“ອີຄອມເມີສ” ສ້າງໂອກາດຄຳແກ່ສິນຄ້າຫັດຖະກຳ

ການຄ້າທາງອີເລັກໂຕຣນິກ ຫຼື ອີຄອມເມີສ ຖືວ່າກຳລັງມາແຮງໃນໄລຍະນີ້ ຊຶ່ງໄດ້ເປີດໂອກາດທອງໃຫ້ທຸລະກິດຂະໜາດນ້ອຍ ສາມາດເຮັດການຕະຫຼາດ ຫຼື ໂຄສະນາ ແລະ ວາງຂາຍສິນຄ້າທາງອອນລາຍໄດ້ ຢ່າງສະດວກ ແລະ ວ່ອງໄວຫຼາຍຂຶ້ນ. ຜູ້ປະກອບການຫັດຖະກຳລາວ ນອກຈາກໃຊ້ອີຄອມເມີສເຂົ້າໃນການໂຄສະນາ ແລະ ຂາຍຜະລິດຕະພັນຂອງຕົນ ບໍ່ວ່າຈະເປັນການສ້າງເວັບໄຊ ຫຼື ບັນຊີເຟສບຸກຂອງຕົນ ຫຼືອີກຊ່ອງທາງໜຶ່ງ ແມ່ນການຝາກຂາຍຜ່ານ platform ອັນເປັນທີ່ຮູ້ຈັກ ທັງໄດ້ຮັບຄວາມເຊື່ອໝັ້ນຈາກລູກຄ້ານອກປະເທດ ນໍາອີກ. ການໃຊ້ອີຄອມເມີສໃນປະຈຸບັນ ແມ່ນມີຄ່າໃຊ້ຈ່າຍຖືກຫຼາຍ ແຕ່ສາມາດສົ່ງເສີມການຂາຍໄດ້ຢ່າງກວ້າງຂວາງທົ່ວໂລກ. ພວກເຮົາມາຮູ້ຈັກກັບ 2-3 ເວັບໄຊ້ ທີ່ບັນດາທ່ານສາມາດເຂົ້າໄປໃຊ້ບໍລິການກັນໄດ້.

ເວັບໄຊ້ ແລະ ແອບພລີເຄຊັນ Etsy.com ເນັ້ນຈໍາໜ່າຍສິນຄ້າທີ່ເປັນເອກະລັກສະເພາະຕົວ ຫຼືສ້າງສັນ ບໍ່ວ່າຈະແມ່ນສິນຄ້າຫັດຖະກຳຈົນເຖິງຂອງເກົ່າສະສົມ ດັ່ງສະໂລແກນທີ່ວ່າ  “If it’s handcrafted, vintage, custom or unique, it’s on Etsy”. ເຖິງແມ່ນວ່າ ຍຸກອີຄອມເມີສຈະໃຊ້ເຕັກໂນໂລຊີ ແລະ ນະວັດຕະກໍານັບມື້ນັບຫຼາຍຂຶ້ນ ແຕ່ເວັບໄຊ້ນີ້ ຍັງເນັ້ນວິໄສທັດທີ່ຄົງຮັກສາການພົວພັນສື່ສານໂດຍກົງ ລະຫວ່າງຜູ້ຂາຍກັບຜູ້ຊື້ ໃຫ້ເປັນໝາກຫົວໃຈຂອງການຊື້ຂາຍ. ດັ່ງນັ້ນ, ເວັບໄຊ້ Etsy.com ຈຶ່ງເປີດໂອກາດໃຫ້ຜູ້ຂາຍໄດ້ມີເຄືອຂ່າຍເພື່ອຫັນປ່ຽນແນວຄວາມຄິດຂອງຕົນໃຫ້ເປັນຊ່ອງທາງປະກອບທຸລະກິດໄດ້ ໃນຂະນະດຽວກັນກໍຍັງເປັນຕະຫຼາດອອນລາຍ ເພື່ອໃຫ້ຜູ້ຊື້ທົ່ວໂລກໄດ້ເຂົ້າມາເລືອກຊື້ເຄື່ອງໃຊ້ສອຍ ສິນຄ້າພິເສດແບບສຳຜັດໄດ້. ເວັບໄຊ້ນີ້ ຮັບຊຳລະເງິນດ້ວຍຫຼາຍຮູບແບບ ບໍ່ວ່າຈະເປັນດ້ວຍບັດເຄຣດິດ, ບັດເອທີເອັມ ຫຼືໂອນເງິນເຂົ້າບັນຊີ ຕະຫຼອດເຖິງລະບົບເພພາວ (Paypal). ສິນຄ້າລາວທີ່ວາງຂາຍຜ່ານ Etsy.com ເດັ່ນໆ ລວມມີ ຖົງໃສ່ຫຼຽນລາຍຜ້າໄຕລື້ (ລາຄາ 10.88 ໂດລາ), ແນວຕອງຊາ ເຮັດຈາກໄມ້ໄຜ່ (ລາຄາ 3 ໂດລາ), ທໍ່ດູດໄມ້ປ່ອງ (ລາຄາ 3.50​ ໂດລາ) ຫຼື ປະຫຼັກແຂນເຮັດຈາກສິ່ງເສດເຫຼືອໂລຫະຂອງລະເບີດ (ລາຄາ 10.25 ໂດລາ). ຄ່າທໍານຽມຝາກຂາຍ ມີພຽງແຕ່ 0.2 ໂດລາ/ລາຍການ ແລະ ອີກ 3.5% ຈາກມູນຄ່າຂາຍ.

