ເຈົ້າຂອງບໍລິສັດຢູນິເທັກ ລາວ (UniqTek) ຜູ້ທີ່ມີວິໄສທັດຫັນເປັນຍຸກດີຈິຕອນ

ດັ່ງທີ່ທ່ານໄດ້ຮູ້ນຳກັນແລ້ວວ່າລັດຖະບານລາວກຳລັງພັດທະນາປະເທດເພື່ອຫັນເປັນອຸດສາຫະກຳແລະທັນສະໄໝຕາມທິດສີຂຽວແລະຍືນຍົງ. ເພື່ອໃຫ້ເຮັດໄດ້ແນວນັ້ນຈຶ່ງຈຳເປັນຕ້ອງສ້າງພື້ນຖານເຕັກນິກກໍຄືເຄື່ອງມືອັນທັນສະໄໝປະກອບໃຫ້ກັບພາກລັດແລະທຸລະກິດ. ຍ້ອນແນວນີ້ຈຶ່ງເກີດມີຊ່ອງຫວ່າງໃນການສ້າງທຸລະກິດທີ່ໃຫ້ບໍລິການດ້ານນີ້ຂຶ້ນແລະວາລະສານທາເກັດຢາກມາແລກປ່ຽນກັນກ່ຽວກັບບໍລິສັດຢູນິເຕັກລາວ (UniqTek). ໂດຍສະເພາະໃນທີ່ນີ້ພວກເຮົາໄດ້ສຳພາດແລະທຳຄວາມ
ຮູ້ຈັກກັບນັກທຸລະກິດໜຸ່ມໄຟແຮງຜູ້ທີ່ມີວິໄສທັດກ່ຽວກັບຍຸກການຫັນເປັນດີຈິຕອນຄືທ່ານຈັນດາວົງສຸດທິທຳຫຼື(ຕ້ອມ) ເຊິ່ງເປັນຜູ້ສ້າງຕັ້ງແລະຜູ້ອຳນວຍການຂອງບໍລິສັດນີ້.

ບໍລິສັດ ຢູນິເຕັກລາວ (UniqTek) ເຮັດທຸລະກິດຕົ້ນຕໍ ດ້ານການລົງທຶນໃສ່ພື້ນຖານໂຄງລ່າງດ້ານດີຈິຕອນ (Digital infrastructure) ໃຫ້ລັດຖະບານ ແລະ ຜູ້ປະກອບການ. ການຈະກ້າວສູ່ອຸດສາຫະກຳຍຸກ 4.0 ພວກເຮົາຈະໄດ້ຍິນກ່ຽວກັບການເຊື່ອມຕໍ່ສື່ສານອັດຕະໂນມັດຂອງອຸປະກອນເຄື່ອງໃຊ້ (Internet of Things) ແລະ ການພັດທະນາ ເປັນຕົວເມືອງອັດສະລິຍະ (Smart Cities). ກ່ອນຈະມີໄດ້ແນວນັ້ນມີຄວາມຈຳເປັນທີ່ຈະຕ້ອງມີການປູພື້ນທາງດ້ານພື້ນຖານໂຄງລ່າງເສຍກ່ອນ. ພື້ນຖານໂຄງລ່າງບໍ່ວ່າຈະເປັນ Reality Capture ຫລື Laser Scan ເພື່ອເບິ່ງໂຄງສ້າງເຮືອນ ຫຼື ໂຮງຈັກໂຮງງານໃນການຈັດເກັບແຜນທີ່ ຫຼື ໂຄງສ້າງໃນລະບົບດີຈິຕອນ. ບາງໂຄງການທີ່ບໍລິສັດ ຢູນິເຕັກລາວ (UniqTek) ໃຫ້ບໍລິການແມ່ນການຊ່ວຍລັດຖະບານໃນການພັດທະນາລະບົບການສຳຫຼວດທີ່ດິນໃນທົ່ວປະເທດຈາກລະບົບທີ່ມີໃນປະຈຸບັນ ຫຼື ແບບ “ແມນນວນ” (Manual) ທີ່ໃຊ້ການບັນທຶກໃສ່ເຈ້ຍໃຫ້ເປັນລະບົບດີຈິຕອນ. ໝາຍຄວາມວ່າໃຊ້ດາວທຽມຊ່ວຍຈັບຈຸດພິກັດ ເຊິ່ງຈະຊ່ວຍໄດ້ຫຼາຍ ເພື່ອໃຫ້ສາມາດສຳເລັດວຽກໂດຍໄວ, ໃຊ້ຄົນໜ້ອຍລົງ ແລະ ມີຄວາມຊັດເຈນສູງຂຶ້ນ.

