Magazine

ດອກເບ້ຍການກູ້ຢືມເງິນສູງ ແລະ ກົດໝາຍ

ສັງຄົມລາວເຮົາມັກເວົ້າກັນວ່າບໍ່ຈຳເປັນແທ້ໆ ບໍ່ໄປກູ້ຢືມເປັນໜີ້ເປັນສິນຜູ້ໃດ…ແຕ່ໃນສະພາບເສດຖະກິດ ແລະ ສັງຄົມ ໃນປັດຈຸບັນທີ່ມີຄ່າຄອງຊີບສູງ, ມີລາຍຈ່າຍຫຼາຍ ແຕ່ໃນເວລາດຽວກັນລາຍໄດຊ້ຳພັດຍັງເທົ່າເກົ່າ ຫຼື ໜ້ອຍກວ່າເກົ່າ (ເມື່ອທຽບກັບຄ່າເງິນກີບທີ່ອ່ອນຄ່າລົງຕາມລຳດັບ), ບາງຄັ້ງໃນຢາມເຈັບເປັນ ຫຼື ມີຄວາມຈຳເປັນຕ້ອງໄດ້ໃຊ້ເງິນ; ຫຼື ຈຳເປັນລົງທຶນເພີ່ມສຳລັບຂະຫຍາຍກິດຈະການ, ຫ້າງຮ້ານ ແລະ ອື່ນໆ ເພື່ອສະພາບຄ່ອງໃນການດຳເນີນທຸລະກິດ ກໍຕ້ອງໄດ້ “ກູ້ໜີ້ຢືມສິນ” ຈາກຜູ້ອື່ນ ເພື່ອນຳມາແກ້ໄຂຄວາມຫຍຸ້ງຍາກຂາດເຂີນ ໃນຊີວິດປະຈຳວັນ ຫຼື ເພື່ອຊຸກຍູ້ທຸລະກິດໃຫ້ເຕີບໃຫຍ່.ຖ້າໄປກູ້ຢືມເງິນນຳທະນາຄານ ຫຼື ສະຖາບັນການເງິນ ກໍມີຫຼາຍຂັ້ນຕອນຫຍຸ້ງຍາກ ແລະ ຕ້ອງໄດ້ລໍຖ້າການອະນຸມັດທີ່ອາດໃຊ້ເວລາຫຼາຍເດືອນຈຶ່ງຈະໄດ້ເງິນ ໂດຍສະເພາະສຳລັບນັກທຸລະກິດແລ້ວ ກວ່າຈະໄດ້ເງິນກູ້ຢືມມາ ໂອກາດໃນການໄດ້ລູກຄ້າ ຫຼື ສັ່ງວັດຖຸດິບກໍອາດບໍ່ທັນການແລ້ວກໍເປັນໄດ້, ສະນັ້ນ ການກູ້ຢືມເງິນຈາກບຸກຄົນ ບໍ່ວ່າຈະເປັນໝູ່ເພື່ອນ, ຍາດຕິພີ່ນ້ອງ ຫຼື ຈາກຜູ້ທີ່ໃຫ້ບໍລິການເງິນກູ້ຢືມເປັນອາຊີບ ເອີ້ນວ່າ: “ເຈົ້າໜີ້ນອກລະບົບທະນາຄານ” ຈຶ່ງເປັນສິ່ງທີ່ຫຼີກລ່ຽງບໍ່ໄດ້ ແລະ ບາງຄັ້ງເຖິງແມ່ນວ່າດອກເບ້ຍກູ້ຢືມສູງກວ່າທະນາຄານ ຫຼື ສະຖາບັນການເງິນ ຫຼາຍໆຄົນກໍຈຳຍອມເພາະຄວາມຈຳເປັນ ດັ່ງທີ່ກ່າວມາແລ້ວນັ້ນ. ເມື່ອເປັນແນວນີ້ ກົດໝາຍບ້ານເຮົາໄດ້ກຳນົດໄວ້ແນວໃດແດ່ ກ່ຽວກັບດອກເບ້ຍເງິນກູ້ຢືມທີ່ສູງ ມື້ນີ້ຂ້າພະເຈົ້າຈະເລົ່າໃຫ້ຟັງ ກ່ອນອື່ນໝົດ, ກົດໝາຍວ່າດ້ວຍຂໍ້ຜູກພັນໃນສັນຍາ ແລະ ນອກສັນຍາ (2008),​ ...

