“ມະນຸດ ກັບ AI” ສິ່ງໃດຕອບໂຈດທຸລະກິດໄດ້ຫຼາຍກວ່າກັນ?

ການມາເຖິງຂອງຍຸກ Digital ໄດ້ສ້າງຄວາມປ່ຽນແປງແບບກ້າວກະໂດດແກ່ມະນຸດໃນທົ່ວໂລກ, ມີເຕັກໂນໂລຊີຫຼາກຫຼາຍເຂົ້າມາສ້າງຄວາມສະດວກສະບາຍໃນການດໍາລົງຊີວິດ, ວຽກຫຼາຍຢ່າງທີ່ມະນຸດເຄີຍຕ້ອງໃຊ້ແຮງງານ ແລະ ລົງມືເຮັດດ້ວຍຕົນເອງ ໄດ້ມີສິ່ງທີ່ເອີ້ນວ່າ:AI ເຂົ້າມາເຮັດໜ້າທີ່ແທນ. ຫຼາຍປີກ່ອນ ເຄີຍມີການຕື່ນຕົວ ແລະ ເວົ້າເຖິງໃນວົງກວ້າງ ກ່ຽວກັບການນໍາເອົາ AI (Artificial Intelligence) ຫຼືປັນຍາປະດິດ ເຂົ້າມາສູ່ຕະຫຼາດແຮງງານ ເພື່ອທົດແທນການຈ້າງແຮງງານຄົນເປັນຈຳນວນຫຼາຍ, ເຮັດໃຫ້ສ້າງຄວາມກັງວົນໃຫ້ແກ່ຜູ້ຄົນໃນຫຼາກຫຼາຍສາຂາອາຊີບ. ບົດຄວາມຕໍ່ໄປນີ້ ຜູ້ຂຽນຈຶ່ງຢາກ ວິເຄາະເຖິງແງ່ມຸມ, ຂໍ້ຄິດດີໆ ກ່ຽວກັບການນໍາເອົາເຄື່ອງມື AI ເຂົ້າມາໃຊ້ໃນທຸລະກິດວ່າ ຈຸດໃດຄວນນໍາເຂົ້າມາ ແລະ ຈຸດໃດທີ່ບໍ່ຄວນນໍາເຂົ້າມາໃຊ້ ໃຫ້ຜູ້ອ່ານໄດ້ພິຈາລະນານໍາກັນ!!!

ຈາກຮູບແບບການເຮັດວຽກຂອງມະນຸດ ແລະ AI ໄດ້ຖືກວິເຄາະເອົາໄວ້ຫຼາກຫຼາຍ ໂດຍມີຜົນໄດ້ຮັບທີ່ເປັນໄປໃນທິດທາງດຽວກັນວ່າ AI ນັ້ນມີຄຸນສົມບັດເດັ່ນໃນການເຂົ້າມາເພິີ່ມຊ່ອງວ່າງບາງຂໍ້ ທີ່ຄົນເຮົາບໍ່ສາມາດເຮັດໄດ້ເຊັ່ນ:

