ຄວາມຮູ້ກ່ຽວກັບການລົງທຶນດ້ານພັນທະບັດ ໃນ ສປປ ລາວ.

ຜູ້ອ່ານຫຼາຍໆທ່ານ ອາດຈະລຶ້ງເຄີຍກັບການທ້ອນເງິນ ດ້ວຍການຝາກເງິນມີກຳນົດ ໄວ້ນຳທະນາຄານທຸລະກິດ ເຊິ່ງໄດ້ຮັບຜົນຕອບແທນໃນຮູບແບບດອກເບ້ຍ. ສ່ວນ ພັນທະບັດລັດຖະບານ  ອາດຍັງເປັນເລື່ອງໃໝ່ ແລະ ຍັງບໍ່ເປັນທີ່ຮູ້ຈັກສຳລັບບຸກຄົນທົ່ວໄປ ເນື່ອງຈາກ ທີ່ຜ່ານມາ ການລົງທຶນໃນພັນທະບັດສ່ວນໃຫຍ່ ແມ່ນເປັນທີ່ຮູ້ຈັກກັນສຳລັບນິຕິບຸກຄົນຫຼາຍກວ່າ. ໃນບົດຄວາມນີ້ ຂໍນຳສະເໜີ ອີກທາງເລືອກໜຶ່ງທີ່ໜ້າສົນໃຈໃນ ການທ້ອນເງິນໃຫ້ກັບບັນດາຜູ້ອ່ານ ນັ້ນກໍຄື ການລົງທຶນດ້ານພັນທະບັດ, ພ້ອມທັງ ປຽບທຽບໃຫ້ເຫັນເຖິງຂໍ້ດີ ແລະ ຂໍ້ເສຍ ຂອງການລົງທຶນດ້ານພັນທະບັດ ແລະ ການຝາກເງິນ.

ກ່ອນຈະໄປລົງທຶນເຮົາມາທຳຄວາມເຂົ້າໃຈນຳກັນກ່ອນວ່າ “ພັນທະບັດ” ແມ່ນ ເຄື່ອງມືທາງການເງິນປະເພດໜີ້ ທີ່ກະຊວງການເງິນເປັນຜູ້ຕາງໜ້າ ແລະ ໄດ້ຮັບມອບສິດຈາກລັດຖະບານໃນການອອກ ແລະ ຮັບປະກັນການຊຳລະຄືນຕົ້ນທຶນ ແລະ ດອກເບ້ຍຕາມທີ່ໄດ້ກຳນົດໄວ້ໃນໃບພັນທະບັດ. ໃນນີ້ ຜູ້ອອກພັນທະບັດ ກໍຄື ກະຊວງການເງິນ ມີຖານະເປັນລູກໜີ້ ແລະ ຜູ້ຊື້ພັນທະບັດ ເຊິ່ງອາດແມ່ນ ນິຕິບຸກຄົນ ຫຼື ບຸກຄົນທົ່ວໄປ ມີຖານະເປັນເຈົ້າໜີ້, ໂດຍຜົນຕອບແທນທີ່ຜູ້ລົງທຶນຈະໄດ້ຮັບແມ່ນ ໃນຮູບແບບດອກເບ້ຍຈາກຜູ້ອອກພັນທະບັດ ທີ່ມີຄວາມສູງຕໍ່າແຕກຕ່າງກັນຕາມອາຍຸຂອງພັນທະບັດ. ມາຮອດນີ້ ຜູ້ອ່ານ ອາດພໍເຫັນພາບແລ້ວວ່າ ການຊື້ພັນທະບັດ ກໍຄ້າຍຄືກັບການຝາກເງິນ ເຊິ່ງມີຜົນຕອບແທນເປັນດອກເບ້ຍ ແລະ ໄດ້ຮັບເງິນຕົ້ນເມື່ອຮອດກຳນົດເວລາຄືກັນ. ຕໍ່ໄປ ພວກເຮົາມາເບິ່ງນຳກັນວ່າ ການທ້ອນເງິນທັງສອງແບບນີ້ ແບບໃດໜ້າສົນໃຈກວ່າກັນ.

