ກຽມປັບຕົວສູ່ຊ່ອງທາງການຕະຫຼາດຍຸກ 5.0

ເມື່ອຫຼາຍປະເທດເຂົ້າສູ່ຍຸກ 4.0 ຫຼື ບາງປະເທດກຳລັງຫາກໍຈະເຂົ້າ,ຫຼາຍຄົນຈະສັງເກດເຫັນເຖິງຄວາມປ່ຽນແປງຫຼາຍຢ່າງໃນທຸລະກິດ ແລະ ອຸດສາຫະກຳຕ່າງໆຂອງບ້ານເຮົາ ແລະ ປະເທດອື່ນໆ ໂດຍສະເພາະກຸ່ມທຸລະກິດ SMEsຫັນມາປັບຕົວສູ່ການເປັນ Smart Enterprisesຫຼື ກຸ່ມ Startupsທີ່ເນັ້ນການໃຊ້ນະວັດຕະກຳໃໝ່ໆ,​ໃຊ້ຄວາມຄິດສັງສັນ ແລະ ເນັ້ນການລົງທຶນໜ້ອຍແຕ່ໄດ້ກຳໄລຫຼາຍເປັນຫຼັກ.

ໂລກທຸລະກິດທີ່ບໍ່ເຄີຍຢຸດຢູ່ບ່ອນເກົ່ານີ້ ແນ່ນອນວ່າອີກບໍ່ດົນຍຸກ 4.0 ກໍຈະກາຍເປັນອະດີດໄປ ແລະ ເຮົາຄວນຕັ້ງຄຳຖາມເຖິງທຸລະກິດຍຸກ 5.0 ໄດ້ແລ້ວວ່າ: ທຸລະກິດຮ້ານຄ້າຕ່າງໆຕ້ອງມີການປັບຕົວຕື່ມອີກຫຼາຍປານໃດ? ຕ້ອງໃຊ້ຍຸດທະສາດການຕະຫຼາດທີ່ແຕກຕ່າງໄປຈາກຍຸກ 4.0 ແບບໃດ?

ແນວຄິດການຕະຫຼາດຍຸກ 5.0 ຖືກເວົ້າຂຶ້ນໂດຍ John EllettCEOnFusionນັກຂຽນປຶ້ມດ້ານການຕະຫຼາດ The CEO Manifesto: A 100-Days Action Plan For Marketing Change Agents ແລະ ຍັງເປັນນັກຂຽນອິດສະຫຼະໃຫ້ກັບວາລະສານ Forbes.ໂດຍທ່ານໄດ້ໃຫ້ຄຳນິຍາມວ່າ“ການຕະຫຼາດ 5.0 ມາພ້ອມກັບການທຳລາຍ ແລະ ເພີ່ມໃຫ້ຍຸກເກົ່າ. ປັດຈຸບັນ, ການຕະຫຼາດ 5.0 ເປັນຍຸກຂອງການເອົາຊະນະກັນດ້ວຍປະສົບການຈາກຊ່ອງທາງການຕະຫຼາດທີ່ຫຼາກຫຼາຍ”

ດັ່ງທີ່ເຮົາຮູ້ແລ້ວວ່າ ທຸລະກິດຈະປະສົບຜົນສຳເລັດໄດ້ໃນປັດຈຸບັນ ຕ້ອງສາມາດເຂົ້າເຖິງປະສົບການຂອງລູກຄ້າໃຫ້ໄດ້ ຍຸດທະສາດທຸລະກິດຍຸກ 4.0 ທີ່ເນັ້ນການໃຊ້ສື່ດີຈິຕ໋ອນເພື່ອເຂົ້າເຖິງລູກຄ້າໃຫ້ຫຼາຍທີ່ສຸດ ອາດບໍ່ແມ່ນທາງເລືອກດີທີ່ສຸດອີກຕໍ່ໄປ. ດັ່ງນັ້ນ,ຈຶ່ງຕ້ອງການຊ່ອງທາງທຸລະກິດທີ່ສາມາດເຂົ້າເຖິງລູກຄ້າໄດ້ຖືກກຸ່ມ, ສ້າງຄວາມສະດວກສະບາຍ, ໃຫ້ປະສົບການທີ່ດີ ແລະ ມີການເກັບຂໍ້ມູນ ( DATA) ເພື່ອນຳມາໃຊ້ປະໂຫຍດ ກໍຄືການເຮັດການຕະຫຼາດຍຸກ 5.0 ນັ້ນເອງ.