Read More »

ທ່ານ ປອ ບົວຄົງ ນາມມະວົງ ເລຂາພັກແຂວງ, ເຈົ້າແຂວງໆບໍ່ແກ້ວ

ສະບັບຕົ້ນປີ 2020 ພວກເຮົາໄດ້ຮັບກຽດສໍາພາດທ່ານ ປອ ບົວຄົງ ນາມມະວົງ ເລຂາພັກແຂວງ, ເຈົ້າແຂວງໆບໍ່ແກ້ວ ເຊິ່ງທ່ານໄດ້ແຈ້ງໃຫ້ຮູ້ເຖິງວິໄສທັດ ແລະ ການພັດທະນາເສດຖະກິດ-ສັງຄົມ ໃນສົກປີ 2019-2020 ພ້ອມທັງການກະກຽມດ້ານຕ່າງໆ ໃຫ້ແກ່ກອງປະຊຸມໃຫຍ່ສາມຂັ້ນຂອງພັກ ແລະ ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງບໍ່ແກ້ວຄັ້ງທີ VI. -ການພັດທະນາ ເສດຖະກິດ-ສັງຄົມ ຂອງແຂວງ ມີບາດກ້າວຂະຫຍາຍຕົວແນວໃດ? -ບັນຍາກາດການລົງທຶນ ແລະ ການຮ່ວມມືກັບຕ່າງປະເທດ ມີບາດກ້າວຂະຫຍາຍຕົວແນວໃດ? ໃນປີ 2019 ການພັດທະນາເສດຖະກິດ-ສັງຄົມ ຂອງແຂວງຍັງສືບຕໍ່ຂະຫຍາຍຕົວດ້ວຍຈັງຫວະດີໃນລະດັບ 7,4%,ລວມຍອດຜະລິດຕະພັນພາຍໃນບັນລຸ 3.181,82 ຕື້ກີບ,ທຽບໃສ່ແຜນການປີປະຕິບັດໄດ້ 98,33% ສະເລ່ຍລາຍຮັບຕໍ່ຫົວຄົນພົນລະເມືອງແມ່ນ1.900 ໂດລາ/ຄົນ/ປີ. ໂຄງປະກອບເສດຖະກິດ-ສັງຄົມໄດ້ມີການເພີ່ມຂຶ້ນ ແລະ ຫັນປ່ຽນໄປໃນທາງທີ່ຕັ້ງໜ້າ ໃນນັ້ນຂະແໜງກະສິກໍາ-ປ່າໄມ້ ເພີ່ມຂຶ້ນ 6,3%ກວມ 36,86%,ຂະແໜງອຸດສາຫະກໍາ ເພີ່ມຂຶ້ນ 6,5%ກວມ 20,15%,ຂະແໜງບໍລິການເພີ່ມຂຶ້ນ 9,3% ກວມ 42,99% ຂອງGDP.   -ສິ່ງພົ້ນເດັ່ນ ແລະ ເປັນທ່າແຮງຂອງແຂວງມີດ້ານໃດແດ່? ຖ້າສົມທຽບໄລຍະກ່ອນບໍ່ມີເຂດເສດຖະກິດ ແລະ ພາຍຫຼັງທີ່ມີ ມັນສົ່ງຜົນອັນໃດແດ່ຕໍ່ເສດຖະກິດແຂວງ? -ຂົວມິດຕະພາບລາວ-ໄທ ແຫ່ງທີ ...

Read More »

ເສດຖະກິດ ແຂວງຄໍາມ່ວນ ສືບຕໍ່ຂະຫຍາຍຕົວສະເລ່ຍ 6,74%.

