BFL ໄດ້ພັດທະນາລະບົບທະນາຄານເອເລັກໂຕຣນິກຂຶ້ນເປັນຄັ້ງທໍາອິດໃນລາວ

ວາລະສານ ສະບັບເດືອນມັງກອນນີ້, ພວກເຮົາໄດ້ຮັບກຽດການໃຫ້ສໍາພາດ ທ່ານ Arnaud Caulier, ທີ່ຫາກໍ່ຖືກແຕ່ງຕັ້ງໃຫ້ເປັນຜູ້ອໍານວຍການໃຫຍ່ ທະນາຄານ ລາວ-ຝຣັ່ງ ຈໍາກັດ (BFL) ຊຶ່ງທ່ານຈະມາແນະນໍາໃຫ້ຮຸ້ເຖິງການເຕີບໃຫຍ່ຂະຫຍາຍຕົວຂອງທະນາຄານ, ແຜນດໍາເນີນງານ ແລະ ວິໄສທັດ-ເປົ້າໝາຍຂອງ (BFL)ໃນ ສປປ ລາວ.

ທ່ານຍົກໃຫ້ເຫັນວ່າ: BFL ໄດ້ພັດທະນາລະບົບທະນາຄານເອເລັກໂຕຣນິກຂຶ້ນເປັນຄັ້ງທໍາອິດໃນ ລາວ ໂດຍ ວາລະສານBanker. BFL ຖືກສ້າງຕັ້ງຂຶ້ນໃນປີ 2010 ເປັນທຸລະກິດຮ່ວມຫຸ້ນລະຫວ່າງກຸ່ມ BRED ທີ່ໃຫ້ບໍລິການລູກຄ້າມາແລ້ວຫຼາຍກວ່າ 1 ລ້ານຄົນໃນທົ່ວໂລກ, ມີພະນັກງານ 5.500 ຄົນ ແລະ ຫຸ້ນມູນຄ່າ 4 ຕື້ໂດລາ, ເຊິ່ງເປັນພາກສ່ວນໜຶ່ງຂອງ BPCE,ເປັນກຸ່ມທະນາຄານທີ່ໃຫຍ່ທີ່ສຸດເປັນອັນດັບສອງຂອງປະເທດຝຣັ່ງ ແລະ ອັນດັບ 19 ໃນໂລກໃນດ້ານຊັບສິນ, ພ້ອມນີ້ຍັງໄດ້ຮ່ວມມືກັບທະນາຄານການຄ້າຕ່າງປະເທດລາວ (BCEL) ເຊິ່ງເປັນທະນາຄານການຄ້າຊັ້ນນໍາຂອງ ສປປ ລາວ. ດັ່ງນັ້ນ, BFLຈຶ່ງມີລັກສະນະທຸລະກິດທີ່ປະສົມປະສານລະຫວ່າງເອກະລັກຂອງຝຣັ່ງ ແລະ ຄວາມເປັນໂຕຕົນຂອງທ້ອງຖິ່ນຢ່າງຊັດເຈນ.

  • ຂໍໃຫ້ທ່ານຊ່ວຍອະທິບາຍຕື່ມວ່າເປັນຫຍັງກຸ່ມ BRED ຈຶ່ງມາລົງທຶນໃນລາວ?

ກຸ່ມ BRED ຖືກສ້າງຕັ້ງຂຶ້ນໃນປີ 1919 ແລະ ຫາກໍ່ສະຫຼອງຄົບຮອບ 100 ປີ ໃນປີນີ້. ກຸ່ມນີ້ມີສອງລັກສະນະຄື: ຖືກສ້າງຂຶ້ນໂດຍບັນດາຜູ້ປະກອບການຈາກພາກເອກະຊົນໃຫ້ເປັນທະນາຄານຮ່ວມມື. ໝາຍຄວາມວ່າທະນາຄານນີ້ແມ່ນຂຶ້ນກັບລູກຄ້າ ແລະ ບໍ່ໄດ້ຂຶ້ນກັບຕະຫຼາດ, ເຊິ່ງເຮັດໃຫ້ເກີດການລົງທຶນໄລຍະຍາວ ແລະ ມີຄວາມຫຼາກຫຼາຍ. ອີງຕາມປະຫວັດຄວາມເປັນມາ, BRED ຈຶ່ງມີຄວາມຕັ້ງໃຈອັນສະເພາະ ໃນການສົ່ງເສີມການດໍາເນີນທຸລະກິດ ແລະ ການລົງທຶນໃນຊຸມຊົນ.

ການຮ່ວມທຸລະກິດກັນລະຫວ່າງ BRED ແລະ BCEL ໃນປີ 2008  BFL ຈິ່ງຖືກກໍາເນີດຂຶ້ນໃນປີ 2010. ການຮ່ວມມືທາງທຸລະກິດນີ້ຖືກສ້າງຂຶ້ນບົນພື້ນຖານຂອງການຮ່ວມມືໄລຍະຍາວລະຫວ່າງສອງສະຖາບັນ, ເພື່ອນໍາເອົາມາດຕະຖານດ້ານທະນາຄານອັນສູງສຸດມາສູ່ປະເທດລາວ ລວມທັງເພື່ອແບ່ງປັນປະສົບການລະຫວ່າງກັນ. BRED ຍັງເປັນຄູ່ຮ່ວມມືຍຸດທະສາດຂອງ BCEL ນໍາອີກ. ໂດຍຜ່ານການແກ້ໄຂບັນຫາ ແລະການບໍລິການທາງດ້ານທະນາຄານຕ່າງໆ, BRED ແນໃສ່ມີສ່ວນຮ່ວມເຂົ້າໃນການພັດທະນາຊຸມຊົນທຸລະກິດໃນ ລາວ,ໂດຍເນັ້ນໜັກເປັນພິເສດໃສ່ບັນດາທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ(SME).

  • ປັດໄຈໃດທີ່ເຮັດໃຫ້ BFL ແຕກຕ່າງໃນຕະຫຼາດທຸລະກິດທະນາຄານໃນ ລາວ?

ນີ້ແມ່ນຄໍາຖາມທີ່ດີຍ້ອນໃນ ລາວ ມີທະນາຄານດໍາເນີນການຫຼາຍກວ່າ 40 ແຫ່ງ. ນັບຕັ້ງແຕ່ກໍ່ຕັ້ງ, BFL ທາງຜູ້ບໍລິຫານໄດ້ເນັ້ນໜັກໃສ່ນະວັດຕະກໍາ, ຄວາມໃກ້ສິດກັບລູກຄ້າ ແລະ ການມີສ່ວນຮ່ວມໃນສັງຄົມ. BFL ໄດ້ພັດທະນາລະບົບທະນາຄານ ເອເລັກໂຕຣນິກ ຂຶ້ນເປັນຄັ້ງທໍາອິດໃນ ລາວ ແລະໄດ້ສືບຕໍ່ລົງທຶນເຂົ້າໃນການບໍລິການທາງ   “ດີຈີຕອນ”  ໂດຍເນັ້ນໜັກເປັນພິເສດໃນການປົກປ້ອງຄວາມປອດໄພໃຫ້ແກ່ລູກຄ້າ. ໃນເດືອນມັງກອນ, ພວກເຮົາໄດ້ເປີດໂຕ “ໂປຣແກຣມ”ມືຖືໃໝ່ທີ່ຊື່ວ່າ BFL CONNECT ພາຍຫຼັງທີ່ມີການປັບປຸງລະບົບຫຼັກຂອງທະນາຄານ.  ເປົ້າໝາຍສໍາຄັນໃນພາລະກິດຂອງພວກເຮົາແມ່ນນໍາພາລູກຄ້າໄປສູ່ການພັດທະນາ: ພວກເຮົາບໍ່ຕ້ອງການພຽງແຕ່ສະໜອງສິນຄ້າຂອງທະນາຄານເທົ່ານັ້ນ, ແຕ່ຍັງລວມໄປເຖິງທຸກການບໍລິການດ້ານການເງິນທີ່ສອດຄ່ອງກັບແຕ່ລະສະພາບການຕ່າງໆ. ພວກເຮົາລົງທຶນເປັນຈໍານວນຫຼາຍເຂົ້າໃນການເຝິກອົບຮົມເພື່ອໃຫ້ພະນັກງານສາມາດເຂົ້າໃຈໄດ້ດີເຖິງຄວາມຕ້ອງການ ແລະ ຄວາມຄາດຫວັງຂອງລູກຄ້າຢູ່ສະເໝີ
ເພື່ອຈະສາມາດສະໜອງການບໍລິການທີ່ມີຄຸນຄ່າສູງໄດ້. ສໍາລັບລູກຄ້າແຕ່ລະຄົນ, ພວກເຮົາຍັງມີຜູ້ຈັດການຝ່າຍພົວພັນທີ່ມີຄວາມມຸ່ງໝັ້ນ ແລະ ພວກເຮົາກໍພະຍາຍາມຢູ່ສະເໝີເພື່ອສະໜອງວິທີແກ້ໄຂບັນຫາທາງດ້ານການທະນາຄານ ອັນສະເພາະໃຫ້ແກ່ທຸກຂໍ້ສະເໜີ. ຄວາມໃກ້ສິດ, ການຕອບສະໜອງ ແລະ ການເພີ່ມມູນຄ່າແມ່ນຄຸນສົມບັດທີ່ພວກເຮົາໃຫ້ຄວາມສໍາຄັນໃນພາລະກິດຂອງພວກເຮົາໃນລາວ.

