ອົງກອນຈະຫັນປ່ຽນສູ່ Digital Transformation ແນວໃດ?  

ປັດຈຸບັນໂລກຂອງທຸລະກິດມີການຫັນປ່ຽນຢ່າງໄວວາ, ນັບຕັ້ງແຕ່ການເກີດຂຶ້ນມາໃໝ່ຂອງບັນດາອົງກອນ ແລະ ຫົວໜ່ວຍທຸລະກິດ ເຮັດໃຫ້ການແຂ່ງຂັນຂ້ອນເພີ່ມສູງຂຶ້ນ, ຍັງບໍ່ນັບບັນດາຂອງນະວັດຕະກໍາໃໝ່ໆ ທີ່ເຂົ້າມາສ້າງການປ່ຽນແປງ ແລະ ເພີ່ມການແຂ່ງຂັນໃຫ້ນຳອີກ. ສະນັ້ນ ບັນດາອົງກອນຕ່າງໆຈຶ່ງຕ້ອງມີການພັດທະນາຕົນເອງຢູ່ສະເໝີ, ຕ້ອງນໍາກະແສໃຫ້ທັນຕາມເທຣນຂອງໂລກທີ່ປ່ຽນໄປ. ແຕ່ບັນດາທ່ານ ກ່ອນທີ່ຈະປັບຕົວໄປຕາມກະແສນັ້ນກໍຕ້ອງຮຽນຮູ້ກ່ອນວ່າ ຈະເລີ່ມຕົ້ນຈາກຈຸດໃດ? ແລ້ວມຸ່ງໜ້າໄປທິດທາງໃດ? ລະບົບຕ່າງໆທີ່ມີໃນອົງກອນຂອງທ່ານສາມາດປັບປ່ຽນໄປນໍາກັນໄດ້ ຫຼືບໍ່? ແລະ ຖ້າຈະໄປໃຫ້ໄດ້ຕ້ອງປັບປ່ຽນຫຍັງແດ່? ເຊິ່ງມື້ນີ້ເຮົາຈະມາຮຽນຮູ້ໄປນໍາກັນກ່ຽວກັບການປັບຕົວຂອງອົງກອນເພື່ອໄປສູ່ Digital Transformation!!!

“Digital Transformation” ໝາຍເຖິງ ການຫັນປ່ຽນໂດຍໃຊ້ເຕັກໂນໂລຊີເຂົ້າມາມີສ່ວນຮ່ວມ ເພື່ອໃຫ້ສອດຄ່ອງກັບຍຸກສະໄໝທີ່ປ່ຽນໄປ ຫຼືຖ້າເປັນທາງທຸລະກິດ ແລະ ອົງກອນ ຄວາມໝາຍກໍຈະຄ້າຍຄືກັບການຫັນປ່ຽນຮູບແບບຂອງອົງກອນຢ່າງມີຍຸດທະສາດ ແລະ ນຳໃຊ້ເຕັກໂນໂລຊີເຂົ້າມາຊ່ວຍ ເພື່ອໃຫ້ທັນກະແສໂລກ ແລະ ເສດຖະກິດໃຫ້ຍັງຄົງດໍາເນີນຕໍ່ໄປໄດ້, ບໍ່ດັ່ງນັ້ນກໍອາດຈະຕ້ອງຍອມແພ້ຖືກ Digital Disruption ເຂົ້າແທນທີ່.

ການທີ່ອົງກອນຈະຫັນປ່ຽນໄປສູ່ “Digital Transformation” ມີຫຼາກຫຼາຍຮູບແບບ ແຕ່ທີ່ເຮົາຈະແນະນໍາຕໍ່ໄປນີ້ເປັນຫຼັກການທີ່ເຫັນວ່າມີປະໂຫຍດຕໍ່ອົງກອນ ແລະ ບໍລິສັດ; ເຊິ່ງ ມີອົງປະກອບຫຼັກຢູ່ 5 ຢ່າງຄື:

