Wear Space ຜູ້ຊ່ວຍໃໝ່ ເພີ່ມສະມາທິໃຫ້ກັບຄົນເຮັດວຽກ…

ສັງຄົມໂລກໃນປັດຈຸບັນມີການພັດທະນາຢ່າງບໍ່ຢຸດຢັ້ງ ເຮັດໃຫ້ພຶດຕິກໍາຂອງຄົນເຮົາກໍປ່ຽນໄປຕາມການພັດທະນາຂອງໂລກ ເຊັ່ນ: ພຶດຕິກໍາການໃຊ້ຊີວິດ, ການເຂົ້າສັງຄົມ ລວມໄປເຖິງພຶດຕິກໍາໃນການເຮັດວຽກທີ່ແຕກຕ່າງໄປຈາກເມື່ອກ່ອນ. ເພາະປັດຈຸບັນຄົນເຮັດວຽກມັກໃນຄວາມເປັນອິດສະຫຼະຫຼາຍຂຶ້ນ, ຫ້ອງການຖືກອອກແບບໃຫ້ມີຄວາມໂລ່ງສະບາຍຫຼາຍຂຶ້ນ ຫຼືຢາກເຮັດວຽກແບບບໍ່ຕ້ອງມີຫ້ອງການເປັນຂອງຕົວເອງຍັງໄດ້ ເຊັ່ນ ຕາມຮ້ານກາເຟ, ຮ້ານອາຫານ ແລະອື່ນໆ ໂດຍສະເພາະເທຣນຂອງ Co-Working Space ທີ່ເປັນສັງຄົມການເຮັດວຽກຂອງຄົນຍຸກໃໝ່ທີ່ໃຜໆກໍມານັ່ງເຮັດວຽກໄດ້, ເຮັດໃຫ້ການເຮັດວຽກແບບມີໂຕະປະຈໍາເປັນຂອງຕົວເອງ ເລີ່ມຈາງໄປເລີຍ. ແຕ່ຂໍ້ເສຍຂອງການເຮັດວຽກໃນ Office ທີ່ບໍ່ເປັນການສ່ວນຕົວຈະເຮັດໃຫ້ສຽງ ແລະ ຮູບຈາກຜູ້ຮ່ວມເຮັດວຽກຄົນອື່ນໆທີ່ເກີດຂຶ້ນ ຈົນເຂົ້າໄປຫຼຸດສະມາທິການເຮັດວຽກຂອງບາງຄົນໄດ້…

ແລະ ຍ້ອນໂລກມີການພັດທະນາຢ່າງບໍ່ຢຸດຢັ້ງ ເຕັກໂນໂລຊີ ກໍຕ້ອງພັດທະນາໃຫ້ທັນກັບການປ່ຽນແປງຂອງຄົນເຊັ່ນກັນ. Future Life Factory ສະຕູດີໂອອອກແບບ ຂອງບໍລິສັດທີ່ມີຊື່ສຽງຈາກ ປະເທດຍີ່ປຸ່ນ Panasonic, ຮ່ວມມືກັບ Designer Kunihiko Morinaga ຮ່ວມກັນຄິດຄົ້ນ “Wear Space” ອຸປະກອນທີ່ຈະເຂົ້າມາຊ່ວຍເພີ່ມສະມາທິໃຫ້ກັບຄົນເຮັດວຽກ ດ້ວຍການໃຊ້ເຕັກໂນໂລຊີຕັດສຽງລົບກວນ ຫຼື Noise-Cancelling Technology. ຜູ້ຊ່ວຍຕົວນີ້ຈະຊ່ວຍເຮັດໃຫ້ຜູ້ໃຊ້ເບິ່ງເຫັນສະເພາະສິ່ງທີ່ຢູ່ຕໍ່ໜ້າເທົ່ານັ້ນ ຫຼືບໍ່ສາມາດເຫັນສິ່ງທີ່ຢູ່ອ້ອມຂ້າງໄດ້ນັ້ນເອງ. ສໍາລັບ Wear Space ຖືກອອກແບບມາໃນລັກສະນະໂຄ້ງ ແລະຍືດຫົດໄດ້ດີ ເພື່ອໃຫ້ສາມາດຢືດອ້ອມຫົວຂອງຜູ້ໃຊ້ໄດ້. ລະດັບການເບິ່ງເຫັນຂອງຜູ້ໃຊ້ສາມາດປັບໄດ້ຕາມການຂະຫຍາຍອອກ ຫຼືຫຸບເຂົ້າຂອງອຸປະກອນເຊິ່ງຂຶ້ນຢູ່ກັບລະດັບສະມາທິຂອງຜູ້ທີ່ຕ້ອງການໃຊ້.

