ສົງຄາມການຄ້າ ຈີນ-ອາເມຣິກາ

ນັບວ່າເປັນໄລຍະເວລາເກືອບ 1 ປີກວ່າທີ່ 2 ມະຫາອໍານາດທາງດ້ານເສດຖະກິດຍັກໃຫຍ່ຂອງໂລກນັ້ນກໍຄືສາທາລະນະລັດປະຊາຊົນຈີນ (ຈີນ) ແລະສະຫະລັດອາເມຣິກາ (ອາເມຣິກາ) ໄດ້ປະກາດສົງຄາມທາງການຄ້າລະຫວ່າງກັນດ້ວຍການຕັ້ງກຳແພງພາສີນຳເຂົ້າສິນຄ້າ ແລະ ການດໍາເນີນມາດຕະການອື່ນໆທີ່ຕ່າງຝ່າຍຕ່າງກໍໄດ້ຮັບຜົນກະທົບຕໍ່ກັນ ແລະ ກັນເຊິ່ງໄດ້ແກ່ຍາວມາ ແລະ ມີທ່າອ່ຽງວ່າຈະບໍ່ມີກຳນົດເວລາແນ່ນອນທີ່ທັງສອງຝ່າຍຈະສາມາດກັບມານັ່ງໂຕະໂອ້ລົມແລກປ່ຽນເຈລະຈາຫາບົດສະຫຼຸບທາງການຄ້າທີ່ຕ່າງຝ່າຍຕ່າງຍອມຮັບຢ່າງເທົ່າທຽມກັນໄດ້. ຕ້ອງຍອມຮັບວ່າການຄ້າລະຫວ່າງຈີນແລະອາເມຣິການັ້ນບໍ່ແມ່ນພຽງແຕ່ເປັນການແລກປ່ຽນທາງການຄ້າ, ການຊົມໃຊ້ສິນຄ້າ-ບໍລິການແລະການຊື້-ຂາຍລະຫວ່າງກັນ.

ເຖິງຢ່າງໃດກໍຕາມ, ໃນດ້ານການຄ້າລະຫວ່າງສອງປະເທດນັ້ນທີ່ຜ່ານມາເຫັນວ່າຝ່າຍຈີນໄດ້ເກີນດຸນການຄ້າຕໍ່ອາເມຣິກາຈຶ່ງເຮັດໃຫ້ຝ່າຍທີ່ຂາດດຸນການຄ້າບໍ່ສາມາດວາງໃຈໃຫ້ຍອມຮັບຄວາມບໍ່ເທົ່າທຽມກັນນີ້ໄດ້. ເມື່ອຖ້າເວົ້າເຖິງທ່າອ່ຽງການແຂ່ງຂັນໃນຍຸກປັດຈຸບັນຫຼີກບໍ່ເວັ້ນເລື່ອງການພັດທະນາທີ່ຕິດພັນກັບຄວາມກ້າວໜ້າທາງດ້ານວິທະຍາການທັນສະໄໝໂດຍສະເພາະແມ່ນການແຂ່ງຂັນດ້ານນະວັດຕະກຳຕົວຢ່າງ:  ອາເມຣິກາອອກຄໍາສັ່ງຫ້າມນໍາໃຊ້ເຕັກໂນໂລຊີຂອງຫົວເຫວີຍ(HUAWEI) ຂອງ ຈີນ ໂດຍໃຫ້ເຫດຜົນທາງດ້ານຄວາມໝັ້ນຄົງ ແລະ ຫ້າມ Google ສະໜອງການບໍລິການດ້ານລະບົບປະຕິບັດການໃຫ້ HUAWEI ແລະ ອື່ນໆ, ສ່ວນ ຈີນ ກໍໄດ້ສົ່ງສັນຍານທີ່ຈະຍຸຕິການສະໜອງອາໄຫຼ່ໃຫ້ Apple ຂອງ ອາເມຣິກາ ເຫຼົ່ານີ້ເປັນຕົ້ນ. ເຖິງຢ່າງໃດກໍຕາມ, ຕໍ່ກັບບັນດາການອອກມາດຕະການດັ່ງກ່າວໄດ້ມີຫຼາຍພາກສ່ວນສັງຄົມທັງພາຍໃນ ແລະ ສາກົນສະແດງຄວາມວິຕົກກັງວົນ ແລະ ຮ້ອງຂໍໃຫ້ທັງສອງຝ່າຍສ້າງເງື່ອນໄຂທີ່ເອື້ອອຳນວຍໃຫ້ສາມາດປະນີປະນອມເພື່ອຊອກຫາຈຸດຕັດກັນທີ່ທັງສອງຝ່າຍຕ່າງຍອມຮັບໄດ້ ແຕ່ຢ່າລືມວ່າທັງສອງປະເທດເປັນມະຫາອໍານາດຂອງໂລກ.