  1. ຍຸດທະສາດຂອງທຸລະກິດ (Strategy): ຖືວ່າເປັນແກນສໍາຄັນ ທີ່ຈະເຮັດໃຫ້ອົງກອນກ້້າວໄປເຖິງເປົ້າໝາຍຢ່າງມີທິດທາງໄດ້
  2. ການສື່ສານຂອງພະນັກງານ ແລະ ລູກຄ້າ (Staff & Customer Engagement): ເປັນສິ່ງຈໍາເປັນທີ່ຕ້ອງເຮັດໃຫ້ມີປະສິດທິພາບທີ່ສຸດ ເພື່ອໃຫ້ເກີດຄວາມເຊື່ອໝັ້ນທັງຕໍ່ ພະນັກງານ ແລະ ລູກຄ້າຂອງອົງກອນ
  3. ປ່ຽນແປງວັດທະນະທໍາຂອງອົງກອນ (Culture of Innovation): ເປັນເລື່ອງທີ່ສໍາຄັນຫຼາຍ ທີ່ຈະເຮັດໃຫ້ພະນັກງານຢູ່ກັບອົງກອນໄປດົນໆ ພຽງແຕ່ວັດທະນະທໍາທີ່ດີຂອງອົງກອນຍັງບໍ່ພໍ ຕ້ອງມີເຕັກໂນໂລຊີ ຫຼືຄວາມຮູ້ສົ່ງເສີມໄປພ້ອມ ກໍຈະຊ່ວຍໃຫ້ພະນັກງານເກັ່ງຂຶ້ນ
  4. ເຕັກໂນໂລຊີ (Technology): ບໍ່ພຽງແຕ່ອຸປະກອນເທົ່ານັ້ນ ແຕ່ຕ້ອງເປັນການລົງທຶນທັງໝົດລະບົບຂອງອົງກອນ ລວມທັງສ້າງບຸກຄະລາກອນ ທີ່ເຂົ້າໃຈ ແລະສາມາດນຳໃຊ້ເຕັກໂນໂລຊີໃຫ້ກາຍເປັນສ່ວນໜຶ່ງຂອງອົງກອນ ແລະເກີດປະໂຫຍດສູງສຸດ
  5. ຂໍ້ມູນນໍາມາໃຊ້ໃຫ້ເກີດປະໂຫຍດ (Data & Analytics): ໃນຍຸກນີ້ໃຜມີຂໍ້ມູນກໍປຽບດັ່ງຂຸມຊັບ ພຽງແຕ່ຈໍາເປັນຕ້ອງຮູ້ວິທີການວິເຄາະ ແລ້ວມາໃຊ້ໃຫ້ເກີດປະໂຫຍດຕໍ່ອົງກອນໃຫ້ຖືກດ້ານ

ດັ່ງນັ້ນ ອົງກອນທີ່ກະກຽມປັບຕົວດ້ວຍ Digital Transformation ຈຶ່ງຄວນເຮັດໃຫ້ຄົບທັງ 5 ຂໍ້ ຈຶ່ງຈະເອີ້ນວ່າເປັນການສ້າງໃຫ້ອົງກອນກ້າວເຂົ້າສູ່ Digital Transformation ຢ່າງແທ້ຈິງ. ບໍ່ສາມາດຂາດຢ່າງໃດຢ່າງໜຶ່ງໄປໄດ້, ເພາະຖ້າຂາດຢ່າງໃດຢ່າງໜຶ່ງໄປຈະເຮັດໃຫ້ Digital Transformation ເກີດບັນຫາກັບອົງກອນໄດ້.

  • Digitization ມີພ້ອມທຸກຢ່າງແຕ່ຂາດຍຸດທະສາດ

“Strategy”ຄືຍຸດທະສາດທີ່ປຽບດັ່ງແຜນທີ່ ເຮັດໃຫ້ອົງກອນເດີນໜ້າຕໍ່ໄປໂດຍບໍ່ຫຼົງທາງ ເປັນການຕັ້ງເປົ້າໝາຍໃຫ້ຊັດເຈນ. ດັ່ງນັ້ນ ເມື່ອຂາດຍຸດທະສາດກໍຄືກັບເຮືອທີ່ໄຫຼໄປແບບບໍ່ມີທິດທາງ ເປັນພຽງແຕ່ການປ່ຽນວິທີການເຮັດວຽກໃນຮູບແບບດັ້ງເດີມ ມາເປັນ Digital ເທົ່ານັ້ນ, ແຕ່ຍັງບໍ່ເຖິງຂັ້ນເປັນDigital Transformation ໄດ້.

