ສະບາຍດີ ທ່ານຜູ້ອ່ານທີ່ເຄົາລົບ , ສະບັບນີ້ ຂ້າພະເຈົ້າຮຽກຮ້ອງໃຫ້ຄົນລາວເຮັດວຽກເປັນມືອາຊີບ ເພາະວ່າຜູ້ປະກອບການຄົນລາວຫັນມາຈ້າງຄົນຕ່າງປະເທດມາເປັນຜູ້ຈັດການໃນຕຳແໜ່ງສູງໆຫຼາຍຂຶ້ນ ຈິ່ງເຮັດໃຫ້ຄົນລາວຜູ້ທີ່ມີທັກສະສູງເສຍໂອກາດດີໆໄປ.
ຂ້າພະເຈົ້າໄດ້ມີໂອກາດໂອ້ລົມກັບນັກທຸລະກິດແຖວໜ້າໃນດ້ານໂຮງແຮມ, ຮ້ານອາຫານ ແລະ ທ່ອງທ່ຽວ ເພື່ອຢາກຮູ້ວ່າ ເປັນຫຍັງພວກເພິ່ນຈິ່ງຈ້າງຄົນຕ່າງປະເທດມາບໍລິຫານຮ້ານອາຫານ? ພວກເພິ່ນກໍຕອບກັບມາຢ່າງໄວວ່າ “ຈ້າງແລ້ວສະບາຍໃຈ” ຂ້າພະເຈົ້າ ຖາມເຈາະຈິ້ມຕໍ່ໄປອີກວ່າ “ເຖິງແມ່ນຈ້າງຄົນຕ່າງປະເທດແພງກວ່າຄົນເຮົາກໍຕາມບໍ?” ພວກເພິ່ນກໍຕອບກັບມາວ່າ “ແມ່ນ, ເຖິງຈະແພງກວ່າ ແຕ່ກໍກຸ້ມຄ່າກວ່າ ເພາະຄົນຕ່າງປະເທດເຮັດວຽກເປັນແບບມືອາຊີບກວ່າຄົນລາວ ໂດຍສະເພາະແມ່ນຄົນປະເທດໃນເອີຣົບ”. ບາງຄົນອາດຈະຄິດວ່າ ຂ້າພະເຈົ້າບໍ່ຄວນເອົາຄຳຕອບພຽງແຕ່ຈາກສອງສາມຄົນແລ້ວມາຕັດສິນຄົນທັງປະເທດ ຍ້ອນຄົນເອີຣົບເຮັດວຽກດີ ກໍເພາະພວກເຂົາໄດ້ເງິນເດືອນສູງກວ່າຄົນລາວແມ່ນບໍ? ແຕ່ແທນທີ່ຄົນລາວເຮົາຈະຕື່ນຈາກຝັນວ່າ ກ່ອນທີ່ຈະຮຽກຮ້ອງເງິນເດືອນສູງໆຂຶ້ນຈາກນາຍຈ້າງນັ້ນ ເຮົາຄວນຈະມາພັດທະນາສີມື ເພື່ອໃຫ້ສົມກັບຄ່າຈ້າງທີ່ແພງໆນັ້ນສາກ່ອນ ເພາະເຖິງຢ່າງໃດ ບໍ່ແມ່ນຂ້າພະເຈົ້າຕອບແທນຜູ້ປະກອບການ ຍ້ອນຄົນລາວກໍລ້ວນແຕ່ຢາກຊ່ວຍເຫຼືອຄົນລາວດ້ວຍກັນ ແລະ ໃຫ້ໂອກາດກັນຢູ່ແລ້ວ ເພາະຖ້າຈ້າງຄົນຕ່າງປະເທດ ນອກຈາກຈະແພງແລ້ວ ຍັງຕ້ອງມາຫຍຸ້ງຍາກເລື່ອງທີ່ພັກ ແລະ ອື່ນໆອີກແມ່ນບໍ? ແຕ່ທຸລະກິດ ກໍຄືທຸກລະກິດ ຜົນປະກອບການແມ່ນສຳຄັນກວ່າ.
