ສໍາລັບແນວຄວາມຄິດຂອງຂ້າພະເຈົ້າແລ້ວ ແມ່ຍິງລາວເຮົາກໍມີຄວາມຮູ້; ຄວາມສາມາດບໍ່ໄດ້ ດ້ອຍໜ້າຊາດອື່ນໃນໂລກ ຖ້າວ່າມີຄວາມຕັ້ງໃຈຢາກເຮັດທຸລະກິດ ຫຼື ຖ້າຫາກມັກຮັກໃນສິ່ງໃດແລ້ວແມ່ນ ສາມາດເລີ່ມໄດ້ແຕ່ນ້ອຍເລີຍ ໂດຍສາມາດເລີ່ມແຕ່ຕອນຍັງຮຽນໜັງສືຢູ່ກະໄດ້ຖ້າຫາກແມ່ຍິງເຮົາຮູ້ຈັກ ການຊື້-ຂາຍ ທໍາມາຫາກິນຄອບຄົວກໍຈະມີຂໍ້ສະດວກ. ປັດຈຸບັບນີ້ແມ່ຍິງໄດ້ມີການສຶກສາຮຽນຮູ້ສູງໆເທົ່າທຽມເພດຊາຍມີຄວາມກ້າຫານກ້າສະແດງອອກມີຄວາມອົດທົນສາມາດເຮັດໄດ້ທຸກວຽກງານທີ່ເພດຊາຍເຮັດໄດ້ ເຊິ່ງມັນແຕກຕ່າງກັບສະໄໝກ່ອນ. ແມ່ຍິງລາວມີມູນເຊື້ອຄວາມເປັນຜູ້ປະກອບການດົນນານມາແລ້ວ ເຊິ່ງເຮົາຈະສັງເກດເຫັນວ່າຢູ່ຕາມຕະຫຼາດ ສ່ວນຫຼວງຫຼາຍຈະແມ່ນແມ່ຍິງເຮັດຄ້າຂາຍຍ່ອຍ ໂດຍໃຊ້ຄວາມອົດທົນຄວາມດຸໜັ່ນເພື່ອຫາລ້ຽງຄອບຄົວ ແລະ ເລື່ອງການບໍລິຫານການເງິນຂ້າພະເຈົ້າເຫັນວ່າແມ່ຍິງມີຄວາມລະອຽດອ່ອນທີ່ສຸດ….. ແມ່ຍິງລາວຈະກ້າວສູ່ສາກົນ ໄດ້ຕ້ອງມີປັດໃຈໃດແດ່? (ລາຍລະອຽດ ທ່ານສາມາດຊອກຕິດຕາມອ່ານວາລະສານທາເກັດ ສະບັບ 148 ເດືອນພະຈິກ 2018 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe, ຮ້ານ The pizza company ແລະ ຫຼາຍບ່ອນສະຖານທີ່ໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666) Lao women have a long tradition of operating as entrepreneurs In my opinion, Lao women ...
Read More »Magazine
ທ່ານນາງ ຈັນທະຈອນ ວົງໄຊ ແມ່ຍິງທີ່ບໍ່ຍອມທໍ້ຖອຍ ຕໍ່ອຸປະສັກ.
ທ່ານນາງ ຈັນທະຈອນ ວົງໄຊ ແມ່ຍິງທີ່ບໍ່ຍອມທໍ້ຖອຍ, ຜ່ານຜ່າອຸປະສັກນາໆປະການໃນຊີວິດການງານເຄີຍລອງຜິດລອງຖືກມາຫຼາຍຢ່າງກວ່າຈະມີວັນນີ້ ແລະ ຮຽນຮູ້ປະສົບການໃໝ່ໆຢູ່ຕະຫຼອດເວລາເພື່ອພັດທະນາຕົນເອງ ເຖິງຈະມີຫຼາຍທຸລະກິດທີ່ຮັດຕົວແຕ່ຄອບຄົວຄືສິ່ງສໍາຄັນທີ່ສຸດ ດັ່ງນັ້ນຈຶ່ງຈັດແບ່ງເວລາໃຫ້ກັບຄອບຄົວຢ່າງໜ້ອຍເດືອນລະຄັ້ງ ຫຼື ຂຶ້ນແຜນໄວ້ລ່ວງໜ້າ 3 ເດືອນຈະຕ້ອງຫາເວລາເພື່ອໃຫ້ຢູ່ພ້ອມໜ້າພ້ອມຕາເພື່ອໂອ້ລົມສັ່ງສອນລູກໆຫຼານໆປຶກສາຫາລືແກ້ໄຂບັນຫາຊ່ວຍກັນ ແລະ ຮ່ວມກິດຈະກໍາຄອບຄົວຢ່າງອົບອຸ່ນມີຄວາມສຸກ. ດັ່ງນັ້ນໃນວາລະສານສະບັບນີ້ພວກເຮົາໄດ້ຮັບກຽດການໃຫ້ສາພາດຂຶ້ນປົກຈາກທ່ານນາງ ຈັນທະຈອນ ວົງໄຊ ຮອງປະທານສະພາການຄ້າແລະອຸດສາຫະກໍາແຫ່ງຊາດລາວ, ປະທານສະມາຄົມນັກທຸລະກິດແມ່ຍິງລາວ, ຄະນະກໍາມະການສູນກາງແນວລາວສ້າງຊາດ, ສະມາຊິກເຄືອຂ່າຍຂອງນັກທຸລະກິດແມ່ຍິງອາຊຽນ, ຄະນະກໍາມະການແມ່ຍິງອາຊຽນຂອງສະພາການຄ້າ, ຮອງປະທານບໍລິສັດ ເຄແອນຊີ ກຣຸບ, ພັນລະຍາທ່ານ ກິດສະໜາ ວົງໄຊ ປະທານບໍລິສັດ ເຄແອນຊີ ກຣຸບ, ອະດີດປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ 4 ສະໄໝ, ອະດີດອໍານວຍການໃຫຍ່ບໍລິສັດ ເບຍລາວ ຈໍາກັດ. ປະຫວັດຫຍໍ້ໂດຍສັງເຂບ. ໃນສະໄໝເດັກນ້ອຍເຂົ້າຮຽນທີ່ປະຖົມບໍ່ໂອ ເມືອງຫາດຊາຍຟອງ, ຫຼັງຈາກນັ້ນມາຮຽນຢູ່ ໂຮງຮຽນ “ລີເຊ” ວຽງຈັນໃນປີ 1975 ໄປສຶກສາຕໍ່ທີ່ປະເທດຝຣັ່ງເສດໃນສາຂາບັນຊີເລຂານຸການ ພາຍຫຼັງຮຽນຈົບປີ 1977 ໄດ້ເດີນທາງກັບຄືນປະເທດຮ່ວມກັບຂະບວນການນັກສຶກສາກ້າວໜ້າຊຸດທໍາອິດ ຊຶ່ງພາຍຫຼັງປະເທດຊາດເຮົາທໍາການປົດປ່ອຍແລ້ວເພິ່ນມີຄວາມຕ້ອງການປັນຍາຊົນລາວຜູ້ກ້າວໜ້າຢູ່ຕ່າງປະເທດກັບຄືນເພື່ອມາພັດທະນາປະເທດຊາດ. ໄດ້ຮັບການບັນຈຸເຂົ້າເປັນລັດຖະກອນໃນກະຊວງອຸດສາຫະກໍາການຄ້າ ແລະ ພໍດີໃນເວລານັ້ນທາງບໍລິສັດເບຍລາວເພິ່ນມີຄວາມຕ້ອງການພະນັກງານບັນຊີການເງິນເປັນແມ່ຍິງ ດັ່ງນັ້ນທາງກົມອຸດສາຫະກໍາກໍໄດ້ສົ່ງໄປປະຈໍາຢູ່ເບຍລາວແຕ່ປີ 1977 ຈົນຮອດປີ 1985 ...
Read More »ມາຮູ້ຈັກ!!! ຄາຖາເງິນລ້ານ 5 ຂໍ້ ຈາກໜຸ່ມນັກທຸລະກິດ ໄຟແຮງ ແຊງທາງໂຄ້ງຂອງລາວ.
ເມື່ອກ່າວເຖິງຮ້ານຂາຍຄໍາ ພູວົງ ຫຼາຍທ່ານຈະຮູ້ດີ ແຕ່ຖ້າກ່າວເຖິງ “ອາເລັກ” ຫຼາຍທ່ານຄົງຈະບໍ່ຄຸ້ຍເຄີຍກັບຊື່ນີ້, ດັ່ງນັ້ນວາລະສານສະບັບນີ້ພວກເຮົາໄດ້ມີໂອກາດສໍາພາດນັກທຸລະກິດໜຸ່ມ ໄພແຮງ ແຊງທາງໂຄ້ງ ຜູ້ຕໍ່ຍອດທຸລະກິດຂອງຮ້ານຂາຍຄໍາ ພູວົງ ແລະ ກິດຈະການໃນກຸ່ມພູວົງ ໃຫ້ກວ້າງຂວາງກວ່າເກົ່າ. ຈັນທະວົງ ພະມີສິດ ອາຍຸ 31 ປີ “ອາເລັກ” ເປັນລູກຊາຍຄົນທີສອງຂອງທ່ານ ພູວົງ ພະມີສິດ ຮຽນຈົບປະລິນຍາຕີ ສາຍບໍລິຫານທຸລະກິດ ອັນຍະມະນີ ຈາກ ສ.