Data Scientist ອາຊີບໃໝ່! ມາແຮງໃນຍຸກແຫ່ງຂໍ້ມູນຂ່າວສານ

ການມາເຖິງຂອງຍຸກເຕັກໂນໂລຊີ 4.0 ມັນບໍ່ພຽງແຕ່ເຮັດໃຫ້ທຸລະກິດຫຼາຍປະເພດເກີດວິກິດເທົ່ານັ້ນ. ແຕ່ຍັງລວມໄປເຖິງໜ້າວຽກໃນຫຼາກຫຼາຍອາຊີບ ອາດຈະຖືກຫຼຸດບົດບາດລົງຈົນບາງອາຊີບຕ້ອງຕາຍຈາກໄປກໍມີ. ຍ້ອນຄວາມສະດວກສະບາຍໃນປັດຈຸບັນ ທີ່ຫຼຸດທອນບາງລະບົບຈົນເຮັດໃຫ້ມີທາງລັດຂ້າມຜ່ານສິ່ງທີ່ເຄີຍມີມາໃນອະດີດ. ບັນດາທ່ານ ເຖິງວ່າຈະມີຫຼາຍອາຊີບທີ່ກໍາລັງຈະໝົດໄປ ແຕ່ທຸກຢ່າງກໍຍ່ອມມີ 2 ດ້ານສະເໝີ ໃນຍຸກແຫ່ງຂໍ້ມູນລະດັບ Big Data ຄືທຸກມື້ນີ້. ກໍເຮັດໃຫ້ເກີດອາຊີບໃໝ່ໆຂຶ້ນມາຢ່າງຫຼວງຫຼາຍ ເຊິ່ງອີກໜຶ່ງອາຊີບທີ່ຜູ້ຂຽນຍົກໃຫ້ເປັນອາຊີບທີ່ໜ້າສົນໃຈໃນຍຸກນີ້ ທີ່ຢາກຈະມາເລົ່າໃຫ້ຟັງກໍຄື “Data Scientist” ຫຼື “ນັກວິທະຍາສາດຂໍ້ມູນ” ເຊິ່ງເປັນອາຊີບໃໝ່ທີ່ກໍາລັງມາແຮງ ແລະ ມີຄວາມຈໍາເປັນຕໍ່ທຸລະກິດໃນຍຸກປັດຈຸບັນນີ້ຫຼາຍ.

“Glass door” Website ຊອກວຽກອັນດັບໜຶ່ງ ໃນປະເທດ ສະຫະລັດອາເມຣິກາ ໄດ້ຈັດອັນດັບ 50 ອາຊີບ ດີທີ່ສຸດໃນອາເມຣິກາ ໃນປີ 2018 ຂຶ້ນ ແລະ ພົບວ່າ ອາຊີບ “ນັກວິທະຍາສາດຂໍ້ມູນ” ເປັນອາຊີບທີ່ໄດ້ຮັບຄວາມນິຍົມອັນດັບໜຶ່ງຈາກ 1.700 ອາຊີບ ທີ່ມີຄວາມຕ້ອງການໃນຕະຫຼາດຫຼາຍທີ່ສຸດ ແລະ ມີຄ່າແຮງສູງເຖິງ 110.000 ໂດລາສະຫະລັດ ຕໍ່ປີ. ໂດຍມະຫາວິທະຍາໄລນິວຢອກ ໄດ້ເພີ່ມຂະແໜງນີ້ລົງໃນຫຼັກສູດການຮຽນ-ການສອນ ລະດັບປະລິນຍາໂທແລ້ວເມື່ອປີ 2014.

