ສ້າງຕັ້ງ 108 JOB ແບບກ້າສ່ຽງທີ່ຈະແຕກຕ່າງ

ທ່ານຈະເຫັນຢູ່ທົ່ວໄປວ່າ ທຸລະກິດບ້ານເຮົາສ່ວນໃຫຍ່ຈະຮຽນແບບຜູ້ອື່ນ ແລ້ວປະສົບບັນຫາດ້ານ ການແຂ່ງຂັນ ແລ້ວໄປບໍ່ລອດຕາມພາຍຫຼັງ. ພວກເຮົາຈຶ່ງຢາກຮູ້ຈັກກັບນັກທຸລະກິດລາວ ຜູ້ທີ່ໄດ້ຮັບລາງວັນ ASEAN Business Award ທ່ານ ແກ້ວວິສຸກ ດາລາສານ (ແກ້ວ) ເຊິ່ງເປັນຜູ້ກໍ່ຕັ້ງ ແລະ ອຳນວຍການ 108-1009 ກຣຸບ, ແລະ ຍັງເປັນຂວັນໃຈຂອງຫຼາຍໆຄົນ ທີ່ກຳລັງຊອກວຽກຊອກງານກັນຢູ່.

ຂໍຊົມເຊີຍເລີຍວ່າ ກຸ່ມທຸລະກິດນີ້ ໂດຍສະເພາະ 108JOB ເປັນສື່ໂຄສະນາເລື່ອງບຸກຄະລາກອນ ເຊິ່ງແມ່ນທຸລະກິດທີ່ແຕກຕ່າງຈາກຂອງຜູ້ອື່ນ, ໂດຍ (ແກ້ວ)  ກ້າສ່ຽງທີ່ຈະປັ້ນທຸລະກິດນີ້ຂື້ນມາ ໃນປີ 2012 ​ໃຫ້ບໍ່ຄືກັບຈາກທີ່ເຄີຍມີໃນໜັງສືພິມ ຫຼື ວາລະສານ ທີ່ພຽງແຕ່ລົງປະກາດວຽກທົ່ວໆ ໄປໃນເວລານັ້ນ ພ້ອມນີ້ ກໍຄຳນຶງເຖິງການສ້າງຜົນປະໂຫຍດດ້ານສັງຄົມໄປນຳ. ໝາຍວ່າ ບໍ່ພຽງແຕ່ເປັນບ່ອນໂຄສະນາວຽກງານເທົ່ານັ້ນ 108JOB ຍັງໃຫ້ຄຳແນະນຳແກ່ນ້ອງໆ ທີ່ກຳລັງຈະຊອກວຽກໃໝ່ ເຊັ່ນວ່າ: ຄວນກຽມປະຫວັດ ແນວໃດໃຫ້ເປັນຕາສົນໃຈ, ຈະເຂົ້າສຳພາດວຽກແບບໃດ ພ້ອມທັງ ທັກສະສຳຄັນດ້ານອື່ນໆ. ດ່ັງນັ້ນ, ຫວັງ ວ່າການເລີ່ມຕົ້ນ ແລະ ຄວາມສຳເລັດຂອງ 108JOB ຈະຊ່ວຍຈຸດປະກາຍສ້າງແຮງບັນດານໃຈ ໃຫ້ຄົນລຸ່ນໜຸ່ມຜູ້ທີ່ມີຄວາມຄິດປະກອບການ ກ້າຄິດກ້າເຮັດໃນການກໍ່ຕັ້ງທຸລະກິດຂອງຕົນຂຶ້ນມາ ແລ້ວສາມາດເຕີບໂຕ ເຂັ້ມແຂງໄດ້.

