Magazine

ລ້ານຊ້າງ ປະກັນໄພ ບໍລິສັດຮັບໃຊ້ສັງຄົມ ບໍລິການປະກັນໄພທີ່ມີຄຸນນະພາບສູງ

ໃນສະບັບເດືອນເມສາ ໄດ້ຮັບກຽດສໍາພາດທ່ານ ໂດ໋ ດັງ ຄາງ (DO DANG KHANG) ຜູ້ອໍານວຍການໃຫຍ່ບໍລິສັດລ້ານຊ້າງ ປະກັນໄພ ມະຫາຊົນ (LAP) ເຊິ່ງທ່ານຈະໄດ້ແນະນໍາໃຫ້ຊາບເຖິງຄວາມເປັນມາພ້ອມທັງວິໄສທັດ ແລະ ພາລະກິດຂອງລ້ານຊ້າງປະກັນໄພ ລວມທັງການເຕີບໃຫຍ່ຂະຫຍາຍຕົວຂອງທຸລະກິດຕະຫຼອດໄລຍະ 9 ປີຜ່ານມາ. ກະລຸນາແຈ້ງໃຫ້ພວກເຮົາຮູ້ກ່ຽວກັບຄວາມເປັນມາຂອງບໍລິສັດລ້ານຊ້າງປະກັນໄພ ມະຫາຊົນ? ບໍລິສັດ ລ້ານຊ້າງປະກັນໄພ ມະຫາຊົນ (LANEXANG ASSURANCE) ໄດ້ສ້າງຕັ້ງຂຶ້ນໃນປີ 2010, ໂດຍການຮ່ວມມືຈາກຜູ້ຖືຫຸ້ນລະຫວ່າງທະນາຄານ ພັດທະນາລາວ (LDB)ແລະ ກຸ່ມບໍລິສັດປະກັນໄພໄປສະນີຫວຽດນາມ (PTI), ເຊິ່ງແຕ່ລະຝ່າຍໄດ້ປະກອບສ່ວນ 50% ຂອງທຶນຈົດທະບຽນ. ລ້ານຊ້າງປະກັນໄພໄດ້ມີການເຄື່ອນໄຫວໃນຂົງເຂດປະກັນໄພທົ່ວໄປ. ພວກເຮົາມີຄວາມໂຊກດີທີ່ໄດ້ສືບທອດປະສົບການ ແລະ ເຕັກໂນໂລຊີຈາກ PTI ເຊິ່ງເປັນບໍລິສັດປະກັນໄພອັນດັບຕົ້ນໆຂອງຫວຽດນາມ ກໍຄືການນຳໃຊ້ຄວາມເຊື່ອໝັ້ນ ແລະ ເຄືອຄ່າຍທີ່ກ້ວາງຂວາງທົ່ວປະເທດຂອງທະນາຄານພັດທະນາລາວ. ການໄດ້ສືບທອດມູນເຊື້ອຈາກຜູ້ຖືຫຸ້ນທັງສອງຝ່າຍໃນຂົງເຂດປະກັນໄພ ແລະ ທະນາຄານທີ່ໄດ້ເປັນພື້ນຖານອັນໝັ້ນຄົງເພື່ອສ້າງຕັ້ງບໍລິສັດປະກັນໄພທົ່ວໄປຢູ່ແຖວໜ້າໃນຕະຫຼາດລາວ. ພາລະກິດຂອງ ລ້ານຊ້າງປະກັນໄພ ແມ່ນຫຍັງ? ຕໍ່ກັບພາລະກິິດຂອງຕົນ, ພວກເຮົາມີຄວາມເຊື່ອໝັ້ນວ່າ ການບໍລິການປະກັນໄພທີ່ມີຄຸນນະພາບສູງ ແມ່ນຈຳເປັນຕ້ອງມີຄວາມພ້ອມໃນການໃຫ້ບໍລິການຢູ່ສະເໝີ  ແລະ ພວກເຮົາສັນຍາວ່າຈະສະໜອງຜະລິດຕະພັນຄຸນນະພາບສູງໃຫ້ແກ່ທຸກທ່ານບໍ່ວ່າຈະຢູ່ຈຸດໃດຂອງປະເທດລາວ. ຕໍ່ກັບຕາໜ່າງເຄືອຄ່າຍທີ່ກວ້າງຂວາງທົ່ວປະເທດ ໄດ້ຊ່ວຍໃຫ້ພວກເຮົາສາມາດຮັບປະກັນໄດ້ເຖິງການບໍລິການຂອງຕົນວ່າມີຄຸນນະພາບຢ່າງທົ່ວເຖິງໃນຂອບເຂດທົ່ວປະເທດ. ວິໄສທັດ ຂອງລ້ານຊ້າງປະກັນໄພ ...

