ໃນທຸກມື້ນີ້, ເຮັດແນວໃດ ວິສາຫະກິດຂະໜາດນ້ອຍ ແລະ ກາງຈຶ່ງຈະຢູ່ລອດ?

ທ່ານຜູ້ອ່ານຫຼາຍຄົນອາດຮູ້ສຶກສາ ເສດຖະກິດໃນປັດຈຸບັນ ບໍ່ຄຶກຄັກຄືກັບ 2-3 ປີຜ່ານມາ, ຫຼາຍຮ້ານກໍມີຫາງສຽງວ່າ ຂາຍເຄື່ອງບໍ່ໄດ້ດີ ແລະ ລູກຄ້າມີບໍ່ຫຼາຍ ແລະ ນັກທ່ອງທ່ຽວ ກໍຄືບໍ່ຫຼາຍປານໃດ  ສະນັ້ນ, ວາລະສານທາເກັດສະບັບນີ້ ຈຶ່ງຫາຂໍ້ສະເໜີແນະນໍາ ສໍາລັບທຸລະກິດຂະໜາດນ້ອຍ ແລະ ກາງ ເພື່ອການຢູ່ລອດ ແລະ ຈະເລີນກ້າວໜ້າໃນການດໍາເນີນທຸລະກິດ.

  1. ທຸລະກິດຂະໜາດນ້ອຍ ແລະ ກາງ ບໍ່ວ່າໃນຂະແໜງການໃດກໍຕາມ ຕ້ອງສາມາດປັບຕົວໄດ້ ເຊັ່ນ: ແຜນງານ, ແຜນດໍາເນີນທຸລະກິດ ແລະ ການດໍາເນີນງານໃຫ້ມີຄວາມຄ່ອງຕົວຍິ່ງຂຶ້ນ ໂດຍສະເພາະ ໃນສະພາບເສດຖະກິດທີ່ມີການປ່ຽນແປງຕະຫຼອດເວລາ, ການປ່ຽນແປງ ຫຼື ທ່າອ່ຽງຂອງພຶດຕິກໍາຜູ້ຊົມໃຊ້, ການປ່ຽນແປງທາງດ້ານລະບຽບ ແລະ ກົດໝາຍຕ່າງໆ. ໃນນີ້, ຕ້ອງຊອກຮູ້ກ່ຽວກັບນະໂຍບາຍການສົ່ງເສີມຕ່າງໆຂອງລັດຖະບານ ເພື່ອສະແຫວງຫາໂອກາດ ແລະ ການສະໜັບສະໜູນໃຫ້ເໝາະສົມ ເພື່ອແກ້ໄຂບັນຫາຂອງທຸລະກິດຕົນເອງ ເຊັ່ນ: ການປັບປຸງຄຸນະພາບສິນຄ້າ ແລະ ການບໍລິການ, ການສ້າງລະບົບບັນຊີທີ່ເປັນມາດຕະຖານ ແລະ ການຄຸ້ມຄອງຈັດການທີ່ເປັນລະບົບຍິ່ງຂຶ້ນ, ການສ້າງວິໄສທັດ, ການສ້າງແຜນໄລຍະສັ້ນ-ໄລຍະຍາວ…
  2. ທຸລະກິດຂະໜາດນ້ອຍ ແລະ ກາງ ຕ້ອງພະຍາຍາມຄວບຄຸມຕົ້ນທຶນການຜະລິດ ແລະ ຕົ້ນທຶນໃນການດໍາເນີນງານຂອງຕົນໃຫ້ດີ ໂດຍສະເພາະ ການຊອກຫາແຫຼ່ງວັດຖຸດິບທີ່ຖືກ ແລະ ຄຸນະພາບດີ,ລວມເຖິງການຈ້າງພະນັກງານທີ່ມີທັກສະຄວາມຮູ້ ເພື່ອປັບປຸງທຸລະກິດຂອງຕົນ.
  3. ການເຮັດທຸລະກິດ ບໍ່ວ່າໃຫຍ່ ຫຼື ນ້ອຍ ຕ້ອງໄດ້ມຸ່ງເນັ້ນ ການນໍາສະເໜີຜະລິດຕະພັນ ແລະ ການບໍລິການທີ່ມີຄຸນະພາບຢ່າງສະໝໍ່າສະເໝີ ຊຶ່ງມັນສະແດງເຖິງ ຄວາມຊື່ສັດ ແລະ ໃຫ້ຄວາມສໍາຄັນກັບລູກຄ້າ. ສະນັ້ນ, ຄວນເອົາໃຈໃສ່ໃນທຸກຂັ້ນຕອນການຄວບຄຸມຄຸນະພາບຂອງການຜະລິດ ແລະ ຂັ້ນຕອນການໃຫ້ບໍລິການເພື່ອສ້າງເປັນລະບົບທີ່ເປັນມາດຕະຖານ.
  4. ທຸລະກິດຂະໜາດນ້ອຍ ແລະ ກາງ ຄວນຮ່ວມມືກັນ ເພື່ອຜົນປະໂຫຍດຮ່ວມກັນ ແລະ ເພິ່ງພາອາໄສເຊິ່ງກັນ ແລະ ກັນໃນກຸ່ມ ແລະ ນອກກຸ່ມ ເຊັ່ນ: ການຈັດຊື້ວັດຖຸດິບຮ່ວມກັນ ເພື່ອໃຫ້ໄດ້ລາຄາຖືກ ຈາກການປະຢັດຕໍ່ຂະໜາດ, ການສ້າງສາຍພົວພັນຮ່ວມກັນໃນການຈັດຈໍາໜ່າຍສິນຄ້າ ແທນທີ່ຈະແຂ່ງຂັນກັນຫຼຸດລາຄາ ເພື່ອແກ່ງແຍ້ງແຂ່ງຂັນ, ເພາະວ່າ ການແຂ່ງກັນຫຼຸດລາຄາ ຈະພາໃຫ້ທຸລະກິດເສຍຫາຍໃນໄລຍະຍາວ. ການແຂ່ງຂັນກັບສິນຄ້ານໍາເຂົ້າ ແມ່ນມີໃນຕົວ ເນື່ອງຈາກການເປີດກວ້າງທາງດ້ານການຄ້າ ເຊັ່ນ:ການເຂົ້າຮ່ວມເຂດການຄ້າເສລີອາຊຽນ ແລະ ອື່ນໆ. ສະນັ້ນ, ຈໍາເປັນຢ່າງຍິ່ງທີ່ ທຸລະກິດຂະໜາດນ້ອຍ ແລະ ກາງຕ້ອງໄດ້ຮ່ວມມືກັນເພື່ອສ້າງສາຍພົວພັນໃນການຄ້າ ຊຶ່ງລວມເຖິງການຈັດຊື້ ແລະ ການສະ ໜອງ.​
  5. ການດໍາເນີນທຸລະກິດ ຈໍາເປັນຕ້ອງໄດ້ເຄົາລົບກົດກະຕິກາ ແລະ ລະບຽບ/ກົດໝາຍ ໂດຍສະເພາະ ການຢຶດຫຼັກຄຸນນະທໍາ ແລະ ຈາລິຍະທໍາທາງທຸລະກິດ, ບໍ່ເອົາປຽບລູກຄ້າ ແລະ ຄູ່ຮ່ວມມືທາງທຸລະກິດ. ການສ້າງລະບົບທີ່ດີ ເຊັ່ນ:​ ການຄຸ້ມຄອງຈັດການ, ການເງິນ, ການບັນຊີ ຈະເປັນພື້ນຖານອັນດີ ໃນການເຂົ້າເຖິງແຫຼ່ງທຶນ ແລະ ສ້າງຮູບແບບຂອງທຸລະກິດທີ່ເປັນມາດຕະຖານ ເພື່ອສະເໜີຂາຍ ແຟຣນຊາຍ (franchise) ໃນອະນາຄົດ ກໍເປັນໄດ້.

