ປ່ອຍເງິນກູ້ດອກເບ້ຍເກີນ 36% ມີສິດຕິດຄຸກໄດ້!

ໃນສະພາບເສດຖະກິດ-ສັງຄົມ ທີ່ມີການຂະຫຍາຍຕົວສູງ ຄວາມຮຽກຮ້ອງຕ້ອງການທາງດ້ານການເງິນ ບໍ່ວ່າເພື່ອຈຸດປະສົງໃນການດໍາເນີນທຸລະກິດ, ການສຶກສາ, ການດໍາລົງຊີວິດປະຈໍາວັນ ແລະ ອື່ນໆ ແມ່ນນັບມື້ນັບສູງຂຶ້ນ, ການກູ້ຢືມເງິນ ຈຶ່ງເປັນອີກທາງເລືອກໜຶ່ງ ສໍາລັບ ບຸກຄົນທີ່ມີບັນຫາດັ່ງກ່າວ. ແນ່ນອນ ການກູ້ຢືມເງິນ (ນອກລະບົບ) ເຈົ້າໜີ້ອາດຈະກໍານົດອັດຕາດອກເບ້ຍຂ້ອນຂ້າງສູງ ເຊິ່ງໃນກໍລະນີທີ່ລູກໜີ້ສາມາດໃຊ້ແທນໄດ້ ກໍຈະບໍ່ມີບັນຫາຫຍັງໝົດ, ແຕ່ໃນທາງກົງກັນຂ້າມ ລູກໜີ້ຫາກບໍ່ມີຄວາມສາມາດໃຊ້ແທນໄດ້ ກໍຈະພາໃຫ້ເກີດຂໍ້ຂັດແຍ່ງເກີດຂຶ້ນ ບາງຄັ້ງເຖິງຂັ້ນໃຊ້ຄວາມຮຸນແຮງ, ບັງຄັບ, ນາບຂູ່ (ທວງໜີ້ໂຫດ) ເຊິ່ງບັນຫາດັ່ງກ່າວຖືເປັນປະກົດການຫຍໍ້ທໍ້ໜຶ່ງຂອງສັງຄົມ ທີ່ເກີດຂຶ້ນໃນປັດຈຸບັນນັບມື້ນັບຫຼາຍຂຶ້ນ.

ແຕ່ເຖິງຢ່າງໃດກໍຕາມ ທ່ານຮູ້ບໍ່ວ່າ ການທີ່ເຈົ້າໜີ້ ກໍານົດ ອັດຕາດອກເບ້ຍທີ່ສູງເກີນກວ່າກົດໝາຍອະນຸຍາດໃຫ້ ອາດຈະເຮັດໃຫ້ເຈົ້າໜີ້ ມີຄວາມຮັບຜິດຊອບທາງອາຍາ ຫຼື ຕິດຄຸກໄດ້ ໂດຍອີງຕາມປະມວນກົດໝາຍ ອາຍາ ສະບັບເລກທີ 26/ສພຊ, ລົງວັນທີ 17 ພຶດສະພາ 2017, ໝວດທີ 7, ພາກທີ 2, ມາດຕາ 298 ກໍານົດວ່າ: “ບຸກຄົນໃດ ຫາກໄດ້ໃຫ້ກູ້ຢືມເປັນທຸລະກິດ ໂດຍບໍ່ໄດ້ຮັບອະນຸຍາດ ດໍາເນີນທຸລະກິດ ຈາກຂະແໜງການທີ່ກ່ຽວຂ້ອງ ແລ້ວຄິດໄລ່ອັດຕາດອກເບ້ຍເງິນກູ້ຢືມສູງກວ່າ ສາມສິບຫົກສ່ວນຮ້ອຍ ຕໍ່ປີ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ສາມເດືອນ ຫາ ໜຶ່ງປີ ຫຼືດັດສ້າງ ໂດຍບໍ່ຕັດອິດສະລະພາບ ແລະຈະຖືກປັບໃໝແຕ່ 5.000.000 ກີບ ຫາ 10.000.000 ກີບ.”

ຈາກບົດບັນຍັດທີ່ກ່າວມາໃນຂ້າງເທິງນີ້ ສະແດງໃຫ້ເຫັນວ່າ ຜູ້ທີ່ຈະຖືວ່າມີຄວາມຜິດໃນມາດຕານີ້ໄດ້ ນອກຈາກຕ້ອງຄົບອົງປະກອບຂອງການກະທໍາຜິດທາງອາຍາແລ້ວ ຍັງຕ້ອງມີເຄື່ອງໝາຍດັ່ງຕໍ່ໄປນີ້: 1). ເປັນບຸກຄົນ (ລວມທັງ ນິຕິບຸກຄົນ, ບໍລິສັດ, ວິສາຫະກິດ…); 2). ໄດ້ໃຫ້ກູ້ຢືມເປັນທຸລະກິດໂດຍບໍ່ໄດ້ຮັບອະນຸຍາດດໍາເນີນທຸລະກິດຈາກຂະແໜງການທີ່ກ່ຽວຂ້ອງ; 3). ຄິດໄລ່ອັດຕາດອກເບ້ຍເງິນກູ້ຢືມ ສູງກວ່າສາມສິບຫົກສ່ວນຮ້ອຍ ຕໍ່ປີ.