ປະຈຸບັນ ອາເມຊອນ ກໍເລີ່ມກະໂດດເຂົ້າມາຕະຫຼາດຊ່ອງວ່າງນີ້ ຜ່ານ Handmade at Amazon ໂດຍເຊື້ອເຊີນຊາວຫັດຖະກຳເຂົ້າຮ່ວມຂາຍສິນຄ້າຫັດຖະກຳທີ່ເປັນເອກະລັກ. ມີຜູ້ຂາຍເຄື່ອງຫັດຖະກຳຈາກປະມານ 80 ປະເທດໃນທົ່ວໂລກ ໃຊ້ບໍລິການຂອງເພິ່ນ. ໃນນີ້, ທ່ານສາມາດສ້າງພື້ນທີ່ຂາຍອອນລາຍເປັນເວັບໄຊ້ (URL) ຂອງຕົນເອງ ເພື່ອແບ່ງບັນເລື່ອງລາວສ່ວນຕົວ, ສະແດງຜະລິດຕະພັນຂອງຕົນ ແລະ ຕິດຕໍ່ກັບລູກຄ້າໄດ້. ຄ່າທຳນຽມແມ່ນ 15​% ຊຶ່ງລວມຄ່າຊໍາລະສະສາງ, ການຕະຫຼາດ, ການຈັດສົ່ງແບບຫຼຸດລາຄາ ແລະ ການປ້ອງກັນການຕົ້ມຕຸນ. ເຖິງຢ່າງໃດກໍຕາມ, ໃນເວລາສະໝັກ ແລະ ໂຄສະນາສິນຄ້າຫັດຖະກຳ ທ່ານຈະບໍ່ທັນໄດ້ເສຍຄ່າໃຊ້ຈ່າຍຫຍັງເທື່ອ ໂດຍຄ່າທຳນຽມດັ່ງກ່າວໄດ້ຖືກຫັກ ກໍຕໍ່ເມື່ອທ່ານໄດ້ຂາຍສິນຄ້າຜ່ານເວັບໄຊ້ນີ້ ເທົ່ານັ້ນ.

ຢູ່ລາວເຮົານີ້ເອງ ກໍມີເວັບໄຊ້ plaosme.com ທີ່ປະຈຸບັນ ມີສະມາຊິກທີ່ລົງທະບຽນ ເປັນຜູ້ຂາຍເຖິງ 419 ຫົວໜ່ວຍ ໂຄສະນາຜະລິດຕະພັນຂອງຕົນ ຫຼາຍກວ່າ 1.287 ລາຍການ. ສິນຄ້າມີຫຼາກຫຼາຍບໍ່ວ່າຈະເປັນເຄື່ອງນຸ່ງຜ້າຝ້າຍ ຫຼືໄໝ, ເຄື່ອງຕົກແຕ່ງເຮືອນ, ກະຕ່າຫວາຍ ແລະ ກະເປົາຜ້າໄໝໃສ່ແລັບທອບ. ເວັບໄຊ້ດັ່ງກ່າວ ມີຈຸດເລີ່ມຕົ້ນຈາກໂຄງການພັດທະນາອີຄອມເມີສ ແລະ ສົ່ງເສີມການສົ່ງອອກ (Lao SME E-Commerce & Export Development Programme: SEED) ຊຶ່ງເບື້ອງຕົ້ນລິເລີ່ມໂດຍກົມການນໍາເຂົ້າ-ສົ່ງອອກ (ຕໍ່ມາຖືກໂອນມາໃຫ້ກົມສົ່ງເສີມການຄ້າ) ຮ່ວມກັບສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ຢູ່ພາຍໃຕ້ການບໍລິຫານຈັດການຂອງບໍລິສັດ barterfli holdings. ປະຈຸບັນ ທ່ານລົງໂຄສະນາສິນຄ້າຂອງທ່ານໄດ້ໂດຍບໍ່ເສຍຄ່າໃຊ້ຈ່າຍໃດໆ. ໃນຕໍ່ໜ້າ ເພິ່ນຈະໃຫ້ບໍລິການຊື້ຂາຍ ແລະ ຊຳລະສະສາງອອນລາຍໄດ້ເລີຍ. ນອກຈາກໃຫ້ຊື້ຂາຍສິນຄ້າອອນລາຍແລ້ວ ເວັບໄຊ້ນີ້ຍັງໃຫ້ບໍລິການສະໜັບສະໜູນທຸລະກິດ ເຊັ່ນ bconnect ແລະ bMatch. ໃນນີ້ bconnect ຊ່ວຍສະມາຊິກຕິດຕໍ່ສື່ສານກັນບໍ່ວ່າຈະຢູ່ພາຍໃນລາວ ຫຼື ພາກພື້ນ. ສຳລັບ bMatch ແມ່ນໃຫ້ບໍລິການແກ່ຜູ້ທີ່ກຳລັງຊອກຫາຄູ່ຮ່ວມທຸລະກິດ ຫຼືຊອກຊື້ສິນຄ້າ ແລະ ບໍລິການໃດໜຶ່ງ ຫຼື ກຳລັງຊອກຫາຄູ່ຮ່ວມດ້ານເຕັກໂນໂລຊີ ເພື່ອພັດທະນາໂຄງການໃດໜຶ່ງ ຕະຫຼອດເຖິງຜູ້ຊອກຫາໂອກາດໃນການລົງທຶນ ຫຼື ໂອກາດເຂົ້າຫາຕະຫຼາດ ເປັນຕົ້ນ.

