ໄຫຫີນ ມໍລະດົກລາວ ສູ່ມໍລະດົກໂລກ

ໄຫຫີນແຂວງຊຽງຂວາງ (Megalithic Jar Sites in XiengKhuang) ໄດ້ຖືກພິຈະລະນາ ຮັບຮອງເປັນມໍລະດົກໂລກ ໃນກອງປະຊຸມ ຄັ້ງທີ 43 ຂອງຄະນະກຳມະການມໍລະດົກໂລກຢ່າງເປັນທາງການ.ພາຍຫຼັງທີ່ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ກໍຄືຊາວແຂວງຊຽງຂວາງໄດ້ຄອງຄອຍມາ 20 ກວ່າປີ.ຖືເປັນມໍລະດົກໂລກແຫ່ງທີ 3 ຂອງ ສປປ ລາວ ຖັດຈາກວັດພູຈໍາປາສັກ ແລະ ເມືອງຫຼວງພຣະບາງ.

ກອງປະຊຸມໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 1 ກໍລະກົດ 2019 ທີ່ເມືອງບາກູ ນະຄອນຫຼວງປະເທດອາແຊັກໄບຊານ ເຊິ່ງມີຄະນະກຳມະການມໍລະດົກໂລກ 21 ປະເທດ ແລະ ບັນດາຊ່ຽວຊານດ້ານມໍລະດົກວັດທະນະທຳ ປະຫວັດສາດ ແລະ ທຳມະຊາດຈາກທົ່ວທຸກມູມໂລກເຂົ້າຮ່ວມ.

ພາຍຫຼັງທີ່ຂ່າວການຮັບຮອງດັ່ງກ່າວໄດ້ຖືກນໍາເຜີຍແຜ່ໃນສື່ສັງຄົມອອນໄລ໌ ກໍໄດ້ມີກະແສຕອບຮັບ ແລະ ການສະແດງຄວາມຍິນດີ ຢ່າງຫຼວງຫຼາຍ ໂດຍສະເພາະກໍແມ່ນຊາວແຂວງຊຽງຂວາງ. ລັດຖະບານ ສປປລາວ ສະເໜີທົ່ງໄຫຫີນ ແຂວງຊຽງຂວາງ 11 ແຫ່ງ ເຂົ້າເປັນມໍລະດົກໂລກ. ໄຫຫີນ ດັ່ງກ່າວໄດ້ຢັ່ງຢາຍກວມເນື້ອທີ່ປະມານ 200 ເຮັກຕ້າ ໃນເມືອງຄໍາ, ຝາໄຊ, ແປກ ແລະ ພູກູດ ເຊິ່ງມີໄຫຫີນ ຫຼາຍກວ່າ 1.000 ໜ່ວຍ.

ອີງຕາມຂໍ້ມູນຈາກເວບໄຊ໌ ຂອງອົງການ “ອຸຍແນັດສະໂກ” ໃຫ້ຮູ້ວ່າ: ການສຶກສາສໍາຫຼວດກ່ຽວກັບທົ່ງໄຫຫີນ ເບື້ອງຕົ້ນໂດຍນັກບູຮານຄະດີຊາວຝຣັ່ງຊື່ວ່າ: ທ່ານ ມາເດເລນ ໂຄລານີ(Dr.MadeleineColani) ໃນປີ 1930 ຄາດວ່າ ໄຫຫີນເຫຼົ່ານີ້ຈະມີຄວາມກ່ຽວຂ້ອງກັບພິທີກໍາໃນການຝັງສົບຂອງຊຸມຊົນໂປຣໂຕຮິສຕິກ (protohistoric) ທີ່ເຄີຍອາໄສຢູ່ໃນເຂດນີ້ ແລະ ອີງຕາມການຂຸດຄົ້ນໂດຍນັກບູຮານຄະດີລາວ ແລະ ຍີ່ປຸ່ນໃນໄລຍະຫຼາຍປີຜ່ານມາໄດ້ສະແດງໃຫ້ເຫັນວ່າ:ມັນມີຄວາມກ່ຽວພັນກັນກັບການສໍາຫຼວດໃນເບື້ອງຕົ້ນ ໂດຍມີການຄົ້ນພົບຊາກກະດູກຂອງມະນຸດ,ເຄື່ອງໃຊ້ ແລະ ເຄື່ອງປັ້ນດິນເຜົາ ທີ່ມີອາຍຸເກົ່າແກ່ໃນຍຸກເຫຼັກຕອນຕົ້ນ ຖືກຝັງລວມກັນ ຄາດວ່າຈະຢູ່ໃນສະໄໝປະມານປີ 500 BCE ກ່ອນ ຄສ.(ຄິສສັກກະຣາດເປັນປີປະຕິທິນກ່ອນຍຸກ ຈູລຽນໂຣມັນ).

