ບໍລິສັດ Alo Technology Laos ທາງເລືອກໃໝ່ສູ່ການພັດທະນາດ້ານການສຶກສາລາວສູ່ລະດັບສາກົນ

ຈາກບົດຮຽນການເຮັດທຸລະກິດ ຫຼາຍຂະແໜງນັບແຕ່ຂຸດຄົ້ນຖ່ານຫີນ-ບໍ່ແຮ່, ບໍລິສັດ ກໍ່ສ້າງຂົວທາງ, ທ່ານນາງ ສຸລິນດາ ມະໂນທຳ ຫຼື  “ປຸ” ຊຶ່ງປັດຈຸບັນ ມີຕໍາແໜ່ງເປັນຜູ້ຈັດການບໍລິສັດ  Alo Technology Laos ທີ່ຫາກໍໄດ້ຮັບລາງວັນທຸລະກິດດີເດັ່ນຂອງອາຊຽນໃນປີ 2018 ນີ້ ໄດ້ໃຫ້ສໍາ ພາດກັບທີມງານພວກເຮົາວ່າ: ໃນຍຸກປັດຈຸບັນເຕັກໂນໂລຊີ ເປັນປັດໄຈສໍາຄັນໃນການປັບປຸງປະສິດທິພາບ ແລະ ປະສິດທິຜົນຂອງວຽກງານ ລວມເຖິງ ການບໍລິຫານຄຸ້ມຄອງທຸລະກິດໃນຍຸກ 4.0 ທີ່ຕ້ອງ
ແຂ່ງຂັນກັບທຸລະກິດທັງພາຍໃນ ແລະ ພາຍນອກ ແລະ ການປ່ຽນແປງຂອງໂລກໃນປັດຈຸບັນ ເພື່ອຕອບໂຈດກັບຄວາມຮຽກຮ້ອງຕ້ອງການຂອງລູກຄ້າໃຫ້ໄດ້ຮັບຄວາມພໍໃຈສູງສຸດ.

ສໍາລັບຂ້າພະເຈົ້າແລ້ວຕົນເອງບໍ່ໄດ້ຮຽນວິຊາສະເພາະ ສາຂາເຕັກໂລໂລຊີ ຫຼື “ໄອທີ” ໂດຍກົງແຕ່ເນື່ອງຈາກເປັນຄົນຊອກຮຽນຮູ້, ພະຍາຍາມ, ມຸ່ງໝັ້ນ ແລະ ຮັກໃນສິ່ງທີ່ຕົນເຮັດຈຶ່ງຕັດສິນໃຈເລືອກຄູ່ຮ່ວມທຸລະກິດກໍຄືບໍລິສັດ ແພລນເນັດ ແລະ ກໍໄດ້ມາຮ່ວມມືກັບບໍລິສັດ Alo Technology Laos ຊຶ່ງເປັນບໍລິສັດ Startup ທີ່ພວມເຕີບໃຫຍ່ໃນການນໍາໃຊ້ເຕັກໂນໂລຊີເຂົ້າໃສ່ການພັດທະນາດ້ານ ການສຶກສາ ໂດຍຜ່ານ Smart phone, Tablet, Computer all in one ແລະ ອື່ນໆຊຶ່ງຈະວາງຂາຍຕາມຮ້ານຂາຍມືຖືທຸກແຂວງທົ່ວປະເທດລາວ.

