ສິດຂອງຜູ້ຊົມໃຊ້ສິນຄ້າ ຫຼືການບໍລິການ

ໃນຍຸກທີ່ເສດຖະກິດ ມີການຂະຫຍາຍຕົວສູງ ຄວາມຕ້ອງການຊົມໃຊ້ສິນຄ້າ ແລະ ການບໍລິການ ແມ່ນນັບມື້ນັບຫຼາຍຂຶ້ນ, ຄຽງຄູ່ກັນນັ້ນ ບັນຫາທີ່ເກີດຂຶ້ນສ່ວນໃຫຍ່ແມ່ນເລື່ອງຂອງການຊົມໃຊ້ສິນຄ້າ ແລະ ການບໍລິການທີ່ບໍ່ມີຄຸນນະພາບ, ບໍ່ໄດ້ສິນຄ້າຄົບຕາມຈໍານວນ, ລາຄາບໍ່ເປັນທໍາ, ໃຊ້ແລ້ວເປັນອັນຕະລາຍ ດັ່ງນີ້ເປັນຕົ້ນ. ຫຼາຍໆທ່ານຄົງຕັ້ງຄໍາຖາມວ່າ ກົດໝາຍໃຫ້ສິດຫຍັງແດ່ແກ່ຜູ້ຊົມໃຊ້ ແລະ ໃຫ້ການປົກປ້ອງຈາກການເອົາປຽບຈາກ ຜູ້ສະໜອງສິນຄ້າ ຫຼື ການບໍລິການແນວໃດ? ມື້ນີ້ເຮົາມີຄໍາຕອບໃຫ້.

ແນ່ນອນການຊື້ສິ້ນຄ້າ ຜູ້ຊື້ກໍຢາກໄດ້ສິນຄ້າທີ່ມີຄຸນນະພາບຕາມມາດຕະຖານຂອງສິນຄ້ານັ້ນໆ ຫຼື ໄດ້ຮັບການບໍລິການທີ່ດີ ແລະ ຄວາມພໍໃຈ ໃຫ້ສົມກັບເງິນທີ່ໄດ້ຈ່າຍເປັນຄ່າສິນຄ້າ ຫຼື ການບໍລິການນັ້ນ. ແຕ່ກ່ອນອື່ນໝົດເຮົາມາຮູ້ຈັກຄໍາວ່າ “ການປົກປ້ອງຜູ້ຊົມໃຊ້” ຕາມກົດໝາຍ ວ່າມີຄວາມໝາຍແນວໃດ ເສຍກ່ອນ:  ໂດຍ ອີງຕາມ ກົດໝາຍ ວ່າດ້ວຍ ການປົກປ້ອງຜູ້ຊົມໃຊ້ ສະບັບເລກທີ 02/ສພຊ, ລົງວັນທີ 30 ມິຖຸນາ 2010, ມາດຕາ 2 ໄດ້ໃຫ້ຄໍານິຍາມ ກ່ຽວກັບການປົກປ້ອງຜູ້ຊົມໃຊ້ວ່າ:

“ການປົກປ້ອງຜູ້ຊົມໃຊ້ ແມ່ນການນໍາໃຊ້ມາດຕະການ ເພື່ອຮັກສາຊີວິດ, ສຸຂະພາບ, ຊັບສິນ, ສິດ ແລະ ຜົນປະໂຫຍດອັນຊອບທໍາຂອງ ຜູ້ຊົມໃຊ້ ທີ່ເນື່ອງມາຈາກຜົນກະທົບຂອງການນໍາໃຊ້ສິນຄ້າ ແລະ ການບໍລິການເປັນຕົ້ນອາຫານ, ຢາ, ເຄື່ອງສໍາອາງ, ການປິ່ນປົວສຸຂະພາບ ລວມທັງການແກ້ໄຂຂໍ້ຂັດແຍ່ງທີ່ເກີດຂຶ້ນ ລະຫວ່າງ ຜູ້ຊົມໃຊ້ ແລະ ຜູ້ສະໜອງ ຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.”

