ປັນຍາປະດິດ ກັບການເຮັດທຸລະກິດ SMEs ລາວຍຸກໃໝ່

ໃນຕ່າງປະເທດ ເຄື່ອງມືປັນຍາປະດິດ ຫຼື AI (Artificial Intelligence) ໄດ້ຖືກນໍາເຂົ້າມາໃຊ້ໃນການເຮັດວຽກ ເພີ່ມຂຶ້ນຢ່າງໄວວາ ທັງໃນດ້ານການໃຊ້ເປັນເຄື່ອງມືຊ່ວຍໃນວົງການສຸຂະພາບ, ການສຶກສາຜ່ານ E-Solution,ອຸດສາຫະກໍາກົນຈັກ ທີ່ຫຼາຍບ່ອນກໍາລັງພັດທະນາໃຫ້ລົດຂັບເຄື່ອນດ້ວຍຕົນເອງ ຫຼືແມ່ນແຕ່ພາກກະສິກໍາທີ່ເລືອກໃຊ້ຫຸ່ນຍົນອັດສະລິຍະໃນການຫວ່ານແກ່ນພັນພືດ, ໄປຈົນເຖິງການໃສ່ປຸ໋ຍ ແລະ ສີດຢາຂ້າແມງໄມ້. ປັດຈຸບັນເຮົາສາມາດເຫັນໄດ້ວ່າ AI ກໍາລັງເຂົ້າມາມີບົດບາດໃນທຸກອຸດສາຫະກໍາ ເຊິ່ງບໍ່ເວັ້ນແມ່ນແຕ່ທຸລະກິດນ້ອຍໆຄື SMEs ບ້ານເຮົາທີ່ຮອດເວລາຕ້ອງທັນກະແສເຊັ່ນກັນ”ເທຣນ”ນີ້, ແລ້ວນໍາມາປັບໃຊ້ເພື່ອບໍລິຫານຈັດການຂະບວນການຜະລິດ ໄປຈົນເຖິງດ້ານການຕະຫຼາດ ເພື່ອເພີ່ມມູນຄ່າໃຫ້ສິນຄ້າ ແລະ ບໍລິການ ພ້ອມທັງສ້າງຄະແນນຕໍ່ໃນການແຂ່ງຂັນຍຸກ Digital.

ຕໍ່ໄປນີ້ຄືທ່າອ່ຽງສໍາຄັນຂອງປັນຍາປະດິດ (AI)ໃນປີ 2019 ທີ່ SMEs ຈະພາດບໍ່ໄດ້ເລີຍ!!!

  1. Internet of Things (loT)

“ອິນເຕີເນັດ”ໃນທຸກສິ່ງ ໝາຍເຖິງການເຊື່ອມຕໍ່ອຸປະກອນຕ່າງໆເຂົ້າກັບລະບົບ”ອິນເຕີເນັດ” ເຊິ່ງຊ່ວຍໃຫ້ເຮົາສາມາດຄວບຄຸມການໃຊ້ງານອຸປະກອນເຫຼົ່ານັ້ນ ຜ່ານເຄືອຂ່າຍ”ອິນເຕີເນັດ” ເຊັ່ນ: ການເປີດ-ປິດເຄື່ອງໃຊ້ໄຟຟ້າ ໄລຍະໄກດ້ວຍໂທລະສັບມືຖື. ເຊິ່ງການເກີດຂຶ້ນຂອງ IoT ນີ້ສົ່ງຜົນກະທົບໃນທາງບວກໃຫ້ແກ່ຫຼາຍອຸດສາຫະກໍາ ເພາະຄວາມສາມາດໃນການບັນທຶກ, ແລກປ່ຽນຂໍ້ມູນຈາກອຸປະກອນໜຶ່ງ ໄປຫາອີກອຸປະກອນໜຶ່ງ ທຸກໆຄັ້ງເມື່ອມີການໃຊ້ວຽກ “ເຊັນເຊີ່” (Sensor) ກໍຈະເກັບຂໍ້ມູນໄວ້ໃນແຫຼ່ງຂໍ້ມູນທັນທີ ແລະ ເມື່ອຖືກປະສົມເຂົ້າກັບເຕັກໂນໂລຊີປັນຍາປະດິດ (AI) ກໍຍິ່ງເພີ່ມຄວາມສາມາດຂຶ້ນໄປອີກ. ເມື່ອໃຊ້ AI ໃນການເກັບຂໍ້ມູນ ແລະ ວິເຄາະສະຖານະການປັດຈຸບັນຂອງທຸລະກິດ ກໍຈະສາມາດທໍານາຍທ່າອ່ຽງ ແລະ ກໍານົດທິດທາງການບໍລິຫານຈັດການ ຫຼື ເຮັດການຕະຫຼາດທີ່ເໝາະສົມກັບພຶດຕິກໍາຜູ້ບໍລິໂພກ ຫຼື ການນໍາໄປໃຊ້ໃນການຜະລິດສິນຄ້າ ເຊັ່ນ: ບ່ອນຈອດລົດອັດສະລິຍະ (Smart Parking) ລະບົບແຈ້ງສະຖານະ ແລະ ຈອງບ່ອນຈອດລົດສໍາລັບລູກຄ້າທີ່ມາໃຊ້ບໍລິການໃນຮ້ານໄດ້. ເຫຼົ່ານີ້ແມ່ນສິ່ງທີ່ພວມເກີດຂຶ້ນ ເມື່ອນຳໃຊ້ loT ເຂົ້າມາມີບົດບາດຕໍ່ການເຮັດທຸລະກິດຂອງ SMEs ຍຸກນີ້.