(ແກ້ວ) ຮຽນຈົບປະລິນຍາຕີຈາກປະເທດໄທ ແລ້ວໄປຕໍ່ປະລິນຍາໂທ ແລະ ເອກຢູ່ຍີ່ປຸ່ນ. ທຳອິດເພິ່ນກໍບໍ່ເຄີຍຄິດວ່າຈະມີທຸລະກິດເປັນຂອງຕົວເອງ. ໃນໄລຍະ ຮຽນປະລິນຍາເອກ ແລະ ເຮັດວຽກໄປພ້ອມກັນຢູ່ນັ້ນ ເພິ່ນເລີ່ມຄົ້ນພົບໂຕເອງວ່າຕົນເອງຖະໜັດດ້ານການເຮັດທຸລະກິດຫຼາຍກວ່າທີ່ຈະເດີນສາຍວິຊາການ. ສະນັ້ນ, ຈຶ່ງຕັດສິນໃຈຊອກຫາປະສົບການ ດ້ານການເຮັດວຽກ ບໍ່ວ່າຈະແມ່ນຢູ່ປະເທດຍີີ່ປຸ່ນ ແລະ ບັນດາປະເທດໃນຂົງເຂດອາຊີ. ຈາກການໄປເຮັດວຽກກັບລູກຄ້າ ຢູ່ຫຼາຍປະເທດ ແລະ ປະສົບການທຸລະກິດທີ່ນຳໃຊ້ອິນເຕີເນັດຂ້ອນຂ້າງຫຼາຍ ຈຶ່ງຕັດສິນໃຈກັບມາລາວ ໃນປີ 2009 ແລະ ຢາກເລີ່ມຕົ້ນເຮັດທຸລະກິດຢູ່ລາວ. ກ່ອນໄປຮຽນຕໍ່ຢູ່ຍີ່ປຸ່ນ ນອກຈາກທີ່ເຄີຍເຮັດວຽກກັບທະນາຄານກາງ (ປີ 1999) ແລະ ຮ່ວມເລີ່ມຕົ້ນທຸລະກິດກັບໝູ່ຄູ່ແລ້ວ ເພິ່ນກໍເຄີຍເຮັດວຽກເພື່ອກະກຽມການເລີ່ມດຳເນີນງານຂອງບໍລິສັດ L-JATS (ປີ 2000).

ໃນຕອນເລີ່ມກໍ່ຕັ້ງ 108-1009 ກຣຸບ ເພິ່ນໄດ້ເຮັດວາລະສານ 108 ອາຊີບ ແລະ ເວັບໄຊ໌/ເຟສບຸກ 108JOB ໄປນຳກັນ ໂດຍໃຊ້ວາລະສານເປັນໂຕສ້າງແບຣນໃຫ້ເປັນທີ່ຮູ້ຈັກໃນເບື້ອງຕົ້ນ. ແຕ່ຕໍ່ມາທຸລະກິດ ຫຼັກ ທີ່ສ້າງລາຍໄດ້ແມ່ນທາງອອນໄລ໌. ສິ່ງທີ່ເຫັນແມ່ນຊ່ອງວ່າງຂອງຕະຫຼາດ ເພາະວ່າຄົນລາວເລີ່ມປ່ຽນ ພຶດຕິກຳຈາກອ່ານໜັງສືພິມ ມາໃຊ້ສື່ອອນໄລ໌ກັນຫຼາຍຂຶ້ນ. ສຳຄັນແມ່ນເນັ້ນຈຸດແຂງຂອງເຮົາທີ່ບໍ່ຕ້ອງແຂ່ງ ກັບໝູ່ ແລະ ຄາດຄະເນທ່າອ່ຽງຂອງຕະຫຼາດໃນອະນາຄົດ ທີ່ມີການຊົມໃຊ້ເຕັກໂນໂລຊີສື່ສານຫຼາຍຂຶ້ນ.

ຕໍ່ຄຳຖາມທີ່ວ່າ ເປັນຫຍັງຈຶ່ງເລືອກທຸລະກິດນີ້ ແລະ ບໍ່ຢ້ານຜູ້ທີ່ມີທຶນຫຼາຍມາກຶນກິນ 108JOB ບໍ່? ເພິ່ນໄດ້ໃຫ້ແງ່ຄິດວ່າ: ແທນທີ່ຈະຄິດວ່າເຮົາໄປຍາດສ່ວນແບ່ງຕະຫຼາດ ກໍຄືແບ່ງກ້ອນເຄັກທີ່ມີຢູ່ແລ້ວ, ເຮົາຄວນເປັນຜູ້ລິເລີ່ມ ຫຼື pioneer ສ້າງເຄັກກ້ອນນັ້ນຂຶ້ນ ແລ້ວເຮັດໃຫ້ມັນໃຫຍ່ຂຶ້ນ; ອີກຄວາມໜຶ່ງກໍແມ່ນ ການຂະຫຍາຍຕະຫຼາດໃຫ້ມີການພັດທະນາ ໂດຍການຕອບສະໜອງຄວາມຕ້ອງການໃໝ່ຂອງລູກຄ້າ. ຈະມີຜູ້ອື່ນເຂົ້າມາແຂ່ງ ຫຼື ມາຕື່ມເຕັມ ຫຼື ມາຕໍ່ຍອດກໍຍິ່ງເປັນການດີ ເພາະ 108JOB ມີຈຸດແຂງ ແລະ ປັບຕົວ ເອງສະເໝີຢູ່ແລ້ວ.