Omni-Channel ຄືຫົວໃຈສໍາຄັນຂອງການຕະຫຼາດຍຸກ 5.0

Omni Channel ຄືການສາມາດຕິດຕໍ່ສື່ສານກັບລູກຄ້າໃນຫຼາກຫຼາຍຊ່ອງທາງເພື່ອສ້າງປະສົບການດີທີ່ສຸດໃຫ້ກັບລູກຄ້າ ໂດຍບໍ່ຈຳເປັນຕ້ອງເປັນວ່າຕ້ອງມີແຕ່ ອອນໄລ໌ (online)ຫຼື ອ໋ອບໄລ໌ (offline)ແຕ່ຈະໃຊ້ທັງສອງຊ່ອງທາງຫຼັກນີ້ມາປະສົມປະສານກັນ ເປັນຊ່ອງທາງທີ່ສາມາດເຂົ້າເຖິງລູກຄ້າໄດ້ຖືກກຸ່ມ, ສ້າງປະສົບການທີ່ດີ. ​ຈົນເກີດເປັນຍຸດທະສາດການຕະຫຼາດທີ່ມີຄວາມເຊື່ອມໂຍງກັນ (Omni-Channel Experiences) ໂດຍມີຊ່ອງທາງສຳຄັນດັ່ງນີ້:

  • Email Direct Marketing (EDM): ເປັນຊ່ອງທາງທີ່ສາມາດເຂົ້າເຖິງລູກຄ້າໄດ້ໂດຍກົງ ແລະສະເພາະເຈາະຈົງທີ່ສຸດ ທ່ານຈຶ່ງມີໂອກາດນຳສະເໜີ Content ຫຼື ໂປຣໂມຊັນ ໄດ້ຖືກໃຈລູກຄ້າຫຼາຍທີ່ສຸດ.
  • CRM on Website: ເວັບໄຊ້ເປັນຊ່ອງທາງທີ່ມີຄຸນນະພາບ ແລະ ມີຄວາມເຊື່ອຖືຫຼາຍ ຖ້າຫາກທຽບກັບຊ່ອງທາງອອນໄລ໌ອື່ນໆ ການບໍລິຫານສາຍພົວກັບກັບລູກຄ້າ(CRM–Customer Relationship Management) ຫຼືໂປຣແກຣມສ້າງຄວາມຊື່ສັດ(Loyalty Program)ຜ່ານເວັບໄຊ້ ຈຶ່ງເປັນຊ່ອງທາງທີ່ສ້າງຄວາມເຊື່ອຖື ໄວ້ໃຈໄດ້ດີໃນລະດັບໜຶ່ງລະຫວ່າງທ່ານກັບລູກຄ້າ.
  • Social Media: ສື່ສັງຄົມອອນໄລ໌ ເປັນອີກຊ່ອງທາງໜຶ່ງທີ່ມາແຮງ ແລະ ມີຄວາມໃກ້ສິດກັບຄົນເຮົາຫຼາຍທີ່ສຸດ ແຕ່ການຈະໃຊ້ສື່ສັງຄົມອອນໄລ໌ໃຫ້ໄດ້ຜົນ, ທ່ານຕ້ອງຢຸດ “ການຫວ່ານແຫ” ໃສ່ລູກຄ້າ ແລ້ວຫັນມານຳໃຊ້ສື່ທີ່ເຈາະຈົງໃສ່ກຸ່ມເປົ້າໝາຍ, ພ້ອມທັງນຳສະເໜີເນື້ອໃນ(Content) ທີ່ສອດຄ່ອງກັບສື່ ແລະ ກຸ່ມເປົ້າໝາຍຂອງທ່ານໃຫ້ຫຼາຍທີ່ສຸດ.
  • Mobile Media: ມີຫຼາຍສະຖິຕິຢັ້ງຍືນວ່າ ໂທລະສັບ ສະມາດທ໌ໂຟນ ຫຼື ສື່ທາງໂທລະສັບມືຖື ຄືສື່ທີ່ກຳລັງໄດ້ຮັບຄວາມສົນໃຈ ແລະ ນິຍົມທີ່ສຸດ ຫຼາຍກວ່າການໃຊ້ Desktop, Tablet ແລະ ສື່ອື່ນໆ ການທີ່ໜ້າຮ້ານຄ້າຂອງທ່ານໃຫ້ຄວາມສຳຄັນກັບແອັບພິເຄຊັນ (Application) ຫຼື ກິດຈະກໍາຕ່າງໆໃນມືຖືສະມາດທ໌ໂຟນ ກໍຈະເປັນການສ້າງໂອກາດທາງທຸລະກິດໄດ້ຫຼາຍເຊັ່ນກັນ.
  • Real-Time Media: ສື່ແບບໄວທັນໃຈ, ດຽວນີ້ເວລານີ້ (Real-Time ) ຄືກັບການ Live ຊ່ວຍໃຫ້ທ່ານສື່ສານກັບລູກຄ້າໄດ້ດີຍິ່ງຂຶ້ນ ເພາະທ່ານສາມາດຕອບຄຳຖາມກັບລູກຄ້າໄດ້ໂດຍກົງ ແລະ ສ້າງປະສົບການທີ່ດີໃຫ້ກັບພວກເຂົາໄດ້ຫຼາຍກວ່າການສື່ສານທາງດຽວ.
  • Programmatic Display: ການຊື້ພື້ນທີ່ໂຄສະນາໃນສື່ຕ່າງໆ ບໍ່ວ່າຈະເປັນ Google Display Network, Google Ads ຫຼື Facebook Ads ເປັນວິທີທີ່ທ່ານສາມາດເຂົ້າເຖິງລູກຄ້າໄດ້ງ່າຍທີ່ສຸດ ຊ່ອງທາງເຫຼົ່ານີ້ຈຶ່ງມີຄວາມສຳຄັນກັບການເຮັດທຸລະກິດຍຸກດີຈິຕ໋ອນເປັນຢ່າງດີ.