ອາເມລິກາ ທີ່ໂຮງຮຽນ gemological institute of America ໃນປີ 2008 ຫຼັງຈາກຈົບມາກໍມາຊ່ວຍວຽກທຸລະກິດພໍ່ ເຊິ່ງແມ່ນຮ້ານ ຄໍາພູວົງ ພາຍຫຼັງທີ່ມາເບິ່ງກິດຈະການພ້ອມ ເອື້ອຍທີ່ຮຽນຈົບມາພ້ອມກັນ ປັດຈຸບັນເຮັດໃຫ້ທຸລະກິດຮ້ານຂາຍຄໍາພູວົງ ຂະຫຍາຍໄດ້ 7 ສາຂາ ແລະ ຈະຂະຫຍາຍຕື່ມອີກຕາມຕົວເມືອງໃຫຍ່ຂອງບັນດາແຂວງໃນປະເທດຕື່ມອີກ. *ແນວຄວາມຄິດລິເລີ່ມການຂະຫຍາຍສາຂາ? ເຫດຜົນທີ່ຂະຫຍາຍກໍເພື່ອເປັນການຄວບຄຸມຄຸນນະພາບຂອງສິນຄ້າ ແລະ ອີກເຫດຜົນໜຶ່ງກໍແມ່ນເພື່ອສ້າງຄວາມສະດວກສະບາຍໃຫ້ແກ່ລູກຄ້າຮ້ານຄໍາພູວົງ ໃນທົ່ວປະເທດ. ຜ່ານມາກໍມີລູກຄ້າຈໍານວນໜຶ່ງມາຊື້ຄໍາຮ້ານເຮົາເພື່ອໄປຈໍາໜ່າຍ ແລະ ກໍມີຈໍານວນໜຶ່ງສວຍໂອກາດແອບອ້າງ ດັ່ງນັ້ນເຮັດໃຫ້ພວກເຮົາມີແນວຄິດທີ່ຈະຂະຫຍາຍທຸລະກິດໃຫ້ເປັນລະບົບຂຶ້ນ ເພື່ອປ້ອງກັນການແອບອ້າງ. *ກ່ຽວກັບຄຸນນະພາບ ແລະ ມາດຕະຖານຂອງແຕ່ລະສາຂາເຮົາຄຸ້ມຄອງແນວໃດ? ຜ່ານມາທາງພວກເຮົາກໍໄດ້ມີການລອງຜິດ ...
Read More »ໂອນເງິນເຂົ້າຜິດບັນຊີ ມີສິດທວງເອົາເງິນຄືນໄດ້ບໍ່?
ໃນຊີວິດປະຈຳວັນ ຫຼາຍທ່ານຫຼີກບໍ່ໄດ້ເລື້ອງຫຼົງໆ ລືມໆ ຖ້າຫາກທ່ານຫຼົງໂອນເງິນໄປເຂົ້າຜິດບັນຊີ ທ່ານຕ້ອງກັງວົນໃຈວ່າ: ຈະມີສິດເອົາຄືນໄດ້ບໍ່? ຈະເອົາຄືນໄດ້ແນວໃດ? ຖ້າເຂົາຖອນໄປຈ່າຍໝົດແລ້ວບໍ່ມີເງິນຄືນໃຫ້ເດ ຈະເຮັດແນວໃດ? ດ້ານກົດໝາຍ ມີການກໍານົດໄວ້ຄືແນວໃດ?. ແນ່ນອນ ຕາມກົດໝາຍ ຖ້າທ່ານຫຼົງໂອນເງິນໄປເຂົ້າຜິດບັນຊີ ທ່ານມີສິດທວງເອົາເງິນຄືນໄດ້ ແລະ ຜູ້ທີ່ຮັບເງິນນັ້ນກໍຕ້ອງສົ່ງເງິນດັ່ງກ່າວນັ້ນຄືນໃຫ້ຜູ້ທີ່ຫຼົງໂອນເງິນມານັ້ນ ໂດຍບໍ່ມີເງື່ອນໄຂໃດໆ. ຫຼາຍທ່ານອາດຈະໂຕ້ຖຽງວ່າ: ໂອນເງິນເຂົ້າບັນຊີຂອງຄົນອື່ນ ກໍຖືວ່າເປັນເງິນຂອງຄົນອື່ນ ເພາະເຈົ້າຂອງບັນຊີແມ່ນເປັນເຈົ້າກຳມະສິດຂອງເງິນໃນບັນຊີຕົນ, ນັ້ນເປັນພຽງການໂຕ້ຖຽງໃນແງ່ມຸມຄວາມເຂົ້າໃຈສ່ວນຕົວເທົ່ານັ້ນ. ເຫດຜົນທີ່ມີສິດທວງເອົາເງິນຄືນໄດ້ນັ້ນແມ່ນມີ 2 ເຫດຜົນຄື: ຂໍ້ຜູກພັນນອກສັນຍາ ແລະ ຄວາມຮັບຜິດຊອບທາງອາຍາ. ເຫດຜົນຂໍ້ຜູກພັນນອກສັນຍາ: ແມ່ນໄດ້ກໍານົດໄວ້ໃນ ມາດຕາ 99 ຂອງ ກົດໝາຍ ວ່າດ້ວຍ ຂໍ້ຜູກພັນໃນສັນຍາ ແລະ ນອກສັນຍາ ສະບັບເລກທີ 01/ສພຊ ລົງວັນທີ 08 ທັນວາ 2008 ໂດຍໄດ້ກຳນົດໄວ້ວ່າ: “ບຸກຄົນໃດ ຫາກໄດ້ຮັບຊັບສິ່ງຂອງ ຂອງຜູ້ອື່ນໂດຍເຈດຕະນາ ທັງໆທີ່ຮູ້ວ່າ ຕົນບໍ່ມີສິດຮັບຊັບສິ່ງຂອງນັ້ນແລ້ວ ບຸກຄົນນັ້ນ ຕ້ອງສົ່ງຊັບສິ່ງຂອງ ຫຼື ມູນຄ່າຂອງຊັບສິ່ງຂອງນັ້ນ ຄືນໃຫ້ຜູ້ເປັນເຈົ້າຂອງ ພ້ອມທັງໝາກຜົນ ຫຼື ລາຍໄດ້ ນັບແຕ່ວັນໄດ້ຮັບເປັນຕົ້ນໄປ”. ...
