ຂູ່ຂ້າຄົນອື່ນມີໂທດເຖິງ 5 ປີ!

ເມື່ອຫຼາຍເດືອນທີ່ຜ່ານມາ ແມ່ນມີປະກົດການຫຍໍ້ທໍ້ເກີດຂຶ້ນ ໃນສັງຄົມບ້ານເຮົາຫຼາຍພໍສົມຄວນ ແຕ່ເຫດການທີ່ພົ້ນເດັ່ນທີ່ສຸດຄົງຫຼີກບໍ່ພົ້ນເຫດການ “ມຶງລູກໃຜ” ແລະ “ດິນກູຊື້ສອງລ້ານບາດ”, ເຊິ່ງທັງສອງເຫດການນີ້ ລ້ວນແລ້ວເປັນການຂູ່ຄາດຕະກໍາ (ຂູ່ຂ້າ) ໂດຍການໃຊ້ອາວຸດປືນ ເຊິ່ງສ້າງຄວາມແຕກຕື່ນ ແລະ ຄວາມຢ້ານໃຫ້ແກ່ຜູ້ທີ່ຖືກກະທໍາ ຫຼາຍພໍສົມຄວນ, ໃນຂະນະດຽວກັນ ຫຼາຍໆທ່ານອາດເຫັນບັນຫາດັ່ງກ່າວ ເປັນເລື່ອງຕະຫຼົກ, ເປັນຄໍາເວົ້າທີ່ພາໃຫ້ຕິດຫູ, ຕິດປາກ ກັນໄປທຸກເພດ, ທຸກໄວ ຈົນເຖິງຂັ້ນເອົາໄປແຕ່ງເປັນເພງ ແລະ ເປັນກະແສໂດງດັ່ງທີ່ສຸດໃນໂລກອອນໄລ໌ ແຕ່ທ່ານຮູ້ບໍ່ວ່າ ພຶດຕິກໍາດັ່ງກ່າວ ເປັນການກະທໍາຜິດກົດໝາຍ ຕາມທີ່ກໍານົດໄວ້ໃນ ປະມວນກົດໝາຍອາຍາ ສະບັບປີ 2017, ມາດຕາ 203, ວັກທີ 01 ເຊິ່ງກໍານົດວ່າ:

ບຸກຄົນໃດ ຫາກຂູ່ວ່າຈະຄາດຕະກໍາບຸກຄົນອື່ນດ້ວຍວິທີການໃດກໍຕາມ ໂດຍເຮັດໃຫ້ບຸກຄົນດັ່ງກ່າວ ເຊື່ອວ່າການຂູ່ນັ້ນ ຈະເປັນຈິງ ຈະຖືກລົງໂທດຕັດອິດສະຫຼະພາບ ແຕ່ສາມເດືອນ ຫາ ສາມປີ ຫຼື ດັດສ້າງໂດຍ ບໍ່ຕັດອິດສະຫຼະພາບ ແລະ ຈະຖືກປັບໃໝ ແຕ່ 500.000 ກີບ ຫາ 1.500.000 ກີບ.

ນອກຈາກນີ້ ໃນວັກ 02 ຂອງປະມວນກົດໝາຍອາຍາ ດັ່ງກ່າວ ຍັງໄດ້ກໍານົດໂທດໃສ່ ບັນດາພຶດຕິກໍາຂອງພະນັກງານ ຜູ້ທີ່ສວຍໃຊ້ໜ້າທີ່, ຕໍາແໜ່ງ, ມີການກະທໍາແຕ່ສອງຄົນຂຶ້ນໄປ ຫຼື ມີການຈັດຕັ້ງເປັນກຸ່ມເຊິ່ງກໍານົດວ່າ: “ໃນກໍລະນີມີການຂູ່ຈະຄາດຕະກໍາ ແຕ່ສອງຄົນຂຶ້ນໄປ, ມີການສວຍໃຊ້ໜ້າທີ່, ຕໍາແໜ່ງ, ມີການຈັດຕັ້ງເປັນກຸ່ມຈະຖືກລົງໂທດຕັດອິດສະຫຼະພາບແຕ່ສອງປີ ຫາ ຫ້າປີ ແລະ ຈະຖືກປັບໃໝ ແຕ່ 3.000.000 ກີບ ຫາ 10.000.000 ກີບ.”