Read More »

ພັດທະນາເສດຖະກິດ-ສັງຄົມ ຕິດພັນກັບວຽກງານສາມສ້າງ

ຍຸດທະສາດ ພັດທະນາເສດຖະກິດສັງຄົມ ໄລຍະ 10 ປີ (2016-2025) ຂອງອົງຄະນະພັກນະຄອນຫຼວງວຽງຈັນ ແມ່ນຍຸດທະສາດບຸກທະລຸ ເພື່ອຫຼຸດພົ້ນຈາກສະຖານະພາບດ້ອຍພັດທະນາໃນປີ 2020, ສ້າງໄລຍະຂ້າມຜ່ານອອກຈາກສະຖານະພາບດ້ອຍພັດທະນາຢ່າງສົມບູນ ໃຫ້ໄດ້ໃນປີ 2025, ສືບຕໍ່ສ້າງພື້ນຖານທີ່ໜັກແໜ້ນ ເພື່ອກ້າວສູ່ປະເທດກຳລັງພັດທະນາ ທີ່ມີລາຍຮັບປານກາງສູງ ໃນປີ 2030. ຍຸດທະສາດ ພັດທະນາເສດຖະກິດ-ສັງຄົມ ໄລຍະ 10 ປີ (2016-2025) ກໍານົດທິດທາງລວມ, ຄາດໝາຍສູ້ຊົນ ແລະ ຈຸດສຸມຍຸດທະສາດທີ່ເປັນບູລິມະສິດໄວ້ 6 ຍຸດທະສາດ.ເຊິ່ງໜຶ່ງໃນນັ້ນແມ່ນ: ຍຸດ​ທະ​ສາດ ການ​ພັດທະນາ​ເສດຖະກິດ ​ເຮັດ​ໃຫ້ນະຄອນຫຼວງວຽງ​ຈັນ ຫຼຸດພົ້ນອອກຈາກສະຖານະພາບຄວາມດ້ອຍພັດທະນາ, ຊຶ່ງມີຕົວຊີ້ວັດສໍາຄັນຄື: ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ, ໝັ້ນທ່ຽງ ລວມຍອດຜະລິດຕະພັນພາຍໃນເພີ່​ມຂຶ້ນຫຼາຍ​ກ່ວາ 10% ຕໍ່ປີ, ລາຍໄດ້ຂອງພົນລະເມືອງ ບັນລຸໄດ້ຫຼາຍ​ກ່ວາ 9.000 ໂດລາ/ຄົນ/ປີ, ລື່ນປີ 2015 (ບໍ່ຫຼຸດ 2 ເທົ່າ). ຫັນ​ປ່ຽນ​ເສດຖະກິດ​ເຄິ່ງທໍາມະ​ຊາດ​ໄປ​ສູ່​ການ​ຜະລິດ​ສິນຄ້າ, ສ້າງ​ໂຄງ​ປະກອບເສດຖະກິດ​ຜະລິດ​ສິນຄ້າ ​​ໄປສູ່​ລະບົບເສດຖະກິດ​ຕະຫຼາດ​ຕາມ​ທິດ​ສັງຄົມ​ນິຍົມ​, ໂຄງປະກອບເສດຖະກິດ ຫັນປ່ຽນໄປຕາມທິດຫັນເປັນອຸດສາຫະກໍາ-ທັນສະໄໝ ແລະ ຍືນຍົງ, (ຜ່ານ​ຜ່າ​ໄດ້ຄວາມ​ບອບ​ບາງ​ດ້ານ​ການ​ເງິນ (HEG), ມີຖະນາການເງິນສາມາດປັນເຈົ້າຕົນເອງຢ່າງໜັກແໜ້ນ; ​ແກ້​ໄຂ​ໜີ້​ສິນ​ສາທາລະນະຢູ່​ໃນ​ເກນປົກກະຕິ. ...

Read More »