ກ່ອນທີ່ຈະມາເຮັດທຸລະກິດນີ້, ທ່ານ ຈັນດາວົງ ສຸດທິທຳ ແມ່ນໄດ້ຮຽນຈົບປະລິນຍາຕີຈາກມະຫາວິທະຍາໄລ ແຫ່ງຊາດ ອົດສະຕາລີ (AustralianNational University: ANU) ຢູ່ແຄນເບີຣາ, ປະເທດອົດສະຕາລີໃນປີ 2010 ດ້ວຍສອງໃບປະກາດໃນຂະແໜງການເງິນ ແລະ ການບໍລິຫານ. ຫຼັງຈາກນັ້ນເພິ່ນກໍໄດ້ເຮັດວຽກໃນຝ່າຍພັດທະນາທຸລະກິດໃຫ້ແກ່ບໍລິສັດການແພດແຫ່ງໜຶ່ງຢູ່ໃນລາວປະມານ6-7 ປີ ໂດຍຮັບຜິດຊອບຕັ້ງແຕ່ການເຈລະຈາຈົນເຖິງການເຮັດສັນຍາກັບຜູ້ສະໜອງ. ປະສົບການ
ເຮັດວຽກດັ່ງກ່າວຖືເປັນໂອກາດຮຽນຮູ້ຂອງທ່ານ ຈັນດາວົງ ເຊິ່ງມີທັງສິ່ງທີ່ຄວນເຮັດ ແລະ ສິ່ງທີ່ບໍ່ຄວນເຮັດ. ໂດຍສະເພາະສິ່ງທີ່ຄວນເຮັດແມ່ນຄວາມເຂົ້າໃຈກ່ຽວກັບການເຈລະຈາກັບລູກຄ້າພາຍໃນກັບຕ່າງປະເທດວ່າບໍ່ສາມາດໃຊ້ສູດຕາຍຕົວອັນດຽວ.ມີຄວາມຈຳເປັນຕ້ອງເຂົ້າໃຈເຖິງວັດທະນະທຳໃນການເຈລະຈາກໍຄືການເຮັດທຸລະກິດຂອງຄົນແຕ່ລະຊາດ. ວາລະສານທາເກັດມີຄວາມສົນໃຈກ່ຽວກັບຈຸດເລີ່ມຕົ້ນຂອງການສ້າງຕັ້ງບໍລິສັດນີ້ ເພາະປະກົດວ່າເປັນການປະກອບທຸລະກິດໃນດ້ານທີ່ບໍ່ແມ່ນສິ່ງທີ່ທ່ານ ຈັນດາວົງ ໄດ້ຮຽນມາໂດຍກົງ. ເພິ່ນໄດ້ເລົ່າໃຫ້ຟັງວ່າທຳອິດບໍລິສັດຜູ້ຜະລິດພົບເຫັນທ່ານ ຈັນດາວົງ ໃນເວັບໄຊ້ຊອກຫາມືອາຊີບ (Linkedin) ແລ້ວ
ຕິດຕໍ່ພົວພັນກັນ. ຈາກນັ້ນຈຶ່ງໄດ້ມີການນັດມານຳສະເໜີກ່ຽວກັບທຸລະກິດຮູບແບບນີ້ຢູ່ລາວ. ຍ້ອນເຫັນວ່າເປັນສິ່ງທີ່ໜ້າຕື່ນເຕັ້ນ ແລະ ທ້າທາຍ ທ່ານ ຈັນດາວົງ ຈຶ່ງໄດ້ຕົກລົງກັນເຮັດທຸລະກິດຮ່ວມກັນກັບຄູ່ຮ່ວມທຸລະກິດ. ການສ້າງຕັ້ງບໍລິສັດນີ້ຖືວ່າເປີດຊ່ອງທາງແບບທາງການທຳອິດຢູ່ລາວ ຈຶ່ງເຮັດໃຫ້ບໍລິສັດຂອງເພິ່ນມີຄວາມໄດ້ປຽບ. ຖ້າເປັນສິ່ງທີ່ຜູ້ອື່ນກຳລັງເຮັດຢູ່ແລ້ວ ເຮົາກໍຕ້ອງໄດ້ໄປແຂ່ງຂັນກັບໝູ່. ດັ່ງນັ້ນຈຶ່ງຖືໄດ້ວ່າຄູ່ແຂ່ງທາງກົງຂອງບໍລິສັດເພິ່ນຍັງ “ບໍ່ມີ” ຍ້ອນປະຈຸບັນມີການດຳເນີນບາງທຸລະກິດທີ່ໃກ້ຄຽງ ເຊັ່ນ: ບໍລິສັດໄອທີ, ຂາຍເຊີບເວີ (Server) ຫຼື ໃຫ້ບໍລິການແອບພລີເຄຊັ່ນ (Applications) ຕ່າງໆທີ່ເຫັນວ່າເປັນການບໍລິການໄອທີທົ່ວໄປຊື່ໆຈຶ່ງບໍ່ຖືວ່າແມ່ນຄູ່ແຂ່ງກັບບໍລິສັດເພິ່ນ.

