ອິນໂດຊາຍນາ ຣີເສີດ ໜຶ່ງໃນທຸລະກິດຄົ້ນຄວ້າວິໄຈຊັ້ນນຳຂອງລາວ

ທຸລະກິດຄົ້ນຄວ້າວິໄຈຫຼື Research ກຳລັງເປັນທຸລະກິດທີ່ມາແຮງທັງໃນພາກພື້ນແລະຢູ່ລາວການເຮັດທຸລະກິດໃນຮູບແບບນີ້ກໍກຳລັງເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆ. ໂດຍພື້ນຖານແລ້ວທຸລະກິດນີ້ຈະປະກອບສ່ວນເປັນຄັງສະໝອງຊຸກຍູ້ການພັດທະນາທັງໃຫ້ບໍລິການແກ່ທຸລະກິດແລະໂຄງການພັດທະນາຕ່າງໆ. ດັ່ງນັ້ນ,ວາລະສານທາເກັດຂອງພວກເຮົາຈຶ່ງຢາກສຳພາດກ່ຽວກັບການສ້າງຕັ້ງແລະດຳເນີນທຸລະກິດຂອງບໍລິສັດອິນໂດຊາຍນາຣີເສີດ (IndoChina Research) ພ້ອມທັງຮັບຟັງທັດສະນະຂອງຜູ້ບໍລິຫານບໍລິສັດນີ້ກ່ຽວກັບແນວທາງການພັດທະນາທຸລະກິດແລະຂໍ້ສະເໜີຕໍ່ພາກລັດ.

ກ່ອນອື່ນໝົດພວກເຮົາມາຮູ້ຈັກກັບທ່ານຈັນສະດາສຸວັນລາສີ, ອາຍຸ 47 ປີເຊິ່ງເປັນຜູ້ອຳນວຍການຂອງບໍລິສັດອິນໂດຊາຍນາຣີເສີດປະຈຳລາວ.ທ່ານຈັນສະດາຮຽນຈົບປະລິນຍາຕີໃນຂະແໜງວິສະວະກໍາຢູ່ໂຮງຮຽນຊັບພະວິຊາແລະຫຼັງຈາກນັ້ນເພິ່ນໄດ້ໄປຮຽນຕໍ່ປະລິນຍາໂທດ້ານການວາງແຜນຂົນສົ່ງຢູ່ປະເທດຍີ່ປຸ່ນ. ບໍລິສັດນີ້ໄດ້ເລີ່ມໃຫ້ບໍລິການດ້ານການຄົ້ນຄວ້າວິໄຈຢູ່ລາວນັບແຕ່ປີ 1999 ເປັນຕົ້ນມາໂດຍໃນເບື້ອງຕົ້ນແມ່ນຈ້າງທີ່ປຶກສາຫຼືConsultants ແຕ່ການສ້າງຕັ້ງສຳນັກງານຢູ່ປະເທດລາວແທ້ໆແມ່ນໃນປີ 2003 ເຊິ່ງແມ່ນປີດຽວກັບທີ່ທ່ານຈັນສະດາໄດ້ເລີ່ມເຮັດວຽກທັງເປັນຜູ້ບໍລິຫານຂອງບໍລິສັດນີ້. ບໍລິສັດIndoChinaResearch ສ້າງຕັ້ງທຳອິດຢູ່ປະເທດຫວຽດນາມແລ້ວຕໍ່ມາຈຶ່ງໄດ້ຂະຫຍາຍກິດຈະການອອກມາກຳປູເຈຍແລະລາວ. ຫວ່າງບໍ່ດົນມານີ້ກໍໄດ້ຂະຫຍາຍສາຂາໄປຍັງມຽນມ້ານຳ. ບໍລິສັດຂອງເພິ່ນເນັ້ນໜັກການຄົ້ນຄວ້າວິໄຈໃນສອງດ້ານເປັນຕົ້ນຕໍຄືເຮັດວິໄຈການຕະຫຼາດ (Market Research) ໃຫ້ແກ່ບັນດາທຸລະກິດແລະການຄົ້ນຄວ້າດ້ານສັງຄົມ (Social Research) ໃຫ້ແກ່ອົງການຈັດຕັ້ງສາກົນກໍຄືລັດຖະບານທີ່ໄດ້ຮັບການສະໜັບສະໜູນຈາກສາກົນ.

