ສ້າງຈິດສຳນຶກຜູ້ປະກອບການແບບໃໝ່.

ດ້ວຍສະພາບເສດຖະກິດໃນຍຸກປັດຈຸບັນໂດຍສະເພາະໃນເງື່ອນໄຂທີ່ງົບປະມານແຫ່ງລັດຍັງຂາດແຄນລັດຖະບານໄດ້ມີທິດທາງປັບປຸງລະບົບການຈັດຕັ້ງຂອງລັດໃຫ້ມີຄວາມກະທັດຮັດໂດຍເນັ້ນໃສ່ປະສິດທິພາບຫຼາຍກວ່າປະລິມານ. ດັ່ງນັ້ນ, ລັດຖະບານຈຶ່ງໄດ້ອະນຸມັດຕົວເລກລັດຖະກອນໃໝ່ສຳລັບປີ 2019 ຈຳນວນພຽງແຕ່ 1.500 ຄົນໃນຂອບເຂດທົ່ວປະເທດ ຫຼຸດລົງຈາກປີຜ່ານມາ 50%.

ນີ້ກໍເປັນການສົ່ງສັນຍານເບື້ອງຕົ້ນຂອງລັດຖະບານວ່າພາກເອກະຊົນຄວນປະກອບສ່ວນໃນການສ້າງວຽກເຮັດງານທຳໃຫ້ຫຼາຍຂຶ້ນກວ່າເກົ່າເພື່ອຮອງຮັບບັນດິດທີ່ຈົບໃໝ່ໃນແຕ່ລະໄລຍະ ແລະ ກຳລັງແຮງງານທີ່ໜຸ່ມນ້ອຍ ເນື່ອງຈາກວ່າ ສປປ ລາວ ແມ່ນໜຶ່ງໃນປະເທດຂົງເຂດອາຊຽນທີ່ມີປະຊາກອນໜຸ່ມອາຍຸຕໍ່າກວ່າ 25 ປີລົງມາ ກວມເອົາອັດຕາສ່ວນ 60% ຂອງພົນລະເມືອງລາວ (United Nations Population Fund/UNFPA 2015). ພ້ອມນັ້ນ, ກໍຕ້ອງຊຸກຍູ້ໃຫ້ພວກເຂົາເຫຼົ່ານັ້ນກາຍເປັນຜູ້ປະກອບກິດຈະການທີ່ຈະສ້າງວຽກເຮັດງານທຳຕໍ່. ທັງໝົດນັ້ນ ກໍເພື່ອຜັນຂະຫຍາຍນະໂຍບາຍຫຼຸດຜ່ອນຄວາມທຸກຍາກ ແລະ ຊຸກຍູ້ການເຕີບໂຕທາງດ້ານເສດຖະກິດຂອງຊາດ.ຍ້ອນແນວນັ້ນລະບົບການສຶກສາຂອງລາວກໍຄວນໄດ້ມີການປັບປຸງໃຫ້ແທດເໝາະເພື່ອສ້າງຊັບພະຍາກອນມະນຸດທີ່ຊາດຕ້ອງການໃນສະພາບການປ່ຽນ ແປງໃໝ່.

