ເປົ້າໝາຍໃນອະນາຄົດ ພວກເຮົາຈະເຕີບໃຫຍ່ຢ່າງໝັ້ນຄົງ

ຂຶ້ນປົກໃນສະບັບເດືອນສິງຫາ 2019 ພວກເຮົາໄດ້ຮັບກຽດສໍາພາດ ທ່ານ ສຸກສະໝອນ ສີຫາເທບ ປະທານ ແລະ ຜູ້ບໍລິຫານ ບໍລິສັດມະນີຍົມກຣຸບ ຜູ້ລິເລີ່ມນໍາເອົາລົດຍີ່ຫໍ້ “ເຊບໂຣເລດ” ເຂົ້າມາຈໍາໜ່າຍຢ່າງເປັນທາງການໃນສປປ ລາວ ພ້ອມທັງບຸກເບີກຕະຫຼາດຈໍາໜ່າຍ ແລະ ສາມາດເຂົ້າເຖິງລູກຄ້າກຸ່ມເປົ້າໝາຍໄດ້ຢ່າງໜ້າເພິ່ງພໍໃຈ ເມື່ອສົມທຽບກັບລົດໃນລະດັບດຽວກັນ ທີ່ເປີດຕົວມາກ່ອນໜ້ານີ້ປະມານ 15-20 ປີ. ພ້ອມນີ້ທ່ານຍັງຈະມາເປີດເຜີຍໃຫ້ຮູ້ເຖິງ ແຜນການພັດທະນາໃນອະນາຄົດຂອງ “ເຊບໂຣເລດ ລາວ” ແລະ “ໂປຣໂມຊັນ” ດີໆທີ່ລູກຄ້າຈະໄດ້ຮັບແບບສຸດຄຸ້ມ.

 

ທ່ານ ສຸກສະໝອນ ສີຫາເທບ ປະທານ ກຸ່ມບໍລິສັດ ມະນີຍົມ ກຣຸບ ໄດ້ເຄີຍໃຫ້ກຽດສຳພາດກັບທາງວະລະສານ Target Magazine ໃນເດືອນ ມີຖຸນາ 2012 ກ່ອນເປີດຕົວ Showroom Chevrolet ຢ່າງເປັນທາງການເຊິ່ງຖືໄດ້ວ່າເປັນຫ້ອງຂາຍແລະສູນບໍລິການຂອງເຊບໂຣເລດທີ່ໃຫຍ່ທີ່ສຸດໃນ South East Asia (ອາຊີຕາເວັນອອກສ່ຽງໃຕ້) ມາເຖິງປັດຈຸບັນກ້າວເຂົ້າສູ່ປີທີ່ 7 ເຊິ່ງຈະຄົບຮອບໃນວັນທີ 12-12-2019 ທີ່ທາງເຊບໂຣເລດລາວ ໄດ້ເປີດຕົວຢ່າງເປັນທາງການໃນ ສປປ ລາວ ເຊິ່ງໃນໂອກາດນີ້ທາງວາລະສານ Target Magazine ຈຶ່ງຢາກຂໍສະເໜີຖາມ ທາງປະທານ ສຸກສະໝອນ ເຖິງການດຳເນີນງານ ແລະ ຄວາມເຕີບໃຫຍ່ຂອງ ເຊບໂຣເລດ ລາວ ໃນຕະຫຼອດໄລຍະເວລາ 7ປີທີ່ຜ່ານມາລວມທັງແຜນການພັດທະນາ ແລະ ເປົ້າໝາຍໃນອະນາຄົດໄດ້ວາງໄວ້ຄືແນວໃດ ?

