ສປປ ລາວ ເປັນປະເທດບ້ານໃກ້ເຮືອນຄຽງ ທີ່ມີຄວາມສໍາຄັນທາງຍຸດທະສາດ ຕໍ່ກັນຢ່າງຍິ່ງໃນທຸກດ້ານ

ຂຶ້ນປົກສະບັບເດືອນນີ້ໄດ້ຮັບກຽດສໍາພາດທ່ານກຽດຕິຄຸນຊາດປະເສີດເອກອັກຄະຣາຊະທູດແຫ່ງຣາຊະອານາຈັກໄທ ປະຈໍາສາທາລະນະ ລັດປະຊາທິປະໄຕ ປະຊາຊົນລາວເຊິ່ງທ່ານຈະໄດ້ສະເໜີໃຫ້ຊາບເຖິງການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງໄທ-ລາວໂດຍສະເພາະແມ່ນການພົວພັນທາງດ້ານການທູດຂອງສອງປະເທດຊຶ່ງໃນປີ 2020 ແມ່ນຈະຄົບຮອບ 70 ປີ, ພ້ອມທັງສະເໜີໃຫ້ຊາບເຖິງວິໄສທັດຂອງສອງລັດຖະບານກ່ຽວກັບການພົວພັນທາງດ້ານການຄ້າ.

  • ການພົວພັນມິດຕະພາບແລະການຮ່ວມມືໄທລາວມີບາດກ້າວຂະຫຍາຍຕົວແນວໃດ?.
  • ນະໂຍບາຍການທູດຣາຊະອານາຈັກໄທໄດ້ວາງວິໄສທັດແນວໃດແດ່ໃນການພົວພັນສອງຝ່າຍ?
  • ຜ່ານມາທາງລັດຖະບານໄທໃຫ້ການຊ່ວຍເຫຼືອດ້ານໃດແດ່ແກ່ລັດຖະບານສປປລາວ?

ປະເທດເພື່ອນບ້ານ ແລະ ອາຊຽນເປັນຫົວໃຈຫຼັກຂອງນະໂຍບາຍການທູດຂອງໄທ, ປະເທດໄທ ແລະ ສປປລາວ ເປັນປະເທດບ້ານໃກ້ເຮືອນຄຽງທີ່ມີຄວາມສໍາຄັນທາງຍຸດທະສາດຕໍ່ກັນຢ່າງຍິ່ງໃນທຸກດ້ານ. ການພົວພັນໄທ-ລາວມີລັກສະນະພິເສດທີ່ໃກ້ສິດກັນແບບເຄືອຍາດປະຊາຊົນສອງປະເທດມີວິຖີຊີວິດ ແລະ ວັດທະນະທໍາທີ່ໃກ້ຄຽງກັນການພົວພັນລະຫວ່າງປະຊາຊົນທີ່ມີຄວາມເຂົ້າໃຈທີ່ດີຕໍ່ກັນຈຶ່ງເປັນຮາກຖານທີ່ສໍາຄັນຂອງການພົວພັນລະຫວ່າງສອງປະເທດ.

ປັດຈຸບັນການພົວພັນຂອງທັງສອງປະເທດແມ່ນຢູ່ໃນລະດັບທີ່ດີຕະຫຼອດ ໄລຍະຫຼາຍປີຜ່ານມາສອງປະເທດໄດ້ເສີມຂະຫຍາຍການຮ່ວມມືລະຫວ່າງກັນໃນທຸກໆດ້ານເຫດການປະຫວັດສາດຕ່າງໆຖືໄດ້ວ່າເປັນການເປີດສັງກາດໃໝ່ຂອງການພົວພັນທາງການທູດໄທ-ລາວ ຂອງຍຸກປັດຈຸບັນຄືການສະເດັດຢ້ຽມຢາມ ສປປລາວ ຂອງພຣະບາດສົມເດັດພຣະເຈົ້າຢູ່ຫົວຣາຊະການທີ 9 ໃນປີ 1994 ເພື່ອເປັນປະທານເປີດຂົວມິດຕະພາບໄທ-ລາວແຫ່ງທໍາອິດຮ່ວມກັບ ພະນະທ່ານ ໜູຮັກ ພູມສະຫວັນປະທານປະເທດ ແຫ່ງສປປລາວ ແລະ ເປີດໂຄງການສູນພັດທະນາ ແລະ ບໍລິການດ້ານການກະເສດຫ້ວຍຊອນ-ຫ້ວຍຊົ້ວ (ຫຼັກ 22) ທີ່ມຸ່ງເນັ້ນການຮ່ວມມືດ້ານວິຊາການແລະ ການຖ່າຍທອດເຕັກໂນໂລຊີໂດຍຄໍານຶງເຖິງສະພາບແວດລ້ອມ ແລະ ພູມປະເທດ ແລະ ເປັນໂຄງການສາທິດການພັດທະນາດ້ານການກະເສດທີ່ສາມາດຊ່ວຍສົ່ງເສີມການຫາລ້ຽງກຸ້ມຕົນເອງ ແລະ ຍົກລະດັບຊີວິດຄວາມເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ.