ນອກຈາກນີ້ ພາຍໃນແຖບໂຄ້ງຂອງ Wear Space ຈະມີຫູຟັງທີ່ເປັນຕົວຊ່ວຍຕັດສຽງລົບກວນ ພ້ອມກັບຟີເຈີ (Feature) ການຕັດສຽງ 3 ລະດັບຂຶ້ນຢູ່ກັບສະພາບແວດລ້ອມ ແລະ ຍັງສາມາດເຊື່ອມຕໍ່ Wireless ແລະ Bluetooth ໄດ້, ລວມໄປເຖິງ Smart phone ແລະ Computer ເພື່ອເລືອກຟັງສຽງທີ່ຊ່ວຍຜ່ອນຄາຍໃນການເຮັດວຽກ ແລະ ເພງທີ່ມັກໄດ້ຕາມໃຈ. “ເນື່ອງຈາກວ່າ ການເພີ່ມຂຶ້ນຂອງ Office ແບບເປີດ ຫຼື Open-plan Offices ທີ່ຫ້ອງຈະໂລ່ງ, ມີໂຕະຍາວ, ທຸກຄົນສາມາດເຫັນ ແລະ ໂອ້ລົມກັນໄດ້ໝົດ ສົ່ງຜົນໃຫ້ວຽກທີ່ຕ້ອງການພື້ນທີ່ສ່ວນຕົວ ທີ່ສາມາດໂຟກັດວຽກທີ່ຢູ່ຕໍ່ໜ້າໄດ້ຫຼາຍຂຶ້ນ ແລະ Wear Space ນັ້ນກໍຖືກສ້າງຂຶ້ນມາ ເພື່ອຕອບໂຈດໃນເລື່ອງນີ້” ເຊິ່ງນອກຈາກຈະມີປະໂຫຍດແກ່ຕົວພະນັກງານເອງແລ້ວ, ຍັງສົ່ງຜົນດີຕໍ່ບໍລິສັດ ແລະ ອົງກອນອີກດ້ວຍ. ເພາະຖ້າພະນັກງານມີສະມາທິໃນການເຮັດວຽກ ຜົນງານທີ່ອອກມາກໍຈະໄດ້ຕາມທີ່ຕ້ອງການຫຼາຍຂຶ້ນ.

