ທັກສະໃນສະຍຸກ Digital ທີ່ທ່ານຄວນມີ

ເຖິງວ່າບ້ານເຮົາຈະກ້າວເຂົ້າສູ່ຍຸກ “ດີຈິຕອນ” (Digital Age) ມາໄລຍະໜຶ່ງແລ້ວ ແຕ່ກໍເຫັນໄດ້ວ່າມີພຽງຄົນບາງກຸ່ມເທົ່ານັ້ນ ທີີ່ມີທັກສະຄວາມເຂົ້າໃຈ ແລະສາມາດນຳໃຊ້ໂອກາດ ຄວາມສະດວກສະບາຍຂອງຍຸກນີ້ ຈົນໄດ້ຮັບໝາກຜົນທາງກົງຢ່າງຊັດເຈນ. ສະນັ້ນ ທັກສະກ່ຽວກັບຍຸກ “ດີຈິຕອນ”ຈຶ່ງເປັນທັກສະທີ່ມີຄວາມສໍາຄັນ ຈຳເປັນ ແລະ ເປັນທີ່ຕ້ອງການຂອງຕະຫຼາດແຮງງານຫຼາຍ ໂດຍສະເພາະເມື່ອເວົ້າເຖິງການຫັນປ່ຽນຂອງອົງກອນຕ່າງໆ ທີ່ຮຽກຮ້ອງຕ້ອງການຊັບພະຍາກອນບຸກຄົນ ທີ່ມີຄວາມພ້ອມ ເຂົ້າມາຮ່ວມມືຊຸກຍູ້ອົງກອນໃຫ້ກ້າວໄປໃນທິດທາງທີ່ຕ້ອງການ. ສະນັ້ນ ມື້ນີ້ຄໍລຳ Digital Age Transformation ຈຶ່ງຈະມາແນະນຳຜູ້ອ່ານກ່ຽວກັບບັນດາທັກສະ ທີ່ຈຳເປັນຕ້ອງມີ ສຳລັບແຮງງານຍຸກ “ດີຈິຕອນ” ດັ່ງຕໍ່ໄປນີ້:

  1. ການວິເຄາະຂໍ້ມູນ (Data Analysis)

ທ່ານອາດຈະເຄີຍໄດ້ຍິນຄໍາວ່າ “ຄວາມຮູ້ຄືຂຸມຊັບ” ເຊິ່ງຄວາມຮູ້ໃນທີ່ນີ້ ແມ່ນໝາຍເຖິງຖານຂໍ້ມູນຕ່າງໆໃນໂລກອອນໄລ໌ ເຊັ່ນ: ຂໍ້ມູນຜູ້ຊົມໃຊ້, ຕົວເລກສະຖິຕິຕ່າງໆ ແລະອື່ນໆ ເຊິ່ງຫຼາຍຄົນກໍອາດຈະລຶ້ງເຄີຍກັບຄໍາວ່າ “Big Data”ກໍຄືຈໍານວນຂໍ້ມູນອັນມະຫາສານທີ່ຖືກປ່ອຍປະໄວ້ ເຊິ່ງເຮົາຈະຕ້ອງຮູ້ຈັກວິທີຈັດການ ເພື່ອໝູນໃຊ້ໃຫ້ເກີດປະໂຫຍດ ກໍປຽບໄດ້ດັ່ງການເປັນເຈົ້າຂອງ “ຂຸມຊັບ” ທີ່ກິນບໍ່ບົກຈົກບໍ່ແຫ້ງ, ແຕ່ເຖິງຈະມີຂໍ້ມູນຈໍານວນຫຼວງຫຼາຍ ແຕ່ຖ້າທ່ານບໍ່ສາມາດວິເຄາະ ຫຼືຈັດລະບຽບຂອງຂໍ້ມູນເຫຼົ່ານີ້ໄດ້ ຂໍ້ມູນທີ່ເຮົາມີຢູ່ກໍບໍ່ມີຄຸນຄ່າ. ດັ່ງນັ້ນ ທັກສະການວິເຄາະຂໍ້ມູນ ເພື່ອນໍາມາປະເມີນຜົນ ແລະ ນໍາໃຊ້ໃຫ້ເກີດປະໂຫຍດກັບທຸລະກິດ ຈຶ່ງເປັນທັກສະທີ່ມີຄວາມຈໍາເປັນຫຼາຍ ທີ່ທ່ານຄວນເຝິກຝົນຮຽນຮູ້ ແລ້ວບັນດາອົງກອນ ຫຼືບໍລິສັດຕ່າງໆຈະຊອກຫາຕົວທ່ານ ແລະເຊີນທ່ານເຂົ້າຮ່ວມວຽກນຳ.