ທ່ານບຸນຕົ້ນ ຈັນທະພອນ ເຈົ້າແຂວງໆຊຽງຂວາງໄດ້ໃຫ້ສໍາພາດພາຍຫຼັງເດີນທາງກັບຈາກການເຂົ້າຮ່ວມພິທີທີ່ເມືອງບາກູ ນະຄອນຫຼວງປະເທດອາແຊັກໄບຊານ ວ່າ: ບັນຍາກາດໃນຕອນເຊົ້າວັນທີ 6 ກໍລະກົດ 2019 ຂ້າພະເຈົ້າພ້ອມຄະນະນໍາຂອງກະຊວງ ຖວທ ແລະ ທີມງານທັງໝົດທີ່ເດີນທາງເຂົ້າຮ່ວມກອງປະຊຸມຄັ້ງນີ້ ມີຄວາມພາກພູມໃຈທີ່ສຸດທີ່ໄຫຫີນໄດ້ຖືກຮັບຮອງເປັນມໍລະດົກໂລກ. ລາຍຊື່ໄຫຫີນເປັນອັນດັບທີ 17 ໃນລາຍການປະກາດຊື່ເປັນມໍລະດົກໂລກ ຈາກທັງໝົດ 30 ກວ່າລາຍການ, ໄຫຫີນທີ່ ສປປ ລາວ ສະເໜີເຂົ້າເປັນມໍລະດົກໂລກມີທັງໝົດ 11 ແຫ່ງໃນ 4 ເມືອງຄື: ເມືອງແປກ,ຄໍາ,ພູກູດແລະຜາໄຊ.

-ຕາມການສໍາຫຼວດແລ້ວທົ່ງໄຫຫີນ ຢູ່ແຂວງຊຽງຂວາງມີທັງໝົດຈັກແຫ່ງ?

ປັດຈຸບັນພວກເຮົາໄດ້ສໍາຫຼວດແລ້ວພົບວ່າມີທັງໝົດ 59 ແຫ່ງ ຢັ່ງຢາຍໄປຈົນເຖິງຕໍ່ເຂດແຂວງຫຼວງພະບາງ ແຕ່ມີລັກສະນະກະແຈກກະຈາຍ, ສ່ວນ 11 ແຫ່ງ ແມ່ນຍັງມີຈໍານວນທີ່ສົມບູນ ບາງແຫ່ງກໍມີຂະໜາດໃຫຍ່ສູງເຖິງ 3 ແມັດ. ໃນອະນາຄົດແມ່ນຈະໄດ້ສືບຕໍ່ບູລະນະ ປະຕິສັງຂອນ ຂະຫຍາຍການປົກປັກຮັກສາໃນ 59 ແຫ່ງເພື່ອຮັກສາໄວ້ໃຫ້ເປັນມໍລະດົກທີ່ຍືນຍົງເຊັ່ນລູກເຊັ່ນຫຼານໃນອະນາຄົດ.