ສໍາລັບການເຮັດວຽກຂອງຄົນໃນສາຍອາຊີບນັກວິທະຍາສາດຂໍ້ມູນນີ້ ຫຼາຍຄົນກໍອາດຈະສົງໄສວ່າເຮັດວຽກແນວໃດ? ເພາະບາງຄົນກໍອາດຈະຍັງບໍ່ຮູ້ຊໍ້າວ່າມີອາຊີບນີ້ຢູ່ໃນໂລກ. ເຊິ່ງເຮົາຈະກັບໄປຫາຄໍາວ່າ “Big Data” ເຊິ່ງໝາຍເຖິງ ປະລິມານຂໍ້ມູນຈໍານວນຫຼາຍ ທີ່ລະບົບເຕັກໂນໂລຊີທຸກມື້ນີ້ ສາມາດຮິບໂຮມມາໄດ້ນັ້ນ ມີຫຼາຍຈົນແຕ່ລະອົງກອນທຸລະກິດ ຈຳເປັນຕ້ອງຊອກຫາຄົນທີ່ສາມາດເຂົ້າມາຊ່ວຍຕີຄວາມໝາຍ, ວິເຄາະ ແລະ ຈັດການຂໍ້ມູນອັນມະຫາສານເຫຼົ່ານັ້ນໄດ້ ວ່າມີສ່ວນໃດແດ່ທີ່ຈະສາມາດນໍາມາຕໍ່ຍອດແຜນການຕະຫຼາດຂອງຕົວເອງໄດ້ແທ້ໆ ເພາະ Big Data ຄືແຫຼ່ງລວມຂໍ້ມູນສໍາຄັນເຊັ່ນ: ພຶດຕິກໍາ, ຄວາມມັກ, ຄວາມສົນໃຈ, ຄວາມນິຍົມ ແລະ ຄວາມຄິດເຫັນຕໍ່ສິ່ງຕ່າງໆຂອງຜູ້ບໍລິໂພກ ທີ່ສະແດງອອກມາໃນສື່ອອນໄລ໌ ເຮັດໃຫ້ໜ້າທີ່ຂອງນັກວິທະຍາສາດຂໍ້ມູນ ຈໍາເປັນຕ້ອງປະສົມປະສານຫຼາຍໆຂະແໜງການເຂົ້າມາຊ່ວຍໃນການກັ່ນຕອງຂໍ້ມູນຕ່າງໆເຫຼົ່ານັ້ນອອກມາເຊັ່ນ: ສະຖິຕິ, ການຕະຫຼາດ, ວິທະຍາສາດຄອມພິວເຕີ ແລະ ຄວາມຄິດສ້າງສັນເປັນຕົ້ນ. ໂດຍນັກວິທະຍາສາດຂໍ້ມູນຈະເລີ່ມຕົ້ນດ້ວຍການຕັ້ງຂໍ້ສັງເກດ ຫຼື ຕັ້ງຄໍາຖາມກັບສິ່ງທີ່ສົນໃຈ (ຄືກັນກັບການເລີ່ມຕົ້ນການທົດລອງຂອງນັກວິທະຍາສາດ) ຈາກນັ້ນກໍຄົ້ນຫາ ແລະ ເກັບກຳຂໍ້ມູນ, ທໍາຄວາມເຂົ້າໃຈຂໍ້ມູນເຫຼົ່ານັ້ນ ກ່ອນທີ່ຈະສ້າງແບບທົດລອງ ແລ້ວສື່ສານຜົນທີ່ໄດ້ຮັບໃຫ້ເກີດເປັນຮູບປະທໍາ ແລະ ເຂົ້າໃຈງ່າຍທີ່ສຸດ. ນີ້ຈຶ່ງເປັນເຫດຜົນທີ່ວ່າ ຍ້ອນຫຍັງຈຶ່ງນໍາເອົາຄໍາວ່າ “Scientist” ຫຼື ນັກວິທະຍາສາດ ມາໃສ່ໃນອາຊີບທີ່ໜ້າສົນໃຈອາຊີບນີ້ ເຊິ່ງຖືເປັນກອງກໍາລັງຫຼັກໃນການຂັບເຄື່ອນທຸລະກິດ ໃຫ້ດໍາເນີນໄປໄດ້ໃນຍຸກ 4.0 ນີ້.