ຕໍ່ຄຳຖາມທີ່ວ່າເປັນຫຍັງທ່ານຈັນສະດາສຸວັນລາສີຈຶ່ງສົນໃຈເຮັດທຸລະກິດນີ້, ເພິ່ນໄດ້ຕອບວ່າໄດ້ມີຜູ້ມາຊັກຊວນໃນເບື້ອງຕົນເຊິ່ງຕົນເອງເຫັນວ່າເປັນທຸລະກິດທີ່ທ້າທາຍແລະໄດ້ຮຽນຮູ້ຕະຫຼອດເວລາຈຶ່ງຢາກລອງເບິ່ງເຖິງແມ່ນວ່າອາດເປັນວຽກທີ່ບໍ່ກ່ຽວຂ້ອງໂດຍກົງກັບຂະແໜງທີ່ເພິ່ນໄດ້ຮຽນມາ. ບໍລິສັດໄດ້ມີການພົວພັນກັບລູກຄ້າທີ່ຫຼາກຫຼາຍລວມທັງອົງການຈັດຕັ້ງສາກົນ, ພາກລັດແລະທຸລະກິດ. ທຳອິດບໍລິສັດຂອງເພິ່ນໄດ້ເລີ່ມຈາກການເຮັດວິໄຈການຕະຫຼາດແລ້ວຈາກນັ້ນກໍເລີ່ມປະມູນໄດ້ໂຄງການໃຫຍ່ທໍາອິດຂອງທະນາຄານໂລກ. ນີ້ເປັນຈຸດປ່ຽນທີ່ເຮັດໃຫ້ບໍລິສັດສາມາດໄດ້ລູກຄ້າທີ່ເປັນອົງການຈັດຕັ້ງສາກົນຕະຫຼອດມາ.

ຢູ່ລາວລູກຄ້າທີ່ນຳໃຊ້ການວິໄຈການຕະຫຼາດຍັງບໍ່ຫຼາຍຍ້ອນວ່່າປັດຈຸບັນຈະມີແຕ່ບໍລິສັດຂະໜາດໃຫຍ່ທີ່ນຳໃຊ້ການວິໄຈການຕະຫຼາດ. ທຸລະກິດຂະໜາດນ້ອຍແລະກາງຍັງບໍ່ທັນນຳໃຊ້ການວິໄຈການຕະຫຼາດຫຼາຍເທົ່າທີ່ຄວນແຕ່ກໍເລີ່ມມີຖ່ວງທ່າເພີ່ມຂຶ້ນ. ສຳລັບລູກຄ້າທີ່ເປັນອົງການຈັດຕັ້ງສາກົນບໍລິສັດຂອງເພີ່ນເຮັດການຄົ້ນຄວ້າດ້ານສັງຄົມເຊັ່ນ: ໂຄງການພັດທະນາການສຶກສາ, ສາທາລະນະສຸກແລະຫຼຸດຜ່ອນຄວາມທຸກຍາກ. ທຸລະກິດນີ້ເຮັດການຄົ້ນຄວ້າກ່ຽວກັບຜົນໄດ້ຮັບຂອງໂຄງການ (Impact Evaluation); ໝາຍວ່າເລີ່ມຕົ້ນເປັນແນວໃດ (baseline) ແລະເມື່ອດຳເນີນໂຄງການຫຼືສຳເລັດໂຄງການແລ້ວມີຜົນກະທົບດ້ານບວກ-ດ້ານລົບຫຍັງແດ່. 