ຄວາມພິເສດທີ່ແຕກຕ່າງຈາກ ຍີ່ຫໍ່ອື່ນໆທີ່ວາງຂາຍທົ່ວໄປຄືໃນ Tablet ຂອງເຮົາຈະມີ Application Education ທີ່ຈະເຂົ້າມາຊ່ວຍໃນເລື່ອງຂອງການສຶກສາກໍຄືນັກຮຽນສາມາດຮຽນຜ່ານ “ແອັບ” ໂຕນີ້ໄດ້ເລີຍ ເພາະເຮົາຈະໂຫຼດບົດຮຽນແຕ່ລະບົດໃນແຕ່ລະໂຮງຮຽນເຂົ້າ ໂດຍທີ່ບໍ່ຕ້ອງຖືປຶ້ມໄປໂຮງຮຽນ; ພ້ອມນັ້ນ, ເລື່ອງລາຄາ ແມ່ນຈະຖືກກວ່າຍີ່ຫໍ່ອື່ນ ເນື່ອງຈາກວ່າເຮົາໄດ້ຮັບການຮ່ວມມືກັບບໍລິສັດ “ໄມໂຄຣຊອຟ” ໃນການຫຼຸດລາຄາພິເສດໃຫ້ກັບ “ຊອຟແວ” ທີີ່ນໍາໃຊ້ ແລະ ກໍສາມາດໃຊ້ພາສາລາວ
ໄດ້ເລີຍໂດຍບໍ່ຕ້ອງດາວໂຫຼດ ເພາະເປັນຜະລິດຕະພັນທີ່ຄົນລາວຜະລິດຂຶ້ນມາເອງ ແລະ ເລື່ອງຄຸນນະພາບແມ່ນຢາກໃຫ້ທຸກຄົນລອງໃຊ້ ແລະ ໃຫ້ຄໍາແນະນໍາເພີ່ມເພື່ອທາງພວກເຮົາຈະນໍາໄປປັບປຸງໃຫ້ດີຂຶ້ນໄດ້.

ຂ້າພະເຈົ້າເລືອກຮ່ວມມືກັບບໍລິສັດ Alo Technology Laos ເພາະຕົນເອງແມ່ນໄດ້ເຮັດວຽກຊ່ວຍເຫຼືອ ພັດທະນາສັງຄົມມາໂດຍຕະຫຼອດຢູ່ແລ້ວ, ເມື່ອມາເຖິງຈຸດໜຶ່ງທີ່ເຮົາຫັນມາເຮັດທຸລະກິດກໍຍັງຢາກຈະເຮັດທຸລະກິດທີ່ຄຽງຄູ່ກັນໄປກັບການພັດທະນາເຊັ່ນກັນ ເຊິ່ງວ່າເງິນກໍເປັນປັດໄຈໜຶ່ງໃນການເຮັດທຸລະກິດ ແຕ່ກໍາໄລທີ່ເຮົາໄດ້ຈາກທຸລະກິດກໍຢາກຈະສົ່ງຄືນໃຫ້ແກ່ຊຸມຊົນ ແລະ ສັງຄົມ. ຈາກວິໄສທັດຂອງທ່ານປະທານບໍລິສັດຄືທ່ານ ທະນູສອນ ພົນອາມາດ ທີ່ຄ້າຍໆກັນຄືຢາກຊ່ວຍເລື່ອງການພັດທະນາໄປຄຽງຄູ່ກັບທຸລະກິດຈຶ່ງເຮັດໃຫ້ຕົນຕັດສິນໃຈຮ່ວມມືທາງທຸລະກິດຮ່ວມກັນ.

ການທີ່ເຮົາມາຢູ່ຈຸດນີ້ໄດ້ກໍຍ້ອນເຮົາໄດ້ຮັບການສຶກສາໃນລະດັບໜຶ່ງ ແຕ່ລອງຄິດເບິ່ງວ່າເດັກນ້ອຍທີ່ຢູ່ໃນຊົນນະບົດ ກ່ອນທີ່ຈະໄດ້ຮັບການສຶກສາເທົ່າທຽມກັບຄົນຢູ່ໃນເມືອງເຂົາເຈົ້າຕ້ອງໃຊ້ຄວາມພະຍາຍາມຫຼາຍເພື່ອຈະໃຫ້ສໍາເລັດໄດ້ ເຊິ່ງຂ້າພະເຈົ້າຄິດວ່າ: ທຸກໆຄົນທີ່ເກີດມາມີສິດເທົ່າທຽມກັນທີ່ຈະໄດ້ຮັບຄວາມຮູ້, ຂໍ້ມູນຂ່າວສານທີ່ຄວນຈະໄດ້ຮັບແລະ ມັນຈະດີຫຼາຍຖ້າ “ອາໂຫຼ” ສາມາດນໍາເອົາຂໍ້ມູນຂ່າວສານເຫຼົ່ານັ້ນໄປເຜີຍແຜ່ໃຫ້ເດັກນ້ອຍລາວທົ່ວທຸກມຸມໄດ້ຮັບຮູ້ ເຊິ່ງບໍ່ຈໍາເປັນວ່າເຂົາເຈົ້າຕ້ອງຢູ່ສະເພາະໃນເມືອງ ຫຼື ຕ້ອງມີໂອກາດໄປຮຽນຕ່າງປະເທດຈຶ່ງຈະສາມາດຮຽນຮູ້ສິ່ງເຫຼົ່ານັ້ນໄດ້… ເພາະການພັດທະນາປະເທດບໍ່ແມ່ນໜ້າທີ່ຂອງພັກລັດຢ່າງດຽວ ທຸກຄົນສາມາດຊ່ວຍກັນເທົ່າທີ່ຈະຊ່ວຍໄດ້ສະນັ້ນ ຊ່ວຍບອກຕໍ່ໄດ້ບໍ່ວ່າ “ອາໂຫຼ ຄື “ແບຣນ” Technology” ທີ່ຈະເຂົ້າມາຊ່ວຍເຮັດໃຫ້ການສຶກສາຂອງປະເທດເຮົາ ພັດທະນາທຽບເທົ່າກັບສາກົນ.