 2. ລະບົບການຮຽນຮູ້ອັດຕະໂນມັດ (Automated Machine Learning)

ລະບົບການຮຽນຮູ້ອັດຕະໂນມັດ ກໍຄືສະໝອງຂອງປັນຍາປະດິດ (AI) ທີ່ສາມາດຮຽນຮູ້ໄດ້ເອງຈາກຂໍ້ມູນທີ່ເຂົ້າມາຈາກການໃຊ້ງານ ຕົວຢ່າງຂອງລະບົບຮຽນຮູ້ອັດຕະໂນມັດ ທີ່ໄດ້ເຂົ້າມາຢູ່ໃນຊີວິດປະຈໍາວັນຂອງເຮົາຢ່າງແນບນຽນ ໄດ້ແກ່: ສິຣິ (Siri) ໃນ ios ເຊິ່ງສາມາດຮຽນຮູ້ພາສາ ແລະ ການຕອບໂຕ້ກັບມະນຸດໄດ້ດີຂຶ້ນ ຖ້າເຮົາໃຊ້ງານເປັນປະຈຳ, ຜູ້ຊ່ວຍ “ກູເກິນ” (Google Assistant) ທີ່ສາມາດຮັບຄໍາສັ່ງດ້ວຍສຽງທີ່ຈະເພີ່ມຄວາມຖືກຕ້ອງຂຶ້ນ ຈາກຄວາມຖີ່ຂອງການໃຊ້ງານ ຫຼື ແມ່ນແຕ່ “ຢູທູບ” (YouTube) ກໍໃຊ້ລະບົບການຮຽນຮູ້ອັດຕະໂນມັດ ໃນການປະມວນຜົນຂໍ້ມູນ ເພື່ອແນະນໍາວີດີໂອທີ່ຜູ້ຊົມໃຊ້ມັກ, ສິ່ງເຫຼົ່ານີ້ຮຽນຮູ້ຈາກພຶດຕິກໍາຂອງຜູ້ຊົມໃຊ້ທັງໝົດ. ທຸລະກິດຂະໜາດນ້ອຍກໍສາມາດເລີ່ມໃຊ້ລະບົບອັດຕະໂນມັດ ໃນການສ້າງປະສົບການ Online ໃຫ້ກັບລຸູກຄ້າ ເຮັດໃຫ້ເຂົາຮູ້ສຶກວ່າໄດ້ຮັບຄວາມເອົາໃຈໃສ່ ແລະ ໄດ້ຮັບການຕອບສະໜອງຢ່າງຮູ້ໃຈ ແລະ ຖືກໃຈ ເຮັດໃຫ້ລູກຄ້າຮັກຍີ່ຫໍ້ສິນຄ້າຂອງເຮົາຫຼາຍຂຶ້ນ. ປັນຍາປະດິດ (AI) ແລະ ລະບົບຮຽນຮູ້ອັດຕະໂນມັດ (Machine Learning) ໄດ້ຖືກນໍາໄປໃຊ້ຢ່າງຫຼວງຫຼາຍ ເກືອບທຸກວົງການ ຍ້ອນສາມາດຕອບໂຈດໄດ້ທັງຝ່າຍທຸລະກິດ ແລະ ຝ່າຍຜູ້ບໍລິໂພກ ເຊິ່ງຈະຖືກປັບປຸງໃຫ້ໃຊ້ໄດ້ງ່າຍຂຶ້ນເລື້ອຍໆ. ຖ້າ SMEs ສາມາດນໍາມາປັບໃຊ້ໃຫ້ເກີດປະໂຫຍດໄດ້ ໂອກາດໃໝ່ໆທາງທຸລະກິດຍ່ອມເກີດຂຶ້ນແນ່ນອນ.