ເມື່ອຫວນຄືນເຖິງວິໄສທັດ ແລະ ນະໂຍບາຍໃນການພັດທະນາປະເທດຢ່າງຍືນຍົງລວມເຖິງສັກກະຍະພາບຂອງສອງປະເທດ ແລະໃນໂອກາດທີ່ການພົວພັນທາງການທູດໄທ-ລາວຈະຄົບຮອບ 70 ປີໃນປີ 2020 ຈະມາເຖິງນີ້ລັດຖະບານໄທພ້ອມທີ່ຈະສະໜັບສະໜູນການຂັບເຄື່ອນນະໂຍບາຍຂອງສປປລາວ ທີ່ກໍານົດເປົ້າໝາຍໃຫ້ຫຼຸດພົ້ນຈາກສະຖານະປະເທດດ້ອຍພັດທະນາໃຫ້ເປັນແຫຼ່ງຜະລິດພະລັງງານໄຟຟ້າແຫ່ງພາກພື້ນອາຊີ (Battery of Asia) ແລະໃຫ້ເຊື່ອມໂຍງກັບບັນດາປະເທດໃນພາກພື້ນໂດຍປ່ຽນຈາກປະເທດ land-locked ເປັນ land-linked, ລວມທັງນະໂຍບາຍ 3 ເປີດຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງສປປລາວ.

ນອກຈາກນີ້ໃນຖານະທີ່ປະເທດໄທເປັນປະທານອາຊຽນໃນປີ 2019 ນີ້ໄທມີຄວາມມຸ່ງໝັ້ນທີ່ຈະຮ່ວມມືກັບສປປລາວແລະປະເທດສະມາຊິກອື່ນໆໃນການພັດທະນາອາຊຽນໃຫ້ເປັນປະຊາຄົມທີ່ມີປະຊາຊົນເປັນສູນກາງກ້າວສູ່ອະນາຄົດແລະພ້ອມທີ່ຈະສົ່ງເສີມໃຫ້ອາຊຽນແລະຄູ່ຮ່ວມຂອງອາຊຽນໃນປະຊາຄົມລະຫວ່າງປະເທດຮ່ວມມືກັນເພື່ອເສີມສ້າງຄວາມຍືນຍົງໃນທຸກດ້ານພາຍໃຕ້ແນວຄິດຫຼັກຄື: “ຮ່ວມມືຮ່ວມໃຈກ້າວໄກຍືນຍົງ” (“Advancing Partnership for Sustainability”).

ໃນລະດັບທະວີພາຄີລັດຖະບານປະເທດໄທແລະສປປລາວມີກົນໄກການຮ່ວມມືທີ່ປົກຄຸມໃນທຸກດ້ານມີການແລກປ່ຽນການຢ້ຽມຢາມໃນລະດັບສູງຢ່າງຕໍ່ເນື່ອງໃນປີຜ່ານມາປະທານສະພາແຫ່ງຊາດລາວໄດ້ເດີນທາງໄປຢ້ຽມຢາມປະເທດໄທເມື່ອເດືອນກຸມພາປີ 2018 ກອງປະຊຸມຮ່ວມນາຍົກລັດຖະມົນຕີແລະລັດຖະມົນຕີຢ່າງບໍ່ເປັນທາງການ(Joint Cabinet Retreat – JCR) ເມື່ອເດືອນທັນວາ 2018 ແລະປະທານສານດີກາເດີນທາງໄປຢ້ຽມຢາມສປປລາວເມື່ອເດືອນທັນວາ 2018ເຊັ່ນກັນ.