  • Resistance ເກີດການຕໍ່ຕ້ານຈາກພະນັກງານ ແລະ ລູກຄ້າ

ຫາກຂາດ “Staff & Customer Engagement” ກໍເຮັດໃຫ້ສື່ສານກັນບໍ່ຮູ້ເລື່ອງ ຫຼືຂາດຄວາມເຂົ້າໃຈທັງລູກຄ້າ ແລະ ພະນັກງານ, ມີໂອກາດສູງທີ່ພະນັກງານ ແລະ ລູກຄ້າຈະເກີດການຕໍ່ຕ້ານຄວາມປ່ຽນແປງ. ແຖມຍັງຂາດຄວາມຮ່ວມມືຢ່າງຈິງໃຈ ເຮັດໃຫ້ເສຍໂອກາດໃນການປັບປ່ຽນອົງກອນໄປສູ່ Digital Transformation

  • Incoherent Action ຂາດນະວັດຕະກໍາ ໃນວັດທະນະທໍາອົງກອນ

ເມື່ອຂາດຄວາມເຂົ້າໃຈໃນການສ້າງວັດທະນະທໍາອົງກອນ ຈະເຮັດໃຫ້ເກີດຄວາມລົ້ມເຫຼວໃນການສ້າງວັດທະນະທໍາອົງກອນ, ເຮັດໃຫ້ບຸກຄະລາກອນຂາດຄວາມຮູ້ – ຄວາມສາມາດ ທີ່ຈະນໍາໄປພັດທະນາຕໍ່ຍອດໃຫ້ເກີດປະໂຫຍດກັບບໍລິສັດໄດ້. ດັ່ງນັ້ນ ການເພີ່ມພູນຄວາມຮູ້ເປັນສ່ວນໜຶ່ງຂອງວັດທະນະທໍາອົງກອນ ຈຶ່ງຈະເຮັດໃຫ້ສ້າງພະນັກງານທີ່ເກັ່ງ ແລະ ນໍາຄວາມສາມາດມາໃຊ້ປະໂຫຍດສູງສຸດໄດ້

  • Frustration ຄວາມຂັດຂ້ອງຂອງການເປັນ Digital Transformation ເມື່ອປາສະຈາກເຕັກໂນໂລຊີ

ແນ່ນອນວ່າເຕັກໂນໂລຊີຄືໜຶ່ງໃນແກນຫຼັກຂອງການຫັນປ່ຽນທີ່ເຮັດໃຫ້ເກີດ Digital Transformation ໃນອົງກອນ, ຫາກປາສະຈາກເຕັກໂນໂລຊີແລ້ວ ກໍຄ້າຍກັບວ່າອົງກອນຖືກກີດຂວາງບໍ່ສາມາດເຮັດໃຫ້ເກີດ Digital Transformation ໄດ້ ຫຼືອີກດ້ານໜຶ່ງຄືມີເຕັກໂນໂລຊີ ແຕ່ຂາດຄວາມຮູ້ຄວາມສາມາດໃນການນໍາໃຊ້ໃຫ້ເກີດປະໂຫຍດຕໍ່ອົງກອນ ເຊິ່ງເຮັດໃຫ້ບໍ່ປະສົບຄວາມສໍາເລັດເຊັ່ນກັນ.

  • Stagnation ອົງກອນຈະບໍ່ເຕີບໃຫຍ່ເມື່ອຂາດການໃຊ້ປະໂຫຍດຈາກຂໍ້ມູນ

ຄືດັ່ງທີ່ກ່າວໄປແລ້ວນັ້ນ ໃນຍຸກທີ່ຂໍ້ມູນ (Data)ຖືວ່າມີປະໂຫຍດມະຫາສານ ແຕ່ຍິ່ງມີຂໍ້ມູນຫຼາຍ ກໍຍິ່ງມີຄວາມຈໍາເປັນທີ່ຕ້ອງຈັດລຽງໝວດໝູ່ ແລະ ນໍາຂໍ້ມູນເຫຼົ່ານັ້ນມາວິເຄາະ ຈາກນັ້ນຈຶ່ງນໍາໄປໃຊ້ປະໂຫຍດ. ແຕ່ຖ້າອົງກອນມີຂໍ້ມູນໃນມືຫຼາຍ ແລ້ວບໍ່ຮູ້ຈັກນໍາຂໍ້ມູນນັ້ນມາໃຊ້ໃຫ້ເກີດປະໂຫຍດໄດ້ ກໍເທົ່າກັບວ່າອົງກອນນັ້ນບໍ່ມີຄວາມສາມາດທີ່ຈະເຕີບໃຫຍ່ຂຶ້ນໄດ້

