ກໍາແໜ້ນແຜນງົບປະມານແຫ່ງລັດ ແລະ ຄາດໝາຍສູ້ຊົນດ້ານເງິນຕາໃນປີ 2019

ສືບຕໍ່ຈາກສະບັບກ່ອນ; ສະບັບນີ້ຂໍນໍາສະເໜີບົດລາຍງານລວມຂອງລັດຖະບານໃນແຜນງົບປະມານແຫ່ງລັດ ແລະ ຄາດໝາຍສູ້ຊົນດ້ານເງິນຕາໃນປີ 2019 ເຊິ່ງມີບາງຈຸດດັ່ງລຸ່ມນີ້:

  1. ຄາດໝາຍແຜນງົບປະມານແຫ່ງລັດປີ 2019

4.1. ຄາດໝາຍລາຍຮັບ: ລາຍຮັບງົບປະມານ ລວມທັງໝົດປີ 2019 ມີຈໍານວນ 26.305,29 ຕື້ກີບ, ທຽບໃສ່ແຜນປີ 2018 ແມ່ນເພີ່ມຂຶ້ນ 3,35%, ຖ້າທຽບໃສ່ຄາດຄະເນປະຕິບັດປີ 2018 ເພີ່ມຂຶ້ນ 3,17%, ໃນນີ້; ລາຍຮັບຈາກການຊ່ວຍເຫຼືອລ້າ; 2.065,29 ຕື້ກີບ, ຫຼຸດລົງ 24,95% ທຽບໃສ່ແຜນປີ 2018 ແລະ ລາຍຮັບພາຍໃນ: 24.240,00 ຕື້ກີບ, ທຽບໃສ່ແຜນ 2018 ເພີ່ມຂຶ້ນ 6,78%, ທຽບໃສ່ຄາດຄະເນປະຕິບັດປີ 2018 ເພີ່ມຂຶ້ນ 8,11%.

  • ແຜນລາຍຮັບສູນກາງ ແລະ ທ້ອງຖິ່ນ

+ ລາຍຮັບສູນກາງ ທັງໝົດ: 21.257,53 ຕື້ກີບ, ໃນນັ້ນ.

  • ລາຍຮັບພາຍໃນ 19.192,24 ຕື້ກີບ.
  • ລາຍຮັບຈາກການຊ່ວຍເຫຼືອລ້າ 2.065,29 ຕື້ກີບ.

+ ລາຍຮັບທ້ອງຖິ່ນ: 5.047,76 ຕື້ກີບ.

4.2. ຄາດໝາຍລາຍຈ່າຍ: ບໍ່ເກີນ 33.394,7 ຕື້ກິບ ເພີ່ມຂຶ້ນ 1,78% ທຽບໃສ່ແຜນປີ 2018 ແລະ ຖ້າທຽບໃສ່ຄາດເຄະເນປະຕິບັດ ປີ 2018 ເພີ່ມຂຶ້ນປະມານ 2,15%. ປະກອບມີ:

  1. ລາຍຈ່າຍບໍລິຫານປົກກະຕິ ຈໍານວນ: 21.920,91 ຕື້ກີບ, ກວມເອົາ 65,64% ຂອງແຜນລາຍຈ່າຍທັງໝົດ, ເທົ່າກັບ 13,25% ຂອງ GDP ໂດຍລວມແລ້ວ ບັນດາລາຍຈ່າຍແຕ່ລະພາກ ແມ່ນຍັງຮັກສາຢູ່ໃນລະດັບດຽວກັນກັບປີ 2018, ສະເພາະບາງພາກລາຍຈ່າຍທີ່ມີການເພີ່ມຂຶ້ນປົກກະຕິ ເປັນຕົ້ນລາຍຈ່າຍເງິນເດືອນ ແລະ ເງິນອຸດໜູນ ເພີ່ມປະມານ 4,25%, ລາຍຈ່າຍເງິນນະໂຍບາຍ ແລະ ເງິນຊ່ວຍໜູນ

ເພີ່ມປະມານ 7,89%. ສ່ວນທີ່ເພີ່ມຂຶ້ນສູງສົມຄວນ ແມ່ນລາຍຈ່າຍໜີ້ສິນຕ່າງໆ (ດອກເບ້ຍ ແລະ ໜີ້ສິນອື່ນໆ) ເພີ່ມຈາກແຜນ 2018 ເພີ່ມຂຶ້ນ 23,43% ໂດຍສະເພາະດອກເບ້ຍໜີ້ສິນຕ່າງປະເທດ ເພີ່ມຂຶ້ນ 35% ຍ້ອນໄດ້ມີການກູ້ຢືມມາດຸນດ່ຽງງົບປະມານ ແລະ ຊໍາລະໜີ້ຮອດກໍານົດຊໍາລະ.

