ຜົນງານພົ້ນເດັ່ນໃນຮອບ 4 ເດືອນ, ຕົ້ນປີ 2019

ຫາກທ່ານຜູ້ອ່ານຕິດຕາມຂ່າວກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ VIII ທີ່ຫາກໍສິ້ນສຸດລົງ, ອາດຈະໄດ້ຟັງບົດລາຍງານຂອງທ່່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດ 4 ເດືອນ; ຄາດຄະເນ 6 ເດືອນ ຕົ້ນປີ ແລະ ທິດທາງແຜນການໃນ 6 ເດືອນທ້າຍປີ 1019. ສະນັ້ນ ວາລະສານທາເກັດສະບັບນີ້ ຈຶ່ງຂໍນໍາສະເໜີບາງຜົນງານພົ້ນເດັ່ນ ສໍາລັບໄລຍະ 4 ເດືອນ ເຊິ່ງມີດັ່ງນີ້:

  • ຜົນຜະລິດເຂົ້ານາແຊງ ບັນລຸໄດ້ປະມານ 453.230 ໂຕນ ເທົ່າກັບ 10,3% ຂອງແຜນການຜະລິດເຂົ້ານາງແຊງ (ມະຕິສະພາ 4,4 ລ້ານໂຕນ), ສາລີອາຫານສັດ ຄາດຄະເນຜົນຜະລິດປະມານ 30.000 ໂຕນ ເທົ່າກັບ 3% ຂອງແຜນການ (ມະຕິສະພາ 1​ ລ້ານໂຕນ), ມັນຕົ້ນ ຄາດຄະເນຜົນຜະລິດປະມານ 113.056 ໂຕນ ເທົ່າກັບ 4,9% ຂອງແຜນການ (ມະຕິສະພາ 2,28 ລ້ານໂຕນ). ພ້ອມນີ້, ລັດຖະບານໄດ້ສຸມທຶນແກ້ໄຂສະພາບຜົນກະທົບຈາກອຸທົກກະໄພ ໃນປີ 2018 ຜ່ານມາ ໂດຍໄດ້ອະນຸມັດ ເງິນແກ້ໄຂສຸກເສີນໃຫ້ຂະແໜງກະສິກໍາ-ປ່າໄມ້ ຈໍານວນ 40 ຕື້ກີບ ແລະ ເງິນຟື້ນຟູໄພພິບັດຈໍານວນ 115,52 ຕື້ກີບ, ເຊິ່ງມາຮອດປັດຈຸບັນ ທຶນດັ່ງກ່າວໄດ້ຖືກຈັດຕັ້ງປະຕິບັດເປັນສ່ວນໃຫຍ່ ແລະ ຈໍານວນໜຶ່ງຢູ່ໃນຂັ້ນຕອນຈັດຊື້-ຈັດຈ້າງ, ຊອກຜູ້ປະຕິບັດໂຄງການ ເພື່ອເຮັດໃຫ້ການຜະລິດກ້າວເຂົ້າສູ່ສະພາບປົກກະຕິ

(ລາຍລະອຽດເພີ່ມຕື່ມສາມາດຊອກອ່ານໄດ້ໃນວາລະສານທາເກັດ ສະບັບ 157 ເດືອນສິງຫາ 2019 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe, ຮ້ານ The pizza company ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

Outstanding achievements in the first 4 months of 2019

If you have followed news regarding the 7th Ordinary Session of the National Assembly 8th Legislature which was just concluded, you might have heard a report from Prime Minister ThonglounSisoulith regarding the implementation of the National Socio-Economic Development and State Budget Plan for the first 4 months; forecast for the first 6 months and direction for the last 6 months of 2019. Therefore, Target Magazine this issue would like to present to you some outstanding achievements during the past 4 months with the following details:

  • Production of dry season rice reached 453,230 tons or 10.3% as planned (National Assembly’s resolution aims for 4.4 million tons), expected production of corn as livestock feed of about 30,000 tons or 3% as planned (the resolution targets 1 million tons), and expected production of cassava of approximately 113,056 tons or 4.9% as planned (the resolution plans for 2.28 million tons). In addition, the Government allocated its fund in relieving impacts from flood which occurred in 2018 by approving the emergency fund for agriculture-forestry sector for 40 billion kip and disaster recovery fund for 115.52 billion kip. To date, most of the fund has been implemented with some waited to be spent for procurement and employment of project operators in order for rice production to resume its normal operation.

Comments