ສະບັບປິດທ້າຍປີ 2019 ພວກເຮົາໄດ້ຮັບກຽດສໍາພາດທ່ານ ໂອໄດ ສຸດາພອນ ກໍາມະການສູນກາງພັກ,ເລຂາພັກແຂວງ,ເຈົ້າແຂວງໆຄໍາມ່ວນ ເຊິ່ງທ່ານໄດ້ແຈ້ງໃຫ້ຮູ້ເຖິງການພັດທະນາເສດຖະກິດ-ສັງຄົມໂດຍລວມຂອງແຂວງ ພ້ອມທັງວິໄສທັດ ແລະ ການແກ້ໄຂສິ່ງທ້າທາຍຕ່າງໆເພື່ອເຮັດໃຫ້ການພັດທະນາຂອງແຂວງບັນລຸຜົນໄປຕາມທິດທາງ ແລະ ຄາດໝາຍຕັ້ງໄວ້ , ທັງເປັນການດຶງດູູດການລົງທຶນຈາກພາຍໃນ ແລະ ຕ່າງປະເທດ. ການພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ ຂອງ​ແຂວງ​ມີ​ບາດ​ກ້າວ​ຂະ​ຫຍາຍ​ຕົວ​ແນວ​ໃດ? ໂດຍລວມແລ້ວ ແຂວງຄໍາມ່ວນກໍເປັນແຂວງໜຶ່ງທີ່ມີການພັດທະນາເສດຖະກິດ-ສັງຄົມ ດີຂຶ້ນເປັນກ້າວໆໃນແຕ່ລະປີ ເຖິງວ່າສະພາບພາຍໃນປະເທດ ແລະ ພາກພື້ນ ເວົ້າລວມ, ຢູ່ພາຍໃນແຂວງ ເວົ້າສະ ເພາະ ຈະພົບກັບຄວາມຫຍຸ້ງຍາກ ເປັນຕົ້ນແມ່ນ ຄວາມຫຍຸ້ງຍາກທາງດ້ານງົບປະມານ, ການແກ້ໄຂຜົນກະທົບຈາກໄພທໍາມະຊາດ, ບັນຫາພະຍາດອະຫິວາໝູ ອາຟຣິກາ ແລະ ໄຂ້ຍຸງລາຍລະບາດ ແຕ່ພວກເຮົາກໍໄດ້ພ້ອມກັນຜ່ານຜ່າ ແລະ ແກ້ໄ​ຂ ສາມາດຮັບປະກັນໃຫ້ແຂວງຄໍາມ່ວນ ມີສະຖຽນລະພາບທາງດ້ານການເມືອງ, ມີຄວາມສະຫງົບປອດໄພ ແລະ ມີຄວາມເປັນລະບຽບຮຽບຮ້ອຍໃນທົ່ວສັງຄົມ ໂດຍພື້ນຖານ, ດ້ານເສດຖະກິດ ໃນ 9 ເດືອນຜ່ານມາ ຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ດ້ວຍອັດຕາ 6,74% ລວມຍອດຜະລິດຕະພັນພາຍໃນ ບັນລຸໄດ້ 8.176,75 ຕື້ກີບ ລາຍຮັບສະເລ່ຍຕໍ່ຄົນ 2.148 ໂດລາສະຫະລັດ/ຄົນ/ປີ ທຽບກັບ ...

Read More »

ຄວາມສັດຊື່ຕໍ່ລູກຄ້າ ຄືປັດໃຈຫຼັກສູ່ຄວາມສໍາເລັດ ຂອງທົ່ງລະຫາສິນ  

ທ່ານ ນາງ ສົງບັນດິດ ຍົດໝັ້ນຄົງ ນັກພັດທະນາດີເດັ່ນແຫ່ງຊາດ,ຜູ້ປະກອບການ ແມ່ຍິງອາຊຽນ ດີເດັ່ນ ປະຈໍາປີ 2019 (AWEN) ໄດ້ເປີດໃຈໃຫ້ຮູ້ເຖິງບົດຮຽນ, ປະສົບການ 20 ກວ່າປີ ໃນການດໍາເນີນທຸລະກິດຜ້າຝ້າຍຍ້ອມຄາມ ເຊິ່ງເປັນພູມປັນຍາ ສືບທອດຈາກຜູ່ເປັນແມ່ ທີ່ເປັນຊາວ ບ້ານລະຫານໍ້າ ເມືອງສອງຄອນ ແຂວງ ສະຫວັນນະເຂດ ຈົນສາມາດສົ່ງອອກໄປ ຈໍາໜ່າຍໃນປະເທດຍີ່ປຸ່ນ ແລະ ເອີຣົບ. -ກ່ອນຈະມາເປັນທົ່ງລະຫາສິນ? ທົ່ງລະຫາສິນ ຫຼື ຊື່ເດີມທົ່ງສະຫວັນໄຊ ຖືກສ້າງຕັ້ງຂຶ້ນໂດຍທ່ານ ນາງ ສົງບັນດິດ ຍົດໝັ້ນຄົງ ແລະ ຄູ່ສົມຣົດ ທ່ານ ບຸນທົງ ຍົດໝັ້ນຄົງ ເຊິ່ງທັງສອງຜົວ-ເມຍ ແມ່ນເປັນພະນັກງານສັງກັດລັດມາກ່ອນ ທີ່ຈະຫັນມາເຮັດທຸລະກິດແບບຄອບຄົວ SMEs ໂດຍສືບສານມາຈາກບັນພະບູລຸດ ແລະ ການຮິບໂຮມພູມປັນຍາຂອງເຜົ່າຜູ່ໄທຊາວລະຫານໍ້າ ທີ່ມີມູນເຊື້ອໃນການຕໍ່າແຜ່ນ,ການຍ້ອມສີທໍາມະຊາດ ໂດຍສະເພາະແມ່ນ “ການຍ້ອມຄາມ”. –ປະຫວັດຫຍໍ້ສ່ວນຕົວ? ຂ້າພະເຈົ້າເຄີຍສັງກັດທີ່ກົມພົວພັນຕ່າງປະເທດ ຂອງສູນກາງຊາວໜຸ່ມ ປປລາວ ໄດ້ກີ້ງເກືອກລີເລືອກັບວຽກງານປຸກລະດົມ-ຂົນຂວາຍຊາວໜຸ່ມ, ປີ 1986-87 ໄດ້ຍ້າຍລົງໄປກັບຄອບຄົວ ໄປຢູ່ເມືອງອາດສະພັງທອງ ແຂວງສະຫວັນນະເຂດ ເຊິ່ງໄປເຮັດໜ້າທີ່ຂົນຂວາຍວຽກງານເຍົາວະຊົນຂັ້ນເມືອງ,ພາຍຫຼັງຈິນຕະນາການໃໝ່ ...