ການເລີ່ມຕົ້ນທຸລະກິດ ຕ້ອງໃຫ້ຄຳນຶງວ່າ: ຈະນໍາຄຸນຄ່າ ຫຼື Value ມາໃຫ້ແກ່ລູກຄ້າ ແນວໃດ? ສິ່ງທ້າທາຍ ແມ່ນການເປັນຜູ້ບຸກເບີກ ທີ່ຕ້ອງເຮັດວຽກໜັກເພື່ອເປີດແລວທາງທຸລະກິດ ບໍ່ແມ່ນເຮັດທຸລະກິດ ແບບ Me Too ຫຼື ເປັນຜູ້ຕາມ. ການເຮັດທຸລະກິດບາງຄົນ ອາດເຫັນວ່າມີຄວາມຫຍຸ້ງຍາກ ເຊັ່ນ: ການຂາດບຸກຄະລາກອນ ແລະ ພື້ນຖານໂຄງລ່າງດ້ານໄອທີ ແຕ່ຈຸດດັ່ງກ່າວຊໍ້າພັດຖືວ່າເປັນຊ່ອງວ່າງ ຫຼື ສາມາດຫັນໃຫ້ເປັນໂອກາດ ຫຼື ຈຸດຂາຍຂອງທຸລະກິດເຮົາໄດ້. ສິ່ງສຳຄັນແມ່ນການສ້າງຄວາມເຊື່ອໝັ້ນໃຫ້ລູກຄ້າ ແລະ ບໍ່ຢຸດພັດທະນາ ເພາະພວກເຮົາບໍ່ຮູ້ວ່າມື້ໃດມື້ໜຶ່ງ ຜູ້ອື່ນຈະເຂົ້າມາ ແລ້ວອາດນຳທັນທຸລະກິດເຮົາກໍເປັນໄດ້.

ປັດຈຸບັນ 108JOB ໃຫ້ບໍລິການ ທັງຜູ້ຊອກພະນັກງານ ແລະ ຜູ້ຊອກວຽກ. ສຳລັບຜູ້ຊອກ ພະນັກງານ ກໍມີບໍລິການປະກາດວຽກ, ການຄັດເລືອກພະນັກງານ ຫຼື screening, ການປະຊາສຳພັນ ໃຫ້ທຸລະກິດ ແລະ ງານ Job matching. ນອກນີ້ ບໍລິສັດເພິ່ນຫາກໍເປີດໂຕ “ແອັບພລີເຄຊັນ” ໃໝ່ ເພື່ອ ບໍລິຫານເວລາພະນັກງານແຈ້ງເຂົ້າ-ເລີກການ ແລະ ລາພັກ ເຊິ່ງມີລູກຄ້າ 2-3 ແຫ່ງ ເລີ່ມໃຊ້ ບໍລິການແລ້ວ ເຊັ່ນ: ທະນາຄານ ແລະ ບໍລິສັດຂົນສົ່ງ. ສ່ວນບໍລິການ ທີ່ມີໃຫ້ແກ່ຜູ້ຊອກວຽກ ກໍມີ ການຈັດສຳມະນາໃຫ້ຜູ້ຊອກວຽກ ເປັນຕົ້ນແມ່ນ Career Talk ກັບ CV Workshop. ໃນຕໍ່ໜ້າ 108JOB ຈະສ້າງທຸລະກິດຕໍ່ຍອດ ປິ່ນອ້ອມທຸລະກິດຫຼັກທີ່ເປັນຈຸດແຂງຂອງຕົນ ລວມທັງການບໍລິຫານບຸກຄະລາກອນ ດ້ວຍລະບົບຄິດໄລ່-ເບີກຈ່າຍເງິນເດືອນ, ການຈັດ Career Café ເພື່ອແນະນຳນ້ອງໆ ທີ່ກຳລັງຊອກວຽກ ແລະ 108 Refer. ລາຍລະອຽດແນວໃດນັ້ນ ບັນດາທ່ານຈະໄດ້ພົບກັບການບໍລິການອັນໃໝ່ໆ ຂອງບໍລິສັດໃນໄວໆນີ້. ສິ່ງສຳຄັນ ເພິ່ນວ່າ 108JOB ພ້ອມທີ່ຈະເຮັດວຽກຮ່ວມມືກັບໂຮງຮຽນ ກໍຄື ມະຫາວິທະຍາໄລຕ່າງໆ ຫຼາຍຂຶ້ນ.