  • AI ສາມາດເຝິກຝົນຕົນເອງໄດ້ຕະຫຼອດເວລາ: ຕົວຢ່າງເຊັ່ນ: Open AI ທີ່ສະໜັບສະໜູນການພັດທະນາ ໂດຍ ອີລອນ ມັດ (Elon Musk) ຜູ້ສ້າງຕັ້ງ ແລະ ຜູ້ບໍລິຫານ ບໍລິສັດສະເປສເອັກ (Spacex) ໂດຍໃຫ້ AI ໄດ້ທົດລອງຫຼິ້ນເກມ DotA2 ກັບມະນຸດ ເຊິ່ງ AI ທີ່ໃຊ້ໃນການທົດລອງຈະຖືກໂປຣແກຣມເຝິກຝົນ, ພັດທະນາຕົນເອງຢູ່ຕະຫຼອດເວລາ ຈຶ່ງປຽບໄດ້ກັບ 30 ຊົ່ວອາຍຸຄົນຂອງມະນຸດ ເຊິ່ງ AI ໃຊ້ເວລາພຽງ 2 ອາທິດເທົ່ານັ້ນ.
  • ສາມາດເຮັດວຽກໄດ້ 24 ຊົ່ວໂມງ, 7 ມື້ຕໍ່ອາທິດໂດຍບໍ່ໄດ້ພັກຜ່ອນ: ແລະ ບໍ່ມີບັນຫາສຸຂະພາບມາລົບກວນ ເຊິ່ງຈຸດດີຂໍ້ນີ້ເອງເຮັດໃຫ້ປັນຍາປະດິດ ເໝາະສົມກັບການນໍາໄປເຮັດວຽກໃນລະບົບຕ້ອນຮັບລູກຄ້າ ເຊັ່ນ: ລະບົບຫຸ່ນຍົນຕອບຂໍ້ຄວາມ (Chat bot) ມາຕອບຄໍາຖາມລູກຄ້າ, ຕອບ Email ໃນພາກທຸລະກິດຕ່າງໆ
  • AI ບໍ່ມີອາລົມຄວາມຮູ້ສຶກ: ວຽກທີ່ຫຼາຍຄົນໜັກໃຈ ກໍຄືການຮັບສາຍລູກຄ້າຈາກບັນຫາການໃຊ້ວຽກຂອງທຸລະກິດຕ່າງໆ ໃນຮູບແບບ Call Center ນັ້ນ ປັນຍາປະດິດສາມາດເຂົ້າມາແທນທີ່ໄດ້ຢ່າງງ່າຍດາຍ, ພວກມັນສາມາດເຮັດວຽກນີ້ໄດ້ແບບບໍ່ມີອາລົມ ແລະ ຄວາມຮູ້ສຶກ ບໍ່ວ່າຈະໄດ້ຮັບການຕໍານິພຽງໃດກໍຕາມ, ພ້ອມທັງຍັງສາມາດໃຫ້ການປະມວນຜົນ ຂໍ້ມູນເຊື່ອມໂຍງບັນຫາເຂົ້າກັບວິທີແກ້ໄຂຕ່າງໄດ້ຢ່າງໄວວາ.
  • AI ສາມາດຈັດການຂໍ້ມູນຈໍານວນຫຼາຍໄດ້ດີ: ທັງໃນເລື່ອງການຊອກຂໍ້ມູນ, ການນໍາໃຊ້ຂໍ້ມູນມາປະມວນ, ເອື້ອອໍານວຍປະໂຫຍດຕໍ່ທຸລະກິດຢ່າງຫຼາກຫຼາຍ, ທັງວິເຄາະຮູບແບບພຶດຕິກໍາຜູ້ບໍລິໂພກ, ຄວາມສົນໃຈຂອງຕະຫຼາດຕໍ່ກັບສິນຄ້າປະເພດຕ່າງໆ ແລະ ຊອກແນວທາງການຕະຫຼາດທີ່ເໝາະສົມໄດ້, ອາດຈະເດົາໄດ້ວ່າ ລູກຄ້າກຸ່ມນີ້ຈະຊື້ສິນຄ້າໃດຕໍ່ໄປ ຈຶ່ງເຮັດໃຫ້ສາມາດເຮັດການຕະຫຼາດແບບສະເພາະເຈາະຈົງໄດ້ຫຼາຍຍິ່ງຂຶ້ນເປັນຕົ້ນ.

ແຕ່ໃນຂະນະດຽວກັນສໍາລັບວຽກບາງປະເພດອາດຈະຍັງບໍ່ແມ່ນວຽກຂອງປັນຍາປະດິດໃນປັດຈຸບັນ ໂດຍສະເພາະວຽກທີ່ຕ້ອງໃຊ້ສາມັນສໍານຶກ ແລະ ຈິດວິນຍານໃນການຕັດສິນໃຈ ຫຼືວຽກສ້າງສັນທີ່ຈໍາເປັນຕ້ອງເພິ່ງພາອາລົມ ແລະ ແກ່ນແທ້ຄວາມເປັນມະນຸດ. ຈະກາຍເປັນສິ່ງທີ່ປັນຍາປະດິດຈະຕ້ອງໃຊ້ເວລາພັດທະນາຕໍ່ໄປ. ນອກຈາກນີ້ ຍັງມີການສໍາຫຼວດຂອງບໍລິສັດດີລອຍ (Deloitte) ເມື່ອປີ 2017 ເຖິງມຸມມອງຂອງຜູ້ບໍລິຫານລະດັບສູງ 250 ຄົນ ໃນບໍລິສັດທີ່ນໍາເອົາ ເຕັກໂນໂລຊີ ເຂົ້າມາໃຊ້ໃນທຸລະກິດ ໂດຍລະບຸວ່າ: ມີຜູ້ບໍລິຫານພຽງແຕ່ 22% ເທົ່ານັ້ນ ທີ່ຕ້ອງການໃຫ້ AI ມາເຮັດວຽກແທນພະນັກງານທີ່ເປັນມະນຸດ, ໂດຍ 51% ເຊິ່ງເປັນອັດຕາສ່ວນຫຼາຍທີ່ສຸດຂອງການສໍາຫຼວດ ຕ້ອງການນໍາ AI ເຂົ້າມາໃຊ້ເພີ່ມປະສິດທິພາບຂອງສິນຄ້າ ແລະ ບໍລິການເທົ່ານັ້ນ.