ສະຫຼຸບຄື:ການຕະຫຼາດຍຸກ 5.0 ແມ່ນເປັນຍຸກຂອງ Omni-Channel ແລະ ເຮົາໄດ້ຮູ້ເຖິງຊ່ອງທາງທີ່ຄວນໃຊ້ເຮັດການຕະຫຼາດຍຸກ 5.0 ໄປແລ້ວ. ສະບັບໜ້າຈະພາທຸກທ່ານໄປຮູ້ຈັກກັບ ຍຸດທະສາດການຕະຫຼາດທີ່ຄວນນຳໃຊ້ ຮັບຮອງວ່າການເຮັດການຕະຫຼາດໃນຍຸກ 5.0 ຂອງທ່ານຈະຕ້ອງມີປະສິດທີ່ພາບແນ່ນອນ.

get ready for marketing 5.0

In the 4.0 era, some countries have been able to adjust well, while some have not. Many of us might have noticed differences in business and industry in our country as well as the world, especially for SMEs in transforming themselves into smart enterprises or startups which concentrate on the utilization of new innovations, creativity and low investment for high profit.

Business world never stop advancing. Certainly, we will move past the 4.0 towards a new era. In that case, we should ask ourselves of how should our business prepare for the so called 5.0 era? What market strategy should we use? And how will it be different from the 4.0 era?

Marketing ideas in the 5.0 era was first raised by John Ellett, CEO nFusion, a writer of a marketing book called “The CEO Manifesto: A 100-Day Action Plan for Marketing change Agents, and a freelance writer for Forbes. He referred to “marketing 5.0 as something that would ruin as well as support its past era. Currently, marketing 5.0 is the era of competing using Omni-Channel marketing.”

As we all know, for business nowadays to be successful, it must be able to relate to customer’s experience. Marketing strategy in the 4.0 era with a focus on the usage of digital media to reach the highest number of consumers might no longer be the best option. Therefore, we need to seek for better business channels enabling us to reach the right group of customers, offer convenience and good experience, while collecting data to be used in the marketing plan for the 5.0 era.

Omni-Channel is the key for the marketing 5.0

Omni-Channel refers to a multichannel communication with customers in order to yield the best experience for them through an online-offline integration to reach the right group of customers and offer good experience to them. Such integrated marketing strategy helps foster Omni-Channel Experiences via the following key platforms:

  • Email Direct Marketing (EDM): this channel helps us reaching customers directly and specifically. We then have an opportunity to introduce them with any attractive content or promotion of your product/service to them.
  • CRM on Website: website is another quality and reliable channel comparing to other online platforms. Customer Relationship Management or Loyalty Program offered via websites is therefore quite credible to support your interaction with customers.
  • Social Media: social media nowadays are the most booming and closely related to us than any other tools. Nevertheless, for an effective use of the media, we must stop “randomizing,” but focus specifically on our target group, while using content that best fits our media and target customers.
  • Mobile Media:numerous statistical studies confirm that smart phones or mobile media are gaining more attention and popularity than desktop, tablet and other form of tools. Attaching importance on mobile application or activities would give our business increasing opportunities.
  • Real-Time Media: real-time media like live technology can help us better our communication with customers because we can reply directly to clients and yield better experience for them than through one-way media.
  • Programmatic Display: buying advertisement spaces on different platforms, for instance from Google Display Network, Google Ads or Facebook Ads, is one of the easiest way of reaching our customers for business operation in this digital era.

In summary, marketing 5.0 is the era of Omni-Channel and we also learned which marketing tool to be used. On the next issue, we will get to know more about strategies to apply making our marketing plan effective for the new age.

Comments