ເມື່ອພິຈາລະນາຈາກ ບົດບັນຍັດຂ້າງເທິງນັ້ນ ຈຶ່ງເຫັນໄດ້ວ່າ ການທີ່ຈະເປັນ ຜູ້ກະທໍາຜິດ ໃນສະຖານການຂູ່ຄາດຕະກໍາ ໄດ້ກໍຕໍ່ເມື່ອການຂູ່ດັ່ງກ່າວ ໄດ້ເຮັດໃຫ້ຜູ້ທີ່ຖືກຂູູ່ນັ້ນເຊື່ອວ່າ ການຂູ່ຂ້ານັ້ນຈະເກີດຂຶ້ນຈິງ ເຊິ່ງ ຜູ້ກະທໍາຜິດສ່ວນຫຼາຍ ມັກໃຊ້ວິທີການດັ່ງຕໍ່ໄປນີ້: 1) ການຂົ່ມຂູ່ໂດຍທາງວາຈາ ຫຼື ການໃຊ້ອາວຸດປືນຍິງນາບຂູ່ ຫຼື ອາວຸດອື່ນໆ ເຊິ່ງການຂົ່ມຂູ່ໃນລັກສະນະນີ້ ເປັນການກະທໍາ ໂດຍເຊິ່ງໜ້າ, ມີຄວາມເປັນອັນຕະລາຍຮ້າຍແຮງຕໍ່ຊີິວິດ, ຊັບສິນ ຂ້ອນຂ້າງສູງ ເຊິ່ງຜູ້ຂົ່ມຂູ່ອາດຈະມີ ຫຼື ບໍ່ມີການວາງແຜນໄວ້ກ່ອນລ່ວງໜ້າ, 2) ການຂົມຂູ່ ທີ່ເຮັດຂຶ້ນເປັນລາຍລັກອັກສອນເຊັ່ນ: ການສົ່ງຂໍ້ຄວາມ ຫຼື ການຂຽນຈົດໝາຍຂູ່ຂ້າ ເຊິ່ງວິທີການນີ້ເປັນການກະທໍາຜິດທີ່ມີການວາງແຜນ ຫຼື ມີການໄຕ່ຕອງ ເຖິງເປົ້າໝາຍທີ່ຕົນຈະຂູ່ຂ້າໄວ້ກ່ອນລ່ວງໜ້າແລ້ວ, ເຊິ່ງຜູ້ຖືກຂົມຂູ່ ອາດຈະປ້ອງກັນຕົວເອງໄດ້ຂ້ອນຂ້າງຍາກ ເພາະບໍ່ຮູ້ວ່າ ຜູ້ຂູ່ຂ້າແມ່ນໃຜ ຄືກັນກັບຕົກເປັນເປົ້າຖືກທໍາຮ້າຍໄດ້ຕະຫຼອດເວລາ. ການຂູ່ໃນລັກສະນະນີ້ ແມ່ນສົ່ງຜົນກະທົບໂດຍກົງຕໍ່ຄວາມສະຫງົບສຸກໃນ ການໃຊ້ຊີວິດປະຈໍາວັນ ຂອງຜູ້ຖືກຂົ່ມຂູ່ ເຊິ່ງອາດຈະເຮັດໃຫ້ມີຄວາມຫວາດລະແວງຢູ່ຕະຫຼອດເວລາ.

ສະຫຼຸບລວມແລ້ວ ການຂູ່ຄາດຕະກໍາ ຫຼື ຂູ່ຂ້າ ບໍ່ວ່າຈະເຮັດຂຶ້ນດ້ວຍຮູບການໃດກໍຕາມ, ຈະມີການວາງແຜນລ່ວງໜ້າ ໄວ້ ຫຼື ບໍ່ກໍຕາມ ທີ່ເຮັດໃຫ້ຜູ້ຖືກຂົ່ມຂູ່ເຊື່ອວ່າ ການຂູ່ນັ້ນຈະເກີດຂຶ້ນຈິງ ກໍລ້ວນແລ້້ວແຕ່ມີຄວາມຜິດທາງອາຍາ ໂດຍມີໂທດຕັດອິດສະຫຼະພາບ (ຕິດຄຸກ) ສູງສຸດ 5 ປີ. ສະນັ້ນ ເພື່ອເປັນການປະກອບສ່ວນ ໃນການຕ້ານ ແລະ ສະກັດກັ້ນ ພຶດຕິກໍາທີ່ເປັນການກະທໍາຜິດທາງອາຍາດັ່ງກ່າວ, ຂ້າພະເຈົ້າ ຂໍຝາກເປັນຄະຕິເຕືອນໃຈມາຍັງບັນດາທ່ານໃຫ້ມີສະຕິ, ຄິດລະອຽດຖີ່ຖ້ວນ ກ່ອນທີ່ຈະເຮັດຫຍັງລົງໄປ ຖ້າບໍ່ດັ່ງນັ້ນ ອາດຈະຖືກກັກຂັງດັ່ງທີ່ໄດ້ກ່າວມາ. ສຸດທ້າຍນີ້ ຂ້າພະເຈົ້າຫວັງຢ່າງຍິ່ງວ່າ ບົດຄວາມນີ້ຈະເປັນປະໂຫຍດໃຫ້ແກ່ທ່ານ ແລະ ຄົນທີ່ທ່ານຮັກ ບໍ່ຫຼາຍກໍໜ້ອຍ.

