ຄວາມຮູ້ກ່ຽວກັບການໃຊ້ເງິນຕາຕ່າງປະເທດ ໃນ ສປປ ລາວ

ເມື່ອເດືອນຕຸລາ 2018 ທີ່ຜ່ານມາ, ແຈ້ງການຂອງ ທະນາຄານແຫ່ງ ສປປ ລາວ (ທຫລ) ເລື່ອງການເກັບຄ່າທໍານຽມໃນການມອບເງິນສົດທີ່ເປັນເງິນຕາຕ່າງປະເທດ ປະເພດໃບນ້ອຍ ແລະ ເງິນເສື່ອມຄຸນນະພາບ ສະກຸນໂດລາສະຫະລັດ ແລະ ບາດ ແມ່ນໄດ້ຖືກຍົກຂຶ້ນມາເປັນປະເດັນສຳຄັນໃນສັງຄົມ. ເຖິງແມ່ນວ່າ ມາດຕະຖານການເກັບຄ່າທຳນຽມໄດ້ຖືກນຳສະເໜີຜ່ານຫຼາຍບົດຄວາມໄປແລ້ວກໍຕາມ ຫຼາຍທ່ານອາດຍັງສົງໄສວ່າຍ້ອນເຫດຜົນອັນໃດທີ່ເຮັດໃຫ້ ຫທລ ຕ້ອງອອກແຈ້ງການທີ່ສົ່ງຜົນກະທົບຕໍ່ປະຊາຊົນຜູ້ໃຊ້ເງິນຕາຕ່າງປະເທດສະບັບດັ່ງກ່າວ, ໃນບົດຄວາມນີ້ ຈຶ່ງຂໍໄຂຂໍ້ຂ້ອງໃຈໃຫ້ບັນດາຜູ້ອ່ານໄດ້ຮັບຊາບ ເຖິງສາເຫດຕົ້ນຕໍຂອງການເກັບຄ່າທຳນຽມດັ່ງກ່າວຄື:

  1. ການຫັນເປັນທັນສະໄໝ

ການເຕີບໂຕທາງດ້ານເຕັກໂນໂລຊີຂໍ້ມູນຂ່າວສານ ສົ່ງຜົນໃຫ້ ເສດຖະກິດ-ການເງິນໂລກ ມີທ່າອ່ຽງ ຫັນເປັນທັນສະໄໝນັບມື້ນັບເພີ່ມຂຶ້ນ, ໃນນັ້ນ ການຊໍາລະສະສາງທັງພາຍໃນ ແລະ ລະຫວ່າງປະເທດ ແມ່ນໄດ້ມີການຫັນປ່ຽນຈາກການຊຳລະສະສາງດ້ວຍເງິນສົດ ໄປສູ່ ການຊຳລະສະສາງແບບທັນສະໄໝທາງເອເລັກໂຕຣນິກ (Electronic) ຫຼາຍຂຶ້ນ ເນື່ອງຈາກ ຂໍ້ສະດວກທາງດ້ານໄລຍະເວລາໃນການສົ່ງມອບ, ຄວາມປອດໄພ ແລະ ຕົ້ນທຶນການເຄື່ອນຍ້າຍ.

  1. ການເຄື່ອນຍ້າຍເງິນສົດ

ແນ່ນອນວ່າ ການຂົນຍ້າຍເງິນສົດໄປຕ່າງປະເທດແມ່ນມີຄ່າໃຊ້ຈ່າຍຕິດພັນ ແລະ ມູນຄ່າເງິນສົດທີ່ຮັບເຄື່ອນຍ້າຍ ເຂົ້າ-ອອກ ກໍມີລັກສະນະຈຳກັດ ຈຶ່ງເຮັດໃຫ້ການສົ່ງມອບເງິນສົດທີ່ເປັນເງິນຕາຕ່າງປະເທດ ເຂົ້າ-ອອກ ສປປ ລາວ ກັບບັນດາທະນາຄານຄູ່ຄ້າຂອງຂະແໜງທະນາຄານ ມີຈຳນວນຫຼຸດໜ້ອຍຖອຍລົງ. ສ່ວນເງິນຕາຕ່າງປະເທດທີ່ເສື່ອມຄຸນນະພາບນັ້ນ ຂະແໜງການທະນາຄານກໍຕ້ອງໄດ້ເຄື່ອນຍ້າຍອອກໄປແລກປ່ຽນຢູ່ຕ່າງປະເທດ ເອົາເງິນໃບໃໝ່ ເຊິ່ງຕ່າງປະເທດ ກໍໄດ້ກຳນົດມາດຕະຖານການຮັບເງິນເສື່ອມຄຸນນະພາບ ແລະ ມີການເກັບຄ່າທຳນຽມເຊັ່ນດຽວກັນ ຈຶ່ງເຮັດໃຫ້ຂະແໜງການທະນາຄານ ຕ້ອງໄດ້ກຳນົດມາດຕະຖານ ແລະ ຄິດໄລ່ຄ່າທຳນຽມ ໃນການຮັບເງິນປະເພດເສື່ອມຄຸນນະພາບນຳລູກຄ້າຂອງຕົນ.