ໂດຍທົ່ວໄປແລ້ວການຄ້າລະຫວ່າງປະເທດມັກຖືກຈຳກັດດ້ວຍການປະຕິບັດລະບອບພາສີ ແລະ ການຮຽກເກັບຄ່າທຳນຽມ ນຳເຂົ້າ-ສົ່ງອອກສິນຄ້າ. ໃນທາງທິດສະດີແລ້ວວຽກງານການຄ້າເສລີຖືວ່າເປັນປະເດັນທີ່ອົງການຜູ້ຄຸ້ມຄອງວຽກງານການຄ້າລະຫວ່າງປະເທດຖືເປັນສຳຄັນເພື່ອສ້າງສະພາບແວດລ້ອມ, ໂຄງສ້າງລະບົບນິຕິກໍາ ແລະ ການຄຸ້ມຄອງວຽກງານທາງການຄ້າທີ່ປາສະຈາກການກີດກັ້ນກັນ ໂດຍສະເພາະແມ່ນການບໍ່ເກັບພາສີນໍາເຂົ້າ ຫຼື ອາດຈະເກັບໃນບາງລາຍການບົນພື້ນຖານທີ່ຕ່າງຝ່າຍຕ່າງກໍເທົ່າທຽມກັນ ເນື່ອງຈາກວ່າຖ້າເປີດໃຫ້ມີການເສລີທັງໝົດຢ່າງບໍ່ຮັດກຸມຮອບຄອບໃນສະພາບຕະຫຼາດທີ່ມີການແຂ່ງຂັນກັນແຮງນີ້ກໍຈະເກີດມີຊ່ອງຫວ່າງທີ່ອາດຖືກເອົາປຽບຈາກປະເທດຄູ່ຄ້າໄດ້. ດ້ວຍເຫດນີ້, ການສ້າງກຳແພງພາສີນຳເຂົ້າສິນຄ້າຈຶ່ງບໍ່ສາມາດຫຼີກໄດ້ເພື່ອເປັນການປົກປ້ອງຜົນປະໂຫຍດຂອງທຸລະກິດພາຍໃນ ແລະ ຄວາມໝັ້ນຄົງຂອງຊາດ. ເຖິງຢ່າງໃດກໍຕາມ, ການສ້າງກໍາແພງພາສີນໍາເຂົ້າສິນຄ້າລະຫວ່າງກັນຈະສົ່ງຜົນກະທົບການບໍລິໂພກສິນຄ້າຂອງພົນລະເມືອງໃນປະເທດນຳເຂົ້າ ເນື່ອງຈາກລາຄາສິນຄ້າແພງຂຶ້ນ ເຊິ່ງເປັນຜົນມາຈາກການຂຶ້ນພາສີນຳເຂົ້າ. ໃນກໍລະນີຂອງສອງປະເທດນີ້, ອາເມຣິກາອອກມາດຕະການເພີ່ມກຳແພງພາສີຕໍ່ສິນຄ້ານຳເຂົ້າຈາກຈີນ ຍ້ອນຕ້ອງການກົດດັນໃຫ້ທຸລະກິດສົ່ງອອກສິນຄ້າມາ ອາເມຣິກາທີ່ມີຖານການຜະລິດຢູ່ຈີນໃຫ້ມາຕັ້ງຖານ
ການຜະລິດຢູ່ປະເທດຕົນ ແຕ່ມາດຕະຖານດັ່ງກ່າວບໍ່ໄດ້ຮັບປະສິດທິຜົນເທົ່າທີ່ຄວນ ເພາະທຸລະກິດເຫຼົ່ານັ້ນອາດພິຈາລະນາຍ້າຍໄປປະເທດທີສາມທີ່ບໍ່ມີຂໍ້ກີດກັ້ນທາງດ້ານພາສີໄດ້, ສ່ວນຜູ້ຜະລິດອື່ນທີ່ມີຖານການຜະລິດໃນສອງປະເທດນີ້ທີ່ໄດ້ຮັບຜົນກະທົບຈາກມາດຕະການດັ່ງກ່າວ ກໍອາດຍ້າຍຖານການຜະລິດສິນຄ້າ-ບໍລິການກັບໄປຍັງປະເທດອື່ນໄດ້ເຊັ່ນດຽວກັນ.

