ຜູ້ອຳນວຍການໃຫຍ່ທະນາຄານ ອາເຮັສບີລາວ ມີປະສົບການຫຼາຍກວ່າ 30 ປີ ບໍລິການດ້ານການເງິນ ແລະທະນາຄານ.

ຂຶ້ນປົກໃນເດືອນກັນຍາ 2019 ພວກເຮົາໄດ້ຮັບກຽດສຳພາດທ່ານ Danny Ling ຜູ້ອຳນວຍການໃຫຍ່ທະນາຄານອາເຮັສບີລາວຈຳກັດເຊິ່ງທ່ານມີປະສົບການຫຼາຍກວ່າ 30 ປີໃນການເຮັດວຽກໃນຂະແໜງບໍລິການ ດ້ານການເງິນແລະທະນາຄານ.  ທ່ານໄດ້ອະທິບາຍໃຫ້ຮູ້ເຖິງການພັດທະນາແລະການເຕີບໃຫຍ່ຂະຫຍາຍຕົວ ຂອງທະນາຄານອາເຮັສບີຕະຫລອດໄລຍະ 5 ປີທີ່ຜ່ານມາແຜນການດໍາເນີນງານແລະເປົ້າໝາຍໃນອານາຄົດ.  ໂດຍທ່ານ Danny Ling ໄດ້ເລີ່ມເຂົ້າມາປະຈຳການທີ່ທະນາຄານອາເຮັສບີລາວນັບແຕ່ປີ 2014 ເປັນຕົ້ນມາ.

  1. ຂໍໃຫ້ທ່ານອະທິບາຍໂດຍສັງເຂບກ່ຽວກັບ ທະນາຄານອາເຮັສບີ ລາວ ຈຳກັດ?

ທະນາຄານ ອາເຮັສບີ ລາວ ຈຳກັດ ແມ່ນພາກສ່ວນໜຶ່ງຂອງກຸ່ມທະນາຄານອາເຮັສບີ ເຊິ່ງເປັນກຸ່ມທຸລະກິດການເງິນແບບຄົບວົງຈອນ ອັນດັບ 4 ຂອງມາເລເຊຍ.ທຸລະກິດຫຼັກຂອງກຸ່ມທະນາຄານແບ່ງອອກເປັນ 3 ຂະແໜງສຳຄັນດັ່ງລຸ່ມນີ້: ກຸ່ມທະນາຄານເພື່ອລູກຄ້າລາຍຍ່ອຍ, ກຸ່ມທຸລະກິດສາກົນ ແລະ ກຸ່ມທະນາຄານເພື່ອການລົງທຶນ. ການດໍາເນີນທຸລະກິດຂອງກຸ່ມທະນາຄານໃນພາກພື້ນແມ່ນຂະຫຍາຍກວມເອົາ 9 ປະເທດລວມມີ: ມາເລເຊຍ, ສິງກະໂປ, ອິນໂດເນເຊຍ, ໄທ, ບຣູໄນ, ກຳປູເຈຍ, ຮົງກົງ, ຫວຽດນາມ ແລະ ສປປ ລາວ, ກຸ່ມທະນາຄານ ອາເຮັສບີມີແຮງບັນດານໃຈໃນການສືບຕໍ່ມອບປະສົບການທີ່ເໜືອລະດັບໃຫ້ແກ່ລູກຄ້າ ແລະ ສ້າງມູນຄ່າໃຫ້ແກ່ຄູ່ຮ່ວມລົງທຶນເພື່ອໃຫ້ໄດ້ຮັບການຍອມຮັບໃນຖານະຜູ້ນຳດ້ານກຸ່ມທຸລະກິດທີ່ໃຫ້ບໍລິການດ້ານການເງິນລະດັບສາກົນ.

ທະນາຄານ ອາເຮັສບີ ລາວ ໄດ້ເປີດດຳເນີນການມາຕັ້ງແຕ່ຕົ້ນເດືອນ ມິຖຸນາ ປີ 2014 ໂດຍມີ 3 ສາຂາ ໃນນະຄອນຫຼວງວຽງຈັນ (ສາຂາໃຫຍ່ຕັ້ງຢູ່ບ້ານໂພນໄຊ, ມີສາຂາຍ່ອຍຢູ່ບ້ານສີຖານເໜືອ ແລະ ດົງໂດກ). ຂ້າພະເຈົ້າ  Danny Ling, ພ້ອມດ້ວຍທີມງານ 63 ຄົນ ແມ່ນມີຄວາມພ້ອມ ແລະ ຍິນດີຈະໃຫ້ບໍລິການດ້ານການທະນາຄານແກ່
ທຸກທ່ານໃນ ສປປ ລາວ.

  1. ຄວາມສຳເລັດທີ່ພົ້ນເດັ່ນໃນໄລຍະເວລາ 5 ປີທີ່ຜ່ານມາມີຫຍັງແດ່”?