ສຸດຍອດ! ນະວັດຕະກໍາຫຸ່ນຍົນທີ່ຢາກໃຫ້ທ່ານຮູ້ຈັກ…

ເມື່ອໂລກບໍ່ຍອມຢຸດໝຸນ ການພັດທະນາຂອງຄົນທີ່ຈຶ່ງບໍ່ມີວັນສິ້ນສຸດ… ເມື່ອກ່ອນຫຸ່ນຍົນ ຫຼືຫຸ່ນເຫຼັກອາດຈະເປັນພຽງເຄື່ອງຫຼິ້ນຂອງເດັກນ້ອຍເທົ່ານັ້ນ ເພາະມັນບໍ່ສາມາດເຮັດຫຍັງໄດ້ນອກຈາກຈັບມາປະກອບເຂົ້າກັນໃຫ້ມີລັກສະນະຄ້າຍຄືມະນຸດ ຈົນກາຍເປັນໝູ່ຫຼິ້ນຂອງເດັກນ້ອຍ; ຕໍ່ມາຫຸ່ນຍົນໄດ້ມີການພັດທະນາໃຫ້ມີສຽງດັງອອກມາ ເຊິ່ງຈະມີສຽງເພງ, ສຽງເວົ້າ ຫຼືສຽງຮຽນແບບສຽງຂອງມະນຸດເອງ… ຈົນປັດຈຸບັນ ຫຸ່ນຍົນໄດ້ຮັບການພັດທະນາໃຫ້ມີປະສິດພາບທຽບເທົ່າ ຫຼືສູງກວ່າມະນຸດ ແລ້ວຍັງມີບົດບາດໃນທາງເສດຖະກິດຫຼາຍ ເພາະສາມາດເຮັດວຽກແທນມະນຸດໄດ້. ເຊິ່ງມີຜົນການວິໄຈ (ຂອງຕ່າງປະເທດ) ອອກມາວ່າ ບາງສາຂາອາຊີບອາດຈະຖືກຫຸ່ນຍົນຍຶດໄປ ເຮັດໃຫ້ຄົນບໍ່ມີວຽກເຮັດຫຼາຍຂຶ້ນ ນອກຈາກນັ້ນ ມັນກໍຍັງຕອບໂຈດຄົນຍຸກໃໝ່ທີ່ມັກຄວາມສະດວກສະບາຍ. ນັ້ນກໍເປັນກະແສທີ່ມີໃນຕ່າງປະເທດ ສໍາລັບບ້ານເຮົາແລ້ວ ກະແສດັ່ງກ່າວຍັງມາບໍ່ຮອດເທື່ອ ແຕ່ອະນາຄົດກໍບໍ່ມີໃຜຄາດເດົາໄດ້ວ່າຈະບໍ່ເອົາເຂົ້າມານໍາໃຊ້… ສະນັ້ນ ມື້ນີ້ຜູ້ຂຽນເລີຍຢາກຈະມາແນະນໍາໃຫ້ກັບ ສຸດຍອດ! 4 ນະວັດຕະກໍາຫຸ່ນຍົນ ທີ່ຈະມາຕອບໂຈດ Life Style ການໃຊ້ຊີວິດ ແລະການເຮັດວຽກຂອງຄົນຍຸກໃໝ່… ແມວຫຸ່ນຍົນຊ່ວຍບໍາບັດ ສະໄໝນີ້ຄົນແພ້ຂົນແມວ ຫຼືຄົນທີ່ອາໄສຢູ່ບ່ອນທີ່ຫ້າມລ້ຽງແມວກໍສາມາດລ້ຽງແມວໄດ້ດ້ວຍຕົວຊ່ວຍ Qooboo ຫຸ່ນຍົນບໍາບັດທີ່ມາໃນຮູບແບບໝອນພ້ອມຫາງແມວຈາກປະເທດຍີ່ປຸ່ນ ເຖິງຈະບໍ່ມີຫົວ, ແຂນ ແລະຂາ ແຕ່ເມື່ອເຮົາຈັບລູບເບົາໆຫາງຂອງມັນຈະແກວ່ງໄປມາຄືກັບແມວແທ້ໆ, ດ້ວຍການສື່ສານທີ່ລຽບງ່າຍ ໂດຍສະເພາະການເຄື່ອນໄຫວຂອງຫາງໂດຍບໍ່ຕ້ອງເພິ່ງພາສຽງ ຫຼືການສະແດງອອກທາງສີໜ້າ ແຕ່ນະວັດຕະກໍານີ້ຈະຊ່ວຍສ້າງຄວາມຮູ້ສຶກຜ່ອນຄາຍໃຫ້ກັບຄົນເຮົາໄດ້ ເຊິ່ງຖືວ່າເປັນວິທີຊ່ວຍບໍາບັດຈິດໃຈອີກທາງໜຶ່ງ. ດີເຈແຂນນ້ອຍ ມາພຽງແຕ່ແຂນກໍເປີດແຜ່ນໄດ້ ສໍາລັບ Karlovy Lazne ໃນກຸງປ໊າກ ສາທາລະນະເຊັກ ທີ່ເປີດຕົວແຂນຫຸ່ນຍົນດີເຈ ດ້ວຍການໃຊ້ Soft ...

Read More »

ທ່ານ ປອ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ

ສະບັບເດືອນມີນາ ນີ້ ພວກເຮົາໄດ້ຮັບກຽດສໍາພາດຂຶ້ນປົກຂອງ ທ່ານ ປອ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ເຊິ່ງທ່ານຈະໄດ້ສະເໜີໃຫ້ຊາບເຖິງວິໄສທັດການພັດທະນາແຕ່ນີ້ເຖິງປີ 2030 ພ້ອມທັງຍຸດທະສາດພັດທະນາ ວຽກງານໃນໄລຍະ 10 ປີ ໂດຍສະເພາະແມ່ນການພັດທະນາທາງດ້ານສີມືແຮງງານ ແລະ ການຄຸ້ມຄອງແຮງງານ ແລະ ອື່ນໆ. -ວິໄສທັດການພັດທະນາ ແຕ່ນີ້ເຖິງປີ 2030 ແລະ ຍຸດທະສາດພັດທະນາວຽກງານແຮງງານ ແລະ ສະຫວັດດີການສັງຄົມ ໃນໄລຍະ 10 ປີ ວາງເປົ້າໝາຍໄວ້ແນວໃດ? ການພັດທະນາສີມືແຮງງານ ແລະ ຈັດຫາງານ; ວຽກງານຄຸ້ມຄອງແຮງງານ; ວຽກງານປະກັນສັງຄົມ ມີບາດກ້າວຂະຫຍາຍຕົວ ແລະ ມີສິ່ງທ້າທາຍແນວໃດ? ຂ້າພະເຈົ້າ ຕາງໜ້າໃຫ້ຄະນະພັກ ຄະນະກະຊວງ ຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຂໍສະແດງຄວາມຂອບໃຈມາຍັງ ບັນນາທິການວາລະສານທາເກັດ ທີ່ໃຫ້ຄວາມສົນໃຈຕໍ່ກັບວຽກງານຂອງກະຊວງ ທີ່ເປັນວຽກງານໜຶ່ງທີ່ມີຄວາມສໍາຄັນຫຼາຍ,ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII ...