  1. ການຮັກສາຄວາມປອດໄພຂອງຂໍ້ມູນ “ດີຈິຕອນ” (Digital Security)

ທັກສະໃນດ້ານນີ້ ຄວາມໝາຍກໍຄື ທັກສະຮັກສາຄວາມປອດໄພທາງດ້ານ “ດີຈິຕອນ”ດັ່ງທີ່ກ່າວໄປແລ້ວວ່າ ຍຸກນີ້ມີການບັນທຶກຂໍ້ມູນຢູ່ຢ່າງຫຼວງຫຼາຍ ໂດຍສະເພາະໃນອົງກອນບໍ່ວ່າຈະໃຫຍ່ ຫຼືນ້ອຍ ຕ່າງກໍມີການບັນທຶກຂໍ້ມູນທີ່ຈໍາເປັນຕ້ອງໃຊ້ທັງໝົດ. ແຕ່ຂໍ້ມູນພາຍໃນອົງກອນເປັນເລື່ອງລະອຽດອ່ອນ, ການຮັກສາຂໍ້ມູນໃຫ້ເປັນຄວາມລັບຈຶ່ງແມ່ນບັນຫາຈໍາເປັນທີ່ສຸດ. ທັກສະທີ່ມີຄວາມສໍາຄັນໃນດ້ານການຮັກສາຄວາມປອດໄພທາງ “ດີຈິຕອນ”ຈຶ່ງເປັນອີກທັກສະໜຶ່ງທີ່ມີຄວາມຕ້ອງການເພີ່ມຂຶ້ນ, ເພາະຍິ່ງມີການເກັບຂໍ້ມູນສຳຄັນຫຼາຍຂຶ້ນ ກໍຕ້ອງມີການເຈາະເຂົ້າລະບົບເພື່ອລັກເອົາຂໍ້ມູນ ຈາກຜູ້ບໍ່ຫວັງດີ ຫຼືຄູ່ແຂ່ງ ເພື່ອຫວັງທຳລາຍອົງກອນ ສິ່ງເຫຼົ່ານີ້ຈຶ່ງເປັນເຫດຜົນໃຫ້ທຸກໆອົງກອນຕ້ອງມີບຸກຄະລາກອນທີ່ມີທັກສະທາງດ້ານນີ້ເພື່ອຄວາມໝັ້ນຄົງແລະຍືນຍົງ.

  1. ການຕະຫຼາດ “ດີຈິຕອນ” (Digital Marketing)

Internet ເຮັດໃຫ້ການຕະຫຼາດປ່ຽນແປງໄປຢ່າງຂາດຂັ້ນ, ແນ່ນອນວ່າການຕະຫຼາດແບບດັ້ງເດີມຍັງເປັນທີ່ຕ້ອງການຢູ່ ແຕ່ສໍາລັບການຕະຫຼາດຍຸກ “ດີຈິຕອນ” ກໍເປັນທັກສະໃໝ່ ທີ່ມີຄວາມຕ້ອງການເພີ່ມສູງຂຶ້ນໃນຕະຫຼາດແຮງງານ. ເນື່ອງຈາກເປັນສາຂາໃໝ່ໃນບ້ານເຮົາ ຈຶ່ງຍັງບໍ່ທັນມີຫຼັກສູດສອນໃນໂຮງຮຽນ ຫຼືສະຖາບັນການສຶກສາ, ສ່ວນຫຼາຍເປັນການຮຽນຮູ້ຈາກປະສົບການ ແລະ ການຮຽນຮູ້ດ້ວຍຕົນເອງ ຫຼືຮຽນຮູ້ຈາກປະສົບການຂອງຄູເຝິກຕ່າງໆທີ່ເຮັດສຳເລັດ ມີໝາກຜົນທີ່ດີ ທັກສະດ້ານນີ້ມີຄວາມຈໍາເປັນທີ່ຕ້ອງຮຽນຮູ້ຢ່າງເຈາະເລິກ ບໍ່ແມ່ນວ່າພຽງແຕ່ເຮັດໜ້າທີ່ຊື້ສື່ໃນ Online ເທົ່ານັ້ນ, ແຕ່ຍັງຕ້ອງເກັບຂໍ້ມູນຕ່າງໆເພື່ອມາວິເຄາະ, ຫຼາຍຄົນຮຽນຮູ້ Digital Marketing ເພື່ອໃຊ້ເຄື່ອງມືໃຫ້ເປັນ. ແຕ່ນັ້ນກໍເປັນສ່ວນໜຶ່ງຂອງ Digital Marketing ເທົ່ານັ້ນ, ໃນຄວາມເປັນຈິງແລ້ວ ເຮົາຕ້ອງຮູ້ຕັ້ງແຕ່ເລີ່ມຕົ້ນ ຈົນໄປເຖິງພຶດຕິກໍາຂອງຜູ້ໃຊ້ “ອິນເຕີເນັດ”ແທ້ໆ ແລ້ວນໍາຂໍ້ມູນທີ່ໄດ້ຈາກການໂຄສະນາໄປວິເຄາະຢ່າງຕໍ່ເນື່ອງ ແລ້ວນຳໄປວາງແຜນການຕະຫຼາດ ແລະຈັດຕັ້ງປະຕິບັດ ເພື່ອໃຫ້ໄດ້ໝາກຜົນອອກມາຢ່າງມີປະສິດທິພາບ.