ກ່ອນອື່ນກໍຕ້ອງຂໍສະບາຍດີທ່ານຜູ້ອ່ານວາລະສານ ທາເກັດທຸກທ່ານ ລວມທັງຂໍຂອບໃຈທາງວາລະສານ ທີ່ໄດ້້ໃຫ້ກຽດເຂົ້າມາສຳພາດ ແລະ ເລັງເຫັນຄວາມເຕີບໃຫຍ່ຂອງ ເຊບໂຣເລດ ລາວ ໃນໄລຍະກວ່າ 7ປີທີ່ຜ່ານມາ ເຊິ່ງໃນຕະຫຼອດໄລຍະເວລານີ້ ທາງເຊບໂຣເລດ ລາວ ເຮົາໄດ້ເຕີບໃຫຍ່ຢ່າງໝັ້ນຄົງ ຍົກຕົວຢ່າງເຊັ່ນ: ພວກເຮົາໄດ້້ນໍາລົດລຸ້ນໃໝ່ໆເຂົ້າມາສູ່ຕະຫຼາດເພື່ອໃຫ້ເປັນທາງເລືອກໃໝ່ແກ່ລູກຄ້າຫຼາຍກວ່າ 10ລຸ້ນ ຕັ້ງແຕ່ລຸ້ນນ້ອຍສຸດ (Spark) ໄປຈົນເຖິງລຸ້ນໃຫຍ່ລະດັບ ຫຼູຫຼາ (Premium) ສໍາລັບຜູ້ບໍລິຫານລະດັບສູງ ເຊັ່ນ:Tahoeແລະ Suburban ເຊິ່ງເປັນການຍາດສ່ວນແບ່ງຂອງຕະຫຼາດໃນທຸກ ຂະໜາດ (Segment), ການຂະຫຍາຍສາຂາອອກໄປຕ່າງແຂວງ 2 ສາຂາ (ຈໍາປາສັກ ແລະ ສະຫວັນນະເຂດ) ລວມທັງມີແຜນທີ່ຈະຂະຫຍາຍເພີ່ມສາຂາໃນທາງພາກເໜືອອີກໃນໄລຍະ 1-2 ປີທີ່ຈະເຖິງນີ້, ການໄດ້ຮັບຄວາມໄວ້ວາງໃຈຈາກໂຄງການໃຫຍ່ໆ ລະດັບປະເທດເຊັ່ນ: ໂຄງການສ້າງໂຮງງານໄຟຟ້າເມືອງຫົງສາ (ບ້ານປູ-ຫົງສາ) ທີ່ໝັ້ນໃຈໃນຄວາມແຂງຄວາມທົນແລະ ການບໍລິການຂອງເຊບໂຣເລດ ເຊິ່ງພວກເຮົາກໍໄດ້້ເປີດສູນບໍາລຸງຮັກສາໃຫ້ກັບໂຄງການທີ່ເມືອງຫົງສາເຊັ່ນດຽວກັນ, ການສະໝອງວຽກບໍລິການຫຼັງການຂາຍທີ່ຍົກລະດັບສີມື ນາຍຊ່າງລວມທັງການໃຊ້ເຕັກໂນໂລຊີສະໄໝໃໝ່ມາຊ່ວຍໃນການກວດສອບຫາສາເຫດຂອງບັນຫາລົດລູກຄ້າ,ການສະໜອງອະໄຫຼຼ່ແທ້ມາດຕະຖານສາກົນເພື່ອຢຶດອາຍຸການໃຊ້ງານຂອງລົດລູກຄ້າອອກໄປໄດ້ຫຼາຍຂຶ້ນ.

(ລາຍລະອຽດເພີ່ມຕື່ມສາມາດຊອກອ່ານໄດ້ໃນວາລະສານທາເກັດ ສະບັບ 157 ເດືອນສິງຫາ 2019 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe, ຮ້ານ The pizza company ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

Our future goal is to strive for stable growth.

Covering this August 2019 issue, we have the honor to interview Mr. SouksamoneSihathep, President and CEO of Manignom Group, who is the first to introduce “Chevrolet” officially in the Lao PDR. He was able to pioneer the Lao market as well as penetrate into the company’s target customers making them satisfied with the vehicle competitively with other brands who had been around for about 10-20 years before. In addition, he will reveal the future development plan of “Chevrolet Lao” including good deals which will be given to all customers.

Mr. SouksamoneSihathep, President of Manignom Group, gave an interview to our magazine once back in June 2012 before the official launch of Chevrolet showroom, the biggest showroom and service center in South East Asia, and this year, in December 12, will mark the 7th anniversary of the establishment of Chevrolet in the Lao PDR. Taking this opportunity, Target Magazine asked Mr. Souksamone regarding the business operation and growth of Chevrolet Lao during the past 7 years including the future development plan as well as goals.

first of all, I would like to greet dear readers, and express my gratitude to Target Magazine for interviewing me and for being interested in the process of our expansion during the past 7 years. During those years, Chevrolet Lao has been growing steadily reflected in the introduction of new options to Lao people via more than 10 models ranging from Chevrolet Spark for ordinary drivers to premium choices for executive level, such as Tahoe and Suburban, allowing our firm to compete for market share at all segments. We have two branches, one in Champasack and another in Savannakhet, and we are planning to expand further in the north in 1-2 years from now. In addition to the above, we have been entrusted by major projects in Laos, namely the Hongsa Power Plant which relies on our strong and durable vehicles for site service. With that, we decided to open a maintenance center exclusively for the Hongsa Project. We provide a good quality after sales service carried out by professional and skillful mechanics in combination with the application of modern technologies to help spotting issues and international standard spare parts to lengthen the durability of our vehicles.

Comments