ໃນ 5 ປີທີ່ຜ່ານມາທະນາຄານ ອາເຮັສບີ ລາວ ສາມາດຂະຫຍາຍສາຂາໄດ້ 3 ແຫ່ງ.  ຂ້າພະເຈົ້າມີຄວາມພາກພູມໃຈທີ່ຈະແຈ້ງຕໍ່ທ່ານຜູ້ອ່ານວ່າໃນຊຸມປີຜ່ານມາພວກເຮົາໄດ້ສ້າງທີມງານທີ່ມີຄວາມສາມາດ ແລະ ເອົາໃຈໃສ່ໃນການເຮັດວຽກ, ນຳໃຊ້ຄວາມຮູ້ຄວາມສາມາດ ແລະ ປະສົບການທັງພາຍໃນແລະຕ່າງປະເທດ, ໂດຍສະເພາະແມ່ນ
ສຸມໃສ່ເພື່ອຕອບສະໜອງເລື່ອງການບໍລິການທະນາຄານທີ່ເໜືອລະດັບໃຫ້ແກ່ບັນດາລູກຄ້າ.

  1. ຈຸດເດັ່ນຂອງທະນາຄານ ອາເຮັສບີ ມີຫັຍງແດ່?

ທ່ານ Danny Ling ກ່າວວ່າ: ທະນາຄານ ອາເຮັສບີ ລາວ ໄດ້ສະໜອງຜະລິດຕະພັນ ແລະ ການບໍລິການທີ່ຫຼາກຫຼາຍໃຫ້ແກ່ບັນດາທຸລະກິດລວມທັງທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ (SMEs), ນອກຈາກຜະລິດຕະພັນ ແລະ ການບໍລິການທົ່ວໄປແລ້ວ ທະນາຄານ ອາເຮັສບີ ລາວ ຍັງໃຫ້ຄຳແນະນຳດ້ານການທະນາຄານແກ່ບັນດາລູກຄ້າອີກດ້ວຍ. ພວກເຮົານຳໃຊ້ເຕັກໂນໂລຊີໃນການບໍລິການບັນດາລູກຄ້າ, ສ້າງການເຂົ້າເຖິງແບບງ່າຍດາຍ ແລະ ສະດວກສະບາຍໂດຍຜ່ານບັນດາຊ່ອງທາງ ດີຈີຕອລ.

ທະນາຄານ ອາເຮັສບີ ເອົາໃຈໃສ່ໃນການສ້າງສາຍພົວພັນກັບລູກຄ້າໃຫ້ມີຄວາມເຂັ້ມແຂງພວກເຮົາສຸມໃສ່ການອອກແບບການບໍລິການທີ່ມີຄວາມຜູກພັນແບບພິເສດຕໍ່ລູກຄ້າ ແລະ ລູກຄ້າຈະໄດ້ຮັບຜະລິດຕະພັນ ແລະ ການບໍລິການທີ່ມີຄຸນນະພາບ ແລະ ຄຸນຄ່າ ເຊິ່ງແທດເໝາະກັບຄວາມຮຽກຮ້ອງຕ້ອງການໃນແຕ່ລະໄລຍະ.

  1. ອາເຮັສບີ ມີກິດຈະກຳເຄື່ອນໄຫວເພື່ອສັງຄົມ ຫຼື ບໍ່? ຖ້າມີ, ມີກິດຈະກຳໃດແນ່?

ທະນາຄານຂອງພວກເຮົາມີບູລິມະສິດໃນການສ້າງຕົນເອງໃຫ້ກາຍເປັນທະນາຄານທີ່ສ້າງປະໂຫຍດໃຫ້ແກ່ຊຸມຊົນ ແລະ ສັງຄົມ.  ທະນາຄານ ອາເຮັສບີ ສືບຕໍ່ສ້າງສາຍພົວພັນກັບປະຊາຊົນໃນຊຸມຊົນຕ່າງໆທີ່ດຳເນີນທຸລະກິດຢູ່, ໂດຍສະເພາະກັບກຸ່ມຄົນດ້ອຍໂອກາດ.  ພວກເຮົາເບິ່ງເຫັນໂອກາດໃນການລົງທຶນໃສ່ອານາຄົດຂອງໄວໜຸ່ມ ແລະ ຊ່ວຍໃຫ້ພວກເຂົາກາຍເປັນສະມາຊິກທີ່ມີຄວາມຮັບຜິດຊອບໃນຊຸມຊົນໂດຍຜ່ານກິດຈະກຳທີ່ຖືກຈັດຂຶ້ນທຸກປີ ພາຍໃຕ້ໂຄງການ “RHB Touch Heart” ແລະ ໂຄງການ “ອາເຮັສບີ ຄລີນິກເຝິກຊ້ອມກິລາເຕະບານ”ເຊິ່ງນີ້ກໍແມ່ນຊ່ອງທາງໃນການສ້າງຄວາມເຂັ້ມແຂງໃຫ້ກັບຊຸມຊົນຂອງພວກເຮົາ.