ບັນດາທ່ານ ທັງ 3 ທັກສະທີ່ໄດ້ກ່າວມານັ້ນ ມີຄວາມຈໍາເປັນຫຼາຍສໍາລັບຍຸກແຫ່ງການຫັນປ່ຽນໄປສູ່ “ດີຈິຕອນ”ທີ່ບໍ່ຢຸດຢູ່ບ່ອນເກົ່າ ແລະປ່ຽນແປງຢູ່ຕະຫຼອດເວລາ ການທີ່ເຮົາມີທັກສະໃດໜຶ່ງ ຫຼືທັງໝົດທີ່ໄດ້ກ່າວມານີ້ ຈະເຮັດໃຫ້ເຮົາໄດ້ປຽບໃນຕະຫຼາດແຮງງານຫຼາຍ ບໍ່ວ່າຈະໄປສະໝັກວຽກຢູ່ອົງກອນ ຫຼືບໍລິສັດໃດ ກໍຍ່ອມເປັນທີ່ຕ້ອງການສະເໝີ. ດັ່ງນັ້ນ ຈຶ່ງຄວນໝັ່ນຮຽນຮູ້ ແລະ ພັດທະນາຕົນເອງຢູ່ຕະຫຼອດເວລາ ສ້າງຜົນງານໃຫ້ໂດດເດັ່ນ ແລ້ວທ່ານຈະເປັນຜູ້ໜຶ່ງທີ່ບໍ່ໄດ້ແລ່ນຊອກຫາວຽກ ແຕ່ວຽກຈະຊອກຫາທ່ານ.

(ວາລະສານທາເກັດ ສະບັບ 157 ເດືອນສິງຫາ 2019 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe, ຮ້ານ The pizza company ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

What skills should you have in this digital era?

            Although we have been in the so called “digital age” for some time, it can be seen that only some groups have skills and understand how to make use of facilities in this era to reach their intended outcomes. Therefore, skills necessary for this “digital age” are highly crucial and needed in labor market, especially when organizations are requesting for qualified personnel to support their digital transformation and advancement along their desired direction. As a result, our Digital Age Transformation column in this issue would like to introduce some mandatory skills needed in this “digital age” as following:

  1. Data Analysis

You might have heard a phrase saying “knowledge is a treasure.” Knowledge in this context refers to data available online, such as user’s data, statistics and so on. Many people might be familiar with the word “big data” which refers a tremendous amount of information requiring a careful management. Those who are able to make use of this data is like the one who found their life-time “treasure” which will never deplete.However, possessing big data would mean nothing if you cannot analyze or manage it. Therefore, an analysis skill in order to make use of the data benefiting your business is highly essential. Once you master this skill, many organizations or companies will do everything just to have you work with them.

  1. Digital Security

This is a skill used in securing digital information. As mentioned, numerous organizations nowadays regardless of their size are collecting a tremendous amount of data. Nevertheless, data collection is a sensitive issue which requires high confidentiality most of the times. “Digital security” skill is, therefore, increasingly needed. Where there is information, there is usually a risk of hacking from cyber thieves or competitors in order to ruin the other. This issue motivates every organization to have someone with the skill to help providing sustainable security.

  1. Digital Marketing

The Internet completely alters how marketing is done. Although traditional marketing is still needed, “digital marketing” is becoming more and more required in labor market. This is a new field of profession which has not been taught in any school or institution in Laos yet. People then have to learn from self-practice or from experience of other successful experts. Digital marketing is more than just the ability to buy advertisement space online, but users must be able to analyze information. Some people learn digital marketing only to know how to use the tool which is just one part of it. In fact, we should know everything including behaviors of the “Internet” users. We can then analyze the data for designing and implementing our marketing plan to reach our desired outcomes effectively.

Dear readers! The 3 skills mentioned above are highly essential for this “digital” transformation era which keeps changing on a daily basis. Possessing one or all of these skills will give us advantages in labor market. Does not matter where we apply for a job, that organization or company will definitely welcome us. Therefore, we should keep learning and developing ourselves all the times. Keep making achievements and you will be that person who does not have to search for a job because the job will search for you.

 

Comments