ຢາກມີຄອນໂດໃຫມ່ສຸດຫຼູ ໃນກຸງເທບຕ້ອງບ່ອນນີ້ “The Monument Thong Lo”

ເຂດທີ່ຢູ່ອາໄສໃນກຸງເທບ ທີ່ມີຊື່ສຽງ ແລະ ຫຼາຍຄົນຮູ້ຈັກດີ ກໍຈະຮູ້ວ່າແມ່ນ ສຸຂຸມວິດ ຫຼື ທອງຫຼໍ່ ເປັນເຂດທີ່ໄດ້ຮັບຄວາມນິຍົມທີ່ສຸດສຳລັບຄົນໃນຕົວເມືອງເພາະເຂດນີ້ເປັນເຂດສະດວກສະບາຍທີ່ສຸດ ບໍ່ວ່າຈະເປັນເລື່ອງການເດີນທາງ, ອາຫານ, ຮ້ານຄາເຟ່ ແລະ ບຣາທີ່ມີເອກະລັກໂດດເດັ່ນ ທີ່ຄົນກຸງເທບ ຫຼື ຄົນຕ່າງແຂວງ,ຕ່າງປະເທດ ໄປທ່ຽວກຸງເທບ ຕ້ອງໄປໃຫ້ໄດ້. ບໍ່ພຽງເທົ່ານັ້ນ, ເຂດທອງຫຼໍ່ ຍັງເປັນເຂດທີ່ຢູ່ອາໄສຂອງບຸກຄົນສໍາຄັນ ແລະ ນັກທຸລະກິດທີ່ມີອິດທິພົນຂອງປະເທດ ເພາະເປັນເຂດທີ່ມີຄວາມສະຫງົບ, ປອດໂປ່ງ ແລະ ມີຄວາມເປັນສ່ວນຕົວທີ່ສຸດ.

ຖ້າໃຜຫາກໄດ້ຜ່ານໄປແຖວທອງຫຼໍ່ ຈະສັງເກດເຫັນຕຶກອາຄານທີ່ສູງ ທີ່ເປັນຮູບຊົງ Monolith“ໂມໂນລິດ” ແຫ່ງທໍາອິດຂອງປະເທດໄທ ແລະ ຍັງເປັນໂຄງການຕືກສູງທີ່ສຸດໃນຕອນນີ້ຂອງເຂດທອງຫຼໍ່ ມີດີໄຊ໌ ທີ່ເອີ້ນວ່າເປັນ World-class Design ທີ່ເຂດໃຈກາງເມືອງ ແລະ ເຂດສຳຄັນທົ່ວໂລກມັກນິຍົມກັນສ້າງອາຄານສະຖາປັດຕະຍາກຳນີ້ ທີ່ມີເອກະລັກໂດດເດັ່ນ ຮູບຊົງເປັນແທ່ງຊື່ສູງ ມີຄວາມແຕກຕ່າງທີ່ໂດດເດັ່ນສະແດງເຖິງລົດນິຍົມ ແລະ ບົ່ງບອກຕົວຕົນຂອງຜູ້ເປັນເຈົ້າຂອງ.

ຖ້າຫາກໃຜສົນໃຈ ຢາກໄດ້ທີ່ຢູ່ອາໄສ ເປັນຄອນໂດຫຼູ ໃນໃຈກາງເມືອງຢູ່ກຸງເທບ ເພື່ອໄປພັກຜ່ອນ, ທ່ອງທ່ຽວ ຫຼື ໄປເຮັດວຽກ ຫຼື ໄປສຶກສາຮໍ່າຮຽນຢູ່ກຸງເທບ ແລ້ວມີທີ່ພັກອາໄສເປັນຂອງຕົນເອງ ທາເກັດ ຂໍແນະນຳຄອນໂດ ຢູ່ທີ່ຕືກ The Monument Thong Lo   ເປັນຄອນໂດໃໝ່ລ່າສຸດ ຈາກແສນສິລິ ທີ່ສ້າງສຳເລັດໃນປີນີ້ 2019  ແລະ ເປັນແລນມາກແຫ່ງໃໝ່ຕຶກສູງທີ່ສຸດຂອງເຂດທອງຫຼໍ່ ແລະ ເປັນເປົ້າໝາຍທີ່ຢູ່ອາໃສຂອງລູກຄ້າກຸ່ມ “Luxury”ເພາະດ້ວຍເຂດທີ່ຕັ້ງ ທີ່ມີອັດຕາລາຄາດິນທີ່ສູງຂຶ້ນຢ່າງຕໍ່ເນື່ອງ ແລະ ພ້ອມກັບນິຍາມໃໝ່ຂອງການຍົກລະດັບການໃຊ້ຊີວິດໃນບໍລິເວນ ທີ່ເຕ້ມໄປດ້ວຍຄອນໂດມິນ້ຽມ “ Luxury is space “ ເຊິ່ງຕັ້ງຢູ່ໃນຮ່ອມ ສຸຂຸມວິດ 55 ໃກ້ກັບ ສະຖານີລົດໄຟ BTS ເຂດທອງຫຼໍ່ ເປັນຄອນໂດມິນ້ຽມແບບ Exclusive   ທີ່ມີຫ້ອງທີ່ນ້ອຍທີ່ສຸດ ປະມານ 120 ຕາລາງແມັດ ລາຄາປະມານ 30 ລ້ານບາດ ແລະ ຫ້ອງທີ່ໃຫຍ່ທີສຸດ ລາຄາປະມານ 300 ລ້ານບາດ ໂຄງການນີ້ແສນສິລິ ຕັ້ງໃຈເຮັດເປັນໂຄງການທີ່ສາມາດຢູ່ອາໄສທີ່ຄືກັບເຮືອນ. ມີທັງໝົດ 45 ຊັ້ນ, ສູງ 177 ແມັດ, ຊັ້ນ 1 ມີພຽງ 4 ຫ້ອງຄອນໂດ ແລະ ລວມມີທັງໝົດ 127 ຫ້ອງ.