ໄລຍະຜ່ານມາ ສປປ ລາວ ໄດ້ຮັບການຊ່ວຍເຫຼືອຈາກຜູ້ໃຫ້ທຶນຕ່າງປະເທດເຂົ້າໃນວຽກງານ ສົ່ງເສີມການເປັນຜູ້ປະກອບກິດຈະການ ແລະ ກໍອີງໃສ່ການຊ່ວຍເຫຼືອດັ່ງກ່າວເປັນຫຼັກ ໃນການນຳສະເໜີການຮຽນການສອນກ່ຽວກັບການເປັນຜູ້ປະກອບກິດຈະການ ຫຼືEntrepreneurial Learning(EL). ຕົວຢ່າງ:ອົງການແຮງງານສາກົນ (International Labour Organization – ILO) ໄດ້ໃຫ້ການຊ່ວຍເຫຼືອແກ່ກະຊວງສຶກສາທິການ ແລະ ກິລາ ໃນການນຳສະເໜີອົງປະກອບ EL ພາຍໃຕ້ຫົວຂໍ້ “ຮູ້ກ່ຽວກັບທຸລະກິດ” ຫຼືKnow about Business (KAB) ທີ່ໄດ້ຖືກຮັບຮອງ ແລະ ບັນຈຸເຂົ້າໃນຫຼັກສູດການຮຽນການສອນໃນໂຮງຮຽນມັດທະຍົມສຶກສາຕອນປາຍ ນັບແຕ່ປີ 2010 ເປັນຕົ້ນມາ. ໃນຂະນະທີ່,​ ການສຶກສາດ້ານວິຊາຊີບຢູ່ ສປປ ລາວ ໄດ້ຮັບການຊ່ວຍເຫຼືອຈາກບັນດາຜູ້ໃຫ້ທຶນ ເຊັ່ນ: ອົງການຮ່ວມມືລະຫວ່າງປະເທດຂອງ ສ. ເກົາຫລີ (Korea International Cooperation Agency – KOICA)  ພາຍໃຕ້ໂຄງການປັບປຸງສະຖາບັນເພື່ອພັດທະນາທັກສະ ລາວ-ເກົາຫລີ, ແລະ ໂຄງການຮ່ວມມືລາວ-ເຢຍລະມັນ ເພື່ອພັດທະນາໂຮງຮຽນວິຊາຊີບ ແລະ ການອົບຮົມວິຊາຊີບ ທີ່ແຂວງໄຊຍະບູລີ ແລະ ຫົວພັນ. ພ້ອມນັ້ນ, ທະນາຄານພັດທະນາອາຊີ (Asian Development Bank – ADB) ຍັງໃຫ້ການຊ່ວຍເຫຼືອສ້າງຄວາມເຂັ້ມແຂງແກ່ 4 ມະຫາວິທະຍາໄລໃຫຍ່ຂອງສປປ ລາວ ຢູ່ແຂວງ ຈຳປາສັກ,​ ນະຄອນຫຼວງວຽງຈັນ,​ ສະຫວັນນະເຂດ ແລະ ຫຼວງພະບາງ ໂດຍເນັ້ນໃສ່ສ້າງຄວາມເຂັ້ມແຂງໃນການອົບຮົມຜູ້ປະກອບກິດຈະການ ຜ່ານການພັດທະນາມາດຕະຖານ, ຫຼັກສູດ ແລະ ເຄື່ອງມືສິດສອນ. ນອກຈາກນັ້ນ, ບັນດາມະຫາວິທະຍາໄລຂອງລາວ ກໍຕື່ນຕົວຫຼາຍຂຶ້ນ ກ່ຽວກັບ ການພັດທະນາລະບົບ  EL ໃນມະຫາວິທະຍາໄລຂອງຕົນ ຄືໃນມໍ່ໆມານີ້ ມະຫາວິທະຍາໄລແຫ່ງຊາດລາວ ກໍໄດ້ໄປຢ້ຽມຢາມມະຫາວິທະຍາໄລໂກເບ ທີ່ປະເທດຢີ່ປຸ່ນ ເພື່ອປຶກສາຫາລືກ່ຽວກັບ ການອົບຮົມຜູ້ປະກອບການ ແລະ ຊອກຫາຊ່ອງທາງຮ່ວມມືກັນໃນອະນາຄົດ.

ເຖິງວ່າ ສປປ ລາວ ໄດ້ລິເລີ່ມສ້າງນະໂຍບາຍສະໜັບສະໜູນການເຊື່ອມອົງປະກອບສຳຄັນຂອງ EL ເຂົ້າໃນລະບົບການສຶກສາຂອງລາວແລ້ວ ແຕ່ກໍຍັງຢູ່ໃນໄລຍະຕົ້ນຂອງການພັດທະນາ. ອີງຕາມການປະເມີນດັດສະນີນະໂຍບາຍສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ຂອງອາຊຽນ 2018 ສປປ ລາວ ແມ່ນຖືກຈັດຢູ່ໃນອັນດັບທ້າຍໆ ໃນຂົງເຂດວຽກງານນີ້ ເມື່ອທຽບໃສ່ປະເທດອາຊຽນອື່ນໆ ດ້ວຍຄະແນນ 2,29 ຈາກ 6 ຄະແນນ ຊຶ່ງຈັດຢູ່ໃນລະດັບທີ່ດີກວ່າ ມຽນມາ ພຽງປະເທດດຽວ. ຫຼາຍປະເທດໃນຂົງເຂດອາຊຽນ ໄດ້ບັນຈຸວິຊາຜູ້ປະກອບກິດຈະການ ເຂົ້າໃນຫຼັກສູດແຫ່ງຊາດເປັນທີ່ຮຽບຮ້ອຍແລ້ວ; ໃນຂະນະທີ່ ສປປ ລາວ ກຳລັງຂຸ້ນຂ້ຽວຈັດຕັ້ງຜັນຂະຫຍາຍ ແຜນພັດທະນາຂະແໜງສຶກສາ ແລະ ກິລາ 2016-2020 ທີ່ແນໃສ່ເສີມຂະຫຍາຍຫຼັກສູດມັດທະຍົມສຶກສາ ທີ່ກວມເອົາເນື້ອໃນຂອງວິຊາຊີບຂັ້ນພື້ນຖານ ແລະ ການເປັນຜູ້ປະກອບກິດຈະການ, ແລະ ແຜນພັດທະນາວິສາຫະກິດຂະຫນາດນ້ອຍ ແລະ ກາງ 2016-2020 ກໍານົດນະໂຍບາຍສ້າງ ແລະ ພັດທະນາຜູ້ປະກອບກິດຈະການໃໝ່ ເປັນໜຶ່ງໃນ 7 ນະໂຍບາຍສົ່ງເສີມວິສາຫະກິດຂະຫນາດນ້ອຍ ແລະ ກາງ ໂດຍແນໃສ່ໃຫ້ມີການສ້າງ ແລະ ບັນຈຸຫຼັກສູດການກໍ່ສ້າງຜູ້ປະກອບກິດຈະການ ເຂົ້າໃນລະບົບການສຶກສາຊັ້ນສູງ ແລະ ອາຊີວະສຶກສາຂັ້ນຕ່າງໆນຳອີກ.