ພ້ອມນີ້ກົມຄວາມຮ່ວມມືລະຫວ່າງປະເທດ(Thailand International Cooperation Agency – TICA) ແລະສໍານັກງານຄວາມຮ່ວມມືພັດທະນາເສດຖະກິດກັບປະເທດເພື່ອນບ້ານ (Neighbouring Countries Economic Development Cooperation Agency– NEDA) ມີບົດບາດສໍາຄັນໃນການດໍາເນີນການຮ່ວມມືເພື່ອການພັດທະນາໃນສປປລາວຢ່າງຕໍ່ເນື່ອງໂດຍຍຶດຫຼັກການດໍາເນີນງານຕາມຄວາມຕ້ອງການຂອງສປປລາວຢ່າງແທ້ຈິງເພື່ອສະໜັບສະໜູນໃຫ້ ສປປລາວເປັນປະເທດສະມາຊິກອາຊຽນແລະໃນປະຊາຄົມໂລກທີ່ສາມາດກຸ້ມຕົນເອງແລະເຕີບໂຕຢ່າງເຂັ້ມແຂງຍືນຍົງໄປດ້ວຍກັນກັບປະເທດໄທໂດຍໃນໄລຍະຫຼາຍທົດສະວັດທີ່ຜ່ານມາລັດຖະບານໄທມຸ່ງເນັ້ນເສີມຂະຫຍາຍການຮ່ວມມືກັບສປປລາວໃນການພັດທະນາຊັບພະຍາກອນມະນຸດ ແລະ ໂຄງສ້າງພື້ນຖານໂດຍສະເພາະແມ່ນດ້ານການສຶກສາ, ສາທາລະນະສຸກ, ການກະເສດ, ຊັບພະຍາກອນທໍາມະຊາດແລະສິ່ງແວດລ້ອມໂດຍທັງສອງປະເທດຈະຮ່ວມກັນສ້າງແຜນງານການຮ່ວມມືທີ່ເປັນຮູບປະທໍາລວມທັງການຈັດຫາທຶນການສຶກສາແລະການເຝິກອົບຮົມໃນສາຂາຕ່າງໆເປັນຈໍານວນຫຼາຍໃນແຕ່ລະປີທັງນີ້ກໍເພື່ອໃຫ້ສອດຄ່ອງກັບການດໍາເນີນງານຂອງທັງສອງປະເທດເພື່ອບັນລຸເປົ້າໝາຍການພັດທະນາທີ່ຍືນຍົງ (Sustainable Development Goals – SDGs) .

  • ປັດຈຸບັນມີຈັກບໍລິສັດຂອງໄທມາລົງທຶນໃນສປປລາວ? ຍ້ອນເຫດຜົນໃດ?

ໃນດ້ານເສດຖະກິດນອກຈາກການສົ່ງເສີມການເຊື່ອມໂຍງດ້ານໂຄງສ້າງພື້ນຖານບໍ່ວ່າຈະເປັນການເຊື່ອມຕໍ່ເສັ້ນທາງຄົມມະນາຄົມ, ການສື່ສານແລະການອໍານວຍຄວາມສະດວກໃນການໄປມາຫາສູ່ກັນຕາມຊາຍແດນແລ້ວເສດຖະກິດຂອງທັງສອງປະເທດມີການເຊື່ອມໂຍງກັນຢ່າງແໜ້ນແຟ້ນໃນທຸກດ້ານມູນຄ່າການຄ້າລະຫວ່າງປະເທດມີການຂະຫຍາຍຕົວຢ່າງຕໍ່ເນື່ອງໂດຍຫຼ້າສຸດໃນປີ 2018 ມີມູນຄ່າລວມຫຼາຍກວ່າ 6 ຕື້ໂດລາສະຫະລັດເພີ່ມຂຶ້ນ 11% ສົມທຽບໃສ່ປີຜ່ານມາແລະລັດຖະບານ
ຂອງສອງປະເທດໄດ້ຕັ້ງເປົ້າໝາຍຮ່ວມກັນທີ່ຈະເພີ່ມມູນຄ່າການຄ້າໃຫ້ໄດ້ປະມານ 11 ຕື້ໂດລາສະຫະລັດໃນປີ 2021. ຕະຫຼອດໄລຍະຫຼາຍປີທີ່ຜ່ານມາປະເທດໄທຍັງເປັນຄູ່ຄ້າອັນດັບ 1 ຂອງສປປລາວ, ການທີ່ມີຊາຍແດນຕິດຈອດກັນເປັນໄລຍະທາງຍາວໄດ້ກາຍເປັນຊ່ອງທາງສໍາຄັນສໍາລັບການຄ້າຊາຍແດນແລະການນໍາເຂົ້າ-ສົ່ງອອກສິນຄ້າຂ້າມຊາຍແດນ.