Read More »ບຼ໊ອກເຊນ (Blockchain) ນະວັດຕະກໍາ 2018 ທີ່ທຸລະກິດລາວຄວນນໍາມາໃຊ້…
ໃນຍຸກດິຈິຕອນ, ວິຖີຊີວິດຂອງພວກເຮົາສ່ວນໃຫຍ່ແມ່ນມີການເຮັດທຸລະກຳການເງິນ ຈ່າຍໂອນ, ຊື້ເຄື່ອງອອນລາຍ, ຊື້ປີ້ຍົນ, ຈອງໂຮງແຮມ ແລະອີກຫຼາກຫຼາຍກິດຈະກຳເປັນປະຈຳ ໂດຍຜ່ານບັດເຄຣດິດ ກໍຄືຕ້ອງໃຊ້ລະຫັດຜ່ານສະເພາະ (Password) ເຊິ່ງຖືວ່າເປັນຄວາມລັບສ່ວນບຸກຄົນເພື່ອຢືນຢັນການຈ່າຍເງິນ, ການເຮັດທຸລະກຳຕ່າງໆເອີ້ນວ່າ Transaction. ສະນັ້ນ, ການຮັກສາຄວາມປອດໄພຂອງຂໍ້ມູນຈຶ່ງເປັນເລື່ອງທີ່ສຳຄັນຫຼາຍ ເພື່ອເຮັດໃຫ້ຜູ້ຊົມໃຊ້ໝັ້ນໃຈວ່າ ຂໍ້ມູນເຫຼົ່ານັ້ນຈະບໍ່ຮົ່ວໄຫຼ ຫຼືຖືກໃຜບາງຄົນປ່ຽນແປງມັນ. ເຊິ່ງໂດຍປົກກະຕິແລ້ວການສ້າງຄວາມເຊື່ອຖືນີ້ ຈະຕ້ອງໄດ້ເພິ່ງພາຄົນກາງ ຫຼືພາກສ່ວນທີ່ສາມ (Centralized trusted party) ມາຊ່ວຍກວດສອບຄວາມໜ້າເຊື່ອຖື. ຖ້າຫາກທ່ານເຮັດທຸລະກຳອອນລາຍເລື້ອຍໆ ຈະສັງເກດເຫັນຄຳທີ່ຂຽນວ່າ Secured by ຫຼື Protected by ຕາມດ້ວຍຊື່ຂອງພາກສ່ວນທີສາມໃດໜຶ່ງ ເຊິ່ງແນ່ນອນວ່າ ທ່ານຕ້ອງໄດ້ຈ່າຍຄ່າທຳນຽມບໍລິການ ໃຫ້ພາກສ່ວນນີ້ທຸກໆຄັ້ງ. ບຼ໊ອກເຊນ (Blockchain) ແມ່ນເຕັກໂນໂລຊີດ້ານຄວາມປອດໄພ ແລະໜ້າເຊື່ອຖືກຂອງຂໍ້ມູນ ໂດຍບໍ່ຕ້ອງອາໄສພາກສ່ວນທີ່ສາມກວດສອບ ເປັນການຮ້ອຍຕໍ່ຂໍ້ມູນເຂົ້າໄວ້ນໍາກັນທັງໝົດ ເປັນຖານຂໍ້ມູນທີ່ມີການຈັດການຊຸດຂໍ້ມູນທີ່ມີການເພີ່ມຂຶ້ນຢ່າງຕໍ່ເນື່ອງ, ມີການກວດສອບຄວາມຖືກຕ້ອງ ແລະ ຄວາມປອດໄພເຊິ່ງກັນ ແລະ ກັນ. ໂດຍບຼ໊ອກເຊນຈະເຮັດວຽກໃນຮູບແບບການເກັບຂໍ້ມູນ (Data Structure) ແບບໜຶ່ງ ທີ່ເຮັດໃຫ້ຂໍ້ມູນທຸລະກຳດິຈິຕອນ (Digital Transaction) ຂອງແຕ່ລະຄົນສາມາດ Share ໄປຍັງທຸກຄົນໄດ້ເປັນຕ່ອງໂສ້ (Chain) ທີ່ເຮັດໃຫ້ ...