ໃນການດໍາເນີນທຸລະກິດຂະໜາດນ້ອຍ ແລະ ກາງ ສິ່ງທີ່ໄດ້ປຽບຫຼາຍທີ່ສຸດ ແມ່ນ ມີຄວາມເປັນອິດສະຫຼະ ແລະ ສາມາດປັບຕົວໄດ້ງ່າຍ ແລະ ສາມາດໃຫ້ຄວາມເອົາໃຈໃສ່ໃກ້ຊິດກັບລູກຄ້າໄດ້ດີກວ່າ ບໍລິສັດໃຫຍ່ ຊຶ່ງນັ້ນ ໝາຍເຖິງ ການສ້າງຄວາມເຂົ້າໃຈ ແລະ ສາຍພົວພັນອັນດີກັບລູກຄ້າ. ພ້ອມນັ້ນ,  ການສ້າງ ຫຼື ນໍາໃຊ້ນະວັດຕະກໍາໃໝ່ ໃຫ້ແກ່ສິນຄ້າ ກໍເປັນໄປໄດ້ສູງ ແລະ ສິ່ງສໍາຄັນ, ຜົນກໍາໄລຂອງທຸລະກິດ ກໍເປັນທີ່ໜ້າສົນໃຈເພາະຜູ້ບໍລິຫານ ຈະໄດ້ສ່ວນແບ່ງທີ່ໃຫຍ່.