3. ເຕັກໂນໂລຊີຈື່ຈໍາຮູບໜ້າ (Facial Recognition)

ສະໄໝນີ້ ລະບົບການຈື່ຈຳຮູບໜ້າ ເພື່ອໃຊ້ໃນການປົດລ໋ອກໂທລະສັບມືຖື ປົດລ໋ອກຂໍ້ມູນຕ່າງໆ ໄດ້ຖືກນຳໃຊ້ໃນອຸປະກອນ ”ໄອທີ” ກັນຢ່າງແຜ່ຫຼາຍ. ການພັດທະນາເຕັກໂນໂລຊີນີ້ໄດ້ກ້າວໜ້າຂຶ້ນໄປເລື້ອຍໆ ທັງໃນແງ່ຄວາມຖືກຕ້ອງໃນການອ່ານ ແລະ ຈື່ຈໍາຮູບໜ້າ ລວມເຖິງຄວາມປອດໄພຂອງຂໍ້ມູນ ເຊິ່ງຈະຊ່ວຍໃຫ້ທຸລະກິດສາມາດລະບຸຕົວຕົນຂອງລູກຄ້າ ແລະ ໃຫ້ບໍລິການສະເພາະບຸກຄົນໄດ້ດີຍິ່ງຂຶ້ນ, ໂດຍໃຊ້ລະບົບຈື່ຈຳຮູບໜ້າ (Face Recognition) ໃນການຈັບອາລົມ ແລະ ຄວາມເພິ່ງພໍໃຈຂອງຄົນ. ເພື່ອຕໍ່ຍອດໃນການພັດທະນາປະສິດທິພາບ ຂອງລະບົບເບິ່ງແຍງລູກຄ້າໄດ້ໃນອະນາຄົດ. ລອງຄິດເບິ່ງວ່າ ເມື່ອລູກຄ້າຍ່າງເຂົ້າມາໃນຮ້ານຂອງເຮົາ ແລ້ວລະບົບສາມາດບອກເຮົາໄດ້ວ່າ ລູກຄ້າປະຈໍາຂອງເຮົາມັກສິນຄ້າໃດເປັນພິເສດ ແລະ ມັກບໍລິການແບບໃດແດ່, ເຮັດໃຫ້ເຮົາສາມາດໃຫ້ບໍລິການແກ່ລູກຄ້າໄດ້ຢ່າງຖືກໃຈ ທັນໃຈ ແລະ ໄດ້ໃຈລູກຄ້າແນ່ນອນ.

4. ລະບົບອັດຕະໂນມັດ (Automation)

ການເກີດຂຶ້ນຂອງປັນຍາປະດິດ (AI) ເຮັດໃຫ້ອຸດສາຫະກໍາຕ່າງໆທົ່ວໂລກ ຫັນມາໃຊ້ລະບົບອັດຕະໂນມັດຫຼາຍຂຶ້ນ. ຕົວຢ່າງ Amazon ໄດ້ເລີ່ມໃຊ້ຫຸ່ນຍົນໃນການເຮັດວຽກ ເນື່ອງຈາກວ່າ ສາມາດເຮັດວຽກໄດ້ໄວ ແລະ ມີຄວາມຖືກຕ້ອງຫຼາຍກວ່າຄົນ. ແຕ່ໃນຂະນະດຽວກັນຍິ່ງເຮົາມີການພັດທະນາ ແລະ ໃຊ້ລະບົບອັດຕະໂນມັດຫຼາຍຂຶ້ນເທົ່າໃດ ກໍຍິ່ງຕ້ອງມີການວິໄຈເພີ່ມໂດຍມະນຸດ. ດັ່ງນັ້ນ ການໃຊ້ປັນຍາປະດິດ (AI) ຈຶ່ງເຂົ້າມາທົດແທນແຮງງານທີ່ທັກສະຕໍ່າ ເຊັ່ນ: ການໃຊ້ຫຸ່ນຍົນເຂົ້າມາຊ່ວຍເສີບອາຫານຕາມແຕ່ລະໂຕະໄດ້ຢ່າງຖືກຕ້ອງ,​ ຫຼຸດໄລຍະເວລາໃນການເສີບ ສາມາດເສີບອາຫານໄດ້ຫຼາຍຈານຕໍ່ເທື່ອ ແລະ ຍັງເພີ່ມກົນໄກການບໍລິການໄດ້ອີກດ້ວຍ ຫຼື ເຮັດລະບົບສັ່ງອາຫານດ້ວຍຕົນເອງ ຊ່ວຍຫຼຸດຜ່ອນຄວາມຜິດພາດໃນການຮັບລາຍການອາຫານ (Order) ຈາກລູກຄ້າ ຂອງພະນັກງານເສີບໄດ້ເປັນຢ່າງດີ.