ປີ 2018 ຖືວ່າເປັນປີແຫ່ງລາງວັນຂອງ 108-1009 ກຣຸບ ໂດຍທີ່ຜະລິດຕະພັນຍ່ອຍ JobJibjib ໄດ້ລາງ Lao ICT Award ແລະ ບໍລິສັດຂອງເພິ່ນ ກໍຖືກເລືອກເປັນໜຶ່ງໃນຫ້າເອສເອັມອີລາວໃນອາຊຽນ ທີ່ປະກອບສ່ວນໃນສັງຄົມທີ່ກຳລັງປ່ຽນຜ່ານໄປສູ່ຍຸກດິຈີຕອນ ຫຼື Digitalisation. ລາງວັນໃຫຍ່ທີ່ທຸລະກິດ ເພິ່ນໄດ້ຮັບແມ່ນ ລາງວັນປະຈຳປີ ASEAN Business Award ເຊິ່ງຍາດໄດ້ອັນດັບໜຶ່ງໃນທົ່ວ ASEAN ໃນຂະແຫນງ SME-Innovation ຍ້ອນຈຸດແຂງດ້ານຄວາມຄິດສ້າງສັນ ແລະ ນຳໃຊ້ນະວັດຕະກຳ.

ໃນໂອກາດນີ້, ເພິ່ນກໍຝາກຂໍ້ຄິດໃຫ້ກັບຄົນອື່ນທີ່ຢາກກໍ່ຕັ້ງທຸລະກິດວ່າ: ໂອກາດໃນເລີ່ມຕົ້ນທຸລະກິດຄວນເບິ່ງຈາກສະພາບຢູ່ບ້ານເຮົາ ເປັນຕົ້ນຕໍ. ຮູບແບບການດຳເນີນທຸລະກິດຢູ່ຕ່າງປະເທດ ຫຼື ການສຶກສາກ່ຽວກັບພາຍນອກ ລວມທັງ ຜ່ານທາງອິນເຕີເນັດ ເປັນບັນຫາສຳຮອງ ເພາະສະພາບບ້ານເຮົາຈະເປັນ ຕົວຕັດສິນຄວາມຕ້ອງການຂອງລູກຄ້າ. ການກໍ່ຕັ້ງທຸລະກິດ ຄວນເລີ່ມຈາກນ້ອຍໆກ່ອນ ແລ້ວຄ່ອຍປັບປຸງ-ຂະຫຍາຍໄປເລື່ອຍໆ ໂດຍສະເພາະ ສຳລັບທຸລະກິດປະເພດ Startup. ບາງຄັ້ງການທຸ້ມເງິນທຸ້ມທຶນ ກ້ອນໃຫຍ່ ລົງໃສ່ທຸລະກິດໃດໜຶ່ງບາດດຽວ ກໍບໍ່ໄດ້ຮັບປະກັນວ່າທຸລະກິດນັ້ນໝັ້ນຄົງຢູ່ລອດ ແລະ ສຸດທ້າຍ ຜູ້ປະກອບການຄວນເບິ່ງໃຫ້ເຫັນພາບລວມວ່າ: ທຸລະກິດຂອງເຮົາເກາະກ່າຍກັບຂອງໝູ່ແນວໃດ. ເຮົາກັບ ຜູ້ອື່ນ ມີຈຸດແຂງ ແລະ ເໜືອກວ່າກັນແນວໃດ. ສຳຄັນ ຜູ້ນຳອົງກອນຕ້ອງເຮັດໃຫ້ທຸລະກິດຂອງຕົນເປັນທີ່ຍອມຮັບຂອງສັງຄົມແນວໃດ ຫຼື ເວົ້າອີກຄວາມໜຶ່ງວ່າ Stay Relevant ແລະ ມີສ່ວນສົ່ງເສີມສັງຄົມ.

ນີ້ເປັນໜຶ່ງໃນປະສົບການໃນການກໍ່ຕັ້ງທຸລະກິດທີ່ວາລະສານ Target ພວກເຮົາ ຢາກເອົາມາ ຝາກທ່ານ ເພື່ອເປັນແງ່ຄິດ ຫຼື ສ້າງແຮງບັນດານໃຈໃຫ້ແກ່ຜູ້ປະກອບການຂອງພວກເຮົາ. ໂອກາດໜ້າ ຈະມີການນຳສະເໜີບົດຮຽນທີ່ຫຼາກຫຼາຍຂອງນັກທຸລະກິດທ່ານອື່ນນຳ.