 

ເມື່ອໄດ້ຮັບການສອບຖາມກ່ຽວກັບຂໍ້ຫຍຸ້ງຍາກຂອງບໍລິສັດ, ທ່ານ ຈັນດາວົງ ທັງເວົ້າທັງຫົວວ່າ “ແມ່ນຄວາມເຂົ້າໃຈກ່ຽວກັບທຸລະກິດນີ້ ເພາະບໍລິສັດເຮົາໃຫ້ບໍລິການດ້ານເຕັກໂນໂລຊີທີ່ເປັນອັນໃໝ່ສຳລັບຢູ່ລາວ ເຖິງແມ່ນວ່າເປັນສິ່ງທີ່ມີແລ້ວເປັນຫຼາຍສິບປີຢູ່ຕ່າງປະເທດກໍຕາມ. ສະນັ້ນ, ຈຶ່ງຕ້ອງໄດ້ອະທິບາຍໃຫ້ລູກຄ້າເຂົ້າໃຈໃຫ້ມີການຍອມຮັບ ແລະປັບປ່ຽນພຶດຕິກຳ. ໃນນີ້, ການປັບປ່ຽນພຶດຕິກຳກໍແມ່ນສິ່ງທີ່ທ້າທາຍຫຼາຍ. ນອກນີ້ກໍມີຄວາມທ້າທາຍໃນການຝຶກພະນັກງານຊ່ວຍວຽກ ເພາະວ່າເຕັກໂນໂລຊີດ່ັງກ່າວບໍ່ທັນໄດ້ມີການສອນໃນສະຖາບັນການສຶກສາຂອງລາວເທື່ອ.”

ຍ້ອນແນວນັ້ນ, ຍຸດທະສາດຂອງບໍລິສັດ ຈຶ່ງແມ່ນການໃຫ້ຂໍ້ມູນແກ່ຕະຫຼາດບ້ານເຮົາເພື່ອສ້າງຄວາມເຂົ້າໃຈຈົນເກີດຄວາມຕ້ອງການໃນເຕັກໂນໂລຊີໃໝ່ນີ້. ປັດຈຸບັນ ໂລກມີການຫັນປ່ຽນໄປແລ້ວຢູ່ລາວກໍຕ້ອງໄດ້ຫັນປ່ຽນໄປນຳ ຖ້າບໍ່ດັ່ງນັ້ນກໍຈະຕົກຍຸກໄດ້. ສະນັ້ນ ໄລຍະທີ່ເລີ່ມຕົ້ນດຳເນີນທຸລະກິດ 2 ປີ ທຳອິດແມ່ນມີຄວາມຫຍຸ້ງຍາກຫຼາຍ ໂດຍສະເພາະໄລຍະຫົກເດືອນຂອງການເປີດບໍລິສັດແມ່ນບໍ່ທັນມີລູກຄ້າເລີຍ. ແຕ່ເຖິງຢ່າງໃດກໍຕາມມາຮອດປັດຈຸບັນຖືວ່າ 99% ຂອງຕະຫຼາດຢູ່ລາວແມ່ນຖືກຄອບຄອງໂດຍບໍລິສັດຢູນິເຕັກລາວ (UniqTek) ເອງ. ນີ້ຖືວ່າເປັນໜ້າຄວາມພາກພູມໃຈທີ່ບໍລິສັດໄດ້ສ້າງມາດຕະຖານຂອງວົງການນີ້ຂຶ້ນມາໃໝ່. ສະນັ້ນຈຶ່ງຢາກໃຫ້ເຂົ້າໃຈນຳກັນວ່າສິ່ງທ້າທາຍ ຫຼື ອຸປະສັກທີ່ເກີດຂຶ້ນ ກໍແມ່ນກາລະໂອກາດຂອງທຸລະກິດທີ່ຕ້ອງຜ່ານຜ່າໄປໃຫ້ໄດ້ນັ້ນເອງ.