ການລົງທຶນຂອງໄທໃນສປປລາວ (ສະຖິຕິນັບແຕ່ປີ 1988 ເຖິງປັດຈຸບັນ) ມີປະມານ 760 ໂຄງການມູນຄ່າການລົງທຶນລວມຫຼາຍກວ່າ 4,4 ຕື້ໂດລາສະຫະລັດຈັດຢູ່ໃນອັນດັບ 2 ຮອງຈາກການລົງທຶນຈາກສປຈີນ. ນັກລົງທຶນຜູ້ປະກອບການແລະນັກທຸລະກິດໄທຈໍານວນຫຼວງຫຼາຍສົນໃຈແລະ ເລັງເຫັນເຖິງສັກກະຍະພາບດ້ານເສດຖະກິດຂອງສປປລາວແລະໄດ້ເຂົ້າມາລົງທຶນແລະເຮັດທຸລະກິດໃນຫຼາຍກິດຈະການເຊັ່ນ: ການກະເສດ, ອຸດສາຫະກໍາ, ການເງິນ, ການບໍລິການ, ການທ່ອງທ່ຽວ ແລະ ທຸລະກິດອື່ນໆລວມທັງການພັດທະນາໂຄງການພື້ນຖານ ແລະ ດ້ານພະລັງງານມີການລົງທຶນຂອງໄທໃນໂຄງການຂະໜາດໃຫຍ່.

ນອກຈາກສັກກະຍະພາບໃນການເຕີບໂຕທາງດ້ານເສດຖະກິດຂອງສປປລາວແລະນະໂຍບາຍຂອງລັດຖະບານລາວທີ່ຕ້ອນຮັບນັກລົງທຶນຈາກໄທແລ້ວຍັງມີປັດໃຈເອື້ອອໍານວຍອື່ນໆອີກຫຼາຍຢ່າງທີ່ເຮັດໃຫ້ນັກລົງທຶນໄທສົນໃຈແລະຕັດສິນໃຈທີ່ຈະເຂົ້າມາລົງທຶນໃນລາວຊຶ່ງລວມເຖິງຄວາມໃກ້ສິດທາງດ້ານການສຶກສາແລະວັດທະນະທໍາແລະເປັນທີ່ໜ້າຍິນດີທີ່ການລົງທຶນຂອງໄທໃນສປປລາວເນັ້ນການລົງທຶນທີ່ມີຄຸນນະພາບແລະຍືນຍົງໂດຍເນັ້ນການພັດທະນາເພື່ອຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃນເຂດໂຄງການ, ສະໜັບສະໜູນການພັດທະນາທາງດ້ານຊັບພະຍາກອນມະນຸດໂດຍສະເພາະທາງດ້ານການສຶກສາແລະເຝິກອົບຮົມວິຊາຊີບພ້ອມນີ້ຍັງໄດ້ເອົາໃຈໃສ່ທາງດ້ານຜົນກະທົບຕໍ່ສັງຄົມແລະສິ່ງແວດລ້ອມຊຶ່ງລັດຖະບານໄທສະໜັບສະໜູນໃຫ້ການເຂົ້າມາລົງທຶນແລະປະກອບທຸລະກິດຂອງໄທບໍ່ພຽງແຕ່ຍຶດຫຼັກການ “win-win” ໃນດ້ານຜົນປະໂຫຍດທາງທຸລະກິດເທົ່ານັ້ນແຕ່ໃຫ້ຍຶດຫຼັກການ “all win”ທີ່ໝາຍເຖິງການເອື້ອປະໂຫຍດຕໍ່ທຸກພາກສ່ວນບໍ່ວ່າຈະເປັນທາງດ້ານທຸລະກິດ,ຊຸມຊົນແລະສິ່ງແວດລ້ອມ.