ຈຸດແຂງຂອງບໍລິສັດອິນໂດຊາຍນາຣີເສີດແມ່ນຍ້ອນມີປະສົບການໃນການເຮັດທຸລະກິດດ້ານ ນີ້ມາຫຼາຍກວ່າ 16 ປີແລະບໍລິສັດເອງກໍຖືຄຸນນະພາບເປັນສຳຄັນ. ຄຸນນະພາບນີ້ເປັນສິ່ງທີ່ຢັ້ງຢືນວ່າ ລູກຄ້າພຶງພໍໃຈແລະໃຊ້ບໍລິການຂອງບໍລິສັດຕະຫຼອດມາ. ຂໍ້ຫຍຸ້ງຍາກຂອງການດຳເນີນທຸລະກິດ ແມ່ນມີຕົ້ນທຶນຂ້ອນຂ້າງສູງໂດຍສະເພາະບາງໂຄງການຄົ້ນຄວ້າທີ່ຢູ່ເຂດຫ່າງໄກສອກຫຼີກຕ້ອງປະເຊີນກັບຄວາມບໍ່ສະດວກດ້ານພູມສັນຖານແລະພື້ນຖານໂຄງລ່າງເຮັດໃຫ້ໃຊ້ເວລາໃນການເດີນທາງຫຼາຍ. ນອກນີ້ການເກັບກຳຂໍ້ມູນກໍນຳໃຊ້ພະນັກງານແບບສັນຍາຈ້າງເປັນຈຳນວນຫຼາຍທັງມີຄວາມທ້າທາຍໃນການຄັດເລືອກແລະການເຝິກອົບຮົມນຳອີກ.

ບໍລິສັດມີໂອກາດໃນການພັດທະນາທຸລະກິດດ້ານນີ້ໂດຍໃນໄລຍະຕົ້ນມີພະນັກງານພຽງແຕ່ 2 ຄົນຈົນສາມາດຂະຫຍາຍຕົວມີພະນັກງານເພີ່ມຂຶ້ນຫຼາຍກວ່າ 50 ຄົນໃນປັດຈຸບັນ. ທຸລະກິດໄດ້ເຕີບໂຕຄ່ອຍໆຕາມທ່າແຮງຂອງບ້ານເຮົາກໍຄືການຂະຫຍາຍຕົວທາງທຸລະກິດ. ບໍລິສັດມີລູກຄ້າປະມານ 50 ໂຄງການຕໍ່ປີທັງທີ່ເປັນລູກຄ້າຂະໜາດນ້ອຍແລະອົງການຈັດຕັ້ງສາກົນຕ່າງໆ. ຂະນະນີ້ເລີ່ມມີ ໂອກາດດ້ານການຕະຫຼາດຫຼາຍຂຶ້ນຍ້ອນຈະມີລູກຄ້າປະເພດບໍລິສັດຫຼາຍຂຶ້ນຕື່ມ. ປັດຈຸບັນບໍລິສັດ

ອິນໂດຊາຍນາຣີເສີດມີແນວທາງຈະພັດທະນາທຸລະກິດໂດຍການນຳໃຊ້ເຕັກໂນໂລຊີແບບບໍ່ໃຊ້ ເຈ້ຍ (paperless), ໝາຍວ່າຫັນໄປໃຊ້ແທັບເລັດແລະເກັບຂໍ້ມູນແບບອອນໄລ໌. ນອກນີ້ກໍຈະປັບປຸງ ລະບົບບັນຊີແລະການພັດທະນາຊັບພະຍາກອນມະນຸດໂດຍການໝູນໃຊ້ເຕັກໂນໂລຊີຫຼາຍຂຶ້ນ.