Read More »

ສ້າງແຮງງານມີຄຸນນະພາບ ສາມາດແຂ່ງຂັນ-ແກ້ງແຍ້ງ

ສະບັບເດືອນມີນາ ນີ້ ພວກເຮົາໄດ້ຮັບກຽດສໍາພາດຂຶ້ນປົກຂອງ ທ່ານ ປອ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ເຊິ່ງທ່ານຈະໄດ້ສະເໜີໃຫ້ຊາບເຖິງວິໄສທັດການພັດທະນາແຕ່ນີ້ເຖິງປີ 2030 ພ້ອມທັງຍຸດທະສາດພັດທະນາ ວຽກງານໃນໄລຍະ 10 ປີ ໂດຍສະເພາະແມ່ນການພັດທະນາທາງດ້ານສີມືແຮງງານ ແລະ ການຄຸ້ມຄອງແຮງງານ ແລະ ອື່ນໆ. -ວິໄສທັດການພັດທະນາ ແຕ່ນີ້ເຖິງປີ 2030 ແລະ ຍຸດທະສາດພັດທະນາວຽກງານແຮງງານ ແລະ ສະຫວັດດີການສັງຄົມ ໃນໄລຍະ 10 ປີ ວາງເປົ້າໝາຍໄວ້ແນວໃດ? ການພັດທະນາສີມືແຮງງານ ແລະ ຈັດຫາງານ; ວຽກງານຄຸ້ມຄອງແຮງງານ; ວຽກງານປະກັນສັງຄົມ ມີບາດກ້າວຂະຫຍາຍຕົວ ແລະ ມີສິ່ງທ້າທາຍແນວໃດ? ຂ້າພະເຈົ້າ ຕາງໜ້າໃຫ້ຄະນະພັກ ຄະນະກະຊວງ ຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຂໍສະແດງຄວາມຂອບໃຈມາຍັງ ບັນນາທິການວາລະສານທາເກັດ ທີ່ໃຫ້ຄວາມສົນໃຈຕໍ່ກັບວຽກງານຂອງກະຊວງ ທີ່ເປັນວຽກງານໜຶ່ງທີ່ມີຄວາມສໍາຄັນຫຼາຍ,ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII ...

Read More »

“ອິຊຶມິ” ສ້າງໃຫ້ເດັກນ້ອຍເກັ່ງຄະນິດສາດ, ຄິດໄລ່ໄວ ແລະ ສະໝອງໄວ…

ທ່ານ ທັດສະຫວັນ ແຮມມະນີ (ຄູເຊັ່ງ) ຜູ້ອໍານວຍການສູນພັດທະນາການສຶກສາ ອິຊຶມິ (IZUMI) ຫຼືເປັນທີ່ຮູ້ກັນດີໃນນາມຜູ້ລິເລີ່ມສ້າງຕັ້ງໂຮງຮຽນອັດສະຣິຍະ “ຊິຈິດະ” (SHICHIDA) ໄດ້ເປີດໃຈກັບທາງວາລະສານເຖິງແຮງຈູງໃຈກ່ອນທີ່ຈະຫັນອາຊີບມາເປັນຄູເພື່ອຖ່າຍທອດຄວາມຮູ້ຄວາມສາມາດໃຫ້ກັບເດັກນ້ອຍລາວ ສ້າງໃຫ້ເດັກນ້ອຍລາວມີທັກສະນະ ມີສະໝອງທີ່ສະຫຼາດ ຫຼັກແຫຼມ. ສໍາລັບປະຫວັດສ່ວນຕົວໂດຍສັງເຂບຂອງ “ຄູເຊັ່ງ” ທ່ານໄດ້ໃຫ້ຮູ້ວ່າ:ກ່ອນມາເຮັດໂຮງຮຽນສອນເພີ່ມສ້າງເດັກອັດສະລິຍະ “ຊິຈິດະ” ແລະ ໂຮງຮຽນສອນເພີ່ມ “ລູກຄິດ ອິຊຶມິ” ສ້າງເດັກນ້ອຍໃຫ້ເກັ່ງຄະນິດສາດ, ຄິດໄລ່ໄວ ແລະ ສະໝອງໄວນີ້, ຂ້າພະເຈົ້າເຄີຍເປັນວິສະວະກອນຂຽນໂປແກຣມອອກແບບລະບົບໂທລະສັບອິນເຕີເນັດ ທີ່ບໍລິສັດ OKI ຢູ່ Tokyo ມາເປັນເວລາ 3 ປີ ແລະ ເປັນຜູ້ຈັດການຝ່າຍເຕັກໂນໂລຊີ ຢູ່ບໍລິສັດ NTT Communication ສາຂາປະເທດລາວ ຮັບຜິດຊອບກ່ຽວກັບວຽກງານ ອິນເຕີເນັດ ແລະ ໂທລະຄົມມະນາຄົມ ເປັນເວລາ 2 ປີ ກ່ອນຈະຕັດສິນໃຈມາລົງທຶນເຮັດທຸລະກິດໂຮງຮຽນ. -ສິ່ງໃດທີ່ສ້າງແຮງບັນດາໃຈໃຫ້ທ່ານໄດ້ມາເປີດສູນ ອິຊຶມິ ແຫ່ງນີ້? ຂ້າພະເຈົ້າ ຢາກເຫັນເດັກນ້ອຍລາວໃນວັນນີ້ ເຕີບໃຫຍ່ຂຶ້ນໄປເປັນຄົນທີ່ມີຄຸນະພາບສູງ ແລະ ມີສະຕິປັນຍາເປັນເລີດໃນວັນຂ້າງໜ້າ ເພື່ອນໍາໃຊ້ຊັບພະຍາກອນທາງດ້ານມັນສະໝອງເຂົ້າໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດ ຄືດັ່ງທີ່ປະເທດຈະເລີນສີວິໄລ ...