  1. ສປປ ລາວ ບໍ່ສາມາດຜະລິດເງິນຕາຕ່າງປະເທດໄດ້

ອີກຢ່າງໜຶ່ງ ເງິນຕາຕ່າງປະເທດບໍ່ແມ່ນເງິນຕາຂອງ ສປປ ລາວ ເຊິ່ງເຮົາບໍ່ສາມາດຜະລິດອອກມາໃຊ້ເອງ ແລະ ທົດແທນໄດ້, ດັ່ງນັ້ນ ເມື່ອຮັບເງິນຕາຕ່າງປະເທດມາແລ້ວ ກໍຕ້ອງລະບາຍອອກໄປ ເປັນຕົ້ນແມ່ນ ການນຳໃຊ້ເພື່ອຊຳລະສະສາງກັບຕ່າງປະເທດ. ໂດຍທົ່ວໄປແລ້ວ ເງິນໂດລາ ຈະຖືກໃຊ້ເຂົ້າໃນການຊຳລະສະສາງກັບຄູ່ຄ້າຕ່າງປະເທດ ເຊິ່ງຄູ່ຄ້າຕົ້ນຕໍຂອງ ສປປ ລາວ ແມ່ນ ປະເທດໄທ ແລະ ສປ ຈີນ ເຊິ່ງເງິນສະກຸນໂດລາ ກໍບໍ່ແມ່ນເງິນຂອງປະເທດເຂົາເອງ ແລະ ບໍ່ສາມາດຜະລິດໄດ້ຄືກັນ, ເມື່ອຂະແໜງການທະນາຄານນໍາໃຊ້ເງິນໃບນ້ອຍ ຫຼື ເງິນເສື່ອມຄຸນນະພາບເຂົ້າໃນການຊຳລະສະສາງກັບປະເທດຄູ່ຄ້າເຫຼົ່ານີ້, ປະເທດຄູ່ຄ້າກໍບໍ່ຮັບເອົາເງິນດັ່ງກ່າວ ຫຼື ຈໍານວນທີ່ຖືກຮັບເອົາກໍຕ້ອງໄດ້ເສຍຄ່າທຳນຽມ, ສ່ວນປະເທດໄທ ເຖິງຈະເປັນເຈົ້າຂອງເງິນບາດເອງ ແຕ່ເມື່ອເຮົານໍາເອົາເງິນໃບນ້ອຍໄປຊໍາລະ ກໍມີການເກັບຄ່າທໍານຽມເຊັ່ນດຽວກັນ, ເຊິ່ງທີ່ຜ່ານມາ ຂະແໜງການທະນາຄານເປັນຜູ້ຮັບຜິດຊອບຕໍ່ລາຍຈ່າຍດັ່ງກ່າວ.

  1. ຫຼີກການສວຍໂອກາດຂອງກຸ່ມຄົນຈຳນວນໜຶ່ງ

ການສວຍໂອກາດຂອງບຸກຄົນຈຳນວນໜຶ່ງ ທີ່ເອົາເງິນໃບນ້ອຍ ຫຼື ເສື່ອມຄຸນນະພາບ ເຂົ້າລະບົບທະນາຄານ ແລ້ວ ຖອນເງິນໃບໃຫຍ່ ຫຼື ໃບໃໝ່ ອອກໄປ, ທຸລະກໍາລັກສະນະນີ້ ນັບມື້ເພີ່ມຂຶ້ນ ເຮັດໃຫ້ຂະແໜງການທະນາຄານ ຕ້ອງໄດ້ແບກຫາບພາລະຄ່າໃຊ້ຈ່າຍໃນການບໍລິຫານຈັດການເງິນໃບນ້ອຍ ແລະ ເງິນເສື່ອມຄຸນນະພາບ ທີ່ນັບມື້ນັບສູງຂຶ້ນ.