Read More »ເປັນຂ່າວດັງ!!! ເມື່ອ ມສ ວຽງຈັນ ບໍ່ອະນຸຍາດໃຫ້ນັກຮຽນຖື ສະມາດທ໌ໂຟນມາໂຮງຮຽນ.
ກ່ອນອື່ນຂ້າພະເຈົ້າຂໍແນະນຳຕົນເອງ ຊື່ ກາບແກ້ວ ທຳມະວົງ ເປັນນັກຂຽນນ້ອງໃໝ່ຂອງວາລະສານທາເກັດ ຂໍຝາກເນື້ອຝາກໂຕນຳທ່ານນັກອ່ານ. ສ່ວນຫົວຂໍ້ທຳອິດໃນທາເກັດນີ້ ຂ້າພະເຈົ້າຂໍອະນຸຍາດເລີ່ມຈາກເລື່ອງການພັດທະນາຄົນ ເພາະເຍົາວະຊົນຄືອະນາຄົດຂອງຊາດ ໂດຍສະເພາະເລື່ອງ”ສະມາດທ໌ໂຟນ” (Smart Phone) ທີ່ຖືວ່າເປັນອຸປະກອນ “ໄຮເທັກ” ຊ່ວຍໃຫ້ຊີວິດຄົນເຮົາສະດວກຂຶ້ນ ແຕ່ໃນອີກດ້ານໜຶ່ງ ມັນເປັນດັ່ງໄພງຽບທີ່ໄປກະທົບຕໍ່ນັກຮຽນ ເພາະມັນເປັນແມ່ເຫຼັກທີ່ດຶງດູດເອົາຄວາມສົນໃຈ ຈົນເຮັດໃຫ້ນັກຮຽນຂາດສະມາທິໃນການໃຝ່ຫາຄວາມຮູ້ ຖ້າຫາກບໍ່ຮູ້ຈັກນຳໃຊ້ໃຫ້ຖືກວິທີ ແລະ ເໝາະສົມ. ພໍແຕ່ມີຂ່າວວ່າ: ມສ ວຽງຈັນ ບໍ່ອະນຸຍາດໃຫ້ນັກຮຽນຊັ້ນ ມ1 ຮອດ ມ7 ເອົາ”ສະມາດທ໌ໂຟນ”ໄປໃຊ້ຢູ່ໂຮງຮຽນ ໂດຍເລີ່ມຈາກວັນທີ 31/08/2018 ມື້ໄຂສົກຮຽນໃໝ່ 2018-2019 ເປັນຕົ້ນໄປ ຖືເປັນໂຮງຮຽນທຳອິດທີ່ລິເລີ່ມໂຄງການນີ້ ອັນໄດ້ເຮັດໃຫ້ພໍ່ແມ່ຜູ້ປົກຄອງເປັນຫ່ວງເປັນໃຍຕໍ່ຄວາມປອດໄພ ຢ້ານຕິດຕໍ່ຫາລູກໆບໍ່ໄດ້, ແຕ່ບໍ່ມີຄວາມແຕກຕື່ນໃດໆທີ່ຈະຮ້ອນແຮງໄປກວ່າ ກະແສຢູ່ຊຸມຊົນ”ອອນໄລ໌” (Facebook) ທີ່ເປັນຊ່ອງທາງກະຈາຍຂ່າວອັນວ່ອງໄວທັນໃຈ. ຫຼາຍຄົນໄດ້ວິພາກວິຈານໄປຕ່າງໆນາງໆ ທັງເຫັນດີ ແລະ ເຫັນຕ່າງ ແຕ່ຜູ້ທີ່ຕ່າງໝູ່ນັ້ນ ກໍຄືກຸ່ມຄົນທີ່ລໍຖ້າຈອບວິຈານດ້ານລົບຢ່າງດຽວ. ທ່ານ ນາງ ວຽງສຸວັນ ພະໄຊສົມບັດ ຜູ້ອຳນວຍການ ມສ ວຽງຈັນ ໄດ້ໄຂຂໍ້ຂ້ອງໃຈໃຫ້ຮູ້ຕື່ມອີກວ່າ: ທາງໂຮງຮຽນກໍຜ່ອນສັ້ນຜ່ອນຍາວ ຍອມອະນຸຍາດໃຫ້ນັກຮຽນຖືໂທລະສັບລຸ້ນທຳມະດາ ທີ່ສາມາດຕິດຕໍ່ກັບພໍ່ແມ່ຜູ້ປົກຄອງໄດ້ ແລະ ...