ຜ່ານການດຳເນີນທຸລະກິດໄດ້ປະມານ 5 ປີ, ທ່ານ ຈັນດາວົງ ພົບວ່າ ທ່ານມີວິໄສທັດຢາກເປັນຄູ່ຮ່ວມທຸລະກິດທີ່ໜ້າເຊື່ອຖືທີ່ສຸດໃນວົງການນີ້, ໝາຍວ່າບໍ່ຈຳເປັນຕ້ອງເປັນທີ່ໜຶ່ງ ແຕ່ຂໍໃຫ້ໄດ້ຮັບການເຊື່ອຖືທີ່ສຸດຈາກລູກຄ້າ. ສິ່ງນີ້ແມ່ນພິສູດໄດ້ຈາກຜົນໄດ້ຮັບຈາກການເຮັດທຸລະກິດຜ່ານມາທີ່ມີຄູ່ຮ່ວມທຸລະກິດໃຫ້ການຕອບຮັບທີ່ດີ. ຕົວຢ່າງ: ເມື່ອມີຄົນອື່ນພະຍາຍາມສະເໜີຂາຍບໍລິການໃຫ້ລູກຄ້າໂດຍການຕັດລາຄາ ແຕ່ລູກຄ້າເອງກໍຍັງເຊື່ອໝັ້ນບໍລິສັດເພິ່ນຫຼາຍກວ່າຈຶ່ງຕັດສິນໃຈໃຊ້ບໍລິການ. ກ່ອນຈະມາເຖິງຈຸດນີ້ໄດ້ບໍລິສັດ ຢູນິເຕັກລາວ (UniqTek) ໄດ້ເຮັດຫຼາຍດ້ານເພື່ອເຮັດໃຫ້ລູກຄ້າໝັ້ນໃຈເປັນຕົ້ນແມ່ນການບໍລິການຫຼັງການຂາຍ.

ສິ່ງທ້າທາຍອີກອັນໜຶ່ງແມ່ນດ້ານບຸກຄະລາກອນ. ເນື່ອງຈາກການສ້າງຕັ້ງທຸລະກິດນີ້ເລີ່ມຈາກສູນໂດຍບໍ່ມີທຶນຮອນສູງທີ່ຈະຈ້າງຜູ້ຊ່ຽວຊານມືອາຊີບ. ດັ່ງນັ້ນບໍລິສັດຕ້ອງໄດ້ຮັບເອົານັກຮຽນ-ນັກສຶກສາມາຝຶກອົບຮົມ. ປະກອບກັບບໍ່ແມ່ນຂະແໜງທີ່ຕົນເອງໄດ້ຮໍ່າຮຽນມາ, ທ່ານ ຈັນດາວົງ ຈຶ່ງໄດ້ພະຍາຍາມຮຽນຮູ້ຈາກຢູທູບ (Youtube) ແລະ ອາໄສຄູ່ຮ່ວມທຸລະກິດຢູ່ຕ່າງປະເທດມາຊ່ວຍຝຶກອົບຮົມພະນັກງານອີກແຮງໜຶ່ງ; ມາຮອດປັດຈຸບັນພະນັກງານທີ່ໄດ້ຮ່ວມເລີ່ມຕົ້ນທຸລະກິດກໍຍັງຢູ່ເຮັດວຽກນຳກັນຈົນເຖິງທຸກມື້ນີ້ສິ່ງເຫຼົ່ານີ້ເຮັດໃຫ້ເຮົາເຫັນວ່າການເຮັດທຸລະກິດບໍ່ຄວນມຸ່ງເນັ້ນຫາແຕ່ກຳໄລໄລຍະສັ້ນຈົນເກີນໄປ. ດັ່ງນັ້ນ, ເພິ່ນຈຶ່ງພູມໃຈວ່າບໍລິສັດໄດ້ມີສ່ວນຮ່ວມໃນການພັດທະນາປະເທດ ແລະ ພັດທະນາບຸກຄະລາກອນລາວໄປພ້ອມໆກັນເມື່ອຖາມເຖິງແຜນການໃນອະນາຄົດ ທ່ານ ຈັນດາວົງ ບອກທີມງານວ່າຢາກພະຍາຍາມຮັກສາມາດຕະຖານແບບນີ້ໄປເລື້ອຍໆ ເພາະເຖິງວ່າການໄດ້ເປັນທີ່ໜຶ່ງແມ່ນຍາກ ແຕ່ການທີ່ຈະຮັກສາຄວາມເປັນທີ່ໜຶ່ງໄວ້ໃຫ້
ໄດ້ນັ້ນແມ່ນຍາກກວ່າ.