ຂໍອະນຸຍາດກັບເຂົ້າມາສູ່ເນື້ອໃນໃຈຄວາມດີກວ່າເນາະ ແລ້ວຈະເຮັດວຽກແບບໃດ ຈິ່ງຈະຖືວ່າເປັນມືອາຊີບທີ່ຖືກໃຈນາຍຈ້າງ?. ຄຳຕອບທີ່ຂ້າພະເຈົ້າໄດ້ຈາກນັກທຸລະກິດແຖວໜ້າຂອງປະເທດລາວ ກໍຄື ຄວາມຮັບຜິດຊອບສູງ ຫຼື Commitment ໝາຍເຖິງເວລາມອບວຽກໃຫ້ແລ້ວ ກໍສະບາຍຫາຍຫ່ວງ ບໍ່ແມ່ນຕ້ອງຕາມຖາມຕາມຈີ້ເອົາຄືດັ່ງເຮົາເຫັນ, ເພາະຄົນຕ່າງປະເທດນີ້ ຖ້າໄປຕາມວຽກນຳພວກເຂົາຫຼາຍ ເຂົາກໍຈະບໍ່ພໍໃຈ ເພາະນັ້ນຖືເປັນການດູຖູກ ແລະ ຄິດວ່າພວກເຂົາເຮັດວຽກບໍ່ເປັນ. ແຕ່ຈາກປະສົບການຂອງຂ້າພະເຈົ້າເອງທີ່ເຮັດວຽກໃນວົງການທຸລະກິດມາ 20 ປີ ເຄີຍມອບວຽກໃຫ້ລູກນ້ອງຈຳນວນໜຶ່ງ ຖ້າບໍ່ຕາມ ຫຼື ບໍ່ຖາມຄືນ ວຽກນັ້ນແມ່ນຖືກແຊ່ ຫຼື ບໍ່ກໍຖືກລືມໄປ.ມັນຕ່າງກັນຫຼາຍແທ້ ຫຼື ອາດຈະເວົ້າອີກຢ່າງໜຶ່ງວ່າ ເປັນຫົວໜ້າຄົນລາວ ວຽກຈະອອກມາດີ ຫຼື ບໍ່ດີແມ່ນຂຶ້ນກັບຄວາມຖີ່ໃນການຕິດຕາມ ເຖິງວ່າບໍ່ແມ່ນໝົດທຸກຄົນ ແຕ່ຈາກປະສົບການຂອງຂ້າພະເຈົ້າທີ່ພົບມາມັກຈະເປັນແບບນີ້.
ນອກຈາກຄວາມຮັບຜິດຊອບສູງຕໍ່ວຽກທີ່ໄດ້ມອບໝາຍໃຫ້ແລ້ວ ຄົນຕ່າງປະເທດສ່ວນໃຫຍ່ຈະຮູ້ພາບລວມຂອງທຸລະກິດ ແລະ ກໍເຂົ້າໃຈໄດ້ຢ່າງເລິ່ງເຊິ່ງຕໍ່ວິໄສັດທັດ ແລະ ພາລະກິດຂອງອົງກອນ ເຖິງແມ່ນວ່າ ທັກສະ ຫຼື ຄວາມຮູ້ສະເພາະດ້ານອາດຈະບໍ່ແຕກຕ່າງກັນກັບຄົນລາວພວກເຮົາຫຼາຍກໍຕາມ, ແຕ່ການຮັກສາເວລາ ແລະ ກົດລະບຽບ ກໍຄືນະໂຍບາຍຂອງອົງກອນແມ່ນພວກເຂົາເຮັດໄດ້ດີຫຼາຍ ບໍ່ແມ່ນຕັ້ງຍ້ອງ. ນອກຈາກນັ້ນ ຄວາມຊື່ສັດ ແລະ ເຮັດວຽກໃຫ້ໄດ້ລາຍລະອຽດ ກໍຖືວ່າມີຄວາມສຳຄັນຫຼາຍເພື່ອເປັນຕົວວັດແທກວ່າ ຄົນໃດເຮັດວຽກຢ່າງເປັນມືອາຊີບ ເພາະຍິ່ງໃສ່ໃຈໃນເລື່ອງເລັກໆນ້ອຍໆເທົ່າໃດວຽກກໍຍິ່ງອອກມາດີ ແລະ ສົມບູນຂຶ້ນ ນັ້ນກໍເທົ່າກັບວ່າທ່ານເຮັດວຽກໄດ້ຢ່າງເປັນມືອາຊີບ.
