ຄວາມສັດຊື່ຕໍ່ລູກຄ້າ ຄືປັດໃຈຫຼັກສູ່ຄວາມສໍາເລັດ ຂອງທົ່ງລະຫາສິນ  

ທ່ານ ນາງ ສົງບັນດິດ ຍົດໝັ້ນຄົງ ນັກພັດທະນາດີເດັ່ນແຫ່ງຊາດ,ຜູ້ປະກອບການ ແມ່ຍິງອາຊຽນ ດີເດັ່ນ ປະຈໍາປີ 2019 (AWEN) ໄດ້ເປີດໃຈໃຫ້ຮູ້ເຖິງບົດຮຽນ, ປະສົບການ 20 ກວ່າປີ ໃນການດໍາເນີນທຸລະກິດຜ້າຝ້າຍຍ້ອມຄາມ ເຊິ່ງເປັນພູມປັນຍາ ສືບທອດຈາກຜູ່ເປັນແມ່ ທີ່ເປັນຊາວ ບ້ານລະຫານໍ້າ ເມືອງສອງຄອນ ແຂວງ ສະຫວັນນະເຂດ ຈົນສາມາດສົ່ງອອກໄປ ຈໍາໜ່າຍໃນປະເທດຍີ່ປຸ່ນ ແລະ ເອີຣົບ.

-ກ່ອນຈະມາເປັນທົ່ງລະຫາສິນ?

ທົ່ງລະຫາສິນ ຫຼື ຊື່ເດີມທົ່ງສະຫວັນໄຊ ຖືກສ້າງຕັ້ງຂຶ້ນໂດຍທ່ານ ນາງ ສົງບັນດິດ ຍົດໝັ້ນຄົງ ແລະ ຄູ່ສົມຣົດ ທ່ານ ບຸນທົງ ຍົດໝັ້ນຄົງ ເຊິ່ງທັງສອງຜົວ-ເມຍ ແມ່ນເປັນພະນັກງານສັງກັດລັດມາກ່ອນ ທີ່ຈະຫັນມາເຮັດທຸລະກິດແບບຄອບຄົວ SMEs ໂດຍສືບສານມາຈາກບັນພະບູລຸດ ແລະ ການຮິບໂຮມພູມປັນຍາຂອງເຜົ່າຜູ່ໄທຊາວລະຫານໍ້າ ທີ່ມີມູນເຊື້ອໃນການຕໍ່າແຜ່ນ,ການຍ້ອມສີທໍາມະຊາດ ໂດຍສະເພາະແມ່ນ “ການຍ້ອມຄາມ”.

ປະຫວັດຫຍໍ້ສ່ວນຕົວ?

ຂ້າພະເຈົ້າເຄີຍສັງກັດທີ່ກົມພົວພັນຕ່າງປະເທດ ຂອງສູນກາງຊາວໜຸ່ມ ປປລາວ ໄດ້ກີ້ງເກືອກລີເລືອກັບວຽກງານປຸກລະດົມ-ຂົນຂວາຍຊາວໜຸ່ມ, ປີ 1986-87 ໄດ້ຍ້າຍລົງໄປກັບຄອບຄົວ ໄປຢູ່ເມືອງອາດສະພັງທອງ ແຂວງສະຫວັນນະເຂດ ເຊິ່ງໄປເຮັດໜ້າທີ່ຂົນຂວາຍວຽກງານເຍົາວະຊົນຂັ້ນເມືອງ,ພາຍຫຼັງຈິນຕະນາການໃໝ່ ຂອງປະທານໄກສອນ ພົມວິຫານ ເນື່ອງຈາກວ່າຄອບຄົວກໍເຄີຍມີພື້ນຖານໃນການເຮັດທຸລະກິດ ຕົກມາໃນປີ 1990 ຕົນເອງແລະຄອບຄົວ ຈິ່ງຕັດສິນໃຈຫັນຕາມແນວທາງດັ່ງກ່າວດ້ວຍການລິເລີ່ມເຮັດໂຮງງານຕັດຫຍິບ ເພື່ອສົ່ງອອກ ເຊິ່ງໃນເວລານັ້ນປະເທດພວມເປີດປະຕູສູ່ພາຍນອກ.

ແຕ່ເນື່ອງຈາກຍັງຂາດປະສົບການດ້ານນີ້ ໄລຍະຕົ້ນແມ່ນພົບຄວາມຫຍຸ້ງຍາກສົມຄວນ ແຕ່ດ້ວຍຄວາມບຸກບືນ ແລະ ຄວາມຕັ້ງໃຈ ຈິ່ງພະຍາຍາມຊອກຫາປະສົບການ ໂດຍໄດ້ເຮັດໜັງສືສະເໜີໄປຫາອົງການຜົມຂາວ ອາສາສະໝັກ ຜຸ້ອາວຸໂສ ຂອງປະເທດຍີ່ປຸ່ນເຊິ່ງທາງເພິ່ນກໍຕອບຮັບວ່າຈະໃຫ້ການຊ່ວຍເຫຼືອ ໂດຍແມ່ນທ່ານ ບັງມາຊາຕາກະ ອາສາສະໝັກຍີ່ປຸ່ນໄດ້ມາຊ່ວຍໂດຍເລີ່ມຈາກສອນເລື່ອງການບໍລິຫານ, ຈັດການລະບົບໂຮງງານ, ການຕິດຕໍ່ພົວພັນ,ການເຈລະຈາ ກັບລູກຄ້າເຮັດແນວໃດ,ການຈັດຊື້ວັດຖຸດິບ ແລະ ອື່ນໆ..ຯຯ.