ນອກຈາກນີ້ການມີຄວາມຮູ້ແລະຄວາມເຂົ້າໃຈທີ່ຈະແຈ້ງເລິກເຊິ່ງໃນປະເດັນຕ່າງໆທີ່ກ່ຽວຂ້ອງກັບການເຮັດການຄ້າ,ການລົງທຶນແລະດໍາເນີນທຸລະກິດໃນສປປລາວເປັນສິ່ງຈໍາເປັນຢ່າງຍິ່ງສໍາລັບນັກລົງທຶນ,ນັກທຸລະກິດແລະຜູ້ປະກອບການໄທປະເດັນເຫຼົ່ານີ້ລວມເຖິງກົດລະບຽບແລະຂັ້ນຕອນການດໍາເນີນການທີ່ຖືກຕ້ອງຈະແຈ້ງສະພາບແວດລ້ອມທາງເສດຖະກິດ,ການຕະຫຼາດແລະທຸລະກິດລວມທັງການບໍລິການທາງສັງຄົມແລະວັດທະນະທໍາຂອງສປປລາວເພື່ອໃຫ້ຮັບຮູ້ເຂົ້າເຖິງໂອກາດ,
ອຸປະສັກແລະຂໍ້ຈໍາກັດຕ່າງໆຊຶ່ງພາກສ່ວນທີ່ກ່ຽວຂ້ອງໂດຍສະເພາະພາກລັດຖະບານຂອງທັງສອງປະເທດມີບົດບາດໜ້າທີ່ສໍາຄັນໃນການຮ່ວມມືກັນຢ່າງໃກ້ສິດເພື່ອຂະຫຍາຍໂອກາດແລະແກ້ໄຂອຸປະສັກທາງດ້ານການຄ້າ, ການລົງທຶນແລະການເຮັດທຸລະກິດລະຫວ່າງກັນຢ່າງຕໍ່ເນື່ອງສືບໄປ.

  • ຂໍໃຫ້ທ່ານສະເໜີໂດຍສັງເຂບກ່ຽວກັບປະຫວັດຫຍໍ້ຂອງທ່ານແລະຜົນງານການເຄື່ອນໄຫວກ່ອນຈະມາດໍາລົງຕໍາແໜ່ງການທູດທີ່ສປປລາວລວມທັງວິໄສທັດແລະຄະຕິບົດຮຽນໃນການເຮັດວຽກຂອງທ່ານເພື່ອເປັນແນວທາງໃຫ້ກັບນັກການທູດລຸ້ນໃໝ່.
  • ປະຫວັດຫຍໍ້ແລະຜົນງານ

ນັບແຕ່ປີ 1983 ຂ້າພະເຈົ້າເຂົ້າຮັບຣາຊະການທີ່ກະຊວງການຕ່າງປະເທດລວມປີການ 36 ປີ, ເຄີຍປະຈໍາການທີ່ປະເທດຈີນ, ມາເລເຊຍ, ອົດສະຕຣາລີແລະເປັນເອກອັກຄະຣາຊະທູດໄທປະຈໍາປະເທດສະວີເດັນກ່ອນຈະມາຮັບໜ້າທີ່ເປັນເອກອັກຄະຣາຊະທູດໄທປະຈໍາສປປລາວໃນປີ 2018. ຂ້າພະເຈົ້າມີຄວາມຜູກພັນກັບສປປລາວ, ພໍ່ຂອງຂ້າພະເຈົ້າເປັນຂ້າຣາຊະການກະຊວງການຕ່າງປະເທດແລະລາວກໍເປັນປະເທດທໍາອິດທີ່ພໍ່ຂອງຂ້າພະເຈົ້າມາປະຈໍາການຊຶ່ງຕອນນັ້ນຂ້າພະເຈົ້າຍັງເປັນເດັກນ້ອຍແລະຊີວິດຣາຊະການກໍໄດ້ນໍາຂ້າພະເຈົ້າໄດ້ມາປະຈໍາການທີ່ສປປລາວ. ສປປລາວເປັນປະເທດສຸດທ້າຍໃນຖານະເອກອັກຄະຣາຊະທູດກ່ອນທີ່ຂ້າພະເຈົ້າຈະກະສຽນອາຍຸ
(ບໍານານ) ໃນເດືອນຕຸລາ 2019 ນີ້.