ສະນັ້ນ, ທຫລ ຈຶ່ງໄດ້ອອກແຈ້ງການວ່າດ້ວຍ “ການເກັບຄ່າທຳນຽມມອບເງິນສົດເງິນຕາຕ່າງປະເທດ ປະເພດໃບນ້ອຍ ແລະ ເງິນເສື່ອມຄຸນນະພາບ ຢູ່ ທຫລ” ນໍາບັນດາທະນາຄານທຸລະກິດທີ່ນໍາເງິນໂດລາ ແລະ ເງິນບາດ ມາມອບໃຫ້ ທຫລ ເພື່ອຫຼຸດຜ່ອນການແບກຫາບພາລະຄ່າໃຊ້ຈ່າຍທີ່ສູງຂຶ້ນຂອງ                               ຂະແໜງການທະນາຄານ ໃນການບໍລິຫານຈັດການເງິນສົດທີ່ເປັນເງິນຕາຕ່າງປະເທດປະເພດໃບນ້ອຍ ແລະ ໃບເສື່ອມຄຸນນະພາບ, ພ້ອມທັງ ຫຼຸດຜ່ອນການນໍາໃຊ້ເງິນສົດທີ່ເປັນເງິນຕາຕ່າງປະເທດໃນການ ຊໍາລະສະສາງພາຍໃນ, ແລະ ກ້າວໄປສູ່ການຫັນເປັນທັນສະໄໝ ໃນການຊໍາລະສະສາງ. ສ່ວນການຈັດຕັ້ງປະຕິບັດຕົວຈິງນັ້ນ, ບັນດາທະນາຄານທຸລະກິດ ສາມາດຄົ້ນຄວ້າ ແລະ ອອກນະໂຍບາຍຂອງຕົນເອງ ໃນການບໍລິຫານຈັດການບັນຫາດັ່ງກ່າວຕາມຄວາມເໝາະສົມ.

ອີງຕາມນະໂຍບາຍການມອບເງິນໃບນ້ອຍຂອງ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ, ລູກຄ້າສາມາດມອບເງິນໃບນ້ອຍທີ່ເປັນສະກຸນໂດລາສະຫະລັດ ແລະ ບາດ ໄດ້ ໂດຍບໍ່ມີຄ່າທຳນຽມ ມື້ລະ ບໍ່ເກີນ 5 ໃບ ໃນທຸກປະເພດໃບ ໝາຍຄວາມວ່າ ລູກຄ້າສາມາດມອບເງິນໃບ 1 ໂດລາ ໄດ້ ຈຳນວນ 5 ໂດລາ, ໃບ 2 ໂດລາ ໄດ້ ຈໍານວນ 10 ໂດລາ, ໃບ 5 ໂດລາ ໄດ້ ຈໍານວນ 25 ໂດລາ, ໃບ 10 ໂດລາ ຈໍານວນ 50 ໂດລາ, ແລະ ໃບ 20 ໂດລາ ຈໍານວນ 100 ໂດລາ, ສະກຸນເງິນບາດກໍເຊັ່ນດຽວກັນ. ສ່ວນການເກັບຄ່າທໍານຽມຈາກເງິນເສື່ອມຄຸນນະພາບນັ້ນແມ່ນອີງໃສ່ ມາດຕະຖານ ຂອງ ທຫລ ໂດຍ ທະນາຄານຈະຮັບຊື້ເງິນຕາຕ່າງປະເທດຕາມສ່ວນຫຼຸດຕາມມາດຕະຖານທີ່ ທຫລ ກຳນົດ ແລ້ວແລກເປັນສະກຸນເງິນກີບໃຫ້ແກ່ລູກຄ້າ.