ແນວໃດກໍຕາມ ການພັດທະນາຕົວເອງເຂົ້າສູ່ຕະຫຼາດແຮງງານດ້ານຕ່າງໆຂອງກຸ່ມນັກສຶກສາທີ່ຫາກໍຮຽນຈົບ (First Jobber) ກໍຄວນຈະວາງຕົວເອງຢູ່ໃນຈຸດທີ່ມີເສັ້ນທາງໃນການເຮັດວຽກທີ່ຍືນຍາວ ແລະ ຈະໝັ້ນຄົງຍິ່ງຂຶ້ນຖ້າເປັນພະນັກງານທີ່ບໍ່ຈໍາເປັນຕ້ອງເພິ່ງພາທັກສະຈາກ ປັນຍາປະດິດ ແລະ ສິ່ງທີ່ຜົນການສໍາຫຼວດຢາກບອກກັບຜູ້ປະກອບການກໍຄື ຄວນຄໍານຶງເຖິງກໍາລັງການເຮັດວຽກຂອງມະນຸດ ແລະ AI ວ່າ ວຽກໃດເໝາະສົມກັບໃຜຈະດີທີ່ສຸດ. ເພາະເຖິງວ່າໃນໂລກຈະມີເຕັກໂນໂລຊີທີ່ລໍ້າໜ້າຂະໜາດໃດ ແຕ່ຖ້າບໍ່ມີຄົນນໍາມາໃຊ້ໃນທຸລະກິດໃຫ້ເກີດປະໂຫຍດ ສິ່ງເຫຼົ່ານັ້ນກໍຈະບໍ່ມີຄຸນຄ່າຫຍັງທັງໝົດ.

(ວາລະສານທາເກັດ ສະບັບ 156 ເດືອນກໍລະກົດ 2019 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe, ຮ້ານ The pizza company ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

 

“Human vs. AI.”

Which can respond to business needs better?

        The arrival of digital has tremendously altered people’s life across the globe. There are a number a technologies existed to facilitate their life. AI has been able to take place in manual works which used to be carried out by human. Many years ago, the application of AI replacing human in manual works was a talk-of-the-town yielding concerns for people in various professional fields. In this article, the writer would like to present an analysis and ideas on the application of AI in business so that dear readers can consider whether it is good to use it or not.

In comparison between human and AI in terms of working performance, it can be seen that AI is capable in filling a gap or doing something that human is incapable of, for instance:

  • AI develops itself all the time: For example: Open AI supported by Elon Musk, Founder and CEO of SpaceX, was tested through the DotA2 gameplay with human. The AI was programed to keep improving its algorithm at all times. It spent only 2 weeks and developed itself as equivalent as those with 30 years of age.
  • AI can function 24/7 without resting: AI has no health issues. This fact is another advantage of AI that fits well with a reception work. It is used in the form of Chat bot to help answering customer’s enquiries, respond to business emails and so on.
  • AI has no emotion: Being a call center can be worrisome and stressful for many workers as they have to deal with different kind of business customers. AI can take charge of this job very easily. Because they have no emotion, they can handle complaints effectively, while being able to process information received swiftly and provide solutions for clients accordingly.
  • AI can effectively handle a vast amount of data. Not only that, AI can help with data searching and processing to facilitate business in various forms. The technology can analyze consumer’s behaviors and market interest, as well as offer proper prediction on market trend, which good will be purchased by consumers. This helps entrepreneurs market their business more specifically.

Despite uses of AI, there are still tasks the technology cannot fit well, especially works which require common sense, mentality, emotion or human nature in making decision or performing specific tasks. AI needs to be developed further to be capable of performing this kind of work. According to a survey by Deloitte in 2017 among 250 CEOs regarding their opinions for applying technologies in business, only 22% supports the adoption of AI in place of human labors, whereas 51%, the largest proportion of the survey, only need AI to enhance their product and service quality.

All in all, newly-graduated students or first jobbers should focus on positioning and developing themselves properly and sustainably in labor market without relying too much on AI. What the above-mentioned survey implies is that entrepreneurs should take into consideration of which task best fit human and AI. Technology can be highly advanced, but without being used by human, it will be just a worthless creation.

 

Comments