Read More »

ເປັນ​ຫຍັງ​ຄົນ​ຈີນ​ ເຮັດການຄ້າຈຶ່ງຮັ່ງມີ? (ຕໍ່​ຈາກ​ສະ​ບັບ​ກ່ອນ)

ສະບາຍດີບັນດາທ່ານຜູ້ອ່ານທີ່ຮັກແພງຂ້າພະເຈົ້າຂໍອະນຸຍາດຂຽນບົດຄວາມກ່ຽວຫຼັກປັດຊະຍາການຄ້າຂອງຄົນຈີນຕໍ່ອີກໃນສະບັບເດືອນກຸມພາ ປີ 2019 ນີ້. ເມື່ອພະເຈົ້າແຜ່ນດິນ ຊິນຊີ້ຮວງ (Qin Shi Huang) ໄດ້ສະຖາປານາພະອົງຂຶ້ນເປັນພະເຈົ້າແຜ່ນດິນແຫ່ງລາຊະວົງຊິນທີ່ເປັນອານາຈັກທີ່ຍິ່ງໃຫຍ່ທຳອິດຂອງປະເທດຈີນແລ້ວ ພໍ່ຄ້າລີກໍໄດ້ກາຍເປັນທ່ານເສນາອາມາດທີ່ເຮັດໜ້າທີ່ເປັນເໝືອນດັ່ງນາຍົກລັດຖະມົນຕີມີເງິນຄໍາອຳນາດ ແລະ ອິດທິພົນໃຫຍ່ລົ້ນຟ້າໃນເວລາຕໍ່ມາຖືວ່າປະສົບຄວາມສຳເລັດຈາກການລົງທຶນກໍ່ຕັ້ງລາຊະວົງ ສົມກັບທີ່ໄດ້ຕັ້ງໃຈໄວ້. ປະຫວັດສາດແຫ່ງການກຳເນີດລາຊະວົງທຳອິດຂອງຈີນທີ່ມາຈາກການລົງທຶນເຮັດການຄ້ານີ້ ໄດ້ຖືກສອນກັນຜ່ານຮຸ່ນລູກຮຸ່ນຫຼານຊາວຈີນພວກເຂົາເກ່ງເລື່ອງເຮັດການຄ້າບໍ່ແມ່ນເກີດຂຶ້ນໃນມື້ໜຶ່ງຍາມດຽວແຕ່ມັນຄືຄວາມຮູ້ທີ່ຖືກສະສົມມານັບພັນໆປີ ແລະ ກໍບໍ່ສະເພາະການເຮັດການຄ້າ, ເລື່ອງການປະດິດຄິດຄົ້ນຂອງຊາວຈີນໃນເມື່ອກ່ອນກໍກ້າວໜ້າທີ່ສຸດໃນໂລກເຊັ່ນ: ເຂັມທິດ, ການພິມ, ໝື້ປືນ ແລະ ການປະດິດເຈ້ຍໃຊ້ກ່ອນໝູ່ໃນໂລກ ລວມທັງວິທະຍາສາດການເດີນເຮືອ ໂດຍກ່າວກັນວ່າ ນັກສຳຫຼວດທີ່ໄປເຖິງແຜ່ນດິນອາເມຣິກາກ່ອນໝູ່ນັ້ນ; ບໍ່ແມ່ນ ທ່ານ ຄຣິດສະຕອບເຟີ ໂຄລຳບັສ (ChristopherColumbus) ແຕ່ແມ່ນທ່ານ ເຈີ້ງເຫີ (Zheng He) ແມ່ທັບເຮືອທີ່ຍິ່ງໃນລາຊະວົງ ມິງ (Ming Dynasty)ຂອງຈີນຕ່າງຫາກ ທີ່ໄປຢຽບແຜ່ນດິນອາເມຣິກາໃນປີ 1421 ຫຼື ປະມານ 71 ປີ ກ່ອນທີ່ ຄຣິດສະຕອບເຟີໂຄລຳບັສ ຈະໄປຮອດອາເມຣິກາ,  ກອງເດີນເຮືອຂອງແມ່ທັບເຈີ້ງເຫີແມ່ນໃຫຍ່ກວ່າຂອງ ຄຣິດສະຕອບເຟີໂຄລຳບັສ ຫຼາຍຮ້ອຍເທົ່າ, ເສຍດາຍທີ່ເວລາຕໍ່ມາ ຍ້ອນຄວາມບໍ່ເປັນເອກະພາບຂອງຂຸນນາງ ແລະ ພະເຈົ້າແຜ່ນດິນອົງໃໝ່ທີ່ຄອງລາດໃນລາຊະວົງມິງ ໄດ້ປິດປະເທດ ແລະ ທຳລາຍກອງເຮືອທີ່ຍິ່ງໃຫຍ່ສະທ້ານໂລກ, ແຜ່ນດິນຈີນກໍກາຍເປັນເໝືອນດັ່ງມັງກອນນອນຫຼັບທີ່ຫາກໍເລີ່ມຕື່ນຂຶ້ນຫຼັງຈາກປົດປ່ອຍປະເທດໃນປີ ...

