10 ຂັ້ນຕອນໃນການສ້າງແຮງບັນດານໃຈໃຫ້ແກ່ຕົວທ່ານເອງ…

ສ່ວນຫຼາຍຄົນທີ່ປະສົບຜົນສຳເລັດໄດ້ນັ້ນ ມາຈາກແຮງບັນດານໃຈທີ່ດີ, ຈິດໃຈທີ່ເຂັ້ມແຂງ ແລະ ວິໄສທັດທີ່ດີເລີດ; ການສ້າງແຮງບັນດານໃຈເປັນສິ່ງທີ່ສໍາຄັນສໍາລັບຄົນທີ່ຕ້ອງການປະສົບຄວາມສໍາເລັດໃນຊີວິດ ແລະ ເພື່ອໃຫ້ເຮົາມີແຮງຂັບເຄື່ອນຕໍ່ໄປແບບຕໍ່ເນື່ອງ ການເລີ່ມຕົ້ນເປັນຄົນທີ່ຈະປະສົບຜົນສຳເລັດ ຕ້ອງມີແຮງບັນດານໃຈທີ່ດີ ມື້ນີ້ຜູ້ຂຽນຈະມາເວົ້າເຖິງ 10 ຂັ້ນຕອນໃນການສ້າງແຮງບັນດານໃຈໃຫ້ແກ່ຕົວທ່ານເອງ”.