ທ່ານກ່າວຕື່ມວ່າ: ເປັນສິ່ງທີ່ໜ້າພູມໃຈຫຼາຍທີ່ທຸກໆແຫ່ງທີ່ພວກເຮົາລົງໄປສໍາຫຼວດຈັດສັນເຂດແມ່ນໄດ້ຮັບຄວາມຮ່ວມມືເປັນຢ່າງດີຈາກປະຊາຊົນ ແລະ ປະຊາຊົນແມ່ນເຂົ້າໃຈແຈ້ງຕໍ່ແນວທາງແຜນນະໂຍຍາຍຂອງພັກ ແລະ ລັດຖະບານ ກໍຄືອົງຄະນະພັກແຂວງ ໃນການພັດທະນາ ປົກປັກຮັກສາ ໄຫຫີນ ມໍລະດົກທາງອະລິຍະທໍາ ເກົ່າແກ່ຂອງໂລກ ກໍຄືຂອງແຂວງຊຽງຂວາງ ໃຫ້ກາຍເປັນແຫຼ່ງທ່ອງທ່ຽວດຶງດູດຄົນທົ່ວທຸກມຸມໂລກເຂົ້າມາທ່ອງທ່ຽວແຂວງຊຽງຂວາງ ນັບມື້ນັບຫຼາຍໃນອະນາຄົດ ແລະ ມັນຍັງຈະເປັນແຫຼ່ງສົ່ງເສີມການສ້າງລາຍຮັບທີ່ມະຫາສານ ໃຫ້ກັບປະຊາຊົນຊາວແຂວງຊຽງຂວາງ ອີກດ້ວຍ.

ຕາມການສຶກສາຄົ້ນຄວ້າເຖິງປະຫວັດຄວາມເປັນມາຢ່າງລະອຽດຈາກຊ່ຽວຊານ ແລະ ນັກສໍາຫຼວດຕ່າງປະເທດຢັ້ງຢືນວ່າ: ສະຖານທີ່ໄຫຫີນແມ່ນບ່ອນຝັງສົບ ຫຼື ປ່າຊ້າບູຮານ ຂອງຄົນໃນສະໄໝກ່ອນໜ້ານີ້ປະມານ 2.500 ຫາ 3.000 ປີ. ຕາມການສັນນິຖານແມ່ນພາຍຫຼັງທີ່ຝັງສົບຄົນຕາຍແລ້ວ ຈະນໍາເອົາໄຫຫີນມາປົກເທິງໜ້າຂຸມຝັງສົບ ແລ້ວນໍາເອົາສິ່ງຂອງຕ່າງໆໃສ່ລົງໄປແລ້ວເອົາຝາປິດເພື່ອອຸທິດໃຫ້ແກ່ຄົນຕາຍໂດຍອີງຕາມຄວາມເຊື່ອຂອງຄົນໃນສະໄໝນັ້ນ, ອີງຕາມການສໍາຫຼວດພົບວ່າ ຄົນຕາຍທີ່ຝັງຢູ່ທີ່ນັ້ນຈະມີ 2 ປະເພດຄື: ແບບເອົາດູກໃສ່ໃນໄຫໝໍ້ດິນດາກແລ້ວຝັງ ຈາກນັ້ນກໍເອົາໄຫຫີນຕັ້ງຢອງເທິງຂຸມ, ອີກແບບໜຶ່ງແມ່ນຝັງເປັນສົບລົງໄປ ແລ້ວກໍເອົາໄຫຫີນຕັ້ງຢອງເທິງ.

ເຮົາມັກຈະໄດ້ຍິນຜູ້ເຖົ້າຜູ້ແກ່ມັກເວົ້າວ່າເປັນໄຫເຫຼົ້າຂຸນເຈືອງ?

ຜ່ານການຢັ້ງຢືນຂອງນັກສໍາຫຼວດໃນປີ 1930 ຂອງຊາວຝຣັ່ງ , ນັກບູຮານຄະດີເມືອງໂກເບະ ຂອງຍີ່ປຸ່ນ ໃນປີ 1995 ແລະ ໃນປີຜ່ານມານັກບູຮານຄະດີຂອງລາວກໍໄດ້ຄົ້ນພົບກະດູກເຊິ່ງລວມແລ້ວອີງໃສ່ຫຼັກຖານທາງວິທະຍາສາດ ສິ່ງດັ່ງກ່າວແມ່ນສາມາດຢັ້ງຢືນໄດ້ວ່າ ສະຖານທີ່ແຫ່ງນີ້ເຄີຍເປັນບ່ອນຝັງສົບມາກ່ອນ ບໍ່ແມ່ນເປັນໄຫເຫຼົ້າຂຸນເຈືອງ ຕາມທີ່ເລົ່າຂານກັນມາແຕ່ຢ່າງໃດ?