Read More »

ມາຮູ້ຈັກ!!! ວິທີສ້າງ Brand Storytelling

ດັ່ງທີ່ໄດ້ສະເໜີໄປແລ້ວໃນວາລະສານ ສະບັບເດືອນກ່ອນໜ້ານີ້ ທີ່ຜູ້ຂຽນໄດ້ໃຫ້ຮູ້ວ່າ ການມີ  Brand Storytelling ຫຼື ມີເລື່ອງເລົ່າຂອງແບຣນ ແມ່ນມີຄວາມສໍາຄັນ ແລະ ຈໍາເປັນທີ່ສຸດໃນທຸລະກິດບໍ່ວ່າຈະເປັນ ສິນຄ້າ ຫຼື ການບໍລິການ ເພາະຖ້າເຮົາມີ Brand ທີ່ດີແລ້ວ ເຮົາກໍຍັງຈຳເປັນຕ້ອງມີ Brand Storytelling ໃຫ້ກັບທຸລະກິດ ເຊິ່ງລາຍລະອຽດກໍໄດ້ຂຽນໃຫ້ທຸກທ່ານໄດ້ອ່ານກັນແລ້ວໃນສະບັບເດືອນກຸມພາ. ສະນັ້ນ, ມາໃນສະບັບ ເດືອນມີນານີ້ ຜູ້ຂຽນຈະມານຳສະເໜີໃຫ້ຮູ້ຈັກ ວິທີ ແລະ ຫຼັກການໃນການສ້າງ Brand Storytelling ເຊິ່ງກໍບໍ່ໄດ້ມີຫຼັກການທີ່ຫຍຸ້ງຍາກ, ສັບສົນ ຖ້າເຮົາເຂົ້າໃຈໃນທຸລະກິດຂອງເຮົາດີແລ້ວ ທຸກຢ່າງກໍເປັນເລື່ອງງ່າຍໆສະເໝີ. ມາເບິ່ງກັນເລີຍ ຫຼັກການສຳຄັນໃນການສ້າງ Brand Storytelling ມີ 3 ວິທີຄື: ຮູ້ວ່າ ເຮົາແມ່ນໃຜ: ຕົວເຮົາໃນທີ່ນີ້ໝາຍເຖິງ Brand ນັ້ນເອງ ຕ້ອງຮູ້ວ່າ Brand ເຮົາແມ່ນຫຍັງ? ຍຶດໝັ້ນກັບສິ່ງໃດ? ແລ້ວຈະແທນດ້ວຍຄຳເວົ້າແບບໃດ? ເພື່ອຄວາມຊັດເຈນຂອງ Brand ແລະ ຈຸດເດັ່ນທີ່ເຮົາຕ້ອງດຶງອອກມານໍາສະເໜີ ຫຼື ເລືອກໃຊ້ສີເພື່ອແທນຕົວ Brand ເຊັ່ນ: ...

Read More »

ຄວາມເຂົ້າໃຈຜິດໆທີ່ມັກເກີດຂຶ້ນກັບການເຮັດການຕະຫຼາດ… ຂາຍໄດ້ບໍ່ແມ່ນຈະຂາຍດີຕະຫຼອດໄປ!!!