Read More »10 Startups ທີ່ໄດ້ຮັບຄັດເລືອກຈາກ Google ໃຫ້ເຂົ້າສູ່ງານ Demo Day Asia
ປັດຈຸບັນຄວາມທັນສະໄໝທາງດ້ານເຕັກໂນໂລຊີນັບມື້ນັບສູງຂຶ້ນ ເຮັດໃຫ້ນັກທຸລະກິດທັງຫຼາຍທີ່ເມື່ອກ່ອນດໍາເນີນທຸຸລະກິດແບບທົ່ວໄປ ຫັນມາສົນໃຈທຸລະກິດ Startup ຫຼາຍຂຶ້ນ. ໂດຍສະເພາະບັນດາປະເທດທີ່ພັດທະນາແລ້ວແມ່ນໄດ້ມີການແຂ່ງຂັນກັນສ້າງ Startup ປ່ຽນໂລກຂຶ້ນຢ່າງຫຼວງຫຼາຍ. ເຊິ່ງໃນນັ້ນ, ບັນດານັກທຸລະກິດໃນປະເທດທີ່ກໍາລັງພັດທະນາ ກໍໄດ້ພະຍາຍາມຊອກຫາ Startup ທີ່ເໝາະສົມເພື່ອທີ່ຈະນໍາເຂົ້າມາພັດທະນາຕໍ່ໃນປະເທດຕົນເອງ, ລວມທັງນັກທຸລະກິດໃນປະເທດລາວເຮົາກໍເຊັ່ນກັນ ທີ່ພວມເບິ່ງຕະຫຼາດຢູ່ວ່າອັນໃດເໝາະທີ່ຈະນໍາມາໃຊ້ໃນບ້ານເຮົາແດ່? ມື້ນີ້ທາງວາລະສານທາເກັດ ຈຶ່ງຢາກຈະມາແນະນໍາ 10 Startups ປ່ຽນໂລກທີ່ຖືກ Google ຄັດເລືອກໃຫ້ເຂົ້າຮ່ວມໃນງານ Demo day Asia ທີ່ໄດ້ຂຶ້ນໃນເດືອນກັນຍາທີ່ຜ່ານມາ ທີ່ ຊຽງໄຮ້ ປະເທດຈີນ. ມາເບິ່ງນໍາກັນເລີຍວ່າມີຫຍັງໃໝ່ໆແດ່? ແລະ ອັນໃດເໝາະສົມມາເຮັດໃນບ້ານເຮົາ? One Stock Home (ຈາກປະເທດໄທ) ເປັນ E-commerce Platform ສໍາລັບການເລືອກຊື້ວັດສະດຸກໍ່ສ້າງ ເພື່ອເຊື່ອມໂຍງຜູ້ກໍ່ສ້າງ, ຜູ້ຂາຍ ແລະ ຜູ້ຊື້ ໂດຍບໍ່ຕ້ອງມີຄ່າໃຊ້ຈ່າຍສິ້ນເປືອງ ເລື່ອງສາງເກັບມ້ຽນສິນຄ້າ, ບໍ່ມີຄ່າຍົກຍ້າຍສິນຄ້າ ຫຼື ຄ່ານາຍໜ້າ ພາຍໃຕ້ສະໂລແກນ “ປ່ຽນຄວາມວຸ້ນວາຍເລື່ອງວັດສະດຸກໍ່ສ້າງ ໃຫ້ເປັນເລື່ອງງ່າຍໆພຽງປາຍນິ້ວ” ໂດຍທ່ານຈະສາມາດເລືອກຊື້ວັດສະດຸກໍ່ສ້າງ ທີ່ມີຄຸນນະພາບຕາມທີ່ທ່ານຕ້ອງການໄດ້ງ່າຍຂຶ້ນ ແລະ ບໍ່ຖືກເອົາປຽບເລື່ອງລາຄາ ເພາະໃນ “ເວັບໄຊ໌” ຈະເຊື່ອມຕໍ່ກັບບັນດາບໍລິສັດໃຫຍ່ໆ. ສະນັ້ນ, ...
Read More »ສິ່ງທີ່ເຈົ້າຂອງ Brand 2019 ຕ້ອງເອົາໃຈໃສ່
ຖ້າທ່ານຢາກເປັນຜູ້ປະກອບການແນວໜ້າໃນຍຸກນີ້ ກ່ອນອື່ນຕ້ອງລຶບຄວາມຄິດເກົ່າໆ ຫຼືຄວາມເຂົ້າໃຈຕື້ນໆກ່ຽວກັບ Brand ວ່າເປັນພຽງຍີ່ຫໍ້ ຫຼືກາສິນຄ້າ (Logo) ໄປຈາກຫົວ ແລະ ມາທຳຄວາມເຂົ້າໃຈ ໃຫ້ເລິກເຊິ່ງຂຶ້ນຕື່ມວ່າ Brand ຍັງໝາຍລວມເຖິງ: ຄວາມຮັບຮູ້ ຄວາມຮູ້ສຶກ ຫຼືຄວາມປະທັບໃຈໂດຍລວມຂອງລູກຄ້າ ການຕີຄວາມຄຸນຄ່າ ຂອງສິນຄ້າຫຼືບໍລິການ ທີ່ຍີ່ຫໍ້ (Brand) ນັ້ນໆໄດ້ສ້າງຂຶ້ນ ຜ່ານການໂຄສະນາ ປະສົບການຊົມໃຊ້ ພາບລັກຂອງອົງກອນ ບຸກຄະລາກອນ ແລະອື່ນໆ ທີ່ກ່ຽວຂ້ອງກັບສິນຄ້າ ແລະບໍລິການ ຂອງຍີ່ຫໍ້ດັ່ງກ່າວ. ສະນັ້ນ, ການສ້າງ Brand ຈຶ່ງຕ້ອງຄິດ ແລະ ວາງແຜນຢ່າງຮອບດ້ານ ເພື່ອຄວາມຍືນຍົງໄລຍະຍາວ ບໍ່ແມ່ນພຽງແຕ່ສາມາດສ້າງສິນຄ້າ ຫຼືບໍລິໃດໜຶ່ງມາຂາຍໄດ້ກໍຖືວ່າເປັນ Brand ແລ້ວ. ເຖິງວ່າການເກີດຂຶ້ນຂອງເຕັກໂນໂລຊີນີ້ ຈະເຮັດໃຫ້ບັນດາທຸລະກິດຂະໜາດນ້ອຍແລະຂະໜາດກາງ (SMEs) ມີຕົວຕົນຫຼາຍຂຶ້ນ ຫຼືເອີ້ນໄດ້ວ່າ “ໝົດຍຸກປາໃຫຍ່ກິນປານ້ອຍ” ແລ້ວກໍຕາມ, ແຕ່ທ່າມກາງກະແສພາຍຸຂໍ້ມູນຂ່າວສານ ຂອງຍຸກດິຈິຕອນ ກໍເກີດສິ່ງທ້າທາຍໃໝ່ໆໃຫ້ກັບທຸລະກິດທຸກໆຂະໜາດ ທີ່ຕ້ອງໄດ້ອັບເດດ ຮຽນຮູ້ ແລະປັບຕົວຢູ່ຕະຫຼອດເວລາ ໂດຍສະເພາະຜູ້ປະກອບການໜ້າໃໝ່. ມື້ນີ້ວາລະສານທາເກັດເຮົາ ຈຶ່ງໄດ້ຍົກເອົາແນວໂນ້ມ ຫຼື Trend ໃໝ່ໆ ໃນການສ້າງ ...
Read More »ມະຕິສໍາຄັນທີ່ສະພາຮັບຮອງ ມີຄື:…
ຫາກເພື່ອນຜູ້ອ່ານຕິດຕາມກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ່ VIII ທີ່ດໍາເນີນເປັນເວລາ 18 ວັນ ເຕັມໃນເດືອນ ມິຖຸນາ ຜ່ານມາຈະເຫັນວ່່າມີອັນພົ້ນເດັ່ນຫຼາຍຢ່າງພິເສດໃນກອງປະຊຸມຄັ້ງນີ້ໄດ້ມີ ມະຕິສະພາ ກ່ຽວກັບການຊີ້ແຈງອະທິບາຍຕໍ່ບັນຫາພົ້ນເດັ່ນທາງດ້ານເສດຖະກິດ-ສັງຄົມ. ສະນັ້ນ ວາລະສານຂອງພວກເຮົາສະບັບນີ້ຈຶ່ງຂໍນໍາສະເໜີມະຕິກອງປະຊຸມສະພາວ່າດ້ວຍການຮັບຮອງເອົາການຊີ້ແຈງອະທິບາຍຂອງລັດຖະບານຕໍ່ກັບຄໍາຊັກຖາມຂອງສະມາຊິກສະພາບາງບັນຫາດັ່ງນີ້: ໂຄງປະກອບລາຄານໍ້າມັນເຊື້ອໄຟ; ຮັບຮອງເອົາການຊີ້ແຈງອະທິບາຍຂອງລັດຖະບານກ່ຽວກັບໂຄງປະກອບ ແລະ ມາດຕະການຄຸ້ມຄອງລາຄານໍ້າມັນເຊື້ອໄຟ; ນອກຈາກນັ້ນກອງປະຊຸມສະພາສະເໜີໃຫ້ລັດຖະບານເອົາໃຈໃສ່ບາງບັນຫາເພີ່ມເຕີມດັ່ງນີ້: ຮີບຮ້ອນພິຈາລະນາ ຫຼຸດລາຄານໍ້າມັນເຊື້ອໄຟລົງ ໂດຍສະເພາະ ນໍ້າມັນກາຊວນ, ນໍ້າມັນແອັດຊັງທໍາມະດາ ທີ່ມີຜົນກະທົບສູງ ຕໍ່ການຜະລິດ ແລະ ການເປັນຢູ່ຂອງປະຊາຊົນ ໂດຍໃຫ້ມີການຄົ້ນຄ້ວາຄືນ ໂຄງປະກອບລາຄານໍ້າມັນເຊື້ອໄຟ ເພື່ອໃຫ້ສົມເຫດສົມຜົນ ແລະ ທຸກລາຍຮັບຂອງລັດຈາກນໍ້າມັນເຊື້ອໄຟຕ້ອງລວມສູນເຂົ້າງົບປະມານ ຕາມມາດຕາ 6 ຂອງກົດໝາຍວ່າດ້ວຍ ງົບປະມານແຫ່ງລັດ. ສືບຕໍ່ຈັດຕັ້ງປະຕິບັດ ດໍາລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 331/ນຍ,ລົງວັນທີ 27 ຕຸລາ 2017 ວ່າດ້ວຍທຸລະກິດນໍ້າມັນເຊື້ອໄຟ ເປັນຕົ້ນ ການປັບປຸງ ລັດວິສາຫະກິດນໍ້າມັນເຊື້ອໄຟ, ທຸລະກິດນໍ້າມັນເຊື້ອໄຟ ໃຫ້ໄດ້ມາດຕະຖານ ແລະ ສະໜອງນໍ້າມັນເຊື້ອໄຟທີ່ມີຄຸນນະພາບ. ຄົ້ນຄ້ວາຊອກທາງອອກ ເພື່ອປະຫຍັດ ແລະ ຫຼຸດຜ່ອນຕົ້ນທຶນການນໍາເຂົ້ານໍ້າມັນເຊື້ອໄຟ ດ້ວຍນໍາໃຊ້ລົດທີ່ນໍາໃຊ້ພະລັງງານໄຟຟ້າ, ອາຍແກັສ ເພື່ອການຂົນສົ່ງມວນຊົນໃນຕົວເມືອງ. ຄົ້ນຄ້ວາວິທີການ ...