  • ແມ່ນຫຍັງທີ່ເປັນສິ່ງສະແດງໃຫ້ເຫັນເຖິງການມີສ່ວນຮ່ວມຂອງທ່ານຕໍ່ຊຸມຊົນໄດ້ດີທີ່ສຸດ?

BFL ມີສ່ວນຮ່ວມເຂົ້າໃນຫຼາຍໆແຜນລິເລີ່ມໃນທ້ອງຖິ່ນພ້ອມກັບເປົ້າໝາຍທີ່ມີປະສິດທິຜົນຢູ່ສະເໝີ. ໂຄງການຫຼັກທີ່ພວກເຮົາດໍາເນີນການໃນໄລຍະຫຼາຍເດືອນທີ່ຜ່ານມາແມ່ນການສ້າງໂອກາດເຂົ້າເຖິງແຫຼ່ງເງິນທຶນໃຫ້ແກ່ຜູ້ປະກອບການຍິງ ພາຍໃຕ້ການຊີ້ນໍາຂອງອົງການການເງິນສາກົນ (ກຸ່ມທະນາຄານໂລກ). ພວກເຮົາໄດ້ສ້າງຕັ້ງໜ່ວຍບໍລິການທີ່ມີເອກະລັກ ແລະ ມີຄວາມມຸ່ງໝັ້ນໃນນະຄອນຫຼວງວຽງຈັນ (ຕັ້ງຢູ່ ສູນການຄ້າ ໄອເຕັກມໍ) ເພື່ອນໍາພາແມ່ຍິງລາວໂດຍມີເປົ້າໝາຍໃນການ
ສ້າງທຸລະກິດຂອງພວກເຂົາໃຫ້ຂະຫຍາຍໂຕ. ພວກເຮົາສະໜອງຄໍາປຶກສາ ແລະ ພະນັກງານທະນາຄານທີ່ມີຄວາມມຸ່ງໝັ້ນໃຫ້ແກ່ພວກເຂົາໃນລາຄາອັນສະເພາະ. ພວກເຮົາຍັງໄດ້ຈັດການເຝິກອົບຮົມທີ່ບໍ່ເສຍຄ່າເຂົ້າຮ່ວມຢ່າງສະໝໍ່າສະເໝີເພື່ອຊ່ວຍພວກເຂົາໃນການສ້າງແຜນທຸລະກິດ ແລະ ເຂົ້າໃຈວິທີການເຂົ້າເຖິງສິນເຊື່ອ. ໃນກຸ່ມລູກຄ້າທີ່ເປັນນັກທຸລະກິດຍິງຂອງພວກເຮົາ, ພວກເຮົາກໍມີເລື່ອງລາວຄວາມສໍາເລັດຫຼາຍຢ່າງ. ຜ່ານການໂອ້ລົມກັບລູກຄ້າທີ່ເປັນນັກທຸລະກິດຍິງ, ພວກເຮົາເຂົ້າໃຈວ່າພວກເຂົາຕ້ອງການວິທີທາງແບບສ່ວນໂຕທີ່ມີຄວາມມຸ່ງໝັ້ນລວມທັງການເຝິກອົບຮົມສະເພາະ ດັ່ງນັ້ນ,ພວກເຮົາຈຶ່ງໄດ້ສ້າງສິ່ງເຫຼົ່ານີ້ຂຶ້ນເພື່ອຕອບສະໜອງໃຫ້ແກ່ພວກເຂົາ ແລະ ໄດ້ຮັບຜົນສຳເລັດຫຼາຍ ພວກເຮົາມີແຜນຈະຂະຫຍາຍການບໍລິການຂອງພວກເຮົາເພີ່ມຕື່ມອີກ.