ສຸດທ້າຍນີ້, ການໃຊ້ເງິນກີບເພື່ອຊໍາລະສະສາງພາຍໃນປະເທດແມ່ນມີຄວາມສໍາຄັນ ແລະ ຈໍາເປັນຢ່າງຍິ່ງ ໃນການເສີມສ້າງຄວາມເຂັ້ມແຂງ ແລະ ຮັກສາສະຖຽນລະພາບທາງດ້ານເງິນຕາແຫ່ງຊາດ, ເງິນກີບຈະມີຄ່າຫຼາຍຂຶ້ນ ກໍຕໍ່ເມື່ອຄົນໃນຊາດຫັນມາພ້ອມໃຈນໍາໃຊ້ເງິນກີບໃນການຊໍາລະສະສາງຫຼາຍຂຶ້ນ. ສ່ວນການນຳໃຊ້ເງິນຕາຕ່າງປະເທດໃນການຊໍາລະສະສາງກັບຕ່າງປະເທດ ກໍຄວນຫັນເປັນທັນສະໄໝທາງເອເລັກໂຕຣນິກ ຄືກັບບັນດາປະເທດທີ່ພັດທະນາແລ້ວ ເພື່ອຫຼຸດຕົ້ນທຶນໃນການຂົນຍ້າຍ, ຫຼີກການໄດ້ຮັບເງິນປອມ ແລະ ອັນຕະລາຍຈາກການຖືເງິນສົດ. ທັງນີ້, ພາກສ່ວນທີ່ກ່ຽວຂ້ອງຂອງລັດຖະບານເອງ ກໍຕ້ອງມີຄວາມພ້ອມດ້ານລະບົບພື້ນຖານໂຄງຮ່າງຂອງເຕັກໂນໂລຊີຂໍ້ມູນຂ່າວສານ ເພື່ອຮັບປະກັນໃຫ້ ທຸລະກຳທາງການເງິນຕ່າງໆດຳເນີນໄປຢ່າງມີປະສິດທິພາບ, ປອດໄພ ແລະ ເປັນທີ່ໜ້າເຊື່ອຖືໃຫ້ແກ່ຜູ້ຊົມໃຊ້.

knowledge on how to spend foreign currencies in the Lao PDR

In October 2018, the announcement of Bank of the Lao PDR (BOL) regarding the extra charge on small-value, and old dollar and baht banknotes was raised as an important topic of society. Despite the fact that measures regarding such extra charge were presented many times in our magazine, there are still many people questioning the bank’s announcement which affects public spending of foreign currencies. Therefore, this article will help clarifying issues regarding such extra charge:

  1. Modernization

The advancement of ICT helps further modernizing global economy and finance transforming cash transaction both domestically and internationally into more of electronic payment due to comfort, speed, safety and cost of transaction.

  1. Cash movement

Certainly, moving cash to foreign countries bear cost and there is a limit to it resulting in the decrease of cash movement between Lao banks and their foreign partners. For old banknotes, Lao banks have to exchange such notes for new ones which they have to comply with rules for charging extra of old banknotes set by foreign banks. As a result, Lao banks have to come up with the same rules in imposing extra charge on old banknote exchange.

  1. Lao PDR cannot print their own foreign currencies

Another, foreign currencies are not Lao money which we cannot print and replace by ourselves. Foreign money received will be spent when dealing with foreign countries. In general, dollar is used to deal with our foreign trade partners, such as Thailand and China, who do not own and have the authority to print US dollar on their own as well. When we spend small-value or old banknotes to them, they either do not accept or charge extra in case they accept the notes. Even though Thailand owns Thai baht, they also charge extra fee on small-value baht we spent to them. Previously, banking sector was the one who took responsible for such fee.

  1. Prevent misbehavior

Previously, some people would exchange small-value or old banknotes for higher-value or new ones. This kind of behavior leaves banking sector with burden in terms of extra charge they have to pay for the increasing number of small-value and old banknotes.

Thus, BOL issued the announcement on “extra charge on exchanging small-value and old foreign banknotes with BOL” upon commercial banks who spend dollar and baht to BOL in order to mitigate its burden in terms of extra charge, and help banking sector in managing small-value and old foreign banknotes. At the same time, this will also help decreasing the spending of foreign cash in Laos and move towards modern system of transaction. In practice, commercial banks can research and issue their own policies in dealing with the issue as seen appropriate.

According to the small money spending policy of BCEL, customers can spend small dollar and baht without extra charge up to 5 banknotes. It means that customers can spend 1 dollar banknotes worth up to 5 dollar, 2 dollar bills worth up to 10 dollar, 5 dollar bills worth up to 25 dollar, 10 dollar bills worth up to 50 dollar and 20 dollar bills worth up to 100 dollar. This policy applies to the Thai baht as well. The extra charge on old banknotes is carried out based on the standard set by BOL. BCEL will buy the old foreign banknotes and charge extra based on the BOL rate before exchanging them into Lao kip for customers.

Finally, paying kip in Laos is highly important and necessary in strengthening and stabilizing the national currency. Kip will gain a higher value when Lao people increasingly use it. Spending of foreign currencies should be done electronically just like in developed nations in order to mitigate cost associated to cash movement, avoid counterfeit money and prevent any danger from carrying cash. Concerned government agencies must prepare necessary ICT infrastructure to ensure effective, safe and reliable financial transaction.

Comments