ຜົນງານພົ້ນເດັ່ນຂອງລັດຖະບານໃນເຄິ່ງສະໄໝຜ່ານມາ

ຕະຫຼອດໄລຍະ 2 ປີ 6 ເດືອນກວ່າ (ເຄິ່ງສະໄໝ) ທີ່ລັດຖະບານຊຸດທີ 8 ໄດ້ສຸມໃສ່ປະຕິບັດໜ້າທີຕາມກົດໝາຍວ່າດ້ວຍລັດຖະບານໄດ້ກຳນົດໄວ້ ແລະ ໄດ້ຜັນຂະຫຍາຍບັນດານະໂຍບາຍ ແລະ ມະຕິຂອງພັກ, ມະຕິກອງປະຊຸມຂອງສະພາແຫ່ງຊາດແຕ່ລະຄັ້ງ ເຂົ້າໃນແຜນວຽກຕົວຈິງເຮັດໃຫ້ການຄຸ້ມຄອງລັດກໍຄືການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ມີບາງຜົນງານພົ້ນເດັ່ນ ແລະ ບັນລຸຕາມຄາດໝາຍໃນຫຼາຍດ້ານ.

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນເທືອທີ 6 ຂອງສະພາແຫ່ງຊາດຊຸດທີ VIII ຊຶ່ງໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 20 ພະຈິກ 2018 ມີບາງຕອນສໍາຄັນວ່າ:

“ 2 ປີກວ່າມານີ້, ລັດຖະບານໄດ້ມີຄວາມພະຍາຍາມສູງ ໃນການແກ້ໄຂບັນຫາຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ, ໄດ້ສຸມໃສກວດກາຄືນ, ວິເຄາະວິໄຈສະພາບການຂະຫຍາຍຕົວຂອງເສດຖະກິດໂລກ ແລະ ພາກພື້ນ ແລະ ສະພາບຄວາມເປັນຈິງພາຍໃນປະເທດ, ລັດຖະບານຈຶ່ງສະເໜີຕໍ່ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 2 ໃນເດືອນ ກັນຍາ 2016 ເພື່ອດັດແກ້ບາງຕົວເລກຄາດໝາຍມະຫາພາກ, ໂດຍສະເພາະແມ່ນຕົວເລກເຕີບໂຕທາງດ້ານເສດຖະກິດສະເລ່ຍ 4 ປີ (2017-2020) ຈາກ 7,5% ມາເປັນ 7,2%, ພ້ອມດຽວກັນນີ້ ສະພາແຫ່ງຊາດກໍໄດ້ຮັບຮອງປັບວາລະການສ້າງແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານຈາກສົກປີງົບປະມານມາເປັນປີປະຕິທິນ ເລີ່ມແຕ່ປີ 2017 ໄດ້ໃຊ້ເວລາແກ້ໄຂແຜນໃນໄລຍະຜ່ານມາ ໃຫ້ມີລັກສະນະກົມກຽວ ຄ່ອງຕົວ ແລະ ໃຫ້ມີລັກສະນະຕໍ່ເນື່ອງ.

ໃນໄລຍະ 2 ປີກວ່າຜ່ານມາ ການຂະຫຍາຍຕົວຂອງເສດຖະກິດຢູ່ໃນຈັງຫວະທີ່ຊ້າລົງສະເລ່ຍ 6,8% ເຫັນວ່າຫຼຸດແຜນການທີ່ວາງໄວ້ 0,4% (ແຜນດັດແກ້ 4ປີ 7,2%), ຂະແໜງກະສິກຳປະຕິບັດໄດ້ 2,7%, ຫຼຸດແຜນທີ່ວາງໄວ 0,7% (ແຜນດັດແກ້ສະເລ່ຍ3,4%), ຂະແໜງອຸດສາຫະກໍາປະຕິບັດໄດ້ 10,4%, ລື່ນແຜນທີ່ວາງໄວ້ 1,1% (ແຜນດັດແກ້ສະເລ່ຍ 9,3%), ຂະແໜງບໍລິການປະຕິບັດໄດ້ 5,6%, ຫຼຸດແຜນການທີ່ວາງໄວ້ 2,5% (ແຜນດັດແກ້ 8,1%), ອັດຕາເງິນເຟີ້ສະເລ່ຍ 2 ປີ 8 ເດືອນ ຢູ່ໃນລະດັບ 1,66% (ຕໍ່າກວ່າອັດຕາຂະຫຍາຍຕົວຂອງ GDP)