ຂໍ້ຄິດອີກອັນໜຶ່ງການເລີ່ມຕົ້ນທຸລະກິດຄວນມີເປົ້າໝາຍທີ່ຊັດເຈນ ແລະ ຄິດໃຫ້ຈົບກ່ອນນັບແຕ່ລະດັບ 1 ເຖິງ 10 ກ່ຽວກັບແງ່ມູມຕ່າງໆຂອງທຸລະກິດທ່ານເຊັ່ນວ່າ: ຄູ່ແຂ່ງແມ່ນໃຜ, ຕະຫຼາດ ຫຼື ລູກຄ້າມີແນວໃດ, ຈະເຂົ້າຫາແຫຼ່ງທຶນແບບໃດ ແລະອື່ນໆເພື່ອຈະໄດ້ວາງແຜນແກ້ໄຂໃຫ້ທັນສະຖານະການ. ຖ້າບໍ່ເປັນໄປຕາມທີ່ໄດ້ວາງແຜນ ຈະມີແຜນສຳຮອງແນວໃດເຊິ່ງກໍຄືກັບການວາງແຜນຊີວິດ. ການຄິດບໍ່ຈຳເປັນຕ້ອງສົມບູນ ແຕ່ຢ່າງໜ້ອຍເຮົາໄດ້ພິຈາລະນາແງ່ມູມຕ່າງໆທັງດີ ແລະ ຮ້າຍແລ້ວ. ນີ້ເປັນສິ່ງທີ່ທຸລະກິດປະເພດເອັສເອັມອີ (SMEs) ຄວນເອົາໃຈໃສ່ເພື່ອໃຫ້ເຂັ້ມແຂງ ແລະ ຢູ່ລອດແບບຍືນຍົງ ຍ້ອນປັດຈຸບັນຄົນຕ່າງປະເທດກໍສົນໃຈເຂົ້າມາເຮັດທຸລະກິດໃນບ້ານເຮົາຫຼາຍຂຶ້ນ ພວກເຂົາເຈົ້າມີທັງທຶນຮອນແລະ ມີທັງເຕັກໂນໂລຊີທີ່ເໜືອກວ່າເຮົາ.

ສຸດທ້າຍ, ເນື່ອງຈາກລູກຄ້າຫຼັກໆຂອງບໍລິສັດຢູນິເຕັກລາວ (UniqTek) ແມ່ນພາກລັດຖະບານ, ສະນັ້ນທ່ານ ຈັນດາວົງ ຈຶ່ງມີຂໍ້ຄິດທີ່ຢາກຝາກຫາລັດຖະບານວ່າຢາກໃຫ້ເປີດໂອກາດໃຫ້ບໍລິສັດຄົນລາວໄດ້ເຂົ້າມາຮ່ວມໃນການໃຫ້ບໍລິການຫຼາຍຂຶ້ນເນື່ອງຈາກຍັງມີອີກຫຼາຍບໍລິສັດທີ່ເປັນຂອງຄົນລາວເອງມີຜູ້ປະກອບການທີ່ມີຄວາມຕັ້ງໃຈແທ້ໆ ແລະຄົນລາວເອງກໍມີຄວາມສາມາດມີຄວາມເຂົ້າໃຈ ແລະ ຮູ້ແກ້ໄຂບັນຫາໄດ້ດີຫຼາຍ.

(ວາລະສານທາເກັດ ສະບັບ 156 ເດືອນກໍລະກົດ 2019 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe, ຮ້ານ The pizza company ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

Owner of UniqTek Laos shares his digitalization vision

            As you all know, the Lao Government is modernizing the national industries based on the green growth and sustainable directive. To achieve such ambition, basic infrastructure, such as modern tools to support both the public and private sector is necessary. This has become a business opportunity for many companies and Target Magazine would like to exchange views with all of you through UniqTek Laos. In this issue, we would like to bring you an exclusive interview of this hot, young entrepreneur, Mr. ChandavongSouthitham or Tom, the founder and director of UniqTek, who will share with us his digitalization vision.