ຫວັງວ່າຂໍ້ມູນທີ່ຄໍລຳເຮົານຳມາສະເໜີໃຫ້ທ່ານ ຄົງຈະເປັນປະໂຫຍດໃຫ້ທ່ານນຳໄປປັບໃຊ້ ໃຫ້ເໝາະສົມກັບຮູບແບບທຸລະກິດທີ່ມີຢູ່ ເພື່ອປັບປຸງຈຸດອ່ອນ ສົ່ງເສີມຈຸດແຂງ ແລະ ເພີ່ມຄຸນຄ່າໃຫ້ທຸລະກິດທ່ານ ສາມາດແຂ່ງຂັນກັບຄູ່ແຂ່ງ ເຕີບໃຫຍ່ຂະຫຍາຍຕົວແບບຍືນຍົງ ແລະ ເຂັ້ມແຂງ.

(ວາລະສານທາເກັດ ສະບັບ 157 ເດືອນສິງຫາ 2019 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe, ຮ້ານ The pizza company ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

artificial intelligence and Lao SMEs in the new era

 In overseas, AI (Artificial Intelligence) has been applied increasingly as a helping tool in health, education via e-solution and machine industry. There are many places developing a self-driving car or a smart robot helping farmers plant their seeds, put fertilizer and spray insecticide in place of human. Currently, we can see that AI is becoming more active in every industry including SMEs in our country which is a “trend” that we should keep up. The technology can assist these enterprises in better managing their production process all the way to marketing in order to add value to their goods and services, while staying competitive in this digital era.

The followings are trends for AI in 2019 that SMEs should not ignore!!!

  1. Internet of Things (IoT)

“Internet of Things” refer to the connection of different devices into the “Internet” system which will enable us to command these devices via the “Internet” network, for instance to power-shut down electric appliances remotely via a smart phone. The existence of IoT creates a positive impact upon numerous industries in terms of its record ability. When information is transmitted from one device to another and whenever the “sensor” is being used, the transmitted data will be collected immediately. This capability will be further strengthened with the application of AI. Companies can use AI to collect and analyze information before predict business or marketing trend or direction which will help the firms design a marketing plan best fit with customer’s behavior. Apart from this, AI can be utilized in production, such as smart parking which will inform drivers a status of a parking space and help them reserving the lot prior to their arrival. What are happening now reveals the increasing role of IoT in SMEs.

  1. Automated Machine Learning

Automated Machine Learning is a brain of AI which is able to learn things by themselves through the information we feed them. For example, these are the automated machine learning which are currently active in our daily life, namely Siri in IOS which is capable of learning languages and will be able to respond to human better if we use it regularly, “Google Assistant” which can be commanded by voice will increase its functional accuracy depending on its usage frequency, or even “YouTube” which will improve its information processing capability in order to recommend videos that best fit user preference. These learning capabilities are triggered automatically via user behaviors. With this, many small businesses are now applying this technology in order to make customers feel that they receive enough attention and feel satisfied with the brands as the businesses always respond well to their preference. AI and automated machine learning have been widely used in every sector because of its capability benefiting business and consumers, and is becoming easier to use than before. If SMEs can make use of it, they will be exposed to new business opportunities for sure.

  1. Facial Recognition

At the moment, facial recognition has been widely used in unlocking a smart phone or other “IT” devices. This technology has been developed further and further in terms of its scanning and recognition capability for the purpose of securing information. This method can help business confirming customer’s identity and finding out how they feel based on the emotion they express on their face. The effectiveness of this system will be continuously improved to assist companies in dealing with their clients in the future. Let us imagine, if the technology can tell us what kind of products and services this customer like in particular, we will then be able to better serve and impress the person definitely.

  1. Automation

After the existence of AI, industries around the world are now applying more and more automatic technologies. For instance, Amazon is currently using robots in place of human because of their speed and accuracy. At the same time, the widespread of this technology requires more researches to be conducted by human. It means that AI will only replace human in low-skill jobs, such as waiter or waitress in restaurants as robots can perform this job in a more accurate and faster manner, while being able to serve more dishes at once. Customers can order food from the robots directly reducing any mistake that might occurred in food ordering.

Hopefully, the information we present can be beneficial to you which you can improvise based on a type of business you operate in order to improve your weaknesses, promote strengths and add value to your business so that you can stay competitive, while growing sustainably and strongly.

 

Comments