ທ່ານໃຫ້ເຫດຜົນຕື່ມວ່າ: ໃນສະໄໝເຈື່ອງ ພາຍຫຼັງທີ່ທ້ອນໂຮມເມືອງປະກັນ ເມືອງຊຽງຂວາງໄດ້ແລ້ວ ແມ່ນເອົາທົ່ງໄຫຫີນນີ້ເປັນບ່ອນສະຫຼອງໄຊຊະນະ ເພາະເປັນສະຖານທີ່ກວ້າງຂວາງ ເປັນທົ່ງຫຍ້າທີ່ຮາບພຽງດີ ນັ້ນເອງ.

ຜົນຂອງກອງປະຊຸມ ຄັ້ງທີ 43 ຂອງຄະນະກຳມະການມໍລະດົກໂລກ ຖືເປັນຜົນສໍາເລັດໃນເບື້ອງຕົ້ນໃນການພັດທະນາທົ່ງໄຫຫີນຂອງພວກເຮົາກ້າວສູ່ລະດັບໂລກ ແລະ ບາດກ້າວຕໍ່ໄປ ຂ້າພະເຈົ້າຈະໄດ້ເດີນທາງໄປນະຄອນຫຼວງປາຣີ ປະເທດຝຣັ່ງ ເພື່ອຍື່ນບັດເຊີນຂອງລັດຖະບານ ສປປ ລາວ ເຖິງປະທານອົງການອຸຍແນັສໂກ ເພື່ອໃຫ້ເພິ່ນເດີນທາງມາມອບໃບຢັ້ງຢືນຢ່າງເປັນທາງການ ຢູ່ແຂວງຊຽງຂວາງ ໂດຍຄາດວ່າຈະຈັດຂຶ້ນໃນເດືອນຕຸລາ 2019 ທີ່ຈະເຖິງນີ້.

ສ່ວນບາດກ້າວທີສອງ ໂດຍອີງຕາມທິດຊີ້ນໍາແລະຄໍາເຫັນດີຂອງລັດຖະບານແມ່ນເພິ່ນແນະນໍາໃຫ້ເອົາວັນທີ 22 ມີນາ 2020 ເປັນມື້ເປີດງານແຂ່ງຂັນກິລາແຫ່ງຊາດຄັ້ງທີ11ເຊິ່ງຈະຈັດໃຫ້ມີການສະເຫຼີມສະຫຼອງພ້ອມກັນໃນ 3 ພິທີໃຫຍ່ຄື:  ສະເຫຼີມສະຫຼອງວັນສ້າງຕັ້ງພັກ ຄົບຮອບ 65 ປີ , ຮັບໃບຢັ້ງຢືນ ແລະ ສະຫຼອງໄຫຫີນເປັນມໍລະດົກໂລກ ແລະ ງານເປີດແຂ່ງຂັນກິລາແຫ່ງຊາດ, ສ່ວນລາຍການພິເສດໃນງານຄັ້ງນີ້ແມ່ນຈະໄດ້ມີການສະແດງໃຫ້ເຫັນເຖິງຂະບວນໄລຍະປະຫວັດສາດ ຄວາມເປັນມາຂອງໄຫຫີນໂດຍຈະສ່ອງແສງໃຫ້ເຫັນເຖິງຄົນໃນສະໄໝນັ້ນສ້າງໄຫຫີນດ້ວຍວິທີການແບບໃດ?