ນອກຈາກທີ່ກ່າວມາຂ້າງເທິງນີ້, ກໍຍັງມີເວັບໄຊ້ອື່ນໆ ທີ່ເນັ້ນກ່ຽວກັບການຈຳໜ່າຍເຄື່ອງຫັດຖະກຳ ແລະ ຜົນງານຂອງນັກສິລະປະອິດສະຫຼະ ຊຶ່ງທ່ານອາດສຶກສາ ແລະ ເບິ່ງເປັນທາງເລືອກ ເພື່ອສົ່ງເສີມການຂາຍຜະລິດຕະພັນຫັດຖະກຳຂອງຕົນ ເຊັ່ນ Bonanza, Artfire, ShopHandmade ແລະ Silkfair ເປັນຕົ້ນ.

(ວາລະສານທາເກັດ ສະບັບ 162 ເດືອນມັງກອນ 2020 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

e-commerce, a golden opportunity for handicraft products

Electronic commerce or e-commerce is a booming trend which serves as a highly effective channel for small and medium sized enterprises to market or advertise, while exhibiting their products for sale online more conveniently and quickly. Lao handicraft entrepreneurs utilize e-commerce for advertising and selling their goods via a website or facebook account. They can also sell their products via other well-known and reliable platforms. Nowadays, e-commerce bear a very minimum cost of using, but can help promote sales worldwide. Let us know about 2-3 websites that have been widely used.

Etsy.com is a website and also mobile application that focuses on selling products with specific characteristics or uniquely and creatively designed. They can be handicraft or antiques that fit their slogan saying “if it’s handicrafted, vintage, custom or unique, it’s on Etsy.” Although technologies and innovations have been increasingly applied in this e-commerce era, this website chooses to maintain their direct communication between sellers and buyers as a method for promoting sales. Thus, Etsy.com gives an opportunity for sellers to transform their idea into business, while serving as an online market for buyers around the world to shop special products with a more intimate experience. The website process transactions via a number of ways ranging from credit card, ATM, account transfer to Paypal. The following examples are Lao products sold on Etsy.com: coin purse in Tai Leu pattern (US$10.88), tea filter made of bamboo (US$3), bamboo stroll (US$3.50) or bracelet made of shrapnel (US$10.25). The website charges 0.2 dollar per each confirmed purchase and another 3.5% deducted from the sale value.

Currently, Amazon is also joining this market gap via Handmade at Amazon by inviting handicraft makers to trade their unique products here. Handicraft traders from 80 countries around the world have joined this service. In this, you can create a space with your own URL to share stories, exhibit products and communicate with customers. The service charges 15% which covers transaction fee, marketing, delivery with discounts and fraud prevention. When you sign up and advertise your products on this website, you will not be charged yet. The deduction will only be made once there is a confirmed purchase of your good.

We also have a similar service in Laos operated as a website called plaosme.com. Currently, there are 419 registered sellers posting more than 1,287 products on the website. There is a wide range of goods sold here starting from cotton or silk clothes, furniture, rattan basket and silk laptop bag. The website started from the Lao SME E-Commerce and Export Development Programme: SEED which was initiated by the Import-Export Department (before being transferred to the Trade Promotion Department) in collaboration with the Lao National Chamber of Commerce and Industry, and is under the administration of Barterfli Holdings Company. Currently, you can advertise your products free of charge with an online payment service to be installed soon in the future. Apart from e-commerce, the website also offer business supporting services, namely bconnect and bMatch. While bconnect helps members both within and outside of Laos stay connected, bMatch assist in business matching for those looking for a business partner or a specific product or service or are searching for a partner for technology cooperation in developing a certain project all the way to seeking investment or market entering opportunity.

In addition to the above-mentioned services, there are also other websites that concentrate on trading handicraft and art products made by freelance artists. You can study and consider these, namely Bonanza, Artfire, ShopHandmade and Silkfair, as options for promoting your handicraft goods.

 

Comments