  • ບັນຫາທ້າທາຍທີ່ທ່ານພົບພໍ້ໃນ ລາວ ມີຫຍັງແດ່ ແລະ ທ່ານປັບປ່ຽນຍຸດທະສາດຂອງທ່ານໃຫ້ແທດ
    ເໝາະກັບບັນຫາເຫຼົ່ານັ້ນແນວໃດ?

ຂ້າພະເຈົ້າຢາກບອກວ່າພວກເຮົາກໍ່ພົບພໍ້ກັບບັນຫາທ້າທາຍຕ່າງໆຄ້າຍຄືກັບບັນດາຜູ້ປະກອບການ ແລະ ເຈົ້າຂອງທຸລະກິດລາຍອື່ນໆໃນ ລາວ. ລາວ ຍັງພວມຢູ່ໃນໄລຍະຂອງການລົງທຶນທາງດ້ານພື້ນຖານໂຄງລ່າງ ແລະ ກອບວຽກກົດໝາຍ ເຖິງຢ່າງໃດກໍຕາມ, ຄ້າຍຄືກັບຜູ້ປະກອບການຫຼາຍທ່ານ, ພວກເຮົາພະຍາຍາມປັບໂຕ ແລະ ຊອກຫາວິທີແກ້ໄຂທີ່ຖືກຕ້ອງຕໍ່ບັນຫາທີ່ພວກເຮົາພົບພໍ້ຢູ່ສະເໝີ. ໜຶ່ງໃນບັນຫາທ້າທາຍຫຼັກຕໍ່ທຸລະກິດທະນາຄານແມ່ນສະພາບເສດຖະກິດທີ່ມີການໃຊ້ຈ່າຍເງິນສົດເປັນສ່ວນໃຫຍ່. ໝາຍຄວາມວ່າມັນຍາກຫຼາຍທີ່ຈະປະເມີນລາຍຮັບ ແລະ ລາຍຈ່າຍລູກຄ້າໄດ້, ພວກເຮົາຈຶ່ງຕ້ອງໄດ້ຕິດຕາມພວກເຂົາດ້ວຍວິທີການຕ່າງໆໂດຍສະເພາະເລື່ອງການອະນຸມັດສິນເຊື່ອ.ການຮູ້ຈັກລູກຄ້າແມ່ນສິ່ງທີ່ສໍາຄັນຫຼາຍ ເຊິ່ງຈໍາເປັນຕ້ອງໃຊ້ເວລາຫຼາຍກວ່າໃນບັນດາປະເທດເອີຣົບ. ພະນັກງານທະນາຄານຂອງ BFL ແມ່ນຖືວ່າເປັນທີ່ປຶກສາຍຸດທະສາດຍ້ອນວ່າພວກເຮົາພະຍາຍາມຈະເຂົ້າໃຈຍຸດທະສາດກ່ຽວກັບລູກຄ້າຢູ່ສະເໝີເພື່ອສະໜອງການບໍລິການທີ່ຖືກຕ້ອງແກ່ພວກເຂົາ. ສິ່ງນີ້ເຮັດໃຫ້ພວກເຮົາສາມາດປົກປ້ອງລູກຄ້າ ແລະສະໜອງວົງເງິນກູ້ຢືມ ແລະ ວິທີແກ້ໄຂບັນຫາທີ່ເໝາະໃຫ້ແກ່ພວກເຂົາໄດ້ໃນສະພາບແວດລ້ອມການນໍາໃຊ້ເງິນສົດ, ພວກເຮົາຕັ້ງເປົ້າໃຫ້ຕົນເອງກາຍເປັນໜຶ່ງໃນທະນາຄານທີ່ປອດໄພທີ່ສຸດໃນ ລາວ. ຄວາມສາມາດຂອງທີ່ປຶກສາຂອງພວກເຮົາບວກກັບການຮັກສາມາດຕະຖານສູງໄວ້ຊ່ວຍໃຫ້ພວກເຮົາສາມາດປັບປຸງຜົນງານຂອງ SME ແລະ ບໍລິສັດໄດ້.