ການເກັບລາຍຮັບງົບປະມານປະຕິບັດໄດ້ 70.746,06 ຕື້ກີບ ກວມເອົາ 16,7%ຂອງ GDP (ແຜນດັດແກ້ 4 ປີກວມເອົາ 18,6% ຂອງ GDP), ລາຍຈ່າຍປະຕິບັດໄດ້ 92.861,02 ຕື້ກີບ ກວມເອົາ 22% ຂອງ GDP (ແຜນດັດແກ້ 4 ປີ ກວມ 23,3% ຂອງ GDP), ການຂາດດຸນງົບປະມານສະເລ່ຍ 5,7% (ແຜນດັດແກ້ 4 ປີ ກວມເອົາ4,23%), ການລົງທຶນລວມຂອງທົ່ວສັງຄົມ ປະຕິບັດໄດ້ 128.400,10 ຕື້ກີບ ກວມເອົາ 30,4% ຂອງ GDP (ແຜນດັດແກ້ 4 ປີ ກວມເອົາ 29% ຂອງ GDP ປະມານ 173,329 ຕື້ກີບ). ບາງຕົວເລກທີ່ບໍ່ໄດ້ຕາມຄາດໝາຍນັ້ນ ກໍມີຫຼາຍເຫດຜົນ, ແຕ່ເຫດຜົນສຳຄັນອັນໜຶ່ງແມ່ນແຜນການທີ່ກຳນົດໄວ້ກ່ອນນັ້ນແມ່ນຂາດບ່ອນອີງທີ່ໜັກແໜ້ນ ແລະ ບໍ່ແທດຕົວຈິງເທົ່າທີ່ຄວນ. ດັ່ງນັ້ນ, ລັດຖະບານຈຶ່ງໄດ້ປັບຄືນໃໝ່ເພື່ອໃຫ້ແທດເໝາະກັບຄວາມເປັນຈິງທີ່ສາມາດປະຕິບັດໄດ້ ດ້ວຍສະພາບແວດລ້ອມຕ່າງໆ.

ພາຍຫຼັງເຂົ້າຮັບໜ້າທີ, ລັດຖະບານໄດ້ປັບປຸງ ແລະ ຊັບຊ້ອນບາງກົງຈັກການຈັດຕັ້ງຂອງກົງຈັກລັດຖະບານ ຕາມທິດກະທັດຮັດ ປະຢັດງົບປະມານດ ຫຼຸດຜ່ອນພາລະບົດບາດທັບຊ້ອນໃຫ້ສົມເຫດສົມຜົນໂດຍໂອນບາງກົງຈັກທີ່ຂຶ້ນກັບສຳນັກງານນາຍົກລັດຖະມົນຕີໄປຂຶ້ນກັບຂະແໜງການທີ່ກ່ຽວຂ້ອງ ແລະ ຕິດພັນໂດຍກົງ. ນອກນັ້ນ, ຍັງປັບປຸງພາລະບົດບາດຂອງບາງຂະແໜງຄືນໃໝ່ກໍໄດ້ໃຊ້ເວລາປັບຕົວໄລຍະໜຶ່ງ.