 

108JOB dared to be different

It can be seen that businesses in our country mostly take after one another, leading to competition and ultimately, failure. We therefore wanted to get to know Ms. Keovisouk Dalasane (Keo), a Lao businesspersons who won an ASEAN Business Award, founded and manages the 108-1009 Group, and is an idol for many jobseekers.

We would like to congratulate businesses, especially 108JOB, as a means of advertising for employees, which is a business different from the rest. Keo took the risk of starting up this business in 2012 – something different to anything available in the press or in magazines, which merely advertise general jobs open at a given time –  while at the same time benefiting society, meaning that 108JOB is not only a place to advertise but also gives advice to new jobseekers; for example, how to prepare their CV to make it interesting, how to go about interviews, and other important skills. We therefore hope that the founding and success of 108JOB will help towards the objective of building motivation in the members of the younger generation thinking of entrepreneurialism, giving them the courage to set up their own businesses, and enabling them to expand and grow strong.

Keo explains that “Having graduated with a bachelor’s degree in Thailand and going to do a master’s and doctorate in Japan, at first, I never considered starting my own business. While studying for my doctorate and working at the same time, I found that I was better at doing business than at working in a specialized field. I therefore decided to seek experience working in Japan and other Asian countries. From working with customers from so many countries and gaining considerable business experience in using the internet, I decided to return to Laos in 2009 and wanted to start a business here. Prior to studying in Japan, besides having worked for the central bank in 1999 and starting a business with friends, I had already worked to prepare myself for the Lao-Japan Airport Service (L-JATS) in year 2000.

When I founded the 108-1009 Group, I had already started the 108JOB magazine, website, and Facebook page, using the magazine to build the brand at first but later, my main revenues were online. What I saw was a gap in the market because Lao people were changing their behavior – moving increasingly from newspapers to the cyber world. Importantly, my advantage was that I did not have to compete with my friends and I envisage that future market trends will increasingly be using communication technology.

In response to the question about why I chose this businesses and was not afraid of someone with lots of capital overshadowing 108JOB, instead of thinking of seizing market share and existing work, we should be a pioneer, build our own work, and expand it. Another reason is that market expansion requires development by catering to new needs of the customer. Although others may come to compete, make improvements, or go over my head, it will be a positive thing because 108JOB has its own strengths and always keeps adapting.

Starting a business requires you to consider how you are going to be of value to your customers. The challenge is getting it set up and this takes considerable work before you can open the business; rather than just copying someone else. When doing business, some people may run into problems, such as a lack of human resources or a basic IT infrastructure but this is a gap in the market and can be transformed into an opportunity or our own selling point. The important things are to build customer confidence and never stop developing because you can be sure that one day, someone else is going to edge in and copy what we are doing.

Currently, 108JOB provides services for those seeking employees and jobseekers. For those seeking employees we provide the service of advertising their available positions, selecting or screening employees, and providing information for businesses and job matching. Besides this, the company has just launched a new application to manage employee hours and leave and we currently have a few customers who have started to use this service, including banks and logistics companies. As for our services for jobseekers, we organize a career fair called Career Talk and CV workshops. In the future, 108JOB will be expanding yet further into the main associated businesses which have their own strengths, including payroll management, our Career Café to offer counseling to jobseekers, and 108 Refer. These will bring you all sorts of new services from our company. The important thing is that 108JOB will be better prepared to work with schools and universities.

2018 was the year during which the108-1009 Group received awards with its subsidiary winning the Lao ICT Award and the company was selected as one of five Lao SMEs in ASEAN which contributed to society through digitalization. The major business award was the annual ASEAN Business Award, at which we came first throughout ASEAN for SME-Innovation because our creative and innovative ideas.

I would like to take this opportunity to offer some ideas for other prospective businesspeople: When starting a business, we focus on how things are in Laos. Overseas business models and studies into what is happening abroad and on the internet constitute a problem because it is circumstances in Laos which determine the decisions and needs of customers. When setting up a business, you should start small at first and gradually expand, especially if you are a startup. Sometimes people invest a fortune into a business with no guarantee that the business will be secure and survive. Finally, entrepreneurs should look at the whole picture: How is your business associated with others, what are your strengths, and how can you be better? The important thing is how the business manager can make the business acceptable, stay relevant, and support society.”

These are some of the experiences of the founding of a business which Target magazine would like to show you to stimulate ideas and motivate our entrepreneurs. In our next issue, we shall be presenting a variety of lessons learned by another businessperson.

 

Comments