Read More »

MY PRIORITY IS TO HAVE GEORGIA RECOGNIZED AS A EUROPEAN COUNTRY AND CIVILIZATION

SALOME ZOURABICHVILI, THE FIRST WOMAN TO BE ELECTED PRESIDENT OF GEORGIA, SHARES HER CULTURAL AND DIPLOMATIC AMBITIONS FOR THE CAUCASIAN STATE Last September, during the occasion of my trip for the inaugural season of the Tsinandali Festival of classical music, I was fortunate to meet the President of Georgia in Tbilisi, the capital and largest city. After a short conversation ...

Read More »

ເຂດພັກອາໄສ ເອກກະໄມ ໃນ ກຸງເທບໄດ້ສ້າງຄວາມຟົດຟື້ນໃຫ້ແກ່ພື້ນທີ່ຕົວເມືອງ

ເຂດພັກອາໄສ ເອກກະໄມ ໃນ ກຸງເທບໄດ້ສ້າງຄວາມຟົດຟື້ນໃຫ້ແກ່ພື້ນທີ່ຕົວເມືອງ ໂດຍຜ່ານການນໍາສະເໜີທີ່ພັກອາໄສທີ່ທັນສະໄໝທີ່ສຸດ ແລະ ແທດເໝາະກັບສະພາບຊີວິດໃນຕົວເມືອງ ພ້ອມຄວາມສະດວກສະບາຍໃນການເຂົ້າເຖິງການຄົມມະນາຄົມຂົນສົ່ງໃນຮູບແບບຕ່າງໆ, ບໍ່ວ່າຈະເປັນລົດສ່ວນໂຕໄປຈົນເຖິງລົດໄຟຟ້າ BTS ໃນເສັ້ນທາງຫຼັກຕ່າງໆ, ການເຂົ້າເຖິງພື້ນທີ່ທີ່ເຕັມໄປດ້ວຍກິດຈະກໍາໃນຊຸມຊົມທີ່ມີຫ້າງຮ້ານຄ້າທີ່ຫຼາກຫຼາຍ, ຮ້ານອາຫານ, ຮ້ານກາເຟ, ສູນອອກກໍາລັງກາຍ, ພື້ນທີ່ເຮັດວຽກ, ໂຮງຮຽນ ແລະ ອື່ນໆ. ບໍ່ໜ້າແປກໃຈເລີຍທີ່ພື້ນທີ່ດັ່ງກ່າວໄດ້ຮັບຄວາມສົນໃຈມາເປັນເວລາດົນນານຈາກຄົນຕ່າງປະເທດ ແລະ ຜູ້ພັກອາໄສທ້ອງຖິ່ນ, ລວມມີບຸກຄົນທົ່ວໄປ, ຄູ່ຮັກ ແລະ ຄອບຄົວທີ່ມີລູກ. ໃນປັດຈຸບັນ, ມັນໄດ້ກາຍເປັນທີ່ຕັ້ງທີ່ເໝາະສົມທີ່ສຸດໃຫ້ແກ່ຫ້ອງພັກສຸດຫຼູແຫ່ງທໍາອິດພາຍໃຕ້ແບຣນ XT, ໂຄງການສົ່ງເສີມຄຸນນະພາບຊີວິດໂດຍ Sansiri, ຜູ້ພັດທະນາການບໍລິການດ້ານອະສັງຫາລິມາຊັບເຕັມຮູບແບບຊັ້ນນໍາຂອງປະເທດໄທ. ໂດຍມີທີ່ຕັ້ງຫ່າງຈາກສະຖານີ BTS ໃນຖະໜົນສຸຂຸມວິດປະມານ 1.5ກມ, ເຮັດໃຫ້ XT EKKAMAI ໄດ້ກາຍເປັນໜຶ່ງໃນສາມໂຄງການ XT ທີ່ເຂັ້ມແຂງທີ່ສຸດຂອງບໍລິສັດ. ໂດຍແນເປົ້າໝາຍໃສ່ກຸ່ມຄົນໃນຍຸກ Millennial, ອາຄານທີ່ພັກ 38 ຊັ້ນທີ່ປະກອບມີຫ້ອງພັກ 537 ຫ້ອງພ້ອມດ້ວຍຮູບແບບການຈັດວາງທີ່ເປັນລັກສະນະສະເພາະຕົວ, ພື້ນທີ່ສິ່ງອໍານວຍຄວາມສະດວກຮ່ວມກັນ ແລະ ນະວັດຕະກໍາດ້ານເຕັກໂນໂລຊີຕ່າງໆ, ເຮັດໃຫ້ໂຄງການນີ້ສາມາດນໍາສະເໜີຄວາມແປກໃໝ່ສູ່ຕະຫຼາດໄດ້. ທ່ານ Poomipak Julmanichoti, ຮອງປະທານຝ່າຍພັດທະນາໂຄງການ ແລະ ທຸລະກິດລະຫວ່າງປະເທດຂອງ Sansiri, ...