ໄດ້ກວດກາ ແລະ ຮັດແຄບຊ່ອງຫວ່າງການຮົ່ວໄຫຼຂອງການເກັບລາຍຮັບງົບປະມານ ໂດຍການກວດກາ ແລະ ຢຸດຕິການຍົກເວັ້ນພາສີ-ອາກອນນໍາເຂົ້າ ພາຫະນະ, ນໍ້າມັນເຊຶື້ອໄຟ, ວັດສະດຸກໍ່ສ້າງ, ສິນຄ້າຟຸມເຟືອຍ, ສິນຄ້າອຸປະໂພກ-ບໍລິໂພກ ລວມທັງເຂັ້ມງວດໃນການລັກລອບໃຫ້ຮັດກຸມເຂົ້າ ແລະ ມາດຕະການທາງກົງ, ທາງອອ້ມອື່ນໆ ເຮັດໃຫ້ລາຍຮັບພາສີ-ອາກອນເພີ່ມຂຶ້ນ. ຄຸ້ມຄອງລາຍຈ່າຍງົບປະມານ ໃຫ້ຮັດກຸມເຂົ້າໂດຍອອກຄໍສັ່ງ ເລກທີ 09/ນຍ ວ່າດ້ວຍການປະຢັດການໃຊ້ຈ່າຍງົບປະມານຂອງລັດ, ຫັນການພັດທະນາໄປຕາມທິດສີຂຽວ-ຍືນຍົງ ໂດຍການຢຸດຕິການຕັດໄມ້ທຳລາຍປ່າ, ຢຸດຕິການສົ່ງອອກໄມ້ທ່ອນ, ຈໍາກັດການສົ່ງວັດຖຸດິບອອກຕ່າງປະເທດໂດຍບໍ່ໄດ້ປຸງແຕ່ງ ເນັ້ນໃສ່ການຜະລິດເປັນຜະລິດຕະພັນສຳເລັດຮູບ ເພື່ອສ້າງມູນຄ່າເພີ່ມ, ກວດກາຄືນບັນດາລັດວິສາຫະກິດທີ່ຂາດທຶນ, ກວດກາຄືນການລົງທຶນໃນຂະແໜງພະລັງງານ ແລະ ບໍ່ແຮ່ ທີ່ບໍ່ມີປະສິດທິຜົນ ແລະ ບໍ່ປະຕິບັດຕາມສັນຍາ ຊຶ່ງມາເຖິງປັດຈຸບັນ ລັດຖະບານ ກໍສາມາດຍົກເລີກໄປຫຼາຍໂຄງການທີ່ລະເມີດ.

ລັດຖະບານ ໄດ້ສຸມໃສ່ເປັນພິເສດຕໍ່ການປັບປຸງຄຸ້ມຄອງລະບົບການເງິນ-ງົບປະມານ ຢ່າງຮອບດ້ານ ໂດຍໄດ້ປັບປຸງການຈັດຕັ້ງ, ຊັບຊ້ອນບຸກຄະລະກອນໃຫ້ແທດເໝາະຂຶ້ນ, ນໍາໃຊ້ລະບົບເຄື່ອງມືທັນສະ ໄໝໄປພ້ອມກັບລະບົບການຖືບັນຊີເຂົ້າໃນການຈັດເກັບລາຍຮັບພາສີ-ອາກອນ ແລະ ຄ່າທຳນຽມຕ່າງໆ. ໄດ້ເຊື່ອມໂຍງການຊໍາລະຜ່ານລະບົບທະນາຄານ ຊຶ່ງເຮັດໃຫ້ການຮົ່ວໄຫຼດ້ານລາຍຮັບ-ລາຍຈ່າຍງົບປະມານ ແລະ ການລະເມີດວິໄນການເງິນ ມີທ່ວງທ່າທີ່ຫຼຸດລົງຢ່າງຊັດເຈນ. ດຳເນີນມາດຕະການດ້ວຍຫຼາຍວິທີເພື່ອປະຢັດມັດທະຍັດ ແລະ ຕ້ານການຟຸມເຟືອຍເຮັດໃຫ້ສາມາດຫຼຸດຜ່ອນລາຍຈ່າຍງົບປະມານທີ່ບໍ່ສົມເຫດສົມຜົນລົງ, ກວດຄືນ ແລະ ສ້າງຖານລາຍຮັບໃໝ່. ໄດ້ເຂັ້ມງວດຕໍ່ວິໄນແຜນການ-ການເງິນ ໂດຍໄດ້ມີມາດຕະການຫ້າມ ແລະ ສະກັດກັ້ນບໍ່ໃຫ້ມີການປະຕິບັດໂຄງການນອກແຜນຊຶ່ງມາເຖິງປັດຈຸບັນສາມາດເວົ້າໄດ້ວ່າ ໂຄງການນອກແຜນທີ່ອະນຸຍາດຜ່ານມາແມ່ນຖືກຕັດອອກໄປເກືອບໝົດ ແລະ ເປັນເອກະພາບກັນວ່າຈະບໍ່ອະນຸຍາດຕື່ມອີກ., ເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງໜີ້ສິນໂດຍສຳເລັດການສ້າງ ແລະ ຮັບຮອງເອົາກົດໝາຍວ່າດ້ວຍການຄຸ້ມຄອງໜີ້ສິນສາທາລະນະ, ກວດກາຄືນທຸກການກູ້ຢືມເພື່ອຢຸດຕິການກູ້ຢືມ ທີ່ບໍ່ມີປະສິດທິຜົນ ແລະ ສ້າງແຜນບໍລິຫານໜີ້ສິນຄືນໃໝ່ ເພື່ອຫຼຸດຄວາມສ່ຽງທາງດ້ານໜີ້ສິນ ລົງເທື່ອລະກ້າວ, ໄດ້ຢຸດຕິການປ່ອຍເງິນກູ້ ແລະ ຄໍ້າປະກັນໃຫ້ແກ່ທຸລະກິດພາກລັດ ແລະ ເອກະຊົນ ທີ່ເຕັມໄປດ້ວຍຄວາມສ່ຽງນັ້ນຢ່າງເດັດຂາດ ແລະ ກຳລັງສ້າງແຜນເກັບກູ້ເງິນດັ່ງກ່າວເຂົ້າຄືນສູ່ລະບົບ.

