ບັນດານະໂຍບາຍ ແລະ ມາດຕະການປີ 2019

ຄືດັ່ງທີ່ໄດ້ສະເໜີໄປສອງບົດແລ້ວກ່ຽວກັບຂົງເຂດເສດຖະກິດ. ສະບັບນີ້ ຈະຍົກໃຫ້ເຫັນບັນດານະໂຍບາຍ ແລະ ມາດຕະການ ປີ 2019 ກ່ຽວກັບຂົງເຂດດັ່ງກ່າວ ມີບາງຈຸດສໍາຄັນດັ່ງນີ້

  • ດ້ານງົບປະມານແຫ່ງລັດ
  1. ດ້ານລາຍຮັບ ຕ້ອງຈັດຕັ້ງຜັນຂະຫຍາຍ ວ່າດ້ວຍອາກອນມູນຄ່າເພີ່ມ ສະບັບປັບປຸງໃຫ້ເຂັ້ມງວດ, ເປັນເອກະພາບໃນທົ່ວປະເທດ. ສຸມໃສ່ຂະຫຍາຍຖານລາຍຮັບດ້ວຍການຫັນເອົາຫົວໜ່ວຍທຸລະກິດຂະໜາດກາງ ທີ່ເສຍອາກອນແບບມອບເໝົາໃຫ້ເຂົ້າສູ່ການຖືບັນຊີ ຢ່າງໜ້ອຍ 10% ຂອງຈໍານວນຫົວໜ່ວຍມອບເໝົາທັງໝົດທົ່ວປະເທດ ແລະ ນໍາໃຊ້ການຄິດໄລ່ອາກອນມູູນຄ່າເພີ່ມແບບມີກໍານົດ ແລະ ປັບປຸງໄປສູ່ການເຂົ້າລະບົບອາກອນມູນຄ່າເພີ່ມຕາມກົດໝາຍ; ຄົ້ນຄວ້າສ້າງ ແລະ ປັບປຸງ ບັນດານະໂຍບາຍ ດ້ານພາສີ-ອາກອນ ໃຫ້ສອດຄ່າງກັບການຂະຫຍາຍຕົວຂອງເສດຖະກິດ-ສັງຄົມ, ໃນພາກພື້ນ ແລະ ສາກົນ ເຊັ່ນ: ກົດໝາຍວ່າດ້ວຍພາສີ, ກົດໝາຍວ່າດ້ວຍສ່ວຍສາອາກອນ, ກົດໝາຍວ່າດ້ວຍອາກອນຊົມໃຊ້, ກົດໝາຍວ່າດ້ວຍອາກອນລາຍໄດ້, ກົດໝາຍວ່າດ້ວຍການປະກັນໄພ, ລັດຖະບັນຍັດວ່າດ້ວຍຄ່າທໍານຽມ ແລະ ຄ່າບໍລິການ, ລັດຖະບັນຍັດວ່າດ້ວຍພາສີທີ່ດິນ, ນະໂຍບາຍຫັນຊັບສິນເປັນທຶນ, ຂໍ້ຕົກລົງວ່າດ້ວຍຄ່າບໍລິການສິນຄ້ານໍາເຂົ້າ ແລະ ສົ່ງອອກ ສິນຄ້າຜ່ານແດນສາກົນ ແລະ ບັນດານິຕິກໍາລຸ່ມກົດໝາຍອື່ນໆ
  • ປັບປຸງກົນໄກ, ຂັ້ນຕອນ ແລະ ການບໍລິການ ເພື່ອອໍານວຍຄວາມສະດວກໃນການດໍາເນີນທຸລະກິດ ແລະ ການປະຕິບັດພັນທະຕໍ່ງົບປະມານ ໃຫ້ມີຄວາມສະດວກ, ທັນສະໄໝ, ໂປ່ງໃສ,​ ວ່ອງໄວ ແລະ ມີປະສິດທິຜົນ.
  • ສ້າງລະບົບຄຸ້ມຄອງພາຫະນະ ທີ່ເຂົ້າມາເພື່ອເປົ້າໝາຍທ່ອງທ່ຽວ, ລະບົບການຕິດຕາມການເຄື່ອນຍ້າຍສິນຄ້າພາຍໃນປະເທດ, ສືບຕໍ່ປັບປຸງລະບົບຄຸ້ມຄອງການນໍາເຂົ້ານໍ້າມັນ ໂດຍຕິດຕັ້ງລະບົບຕິດຕາມ-ກວດນັບການນໍາເຂົ້າ ແລະ ເຄື່ອນຍ້າຍນໍ້າມັນເຊື້ອໄຟ (E-METER) ຢູ່ບັນດາສາງເກັບນໍ້າມັນໃນຂອບເຂດທົ່ວປະເທດ
  • ຈັດຕັ້ງຜັນຂະຫຍາຍ ມະຕິຂອງຄະນະປະຈໍາສະພາແຫ່ງຊາດ ວ່າດ້ວຍການເກັບອາກອນຊົມໃຊ້ເພີ່ມຕຶ່ມ ຈາກເບຍນໍາເຂົ້າ ແລະ ເບຍລາຄາຖືກ
  • ສືບຕໍ່ຂະຫຍາຍສໍາຫຼວດຫົວໜ່ວຍທຸລະກິດ ແລະ ຖານລາຍຮັບ ຕາມຄໍາສັ່ງເລກທີ 40/ນຍ ໄປຫາບັນດາແຂວງທີ່ມີເງື່ອນໄຂ ເຊັ່ນ: ຫຼວງພະບາງ, ຄໍາມ່ວນ, ສະຫວັນນະເຂດ ແລະ ຈໍາປາສັກ
  • ຊຸກຍູ້ໃຫ້ບັນດາຫົວໜ່ວຍທຸລະກິດແຈ້ງເສຍອາກອນແຕ່ລະປະເພດດ້ວຍຕົນເອງ ຜ່ານລະບົບຄຸ້ມຄອງອາກອນແບບທັນສະໄໝ (TaxRIS) ແລະ ການມອບພັນທະຕ່າງໆນັ້ນຜ່ານລະບົບທະນາຄານ