ມີຄຳເວົ້າທີ່ວ່າ “ການຫວ່ານເມັດພືດທີ່ດີ ຂອງການເປັນຜູ້ປະກອບກິດຈະການ ແມ່ນຍາກກ່ວາ ການລົງທຶນໃສ່ການພັດທະນາຊັບພະຍາກອນມະນຸດຫຼື ວິທີການຜະລິດສິນຄ້າ ໃນໄລຍະເວລາໃດໜຶ່ງ.” ແນວຄິດຜູ້ປະກອບກິດຈະການແມ່ນການປ່ຽນມຸມມອງຂອງຄົນ ໃຫ້ສາມາດແນມເຫັນໂອກາດທາງການຄ້າສ້າງແນວຄວາມຄິດໃຫ້ກາຍເປັນຮູບປະທຳ. ສິ່ງສຳຄັນ ຜູ້ປະກອບກິດຈະການ ຕ້ອງມີຫົວຄິດປະດິດສ້າງໃນການອອກແບບ ແລະ ພັດທະນາທຸລະກິດ ເປັນຜູ້ຈັດຕັ້ງ ແລະ ບໍລິຫານຈັດການ ທຸລະກິດທີ່ດຳເນີນທ່າມກາງຄວາມສ່ຽງ ເພື່ອສ້າງຜົນກຳໄລ. ການປັບປ່ຽນມຸມມອງຈາກແນວຄິດຊາວນາ ແນວຄິດກຳມະກອນ ບໍ່ສາມາດເກີດຂຶ້ນໄດ້ໃນໄລຍະຂ້າມຄືນ ແຕ່ມັນຕ້ອງໄດ້ຖືກບຳລຸງລ້ຽງໃຫ້ຄ່ອຍໆເຕີບໃຫຍ່ ນັບຕັ້ງແຕ່ຊັ້ນປະຖົມພຸ້ນ ຂຶ້ນມາຮອດການສຶກສາລະດັບສູງ. ສະນັ້ນ ຫຼັກສູດສ້າງຜູ້ປະກອບກິດຈະການ ທີ່ຈະມີປະສິດທິຜົນ  ຄວນຖືກບັນຈຸເຂົ້າໃນລະບົບການສຶກສາ ນັບຕັ້ງແຕ່ຊັ້ນປະຖົມຂຶ້ນມາ ເພື່ອປູກຈິດສຳນຶກຄວາມເປັນຜູ້ປະກອບກິດຈະການ ໃຫ້ແກ່ຄົນຮຸ່ນຫຼັງ. ດ້ວຍເຫດຜົນທີ່ກ່າວມາທັງໝົດ ລັດຖະບານຈຶ່ງຄວນເອົາໃຈໃສ່ຊຸກຍູ້ໃຫ້ບັນຈຸ ຫຼັກສູດການຮຽນ ກ່ຽວກັບ ການເປັນຜູ້ປະກອບກິດຈະການ ເຂົ້າໃນໂຮງຮຽນ ໃນທຸກລະດັບຂອງການສຶກສາ ເພື່ອເຮັດໃຫ້ ສປປ ລາວ ໄດ້ຮັບຜົນປະໂຫຍດຈາກການມີແຮງງານໜຸ່ມຈຳນວນຫຼາຍ. ທັງເພື່ອຮັບປະກັນຄວາມມີປະສິດທິຜົນ ຂອງຫຼັກສູດການສຶກສາການເປັນຜູ້ປະກອບກິດຈະການ ເຊິ່ງຈຳເປັນຕ້ອງໄດ້ເຊື່ອມໂຍງການຕິດຕາມປະເມີນຜົນ ເຂົ້າໃນການສຶກສາດັ່ງກ່າວ. ສິ່ງສຳຄັນອີກຢ່າງໜຶ່ງ ກະຊວງສຶກສາ ແລະ ກິລາ ຄວນນຳໃຊ້ບົດຮຽນຈາກການຊ່ວຍເຫຼືອຂອງຜູ້ໃຫ້ທຶນຕ່າງປະເທດ ເຂົ້າໃນການປັບປຸງຍຸດທະສາດ ການປະກອບກິດຈະການ ເພື່ອຊ່ວຍໃຫ້ສາມາດນຳສະເໜີ ແຜນຍຸດທະສາດແຫ່ງຊາດ ແລະ ໂຄງການທີ່ກ່ຽວກັບການສົ່ງເສີມຜູ້ປະກອບການຕໍ່ໄປໃນອະນາຄົດ.