  1. ຄວາມສ່ຽງ

ພັນທະບັດ ແລະ ການຝາກເງິນ ລ້ວນແຕ່ເປັນການອອມເງິນທີ່ມີຄວາມສ່ຽງຕໍ່າຫຼາຍ ເນື່ອງຈາກ ຜູ້ທ້ອນຈະໄດ້ຮັບເງິນຕົ້ນຄືນເມື່ອຄົບກຳນົດ ແລະ ດອກເບ້ຍອັດຕາຄົງທີ່ຕາມທີ່ໄດ້ຕົກລົງກັນໄວ້, ນອກນັ້ນ ພັນທະບັດ ຖືວ່າເປັນເຄື່ອງມືທາງການເງິນທີ່ມີຄວາມໜ້າເຊື່ອຖືຫຼາຍທີ່ສຸດໃນປະເທດ ຍ້ອນລັດຖະບານມີອຳນາດໃນການເກັບພາສີ ແລະ ອອກພັນທະບັດໃໝ່ ເພື່ອໃຊ້ຄືນໜີ້ສິນ, ສ່ວນໃນກໍລະນີທະນາຄານຜິດນັດຊໍາລະໜີ້ ຫຼື ຮ້າຍແຮງສຸດຄືການລົ້ມລະລາຍ ເຈົ້າໜີ້ ກໍຄື ຜູ້ຝາກເງິນ ກໍຍັງໄດ້ຮັບບຸລິມະສິດໃນການໄດ້ຮັບເງິນຄືນກ່ອນຜູ້ຖືຮຸ້ນອື່ນ.

  1. ຜົນຕອບແທນ

ຜົນຕອບແທນຂອງການຝາກເງິນແມ່ນມີພຽງແຕ່ດອກເບ້ຍເທົ່ານັ້ນ, ສ່ວນພັນທະບັດນອກຈາກໄດ້ ຮັບດອກເບ້ຍ ແລ້ວໃນກໍລະນີຜູ້ຖືພັນທະບັດຕ້ອງການຂາຍອອກກ່ອນໝົດອາຍຸສັນຍາຍັງອາດໄດ້ກຳໄລຈາກ ສ່ວນຕ່າງຈາກ ການຊື້-ຂາຍນຳອີກເຊັ່ນ: ຊື້ 1 ລ້ານກີບ ຕໍ່ໜ່ວຍ ແຕ່ອາດຂາຍໄດ້ 1.020.000 ກີບຕໍ່ໜ່ວຍ.

ໃນກໍລະນີທ້ອນໄປຈົນກວ່າໝົດອາຍຸສັນຍາ, ຈາກການສົມທຽບຜົນຕອບແທນຂອງພັນທະບັດ ແລະ ເງິນຝາກໃນຕາຕາລາງ

ເຫັນວ່າຖ້າທ່ານໃດສົນໃຈອອມເງິນແລ້ວໄດ້ຮັບເງິນຕົ້ນ ແລະ ດອກເບ້ຍໃນໄລຍະສັ້ນ ພາຍໃນ 1 ປີ ຄວນເລືອກທ້ອນດ້ວຍການຝາກເງິນດີກວ່າ, ຫາກທ່ານໃດຕ້ອງການທ້ອນເງິນໃນໄລຍະຍາວຂຶ້ນ ຕັ້ງແຕ່ 3 ປີ ຂຶ້ນໄປ ແມ່ນຄວນເລືອກທ້ອນດ້ວຍການຊື້ພັນທະບັດທີ່ໃຫ້ຜົນຕອບແທນທີ່ໜ້າດຶງດູດໃຈກວ່າ.

ໃນກໍລະນີປິດບັນຊີກ່ອນຮອດກຳນົດຫຼືຂາຍພັນທະບັດກ່ອນໝົດອາຍຸ, ຖ້າຕະຫຼາດມີສະພາບຄ່ອງທີ່ດີການ ອອມເງິນດ້ວຍການລົງທຶນໃນພັນທະບັດໃນທຸກອາຍຸຂອງສັນຍາແມ່ນຈະໃຫ້ຜົນຕອບແທນທີ່ດີກວ່າ ການຝາກ ເງິນເນື່ອງຈາກວ່າດອກເບ້ຍທີ່ຜູ້ຖືພັນທະບັດໄດ້ຮັບມາແລ້ວນັ້ນຈະບໍ່ຖືກເກັບຄືນ, ສ່ວນການຝາກເງິນແມ່ນມີ ການເກັບດອກເບ້ຍທີ່ໄດ້ຮັບໄປແລ້ວຄືນພ້ອມດ້ວຍຄ່າທຳນຽມຂອງດອກເບ້ຍດັ່ງກ່າວ.