ພ້ອມນັ້ນ, ບໍລິສັດຂອງພວກເຮົາໄດ້ຜະລິດ Application ທີ່ຊ່ວຍເລື່ອງການສຶກສາເຊັ່ນ: ການຮຽນພາສາອັງກິດ ແລະ “ໄອທີ” ທີ່ໄດ້ຜ່ານການສອບເສັງລະດັບມາດຕະຖານສາກົນ ແລະ ເຮົາຈະມີຫຼັກສູດທີ່ເຂົາເຈົ້າສາມາດຮຽນດ້ວຍຕົນເອງໄດ້ ຕິດຕັ້ງຢູ່ໃນເຄື່ອງນັ້ນເລີຍ. ໃນປັດຈຸບັນ, ອາຈານສອນທາງດ້ານ “ໄອທີ” ແລະ ພາສາອັງກິດ ກໍຍັງຂາດຫຼາຍຢູ່ບ້ານເຮົາ; ສະນັ້ນ ຖ້າມີອຸປະກອນພວກນີ້ກໍຈະເຮັດໃຫ້ນັກຮຽນໄດ້ຟັງສຽງຕ່າງປະເທດແທ້ໆ ຫຼື ການອອກສຽງຕາມສໍານຽງຂອງເຈົ້າຂອງພາສາ,
ແລະ Application ຂອງເຮົາຈະເປັນ 3D ເຫັນເປັນພາບສົມຈິງ. ສິ່ງສໍາຄັນ, ຜະລິດຕະພັນຂອງເຮົາເລີ່ມຕົ້ນເນັ້ນເປັນພາສາລາວໝົດເລີຍ, ເພາະຖ້າເຮົາເອົາຄອມພິວເຕີທີ່ເປັນພາສາອັງກິດໄປໃຫ້ຄົນທີ່ບໍ່ມີໂອກາດໄດ້ຮຽນພາສາອັງກິດໃຊ້ເຂົາກໍບໍ່ສາມາດນໍາໃຊ້ໄດ້ ຫຼື ການທີ່ຄູຢູ່ໃນຊົນນະບົດນໍາເອົາໄປໃຊ້ໃນການຮຽນ-ການສອນກໍຈະງ່າຍຂຶ້ນ. ທ້າຍນີ້ຂ້າພະເຈົ້າຢາກຝາກເຖິງ ຜູ້ທີ່ຈະເຮັດທຸລະກິດ ຫຼື ພວມເຮັດທຸລະກິດ, ສິ່ງສໍາຄັນແມ່ນຕ້ອງເລືອກຄູ່ຮ່ວມມືທາງທຸລະກິດທີ່ດີ, ມີວິໄສທັດ ແລະ ເວົ້າພາສາດຽວກັນຄືໃນກໍລະນີຂອງຕົນເອງກັບປະທານຜູ້ສ້າງຕັ້ງແມ່ນເພື່ອສ້າງທຸລະກິດໃຫ້ມີຜົນກໍາໄລ, ແຕ່ໃນຂະນະດຽວກັນກໍສ້າງຜົນປະໂຫຍດໃຫ້ກັບສັງຄົມ ໂດຍສະເພາະແມ່ນການພັດທະນາດ້ານການສຶກສາຂອງນັກຮຽນຍຸກ 4.0 ທີ່ຕົນເອງພວມເຮັດຢູ່ໃນປັດຈຸບັນ. ສິ່ງສໍາຄັນອີກປະການໜຶ່ງແມ່ນວ່າເຮົາຕ້ອງເປັນຄົນເປີດໂອກາດໃຫ້ກັບຕົນເອງໃນການຊອກຮູ້, ຮໍ່າຮຽນຈາກຜູ້ມີປະສົບການເພື່ອພັດທະນາທຸລະກິດຂອງຕົນໄປສູ່ຄວາມຝັນທີ່ຕັ້ງໃຈໄວ້.