  1. ລາຍຈ່າຍການລົງທຶນຂອງລັດ ຈໍານວນ: 11.473,17 ຕື້ກີບ, ກວມເອົາ, 6,93% ຂອງ GDP ທຽບໃສ່ແຜນ 2018 ເຫັນວ່າ ມີຈໍານວນຫຼຸດລົງເລັກນ້ອຍ ເນື່ອງຈາກງົບປະມານພາຍໃນມີຈໍາກັດ ແລະ ເງິນຊ່ວຍເຫຼືອລ້າຈາກຕ່າງປະເທດ ກໍາມີທ່າອ່ຽງຫຼຸດລົງໃນນີ້:

– ແຜນງົບປະມານລົງທຶນພາຍໃນ ທັງໝົດຈໍານວນ: 4.359,82 ຕື້ກີບ, ກວມເອົາ 38% ຂອງລາຍຈ່າຍການລົງທຶນຂອງລັດທັງໝົດ.

ແຜນລົງທຶນຕ່າງປະເທດ: ຈໍານວນ 7.113,35 ຕື້ກີບ, ກວມເອົາ 62% ຂອງລາຍຈ່າຍການລົງທຶນຂອງລັດທັງໝົດ.

  • ແຜນລາຍຈ່າຍສູນກາງ ແລະ ທ້ອງຖິ່ນ

+ ແຜນລາຍຈ່າຍທັງໝົດ: 25.380,31 ຕື້ກີບ

+ ແຜນລາຍຈ່າຍທ້ອງຖິ່ນ: 8.013,77 ຕື້ກີບ

  • ແຜນລາຍຈ່າຍຂອງຂະແໜງ ສຶກສາທິການ ແລະ ກິລາ, ສາທາລະນະສຸກ ແລະ ກອງທຶນຄົ້ນຄວ້າວິທະຍາສາດ ( ບໍ່ລວມເງິນຊ່ວຍເຫຼືອເພື່ອການພັດທະນາ ແລະ ເງິນລົງທຶນຂອງລັດ )

+ ຂະແໜງສຶກສາທິການ ແລະ ກິລາ: 3.447,92 ຕື້ກີບ

+ ຂະແໜງສາທາລະນະສຸກ:        1.747,40 ຕື້ກີບ

+ ກອງທຶນຄົ້ນຄວ້າວິທະຍາສາດ:        24,50 ຕື້ກີບ

4.3. ການຂາດດຸນ ແລະ ການດຸ່ນດ່ຽງ

  1. ການຂາດດຸນ

ອີງຕາມຕົວເລກຄາດໝາຍລາຍຮັບ 26.35,29 ຕື້ກີບ (ລາຍຮັບພາຍໃນ 24.240,00 ຕື້ກີບ) ແລະ ຕົວເລກລາຍຈ່າຍ 33.394,07 ຕື້ກີບ ຈະມີການຂາດດຸນງົບປະມານ ຕາມກົດໝາຍ ຈໍານວນ 7.088,78 ຕື້ກີບ, ເທົ່າກັບ 4,28% ຂອງ GDP (ຕົວເລກ GDP ປະມານ 165.475 ຕື້ກີບ).

  1. ການດຸ່ນດ່ຽງ

– ດຸ່ນດ່ຽງດ້ວຍເງິນກູ້ຢືມເປັນໂຄງການຈາກຕ່າງປະເທດ (ODA) ຈໍານວນ 5.300,00 ຕື້ກີບ (ຈົດຮັບ-ຈົດຈ່າຍ).

– ລະດົມທຶນຈາກພາຍໃນປະເທດ ຈໍານວນ 1.788,78 ຕື້ກີບ (ການອອກພັນທະບັດ, ການກູ້ຢືມຈາກສະຖາບັນການເງິນພາຍໃນ).