  1. ທ່ານມີວິທີດຶງດູດລູກຄ້າແນວໃດ?

ພວກເຮົາໃຫ້ຄວາມສຳຄັນກ່ຽວກັບສາຍພົວພັນກັບລູກຄ້າ, ທະນາຄານ ອາເຮັສບີ ລາວ ເຂົ້າໃຈເຖິງຄວາມຕ້ອງການຂອງລູກຄ້າ ແລະ ສະໜອງຜະລິດຕະພັນທີ່ສາມາດແກ້ໄຂບັນຫາຂອງລູກຄ້າໄດ້. ດັ່ງນັ້ນ, ພວກເຮົາຈຶ່ງລົງໄປພົບປະ ແລະ ໂອ້ລົມກັບລູກຄ້າຢ່າງກົງໄປກົງມາ. ທະນາຄານ ອາເຮັສບີ ລາວ ຍັງໄດ້ສົ່ງເສີມທຸລະກິດຜ່ານແຜນການຕະຫຼາດຕ່າງໆ ທັງການໂຄສະນາທາງ ອອນໄລ໌ ແລະ ອ໋ອບໄລ໌ ໃນແຕ່ລະໄລຍະ.

  1. ທ່ານຄິດແນວໃດ ກ່ຽວກັບສະພາບເສດຖະກິດຂອງປະເທດລາວໃນປັດຈຸບັນ?

ເຖິງວ່າສະພາບເສດຖະກິດໃນປະເທດລາວ ແລະ ພາກພື້ນມີການເໜັງຕີງ, ມີສິ່ງທ້າທາຍເພີ່ມຂຶ້ນ, ໃນສະພາບເສດຖະກິດປັດຈຸບັນ, ປະເທດລາວຍັງມີອຸດສະຫະກໍາອີກຫຼາຍຢ່າງທີ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເສີມຂະຫຍາຍເສດຖະກິດ ເຊັ່ນ: ການຄ້າ, ການຂົນສົ່ງ, ການບໍລິການ ແລະ ການທ່ອງທ່ຽວ. ສ່ວນອຸດສະຫະກຳອື່ນໆແມ່ນຢູ່ໃນສະພາບຄົງທີ່ ແລະ ກໍາລັງໃຊ້ເວລາເພື່ອກະຕຸ້ນໃຫ້ຂະຫຍາຍຕົວຕື່ມ.

  1. ທະນາຄານ ອາເຮັສບີ ວາງແຜນອານາຄົດໄວ້ຄືແນວໃດແດ່ສໍາລັບ 3 ປີຕໍ່ໜ້າ?

ພວກເຮົາຈະສືບຕໍ່ເຮັດວຽກຢ່າງໜັກໃນການສືບຕໍ່ບໍລິການເຂົ້າເຖິງລູກຄ້າ ແລະ ເຂົ້າຮ່ວມເປັນສ່ວນໜຶ່ງຂອງຊຸມຊົນທຸລະກິດໃຫ້ໄດ້ຫຼາຍທີ່ສຸດ.ນອກຈາກນັ້ນ ພວກເຮົາຍັງເຫັນວ່າເຕັກໂນໂລຊີມີຄວາມສຳຄັນຫຼາຍ, ດັ່ງນັ້ນ ປັດຈຸບັນພວກເຮົາຈຶ່ງຕ້ອງໄດ້ຄົ້ນຄວ້າເຖິງຄວາມເປັນໄປໄດ້ໃນການນຳເອົານະວັດຕະກຳ ແລະ ລະບົບ “ດິຈີຕອລ” ມານໍາໃຊ້ໃນທຸລະກິດຂອງພວກເຮົາ ແລະ ໃນຕະຫຼາດລາວ.

  1. ທ່ານມີຫຍັງຢາກຝາກເຖິງຜູ້ອ່ານ ຫຼື ບໍ່?

ເນື່ອງໃນໂອກາດຄົບຮອບ 5 ປີ ຂອງທະນາຄານ ອາເຮັສບີ ລາວ ນີ້, ພວກເຮົາຢາກຂໍສະແດງຄວາມຮູ້ບຸນຄຸນຕໍ່ລັດຖະບານ, ຜູ້ຄຸ້ມຄອງ, ລູກຄ້າ, ຄູ່ຮ່ວມທຸລະກິດ ແລະ ໝູ່ເພື່ອນທີ່ຮັກແພງທຸກທ່ານ ທີ່ຢືນຢູ່ຄຽງຂ້າງ ແລະ ໃຫ້ການສະໜັບສະໜູນພວກເຮົາມາໂດຍຕະຫຼອດ. ພວກເຮົາຫວັງວ່າທ່ານຈະສືບຕໍ່ຮ່ວມມືກັບ ອາເຮັສບີ ຂອງພວກເຮົາເພື່ອຊ່ວຍຕອບສະໜອງຄວາມຕ້ອງການດ້ານການເງິນ,ການລົງທຶນໃນທ້ອງຖິ່ນ ແລະ ພາກພື້ນຕໍ່ໄປ.