ໄດ້ເລັ່ງລັດກວດກາ ແລະ ສ້າງແຜນປະຕິຮູບບັນດາລັດວິສາຫະກິດຂະໜາດໃຫຍ່ ແລະ ຂະໜາດກາງທີ່ດຳເນີນທຸລະກິດຂາດປະສິດທິຜົນໂດຍສະເພາະແມ່ນລັດວິສາຫະກິດໄຟຟ້າລາວ, ລັດວິສາຫະກິດການບິນລາວ, ປັບປຸງຫັນທິດບັນດາບໍລິສັດທີ່ເຮັດໂຄງການສ້າງກອງທຶນຕ່າງໆໃຫ້ລັດຖະບານຄຸ້ມຄອງຕາມກົດໝາຍ ແລະ ລະບຽບການ, ປັບປຸງບົດບາດ ແລະ ນະໂຍບາຍຂອງບັນດາເຂດເສດຖະກິດພິເສດ ໃຫ້ຮັດກຸມກວ່າເກົ່າ, ການບໍລິການປະສິດທິພາບຕໍ່າໃຫ້ມີການຫັນປ່ຽນ ແລະ ອື່ນໆ. ໄດ້ອອກຄໍາສັ່ງເລກທີ 02/ນຍ ເພື່ອປັບປຸງກົນໄກປະສານງານອຳນວຍຄວາມສະດວກໃຫ້ແກ່ການດຳເນີນທຸລະກິດແນ່ໃສ່ສົ່ງເສີມການລົງທຶນທັງພາຍໃນ ແລະ ຕ່າງປະເທດຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນໃຫ້ດີຂຶ້ນ…”

ນັ້ນຄືບາງເຫດຜົນພົ້ນເດັ່ນທາງດ້ານເສດຖະກິດຂອງລັດຖະບານໃນເຄິ່ງສະໄໝຜ່ານມາ.

(ວາລະສານທາເກັດ ສະບັບ 150 ເດືອນມັງກອນ 2019 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe, ຮ້ານ The pizza company ແລະ ຫຼາຍໆສະຖານທີ່ໃນນະຄອນຫຼວງວຽງຈັນທີ່ເປັນສະມາຊິກຂອງວາບະສານ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

Outstanding government midterm achievements

Throughout the two-and-a-half year (midterm) of the current period, the 8th government administration has been conducting its duties as specified in the laws of the government and has at all times adopted the policies and resolutions of the Party and of the National Assembly (NA) into real work plans, thus enabling State governance and the implementation of socio-economic development plans to yield great achievements and achieve set targets in many areas.

On 20 November 2018, Prime Minister (PM) of the Lao PDR Thongloun Sisoulith reported to the 6th Ordinary Session of the 8th Legislature of the NA some of the important things achieved, as follows:

“Over two years ago, the government went to great efforts to resolve economic and financial difficulties and focused on double-checking and analyzing the climate of global and regional economic growth along with the true domestic state of affairs so the government requested a meeting to be attended by all members of the Central Executive Committee (CEC) of the Party Central Committee (PCC) on 2 September 2016 in order to resolve the macroeconomic figures, especially the four-year economic growth averages for 2017-2020 from 7.5% to 7.2%. Meanwhile, the NA approved a postponement of the creation of the National Socio-Economic Development Plan (NSEDP) and Budget until the start of the 2017 calendar year in order to make time to rectify the plan of the previous period to ensure its smooth running, flexibility, and continuity.