  1. ການບໍລິຫານໜີ້ສິນ

ກະຊວງການເງິນ ຈະຄົ້ນຄວ້າເຈລະຈາການປັບໂຄງສ້າງໜີ້ ແລະ ລະດົມທຶນກູ້ຢືມ ເພື່ອຊໍາລະໜີ້ພາຍໃນ ແລະ ຕ່າງປະເທດ ໃຫ້ພຽງພໍຕາມຈໍານວນໜີ້ສິນທີ່ໝົດກໍານົດ ໃນນີ້:

  • ສໍາລັບໜີ້ສິນພາຍໃນປະເທດ ແມ່ນຈະລະດົມທຶນດ້ວຍຮູບການອອກພັນທະບັດຄັງເງິນ, ຈໍາໜ່າຍພັນທະບັດລັດຖະບານ ຜ່ານຕະຫຼາດຫຼັກຊັບລາວ ແລະ ການກູ້ຢືມພານໃນອື່ນໆ.
  • ສໍາລັບໜີ້ສິນຕ່າງປະເທດ ແມ່ນຈະໄດ້ຄົ້ນຄວ້າປັບໂຄງສ້າງໜີ້ ແລະ ລະດົມທຶນຈາກຕ່າງປະເທດໃນເງື່ອນໄຂຜ່ອນຜັນ ແລະ ເງື່ອນໄຂທຸລະກິດດ້ວຍການອອກພັນທະບັດ (ຢູ່ປະເທດໄທ, ສປ ຈີນ, ສສ ຫວຽດນາມ, ສ ເກົາຫຼີ ແລະ ອື່ນໆ) ຕາມຄວາມສາມາດຕົວຈິງ.
  1. ຄາດໝາຍສູ້ຊົນດ້ານເງິນຕາປີ 2019

– ຮັບປະກັນສະຖຽນລະພາບເງິນຕາແຫ່ງຊາດໃຫ້ໝັ້ນທ່ຽງ, ອັດຕາເງິນເຟີ້ສະເລ່ຍຢູ່ໃນລະດັບບໍ່ເກີນ 5%ຕໍ່ປີ; ອັດຕາແລກປ່ຽນໃຫ້ມີຄວາມສະຫງົບປົກກະຕິ ແລະ ເໜັງຕີງໃນຂອບ ±5% ທຽບກັບເງິນຕາຕ່າງປະເທດສະກຸນຫຼັກ.

– ຮັບປະກັນໃຫ້ຄັງສໍາຮອງເງິນຕາຕ່າງປະເທດສາມາດກຸ້ມການນໍາເຂົ້າຫຼາຍກວ່າ 3 ເດືອນ.

– ຄວບຄວມປະລິມານເງິນ M2 ຂະຫຼາຍຕົວໃນລະດັບ 20%.

– ຊຸກຍູ້ທະນາຄານທຸລະກິດລະດົມເງິນຝາກໃຫ້ເພີ່ມຂຶ້ນ ເຮັດໃຫ້ຍອດເງິນຝາກທະນາຄານທຸລະກິດບັນລຸໄດ້ 59.80% ຂອງ GDP.

– ຊຸກຍູ້ທະນາຄານທຸລະກິດປ່ອຍສິນເຊື່ອໃຫ້ໂຄງການທີ່ມີປະສິດທິຜົນ ເຮັດໃຫ້ຍອດສິນເຊື່ອ ແລະ ການຄວບຄຸມອັດຕາສ່ວນໜີ້ເພີ່ມຂຶ້ນຢູ່ໃນລະດັບ 55% ຂອງ GDP ໃນທ້າຍປີ 2019, ຍົກສູງຄຸນນະພາບສິນເຊື່ອ ແລະ ຄວບຄຸມອັດຕາສ່ວນໜີ້ NLP ໃຫ້ຢູ່ໃນລະດັບບໍ່ເກີນ 3% ຂອງຍອດສິນເຊື່ອທັງໝົດ.

ນັນຄືບາງຈຸດສໍາຄັນໃນຂົງເຂດເສດຖະກິດທີ່ຢາກໃຫ້ນັກທຸລະກິດກໍາໄດ້.