  1. ມີເປົ້າໝາຍ ແລະ ວິໄສທັດ ທີ່ຊັດເຈນ: ກ່ອນຈະບັນລຸເປົ້າໝາຍ ຕ້ອງຮູ້ກ່ອນວ່າເປົ້າໝາຍຂອງທ່ານຄືຫຍັງ ເປົ້າໝາຍກໍຄືແຜນທີ່ຊີວິດທີ່ຈະພາໃຫ້ເຮົາຍ່າງຕໍ່ໄປ ຖ້າເຮົາຂາດເປົ້າໝາຍກໍປຽບດັ່ງຄົນທີ່ຍ່າງຢູ່ໃນເຂົາວົງກົດທີ່ບໍ່ມີທາງອອກ ແລະ ຈະບໍ່ສາມາດປະສົບຜົນສຳເລັດໄດ້.
  2. ການຂຽນເປົ້າໝາຍ: ການຂຽນສິ່ງທິ່ເຮົາຕ້ອງການເຮັດຈະເຮັດໃຫ້ເຮົາທົບທວນໃນສິ່ງເຮົາຕ້ອງການ ແລະ ມັນຈະເຮັດໃຫ້ເຮົາຫຼຸດອອກຈາກຄວາມສັບສົນໃນໃຈເຮົາໄດ້ດີ ເພາະທ່ານເອງຈະຊັດເຈນກັບຕົວທ່ານຫຼາຍຂຶ້ນ ອີກອັນໜຶ່ງເມື່ອທ່ານຂຽນເປົ້າໝາຍທີ່ຊັດເຈນ ທ່ານຈະໃຊ້ຊີວິດໄປຕາມເປົ້າໝາຍແບບຊັດເຈນ ແລະ ເປັນຈະກາຍເປັນກົດດຶງດູດ ທີ່ດູດເອົາຄົນທີ່ສົນໃຈແບບດຽວກັບທ່ານ.
  3. ອ່ານໜັງສືດີໆ: ການອ່ານຊ່ວຍເສີມທັກສະ ແລະ ຊ່ວຍຫຼຸດໄລຍະເວລາເພາະທ່ານຈະໄດ້ຄວາມຮູ້ເພີ່ມ ຈາກໜັງສືທີ່ອ່ານ ພ້ອມທັງຍັງມີຂໍ້ຄວນລະວັງຕ່າງໆທີ່ສາມາດນຳມາໃຊ້ໄດ້ດີ.
  4. ຈົດບັນທຶກ: ການຈົດບັນທຶກ ຈະຊ່ວຍໃຫ້ເຮົາຈື່ສິ່ງນັ້ນໆໄດ້ດີຂຶ້ນຫຼາຍເທົ່າ ມັນຊ່ວຍໃນການຄິດຢ່າງມີປະສິດທິພາບ, ເຮັດໃຫ້ເຮົາເຫັນບັນຫາໂດຍລວມ ແລະ ຊອກຫາທາງອອກໄດ້ທັນທີທັນໃດ ເປັນການເຕືອນສະຕິອີກທາງໜຶ່ງ.
  5. ຊອກຫາບຸກຄົນຕົວແບບ: ບຸກຄົນຕົວແບບເປັນການສ້າງແຮງບັນດານໃຈອີກທາງໜຶ່ງໃຫ້ແກ່ຕົວເຮົາເອງ ແລະ ມັນຍັງເປັນສິ່ງທີ່ເຕືອນໃນໃຈທ່ານໄດ້ດີ ວ່າທ່ານເອງກໍເປັນຄົນໜຶ່ງທີ່ສາມາດປະສົບຜົນສຳເລັດຕາມບຸກຄົນນັ້ນ.
  6. 6. ຮູ້ຈັກບໍລິຫານເວລາແບບມີປະສິດທິພາບ: ຫຼາຍຄົນຍັງບໍ່ໃຫ້ຄວາມສໍາຄັນກັບເວລາ ໂດຍສະເພາະແມ່ນກັບການເຮັດວຽກໃນສັງຄົມບ້ານເຮົາ ຖ້າທ່ານບໍລິຫານເວລາຂອງທ່ານໄດ້ດີ ທ່ານກໍຈະເປັນຜູ້ໜຶ່ງທີ່ພວມຈະກ້າວສູ່ປະສົບຜົນສຳເລັດ.
  7. 7. ຜິດພາດເປັນຄູ: ທຸກຄົນກ່ອນຈະປະສົບຜົນສໍາເລັດ ລ້ວນແລ້ວແຕ່ຕ້ອງມີຂໍ້ຜິດພາດ ທ່ານເອງກໍເຊັ່ນກັນ ບໍ່ຕ້ອງຢ້ານກັບຄວາມຜິດພາດທີ່ຈະເກີດຂຶ້ນ ແຕ່ຄິດວ່າມັນຄືສ່ວນໜຶ່ງຂອງການກ້າວສູ່ຄວາມສຳເລັດ ຫາສາເຫດຂອງການຜິດພາດນັ້ນ ແລ້ວນຳມາປັບປຸງແກ້ໄຂແລ້ວຮຽນຮູ້ໄປນຳມັນ.
  8. 8. ສ້າງຄວາມໝັນໃຈໃຫ້ຕົນເອງ: ຄົນເຮົາມີໂອກາດເຂົ້າມາໃນຊີວິດຢ່າງຫຼວງຫຼາຍ ແຕ່ຫຼາຍໆຄົນກໍໄດ້ປະຕິເສດໂອກາດເຫຼົ່ານັ້ນ; ການທີ່ຄິດວ່າ “ເຮົາເຮັດໄດ້” ຮ່າງກາຍຈະຕອບສະໜອງຕໍ່ແນວຄວາມຄິດນີ້ ແລ້ວຈະປັບຕົວ ແລະ ສະຕິປັນຍາໃຫ້ພ້ອມກັບສະຖານະການໃໝ່ ບໍ່ຕ່າງຫຍັງກັບຄົນທີ່ຄິດວ່າຕົນເອງເມື່ອຍ ເມື່ອຄິດຕົນກໍຈະຮູ້ສືກເມື່ອຍທັນທີ.
  9. ເບິ່ງໂລກໃນແງ່ດີ: ມັນເປັນໂອກາດດີກວ່າຄົນອື່ນ ເພາະເມື່ອເຮົາເບິ່ງທຸກຢ່າງໃນທາງບວກ ກໍຈະຊ່ວຍໃຫ້ສຸຂະພາບຈິດດີ, ຄວາມຄິດໂປ່ງໃສ ແລ້ວຈະເກີດຈິນຕະນາການ ແລະ ແຮງບັນດານໃຈກໍຈະເກີດຕາມມາ.
  10. ເຮັດສິ່ງທີ່ບໍ່ເຄີຍເຮັດ: ຫຼາຍຄົນຢາກປະສົບຜົນສຳເລັດ ແຕ່ບໍ່ເຄີຍປ່ຽນແປງຫຍັງ ກັບການດຳລົງຊີວິດປະຈຳວັນ ເຊິ່ງມັນເປັນໄປບໍ່ໄດ້ເລີຍທີ່ຈະມີໂອກາດສຳລັບຄົນເຫຼົ່ານັ້ນ ມື້ນີ້ລອງເບິ່ງວ່າເຮົາສາມາດປ່ຽນສິ່ງນ້ອຍໆອ້ອມຂ້າງເຮົາຫຍັງແດ່ ເພື່ອໃຫ້ເຮົາກ້າວໄປໃນຈຸດທີ່ດີກ່ວາ ແລະ ປ່ຽນແປງມັນໃນທັນທີ; ຈາກຈຸດນັ້ນມັນຈະພາເຮົາປ່ຽນແປງສິ່ງທີ່ໃຫຍ່ກວ່າ ແລະ ດີກວ່າໃນອະນາຄົດ.