ສິ່ງທີ່ຄວນຮູ້: ຂໍ້ເສຍຂອງສຽງລົບກວນໃນເວລາເຮັດວຽກ

  1. ສ້າງຄວາມເຄັ່ງຕຶງ

ບໍ່ແມ່ນພຽງເສັ້ນຕາຍສົ່ງວຽກ ຫຼື ນະໂຍບາຍຂອງບໍລິສັດເທົ່ານັ້ນທີ່ເຮັດໃຫ້ພະນັກງານມີຄວາມເຄັ່ງຕຶງ “ສຽງ” ກໍເປັນໜຶ່ງໃນນັ້ນ ຍິ່ງດັງ, ຍິ່ງດົນ ຍິ່ງສົ່ງຜົນເຮັດໃຫ້ເກີດຄວາມກົດດັນ, ເຖິງວ່າຈະເປັນພຽງສຽງໂທລະສັບ ຫຼື ການໂອ້ລົມທໍາມະດາ ກໍສາມາດສົ່ງຜົນຕໍ່ຈັງຫວະ ແລະ ອັດຕາການເຕັ້ນຂອງຫົວໃຈໄດ້. ທີ່ສໍາຄັນຍັງເຮັດໃຫ້ຕ້ອງໃຊ້ພະລັງງານໃນການເຮັດວຽກຫຼາຍຂຶ້ນ ເພາະຕ້ອງພະຍາຍາມສັງລວມສະມາທິ ຕໍ່ສຽງຕ່າງໆ.

  1. ຫຼຸດປະສິດຕິພາບໃນການເຮັດວຽກ

ປະສິດຕິພາບການເຮັດວຽກຂອງແຕ່ລະຄົນຈະຫຼຸດລົງໄດ້ເຖິງ 66% ເມື່ອມີຄົນມາເວົ້າຢູ່ໃກ້ໆ. ຈາກການສຶກສາຂອງ British Journal of Psychology ພົບວ່າບໍ່ວ່າຈະເປັນການອ່ານ ຫຼື ການຂຽນທີ່ເຮັດໃຫ້ເກີດສຽງ ແມ່ນສາມາດຫຼຸດສັກກະຍາພາບ ແລະ ປະສິດຕິພາບໃນການເຮັດວຽກໄດ້.

  1. ລົບກວນສະມາທິ

ຈາກງານວິໄຈຫຼາຍສະບັບສະແດງໃຫ້ເຫັນວ່າ ສຽງທີ່ໜ້າເບື່ອ ແລະ ອັນຕະລາຍທີ່ສຸດ ກໍຄືສຽງໂອ້ລົມກັນຂອງຄົນອື່ນ. ເຊິ່ງລັກສະນະຂອງ Office ແບບເປີດແມ່ນບໍ່ມີບ່ອນກັ້ນ ລະຫວ່າງຄົນເຮັດວຽກ ແລະ ຄົນນັ່ງຫຼິ້ນທົ່ວໄປ ຈຶ່ງເຮັດໃຫ້ກາຍມາເປັນບັນຫາລົບກວນສະມາທິ ໃນການເຮັດວຽກ.

  1. ເພີ່ມຄວາມຍາກໃຫ້ກັບວຽກແບບ Multitasking

ຍິ່ງຕັ້ງໃຈຈະເຮັດວຽກຫຼາຍຢ່າງໃນເວລາດຽວກັນຫຼາຍປານໃດ ຍິ່ງ ເສຍສະມາທິ ໄປກັບສຽງທີ່ໄດ້ຍິນຫຼາຍເທົ່ານັ້ນ ໂດຍ Anthony Wagner ນັກປະສາດວິທະຍາ ຈາກມະຫາວິທະຍາໄລ ສະແຕນຟອດ ບອກວ່າ ຄົນທີ່ເຮັດວຽກແບບ Multitasking ນັ້ນ ບໍ່ພຽງແຕ່ສະເສຍສະມາທິຈາກສິ່ງຕ່າງໆໄດ້ງ່າຍ ແຕ່ມັນຍັງຍາກຂຶ້ນສໍາລັບພວກເຂົາທີ່ຈະກັບມາສົນໃຈວຽກເກົ່າໄດ້.