ກຸ່ມເປົ້າໝາຍຂອງໂຄງການເປັນກຸ່ມລູກຄ້າທີ່ມັກໃນ Passion Investment ຫຼື ກຸ່ມລູກຄ້າທີ່ຊື້ໄວ້ເພື່ອຕໍ່ຍອດ ໂດຍໂຄງການຈະຖຶກອອກແບບ ພາຍໃຕ້ຄອນເຊັບ The Monument to Generations ການສົ່ງຕໍ່ທຳເລທີ່ມີຄຸນຄ່າຈາກ ລຸ້ນສູ່ລຸ້ນ ລວມໄປເຖິງສະຖາປັດຕະຍາກຳຂອງອາຄານທີ່ມີຮູບຊົງ Monolith ທີ່ເປັນສະຖາປັດຕະຍາກຳຕຶກສູງຂອງທົ່ວໂລກ ແລະ ມີຄວາມໂດດເດັ່ນຂອງປະຕິມາກຳ. ຕະຫຼອດຮອດງານສິລະປະລະດັບ Masterpiece ທີ່ຫາຍາກ ແລະ ມີຈໍານວນບໍ່ຫຼາຍໃນໂລກ ເຊິ່ງໄດ້ນຳມາຕົບແຕ່ງໃນໂຄງການໄດ້ແກ່ Chandelier ໄດ້ຮັບການອອກແບບໂດຍ LASVIT ທີ່ເປັນແບຣນ ເຄື່ອງແກ້ວລະດັບ Luxury ເຊິ່ງເປັນທີ່ນິຍົມ ໃນກຸ່ມຣາຊະວົງທົ່ວໂລກ ຈາກສາທາລະນະລັດເຊັກ ຜົນງານສິນລະປະແອນທິ ທີ່ປະມູນຈາກທົ່ວໂລກ ແລະ ເຄື່ອງແກ້ວທີ່ເຄືອບດ້ວຍຄໍາຈາກເກາະ ມູຣາໂຣ ແຫ່ງເມືອງເວນິດ ທີ່ມີພຽງ 4 ຄູ່ໃນໂລກເທົ່ານັ້ນ.

ນອກຈາກນນີ້, ໂຄງການຍັງໃຫ້ສິ່ງອໍານວຍຄວາມສະດວກຫຼາຍຢ່າງ ບໍ່ວ່າຈະເປັນ ສະລອຍນໍ້າ ທີ່ຖືກອອກແບບໃນຮູບຊົງຂອງປະຕິມາກຳຂະໜາດໃຫຍ່ ທີ່ມີຄວາມສູງເຖິງ 10 ແມັດ ຍາວ 28 ແມັດ ໄດ້ແຮງບັນດານໃຈຈາກຕົ້ນໄມ້ໃຫຍ່ ທີ່ຖຶກອ້ອມຮອບໄປດ້ວຍ ພືດພັນຈາກນານາຊະນິດ ເຊິ່ງເໝາະສຳລັບການຜັກຜ່ອນຢ່ອນໃຈ, ໃນນີ້ມີບໍລິເວນເຂດສວນສາທາພື້ນທີ່ຂຽວທີ່ມີຂະໜາດໃຫຍ່ເຖິງ 1.000 ແມັດ ແລະ ມີຕົ້ນສຳສາຂະໜາດໃຫຍ່ອາຍຸປະມານ 50 ປີ ຢູ່ໃນບໍລິເວນເດີນສວນກວ້າງ ທີ່ຍັງຖຶກຮັກສາໄວ້ ໃຫ້ຄວາມຮົ່ມເຢັນ ໂດຍແບ່ງເປັນສວນທາງດ້ານໜ້າ ແລະ ດ້ານຫຼັງ (ທີ່ສາມາດລ້ຽງສັດໄດ້ອີກດ້ວຍ).