  1. ວົງເງິນຂັ້ນຕໍ່າແລະຄ່າໃຊ້ຈ່າຍທີ່ຕິດພັນ

ການລົງທຶນໃນພັນທະບັດຈະມີ 2 ຕະຫຼາດຄືຕະຫຼາດຂັ້ນໜຶ່ງເຊິ່ງເປັນການຊື້-ຂາຍພັນທະບັດ ລະຫວ່າງຜູ້ອອກພັນທະບັດ (ລັດຖະບານ) ແລະຜູ້ຊື້ພັນທະບັດໂດຍມີໄລຍະກຳນົດເວລາຈອງຊື້ໃດໜຶ່ງທີ່ແນ່ນອນເຊິ່ງ ງວດນີ້ຢູ່ໃນລະຫວ່າງ ວັນທີ 25 ມີນາ ຫາ 05 ເມສາ 2019. ໃນນີ້, ພັນທະບັດ ແມ່ນຖືກນັບເປັນ “ໜ່ວຍ”, ແຕ່ລະໜ່ວຍມີມູນຄ່າກໍານົດ ເທົ່າກັບ 1 ລ້ານກີບ, ການຈອງຊື້ພັນທະບັດ ຕ້ອງຈອງຊື້ຢ່າງຕໍ່າ 10 ໜ່ວຍ ຫຼື 10 ລ້ານກີບ ຂຶ້ນໄປ ໂດຍທະວີຄູນຄັ້ງລະ 10 ລ້ານກີບຂຶ້ນໄປໂດຍບໍ່ມີຄ່າທຳນຽມໃນການຊື້ແລະເປີດບັນຊີ. ຫຼັງຈາກລັດຖະບານອອກຈຳໜ່າຍພັນທະບັດສຳເລັດແລ້ວ ພັນທະບັດດັ່ງກ່າວຈະຖືກນຳມາຈົດທະບຽນໃນຕະຫຼາດຫຼັກຊັບລາວ ຫຼື ເອີ້ນກັນວ່າ ຕະຫຼາດຂັ້ນສອງ ເຊິ່ງເປັນບ່ອນອຳນວຍຄວາມສະດວກໃນການແລກປ່ຽນຊື້-ຂາຍ ພັນທະບັດລະຫວ່າງຜູ້ຖືພັນທະບັດດ້ວຍກັນເອງຫຼືລະຫວ່າງຜູ້ຖືພັນທະບັດແລະຜູ້ທີ່ຕ້ອງການຊື້ພັນທະບັດແຕ່ຊື້ບໍ່ທັນໃນຕະຫຼາດຂັ້ນໜຶ່ງ, ໃນຕະຫຼາດ ຂັ້ນສອງນີ້ຫົວໜ່ວຍຊື້ຂາຍຕໍ່າສຸດແມ່ນ 1 ໜ່ວຍພັນທະບັດຫຼື 1 ລ້ານກີບສະນັ້ນຜູ້ຊື້ມີເງິນພຽງ 1 ລ້ານກີບ ກໍສາມາດຊື້ພັນທະບັດໄດ້ແລ້ວ, ໃນການແລກປ່ຽນຊື້-ຂາຍນີ້ທັງ ຜູ້ຊື້ແລະຜູ້ຂາຍຕ້ອງໄດ້ເສຍຄ່າທຳນຽມຜູ້ລະ0,032%  ຂອງມູນຄ່າທີ່ຊື້ຫຼືມູນຄ່າທີ່ຂາຍ. ຖ້າຜູ້ຖືພັນທະບັດຖືໄປຈົນສິ້ນສຸດອາຍຸສັນຍາກໍຈະໄດ້ຮັບດອກເບ້ຍທຸກໆຫົກເດືອນແລະເງິນຕົ້ນຄືນ ເມື່ອສິ້ນສຸດອາຍຸສັນຍາໂດຍບໍ່ມີຄ່າໃຊ້ຈ່າຍໃດໆ. ຖ້າຜູ້ຖືພັນທະບັດຕ້ອງການຂາຍອອກກ່ອນໝົດອາຍຸສັນຍາກໍຕ້ອງຈ່າຍຄ່າ ທຳນຽມຂາຍຕາມທີ່ກ່າວໄປ.