Over the last two and a half years, economic growth has stagnated to an average of 6.8%, thereby missing the planned target by 0.4% (four-year plan adjusted to 7.2%). Broken down, the agriculture sector achieved 2.7%, missing the planned target by 0.7% (adjusted plan set an average of 3.4%), the industrial sector achieved 10.4%, exceeding the planned target by 1.1% (adjusted plan set an average of 9.3%), the services sector achieved 5.6%, missing the planned target of 2.5% (adjusted plan 8.1%), and average inflation over the two-year-eight-month period 1.66% (less than gross domestic product (GDP)). Budget revenues reached 70,746.06 billion kip, accounting for 16.7% of GDP (four-year adjusted plan set a figure of 18.6% of GDP), expenditures reached 92,861.02 billion kip, accounting for 22% of GDP (four-year adjusted plan set a figure of 23.3% of GDP), our budget deficit averaged out at 5.7% (four-year adjusted plan set a figure of 4.23%), and public investment reached 128,400.10 billion kip, accounting for 30.4% of GDP (four-year adjusted plan set a figure of 29% of GDP, equal to 173,329 billion kip). Certain figures had no set targets for various reasons but one of the important causes was that the previously specified plan lacked solid references and was not measured against the real situation to the extent that it should have. The government therefore reviewed it to bring it into line with a reality we could achieve under a variety of economic climates.

Since its term of office, the government has improved and shaken up its own organizational structure and modus operandi to make things more concise and reduced overlaps reasonably in the roles of various entities, placing bodies previously operating under the Prime Minister’s Office (PMO) under the direct authority of the relevant and associated sectors. Adapting to their respective changes in mandate has taken time.

We have inspected and closed off loopholes through which there were leakages in government revenues by inspections and bringing an end to customs tariffs and exemptions for vehicles, combustibles, construction materials, wasteful goods, and consumables, cracking down on smuggling, and applying direct and indirect measures for the better collection of import tariffs and taxes. We have tightened budget spending pursuant to Order 09/PM on Frugal State Spending and turned towards green and sustainable development by bringing a halt to deforestation and the export of logs, limiting the export of unprocessed raw materials with emphasis placed on the production of ready-made goods in order to gain added value, inspected enterprises running at a loss and investments into the energy and mines sector, which were not proceeding efficiently or being implemented according to their respective contracts, and now, the government has terminated many projects found to be in violation thereof.

The government has placed special focus on improving financial and budgetary systems in all aspects by improving and rotating personnel so that they may be better suited thereto, applying systems of modern tools and accounting systems for the collection of tax, customs, and other processing fees. This is linked to payment via the banking system, which clearly exposes leakages in budget income and revenues and financial violations and we have seen clear results. We have implemented measures using many methods to keep down spending and combat wastefulness, thereby enabling a reduction in illogical government spending and the inspection and creation of new revenue bases. We have got strict on planning and finance using measures to prohibit and eradicate the implementation of unplanned projects which have been granted approval to the extent that few still exist, and agreed not to grant permission for them once again. We have brought about stringent debt management by creating and amending laws to control public debt, inspecting all loans to prevent them from taking place inefficiently, creating new debt repayment investment plans in order to gradually reduce the risk of debts, bringing an end to lending and securing high-risk loans for State and private businesses, and are in the process of creating a plan for their collection outside of the black market.

We have accelerated inspection and created a plan for the reform of large and medium State enterprises which are operating ineffectively, such as Électricité du Laos (EDL) and Lao Airlines, redirected companies which are engaging in projects and creating funds for the government to manage legally and according to regulations, and improved the roles and policies of Specific and Special Economic Zones (SEZs) to slim them down from before, where low efficiency was bringing about changes and such like. We also issued Decree 02/PM, to Improve Coordination and Facilitation Mechanisms for Business Operators in order to promote better domestic and foreign investment from central through to local levels”.

This is some of the rationale behind the midterm economic achievements of the government.

 

Comments