ທັງນີ້ໂຄງການນີ້ຍັງມີບໍລິການທີ່ເໜືອລະດັບເພື່ອຕອບໂຈດການໃຊ້ຊີວິດໄດ້ຢ່າງສົມບູນແບບ ໃນທຸກໆດ້ານ ເບິ່ງແຍງລູກຄ້າຄືກັບຄົນໃນຄອບຄົວ. ເຂົ້າໃຈ Life style ແລະ ຄວາມຕ້ອງການສະເພາະຂອງບຸກຄົນ ດ້ວຍທີມ All Suite Butler ທີ່ຜ່ານການເຝິກອົບຮົມຫຼັກສູດ British Butler Institute ເພື່ອຕອບໂຈດຂອງການໃຊ້ຊີວິດຢ່າງຮອບດ້ານ ໂດຍ NaiLert Butler ອັນປະກອບດ້ວຍ Director of Living ຜູ້ເບິ່ງແຍງການຢູ່ອາໄສຂອງລູກຄ້າ ແລະ  Butler Concierge ຜູ້ອໍານວຍຄວາມສະດວກໃຫ້ແກ່ລູກຄ້າ.

 

ສໍາລັບ, ການບໍລິການໃນດ້ານການໃຊ້ຊີວິດທີ່ຕອບໂຈດຂອງຜູ້ທີ່ຢູ່ອາໄສເຂດທອງຫຼໍ່ໄດ້ແກ່ Navigator/Shuttle, ບໍລິການຮັບສົ່ງ ພ້ອມຄົນຂັບລົດ ,Mixologist ຈັດຫາເຄື່ອງດື່ມສຸດພິເສດສຳລັບລູກຄ້າ ນອກຈາກນີ້ຍັງມີບໍລິການລົດ Limousine ສຳລັບລູກຄ້າທີ່ສາມາດເອີ້ນໃຊ້ບໍລິການໄດ້ແບບເປັນຄອບຄົວ ແລະ ບໍລິການຮັບຈອດລົດ ( Valet Parking )

ໃນມື້ນີ້ ໂຄງການ THE MONUMENT THONG LO ກໍພ້ອມແລ້ວທີ່ຈະເປີດປະຕູຕ້ອນຮັບລູກຄ້າທຸກໆທ່ານທັງພາຍໃນ ແລະ ຕ່າງປະເທດ ສາມາດມາຈັບຈອງ ມາເປັນເຈົ້າຂອງ ແລະ ຍ້າຍເຂົ້າມາຢູ່ອາໄສໄດ້ເລີຍ.

ຕ້ອງການຂໍ້ມູນເພີ່ມ ຕິດຕໍ່ [email protected]Tel: +66 2 201 3999

ສາມາດຊົມຄຼິບຄອນໂດຕາມລຸ່ນນີ້ເລີຍ.

The Monument ทองหล่อ: คอนโดหรูอารมณ์บ้านที่เกินคำว่าบ้านไปเยอะเลย

คอนโดแห่งนี้ ห้องที่เล็กสุดราคาเริ่มต้นที่ 30 ล้าน! และมีไปจนถึงห้องเพนท์เฮาส์ราคากว่า 300 ล้าน! ที่นี่คือ The Monument Thong Lo by Sansiri คอนโดที่สูงที่สุดในย่านทองหล่อ ที่วันนี้ผมจะพาไปดูว่าข้างในมันมีอะไร และคนที่นี่เค้าอยู่กันแบบไหน!ตึกนี้พึ่งสร้างเสร็จหมาดๆในปี 2019 นี้เอง ซึ่งก็ถือเป็นคอนโดที่เรียกว่าตัวท้อปๆของแสนสิริแล้ว ด้วยราคาต่อตารางเมตรกว่า 300,000 บาท ถ้านับเฉพาะในบรรดาคอนโดของค่ายนี้จะให้เหนือกว่านี้ก็คงจะเป็น 98 Wireless กับ Khun by Yoo นั่นแหละฮะ การออกแบบที่นี่ มีรายละเอียดทุกกระบวนท่า ตั้งแต่งานสถาปัตย์ การวางฟังก์ชั่น งานอินทีเรีย การตกแต่ง การเลือกใช้วัสดุ เซอร์วิส เทคโนโลยี ซึ่งผมว่าน่าสนใจ และได้เอามารวบรวมไว้ในคลิปนี้ส่วนนึงแล้ว ไปดูกันเลย!เว็บไซต์คอนโด The Monument ทองหล่อ: https://bit.ly/2WCvxtpดูรีวิวบ้านและคอนโดต่างๆได้ที่นี่: https://www.thinkofliving.com/

Posted by BoomTharis on Wednesday, March 27, 2019

 

Comments