  • ວິໄສທັດແລະຄະຕິບົດຮຽນໃນການເຮັດວຽກ

ເຮັດວຽກດ້ວຍຄວາມມຸ່ງໝັ້ນຕັ້ງໃຈໂດຍມຸ່ງຫວັງຜົນສໍາເລັດແລະຜົນປະໂຫຍດຂອງສ່ວນລວມເປັນຫຼັກ, ຄວາມເພິ່ງພໍໃຈຕໍ່ວຽກງານເປັນພື້ນຖານສໍາຄັນທີ່ຈະເຮັດໃຫ້ມີຄວາມສຸກກັບວຽກແລະ ປະສົບຜົນສໍາເລັດດ້ວຍດີ.

ນັກການທູດເປັນອາຊີບທີ່ຕ້ອງອາໄສຄວາມຮູ້ອ້ອມຕົວ, ປະຕິພານໄຫວພິກ, ຄວາມລະອຽດຮອບຄອບຊຶ່ງສາມາດເຝິກຝົນຮຽນຮູ້ໄດ້ຈາກປະສົບການແລະການເປີດກວ້າງທີ່ຈະຮຽນຮູ້ແລະຍອມຮັບຄວາມປ່ຽນແປງຢູ່ສະເໝີ.

ຕັ້ງໝັ້ນຕໍ່ໜ້າທີ່ຄວາມຮັບຜິດຊອບໃນຖານະຜູ້ແທນປະເທດແລະໃນຂະນະດຽວກັນກໍເຮັດວຽກໃນຖານະນັກການທູດໄດ້ຢ່າງເປັນມືອາຊີບ, ຮູ້ຈັກເຮັດວຽກເປັນທີມແລະ ເຕັມໄປດ້ວຍຄວາມຈິງໃຈທີ່ຈະເສີມຂະຫຍາຍການພົວພັນທີ່ດີກັບມິດປະເທດ.

Lao PDR is Thailand’s

strategicneighbor that is important in all aspects

In this month’s issue, we have the honor to interview H.E. Mr. KiattikhunChartprasert,  Ambassador of the Kingdom of Thailand to the Lao PDR. He will inform us regarding the friendly  relations and cooperation between Thailand and Laos, especially their diplomatic relations which
will reach the 70th anniversary in 2020. He will also introduce us to visions of the two  governments pertaining to trade relations.

  • How have friendly relations and cooperation between Thailand and Laos developed?
  • According to the foreign policy of the Kingdom of Thailand, what is your country’s
    vision on the bilateral relations?
  • In which areas has the Government of Thailand supported the Government of the
    Lao PDR?

Neighboring and ASEAN countries sit in the heart of Thailand’s foreign policy, especially the  Lao PDR which is Thailand’s strategic neighbourthat is important in all aspects. Thai-Lao relations are governed by a characteristic of family ties with two peoples share commonalities in terms of lifestyle and culture. This helps both peoples understand each other well and in turn serves asa vital basis for the bilateral relations.

Currently, the relations are very warm. For many years, both countries have expanded cooperation in all areas. The historical moment which led to the new era of the Thai-Lao diplomatic relations was the visit to the Lao PDR of H.M. King Rama IX of the Kingdom of Thailand in 1994 to preside over the opening ceremony of the first Thai-Lao Friendship Bridge together with H.E. Mr. NouhakPhoumsavanh, President of the Lao PDR, as well as to launch the Huai Son Huai Sua Development and Agricultural Service Center (KM22) which focuses on rendering technical cooperation and passing through technologies, while taking the environmental and geographical protection into consideration. The project has demonstrated the agricultural
development in order to promote self-sufficiency and improve living conditions for local villagers.

When we think about the sustainable development vision and policy including potentials of both nations on the occasion of the 70th anniversary of the Lao-Thai diplomatic relations in 2020, the Government of Thailand is ready to support policy implementation of Laos in graduating from the Least Developed Country status, becoming the Battery of Asia and achieving regional integration transforming itself from land-locked into land-linked, including the “3 open” policies addressed by H.E. Mr. ThonglounSisoulith, Prime Minister of  the Lao PDR, as well.

As the ASEAN Chair in 2019, Thailand is dedicated to cooperate with the Lao PDR and  other ASEAN Member States in developing ASEAN as a people-centred and future-oriented community. Thailand will also promote ASEAN and its partners to cooperate and support sustainability inall areas under the theme: “Advancing Partnership for Sustainability.”