  • BFL ໄດ້ຮັບລາງວັນທະນາຄານດີເດັ່ນສໍາລັບ SME” ໃນຊຸມປີທີ່ຜ່ານມາ, ແມ່ນຫຍັງທີ່ນໍາພາພວກທ່ານໄປສູ່ລາງວັນດັ່ງກ່າວ?

ແນ່ນອນ, ນັ້ນແມ່ນການລົງທຶນຂອງພວກເຮົາເຂົ້າໃນການເຝິກອົບຮົມ ແລະ ການບໍລິການຮູບແບບໃໝ່! ດັ່ງທີ່ໄດ້ເວົ້າມາກ່ອນໜ້ານີ້, ພວກເຮົາຕ້ອງການສະໜອງວິທີແກ້ໄຂບັນຫາຫຼາຍກວ່າຜະລິດຕະພັນ. ຍົກຕົວຢ່າງ, ໂດຍຜ່ານວິທີແກ້ໄຂບັນຫາທາງ “ດີຈີຕອນ”, ບັນດາ SME ຫຼື ບໍລິສັດຕ່າງໆສາມາດໂອນເງິນໄປໃສກໍໄດ້ໃນລາວ ແລະ ທົ່ວໂລກ. ພວກເຮົາໄດ້ຮັບຜົນປະໂຫຍດຈາກເຄືອຂ່າຍທະນາຄານຂອງ   BRED ໃນຫຼາຍກວ່າ 180  ປະເທດ. ພວກເຮົາຍັງໄດ້ພັດທະນາວິທີແກ້ໄຂບັນຫາການເງິນກ່ຽວກັບການຄ້າ (ໜັງສືຄໍ້າປະກັນສິນເຊື່ອ, ໃບແຈ້ງໜີ້).  ທຸກໆທຸລະກໍາເຫຼົ່ານີ້ແມ່ນດໍາເນີນການພາຍໃຕ້ສະພາບແວດລ້ອມທີ່ມີຄວາມປອດໄພສູງ. ໃນຂອບເຂດວິທີແກ້ໄຂບັນຫາຂອງພວກເຮົາ, ພວກເຮົາມີຫຼາກຫຼາຍວິທີແກ້ໄຂສໍາລັບບັນຫາຕ່າງໆ: ການຄຸ້ມຄອງເງິນສົດ ແລະ ຊັບສິນ, ວິທີແກ້ໄຂບັນຫາບັນຊີເງິນເດືອນ, ວິທີແກ້ໄຂບັນຫາການແລກປ່ຽນເງິນຕາຕ່າງປະເທດ (ໂດຍຜ່ານການເຂົ້າເຖິງຫ້ອງການພົວພັນທຸລະກິດຂອງ BRED) ແລະ ວິທີແກ້ໄຂບັນຫາທາງການເງິນ (ທີ່ລວມມີບັນຫາການເງິນໂຄງການນໍາອີກ). ກ່ອນໜ້ານີ້, ຈຸດແຂງຫຼັກໆທັງໝົດຂອງພວກເຮົາແມ່ນຂຶ້ນກັບບັນດາຜູ້ຈັດການຝ່າຍພົວພັນລູກຄ້າ ແລະ ຄວາມໃກ້ສິດຂອງພວກເຂົາກັບລູກຄ້າ.