ສ່ວນການຝາກເງິນ ຕ້ອງມີເງິນເບື້ອງຕົ້ນຕໍ່າສຸດ 1 ລ້ານກີບ ແລະ ຄ່າທຳນຽມໃນການເປີດບັນຊີໃໝ່ 10 ພັນກີບ.ໃນກໍລະນີ ເງິນຝາກມີກຳນົດ 1 ປີ ໂດຍເລືອກຮັບດອກເບ້ຍທຸກໆຫົກເດືອນ, ຖ້າຜູ້ຝາກ ຢູ່ຄົບຕາມສັນຍາກໍຈະໄດ້ດອກເບ້ຍທຸກໆຫົກເດືອນແລະເງິນຕົ້ນເມື່ອຄົບອາຍຸສັນຍາ. ຖ້າຫາກຜູ້ຝາກປິດບັນຊີ ກ່ອນກຳນົດຕົວຢ່າງໃນມື້ສິ້ນສຸດເດືອນທີເຈັດເຊິ່ງໄດ້ຮັບດອກເບ້ຍມາເທື່ອໜຶ່ງແລ້ວໃນເດືອນທີຫົກ, ທະນາຄານຈະເກັບດອກເບ້ຍທີ່ຈ່າຍໄປແລ້ວນັ້ນຄືນພ້ອມດ້ວຍຄ່າທຳນຽມ 1% ຂອງດອກເບ້ຍດັ່ງກ່າວຫຼືຕໍ່າສຸດ 1 ແສນກີບ, ຈາກນັ້ນທະນາຄານຈະໄລ່ດອກເບ້ຍເງິນຝາກມີກຳນົດຫົກເດືອນໃຫ້ແລະໜຶ່ງເດືອນທີ່ເຫຼືອ ແມ່ນໄລ່ດອກ ເບ້ຍປະຢັດ.

  1. ສະພາບຄ່ອງ

ການທ້ອນເງິນທັງສອງຮູບແບບແມ່ນຖືເປັນການທ້ອນທີ່ມີສະພາບຄ່ອງຕໍ່າເນື່ອງຈາກມີການລະບຸມື້ໄດ້ຮັບເງິນຕົ້ນທີ່ແນ່ນອນ, ແຕ່ກໍບໍ່ໄດ້ໝາຍຄວາມວ່າ ເງິນທ້ອນຂອງທ່ານຈະຕ້ອງຖືກແຊ່ໄວ້ຈົນໝົດອາຍຸສັນຍາ.

ຕົວຢ່າງ:ພັນທະບັດ ອາຍຸ 1 ປີ ແຕ່ເມື່ອຖືຄອງໄປແລ້ວ 7 ເດືອນ ໄດ້ຮັບດອກເບ້ຍໄປແລ້ວ 1 ຄັ້ງ, ຜູ້ຖືພັນທະບັດມີຄວາມຈໍາເປັນໃນການໃຊ້ເງິນ ກໍສາມາດນໍາມາຂາຍໃນຕະຫຼາດຂັ້ນສອງໄດ້ ເຊິ່ງຜູ້ຂາຍອາດຈະໄດ້ສ່ວນຕ່າງຈາກການຊື້-ຂາຍນຳອີກ. ເຖິງຢ່າງໃດກໍຕາມການຂາຍໃນຕະຫຼາດຂັ້ນສອງແມ່ນອີງໃສ່ຄວາມຕ້ອງການຊື້ໃນຕະຫຼາດເຊິ່ງທ່ານອາດຈະບໍ່ໄດ້ຂາຍພາຍໃນເວລາທີ່ຕ້ອງການເມື່ອບໍ່ມີຜູ້ຊື້ຫຼືຕົກລົງລາຄາກັນກັບຜູ້ຊື້ບໍ່ໄດ້.

ການຝາກເງິນກໍບໍ່ສາມາດຖອນເງິນຕົ້ນຄືນກ່ອນໝົດອາຍຸສັນຍາໄດ້ຄືກັນ, ແຕ່ໃນກໍລະນີຈຳເປັນຜູ້ຝາກເງິນກໍ ສາມາດປິດບັນຊີກ່ອນຮອດກຳນົດໄດ້ແຕ່ຕ້ອງໄດ້ຫັກລົບຄ່າໃຊ້ຈ່າຍຕາມຂໍ້ 3 ຂ້າງເທິງ.