UniqTek Laos invests mainly on digital infrastructure for the Government and enterprises. Stepping into the 4.0 industrial era, we might have heard about the Internet of Things and Smart City development. Before having those two elements, supporting structure must be in place, whether it is the Reality Capture or Laser Scan, which is highly needed for studying housing or factory structure for digital map or structure making. Some projects that UniqTek Laos was involved include helping the Government developing land survey system nationwide shifting from the manual to digital system by utilizing the highly effective and accurate GPS technology rather than an actual person.

Before doing this business, Mr. Chandavong Southitham graduated from the Australian National University (ANU) in Canberra, Australia, in 2010 with a dual degree in finance and administration. After that, he had worked in business development for a medical firm in Laos for 6-7 years with responsibilities ranging from negotiation to dealing a contract with clients. The experience is considered to be his learning opportunity involving dos and don’ts, especially the understanding that there is no single formula for negotiating with both local and foreign customers. Successful negotiation requires the understanding of culture and business operating style of each nation.

Target Magazine is highly interested in the beginning of this company because this business is not Mr. Chandavong’s area of expertise. He told us that at first, business partners found his profile via Linkedin and got in contact with him. Then, they met and discussed about the potential of establishing this business in Laos. Due to the excitement and challenges, Mr. Chandavong decided to partner with the business group. Being the first to officially introduce this kind of business in Laos benefits UniqTek due to the lack of competition. Thus, it can be said that UniqTek by now has no direct competitors despite the existence of IT, server or application development firms. The companies only focus on the general IT service, hence have not been considered as UniqTek’s competitors yet.

When asking about difficulties, Mr. Chandavong answered with laughter that “the difficult thing is to ensure that clients understand our business as a technological service provider, which is a new thing in Laos, despite the fact that it has been around for many years worldwide. Therefore, we need to increase awareness for public acceptance and behavioral change, which is highly challenging. In addition, training staff is also challenging because the technology we are dealing with is very new and has not been taught by any educational institution in Laos.”

For this reason, the company’s strategy is to disseminate information to Lao market to stipulate understanding and demand for this new technology. Currently, the world is changing and Laos has to keep up before being left behind. Therefore, the first 2 years of UniqTek was full of challenges, especially the first 6 months when the firm had no customers at all. Nowadays, UniqTek Laos is able to cover 99% of the Lao market. The company is so proud that they have succeeded in creating a new standard in this area. People have to re-shape their way of looking at challenges as not obstacles, but business opportunities which need to overcome.

Throughout the 5-year operation, Mr. Chandavong has found out that he would like to become the most reliable partner in this business area. It does not mean to be number 1, but as an entity which customers put their utmost trust upon. His previous business achievements proved this point making him well accepted by other business partners. Even when other companies offer an underpriced service, clients still trust and stay loyal to his company. Before reaching this stage, UniqTek Laos has done so many things to build this trust, especially via their outstanding after-sale service.

Another challenge refers to personnel issue. This business was founded from scratch without fund to hire professional consultants. As a result, the company had to recruit student interns for training. Since this is not his area of expertise, Mr. Chandavong has been educating himself through Youtube and rely on his foreign business partners to train the staff. To date, staff recruited in the very first day are still with the firm revealing the intension of the business that does not focus too much on short-term profit. The company is proud of its contribution to the national alongside human resource development. When being asked about the future plan, Mr. Chandavong told us that he would try his best to maintain this standard. Being number 1 is tough, but to maintain such status is even tougher.

He suggested that clear goals are highly necessary for starting a business. One should be thoughtful on every step from 1 to 10. For instance, who are our competitors, market or customers? How to access financial sources? And so on. This will help us figure out issues and plan solutions when they arise. If the business does not go as planned, do you have a back-up plan for it? This resembles the making of a life plan. It does not have to be a perfect thought, but at least you should consider on every aspect, both positive and negative. SMEs should focus on this in order to strengthen themselves and survive sustainably in the era when foreign investors, who have more capital and technology, are increasingly interested in doing business in Laos.

Since UniqTek’s main clients are the public sector, Mr. Chandavong would like to urge the Government to give more opportunities to Lao companies. There are still numerous Lao firms which were founded by entrepreneurs with enthusiasm who well understand and are capable of solving any problem as effective as foreign companies.

Comments