Read More »

ການປັບປຸງສະພາບແວດລ້ອມດຳເນີນທຸລະກິດຈະຊ່ວຍກະຕຸ້ນການລົງທຶນ

ບາງທ່ານອາດໄດ້ຮັບຊາບຈາກການລາຍງານຫວ່າງມໍ່ໆນີ້ ຂອງທະນາຄານພັດທະນາອາຊີ ຫຼື ADB ທີ່ຄາດວ່າເສດຖະກິດລາວ ຈະຂະຫຍາຍຕົວຢູ່ໃນລະດັບປານກາງປະມານ 6,2% ສໍາລັບປີ 2019 ແລະ 2020 ຊຶ່ງຖືວ່າຕໍ່າກວ່າການຄາດຄະເນຂອງທະນາຄານດັ່ງກ່າວເອງ ໃນເດືອນເມສາຜ່ານມານີ້ ຄື ໃນອັດຕາ 6,5% ສໍາລັບທັງສອງປີ. ທັງນີ້ ກໍຍ້ອນການຂະຫຍາຍຕົວໃນຂະແໜງອຸດສະຫະກໍາ ແລະ ບໍລິການມີການອ່ອນຕົວລົງໃນຕົ້ນປີ 2019 ເນື່ອງຈາກຈໍານວນນັກທ່ອງທ່ຽວຕ່າງປະເທດ ທີ່ເຂົ້າມາລາວ ມີທ່າອຽງຫລຸດລົງ ປະກອບກັບການຜະລິດ ກໍຄື ການສົ່ງອອກໄຟຟ້າຢູ່ໃນພາວະຊະລໍຕົວ ເຖິງແມ່ນວ່າຂະແໜງກະສິກໍາຈະຟື້ນຕົວເລັກນ້ອຍ ກໍຕາມ. ໃນນີ້, ພາຍໃນ 4 ເດືອນຕົ້ນປີຂອງປີ 2019 ນີ້, ມູນຄ່າການສົ່ງອອກ ໄດ້ເພີ່ມຂຶ້ນເລັກນ້ອຍ ເມື່ອສົມທຽບກັບໄລຍະດຽວກັນຂອງປີກາຍ ເນື່ອງຈາກການສົ່ງອອກໄຟຟ້າ ມີການຂະຫຍາຍຕົວພຽງແຕ່ 2,3% ເທົ່ານັ້ນ ຊຶ່ງຕໍ່າກວ່າ 7,0% ໃນປີ 2018. ນີ້ສ່ອງແສງໃຫ້ເຫັນການຫລຸດລົງຂອງອັດຕາການຂະຫຍາຍຕົວຂອງຂະແໜງອຸດສະຫະກໍາໃນເຄິ່ງທໍາອິດຂອງປີ ແລະ ຂະແໜງບໍ່ແຮ່ກໍມີການຊະລໍຕົວເຊັ່ນກັນ. ນອກນີ້, ຂະແໜງການທ່ອງທ່ຽວ ກໍປາກົດວ່າບໍ່ຄຶກຄື້ນ ເຊິ່ງຂະແໜງນີ້ກໍປະກອບສ່ວນສຳຄັນໃນຂະແໜງການບໍລິການໂດຍລວມ ເນື່ອງຈາກຈໍານວນນັກທ່ອງທ່ຽວຈາກຕ່າງປະເທດທີ່ເຂົ້າມາລາວ ໄດ້ຫລຸດລົງຈາກ 6,1% ໃນເຄິ່ງທໍາອິດຂອງປີ 2018 ເປັນ 5,0% ...