  • ຄົ້ນຄວ້ານະໂຍບາຍ ແລະ ມາດຕະການຄຸ້ມຄອງໃນການປະຕິບັດພັນທະ, ການໃຫ້ນະໂຍບາຍພາສີ-ອາກອນ ຂອງບັນດາຫົວໜ່ວຍທຸລະກິດ ໃນຂະແໜງພະລັງງານໄຟຟ້າ ແລະ ບໍ່ແຮ່, ຄຸ້ມຄອງການຈັດເກັບລາຍຮັບ ຈາກຄ່າຊັບພະຍາກອນທໍາມະຊາດ, ຄ່າພາກຫຼວງໃຫ້ຄົບຖ້ວນ
  • ການສ້າງກົນໄກປະສານງານ ແລະ ກໍານົດມາຕະການ ໃນການນໍາເອົາລາຍຮັບຈາກຊັບສິນ ແລະ ການຂາຍເຄື່ອງຣົບທີ່ສານຕັດສິນເປັນຂອງລັດໃຫ້ຄົບຖ້ວນ ແລະ ຖືກຕ້ອງຕາມກົດໝາຍ
  • ຄຸ້ມຄອງ ແລະ ຮັບປະກັນໃຫ້ມີຄວາມຖືກຕ້ອງທາງດ້ານມູນຄ່າແຈ້ງພາສີ ດ້ວຍການປັບປຸງ ແລະ ສ້າງຖານຂໍ້ມູນລາຄາໃນການກໍານົດມູນຄ່າແຈ້ງເສຍພາສີ ສົ່ງອອກ-ນໍາເຂົ້າສິນຄ້າ ໃນແຕ່ລະໄລຍະໃຫ້ສອດຄ່ອງກັບຫຼັກການຂອງອົງການ ການຄ້າໂລກ
  • ຄຸ້ມຄອງບັນຜູ້ປະກອບການທີ່ດໍາເນີນທຸລະກິດສົ່ງອອກ-ນໍາເຂົ້າສິນຄ້າ ແລະ ຜູ້ບໍລິການແຈ້ງພາສີໃຫ້ເຄື່ອນໄຫວຕາມກົດໝາຍ ແນໃສ່ເພື່ອສົ່ງເສີມໃຫ້ຜູ້ປະກອບການໃຫ້ມີມາດຕະຖານ ສາມາດເຊື່ມໂຍງກັບສາກົນ
  • ດໍາເນີນມາດຕະການທາງກົດໝາຍຢ່າງເດັດຂາດ ຕໍ່ກັບບັນຫາລົດນໍາເຂົ້າທີ່ບໍ່ຖືກຕ້ອງທີ່ຍັງຄົງຄ້າງໃຫ້ຂາດຕົວ, ຕ້ານ ແລະ ສະກັດກັ້ນການຄ້າຂາຍເຖື່ອນ, ດໍາເນີນຄະດີຕໍ່ຜູ້ກະທໍາຜິດກົດໝາຍ ແລະ ລະບຽບການ
  • ຄົ້ນຄວ້າ ແລະ ດໍາເນີນການປັບປຸງວິສາຫະກິດຂອງລັດລົງທຶນ ທີ່ມີປະສິດທິພາບຕໍ່າ ໃຫ້ມີປະສິດທິຜົນດີຂຶ້ນກວ່າເກົ່າ ຫຼືຄົ້ນຄວ້າຫັນໄປສູ່ຮູບການກໍາມະສິດອື່ນ
  • ເພີ່ມທະວີການຕ້ານ ແລະ ສະກັດກັ້ນການຮົ່ວໄຫຼຂອງລາຍຮັບງົບປະມານ ທຸກຮູບແບບ, ໃນກໍລະນີພົບເຫັນການລະເມີດໂດຍກົງ ລວມທັງກໍລະນີ ມີການສົມຮູ້ຮ່ວມຄິດ ແມ່ນໄດ້ດໍາເນີນການກວດກາ, ເກັບກໍາ ແລະ ປະຕິບັດມາດຕະການຢ່າງເດັດຂາດ
  • ສືບຕໍ່ປະຕິບັດນະໂຍບາຍສົ່ງເສີມການຈັດເກັບລາຍຮັບ ຂອງຂະແໜງການ ແລະ ທ້ອງຖິ່ນ ໃຫ້ເໝາະສົມກວ່າເກົ່າ ດ້ວຍການແບ່ງຂັ້ນຄຸ້ມຄອງໃຫ້ມີຄວາມຊັດເຈນ ເພື່ອເປັນການຊຸກຍູ້ໃຫ້ການເກັບລາຍຮັບໃຫ້ຫຼາຍຂຶ້ນ ແລະ ສາມາດນໍາໃຊ້ສ່ວນທີ່ເກີນເຂົ້າໃນການໃຊ້ຈ່າຍທີ່ຈໍາເປັນ ຕາມອັດຕາສ່ວນທີ່ລັດຖະບານກໍານົດໃຫ້ ໃນແຕ່ລະປີ, ສະເພາະນະໂຍບາຍຊຸກຍູ້ໃຫ້ຫົວໜ່ວຍງົບປະມານຂັ້ນສູນກາງທີ່ມີລາຍຮັບວິຊາການ ໃນກໍລະນີທີ່ປະຕິບັດລາຍຮັບເກີນແຜນທີ່ໄດ້ຮັບຮອງໃນສົກປີ ຈະໄດ້ມີການຄົ້ນຄວ້າດັດສະເລ່ຍຄືນໃໝ່ ເພື່ອໃຫ້ຈັດສັນສ່ວນທີ່ເກີນເພື່ອປະຕິບັດລາຍຈ່າຍ ແລະ ມອບເຂົ້າງົບປະມານ ຕາມລະບຽບການ.