(ວາລະສານທາເກັດ ສະບັບ 150 ເດືອນມັງກອນ 2019 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe, ຮ້ານ The pizza company ແລະ ຫຼາຍໆສະຖານທີ່ໃນນະຄອນຫຼວງວຽງຈັນທີ່ເປັນສະມາຊິກຂອງວາບະສານ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

Alo Technology Laos

A new option for developing Lao education  to meet international standards

From her experience in business in multiple sectors – from excavation and mining through to road, Ms. Soulinda Manotham or ‘Pou’, her position Manager  of Alo Technology Laos, which has wonoutstanding ASEAN Business Awards (ABAs) in 2018, has granted us an interview, explaining that: “Technology is now an important factor in improving efficiencyand effectiveness at work and includesbusiness administration in the Industry 4.0 era, where you have to compete with both domestic and overseas companies and cope with the transitional world of the present in order to respond to
customer demand and ensure their optimal satisfaction.

As for me, I have not studied in any specialized field, technology, or IT directly but my curiosity, effort, determination, and love for what I do has led to the decision to make me a business partner of Planet and cooperate with Alo Technology Laos, which is a fast growing startup, in the use of technology in the development of education in the form of smartphones, tablets, all-in-one computers, and such like, which are on display for sale at mobile phone stores in all provinces nationwide. The thing that sets us apart from the rest is that our general products and tablets come with education apps, which assist with education, and students can learn via these apps because you can download each lesson for each school without using school textbooks as we have joined forces with Microsoft to provide special software download prices, which can be used in Lao language without having to download the Lao versions because our products are made by Lao manufacturers and I would like everyone to try out their quality and offer further suggestions for improvement.

I chose Alo Technology Laos because I like to work, help, and develop society anyway so when I reach a certain point, I turn it into a business and also like to do business which is interlinked with development. In business, money is one thing but the profit I make from the business I want to give back to communities and society. From the vision of Company President Mr. Thanousone Phonamath, which is similar, we want to help with development while doing business at the same time, which is what led to my decision to enter into business cooperation with him.

To an extent, I have got to where I am thanks to my education but we should lend a thought to children living in rural areasbefore receiving an education equal to that of those in urban areas, they have to go to such great efforts to succeed. I believe that every one is entitled to an equal right to knowledge and information should be received, which takes place better through Alo, which does nothing but provide knowledge and disseminate it among all Lao children to make it accessible even if they do not live in an urban area or have the opportunity to study overseas – they will still be able to learn all the same things – because national development is not the sole duty of the Party and State; everyone must help each other to the extent possible so please spread the word about Alo and our brand of technology, something which will boost the education of our nation to develop it up to
international standards.

Furthermore, our company produces apps which assist with education, such as learning English and IT, and enables them to take international standard examinations. We have the curricula for them to study by themselves installed in our devices. Currently, there is a great shortage of IT and English teachers in Laos so if we have this equipment, it will allow students to listen to true native speakers and learn the pronunciation and accents thereof. Ourapps are all in 3D to give a realistic picture. The important thing is that our products start by emphasizing Lao language only because if you give a person a computer which is all in English, they will not have the opportunity to learn because they will not be able to understand it and the fact that teachers in rural areas can use it for learning and teaching will make it easier for them too.

At the end of the year, I would like to let all those about to or already engaging in business to recognize the importance of choosing a good business partner who has a vision and speaks the same language because then you and the president or founder can build a business to make profits but at the same time, benefit society, especially in terms of educational development in the era of Industry 4.0, through which we are currently navigating.
The important thing is that we have to open opportunities for ourselves to learn and gain experience in order to develop our business and make our dreams come true.

 

Comments