Read More »

ການຊື້ຫວຍ ແລະ ການລົງທຶນໃນຮຸ້ນ ອັນໃດສ່ຽງກວ່າກັນ

“ຄົນທຸກຫຼິ້ນຫວຍ ຄົນລໍ້າລວຍຫຼິ້ນຮຸ້ນ” ຖືເປັນປະໂຫຍກທີ່ຄຸ້ນຫູຂອງຫຼາຍໆທ່ານ ແລະ ໃນປັດຈຸບັນປະໂຫຍກດັ່ງກ່າວອາດຈະກາຍເປັນຄວາມເຊື່ອໜຶ່ງໃນສັງຄົມໄປແລ້ວ ເພາະຖືເປັນສິ່ງທີ່ສັງເກດໄດ້ງ່າຍໃນສັງຄົມທຸກມື້ນີ້ ຢູ່ບ່ອນວ່າຄົນທີ່ມີລາຍໄດ້ປານກາງລົງມາແດ່ສ່ວນໃຫຍ່ມັກຈະຊື້ຫວຍເພື່ອສ່ຽງໂຊກສ່ຽງລາງວັນ ເພາະຜົນໄດ້ ຫຼື ຜົນເສຍແມ່ນສາມາດຮັບຮູ້ ແລະ ເຫັນໄດ້ກັບບາດພາຍໃນມື້. ແຕ່ຄົນທີ່ມີລາຍຮັບຫຼາຍແດ່ກໍມັກແບ່ງສ່ວນເງິນຂອງຕົນມາລົງທຶນຢ່າງຫຼາກຫຼາຍ, ໃນນັ້ນ ການຊື້ຮຸ້ນກໍຖືເປັນອີກທາງເລືອກໜຶ່ງທີ່ກຸ່ມຄົນທີ່ມີຖານະມັກນິຍົມ ລົງທຶນກັນ. ໃນຄວາມເປັນຈິງແລ້ວ ບໍ່ວ່າທ່ານຈະມີຖານະໃດກໍສາມາດລົງທຶນດ້ວຍການຊື້ຫວຍ ຫຼື ຊື້ຮຸ້ນໄດ້, ພຽງແຕ່ທ່ານຮູ້ ແລະ ເຂົ້າໃຈໃນລາຍລະອຽດຄຸນລັກສະນະ ແລະ ຜົນຕອບແທນຂອງການລົງທຶນແຕ່ລະປະເພດ. ໃນບົດຄວາມນີ້ຜູ້ຂຽນຈຶ່ງຂໍນຳສະເໜີກ່ຽວກັບຄວາມແຕກຕ່າງລະຫວ່າງການຊື້ຫວຍ ແລະ ການຊື້ຮຸ້ນ, ຄວາມຍາກງ່າຍໃນການລົງທຶນ, ຮູບແບບຜົນຕອບແທນ, ເງິນລົງທຶນ ພ້ອມທັງຍົກໃຫ້ເຫັນຄວາມສ່ຽງຂອງການລົງທຶນທັງສອງປະເພດນີ້ ໂດຍຍົກເອົາຫວຍລະດົມທຶນທີ່ອອກຈຳໜ່າຍໂດຍ ລັດວິສະຫະກິດຫວຍພັດທະນາ ແລະ ຮຸ້ນທີ່ຈົດທະບຽນໃນຕະຫຼາດຫຼັກຊັບລາວ ມາປະກອບການນຳສະເໜີ. ຫວຍ ເປັນການລົງທຶນທີ່ບໍ່ມີຄວາມຊັບຊ້ອນຫຼາຍພໍປານໃດ. ຜູ້ຊື້ຫວຍພຽງແຕ່ຕ້ອງເລືອກຊື້ໝາຍເລກທີ່ຕ້ອງການ ແລ້ວລໍຖ້າຟັງຜົນການອອກລາງວັນ. ໃນນັ້ນ, ການເລືອກຊື້ໝາຍເລກໃດໜຶ່ງນັ້ນ ຜູ້ຊື້ອາດຈະໄດ້ມາຈາກຄວາມມັກ, ຄວາມຄາດຫວັງສ່ວນຕົວ, ການຄາດເດົາ, ຄວາມຝັນ ຫຼື ແຮງສັດທາສະເພາະຕົວໃດໜຶ່ງເປັນບ່ອນອີງ ໂດຍທີ່ບໍ່ໄດ້ນຳໃຊ້ເຄື່ອງມືທາງດ້ານເຕັກນິກໃດໆມາຊ່ວຍຕັດສິນໃຈເລືອກຊື້ໝາຍເລກນັ້ນ. ຖ້າເລກທີ່ຊື້ຫາກກົງກັບທີ່ປະກາດຜົນລາງວັນກໍສາມາດເອົາໃບຫວຍນັ້ນໄປຂຶ້ນເງິນໄດ້ຕາມຈຳນວນ ແລະ ປະເພດຜົນລາງວັນຂອງໃບຫວຍທີ່ໄດ້ຊື້; ກົງກັນຂ້າມ, ຖ້າເລກທີ່ຊື້ຫາກບໍ່ກົງກັບທີ່ປະກາດກໍຖືວ່າເສຍເງິນ. ຫວຍທີ່ອອກຈຳໜ່າຍໃນປັດຈຸບັນມີຢູ່ 3 ປະເພດຫຼັກໆຄື: ຫວຍເລກ 2 ...