ເຖິງຢ່າງໃດກໍຕາມ ນີ້ເປັນບາດກ້າວໃໝ່ຂອງລະບົບກົດໝາຍລາວເຮົາ ທີ່ມີການກໍານົດບັນຫາດັ່ງກ່າວນີ້ໄວ້ໃນ ປະມວນກົດໝາຍອາຍາ (ສະບັບທໍາອິດ) ຂອງ ສປປ ລາວ. ສະນັ້ນ ຂໍແນະນຳໃຫ້ ຜູ້ທີ່ໄດ້ປ່ອຍເງິນກູ້ ຫຼືຈະປ່ອຍເງິນກູ້ຢືມ ຈົ່ງປະຕິບັດຕາມລະບຽບກົດໝາຍຢ່າງເຂັ້ມງວດ ທັງນີ້ກໍເພື່ອເປັນການຫຼີກລ່ຽງຄວາມຜິດພາດທີ່ອາດຈະເກີດຂຶ້ນໄດ້ ແລະ ຫຼຸດຜ່ອນຄວາມສ່ຽງຕ່າງໆທາງດ້ານກົດໝາຍ.

ໝາຍເຫດ: ວາລະສານ ທາແກັດ ສະຫງວນລິຂະສິດບົດຄວາມນີ້ຕາມກົດໝາຍ ວ່າດ້ວຍຊັບສິນທາງປັນຍາ. ບົດຄວາມນີ້ ແມ່ນເພື່ອເປົ້າໝາຍໃຫ້ຄວາມຮູ້ທາງດ້ານກົດໝາຍເທົ່ານັ້ນ ບໍ່ແມ່ນເປັນການໃຫ້ຄຳປຶກສາທາງດ້ານກົດໝາຍ ຫຼືເປັນການອອກຄຳເຫັນທາງດ້ານກົດໝາຍແຕ່ຢ່າງໃດ.

ໂດຍ: ທະນາຍຄວາມ ວຽງສະຫວັນ ພັນທະລີ, ອຳນວຍການ ບໍລິສັດ ພັນທະລີກົດໝາຍ ຈຳກັດ

 (ວາລະສານທາເກັດ ສະບັບ 150 ເດືອນມັງກອນ 2019 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe, ຮ້ານ The pizza company ແລະ ຫຼາຍໆສະຖານທີ່ໃນນະຄອນຫຼວງວຽງຈັນທີ່ເປັນສະມາຊິກຂອງວາບະສານ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

Lenders charging interest rates over 36% liable for custodial sentence

This socio-economic climate of rapid growth demands finance, whatever your business purposes and operations, education, daily life, and so forth as such things are gradually becoming more expensive so borrowing has become an option for people. There is no doubt that when borrowing on the black market, the creditor will be bound to set a fairly high interest rate and in cases where the debtor is able to pay, there is no problem but conversely, in cases where the debtor is unable to repay the loan, it leads to a dispute and sometimes even violence, duress, and other cruel methods to reclaim the debt. This can be considered a social problem which is currently on the rise.

Did you know that a creditor who sets an interests rate higher than that specified by law could end up facing criminal liability and imprisonment? This falls under Article 298, Part 2, Chapter 17 of Penal Law 26/NA, dated 17 May 2017, which states that “Any person operating a lending business without a business operating license from the relevant sector and charges an interest rate higher than thirty-six percent per annum shall be sentenced to deprivation of freedom for between three months and one year or face reeducation without deprivation of freedom and/or fined between five to ten million kip”.

The abovementioned provision shows that persons shall be guilty under this article provided that they fulfill each element of the criminal offense along with the following conditions: (1) They must be a person (including legal entities, companies, enterprises, and so forth); (2) They must have provided a loan as a business without holding a business operating license from the relevant sector; and (3) They must have charged an interest rate on a loan in excess of thirty-six percent per annum.

This represents a new step in the Lao legal system in that such problems are provided for here in the Penal Law (1st version) of the Lao PDR. I therefore advise those lending money or intending to lend money to act in strict accordance with the regulations in order to avoid a possible slipup and reduce your risk in legal terms.

Remark: This article is the legal copyright of Target magazine and constitutes the intellectual property thereof; it is not merely a form of legal advice or expression of opinion.

By: Viengsavanh Phanthaly, Managing Director of Phanthaly Law Co., Ltd.

 

Comments