 (ວາລະສານທາເກັດ ສະບັບ 158 ເດືອນກັນ 2019 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe, ຮ້ານ The pizza company ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

SERVING THE NEEDSOF CUSTOMERS IS KEY TO DOING

BUSINESS FOR RHB BANK LAO, THEREFORE

“ TOGETHER WE PROGRESS ”

In this September 2019 issue, we spoke to Mr. Danny Ling, CEO of RHB Bank Lao, who shared his thoughts with us on the financial industry and banking business in Laos. With more than 30 years of experience in the industry, Danny Ling talks about the overall development and growth of RHB Bank Lao over the last 5 years, goals and future plans of the Bank. He has been with RHB Bank Lao since 2014.

 

  1. Please give us an overview of RHB Bank Lao Limited

RHB Bank Lao is part of RHB Banking Group, which is the fourth largest fully integrated financial services group in Malaysia. The Group’s core businesses are streamlined into three main business pillars, namely Group Retail and Commercial Banking, Group International Business and Group Corporate and Investment Banking. The Group’s regional presence now spans nine countries including Malaysia, Singapore, Indonesia, Thailand, Brunei, Cambodia, Hong Kong, Vietnam and Lao PDR. It is RHB Banking Group’s aspiration to continue to deliver superior customer experience and shareholder value and to be recognised as a Leading Multinational Financial Services Group.

RHB Bank Lao commenced business in June 2014 with its main office in Vientiane, located at Kaysone Phomvihane Road, Phonxay with two other branches in Sithan Neua and Dongdok, respectively. Employing more than 60 local staff, we are ready to serve the banking needs of its customers.

  1. What are your major achievements in the last 5 years?

In the last 5 years, RHB Bank Lao has expanded from just one branch to three branches. I am proud to say in the course of these past few years, we have built a committed and capable team, leveraging on the expertise of both local and international talents, with a focus on providing a superior banking experience for our customers.

  1. What are the core competencies of RHB Bank?

RHB Bank Lao provides a wide range of products and services, with added focus towards small and medium enterprises (SMEs), going beyond the provision of conventional products and services, and offering customers a holistic ecosystem with end-to-end solutions. We leverage on technology to engage with our customers, creating greater accessibility and convenience through their preferred digital channels.

In our efforts to strengthen customer relationships; we strive to create personal connections that provide unique value to our customers by entrenching ourselves in the local community and understanding their needs at the different stages of their life journey.

As a customer-centric bank, customer experience is indeed an important factor in the success and growth of our business. Customers can look forward to products and services that are competitive and of value, including customised loan packages and other services to meet their needs and requirements.

  1. Do you have any corporate social responsibility activities? What are they?

As a Bank that is community-driven, RHB Bank Lao continues to touch the lives of the communities where we operate, especially amongst the underprivileged and underserved. We are committed to play an active role in nurturing and developing children and youth in Laos, as well as in harnessing potential as leaders of tomorrow.

The Group’s annual RHB Touch Hearts initiatives, and the RHB Football Clinic provides the Bank with a strong platform to deliver on these aspirations.

  1. How do you attract customers?

In staying relevant and in reaching out to customers in Laos, RHB’s direction is aligned with the requirements of customers in tandem with the momentum of the country’s business landscape. We believe that a personalized banking experience is fundamental to building long term relationships, and the ability to live up to
high standards of service excellence is key to attracting customers. On the community front, we supplement our marketing efforts by engaging our local communities in job fairs, career days at colleges, and by undertaking social work.

  1. What is your opinion on the current economic situation in Laos?

Despite the volatile regional landscape and challenges in the domestic economic environment, Laos has many active industries are key contributors to the country’s economic growth such as trading, logistics, services and tourism. Other industries which are expected to pick up momentum include concessionaires, the forestry industry and real estate.

  1. What are the future plans of RHB Bank Lao in the next 3 years?

As we continue delivering versatile solutions and superior experiences to our customers, RHB is set to take on a more prominent role in the local business community.

We are also deepening our digital footprint and look forward to further integrating technology into our processes and offerings to provide even more convenience and value to our customers.

  1. Any final word to the readers?

In conjunction with RHB Bank Lao’s 5th anniversary, we would like to express our gratitude to the government, regulators, customers, business partners and friends for their continuous support and patronage.
We look forward to becoming your preferred banking partner for your local as well as regional financial and investment needs.

Comments