ເພື່ອສ້າງຂໍ້ສະດວກໃຫ້ແກ່ການດຳເນີນທຸລະກິດໃນຮູບແບບນີ້, ບໍລິສັດອິນໂດຊາຍນາຣີເສີດມີບາງຂໍ້ສະເໜີຕໍ່ພາກລັດຈຳນວນໜຶ່ງ. ຂໍ້ມູນທີ່ເກັບກຳບາງສ່ວນຖືວ່າເປັນຂໍ້ມູນທີ່ມີຢູ່ແລ້ວຂອງພາກລັດແຕ່ບາງຄັ້ງມີຄວາມຫຍຸ້ງຍາກໃນການເຂົ້າເຖິງ.ດັ່ງນັ້ນ, ຈຶ່ງສະເໜີໃຫ້ມີການປັບປຸງລະບົບການເກັບມ້ຽນແລະອັບເດດຂໍ້ມູນເພື່ອທຸລະກິດດ້ານການຄົ້ນຄວ້າວິໄຈແລະທຸລະກິດອື່ນໆສາມາດນຳໃຊ້ໄດ້ງ່າຍ. ນອກນີ້ກໍມີຂໍ້ສະເໜີອາດມີການປັບປຸງລະບົບອາກອນເນື່ອງຈາກວ່າທຸລະກິດດ້ານນີ້ເປັນປະເພດວິສາຫະກິດຂະໜາດກາງແລະນອນຢູ່ໃນຂະແໜງບໍລິການທີ່ມີອັດຕາອາກອນກຳໄລບໍ່ສູງ. ດັ່ງນັ້ນລັດຖະບານອາດປັບປຸງອັດຕາກຳໄລແບບແບ່ງຕາມຂະແໜງການກໍ່ຄົງຈະເປັນການດີ.

ທ່ານຈັນສະດາສຸວັນລາສີມີຂໍ້ຝາກໃຫ້ຜູ້ອ່ານບໍ່ວ່າຈະເປັນຜູ້ສ້າງທຸລະກິດໃໝ່ຫຼື Startups ຕະຫຼອດເຖິງທຸລະກິດທຸກຂະໜາດວ່າຄວນມີການວິໄຈກ່ຽວກັບສິ່ງທຸລະກິດທີ່ທ່ານຈະເຮັດເຊັ່ນ: ເຂົ້າໃຈກ່ຽວກັບຕະຫຼາດຫຼືລູກຄ້າວ່າມີພຶດຕິກຳແບບໃດແລະຈຳນວນຫຼາຍປານໃດ. ສິ່ງສຳຄັນຈະເຮັດແນວໃດໃຫ້ໄດ້ເຂົ້າເຖິງລູກຄ້າແລະຄວາມສ່ຽງຂອງທຸລະກິດແມ່ນຫຍັງ. ທີ່ເວົ້ານີ້ແມ່ນບໍ່ຈຳເປັນຕ້ອງຈ້າງບໍລິສັດຄົ້ນຄວ້າວິໄຈໂດຍສະເພາະແຕ່ທ່ານກໍສາມາດເຮັດການຄົ້ນຄວ້າວິໄຈດ້ວຍຕົນເອງໄດ້. ທ່ານຈັນສະດາເອງເພິ່ນກໍມີຄວາມຄິດຈັດການເຝິກອົບຮົມກ່ຽວກັບການເຮັດທຸລະກິດຄົ້ນຄວ້າວິໄຈໃຫ້ຜູ້ອື່ນໄດ້ຮຽນຮູ້ນຳເຊັ່ນກັນແຕ່ຍັງບໍ່ທັນມີກຳນົດແນ່ນອນເນື່ອງຈາກວຽກຂອງເພິ່ນຂ້ອນຂ້າງຫຼາຍ.

ນີ້ແມ່ນບາງຂໍ້ຄິດໃນການເຮັດທຸລະກິດຂອງທ່ານຈັນສະດາສຸວັນລາສີ, ຜູ້ອຳນວຍການຂອງບໍລິສັດອິນໂດຊາຍນາຣີເສີດ. ທີມງານພວກເຮົາຫວັງວ່າສິ່ງທີ່ໄດ້ກ່າວມາຈະເປັນປະໂຫຍດບໍ່ຫຼາຍກໍໜ້ອຍແກ່ບັນດາທ່ານຜູ້ອ່ານ. ໃນໂອກາດໜ້າພວກເຮົາຈະແລກປ່ຽນກັນຕື່ມກ່ຽວກັບທຸລະກິດແລະການເຮັດທຸລະກິດໃນອີກຫຼາຍໆດ້ານ.