ຈາກມາດຕາດັ່ງກ່າວ ເຮົາສາມາດສະຫຼຸບໄດ້ວ່າ ກົດໝາຍຈະໃຫ້ການປົກປ້ອງຜູ້ຊົມໃຊ້ຢູ່ 2 ປະເພດດ້ວຍກັໍນຄື: (1) ການປົກປ້ອງໃນການຊົມໃຊ້ສິນຄ້າ ແລະ (2) ການປົກປ້ອງໃນການໃຊ້ບໍລິການ. ສໍາລັບການປົກປ້ອງໃນການຊົມໃຊ້ສິນຄ້າ ແມ່ນການນໍາໃຊ້ມາດຕະການຕ່າງໆເພື່ອໃຫ້ ຜູ້ຊົມໃຊ້ ໄດ້ນໍາໃຊ້ສິນຄ້າ ທີ່ມີຄຸນນະພາບ,ໄດ້ມາດຕະຖານທີ່ອົງການກ່ຽວຂ້ອງກໍານົດໄວ້, ບໍ່ໃຫ້ມີຜົນກະທົບຕໍ່ຊີວິດ, ສຸຂະພາບ, ຊັບສິນ, ສິດ, ຜົນປະໂຫຍດຂອງຜູ້ຊົມໃຊ້ ແລະ ສິ່ງແວດລ້ອມ (ມາດຕາ 10), ສໍາລັບການປົກປ້ອງໃນການໃຊ້ບໍລິການ ໝາຍເຖິງ ການນໍາໃຊ້ມາດຕະການຕ່າໆ ເພື່ອໃຫ້ຜູ້ຊົມໃຊ້ໄດ້ໃຊ້ບໍລິການ ທີ່ມີ ຄຸນນະພາບ, ໄດ້ມາດຕະຖານ ຕາມທີ່ອົງການກ່ຽວຂ້ອງກໍານົດໄວ້ ແລະ ໃຫ້ມີຄວາມເປັນທໍາ (ມາດຕາ 11).

ສິດຂອງ ຜູ້ຊົມໃຊ້ ໄດ້ຖືກກໍານົດໄວ້ໃນ ມາດຕາ 32 ຂອງກົດໝາຍສະບັບດັ່ງກ່າວ ໄວ້ວ່າ:

  1. ເລືອກ ແລະ ຕັດສິນໃຈ ຊື້ສິນຄ້າ ຫຼື ໃຊ້ບໍລິການຕາມຄວາມຕ້ອງການ;
  2. ຮູ້ຂໍ້ມູນຂ່າວສານ ແລະ ຄໍາແນະນໍາທີ່ຊັດເຈນກ່ຽວກັບ ຄຸນນະພາບ, ລາຄາ, ສະຖານທີ່ຜະລິດ, ຜູ້ຜະລິດ, ວິທີນໍາໃຊ້ ຫຼື ຄູ່ມືນໍາໃຊ້, ລັກສະນະພິເສດ, ສ່ວນປະກອບ, ວັນ ເດືອນ ປີ, ວັນໝົດອາຍຸນໍາໃຊ້, ໃບຮັບຮອງສິນຄ້າ, ການບໍລິການຫຼັງການຂາຍ ແລະ ຂໍ້ມູນອື່ນທີ່ຈໍາເປັນ;
  3. ໄດ້ຮັບຄວາມປອດໄພທາງດ້ານຊີວິດ, ສຸຂະພາບ ແລະ ຊັບສິນ ໃນເວລານໍາໃຊ້ສິນຄ້າ ຫຼື ການບໍລິການ;
  4. ຮ້ອງຂໍ ຫຼື ຮ້ອງຟ້ອງເອົາການທົດແທນຄ່າເສຍຫາຍ ທີ່ເນື່ອງມາຈາກການຊົມໃຊ້ສິນຄ້າ ແລະ ການບໍລິການ ທີ່ບໍ່ມີຄຸນນະພາບ ຫຼື ບໍ່ໄດ້ມາດຕະຖານ ແລະ ມີຜົນກະທົບຕໍ່ຊີວິດ, ສຸຂະພາບ ແລະ ຊັບສິນຂອງຕົນ;
  5. ສະເໜີ ຕໍ່ອົງການຈັດຕັ້ງປະຕິບັດວຽກງານປົກປ້ອງຜູ້ຊົມໃຊ້ ທີ່ກ່ຽວຂ້ອງກັບການດໍາເນີນການຜະລິດ, ທຸລະກິດ ແລະ ການບໍລິການ ທີ່ລະເມີດລະບຽບກົດໝາຍ ເປັນຕົ້ນການປອມແປງສິນຄ້າ, ການສ້າງຜົນກະທົບຕໍ່ສິ່ງແວດລ້ອມເກີນມາດຕະຖານ.

ສະຫຼຸບລວມແລ້ວ ຜູ້ຊົມໃຊ້ສິນຄ້າ ຫຼື ການບໍລິການ ມີສິດໄດ້ຮັບການທົດແທນຄ່າເສຍຫາຍ ຈາກການນໍາໃຊ້ຜະລິິດຕະພັນ ຫຼື ການໃຊ້ບໍລິການທີ່ບໍ່ມີຄຸນນະພາບ ດ້ວຍການ ເຈລະຈາຕໍ່ລອງ ໄກ່ເກ່ຍ ກັບຜູ້ຂາຍສິນຄ້າ ຫຼື ການບໍລິການດັ່ງກ່າວນັ້ນ. ຖ້າຫາກ ບໍ່ສາມາດແກ້ໄຂກັນໄດ້ ກໍສາມາດຮ້ອງຂໍ ຫຼື ຮ້ອງຟ້ອງໄປຍັງສານປະຊາຊົນ ຫຼື ອົງການຈັດຕັ້ງທີ່ກ່ຽວຂ້ອງອື່ນໆ. ສະນັ້ນ ເພື່ອຫຼີກບັນຫາດັ່ງກ່າວ ຜູູ້ຊົມໃຊ້ ຄວນສຶກສາຜະລິດຕະພັນດັ່ງກ່າວຢ່າງລະອຽດຖີ່ຖ້ວນ, ອ່ານສະຫຼາກ, ຄໍາແນະນໍາ, ວັນ/ເດືອນ/ປີ ໝົດອາຍຸ, ຫຼື ຖ້າຫາກເປັນການບໍລິການ ກໍຄວນສຶກສາໃຫ້ລະອຽດກ່ອນວ່າ ຜູ້ໃຫ້ບໍລິການມີຄວາມໜ້າເຊື່ອຖືໜ້ອຍຫຼາຍປານໃດ, ແລະ ປັດໄຈອື່ນໆ ກ່ອນການຕັດສິນໃຈຊື້ ທັງນີ້ກໍເພື່ອເປັນການປົກປ້ອງຊີວິດ, ສຸຂະພາບ ແລະຊັບສິນຂອງຕົວທ່ານເອງ.