Read More »

ຜູ້ປະກອບການລາວຕ້ອງຮູ້! ວິທີເອົາໃຈກຸ່ມລູກຄ້າອາວຸໂສ…

ໃນການເຮັດທຸລະກິດຍຸກປັດຈຸບັນນີ້ ທີ່ມີການແຂ່ງຂັນສູງຫຼາຍ ເນື່ອງຈາກເປັນຍຸກທີ່ສື່ສັງຄົມອອນລາຍກໍາລັງມາແຮງ ເຮັດໃຫ້ບັນດານັກທຸລະກິດຫັນມາໃຫ້ຄວາມສົນໃຈນໍາເອົາມາໃຊ້ໃຫ້ເກີດປະໂຫຍດຕໍ່ທຸລະກິດ ໂດຍສະເພາະໃນທາງການຕະຫຼາດ, ການເຮັດໂຄສະນາຕ່າງໆ ຫຼາຍຄົນອາດຈະສັງເກດເຫັນໄດ້ທົ່ວໄປເຊັ່ນ: Facebook, You tube ແລະ Website ຕ່າງໆທີ່ມີຄົນເຂົ້າເບິ່ງເປັນປະຈຳ; ເຊິ່ງວິທີນີ້ເອີ້ນວ່າເປັນການຕະຫຼາດແນວໃໝ່ ແລະ ກໍໃຊ້ໄດ້ຜົນດີພໍສົມຄວນກັບກຸ່ມລູກຄ້າສະໄໝໃໝ່, ທີ່ມັກຄວາມສະດວກສະບາຍ ໂດຍສະເພາະກຸ່ມໄວໝຸ່ມ. ແຕ່ຍຸດທະສາດການຕະຫຼາດແບບນີ້ບໍ່ສາມາດເຂົ້າເຖິງກຸ່ມລູກຄ້າທີ່ອາວຸໂສ ຫຼືອາຍຸສູງໄດ້ ເພາະເປັນກຸ່ມທີ່ບໍ່ໄດ້ເຕີບໃຫຍ່ມາກັບອິນເຕີເນັດ ແລະເຕັກໂນໂລຊີ ພວກເຂົາມີປະສົບການຊີວິດຫຼາຍ ອາດຈະຍາກທີ່ຈະເຂົ້າເຖິງ, ບາງຄົນທີ່ເຂົ້າເຖິງ ກໍຍາກທີ່ຈະຕັດສິນໃຈຊື້ສິນຄ້າ ຍິ່ງຖ້າເປັນຜູ້ປະກອບການໜຸ່ມຍິ່ງຍາກໃນການເຂົ້າເຖິງ ແລະເຂົ້າໃຈຄວາມຕ້ອງການລູກຄ້າກຸ່ມນີ້ ອີກທັງອາດຈະບໍ່ມີຄວາມໜ້າເຊື່ອຖືພຽງພໍ. ສະນັ້ນ ຜູ້ປະກອບການຈະຕ້ອງມີທັກສະ “ເອົາໃຈພິເສດ” ສໍາລັບລູູກຄ້າລຸ້ນອາວຸໂສເຫຼົ່ານີ້ … ຄືດັ່ງ 3 ທັກສະທີ່ ຜູ້ຂຽນຈະຍົກມາໃຫ້ຜູ້ປະກອບການລາວໄດ້ອ່ານໃນມື້ນີ້ ຫວັງວ່າຈະເປັນປະໂຫຍດ ແລະ ນໍາໄປປັບໃຊ້ໃນທຸລະກິດຕົນເອງໄດ້!!! ຮູ້ຈັກ ແລະ ເຂົ້າໃຈຄວາມຕ້ອງການທີ່ແທ້ຈິງຂອງລູກຄ້າ: ບໍ່ມີຫຍັງທີ່ຈະເຮັດໃຫ້ລູກຄ້າຮູ້ສຶກວ່າສິນຄ້າ ແລະ ບໍລິການຂອງທ່ານຕອບໂຈດເຂົາໄດ້ດີໄປກວ່າ ການທີ່ເຮົາເວົ້າເຖິງບັນຫາທີ່ພວກເຂົາກໍາລັງພົບ ເຊິ່ງການທີ່ຈະເຂົ້າໃຈບັນຫາເຫຼົ່ານັ້ນໄດ້ ຜູ້ປະກອບການຕ້ອງຮູ້ຈັກໃກ້ຊິດກັບກຸ່ມເປົ້າໝາຍຂອງຕົນເອງ ສອບຖາມ ຕິດຕາມ ແລະຊອກຫາວິທີແກ້ບັນຫາທີ່ເໝາະສົມໃຫ້ກັບເຂົາເຈົ້າ ອ້າງອິງຄວາມໜ້າເຊື່ອຖືຈາກຄົນອື່ນ ເມື່ອລູກຄ້າອາວຸໂສຍັງບໍ່ເຊື່ອໃຈຄົນຂາຍທີ່ເປັນໄວໜຸ່ມ  ກໍຢ່າຟ້າວຖອດໃຈ ໃຫ້ລອງຍົກເອົາຄວາມຄິດເຫັນຂອງຄົນອື່ນມາບອກເລົ່າກໍໄດ້ເຊັ່ນ: ການບອກປະສົບການທີ່ຄົນອື່ນໄດ້ຮັບຈາກສິນຄ້າ ແລະ ບໍລິການ ...

