີ ສີໃສແກ້ວ, ເປັນຜູ້ສ້າງຕັ້ງ ແລະ ບໍລິຫານບໍລິສັດດັ່ງກ່າວ ມາແຕ່ປີ 2004 ໂດຍພື້ນຖານແມ່ນຮຽນຈົບ ບໍລິຫານທຸລະກິດ ຈາກ ວິທະຍາໄລ   ຄອມເຊັນເຕີ ແລະ ພາຍຫຼັງຮຽນຈົບ ກໍໄດ້ເຂົ້າເຝິກອົບຮົມ ແລະ ເຮັດວຽກດ້ານໂຮງແຮມ ໄລຍະໜຶ່ງ ຊຶ່ງເປັນພື້ນຖານໃຫ້ຕົນເອງມັກຮັກໃນວຽກການບໍລິການ. ຈາກນັ້ນ, ກໍປ່ຽນມາເຮັດວຽກຢູ່ນໍາບໍລິສັດ ການບິນໄທ ສາຂາວຽງຈັນ, ມີຕໍາແໜ່ງເປັນເລຂານຸການໃຫ້ແກ່ GM ຂອງການບິນໄທ ເປັນເວລາ 5 ປີ; ຕອນນັ້ນເຮັດວຽກເປັນເລຂາເຄິ່ງມື້ ເຮັດມາ 3 ປີ ...

Read More »

ອາຊີບນອກສະຖາບັນ ໃນຍຸກ 4.0.

ໂລກໝູນໄວຕະຫຼອດ! ເມື່ອກ່ອນຕອນຍັງນ້ອຍ ຕອນທີ່ອ້າຍຄູ-ເອື້ອຍຄູຖາມວ່າ ຖ້າໃຫຍ່ຂຶ້ນຫຼານຢາກເປັນຫຍັງ? ອາຊີບທີ່ວົນຢູ່ໃນຫົວກໍຄົງໜີບໍ່ພົ້ນ: ຄູ, ທະຫານ, ຕໍາຫຼວດ, ແພດ, ນັກບິນ ປະມານນີ້; ແລະ ພໍ່ແມ່, ປູ່ຍ່າຕານາຍກໍປູກຝັງເຮົາມາແຕ່ນ້ອຍວ່າ ຕ້ອງເປັນເຈົ້າເປັນນາຍ, ເຮັດວຽກນໍາລັດ ຫຼືເປັນມະນຸດເງິນເດືອນ ດ້ວຍເຫດຜົນທີ່ວ່າ ມີຄວາມໝັ້ນຄົງ, ສະຫວັດດີການດີ, ມີຄົນນັບຖື ແລະ ອື່ນໆ. ແຕ່ເຕັກໂນໂລຊີ ທີ່ເຮັດໃຫ້ວິຖີຊີວິດຂອງຄົນໃນໂລກນີ້ປ່ຽນໄປ ໄດ້ເກີດອາຊີບໃໝ່ໆ ທີ່ທັງອິດສະຫຼະ ແລະຄ່າຕອບແທນສູງ ແຖມຍັງເປັນໂຕເອງ ບໍ່ຕ້ອງຢູ່ໃນກົດເກນຂອງໃຜອີກ.  ເຊິ່ງບາງອາຊີບກໍບໍ່ໜ້າເຊື່ອວ່າຈະເປັນອາຊີບໄດ້ ແຕ່ກໍສາມາດສ້າງຊື່ສຽງ ແລະ ລາຍຮັບໄດ້ຢ່າງມະຫາສານ ຫາກເຈົ້າພັດທະນາຕົນເອງຫຼາຍພໍ; ຫຼາຍຄົນໃຊ້ Social ທັງເວັນທັງຄືນ ອ່ານທຸກ News Feed, ແຕ່ຮູ້ ຫຼືບໍ່ວ່າ ການອ່ານທຸກຢ່າງຂອງເຈົ້ານັ້ນມີຜົນຕໍ່ອາຊີບໃດແດ່? ມື້ນີ້ຜູ້ຂຽນເລີຍຢາກຈະມາແນະນໍາໃຫ້ຮູ້ຈັກກັບ 5 ອາຊີບ ໃນ Social ທີ່ບາງອາຊີບນັ້ນ ເຫຼືອເຊື່ອວ່າເປັນອາຊີບໄດ້ແນວໃດ? ແຕ່ມັນກໍເປັນໄປໄດ້? ມາເບິ່ງວ່າມີອາຊີບໃດແດ່? Online Seeding (Seeder): ຂາຍແບບນຽນໆ ນຽນຫຼາຍແພງຫຼາຍ Seeding ຫຼື ...

Read More »