ໝາຍເຫດ: ວາລະສານ ທາແກັດ ສະຫງວນລິຂະສິດບົດຄວາມນີ້ ຕາມກົດໝາຍ ວ່າດ້ວຍຊັບສິນທາງປັນຍາ. ບົດຄວາມນີ້ ແມ່ນເພື່ອເປົ້າໝາຍໃຫ້ຄວາມຮູ້ທາງດ້ານກົດໝາຍເທົ່ານັ້ນບໍ່ແມ່ນເປັນການໃຫ້ຄຳປຶກສາທາງດ້ານກົດໝາຍ ຫຼື ເປັນການອອກຄຳເຫັນທາງດ້ານກົດໝາຍແຕ່ຢ່າງໃດ.

(ລາວາລະສານທາເກັດ ສະບັບ 155 ເດືອນມິຖຸນາ 2019 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe, ຮ້ານ The pizza company ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

A threat to kill subject to 5 years of imprisonment!

A person who threatens to kill other in any manner which causes such other person to believe that such threat is likely to happen shall be subject to imprisonment”

In the past few months, there were several social ills occurred in our society but the most notorious cases were the events of “ມຶງລູກໃຜ (literally means who’s your father)” and “ດິນກູຊື້ສອງລ້ານບາດ (literally means I bought this land for two million baht)”, where the two events are the threat to kill by using a handgun which caused panic and fear to the victim. In the meantime, some people may find those events hilarious or may find those words as signature words or catchphrase suitable for all ages and sexes and some people even used those words to compose a music and it becomes hot topic in online social network. However, do you know that such behaviors violate paragraph 01, Article 203 of the Penal Code of 2017 which states that:

A person who threatens to kill other in any manner which causes such other person to believe that such threat is likely to happen shall be subject to three months to three years of imprisonment or subject to reform and fined from LAK 500,000 to LAK 1,500,000

In addition to the above penalty, the paragraph 02 of the same article also imposes penalty against officers, who abuse their power, position, having two people or organized as a group to conduct offense, that: “In case of threaten to kill by two offenders, with abuse of power, position, by an organized group shall be subject to two to five years of imprisonment and fined from LAK3,000,000 to LAK10,000,000.

Upon consideration the above provisions, in order to be offenders in the state of threaten to kill, such action must cause a threatened person to believe that such threat is likely to happen and most offenders usually threaten the victim by one or all of the following manners: 1) verbal threat or firing a handgun or using other weapons. Such action is a direct threat and extremely harmful to people’s lives, assets, and the threatening person may or may not plan ahead; 2) a written threat such as sending message or a letter on threatening to kill. This action is a planned offense or there is a pre-consideration on a victim who may not be able to defend himself/herself since he/she does not know who the threatening person is, which is like being a target all the times. Such threat has a material effect on the victim’s livelihood which might cause the victim to be in fear all the times.

To sum up, the threaten to kill, regardless of its manner, whether or not it is planned, which cause the victim to believe that such threat is likely to happen shall constitute criminal violation and an offender will be sentenced to total five years of imprisonment. Thus, to contribute to the prevention and counter such criminal offense, I would like to warn you to be aware, to think thoroughly before doing something; otherwise, you may be subject to the aforementioned penalties. Lastly, I really hope that this article will be useful for you and your beloved ones more or less.

Remark: the Target Magazine reserves rights over this article in accordance with the Law on Intellectual Properties. This article is to provide legal knowledge only and it is not considered as legal advice or legal opinion.

Comments