ທ່ານກ່າວມ້ວນທ້າຍຕື່ມວ່າ: ໃນຖານະເປັນຄະນະນໍາຂອງແຂວງງຊຽງຂວາງ ຂ້າພະເຈົ້າມີຄວາມຮູ້ສຶກພາກພູມໃຈທີ່ສຸດທີ່ການຄອງຄອຍຕະຫຼອດໄລຍະ 20 ກວ່າປີຂອງ ສປປ ລາວ ພວກເຮົາແມ່ນປະກົດຜົນເປັນຈິງ ເຮັດໃຫ້ໄຫຫີນ ຊຽງຂວາງກາຍເປັນມໍລະດົກໂລກ, ຖືວ່າເປັນຜົນສໍາເລັດຂັ້ນສໍາຄັນໄປຂັ້ນໜຶ່ງແລ້ວ ແລະ ໂດຍສະເພາະກໍແມ່ນຊາວແຂວງຊຽງຂວາງໃນຕໍ່ໜ້ານີ້ພວກເຮົາຈະໄດ້ຮ່ວມແຮງຮ່ວມໃຈກັນໃນການປົກປັກຮັກສາທົ່ງໄຫຫີນ ແລະ ເສີມຂະຫຍາຍທ່າແຮງທາງດ້ານການທ່ອງທ່ຽວ ເພື່ອເຮັດໃຫ້ແຂກຕ່າງດ້າວທ້າວຕ່າງເມືອງເຂົ້າມາທ່ອງທ່ຽວແຂວງຊຽງຂວາງນັບມື້ນັບຫຼາຍຂຶ້ນໃນອະນາຄົດ. ນອກຈາກໄຫຫີນແລ້ວ ແຫຼ່ງທ່ອງທ່ຽວ ແລະ ການບໍລິການດ້ານຕ່າງໆພາຍໃນແຂວງກໍຕ້ອງມີການພັດທະນາ ປັບປຸງໃຫ້ດີຂຶ້ນ ເພື່ອດຶງດູດການທ່ອງທ່ຽວ ແລະ ເປັນການສ້າງລາຍໄດ້ໃຫ້ກັບປະຊາຊົນທ້ອງຖິ່ນມີຊີວິດການເປັນຢູ່ທີ່ດີຂຶ້ນເປັນກ້າວໆ ຕາມທິດຂອງພັກ ແລະ ລັດຖະບານ ໃນການຫັນປະເທດອອກຈາກຄວາມດ້ອຍພັດທະນາ.

ທ່ານໄດ້ຝາກຊວນເຊີນບັນດານັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາສໍາຜັດກັບຄວາມພິເສດຂອງດິນແດນແຫ່ງວິລະຊົນ ທີ່ມີອາກາດເຢັນດີຕະຫຼອດປີ ມີທົ່ງພຽງທີ່ຂຽວງາມ ພ້ອມນີ້ຍັງມີສິ່ງຮອງຮັບດ້ານການບໍລິການຕ່າງໆ ຢ່າງສະດວກສະບາຍ. “ຊາວແຂວງຊຽງຂວາງຍິນດີຕ້ອນຮັບທຸກໆທ່ານ”.

 

Plain of Jars, from Laos to the world

 Megalithic Jar Sites in XiengKhuang was officially approved as the world heritage in the 43rd Session of the World Heritage Committee after the Lao Government and people have been waiting for 20 years. This is the 3rd place in Laos listed as the world heritage after WatPhouChampasack and LuangPrabang City.

The Session officially commenced on July 1, 2019 in Baku, Azerbaijan, with World Heritage Committee of 21 countries as well as experts in cultural, historical and natural heritage from all corners of the world attended.

After being publicized throughout social media, the approval news was well accepted with a lot of congratulatory messages, especially from XiengKhuang people. The Lao Government proposed 11 sites of the megalithic jars as the world heritage. The jars, with more than 1,000 units, scatter around 200 hectares covering Kham, Faxay, Paek and Phoukoud District.

According to information on the website of “UNESCO,” the initial examination of the Plain of Jars by Dr. Madeleine Colani, French archeologist, reveals that these jars might be related to the burial ritual performed by the protohistoric community who once settled here in 1930. Based on the series of exploration of Lao and Japanese archeologists for many years, their result is in correspondence with the initial examination as they found remnants of human skeleton, tools and pottery dated back to the beginning of the Iron Age. Expectedly, those were buried together in about 500 BCE (BCE is the calendar system used before the Julian-Roman era).