ປັດຈຸບັນໃນປະເທດເຮົາອາດຈະມີ “ນັກວິທະຍາສາດຂໍ້ມູນ” ເຮັດວຽກໃນອົງກອນຕ່າງໆຢູ່ແດ່ ແຕ່ກໍຍັງບໍ່ໄດ້ຈັດເປັນອາຊີບທີ່ແຍກອອກມາເທື່ອ ເພາະຍັງບໍ່ມີຈໍານວນຫຼາຍ ແລະ ຍັງເປັນອາຊີບໃໝ່ທີ່ຍັງບໍ່ມີການເປີດຫຼັກສູດການຮຽນ-ການສອນໃນສະຖານບັນການສຶກສາໂດຍກົງ. ການເຮັດວຽກໃນສາຍອາຊີບນີ້ ຕ້ອງເຂົ້າໃຈໃນຫຼັກຄະນິດສາດຂັ້ນສູງ ລວມໄປເຖິງທັກສະການຈັດການຂໍ້ມູນ ແລະ ຂຽນໂປຣແກຣມຕ່າງໆໄດ້ດີໄປພ້ອມໆກັນ. ແຕ່ຄາດວ່າໃນອະນາຄົດອີກບໍ່ດົນ ສາຍອາຊີບນີ້ຈະເປັນທີ່ຕ້ອງການເພີ່ມຂຶ້ນໃນວົງການທຸລະກິດບ້ານເຮົາ ເພື່ອໃຫ້ທັນກັບການພັດທະນາທຸລະກິດຍຸກໃໝ່ນັ້ນເອງ. ຜູ້ອ່ານທ່ານໃດຢາກເປັນທີ່ຕ້ອງການໃນຕະຫຼຼາດແຮງງານ ກໍລອງໄປຊອກສຶກສາ ຫາຄວາມຮູ້ເພີ່ມ ເພື່ອໃຫ້ຕົນເອງຢືນຢູ່ຕົ້ນກະແສ ຫຼື ແຖວໜ້າສະເໝີ ເພາະໂລກບໍ່ຍອມຢຸດທີ່ຈະພັດທະນາ ຄົນເຮົາກບໍ່ຄວນຢຸດທີ່ຈະຢຸດພັດທະນາຕົນເອງເຊັ່ນກັນ.

The data scientist! Important in the information era!

Reaching Industrial Era 4.0 has not only transformed many types of businesses but also brought more work to a variety of occupations thanks to modern conveniences, which reduce the role of certain occupations which cut out tasks we used to have to do. Although there are many occupations dying out or the need for them has fallen and the State has found ways to bypass tasks of the past and despite the fact that many occupations are becoming redundant, everything has two things to offer in today’s world of ‘big data’ and there are two sides to every coin in today’s age. Big data allows for a host of new professions, one of them being the increasingly interesting job of the data scientist, which is a new occupation coming on strong and will be essential to many businesses of the present.

The Glassdoor website helps to find jobs in a given line of work in the United States (US) and in 2018, matched up 50 top jobs in the US and found that the data scientist came first, is a job which attracted over 1,700 positions, and for which there was the greatest market demand, bringing in salaries of up to USD 110,000 annually. At the University of New York, this subject area received more master’s degree applicants than 2014.

For those working in this field, some may wonder what the work is all about because they may be unaware that this job exists. We have to go back to the meaning of the words ‘big data’ as large quantities of data, which thanks to technology today, we are able to compile. There is so much that organizations and businesses need to find people to interpret, analyze, and organize such large quantities of data as to pick out truly which is most important to their marketing plans because big data is an important source of information into the behavior, likes, interests, trends and opinions on things of consumers, which is shown by their online media, thus making role of data scientists essential to the amalgamation of data from multiple sectors to help filter out the various data, such as statistics, marketing, computer science, and innovation, for example, by data scientists starting with observations or questions of interest (just like starting a scientific experiment) before researching and collecting data and understanding that data before creating a model and communicating concrete and easily comprehensible results.

This is the reason for the appearance of the data scientist, an interesting job which is right at the center of business operations in the 4th Industrial Age.

At present, our country may have data scientists working for various organizations as it is yet to be considered a specific occupation because there are few and it is still a new occupation for which curricula have yet to appear directly at educational institutes. When working in this line of work, you have to have a very advanced understanding of math, including data management skills and software development but it is hoped that before long, this line of work will sprout up in our businesses in order that we may keep up with new developments. Readers who want to be needed on the labor market should try reading up on this so that you may be ahead of the rest at all times because the world will never stop developing. We should not stop changing either.

Comments