ສໍາລັບຄົນເຮັດວຽກໃນປັດຈຸບັນເມື່ອເຫັນຂໍ້ເສຍຂອງສຽງລົບກວນທີ່ທ່ານຈະໄດ້ຮັບ ໃນເວລາເຮັດວຽກຕາມ Office ທີ່ບໍ່ມີຄວາມເປັນສ່ວນຕົວແລ້ວ, ອາດຈະຄິດໄດ້ບໍ່ຍາກວ່າ ເປັນຫຍັງເຕັກໂນໂລຊີຈຶ່ງສ້າງ ນະວັດຕະກໍາທີ່ຊື່ວ່າ Wear Space ນີ້ຂຶ້ນມາ ເພື່ອເປັນຕົວຊ່ວຍຂອງຄົນເຮັດວຽກຄືພວກເຮົາ. ແນວໃດກໍຕາມສໍາລັບນະວັດຕະກໍາຕົວນີ້ຍັງເປັນພຽງການສ້າງຂຶ້ນມາເພື່ອທົດລອງ ແລະ ນໍາໃຊ້ແທ້ໃນປະເທດຍີ່ປຸ່ນເທົ່ານັ້ນ. ແຕ່ຖາມວ່າຈະມາຮອດບ້ານເຮົາບໍ່? ສໍາລັບ “ເທຣນ” ໃນສັງຄົມ Social ແມ່ນຖືກເວົ້າເຖິງຫຼາຍແລ້ວ ແຕ່ໃນທາງການປະຕິບັດຄື ການນໍາເຂົ້າມາໃຊ້ກໍເຫັນວ່າຍັງຍາກ ແລະ ອີກດົນກວ່າຈະມາຮອດ.

 

concentrate on your work

As the world is constantly advancing forward, people’s way of life, socialization including working habits are also changing. Currently, freelance work is becoming more popular giving birth to an open-plan office or idea of working anywhere, such as café, restaurant and so on. They can also work at a co-working space which is a new business trend for this generation making the traditional working desk fade away. However, working in such public environment can easily distract workers from their work.

And because the world is constantly moving forward, technology development has to keep up with such pace. Future Life Factory, a well-known Japanese design studio for Panasonic, cooperated with a designer named Kunihiko Morinaga to come up with “Wear Space,” a device to help maintaining work concentration by using a noise-cancelling technology. This device will help users focusing only on what is in front of them, but not other things around. Wear Space is designed in curve with good flexibility which can be adjusted well to the head shape of users. Focus range can be expanded or shortened depending on how much users would like to concentrate on a particular thing.

In addition, within the curve line of Wear Space contains speakers coming with a 3-level noise-cancelling feature to be used under different environment, and can be connected with a smart phone and computer through wireless and Bluetooth technology. Users can then choose to listen to either relaxed sound or music as they please. “Due to the increase of open-plan offices decorating in an open-space design with long tables enabling all people to see and talk with each other. This idea allows more concentration on a particular work in front of workers and Wear Space is designed based on such idea.” This device will not only benefit employees, but also the company that they work for. If employees can focus more on their work, they will definitely produce expected outcomes.

Need to know: drawbacks of distracting noise

  1. Stress

Not only deadlines or company’s policies that cause stress, “noise” is another factor. The louder and the longer the noise is, the more stress it can create. Just noise from a ringtone or normal phone call can affect a heartbeat rate. More importantly, employees will have to use additional energy in trying to focus more on their work and ignore the distracting noise.

  1. Low work effectiveness

66% of employee’s work effectiveness will be lowered when they are distracted by a nearby conversation. According to a study by British Journal of Psychology, noise from reading or writing can lower work performance and effectiveness.

  1. Disturbance

Many researches reveal that the most irritating and dangerous noise comes from a nearby conversation. Employees who work in an open-plan office without partitions can be easily disturbed by other people who just sit around.

  1. Difficult to focus on multitasking

Noise can disturb and complicate one from achieving its multitasking. According to Anthony Wagner, Psychology Professor from the Stanford University, let us know that those who engage in multitasking tend to lose their focus easily and restore their concentration difficultly.

Those who have experienced noise in a public workplace will be able to easily understand why Wear Space technology is invented in order to help us cope with this work related issue. Nevertheless, this innovation is still in a pilot phase and has only been practically used in Japan. Will this technology come to Laos? It has been discussed widely in social media about the possibility. However, it is still improbable now which should take some time to know for sure in the future.

Comments