ສຳລັບຄົນທີ່ເລີ່ມເຮັດ ຫຼືຈະເຮັດທຸລະກິດໃໝ່ເຊື່ອວ່າຍ່ອມຮູ້ຄຳວ່າ ການຕະຫຼາດເພື່ອໄປໃຊ້ກັບທຸລະກິດເພື່ອຫວັງສ້າງຄວາມເຕີບໃຫຍ່ຂະຫຍາຍໂຕໃຫ້ກິດຈະການ ແຕ່ເຊື່ອ ຫຼືບໍ່ວ່າຫຼາຍທ່ານມີຄວາມເຂົ້າໃຈຜິດໃນເລື່ອງຂອງການຕະຫຼາດຢູ່ຫຼາຍ ບາງຄົນຄິດວ່າເຮັດຖືກຕ້ອງແລ້ວເພາະສິ່ງທີ່ເຮັດຢູ່ມັນນັ້ນມີຜົນຕອບຮັບທີ່ດີຢູ່ ແຕ່ມັນອາດຈະເປັນເພາະມັນບັງເອີນກໍໄດ້… ຖ້າຕໍ່ໄປບໍ່ມີຄວາມບັງເອີນດີໆແລ້ວຈະເຮັດແນວໃດ? ລອງມາເບິ່ງຫຼັກການຕະຫຼາດທີ່ຖືກຕ້ອງ ທີ່ຜູ້ຂຽນຢາກຍົກໃຫ້ເຫັນດັ່ງຕໍ່ໄປນີ້: ການຕະຫຼາດຄືການລົງທຶນ: ການຕະຫຼາດຈຳເປັນຕ້ອງຄິດງົບປະມານຂຶ້ນມາແຕ່ເລີ່ມຕົ້ນສ້າງທຸລະກິດ ເຊັ່ນດຽວກັນກັບການຕົບແຕ່ງຮ້ານ, ຕ້ອງຈ້າງຄົນ ຫຼືສະຕ໋ອກເຄື່ອງ. ການຕະຫຼາດແມ່ນ “ການລົງທືນເອີ້ນລູກຄ້າ” ບໍ່ແມ່ນສ້າງທຸລະກິດຂຶ້ນມາແລ້ວລູກຄ້າຈະມາຮູ້, ມາເຫັນເອງ. ຖ້າເຮົາຄິດເຖິງການຊອກຫາລູກຄ້າເປັນອັນດັບສຸດທ້າຍ ນັ້ນໝາຍຄວາມວ່າລູກຄ້າກໍອາດເປັນສິ່ງສຸດທ້າຍທີ່ທ່ານຈະໄດ້ເຊັ່ນກັນ. ການຕະຫຼາດບໍ່ແມ່ນກະແສ: ການສ້າງກະແສກໍມີຫຼາກຫຼາຍວີທີ ຫຼາຍສິນຄ້າແບຣນດັງກໍເຮັດເປັນຈຳນວນຫຼາຍ ແຕ່ການສ້າງກະແສ ຕ້ອງຄຳນຶງເຖິງພາບລັກ, ກຸ່ມເປົ້າຫມາຍຂອງລູກຄ້າ ແລະການສື່ສານຂອງລູກຄ້າ ເພາະຫຼາຍຄັ້ງການສ້າງກະແສອາດເຮັດໃຫ້ທຸລະກິດເປັນທີ່ໜ້າສົນໃຈພຽງໄລຍະສັ້ນເທົ່ານັ້ນ. ການຕະຫຼາດບໍ່ໄດ້ຂາຍໃຫ້ທຸກຄົນ: ກ່ອນຈະເຮັດການຕະຫຼາດເຮົາຕ້ອງຮູ້ກຸ່ມລູກຄ້າຂອງເຮົາໃຫ້ຊັດເຈນ ເພາະຖ້າເຮົາຮູ້ກຸ່ມເປົ້າໝາຍທີ່ຊັດເຈນ, ການນໍາສະເໜີສິນຄ້າ, ການໃຊ້ຊ່ອງທາງໃນການສື່ສານ, ການພັດທະນາສິນຄ້າໃຫ້ຖືກໃຈ, ການຫາຊ່ອງທາງຈໍາໜ່າຍກໍຈະຖືກຕ້ອງໄປໝົດ ແຕ່ກົງກັນຂ້າມຖ້າທ່ານຕ້ອງການຂາຍໃຫ້ກັບໝົດທຸກກຸ່ມນັ້ນ ເທົ່າກັບທ່ານກຳລັງລະລາຍເງິນລົງໃສ່ນໍ້າ. 4. ການຕະຫຼາດບໍ່ແມ່ນພຽງແຕ່ໄອເດຍ: ການຕະຫຼາດທີ່ດີຄືການວາງແຜນທີ່ດີ ເພາະການມີໄອເດຍທີ່ດີອາດເປັນປະໂຫຍດໃນການສ້າງແຜນການຕະຫຼາດທີ່ດີ ແຕ່ແຜນການທີ່ດີຈະສາມາດເລີ່ມແນວຄວາມຄິດໄດ້ຢ່າງເປັນຮູບປະທຳ ຖ້າຖືກໃຈລູກຄ້າຈະເຮັດແນວໃດຕໍ່ ຖ້າບໍ່ຖືກໃຈຈະມີວິທີການຈັດການແນວໃດ? ການມີພຽງໄອເດຍແຕ່ບໍ່ມີແຜນປຽບເໝືອນການອາໄສໂຊກເຂົ້າມາຊ່ວຍ ຖ້າໄອເດຍບໍ່ດີ ກໍເສຍເງິນ, ເສຍເວລາ ແຜນຮອງຮັບບໍ່ມີ ບາງຄັ້ງກໍຖືກບ່ອນແຕ່ຜິດເວລາ ທຸກຢ່າງນັ້ນອັນຕະລາຍຕໍ່ທຸລະກິດຢ່າງແນ່ນອນ 5. ການຕະຫຼາດຕ້ອງໃຊ້ເວລາ: ຫຼາຍຄົນເຮັດການຕະຫຼາດແລ້ວໃຈຮ້ອນຕ້ອງການຈະໄດ້ຮັບຜົນຢ່ງາທັນທີທັນໃດ ແຕ່ການຕະຫຼາດກໍເປັນພຽງຊ່ອງທາງໜຶ່ງທີ່ເຮັດໃຫ້ລູກຄ້າເກີດຄວາມສົນໃຈກັບແບຣນນັ້ນໃນໄລຍະເວລາໃດໜຶ່ງ ແຕ່ການຕະຫຼາດທີ່ດີທີ່ສຸດຈະຕ້ອງມາຈາກການບອກຕໍ່ຂອງລູກຄ້າທີ່ຊື້ສິນຄ້າແລ້ວພໍໃຈ ແລະ ກັບໄປຊື້ຊໍ້າ ແນ່ນອນສິ່ງເຫຼົ່ານີ້ຕ້ອງໃຊ້ເວລາໃນການສ້າງ. ...