ແຕ່ບັນດາທ່ານ ສິ່ງທີ່ສຳຄັນທີ່ສຸດໃນການປະສົບຜົນສຳເລັດ ຄືການສ້າງຄວາມຊັດເຈນໃຫ້ກັບຕົວທ່ານເອງ ແລະ ເລືອກວິທີ ທີ່ຈະໄປໃຫ້ເຖິງເປົ້າໝາຍດ້ວຍຕົວຂອງທ່ານເອງຢ່າງມີຄວາມກ້າ, ຄວາມສັດທາ ແລະ ຄວາມເຊື່ອໝັ້ນ “ຍ່າງໄປທາງໜ້າ ເພື່ອເອົາລາງວັນແຫ່ງຄວາມສຳເລັດໃຫ້ຕົວທ່ານເອງ”

#ນັກທຸລະກິດມືໃຫມ່

(ວາລະສານທາເກັດ ສະບັບ 150 ເດືອນມັງກອນ 2019 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe, ຮ້ານ The pizza company ແລະ ຫຼາຍໆສະຖານທີ່ໃນນະຄອນຫຼວງວຽງຈັນທີ່ເປັນສະມາຊິກຂອງວາບະສານ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

10 processes to motivate yourself

Most people achieve success through self-motivation, psychological strength, and excellent visions. Building motivation in yourself is important for people who want to be successful in life and to give yourself the driving force to keep going. Let’s start off thinking about people who are successful and how they motivate themselves. Here are ten things to think about:

  1. Have clear goals and a vision: Before reaching your goals, you first have to know what those goals are and where they will lead us. If you lack goals, it is like you are in a labyrinth with no way out and we will have nothing to succeed with.
  2. Writing out your goals: When writing out what you want, you have to go back over what you want and you will see things clearer. You will live your life according to clear goals and these will act as an incentive for others to do likewise.
  3. You should read up on things to boost your skills: Reading can help enhance our skills and save time because you will always have that extra knowledge gained from reading. You should also be careful how to use this extra knowledge.
  4. Keeping records: Keeping records helps us remember things better, helps us to be more efficient, helps us to see the greater picture, and helps us to find instant solutions as it will keep reminding us about this and that.
  5. Look for a role model: Role models can help us motivate ourselves and keeps us on our toes as you will remember that this is how you must be if you want to be successful.
  6. Know how to do your administration fast: Many people still attach importance especially to working in the village community. If you manage your time well, you will be someone on the road to success.
  7. Learn from your mistakes: Before succeeding, you have to trip up here and there but do not let this put you off; instead, think of it as a part of advancing towards success. Work out why you made the mistake and learn from it.
  8. Build self-confidence: We may have all kinds of opportunities presenting themselves to us in life but most people turn their backs on them. The belief that “I can do it,” will make our bodies live up to what is needed and adapt while your brain will be ready for new situations. It is just like when you tell yourself you feel tired – immediately, you will feel tired.
  9. Be optimistic: “This is a better opportunity than what other people have,” because when we see the positive sides of things, it will give use good mental health and clear thinking and we will be imaginative while motivation will not be far behind.
  10. Do things you have never done before: Many people want to be successful but refuse to change their daily lives, which will prevent them from getting these opportunities. Today, try seeing if you can do something small around you so that we can advance to a better position and change our lives fast. From this point, you can change bigger things and these will be better for your future.

 

The most important thing to reaching success, however, is building a sense of clarity within yourself and select ways to reach your goals with courage, honesty, and confidence – keep going to win the prize of success for yourself.

#NewBusinesses

 

Comments