(ວາລະສານທາເກັດ ສະບັບ 155 ເດືອນມິຖຸນາ 2019 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe, ຮ້ານ The pizza company ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

increase awareness among new type of entrepreneurs

      According to the current economic situation, especially when the Government is experiencing budget shortage, it comes up with a direction to improve the public organization structure focusing more on quality than quantity. Therefore, the Government decided to approve a new number of public servants in 2019 to be 1,500 nationwide, decreased by 50% from the last year. This is the first sign from the Government pushing the private sector in creating more jobs to accommodate new graduates and young labors because the Lao PDR is one of ASEAN’s biggest in number of population under 25, about 60% of total population (United Nations Population Fund/UNFPA 2015). In addition, private sector should support them in becoming new entrepreneurs to help creating more jobs. All these are promoted to support the implementation of the poverty reduction policy and national economic growth. Lao education sector should also adapt accordingly to help building human resource required by the country in this changing era.

Previously, Lao PDR received numerous aids from foreign donors to promote entrepreneurship. With such assistance, we were introduced to the Entrepreneurial Learning (EL). For instance: the International Labor Organization (ILO) helped Ministry of Education and Sports in introducing elements of EL under a topic “Know about Business (KAB)” which was approved and has been incorporated into the upper secondary curriculum since 2010. In the meantime, Lao vocational education has also been promoted by development partners as well. For example: the Korea International Cooperation Agency (KOICA) under the Laos-Korea project for improving educational institutes for capacity-building, and Lao-German cooperation project for developing technical vocational education and training in Xayabouly and Huaphan. Furthermore, the Asian Development Bank (ADB) provided aid to strengthen Lao 4 main universities in Champasack, Vientiane, Savannakhet and LuangPrabang by concentrating on strengthening entrepreneurial training through the development of associated standards, curriculums and teaching materials. In addition, Lao universities have become increasingly aware of the EL development within their own university. Recently, the National University of Laos visited Kobe University in Japan to discuss about entrepreneurial training and seek ways to cooperate in the future.

Although the Lao PDR has begun a policy supporting crucial elements for incorporating EL into its educational system, it is still in initial stage. According to the ASEAN SME Policy Index 2018, Lao PDR was ranked at the bottom in this field of work comparing to other ASEAN member states with a score of 2.29 out of 6 beating only Myanmar. Many ASEAN countries already incorporated EL into their national curriculum, while the Lao PDR is in the process of implementing the education and sport development plan 2016-2020 with an aim of expanding the secondary curriculum covering basic vocational and entrepreneurial learning; SME development plan 2016-2020 issuing 7 SME promotion policies, especially the policy for building and developing new entrepreneurs, by focusing on creating and incorporating EL program into the higher education and vocational system.

There is a saying “for entrepreneurs to lay good seeds is more difficult than to invest in human resources or production methods at a certain time.” Entrepreneurs should be able to alter people’s perspective enabling them to see opportunities and turn ideas into a reality. What’s more, entrepreneurs must be creative in designing and developing their business, while being able to organize and manage their company to avoid risks and make profits. Changing the way we used to think from a farmer or labor worker’s perspective towards the entrepreneurial thinking cannot happen overnight. It needs to be grown from the primary up until tertiary level. Thus, an effective EL program should be incorporated into the education system starting from the primary level to create entrepreneurial awareness among the new generation. For these reasons, the Government should strongly support the teaching of EL at all education levels to benefit the Lao PDR of having increasing supply of young entrepreneurs. Close monitoring for EL should also be implemented to ensure the effectiveness of the program. Another crucial thing, Ministry of Education and Sports should learn from foreign donors in improving entrepreneurial strategy to help implementing the national strategy as well as projects promoting entrepreneurs in the future.

 

Comments