ເວົ້າລວມແລ້ວ, ເຖິງແມ່ນວ່າເສດຖະກິດໂລກຈະຍັງສືບຕໍ່ຂະຫຍາຍຕົວ ແຕ່ການຟື້ນຕົວຂອງບາງປະເທດກໍຍັງບໍ່ທັນຄ່ອງຕົວ, ຕະຫຼາດການເງິນ-ເງິນຕາກໍຍັງມີຄວາມຜັນຜວນ, ຕະຫຼາດສິນຄ້າ, ລາຄານໍ້າມັນກໍຍັງມີທ່າອ່ຽງປັບຕົວເພີ່ມຂຶ້ນ ເຊິ່ງແນ່ນອນວ່າໄດ້ຮັບຜົນກະທົບທັງໄລຍະສັ້ນ ແລະ ໄລຍະຍາວຈາກຂໍ້ຂັດແຍ່ງທາງດ້ານການຄ້າຂອງມະຫາອຳນາດທັງສອງປະເທດນີ້ທີ່ກໍ່ໃຫ້ເກີດຄວາມບໍ່ແນ່ນອນ ແລະ ວິຕົກກັງວົນຕໍ່ກັບສະຖຽນລະພາບຂອງເສດຖະກິດໂລກ. ຕໍ່ກັບເສດຖະກິດລາວນັ້ນເຖິງແມ່ນວ່າຈະບໍ່ສົ່ງຜົນກະທົບໂດຍກົງປານໃດຕໍ່ກັບໂຄງສ້າງການຄ້າສາກົນຂອງລາວເຮົາ ລວມໄປເຖິງຕະຫຼາດເງິນ-ຕະຫຼາດທຶນຂອງລາວ, ແຕ່ກໍຕ້ອງໄດ້ສືບຕໍ່ຕິດຕາມຢ່າງໃກ້ຊິດຕໍ່ກັບການຜັນຜວນຂອງຄ່າເງິນ-ເງິນຕາສາກົນ ແລະ ອັດຕາແລກປ່ຽນໃນຕະຫຼາດໂລກ ເພາະເຮົາຕ້ອງເຂົ້າໃຈນຳກັນວ່າ ທຸກໆປະເທດກໍຕ້ອງພະຍາຍາມດໍາເນີນມາດຕະການທາງການເງິນ-ເງິນຕາ ເພື່ອປົກປ້ອງໂຄງສ້າງເສດຖະກິດ-ການເງິນ ແລະ ປ້ອງກັນຜົນກະທົບຂອງຕົນຈາກຄວາມບໍ່ແນ່ນອນຂອງເສດຖະກິດໂລກຈາກສົງຄາມການຄ້າລະຫວ່າງ ຈີນ ແລະ ອາເມຣິກາ ທີ່ບໍ່ມີທ່າອ່ຽງວ່າຈະຈົບລົງງ່າຍໆພ້ອມທັງມີສັນຍານທີ່ຈະອອກມາດຕະການປັບຂຶ້ນພາສີນໍາເຂົ້າ ແລະ ອອກເກນ ອື່ນໆທີ່ມີລັກສະນະປິດກັ້ນກັນອີກ; ພ້ອມນີ້, ໃນຖານະທີ່ຈີນຖືຄອງພັນທະບັດຂອງ ອາເມຣິກາ ຈົນກາຍເປັນເຈົ້າໜີ້ລາຍໃຫຍ່ນັ້ນ, ຖ້າສົງຄາມການຄ້າລະຫວ່າງສອງປະເທດນີ້ແກ່ຍາວ ແລະ ແຜ່ລາມໄປເຖິງການບີບບັງຄັບ ແລະ ມີຄວາມຈຳເປັນໃຫ້ແກ່ ຈີນ ຕ້ອງໄດ້ເທຂາຍພັນທະບັດດັ່ງກ່າວອອກກໍອາດຈະຜົນຕໍ່ລາຄາພັນທະບັດ ແລະ ຄ່າເງິນໂດລາໃນຕະຫຼາດໂລກໄດ້.