  • ທ່ານໄດ້ວາງແຜນການລົງທຶນໃໝ່ໃນອະນາຄົດໄວ້ບໍ່ ໂດຍສະເພາະໃນປີ 2019?

ພວກເຮົາບໍ່ເຄີຍຢຸດລົງທຶນ! ໃນໄລຍະທ້າຍປີ 2018, ພວກເຮົາໄດ້ເລີ່ມຕົ້ນວາງແຜນອັນສໍາຄັນໃນການປັບປຸງເຄືອຂ່າຍຂອງພວກເຮົາ. ພວກເຮົາຕັ້ງເປົ້າທີ່ຈະສ້າງຕັ້ງໜ່ວຍບໍລິການໃຫ້ໃຫຍ່ຂຶ້ນເພື່ອໃຫ້ມີພື້ນທີ່ເພີ່ມຂຶ້ນສໍາລັບໃຫ້ຄໍາປຶກສາແບບສ່ວນໂຕ. ພວກເຮົາຫາກໍ່ເປີດໜ່ວຍບໍລິການໃໝ່ໃນໃຈກາງນະຄອນຫຼວງວຽງຈັນໜ່ວຍບໍລິການ ມີໄຊ(ກົງກັນຂ້າມ ວັດມີໄຊ), ປັບປຸງອີກສອງໜ່ວຍບໍລິການໃນນະຄອນຫຼວງ (ໃກ້ກັບໂຮງໝໍ 103 ແລະ ໃກ້ກັບຕະຫຼາດສວນມອນ ໃນນະຄອນຫຼວງ) ແລະ ພວກເຮົາຍັງວາງແຜນປັບປຸງບັນດາໜ່ວຍບໍລິການອື່ນໆຂອງພວກເຮົາໃນຕ່າງແຂວງຕື່ມອີກ. BFL ຕັ້ງຢູ່ໃນຈຸດສູນກາງເສດຖະກິດຫຼັກຂອງປະເທດເຊັ່ນ: ນະຄອນຫຼວງວຽງຈັນ, ຫຼວງພະບາງ, ວັງວຽງ, ສະຫວັນນະເຂດ ແລະ ປາກເຊ ແລະ ເປັນໜຶ່ງໃນເຄືອຂ່າຍ ATM ຫຼັກຂອງປະເທດ. ໃນປີ 2019, ພວກເຮົາຍັງຈະລົງທຶນເຂົ້າໃນການປັບປຸງວິທີແກ້ໄຂບັນຫາທາງ “ດີຈີຕອນ”, ສືບຕໍ່ລົງທຶນເຂົ້າໃນບັນດາໂຄງການຍົກສູງບົດບາດຜູ້ປະກອບການຍິງ ແລະ ສະໜອງການບໍລິການ ແລະ ການສະໜັບສະໜຸນທີ່ດີຂຶ້ນກວ່າເກົ່າໃຫ້ແກ່ລູກຄ້າ. ໃນໄລຍະຕົ້ນເດືອນທັນວາ 2018, ພວກເຮົາຍັງໄດ້ເປີດໂຕຊຸດຜະລິດຕະພັນໃໝ່ໃນລາຄາທີ່ເພິ່ງພໍໃຈໃຫ້ແກ່ລູກຄ້າສ່ວນບຸກຄົນ, ທີ່ລວມມີການບໍລິການບັດ “ວີຊ້າ”, ການເຂົ້າເຖິງລະບົບທະນາຄານຜ່ານ “ໂປຣແກຣມ” ເທິງມືຖືຕະຫຼອດ 24 ຊົ່ວໂມງໃນລາຄາທີ່ເໝາະສົມ. ພວກເຮົາຍັງວາງແຜນທີ່ຈະເປີດໂຕການບໍລິການອື່ນໆອີກໃນປີຕໍ່ໄປ. ກະລຸນາຕິດຕາມພວກເຮົາທາງສື່ສັງຄົມ ອອນໄລ໌ (ເຊັ່ນ Facebook, Instagram ແລະ Linkedin) ສໍາລັບຂໍ້ມູນເພີ່ມຕື່ມ!