ມາຮອດນີ້ທ່ານຜູ້ອ່ານອາດຈະສັງເກດເຫັນວ່າສຳລັບ ການຝາກເງິນການເລີ່ມຕົ້ນແລະການສິ້ນສຸດການທ້ອນເງິນ (ການເປີດແລະປິດບັນຊີ) ແມ່ນຂຶ້ນກັບການຕັດສິນໃຈຂອງຜູ້ຝາກເງິນໂດຍກົງໂດຍອີງໃສ່ເງື່ອນໄຂຕ່າງໆທີ່ ກ່າວມາຂ້າງເທິງ. ສຳລັບພັນທະບັດຜູ້ລົງທຶນຍັງຕ້ອງຄຳນຶງເຖິງປັດໄຈປິ່ນອ້ອມຫຼາຍຢ່າງເຊັ່ນການຊື້ພັນທະບັດໃນຕະຫຼາດຂັ້ນໜຶ່ງຕ້ອງໄດ້ຊື້ໃນໄລຍະເວລາທີ່ຈຳໜ່າຍເທົ່ານັ້ນ, ສ່ວນການ ຊື້-ຂາຍໃນຕະຫຼາດຂັ້ນສອງກໍຕ້ອງຂຶ້ນກັບສະພາບຄ່ອງໃນຕະຫຼາດວ່າມີຜູ້ຕ້ອງການຊື້-ຂາຍຫຼືບໍ່ແລະການເຈລະຈາຕົກລົງລາຄາກັນ.ໂດຍປົກກະຕິແລ້ວການຊື້-ຂາຍພັນທະບັດໃນຕະຫຼາດຂັ້ນສອງແມ່ນມີ ສະພາບຄ່ອງຕໍ່າຢູ່ແລ້ວຍ້ອນມີຜົນຕອບແທນທີ່ແນ່ນອນແລະມີຄວາມສ່ຽງຕໍ່າຄົນສ່ວນຫຼາຍຈຶ່ງເລືອກທີ່ຈະຊື້ແລ້ວຖືໄວ້ຈົນໝົດສັນຍາ.

ສະຫຼຸບແລ້ວ,ຂໍ້ມູນການອອມສອງຮູບແບບທີ່ໄດ້ນຳສະເໜີໃນບົດຄວາມນີ້ແມ່ນມີຈຸດດີແລະຈຸດເສຍແຕກຕ່າງກັນເຊິ່ງທ່ານຜູ້ອ່ານຈະເລືອກແບບໃດນັ້ນແມ່ນອີງໃສ່ຄວາມສະດວກ, ຈຳນວນເງິນ, ສະພາບຄ່ອງແລະລັກສະນະການອອມຂອງທ່ານເອງ. ສຸດທ້າຍນີ້ຂໍຝາກໄວ້ວ່າຄວາມຮັ່ງມີແລະອິດສະຫຼະພາບທາງການເງິນແມ່ນເລີ່ມຕົ້ນມາຈາກການທ້ອນເງິນທ່ານໃດເລີ່ມກ່ອນຍິ່ງໄດ້ປຽບແລະກ້າວເຂົ້າສູ່ຄວາມຮັ່ງມີໄດ້ໄວຂຶ້ນ.

knowledge regarding bond in the Lao PDR.

Many readers may be familiar with a fixed deposit with commercial banks offering interest in return, but not with a public bond which is so uncommon among people in general. On the contrary, bond was more well-known for business entities in the previous time. Therefore, we would like to present in this article another option for saving which is bond investment with a clear comparison between advantages and disadvantages of saving with bond and bank deposits.

Before investing in this optional saving method, we need to understand that “bond” is a debt instrument created by the Ministry of Finance and authorized by the Government for the issuance and guarantee for principal and interest repayment as set forth in the bond. In this case, Ministry of Finance serves as an issuer and a debtor, while those who buy the bond, legal entities or individuals, are considered a creditor. Investors will receive a return in the form of interest from the bond issuer with a rate varies from the duration of the bond. Now, readers should have some pictures in their mind and realize that buying a bond is just similar to bank deposits in terms of interest and principal return paid on a due date. Next, we will explore more about these two saving methods to find out which option is better.