ຈາກການຂັດແຍ່ງທາງການຄ້າລະຫວ່າງສອງປະເທດມະຫາອໍານາດດັ່ງກ່າວ ຖ້າຫາກລັດຖະບານລາວສາມາດດຳເນີນມາດຕະການກະຕຸ້ນເສດຖະກິດທີ່ໄດ້ອອກມາກ່ອນໜ້ານີ້ໃຫ້ປະກົດຜົນເປັນຈິງລວມໄປເຖິງການປະຕິບັດມາດຕະການສະກັດກັ້ນໄພເງິນເຟີ້ ແລະ ປັບປຸງນະໂຍບາຍເງິນຕາ-ການເງິນໃນໄລຍະທີ່ເສດຖະກິດລາວເຮົາຍັງມີຄວາມອ່ອນໄຫວທາງດ້ານການເງິນເພື່ອສ້າງຄວາມໝັ້ນໃຈໃນການເຄື່ອນໄຫວທາງເສດຖະກິດ, ການລົງທຶນ,ການປັບປຸງສະພາບແວດລ້ອມ ແລະ ອຳນວຍຄວາມສະດວກໃນການດຳເນີນທຸລະກິດກໍອາດຈະເປັນໂອກາດດີໃຫ້ແກ່ເສດຖະກິດຂອງ ສປປ ລາວ ເມື່ອນັກທຸລະກິດ-ຜູ້ລົງທຶນທີ່ໄດ້ຮັບຜົນກະທົບຈາກການຂັດແຍ່ງດ້ານກຳແພງພາສີຂອງສອງປະເທດນັ້ນຫັນມາເລືອກເອົາລາວເຮົາເປັນອີກຖານການຜະລິດສິນຄ້າ-ບໍລິການໜຶ່ງຂອງເຂົາເຈົ້າ.

(ລາຍລະອຽດເພີ່ມຕື່ມສາມາດຊອກອ່ານໄດ້ໃນວາລະສານທາເກັດ ສະບັບ 157 ເດືອນສິງຫາ 2019 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe, ຮ້ານ The pizza company ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

It is almost a year after the two economic giants, People’s Republic of China (China) and United States of America (USA), declared a trade war by imposing trade barriers and other measures mutually
affected each other. Such battle has prolonged and no one knows when it will end with both sides come to a talk to find a conclusion to this dispute.

We have to admit that the trade relation between China and USA are not all about product or service exchange, We then see this trade war expands over the competition in innovation.

For example, the US recently banned HUAWEI from accessing Google technology and its operating system for a security reason. China retaliated this sanction by signaling a complete stop of supplies to Apple factory in the country. With such intensity, different measures used in this battle concern many social parties both
regionally and internationally as they request both sides to seek compromise and end this mess. However, the request can be difficult to achieve as these are the two superpowers competing for number 1 in the world.

In general, international trade is usually obstructed by tariff. In theory, free-trade is the most important policy supported and encouraged by global trade related organizations in order to create the environment, legal framework and trade management which is free from barriers, especially tariff with exception for only
sensitive goods. Despite the fact that this policy has to be implemented on an equal basis by all countries, if one state is not careful enough in exercising this trade openness in the mid of this highly
competitive global market, there will be a gap for other trading partners to take
advantage of them. With this in mind, forming a trade wall is sometimes inevitable to protect benefits of their own business and national security. However, this trade wall will then affect the level of consumption
of people of the importing country as goods will become more expensive due to such
barrier. In the case of the two giants, the US decided to impose a trade wall against
import of Chinese products in order to force American businesses with production  base in China to move back to the US. Nevertheless, this measure does not seem to work as these businesses could consider
moving to a third country with low blockade, while other companies who have production
base in these two countries could consider moving somewhere else as well.

Even though the global economy continues to expand, some countries still
need more time to recover. Capital and currency market is experiencing fluctuation
with price of products and oil still keep increasing. Certainly, the trade war imposes
both short-term and long-term effect causing uncertainty and concern over the global economic stability. Although the conflict does not directly affect the Lao economy in terms of its cross-border trade,
and capital and currency market, the country still need to pay attention closely, particularly
on the fluctuation of foreign currency value and exchange rate at the global market. This will be the same for every country in the world who tries to come up with monetary measures to protect themselves from any
adverse impact upon their economic structure resulted from the trade war which does not seem to end anytime soon.

To  make it worse, there is a possibility that these two country are preparing to impose more tariff and other blockademeasures further. China, as the majorcreditor who possess large number of American bonds, could be forced to sell such bonds if this trade war prolong and spread wider. Such act will definitely affect
the price of bonds and value of dollar inthe global market.

If the Lao Government manages to successfully implement economic stipulation policy including measures
against inflation as well as improve its monetary policy during the time when the
Lao economy is still financially sensitive, the country can avoid impact from the trade war, while building trust through the improvement of the investment environment and facilitation of business operation. This can be a good opportunity for the Lao economy as investors who are affected by the trade barriers might turn
their eyes towards selecting Laos as one of their production-service bases.

Comments