  • ທ້າຍສຸດນີ້, ທ່ານຮູ້ສຶກແນວໃດກ່ຽວກັບບັນຫາທ້າທາຍຕ່າງໆຂອງອຸດສະຫະກໍາການທະນາຄານໃນ ລາວ?

ຂ້າພະເຈົ້າຮູ້ສຶກວ່າຕະຫຼາດທຸລະກິດທະນາຄານຈະຂະຫຍາຍໂຕເຂັ້ມແຂງຂຶ້ນຕື່ມຢ່າງໄວວາ.ຈະມີການອອກກົດໝາຍ ໃໝ່ວ່າດ້ວຍທະນາຄານການຄ້າໃນອີກບໍ່ດົນ, ເຊິ່ງຈະເພີ່ມຈໍານວນຊັບສິນຂັ້ນຕໍ່າຂອງບັນດາທະນາຄານຂຶ້ນຕື່ມ. ພ້ອມດຽວກັນນີ້, ທະນາຄານແຫ່ງ ສປປ ລາວ ພວມພະຍາຍາມຢ່າງໜັກໃນວຽກງານທີ່ກ່ຽວຂ້ອງເພື່ອເຮັດໃຫ້ມາດຕະຖານຂອງແຕ່ລະທະນາຄານສອດຄ່ອງກັນ ແລະ ກ້າວໜ້າໄປສູ່ມາດຕະຖານສູງສຸດຕໍ່ໄປ.

ໃນຖານະເປັນສ່ວນໜຶ່ງຂອງກຸ່ມທະນາຄານສາກົນ, ພວກເຮົາຈະກຽມພ້ອມຢູ່ສະເໝີຕໍ່ກັບການປ່ຽນແປງເຫຼົ່ານີ້ເພື່ອສ້າງຜົນປະໂຫຍດໃຫ້ເກີດຂຶ້ນ ກັບເສດຖະກິດລາວ ແລະ ເຮັດໃຫ້ SME ແລະ ລູກຄ້າສ່ວນບຸກຄົນສາມາດເຂົ້າເຖິງ.

(ວາລະສານທາເກັດ ສະບັບ 150 ເດືອນມັງກອນ 2019 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe, ຮ້ານ The pizza company ແລະ ຫຼາຍໆບ່ອນໃນນະຄອນຫຼວງທີ່ເປັນສະມາຊິກ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

An important target

in our work is to lead our customers towards development

In this January issue of Target magazine, we have the honor of an interview with Arnaud Caulier, who has just been appointed as Managing Director  of Banque Franco Lao Ltd. (BFL) and gives an insight into the expansion of the bank, its business plan, and its vision and goals in the Lao PDR.

BFL has just been awarded as “ Bank of Laos 2018” by the Banker Magazine. BFL was born as a partnership between BRED Group, part of BPCE, second largest banking group in France and #19 worldwide in terms of assets and BCEL, Laos leading commercial bank in 2010. BFL’s identity combines a French flavor and a strong local presence.

BRED Group serves more than 1 million customers around the world with 5500 employeesand around USD4bn of equity.

  • Can you tell us more about the reason why BRED Group invested in Laos?

BRED group was created in 1919 and celebrates this year its 100th anniversary. The group has two specificities: it was created by entrepreneurs from the private sector as a cooperative bank. It means that the bank belongs to its customers and does not depend on the markets, which enables long term and diversified investments. Because of its history, BRED
has a very specific spirit combining entrepreneurship and investment towards the community.

The partnership between BRED and BCEL was established in 2008, and BFL has been launched in 2010. This partnership is built on long term cooperation between the two institutions, to bring the highest banking standards in Laos and share experience. BRED is also strategic partner of BCEL. Through banking solutions and services, BRED aims to participate to the development of the Lao business community, with a strong focus on SMEs.

• What is the specific differentiation factors of BFL in the Lao Banking Market?

This is a good question as more than 40 banks are operating in Laos! Since its inception, BFL focuses on innovation, customer proximity and social involvement. BFL developed the first e-banking solution in Laos, and is constantly investing in digital services, with a strong focus on safety and customer protection. In January, we launched a new mobile  application, BFL CONNECT, following the upgrade of our Core Banking Systems. The heart of our mission as bankers is to accompany them in their development: we do not want to provide only banking products, but before all financial solutions adapted to each particular situation. We invest a lot in training so that our employees can always understand  better the needs and expectations of their customers to provide them with added value services. For each customer, we have a dedicated Relationship Manager and we always try to work on tailored made solutions in our banking proposals. Proximity, Responsiveness
and Added-Value are the key words of our mission in Laos.

