ໜອງທາ ເຊັນໂທພາກ ທີ່ຢູ່ອາໄສທີ່ຫຼູຫຼາ ຕອບໂຈດຊີວິດຄົນໃນເມືອງຫຼວງ

ໂຄງການໜອງທາ ເຊັນໂທພາກ ເປັນຄວາມຝັນຂອງຄົນທີ່ຢາກມີເຮືອນໃນຕົວເມືອງ

ສະບາຍດີທຸກທ່ານ ມື້ນີ້ ທາງເວັບໄຊທາເກັດມີສິ່ງທີ່ດີໆມານຳສະເໜີ. ແນ່ນອນວ່າທຸກໆຄົນລ້ວນແຕ່ມີຄວາມໃຝ່ຝັນຢາກມີເຮືອນງາມໆຫຼູຫຼາ ເປັນຂອງຕົນເອງ ແລະ ໃຫ້ກັບຄົນທີ່ເຮົາຮັກ ທີ່ຕັ້ງຢູ່ຈຸດໃຈກາງເມືອງຫຼວງ,​ ມີສິ່ງອໍານວຍຄວາມສະດວກສະບາຍໃນການໃຊ້ຊີວິດ, ສາມາດເດີນທາງໄປຈຸດສຳຄັນຕ່າງໆໃນນະຄອນຫຼວງຢ່າງວ່ອງໄວ ແລະ ມີຄວາມປອດໄພໃນລະດັບສູງ. ຂໍແນະນຳເລີຍ ໂຄງການ ໜອງທາເຊັນ ໂທພາກ ເຂດຕົວເມືອງໃໝ່ ທີ່ຫຼູຫຼາ ເປັນສະຖານທີ່ສາມາດຕອບໂຈດທຸກສິ່ງທຸກຢ່າງຂອງຄົນຢາກມີເຮືອນຢູ່ໃນນະຄອນຫຼວງວຽງຈັນແນ່ນອນ.

ເມື່ອເຮົາຂີ່ລົດກາຍໄປມາ ເຂດທາງໜອງທາ ປັດຈຸບັນ ທຸກຄົນອາດກໍຈະເຫັນໂຄງການດັ່ງກ່າວແລ້ວ ທີ່ມີຄວາມສະດຸດຕາຕ້ອງຫຼຽວເບິ່ງ. ເຊິ່ງໂຄງການດັ່ງກ່າວນີ້ແມ່ນຈະສຳເລັດ ແລະ ໃຫ້ທຸກຄົນເຂົ້າໄປຊົມ ແລະ ໄປຈັບຈອງເຮືອນໄດ້ແລ້ວໃນໄວໆນີ້.

ໂຄງການ ໜອງທາເຊັນ ໂທພາກ ຕັ້ງຢູ່ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ, ເປັນໂຄງການທີ່ມີລະບົບພື້ນຖານດ້ານເຕັກນິກໄດ້ມາດຕະຖານ ແລະ ມີເສັ້ນທາງເຊື່ອມຕໍ່ກັບໄປມາສະດວກວ່່ອງໄວເຊັ່ນ: ໂຮງໝໍ 150 ຕຽງ, ມະຫາວິທະຍາໄລແຫ່ງຊາດ, ປະຕູໄຊ, ຕະຫຼາດເຊົ້າ ແລະ ສະໜາມບິນວັດໄຕ ເຊິ່ງຈະໃຊ້ເວລາບໍ່ເທົ່າໃດນາທີກໍຮອດຈຸດສຳຄັນຕ່າງໆໃນນະຄອນຫຼວງແລ້ວ. ເປັນສະຖານທີທີ່ມີຈຸດພົ້ນເດັ່ນ ເພາະໄດ້ສ້າງເປັນເຂດຕົວເມືອງທີ່ມີສິ່ງອຳນວຍຄວາມສະດວກແບບຄົບຊຸດທີ່ທັນສະໄໝ ແລະ ມີລະດັບ. ໃນເນື້ອທີ່ເກືອບ 75 ເຮັກຕາ ຈຸດໃຈກາງຂອງໂຄງການແມ່ນ ໜອງນໍ້າທາ ທີ່ເປັນໜອງນໍ້າທຳມະຊາດທີ່ໃຫຍ່ໃຜໆກໍຮູ້ຈັກ. ໂຄງການດັ່ງກ່າວ ແມ່ນໄດ້ສ້າງເປັນເຂດທີ່ຢູ່ອາໄສທີ່ສົມບູນແບບຂອງຜູ້ຄົນໃນເມືອງ ເພາະມີສວນສາທາລະນະພາຍໃນເຂດໂຄງການຫຼາຍກວ່າ 20 ແຫ່ງ ທີ່ຈະໃຫ້ເປັນເຂດທີ່ມີຕົ້ນໄມ້ໃຫຍ່ສີຂຽວ ແລະ ອາກາດປອດໂປ່ງຂອງນະຄອນຫຼວງວຽງຈັນ.