Read More »

ວຽກພົ້ນເດັ່ນຂອງລັດຖະບານໃນປີ 2019

ສະບັບທ້າຍປີ 2019; ພວກເຮົາຂໍນໍາສະເໜີວຽກພົ້ນເດັ່ນ ແລະ ຄວາມພະຍາຍາມຂອງລັດຖະບານໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໃນປີ 2019 ເຊິ່ງ ທ່ານ ທອງລຸນ ສີສຸລິດ; ນາຍົກລັດຖະມົນຕີ ແຫ່ງ ສປປ. ລາວ; ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ VIII ຄັ້ງວັນທີ 7 ພະຈິກ 2019. ພວກເຮົາຂໍອະນຸຍາດນໍາເອົາບາງຈຸດສໍາຄັນມານໍາສະເໜີຕໍ່ເພື່ອນຜູ້ອ່ານດັ່ງລຸ່ມນີ້: ວຽກງານພົ້ນເດັ່ນ ແລະ ຄວາມພະຍາຍາມຂອງລັດຖະບານ ເຖິງແມ່ນວ່າ ສະພາບແວດລ້ອມຂອງການປະຕິບັດແຜນພັດທະນາຜັນແປສັບສົນກໍຕາມ, ແຕ່ລັດຖະບານກໍໄດ້ສຸມຄວາມພະຍາຍາມຢ່າງສຸດຂີດ ໃສ່ການຈັດຕັ້ງປະຕິບັດແຜນວຽກຈຸດສຸມ ທີ່ກໍານົດໃນແຜນພັດທະນາເສດຖະກິດ-ສັງຄົມ ແນໃສ່ສູ້ຊົນບັນລຸຄາດໝາຍທີ່ສະພາໄດ້ຮັບຮອງ ຕາມມະຕິເລກທີ 099/ສພຊ (28/11/18) ແລະ ມະຕິເລກທີ 01/ສພຊ (07/06/19). ຜ່ານການຈັດຕັ້ງປະຕິບັດຕົວຈິງໃນໄລຍະ 9 ເດືອນທີ່ຜ່ານມາ, ຂ້າພະເຈົ້າ ຕີລາຄາໝາກຜົນຈໍານວນໜຶ່ງດັ່ງນີ້:….(ລາຍລະອຽດສາມາດຊອກອ່ານໄດ້ໃນວາລະສານທາເກັດ ສະບັບ 161 ເດືອນທັນວາ 2019 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe ແລະ ...

Read More »