(ວາລະສານທາເກັດ ສະບັບ 155 ເດືອນມິຖຸນາ 2019 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe, ຮ້ານ The pizza company ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

 

IndoChina Research

is another leading research business in Laos

Research is now becoming another booming business both within the region and Laos which is growing steadily. Basically, this business will contribute as a think tank to the development for both businesses and development projects. Therefore, in this issue of Target Magazine, we will get to know more about Indo China Research in terms of their establishment and business operation from its Managing Director, including visi on and direction for business improvement as well as proposals to the Government.

First of all, let us get to know Mr. ChansadaSouvanlasy, aged 47, who is the Managing Director of IndoChina Research in Laos. Mr. Chansada graduated with a bachelor degree in engineering at a National Polytechnic Institute in Vientiane before completing his master degree intransport  planning in Japan. This firm has been providing its research service in Laos since 1999 without a present of actual office, but through a hiring of consultants. It was after 2003 that the actual office was founded in the country which was thesame year when Mr. Chansada started working at the company as its ManagingDirector. IndoChina Research was first established Headquarter is located inVietnam before expanding its business to

Cambodia and Laos. Just recently, theyopened another branch office in Myanmar. The company concentrates on two typesof research, such as market for businesses and social research, for internationalorganizations as well as government projects supported by international donors.

For the question of why ChansadaSouvanlasy is interested in this business, he said that he was persuaded at first before eventually realizing its challenges and  knowledge the business can offer. Even though it contradicts with his field of study, he decided to try. The firm has dealt many types of clients, namely international organizations, government agencies and business. At first his company began from conduct market research prior to winning a bid of major project of the World Bank. This is a turning point for the company of being trusted by international organizations  who have then become its regular clients.

In Laos, market research is still uncommon among general businesses, except for big companies. Most SMEs have not yet make use of market research, but the trend is changing. As forinternational organizations, the company has been providing social research to help them implement, forinstance educational development, health and poverty reductionproject. This business conducts a research to evaluate impacts, in other words,how will each project begin? Or what impacts, positive and negative, does theproject create after the completion?

Strength of IndoChina Research is its 16-year experience in this business helping  the company delivering quality service which is highly important. Quality is a vital element confirming customer’s satisfaction and loyalty to the business. However, the difficulty of running this business is the fact that it requires high investment, especially some researches which have to be conducted in remote areas where it is hard to reach due to their geographical location and poor infrastructure prolonging the travel time. In addition, the firm hires contracted staff for collecting information making the recruitment and training quite challenging.

The company started from just 2 staff. They kept expanding and now employ more than 50 employees. The business keeps growing steadily based on our country’s potentials as well as the economic growth. The firm works on approximately 50 projects per year with clients ranging from small companies to international organizations. Currently, the number of clients as private firms is increasing giving them more market opportunities. Today, IndoChinaResearch will adopt more technologiestransforming it into the paperless business,meaning that they will use tablets andonline data only. Furthermore, they willuse technologies more in improving their accounting and human resources development system.

To create favorable conditions for this business,IndoChina Research would like to raise some proposals to the Government. It is quite difficult to access some required information from the Government. Thus, the firm would like to request for the improvement on archives and data updated system, and make available for easy access of a research business and otherbusinesses. Moreover, the company would also like to request for the improvement in tax system to better fit with this  service-sector medium-sized enterprise with low profit margin.

Mr. ChansadaSouvanlasy would like to recommend to the new startups including all business types that research is necessary for understanding market or customer’s behaviors. What is more important is that how to reach clients and realize what risks are for the business. Mr. Chansada himselfis now planning to organize a training on research business so that those who are interested can learn and share experience

among others. However, such plan has not yet been clearly set due to his tight working schedule.

These are some business suggestions from Mr. ChansadaSouvanlasy, Managing Director of IndoChina Research. We hope that this article will benefit all of you. Next time, we will exchange more views on business in other aspects.

 

 

 

 

Comments