Read More »

ສະພາສະເໜີລັດຖະບານ

 ສະບັບກ່ອນໄດ້ນຳສະເໜີມະຕິກອງປະຊຸມສະພາແຫ່ງຊາດທີ່ຮັບຮອງຄາດໝາຍເສດຖະກິດມະຫາພາກ;  ສະບັບນີ້ຈະນຳສະເໜີບັນດາມາດຕະການທີ່ສະພາສະເໜີໃຫ້ລັດຖະບານເອົາໃຈໃສ່ເພີ່ມດັ່ງນີ້: ສືບຕໍ່ຮັກສາສະຖຽນລະພາບ ທາງດ້ານເສດຖະກິດມາຫາພາກ ໂດຍເອົາໃຈໃສ່ ຄຸ້ມຄອງ ແລະ ບໍລິຫານນະໂຍບາຍການເງິນ ແລະ ນະໂຍບາຍເງິນຕາ ຢ່າງຄ່ອງແຄ້ວເພື່ອສະກັດກັ້ນການເພີ່ມຂຶ້ນຂອງອັດຕາເງິນເຟີ້ ແລະ ອັດຕາແລກປ່ຽນ ທີ່ກຳລັງປະເຊີນໜ້າ, ຄວບຄຸມປະລິມານເງິນ M2, ແກ້ໄຂການຂາດດຸນງົບປະມານ ແລະ ຄຸ້ມຄອງອັດຕາສ່ວນໜີ້ເສຍ ຂອງລະບົບທະນາຄານ ໃຫ້ມີຄວາມເໝາະສົມ; ຮັບປະກັນການຈັດແບ່ງງົບປະມານການລົງທຶນ ໃຫ້ຂະແໜງການສູນກາງ ແລະ ທ້ອງຖິ່ນຕາມມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍ ການຮັບຮອງເອົາ ແຜນງົບປະມານແຫ່ງລັດປະຈຳປີ 2019 ເປັນຕົ້ນການຈັດແບ່ງງົບປະມານ ວຽກງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ. ສຶກສາທິການ ແລະ ກິລາ, ສາທາລະນະສຸກ ແລະ ການຕ້ານຕາຝັ່ງເຈື່ອນ ຕາມແມ່ນ້ຳຊາຍແດນລະຫວ່າງຊາດ; ສົ່ງເສີມການລົງທຶນເອກະຊົນເຂົ້າໃນການ ກໍ່ສ້າງພື້ນຖານໂຄງລ່າງ ດ້ວຍຮູບແບບການກໍ່ສ້າງດໍາເນີນງານ ແລະ ມອບໂອນ (BOT) ເປັນຕົ້ນ ການກໍ່ສ້າງເສັ້ນທາງແກ້ໄຂຄວາມແອອັດໃນຕົວເມືອງໃຫຍ່ ແລະ ເສັ້ນທາງສຳຄັນ ຕາມເປົ້າໝາຍທີ່ມີິຄວາມຈຳເປັນ ເພື່ອຫຼຸດຜ່ອນການລົງທຶນຂອງພາກລັັດ; ການລົງທຶນຂອງລັດ ສໍາລັບໂຄງການໃໝ່ ຕ້ອງດໍາເນີນການປະເມີນ ກ່ອນການບັດຈຸເຂົ້າໃນແຜນປະຈໍາປີ ຕາມມາດຕາ 34; ຈັດປະເພດໂຄງການການລົງທຶນ ຕາມມາດຕາ ...

Read More »