ເຖິງຢ່າງໃດກໍຕາມ, ທຸລະກິດຂະໜາດນ້ອຍ ແລະ ກາງ ກໍຍັງມີບັນຫາທ້າທາຍທີ່ຕ້ອງໄດ້ເອົາໃຈໃສ່ ຄື ເງິນທຶນໃນການດໍາເນີນງານບໍ່ພຽງພໍ ຊຶ່ງຍາກໃນການເຂົ້າເຖິງແຫຼ່ງທຶນ; ການຈັດການທີ່ບໍ່ມີປະສິດທິພາບ ແລະ ຜູ້ປະກອບການຂາດຂີດຄວາມສາມາດໃນການເປັນນັກທຸລະກິດທີ່ດີ (ຊຶ່ງບັນຫານີ້ ປະກອບສ່ວນເຂົ້າໃນຄວາມຫຍຸ້ງຍາກໃນການເຂົ້າເຖິງແຫຼ່ງທຶນ ເນື່ອງຈາກ ທະນາຄານ ກໍຕ້ອງຮັບປະກັນຄວາມສ່ຽງໃນລະດັບໜຶ່ງ) ຊຶ່ງຈໍາເປັນຕ້ອງໄດ້ມີຫຼັກຖານຢັ້ງຢືນການດໍາເນີນງານຂອງທຸລະກິດ, ການຈົດບັນທຶກລາຍຮັບ-ລາຍຈ່າຍ ແລະ ແຜນດໍາເນີນທຸລະກິດ ແລະ ອື່ນໆ; ພ້ອມນັ້ນ, ປັດໄຈສະພາບແວດລ້ອມອື່ນໆ ເຊັ່ນ: ແຮງງານທີ່ມີສີມື ແລະ ສະຖານທີ່ຕັ້ງຂອງທຸລະກິດ ກໍເປັນຄວາມທ້າທາຍທີ່ເຮັດໃຫ້ທຸລະກິດຂະໜາດນ້ອຍ ແລະ ກາງບໍ່ປະສົບຜົນສໍາເລັດໄດ້.

ສະນັ້ນ, ຜູ້ບໍລິຫານ ທຸລະກິດຂະໜາດນ້ອຍ ແລະ ກາງ ຕ້ອງໄດ້ເອົາໃຈໃສ່ ເບິ່ງຈຸດອ່ອນ ແລະ ຈຸດແຂງຂອງຕົນ ເພື່ອການປັບຕົວໃຫ້ສອດຄ່ອງກັບສະພາບປ່ຽນແປງຕ່າງໆ ແລະ ຫຼັກການທີ່ກ່າວມາຂ້າງເທິງນັ້ນ.

(ວາລະສານທາເກັດ ສະບັບ 150 ເດືອນມັງກອນ 2019 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe, ຮ້ານ The pizza company ແລະ ຫຼາຍໆສະຖານທີ່ໃນນະຄອນຫຼວງວຽງຈັນທີ່ເປັນສະມາຊິກຂອງວາບະສານ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

These days, what can you do to make your SME survive?

Many of you may have studied modern economics and how things were two or three years ago. Many famous stores are struggling, customers are few, and there are not all that many tourists so in this issue of Target magazine, we are going to give some suggestions for ensuring your SME survives and advances and prospers in business.

  1. SMEs in all sectors must be able to adapt things like their programs, business plans, and ways of working, especially amidst such dynamic economic conditions. Everything is changing – from consumer behavior right through to laws and regulations. Given this, we have to find government policies which can support us to find opportunities and provide the necessary assistance to solve business problems without having to do it all ourselves. For example, the improvement in the quality of goods and services, creation of standard accounting systems, more systematic management, the building of visions, the building of short- and long- term plans, and so forth….
  2. SMEs have to try to control their capital for production and circulating capital well, especially when looking for cheap and high quality raw materials and hiring employees with the necessary skills and knowledge to improve their business.
  3. Doing business, whether large or small, requires diligence and the offer of high quality products and services at all times. It also requires honesty and importance attached to your customers. Therefore, you have to do your best at each level to control the quality of your products and the service processes to ensure standard systems.
  4. SMEs can collaborate for mutual gain and rely upon each other both within and outside their group. For example, the joint procurement of raw materials can keep prices lower than usual market prices and building relationships for the distribution of goods rather than competing and undercutting each other because undercutting each other will harm business in the long term. Undercutting each other comes as a result of the opening up the economy, for example, the ASEAN Free Trade Agreement (AFTA) and so forth. It is therefore more important than ever for SMEs to cooperate in order to build trade partnerships, including both procurement and supply
  5. When doing business, you have to respect rules, regulations, and laws, especially morals and business ethics. We should not try to take advantage of customers or business partners. Building a good system, such as management, finance, and accounting will be a good platform for accessing capital and businesses which meet standards in order that they may be franchised in the future.

When running an SME, the thing which will give us the greatest advantage is freedom, flexibility, and focusing on forming close relationships with your customers better than a large corporation can. This means building understanding and maintaining positive relationships with your customers. Furthermore, building and/or using new innovations for your products is highly possible and essential. Business profits are also important because the directors have no shortage of expenditures.

SMEs have plenty of challenges which require much attention, such as insufficient capital to invest and the difficulties in accessing capital. Inefficient management and entrepreneurs which lack good business capacities and other such problems contribute to the difficulty to access capital as banks have to guarantee a certain level of risk so you need to have evidence of your business operations, income and expenditures, business plans, and so forth. Together with this, there are other environmental factors, such as skilled labor and suitable business locations, which represent considerable problems to running SMEs and succeeding.

SME directors must therefore look at the weakness and strengths they have so that they can adapt and keep pace with the constantly changing circumstances and issues described above.

 

Comments