ໜອງທາ ເຊັນໂທພາກແມ່ນເຂດພື້ນທີ່ແບບເປີດ, ປະສົມປະສານກັບທຳມະຊາດ ແລະ ສິ່ງອຳນວຍຄວາມສະດວກເຖິງ 42 ແຫ່ງຢູ່ພາຍໃນເຊັ່ນ: ເຂດຍ່າງຫຼິ້ນພັກຜ່ອນ, ເຂດສະໜາມຫຼວງ ແລະ ເຂດສວນສາທາລະນະ, ເຂດສວນຫຼິ້ນເດັກນ້ອຍ, ເຂດໂຮງຮຽນລະດັບສາກົນ, ໂຮງແຮມ 5 ດາວ,​ ສະລອຍນໍ້າ, ສູນອອກກຳລັງກາຍ ແລະ ສະປາ, ສູນການຄ້າທີ່ທັນສະໄໝ, ມີບັນດາຮ້ານສະດວກຊື້… ທີ່ຈະມາຮັບໃຊ້ທຸກໆຄົນ ແລະ ຍັງມີລະບົບຮັກສາຄວາມປອດໄພ 3 ຊັ້ນ, ຕະຫຼອດ 24​ ຊົ່ວໂມງ.

ໂຄງການໜອງທາເຊັນໂທພາກແມ່ນໂຄງການແຫ່ງທຳອິດ ແລະ ແຫ່ງດຽວຢູ່ນະຄອນຫຼວງວຽງຈັນ ທີ່ມີສິ່ງອຳນວຍຄວາມສະດວກພາຍໃນແບບຄົບຊຸດ ມີການບໍລິການດ້ານຕ່າງໆຢູ່ໃນສະຖານທີ່ແຫ່ງນີ້ຮັບໃຊ້ສະເພາະປະຊາຊົນທີ່ອາໄສຢູ່ໂຄງການນີ້. ​ ໃນທ້າຍອາທິດ ປະຊາຊົນ ບໍ່ຈໍາເປັນຕ້ອງຂັບລົດອອກນອກເມືອງ ແຕ່ຍັງມີບັນດາກິດຈະກຳກາງແຈ້ງຕ່າງໆ ທີ່ບັນດາສະມາຊິກຂອງຄອບຄົວສາມາດສ້າງຂຶ້ນເອງໄດ້ເຊັ່ນ: ຍ່າງຫຼິ້ນຜ່ອນຄາຍຢູ່ສວນສາທາລະນະ, ພາຍເຮືອ, ຕຶກເບັດ ຫຼື ສາມາດຕີກ໊ອຟ ຢູ່ພາຍໃນຂອບເຂດໂຄງການໄດ້ນຳອີກ.

ສຳລັບ, ເຮືອນກໍມີຫຼາກຫຼາຍແບບໃຫ້ທຸກທ່ານສາມາດຈັບຈອງຕາມຄວາມມັກຄື: ມີແບບເຮືອນຫ້ອງແຖວ 3 ຊັ້ນ, ເຮືອນວິນລາບ້ານດ່ຽວ ແລະ ເຮືອນວິນລາບ້ານແຝດ ແຕ່ລະຫຼັງແມ່ນມີການອອກແບບທີ່ຫຼູຫຼາ ແລະ ສະດວກສະບາຍ ແຕ່ຍັງຮັກສາຮີດຄອງວັດທະນະທຳລາວ.ໂຄງການນີ້ຍັງເປັນໂຄງການອະສັງຫາລິມະຊັບແຫ່ງທຳອິດຢູ່ ສປປ ລາວທີ່ລູກຄ້າຄົນລາວຊື້ເຮືອນຈະໄດ້ຮັບໃບຕາດິນຂອບທອງ.

ປັດຈຸບັນ, ຜູ້ລົງທຶນ ກຸ່ມບໍລິສັດຮ່າໂດ, ໂຄງການ Nongtha Central Park ແມ່ນໄດ້ເປີດໃຫ້ທຸກທ່ານສາມາດໄປເບິ່ງຕົວຈິງ ແລະ ຈັບຈອງເປັນເຈົ້າຂອງເຮືອນໄດ້ແລ້ວ ຕັ້ງແຕ່ເດືອນ11/2018 ເປັນຕົ້ນມາ.

ເນື່ອງໃນໂອກາດປະກາດ​ເປີດ​ໂຕຢ່າງເປັນທາງ​ການ​ ທີ່ໃກ້ຈະມາເຖິງນີ້, ເຈົ້າຂອງຜູ້ລົງທຶນ ໄດ້ມີສິດທິພິເສດຫຼາຍຢ່າງ ໃຫ້​ກັບລູກຄ້າ ທີ່ຊື້ເຮືອນໃນຄັ້ງ​ທຳ​ອິດ​ ຈະ​ຊ່ວຍ​ເຫຼືອ​ກ່ຽວ​ກັບດອກເບ້ຍ​ການກູ້ຢືມທະນາຄານ 9.25% ສໍາຫຼັບລູກຄ້າ ທີ່ມີຄວາມສົນໃຈຈັບຈອງຊື້ເຮືອນ, ມີສ່ວນຫຼຸດສູງສຸດເຖິງ 1.6% ສໍາຫຼັບລູກຄ້າ ທີ່ຊຳລະເງິນ ກ່ອນກຳນົດ. ນອກນີ້, ລູກຄ້າຍັງມີໂອກາດ ລຸ້ນຈັບສະຫຼາກ ຮັບລາງວັນໃຫຍ່ຄື: ລົດ  Hilux Rivo, ລົດ Vios , ລົດຈັກ honda ແລະ ຍັງມີລາງວັນອື່ນໆອີກຫຼາຍຢ່າງ….

ຂໍ້ມູນລາຍລະອຽດຕ່າງໆສາມາດເຂົ້າໄປເບິ່ງໃນເວັບໄຊທີ່:   http://nongthacentralpark.com/

ຫຼື ສອບຖາມເພີ່ມເຕີມ ຕິດຕໍ່: Hotline: 020 99 386 386

Email: [email protected]

Website: www.nongthacentralpark.com

 

Comments