ຂໍອະນຸຍາດຍົກອີກໜຶ່ງຕົວຢ່າງ ໃນປີ 2000 ຂ້າພະເຈົ້າເຄີຍເຮັດວຽກເປັນພະນັກງານຕ້ອນຮັບທີ່ໂຮງແຮມ Mercure ເຊິ່ງເມື່ອກ່ອນແມ່ນ Novotel, ຫົວໜ້າພະແນກຕ້ອນຮັບເປັນແມ່ຍິງຝຣັ່ງໄວກາງຄົນ ທີ່ເຮັດວຽກໄດ້ເກ່ງຫຼາຍ, ແຕ່ຕອນນັ້ນ ຂ້າພະເຈົ້າບໍ່ມັກເພິ່ນປານໃດ ເພາະຖ້າເພິ່ນຍ່າງກາຍມາແລ້ວເຫັນຂ້າພະເຈົ້າຢືນຢູ່ຊື່ໆບໍ່ເຮັດຫຍັງໃນຍາມທີ່ບໍ່ມີແຂກ ເພິ່ນກໍຈະຍ່າງເຂົ້າມາຫາ ແລ້ວຈຶ້ງຕາເບິ່ງຂ້າພະເຈົ້າ ພ້ອມທັງເອົາມືເຊັດໂຕະເຄົ້າເຕີທີ່ມີຂີ້ຝຸ່ນຢູ່ນັ້ນມາຕູ້ຍໃສ່ແກ້ມຂອງຂ້າພະເຈົ້າ ຈົນເຮັດໃຫ້ຂ້າພະເຈົ້າໃຈຮ້າຍສຸດໆໃຫ້ຫົວໜ້າຜູ້ຈັ່ງໄຮ ພ້ອມທັງດ່າຢູ່ໃນໃຈ ຍ້ອນບໍ່ເຂົ້າໃຈໃນສິ່ງທີ່ເພິ່ນເຮັດ ຄິດວ່າເພິ່ນຄົງຊັງໜັງໜ້າຂ້າພະເຈົ້າຫຼາຍກວ່າ.
ແຕ່ຫຼັງຈາກ 10 ຜ່ານໄປ ເມື່ອຂ້າພະເຈົ້າໄດ້ເປັນຜູ້ຈັດການແລ້ວ ຈິ່ງເຂົ້າໃຈເຫດຜົນ ແລະ ກໍຢາກຂອບໃຈຫົວໜ້າຝຣັ່ງຄົນນັ້ນທີ່ສຸດ ເພາະເພິ່ນເຮັດຖືກແລ້ວ ຂ້າພະເຈົ້າບໍ່ສົມຄວນຢືນຢູ່ຊື່ໆ ໂດຍຄິດວ່າວຽກອະນາໄມເປັນວຽກຂອງແມ່ບ້ານ ເຊິ່ງບໍ່ແມ່ນວຽກຂອງຂ້າພະເຈົ້າ, ເພາະຄວາມຈິງແລ້ວ ວຽກທຸກຢ່າງທີ່ຢູ່ຕໍ່ໜ້າເຮົາ ເຮົາກໍຕ້ອງເຮັດໝົດ ແລະ ບໍ່ຄວນໄປລໍຖ້າແມ່ບ້ານ ເພາະເວລາແຂກມາ Check in ທີ່ເຄົ້າເຕີ ແລ້ວເຫັນຂີ້ຝຸ່ນ ເຂົາຈະບໍ່ໄດ້ສົນໃຈວ່າ ນັ້ນເປັນວຽກຂອງໃຜ ເຂົາຈະຕ້ອງມາຕຳນິຄົນຜູ້ທີ່ຢືນຕ້ອນຮັບຢູ່ໃກ້ໆນັ້ນແຫຼະທີ່ບໍ່ມີຄວາມຮັບຜິດຊອບ ຫຼື ບໍ່ກໍໂທດໂຮງແຮມທີ່ບໍ່ຮັກສາຄວາມສະອາດ. ສະນັ້ນ, ທ່ານຜູ້ອ່ານບໍ່ຕ້ອງແປກໃຈດອກ ທີ່ເຫັນຜູ້ຈັດການຄົນຕ່າງປະເທດຕ້ອງປັດກວາດຫ້ອງການຮ່ວມກັບພະນັກງານຄົນລາວ ໂດຍທີ່ພວກເຂົາບໍ່ໄດ້ຄິດວ່າ ນັ້ນເປັນວຽກຂອງແມ່ບ້ານແຕ່ຢ່າງໃດ.