  1. Risk

Bond and bank deposits are the two least risky saving methods as depositors will receive their main principal on its due date and interest paid according to an agreement. Furthermore, bond is considered the most reliable financial tool as the Government will always have a financial source for repayment through tax collection and new bond issuance. When banks default or in the worst case scenario, they go bankrupt, creditors or depositors will be prioritized to receive their money back even before other shareholders.

  1. Return

Return of bank deposits appears only in the form of interest, while bondholders will not only enjoy interest in return, but also a profit from selling their bond before its duration ends. For instance, you can buy a unit of bond for 1 million kip and sell it for 1,020,000 kip per unit.

By comparing the return rate between bond and bank deposits, it can be seen that bank deposits are better for a short-term investment, like 1 year. If you would like to have a long-term saving, like 3 years or above, bond offers a more attractive benefit. This applies when you reach the due date of your deposit.

In case you would like to close your account or sell your bond before its contractual due, bond in all durations will offer a better return, depending on market liquidity, than bank deposits. Interest claimed by bondholders will not be retrieved, while interest from bank deposits will be revoked including fee associated to such interest.

  1. Minimum Finance and Associated Fee

Bond can be bought from two markets. The first-level market is the transaction between the issuer (Government) and buyers under a fixed date of reservation. This phase ranges from March 25 to April 05, 2019. In this case, bond is counted as “unit,” each unit values 1 million kip, the minimum purchase of bond in this market shall be 10 units or 10 million kip without any fee associated to the purchase and account opening process. After the Government releases its bonds, such bonds will be registered with the Lao Security Exchange or can be called as the second-level market. This market will serves as a bond-exchange venue among bondholders or others who are interested in buying, but could not do so in the first market. At this level, the minimum purchase of bond is limited to only 1 unit or 1 million kip making it more affordable for those who have only 1 million kip. Another difference to the first-level market is that sellers and buyers now have to pay 0.032% fee of the total value exchanged between them in this market level. If bondholders hold onto their bonds until the contractual due, they will receive interest every six months and the total principal at the contractual end without any other charges. If bondholders would like to sell their bonds before the contractual end, they will have to pay for all associated fee mentioned earlier.

Bank deposits require a minimum deposit of 1 million kip and 10,000 kip of fee for opening a new account. In case of a 1-year fixed account receiving interest in every six months, if depositors hold onto their account until the contractual due, they will receive their interest every six months and the total principal at the contractual end. If they choose to close their account early, for instance they close the account at the end of the seventh month, while already receiving the first six-month interest, banks will retrieve the interest plus a 1% charge of the interest or minimum of 100,000 kip. Then, banks will recalculate a new interest for the six months based on the six-month fixed rate. The seventh month interest will be paid based on the saving account rate.

  1. Liquidity

The two saving methods have low liquidity because there is a fixed date for withdrawing your principal. However, that does not mean you cannot do anything with your money until the contractual end.

For example: a 1-year-old bond when its holders possess for 7 months and already receive the first interest from it, and would like to use money before the contractual end can sell the bond in the second-level market which they could earn extra profit from it. Nevertheless, bond selling is steering by market demand which could take time in order to find the right buyer or price for it.

Saving in bank deposits cannot be withdrew before the contractual end. In case of urgent need, depositors can close their bank account before its due date. However, they will have to comply with all associated fees as mentioned in number 3 above.

Now, readers may notice that bank deposits from the starting to ending process (open and close an account) depends directly on depositors’ decision based on conditions mentioned above. For bonds, investors must take into consideration of various factors. Bonds sold in the first-level market can only be bought within a specific timeframe, while those traded in the second-level market will depend on the actual market liquidity, market demand and price negotiation. In general, bond transaction in the second-level market has low liquidity due to a clear return and low risk. Most people then choose to buy bonds and hold onto until the contractual end.

In summary, the two saving methods both have advantages and disadvantages. Whichever choice you pick will depend on your convenience, amount of money you have, liquidity and saving style. Lastly, we would like to suggest that in order to be rich and enjoy financial freedom, you should start from saving. First mover has the upper hand of reaching wealth faster than others.

 

Comments