Read More »PPB ປ້າຍໂຄສະນາ ຕາມເສັ້ນທາງໃຫຍ່ຫຼາຍຈຸດທີ່ ໂດດເດັ່ນບໍ່ຄືໃຜ
ຫຼາຍທ່ານອາດຈະສະດຸດຕາກັບປ້າຍໂຄສະນາພາຍໃຕ້ຊື່ PPB ຕາມເສັ້ນທາງໃຫຍ່ຫຼາຍຈຸດທີ່ໂດດເດັ່ນບໍ່ຄືໃຜ ຊຶ່ງເຮັດໃຫ້ທີມງານຂອງພວກເຮົາສົນໃຈນໍາສະເໜີເລື່ອງກ່ຽວກັບທຸລະກິດບໍລິການປ້າຍໂຄສະນານີ້ ໂດຍສະເພາະແນວຄິດສໍາຄັນໃນການດໍາເນີນທຸລະກິດປະເພດນີ້ ທ່າມກາງການແຂ່ງຂັນກັບບໍລິສັດອື່ນ ແລະ ສື່ການຕະຫຼາດອອນໄລ໌ໃນປັດຈຸບັນ. ປ້າຍໂຄສະນາ PPB ແມ່ນດໍາເນີນງານພາຍໃຕ້ບໍລິສັດ Panyathip Plan B media LaoCompany Limited PPB ຊຶ່ງເປັນບໍລິສັດຮ່ວມທຶນລະຫວ່າງບໍລິສັດ Panyathip Advertising ປະເທດລາວ ແລະ ບໍລິສັດ Plan B Media ປະເທດໄທຊຶ່ງເປີດຕົວມາໄດ້ເກືອບເຂົ້າສອງປີແລ້ວ ໂດຍມີປ້າຍໂຄສະນາ Billboard ທີ່ຫຼາກຫຼາຍໃນຕົວເມືອງທົ່ວນະຄອນຫຼວງວຽງຈັນ ນອກນັ້ນຍັງມີແຜນຈະຂະຫຍາຍໄປຍັງຕ່າງແຂວງໃນທົ່ວປະເທດ. ທ່ານນາງ ເລືອງສີຣິ ສະທິຣະກຸລ ຕໍາແໜ່ງ Senior Manager International Business Development ທີ່ໃຫ້ກຽດສໍາພາດກັບທີມງານວາລະສານ ທາເກັດ ຂອງພວກເຮົາວ່າ; ບໍລິສັດແມ່ນເນັ້ນໜັກຍົກລະດັບປ້າຍໂຄສະນາໃນລາວໃຫ້ໄດ້ມາດຕະຖານສາກົນ ສະນັ້ນການຕິດຕັ້ງປ້າຍໃນແຕ່ລະຈຸດພວກເຮົາຈຶ່ງຕ້ອງຄໍານຶງເຖິງ ຄວາມງາມຂອງຕົວເມືອງ, ກົດລະບຽບຈະລາຈອນ ແລະ ວັດທະນະທໍາອັນດີງາມຂອງລາວເຮົາພ້ອມ. ເລື່ອງການໃຫ້ບໍລິການພວກແມ່ນເຮົາເນັ້ນໃຫ້ເປັນລະດັບມືອາຊີບ ແລະ ຄຸນະພາບລະດັບສາກົນໂດຍສະເພາະ ການນໍາສະເໜີຄວາມແຕກຕ່າງຂອງການບໍລິການເຊັ່ນ: ມາດຕະຖານຂອງປ້າຍ, ສີສັນ, ຈັກພິມ ແລະ ອື່ນໆ ລວມເຖິງການປະເມີນຜົນພາຍຫຼັງການໃຊ້ປ້າຍໂຄສະນາຂອງພວກເຮົາເຊັ່ນ: ...
Read More »