ສຸດທ້າຍນີ້ ຜູ້ຂຽນຢາກບອກວ່າ ກ່ອນທີ່ອົງກອນຈະເລີ່ມຕົ້ນເຮັດ Digital Transformation ຄວນມີຄວາມພ້ອມ ແລະ ພັດທະນາທັງ 5 ດ້ານນີ້ໄປພ້ອມໆກັນ, ຖ້າຫາກອົງກອນກ້າວໄປທາງໜ້າ ກໍຈະສາມາດຂ້າມຜ່ານ Digital Transformation ແລະ ສາມາດນໍາພາທຸລະກິດໃຫ້ຂະຫຍາຍຕົວໄດ້ໃນອະນາຄົດ.

how will organizations achieve digital transformation?

Currently, the business world is changing rapidly. With the emergence of new organizations and business units plus new innovations, the world is changing much faster and becoming highly competitive. As a result, organizations must always improve themselves to keep with global trends. Before you think of adapting to such trends, you must know where to being, which direction you should head to? Can you change existing systems in your organizations? And if so, what will be changed? Today, we will learn on how organizations can do to prepare themselves for digital transformation.

“Digital Transformation” refers to the process of incorporating modern technology into your business and organizations strategically. The technology will be applied to help you keep up with the world and be able to sustain your business. Not doing so, you will face with digital disruption and business failure in the end.

“Digital Transformation” can occur in various forms. However, we will suggest some principles that we think are useful for your organizations and companies. Here are the 5 elements:

  1. Business Strategy: this is the core steering your organization towards destination.
  2. Staff and Customer Engagement: ensuring maximum effectiveness of this task is highly necessary in order to create trust upon staff and customers.
  3. Culture of Innovation: it is very important to keep staff at your organization for a long-term. Good company culture is not enough to do so, but technology or knowledge that will support employee’s development.
  4. Technology: this does not refer to only devices, but also investment in systems throughout your organization, including attempt to help employees understand and be able to use such technology as part of the organization and for maximum benefits.
  5. Data and Analytics: in this era, having data is like possessing treasure. You just have to know how to analyze such data in order to use it for the benefit of your organization.

 

Therefore, organizations preparing for digital transformation should achieve all 5 elements above to be able to truly complete its digital transformation. Missing one in the list, companies will face issue in their digital transformation attempt. Please take a look at the picture below:

(Picture here)

  • Digitalization without strategy

“Strategy” is like a clear map help moving your organization forward and on track towards destination. Thus, an organization without strategy is like a boat without direction. Digitalization in this case is merely the process of changing a way of working towards digital, not to be considered as digital transformation.

  • Resistance from staff and customers

Without “Staff and Customer Engagement,” communication cannot be carried out effectively resulted in the lack of understanding among clients and employees, which will cause resistance upon change and lack of sincere cooperation from them. You will then lose an opportunity to attempt digital transformation.

  • Incoherent action in company culture

Without understanding in company culture will lead to the failure in creating company culture. Then, employees will also have lack of knowledge and capability to further develop their company. As a result, knowledge increasing should be part of company culture in order to build capable staff who will be able to yield maximum benefits for their workplace.

  • Without technology, digital transformation will be obstructed

Absolutely, technology is another core of digital transformation in every organization. Without technology, digital transformation within an organization will be obstructed. Even though you have all the technologies, you can fail the process if you lack knowledge and capability to use them for maximum benefits of your organization.

  • organizations will face stagnation if they cannot make use of data

In the era when data is tremendously useful. However, having a large collection of data can be troublesome as you have to be able to well categorize and analyze such information before using it for the benefit of your business. If your organization fail to make use of data you have, it will be difficult for your business to grow.

Lastly, the author would like to suggest that before attempting digital transformation, you should get yourself ready and achieve the 5 elements. If you can advance forward, you should be able to leap over digital transformation and lead your business towards success in the fut

Comments