At the bilateral level, the Governments of Thailand and the Lao PDR have utilized a number of cooperation mechanisms which cover all aspects. Both countries experienced frequent exchanges of visits of high-ranking officials in the previous years. For instance, Lao President of the National Assembly paid a visit to Thailand in February 2018 and the Joint Cabinet Retreat (JCR) which called for prime ministers and ministers to attend was held in December 2018 and President of the Supreme Court of Thailand also visited the Lao PDR in December 2018.

At the same time, Thailand International Cooperation Agency (TICA) and Neighboring Countries Economic Development Cooperation Agency (NEDA) have played important roles in the development cooperation continuously in the Lao PDR based on the actual demands from the Lao side in order to support Laos to be a self-reliable nation both within ASEAN and the global community, while growing sustainably alongside Thailand. During the past several decades, the Royal Thai Government dedicated itself in promoting cooperation with the Lao PDR in human
resources and basic infrastructure, particularly in education, health, agriculture, natural resources and environment. Both countries agreed to create joint plans, to seek funds and organize trainings in various fields each year. All these will be carried out to help both countries achieving the Sustainable Development Goals (SDGs).

  • Nowadays, how many Thai companies have invested in the Lao PDR? Why?

Apart from the promotion of infrastructure connectivity through road, telecommunication and other facilities across borders, the two countries are closely related in all economic aspects with trade volume increased continuously. As of 2018, the total trade volume reached over 6 billion US dollar, an 11% increase comparing to the previous year. The two governments collectively aim at achieving 11 billion US dollar trade volume within 2021.
During past years, Thailand has remained the number 1 trading partner of the Lao PDR. Sharing borders for a great length has become a vital channel for border trade and import-export of products across border.

Turning towards Thai investment in the Lao PDR, there have been 760 projects in total valuing 4.4 billion US dollar (counting from 1988 to date), the 2nd largest investor after China. Numerous Thai entrepreneurs have become interested in the Lao PDR due to its diverse economic potentials which could favor businesses in the field of agriculture, industry, finance, service, tourism and so on, especially basic infrastructure and energy development that Thai companies are implementing their mega projects.

In addition to the potentials for economic growth of the Lao PDR and Lao Government’s investment promotion policy for attracting Thai investors, there are some otherfavourable factors to attract Thai investment, such as their closeness in education and culture.

It is a pleasure to witness that Thaiinvestment in the Lao PDR focuses on quality and sustainability aiming to improveliving conditions of local people, and support human resources development through vocational education and training. Furthermore, Thai entrepreneurs also pay close attention on mitigating social and environmental impact by adhering not only to the “win-win” investment principle of making economic benefits, but also the
“all-win” code benefiting all aspects in business, community and the environment.

In addition, deep knowledge and clear understanding on different issues related to trade, investment and business operation in the Lao PDR are highly necessary for Thai investors and entrepreneurs, including regulations and legal procedures in doing business. Moreover, they should be well aware of the economic environment, market and business, including social service and culture of the Lao PDR in order to maximize

opportunities, while minimizing obstacles and limitations. Concerned sectors, especially government agencies of the two countries, play a crucial role through their tight cooperation in order to expand opportunities and address trade, investment and business problems continuously.

  • Would you mind telling us about yourself briefly and your past experience before taking charge of the diplomatic mission in the Lao PDR, including your vision and your
    professional motto as a guideline for young diplomats?

Brief biography and past experience:

Since 1983, I have been working at the Ministry of Foreign Affairs for 36 years. I was
posted in China, Malaysia, Australia and as Thai Ambassador in Sweden prior to assuming the ambassadorship here in the Lao PDR in 2018.

I am highly connected to the Lao PDR. My father also served in the Ministry of Foreign Affairs and Laos was the first country he was posted when I was very young. I am now back here in the Lao PDR as Ambassador before retiring this October 2019.

Vision and professional motto

  • Work with concentration and dedication mainly for public benefits. Passion for work is a basic factor making us happy and successful.
  • Apart from a wide range of knowledge, diplomats need to be sharp and careful.
    This can be learned from experience, and openness for new things and changes.
  • Be obliged and responsible as the country’s representative. In the meantime, you should always maintain professionalism in your diplomatic career. Work with a  team spirit, honest intention, and sincerity in promoting close and cordial relations.

(ວາລະສານທາເກັດ ສະບັບ 155 ເດືອນມິຖຸນາ 2019 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe, ຮ້ານ The pizza company ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

Comments