 

policies and measures for 2019

State budget

  1. Revenue: the revised Law on Value Added Tax must be implemented strictly and unanimously; concentrate on expanding revenue base by urging medium-sized businesses who engage in a lump-sum tax payment, at least 10% of the total number nationwide, to hold a tax account instead, while utilizing the fixed-rate VAT and improve its system based on the relevant law; study and improve custom-tax policies in correspondence with the socio-economic growth both regionally and internationally, such as the Customs Law, Law on Taxation, Law on Consumer Tax, Law on Income Tax, Law on Insurance, Presidential Ordinance on Fee and Service Charge, Presidential Ordinance on Land Customs, Policy on Turning Land into Capitals, Agreement on Import-Export Service Charge at International Border Checkpoints, and other sub legal acts.
  • Improve mechanism, procedures and services to facilitate business operation and fulfilment of budget obligation to promote convenience, modernity, transparency, speed and effectiveness.
  • Establish a system managing vehicles entering Laos for a tourist purpose, a system monitoring the movement of goods in the country; continue to improve a system managing oil import by installing a system (E-Meter) to monitor, and keep track of all imports and transports of fuel among warehouses nationwide.
  • Implement the resolution of the National Assembly Standing Committee on further collection of consumer tax from imported and low-priced beer.
  • Continue to expand business and revenue base survey in accordance with the Prime Minister’s Instruction No. 40/PM to qualified provinces, namely LuangPrabang, Khammouan, Savannakhet and Champasack.
  • Support business units in tax payment by themselves through TaxRIS and fulfill other obligations via banking system.
  • Study polices and measures for managing the fulfilment of obligations, grant custom-tax privileges to power and mining businesses, manage the full revenue collection from natural resources and other royalties.
  • Establish coordination mechanism and measures for turning land into capitals as well as selling assets confiscated by court based on relevant laws.
  • Manage and guarantee the accuracy of tax declaration data by improving and creating a database for import-export tax rate in each period in correspondence with the World Bank’s principle.
  • Manage entrepreneurs operating import-export business and tax declaration service to comply with laws in order to promote high standard entrepreneurs to integrate internationally.
  • Executive legal measures to address the illegally imported vehicle issue completely, combat and prevent illicit trade, prosecute those who violate laws and regulations.
  • Study and improve the effective operation of low-quality state enterprises or transform them into other forms of ownership.
  • Increase the ability to combat and prevent budget leakage in all forms. In case of a direct violation including conspiracy, such illegal act shall be subject to examination, review and absolute legal measures.
  • Continue to properly implement the revenue collection promotion policy across sectors and localities by dividing levels of management clearly in order to boost revenue collection, while spending the exceeding amount collected on other necessary expenditure based on the ratio set forth by the Government in every year. As for the policy supporting budget units at the central level, in case they exceed their fiscal-year revenue collection plan, such revenue will be managed for spending and adding to the total budget as regulated.

Comments