Mr. BountonChanthaphone, Governor of XiengKhuang Province, gave an interview after traveling back from Baku, Azerbaijan. He said that “in the morning of July 6, 2019, I together with leading and concerned officials of the Ministry of Information, Culture and Tourism attended this meeting with utmost pride hearing that the Plain of Jars were accepted as the world heritage. The jars were number 17 among the 30 items on the list proposed to be approved. Lao PDR proposed 11 sites of Plain of Jars covering 4 districts, namely Paek, Kham, Phoukoud and Phaxay.

-According to a survey, how many sites of Plain of Jars are there in XiengKhuang?

Currently, we have surveyed in total 59 sites scattered all the way to the border with LuangPrabang Province. Only jars in the 11 sites are in perfect condition with some as high as 3m. In the future, authorities concerned will continue to maintain all in the 59 sites so that they will serve as a long-lasting heritage for the next generation.

He added that: we are proud of the local people for rendering their good cooperation with our survey. This means that people understand the Party and Government’s direction and policy in developing and preserving the Plain of Jars, our cultural heritage and the world’s ancient asset. The jars will keep attracting tourists from around the world to XiengKhuang in the future. This boost in tourism will also help local XiengKhuang people with more income improving their living conditions.

Based on thorough studies on the historical background of the Plain of Jars by foreign experts and examiners, we can be certain that the jar sites serve as a burial place or cemetery for ancient wanderers dated back about 2,500 to 3,000 years. According to their assumption, after burying a dead body, the tomb will be covered by a megalithic jar, where people put stuff in tribute to the late in the jar before closing its lid based on their belief. The survey further revealed that there are 2 types of burying dead bodies here: 1. Put their bones in a clay pot before burying it with a megalithic jar on top. 2. Bury the body before putting a megalithic jar on top.

-We always hear old people say that these jars are liquor containers for KhunJeuang’s

Based on the confirmation of the French examiner in 1930, Kobe archeologist of Japan in 1995 and the discovery of remnants of bone of Lao archeologist last year together with other scientific evidence, we can be certain that these sites serve as a burial place and these jars are not liquor containers for KhunJeuang as the legend suggests.

He added that the legend came from the fact that these places were used as a celebration venue by KhunJeuang after he succeeded in reuniting XiengKhuang due to their large space and flat surface.

The outcome of the 43rd Session of the World Heritage Committee is considered to be an initial achievement in developing and making the Plain of Jars well-known to the world. What we will do next is to travel to Paris, France, to deliver an invitation to the President of UNESCO for him to come to Laos and present an official certificate in XiengKhuang. Expectedly, it will happen in October this year.

For the second step, according to the Government’s direction and agreement, XiengKhuang will celebrate 3 major events on March 22, 2020, which is also the opening day for the 11th National Games. The province will celebrate the 65th anniversary of the Lao Revolutionary Party, receive a certificate and celebrate the approval of the Plain of Jars as the world heritage, and join hands to officially launch the National Games. The ceremony will feature marches depicting historical achievements, background of the Plain of Jars as well as ways in which people back then build these jars.

He concluded that as a leading member of XiengKhuang, I feel proud of this 20-year long-awaited achievement for the Lao PDR getting the Plain of Jars approved as the world heritage. This is the first of step of our success thanks to Lao people, especially XiengKhuang people who will continue to cooperate further in preserving the jars, while actively promoting tourism attracting more and more visitors to the province in the future. Apart from the Plain of Jars, facilities and services in other tourist sites in the province have to be improved to accommodate more tourists and increase income for the locals. This will help improve their living conditions which falls in line with the Party and Government’s direction in graduating from the Least Developed Country status.

He would like to invite both domestic and foreign tourists to experience the specialty and good weather that this land of hero, surrounded by green plateau, has to offer. XiengKhuang is now ready with all necessary facilities to serve you. “XiengKhuang people welcome all of you.”

Comments