• What would be the best illustration of your involvement in the Community?

BFL is involved in many local initiatives, with always an objective of efficiency. The main project we had during these last months was built around access to finance for Lao Women Entrepreneurs under the guidance of theInternational Finance Corporation (World Bank Group). We created a unique anddedicated Service Unit in Vientiane (located at Lao ITECC Mall) to accompany Lao Women aiming to create or grow their own business. We provide them with dedicatedadvice, dedicated Bankers and a specific pricing. We also organize on a regular basis free training to help them to build business plans and understand how to access tocredit. Among our Women Business  Customers, we have many successfulstories. Discussing with our Women customers, we understood that they needed a personal and dedicated approach and specific trainings, so we just build this offer for them. This has been very successful  and we plan to expand further our services.

• What are the challenges you face in Laos and how do you adapt your
strategy to face it?

I would say that we face the same challenges than each entrepreneur or business owner in Laos. Laos is still in an investment period in terms of infrastructures
and legal framework. However, as many entrepreneurs here, we always try to adapt and find the right solution to solve the issues we face. One of our main challenges as a banker is the fact that the economy is based on cash. It means that it is always difficult to assess the revenues and expenses of our customers, we then need to accompany them differently especially in terms of credit granting. Knowing our customers is especially important and needs more time than in European countries. BFL bankers could be considered as strategic advisors as we always try to understand the strategy of our customers to provide them with the right solution. This enables us to protect our customers and to right size our Loans and financial solutions offers. In the cash environment, we aim to be considered as one of the safest banks in Laos. Our advisory capacity combined with this high compliance standard helped us to develop our SME and corporate portfolio.

• BFL was awarded “Best Bank for SMEs” in the past years, what are the
solutions which led to that?

Our investment in training and innovative solutions! As said before, we try to provide solutions rather than products. For example, through our digital solutions SMEs or corporates have the capacity to transfer money anywhere in Laos and worldwide. We benefit from BRED banking network in more than 180 countries.
We also developed trade finance solutions(Letters of Credit, Bills of Payment). All these transactions are done through a very secured environment. In our range of
solutions, we have a large offer of solutions:Cash Management and Treasury, Payroll solutions, Foreign exchange solution (through the access of BRED dealing room) and Financing solutions (including Project Financing). Before all our main strength is based on our Relationship Managers and their proximity with our customers.

• Do you plan any new investments the future and especially in 2019?

We never stop to invest! End of 2018, we began an ambitious plan of renovation of our network. We aim to have bigger Service Units with more dedicated spaces
for personal advisors. We just opened a new Service Unit in the center of Vientiane (Mixay Service Unit), renovated two others in Vientiane (near 103 Hospital and near Suanmone Market in Vientiane) and we plan to renovate our Service Units in Province. BFL is located in the main economic centers of the country: Vientiane, Luang Prabang, Vang Vieng, Savanakhet and Pakse and has one of the main ATM networks around the country. In 2019, we will also invest to enhance our digital solutions, continue to invest in our women entrepreneur’s empowerment projects and to provide our customers with a better service and support. We also launched early December 2018 new and more affordable packages for our individual customers, including visa cards, 24h access to banking solutions through a mobile application and dedicated pricing. We also plan to launch other offers during the year. Follow us on our social media (Facebook, Instagram & Linkedin) to learn more!

• As a conclusion, what is your feeling about the challenges of the banking
industry in Laos?

My feeling is that the banking market will become stronger and more concentrated rapidly. A new law on commercial banks should be in place soon, increasing the
minimum capital of banks. At the same time,the Bank of Laos is working hard on compliance subjects so that banking standards will be progressively aligned to
reach the highest standards. As part of an international group we will always be  ready to accompany these changes which will benefit to the Lao economy and enable more SMEs and individual to have access to credit.

Comments