ໝາຍເຫດ: ວາລະສານ ທາແກັດ ສະຫງວນລິຂະສິດບົດຄວາມນີ້ ຕາມກົດໝາຍ ວ່າດ້ວຍຊັບສິນທາງປັນຍາ. ບົດຄວາມນີ້ ແມ່ນເພື່ອເປົ້າໝາຍໃຫ້ຄວາມຮູ້ທາງດ້ານກົດໝາຍເທົ່ານັ້ນບໍ່ແມ່ນເປັນການໃຫ້ຄຳປຶກສາທາງດ້ານກົດໝາຍ ຫຼື ເປັນການອອກຄຳເຫັນທາງດ້ານກົດໝາຍແຕ່ຢ່າງໃດ.

(ລາຍລະອຽດເພີ່ມຕື່ມສາມາດຊອກອ່ານໄດ້ໃນວາລະສານທາເກັດ ສະບັບ 156 ເດືອນກໍລະກົດ 2019 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe, ຮ້ານ The pizza company ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

Consumer’s Rights on Goods and Services

In the period where the country’s economy grows rapidly, the demand of goods and service consumption is increasing dramatically. Along with such increase, the major problems occurred are related to consumption of poor-quality goods and services, not receiving all goods and service as agreed, unfair price, harmfulness after use. Many of you may wonder what are the rights and protection under the law provided for consumers against goods and service suppliers? Today, we have

the answer for you.

For purchase of goods or service, it is obvious that a purchaser wants a quality product in accordance with standards of such product or requires good and satisfactory service that is worth the money he/she pays for such goods or service. First, we will tell you what “Consumer Protection” under the law means. Pursuant to Article 2 of the Law on Consumer Protection No. 02/NA, dated 30 June 2010, the consumer protection is defined as:

“The Consumer protection refers to the use of measures to protect a consumer’s life, health, assets, legitimate rights and benefits as a consequence of goods and service consumption such as: food, medicine, cosmetic, healthcare as well as the resolution of dispute between a consumer and a supplier in accordance with laws and regulations.”

From such article, it can be concluded that the law provides protection to two kinds of consumers such as: (1) consumer of goods and (2) consumer of service. The consumer of goods is the use of various measures ensuring that the consumer uses product of high quality, meeting standard of relevant institution, harmless to the consumer’s life, health, assets, rights and benefits, and environment (Article 10) while the consumer of service is the use of various measures ensuring that the consumer uses service of high quality, meeting standard of relevant institution and with fairness (Article 11).

The consumer’s rights under Article 32 of the Law on Consumer Protection are as follows:

  1. To choose and make decision to buy goods and use services at its own will;
  2. To receive clear information and directions about the quality, price, place of production, name of producer, usage or using manual, the special feature, component, manufactured and expiry dates, goods certificate, after-sale service and other necessary information;
  3. To be ensured of safety to life, health and assets when using goods or service;
  4. To request or claim for compensation of damage as a consequence of poor-quality or substandard goods and services and those which are harmful to the consumer’s life, health and assets;
  5. To report to the relevant organization responsible for consumer protection about the production, business operation and service provision which violates laws. Those illegal acts include goods falsification, creation of environment impact over the limit;

To sum up, a consumer of goods or service is entitled to receive compensation for damage as a result of using poor-quality products or services by negotiating and mediating with the venders or service providers. If the issue cannot be resolved, the consumer may request or claim such issue to the people’s court or other relevant authorities. Thus, in order to avoid any issue, a consumer should study about such product thoroughly, read label, instruction, expiry date, or if it is a service, the consumer should study about a service provider thoroughly whether or not such provider is trustworthy, and other factors before purchasing the service as to protect your life, health and assets.

Remarks:The Target Magazine reserves rights over this article in accordance with the Law on Intellectual Properties. This article is to provide legal knowledge only and it is not considered legal advice or legal opinion.

Comments