 

Understanding the State Budget and monetary targets for 2019

  • Ctd. from previous issue, this issue shall present the overall government reports on the State Budget Plan and monetary targets for 2019, as follows:
  1. Targets for the 2019 State Budget

4.1 Expected revenues: The expected revenues for the whole of 2019 amount to 26,305.29 billion kip, a 3.35% increase on 2018 and a 3.17% increase on the target for 2018. The target for our domestic income is 24,240.00 billion kip, a 6.78% increase on 2018, and an 8.11% increase on the target for 2018.

  • Central and local level revenues:

+ Total central level revenues: 21,257.53 billion kip, of which:

  • 19,192.24 billion kip shall come from domestic revenues; and
  • 2,065.29 billion kip shall come from aid; and

+ Local level revenues: 5,0741.76 billion kip;

4.2 Expected expenditures: not to exceed 33,394.7 billion kip, a 1.78% increase on 2018 and a 2.15% increase on the targets for 2018;

  1. Regular administrative expenditures shall be 21,920.91 billion kip, accounting for 65.64% of total expenditures and equal to 13.25% of GDP. Overall, spending in each area shall not exceed that of 2018 – only certain expenditures which rise naturally, such as salaries and allowances, which shall rise by approximately 4.25% and expenditures on benefits and subsidies by 7.89%. The main increase will be spending on debt repayment (interest and loan principals), which shall rise 23.43% from 2018, especially interest on overseas loans, which shall rise by 35% because borrowing will be necessary to balance the budget and pay of debts due.
  2. Expenditures on State investment shall amount to 11,473.17 billion kip, equal to 6.93% of GDP and a slight reduction from 2018 owing to domestic budget constraints and foreign aid, which is on a falling trend:
  • The total domestic budget shall amount to 4,359.82 billion kip, accounting for 38% of total investments.

Foreign investment plans: 7,113.35 billion kip, accounting for 62% of total investment.

  • Central and local expenditures:

+ A planned total of 25,380.31 billion kip; and

+ Local expenditures amounting to 8,013.77 billion kip;

  • Spending on the education and sports and health sectors and local spending on scientific research (exclusive of development aid and State investment):

+ Education and sports: 3,447.92 billion kip;

+ Health: 1,747.40 billion kip; and

+ Scientific research funds: 24.50 billion kip;

4.3 Deficit and balance:

  1. Deficit

Based on the expected revenues of 26,35.29 billion kip (with domestic revenues at 24,240.00 billion kip) and expenditures of 33,394.07 billion kip, we arrive at a budget deficit according to the law of 7,088.78 billion kip, equal to 4.28% of GDP (GDP being approximately 165,475 billion kip).

  1. Balance
  • The balance from money borrowed for foreign projects (official development aid – ODA) shall amount to 5,300 billion kip (income-expenditures).
  • Funds raised within the country shall amount to 1,788.78 billion kip (issuance of bonds and borrowing from domestic financial institutions (FIs));
  1. Debt management

The Ministry of Finance (MoF) shall research and negotiate restructuring the debt and seeking sufficient loans with which to pay off domestic and foreign debts to meet the total debts specified, as follows:

  • For domestic debts, capital shall be raise through Treasury Bonds and Government Bonds via the Lao Securities Exchange (LSX) and other domestic borrowing.
  • For overseas debts, studies shall be conducted into the restructuring of these debts and mobilizing capital from overseas through concessionary conditions and the issuance of bonds (in Thailand, the People’s Republic of China, the Socialist Republic of Vietnam, the Republic of Korea, and so forth) according to true capacities.
  1. Monetary expectations for 2019:
  • The stability of the national currency shall be ensured, average inflation shall not exceed 5% per annum, currency exchange rates shall remain steady and not fluctuate beyond ±5% against major foreign currencies.
  • It shall be ensured that foreign currency reserves are sufficient to cover three months’ of imports.
  • M2 (money supply) shall be regulated at 20%.
  • Commercial banks shall be encouraged to raise deposits, thus resulting in commercial bank deposits reaching 59.80% of GDP.
  • Commercial banks shall release credit for effective projects, resulting in total credit reaching 55% of GDP by the end of 2019, improve the quality of their credit, and keep non-performing loans (NPLs) at no more than 3% of their total credit issued.

These are some of the important points on the economic sector which we would like businesspeople to understand.

 

Comments