ນີ້ຈິ່ງເປັນຄຳຕອບໃຫ້ວ່າ ການເຮັດວຽກແບບມືອາຊີບນັ້ນເປັນແບບໃດ ມັນບໍ່ໄດ້ກ່ຽວກັບວ່າທ່ານເກ່ງເວົ້າໄດ້ສາມສີ່ພາສາ ຫຼື ມີທັກສະດ້ານວຽກງານເປັນເລີດ ແຕ່ມັນກ່ຽວກັບຈິດສຳນຶກ ແລະ ລັກສະນະນິດໄສທີ່ຢູ່ພາຍໃນ ຖ້າທ່ານຕ້ອງການເປັນຄົນລາວຍຸກໃໝ່ທີ່ເຮັດວຽກໄດ້ໃຈຫົວໜ້າຢ່າງເປັນມືອາຊີບແລ້ວ ບໍ່ວ່າຈະຢູ່ລາວ ຫຼື ຢູ່ຕ່າງປະເທດ ກ່ອນອື່ນໝົດຕ້ອງກັບມາປູກຝັງນິດໄສແຫ່ງຄວາມຮັກຜິດຊອບສູງ ແລະ ໃສ່ໃຈໃນເລື່ອງລາຍລະອຽດເລັກໆນ້ອຍໆກ່ອນ ເພາະສິ່ງນ້ອຍໆເຫຼົ່ານີ້ແຫຼະຄືຕົວຊີ້ວັດວ່າທ່ານເຮັດວຽກຢ່າງເປັນມືອາຊີບ ແລະ ຜົນທີ່ຕາມມາກໍຄືຄ່າຈ້າງແຮງງານທີ່ສູງເທົ່າຄົນເຮັດວຽກເປັນມືອາຊີບ.
(ວາລະສານທາເກັດ ສະບັບ 155 ເດືອນມິຖຸນາ 2019 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe, ຮ້ານ The pizza company ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)
why are foreigners hired as managers?
Greetings dear readers! In this issue, I would like to urge Lao people to work professionally. Since many Lao entrepreneurs are hiring more foreigners to work as managers making qualified Lao people lose these good employment opportunities.
I have had chances to discuss with top hotel, restaurant and tourist business owners just to find out reasons for hiring foreign managers. They quickly responded to me that “it makes me feel worriless.” I then asked further that “even if it means you have to pay more for hiring them?” They answered “yes, it might be more expensive, but worthwhile. Foreigners are more professional than Lao people, especially the Europeans.” Some people may think that I should not generalize Lao people based on answers from a couple of people. They think that the reason Europeans are performing much better than Lao workers is because they earn higher wage. Instead of being trapped in their dream of earning higher wage, Lao people should focus more on developing their skills to earn such high salary. This does not mean that I am talking on behalf of all entrepreneurs. I am just a Lao person and Lao people should help by giving opportunities to each other. Hiring foreigners is more expensive. Furthermore, you have to arrange accommodation and other things for them as well. In the end, what matters more for business is turnover.
Let us get into the main question of what to do to appear professional to employers. Answer I received from top business people in Laos is high sense of responsibility or commitment meaning you take care of your assigned work without delay or being constantly checked by your employer. For foreigners, constant checking makes them feel uncomfortable and insulted as if they are incompetent. From my own experience of having been working the business field for 20 years, whenever I assign work to my subordinates, if I do not constantly check on them, they will just procrastinate and eventually forget about it. It is very different or it can be said that the effectiveness of Lao managers in getting their work done really depend on the frequency of monitoring upon their subordinates. I am not saying that every employee is like that, but from my experience, I always face with such issue.
Apart from the high sense of responsibility, most foreigners have the general knowledge in business as well as a thorough understanding in vision and mission statement of the organization they work for. Even though they possess the same level of skill or knowledge as Lao people, their good compliance with time and rules as well as their company’s policy makes them different, not that I especially favor them. Moreover, loyalty and ability to pay attention on details are highly crucial as they are considered indicators for professionalism. Ability to pay attention on even tiny details of work will help employees produce good outcomes. This makes them professional.
I would like to mention another example. In 2000, I used to work as a receptionist at Mercure Hotel, Novotel in the past. I worked with the foreign female reception manager who is highly skillful. At that moment, I did not like her very much because every time she passed by and saw me doing nothing when there were no guests, she would approach me and give me an intimidating look, while swiping her finger on the dusted surface of a nearby table and painting it on my face. I was so angry and sworn in my mind because I did not understand in what she did. I thought that she hated me.
After 10 years passed, I became a manager myself and started to understand and appreciate what that female manager did to me. She did the right thing because I should not do nothing by thinking that cleaning was not my job, I should let a maid do it. In fact, we should do every task in front of us even cleaning without waiting for a maid to do it. When guests check in at the counter and see dust, customers do not care whose job it is. They will complain to the receptionist near them for having no sense of responsibility or the hotel for not keeping things cleaned. Therefore, please do not be surprised seeing foreign managers help cleaning office on their own because they do not think that the job should only be done by a maid.
By now you should have an answer of how to work professionally. It does not matter if you can speak 4 or 5 languages or have an excellent skill. It is all about your conscience and personality. If you would like to be a new person and impress your boss, whether you are in Laos or somewhere else, you should be aware of the high sense of responsibility and pay attention on details. These will indicate whether you are professional or not. If you are, you will consequently be offered high payment just like others.
By Kabkeo Thammavong