ດ້ວຍບົດຮຽນດັ່ງກ່າວ ຈຶ່ງສາມາດບໍລິຫານ-ຈັດການໂຮງງານໃຫ້ມີບາດກ້າວຂະຫຍາຍຕົວຂຶ້ນເທື່ອລະບາດກ້າວ, ມີກໍາມະກອນປະມານ 250-300 ຄົນ ຈົນສາມາດສົ່ງອອກໄປປະເທດເອີຣົບເຊັ່ນ: ເນເທີແລນ ເປັນຕະຫຼາດສົ່ງອອກໃຫຍ່ຂອງພວກເຮົາ, ຮອງມາກໍແມ່ນຝຣັ່ງເສດ. ຈົນຮອດປີ 2005 ປະເທດເອີຣົບໄດ້ຢຸດ GSP (ຍົກເລີກສິດທິພິເສດທາງການຄ້າໃຫ້ແກ່ ສປປ ລາວ) ໂຮງງານຈິ່ງປະສົບບັນຫາໃນການສົ່ງອອກ ຖ້າຈະຢຸດຕິໂຮງງານ ກໍາມະກອນ 200-300 ຊີວິດກໍຈະບໍ່ມີວຽກເຮັດງານທໍາ ດັ່ງນັ້ນຍ້ອນມູນເຊື້ອຂອງແມ່ທີ່ເປັນຜູ່ໄທ ທີ່ເຄີຍພາເຮັດອາຊີບຕໍ່າຜ້າ,ຍ້ອມຄາມ,ເຄີຍມັດໝີ່,ເຮັດຜ້າຝ້າຍມາກ່ອນ ແຕ່ສະໄໝຕົນເອງຍັງເປັນສາວ,ຈິ່ງມີແນວຄວາມຄິດວ່າ: ເບື້ອງຕົ້ນຕ້ອງເຕົ້າໂຮມ ແລະ ປຸກລະດົມຂົນຂວາຍເອົາຄົນໃນຄອບຄົວ ຍາດຕິພີ່ນ້ອງ ໃນຄອບຄົວ ປະມານ 4-5 ຄອບຄົວມາຮວມກັນ ເພື່ອເຂົ້າສູ່ຂະບວນການຜະລິດແບບຄົບວົງຈອນ ເພື່ອໃຫ້ສາມາດສ້າງເປັນ ”ແບຣນ” ຜະລິດຕະພັນທ້ອງຖິ່ນ ແລະ ສາມາດສົ່ງອອກໄດ້ໃນອະນາຄົດ.

ໃນເບື້ອງຕົ້ນແມ່ນເຮັດເປັນຕົວຢ່າງຜະລິດຕະພັນສົ່ງໄປປະເທດຍີ່ປຸ່ນໃນປີ 1999 ແລະ ປີ 2000 ທາງລູກຄ້າຍີ່ປຸ່ນກໍມີກະແສຕອບຮັບມາໄດ້ດີ ໂດຍການສັ່ງຊື້ສິນຄ້າຈາກເຮົາເປັນຈໍານວນຫຼາຍ ພາຍຫຼັງທີ່ມີ “ອໍເດີ້” ຈາກປະເທດຍີ່ປຸ່ນເຂົ້າມາເຫັນວ່າ ຖ້າຈະເຮັດພຽງ 4-5 ຄອບຄົວແມ່ນຜະລິດບໍ່ທ່ວງທັນ ດັ່ງນັ້ນຈິ່ງໄດ້ຂະຫຍາຍກຸ່ມການຜະລິດຂຶ້ນໂດຍການລະດົມຜູ້ມີສີມືໃນບ້ານລະຫານໍ້າ, ລະຫາໂຄກ, ທ່າຄໍາລຽນ ລວມ 5 ບ້ານ ເຂົ້າມາຊ່ວຍໂດຍການແບ່ງງານຢ່າງລະອຽດ, ມີການຈັດຕັ້ງເປັນກຸ່ມການຜະລິດຂຶ້ນໂດຍເລີ່ມແຕ່ກຸ່ມການປູກຝ້າຍ, ເຂັນຝ້າຍ, ປູກຄາມ, ຍ້ອມຄາມ, ຕໍ່າຜ້າ ແລະ ອື່ນໆ, ຈາກ 5 ຄອບຄົວຈົນກາຍມາເປັນ 250 ຄອບຄົວ.

      -ເຮັດແນວໃດສິນຄ້າຈຶ່ງເປັນທີ່ຍອມຮັບຂອງຕະຫຼາດຍີ່ປຸ່ນ?

   ສິນຄ້າຂອງເຮົາເຖິງຈະຜະລິດຈາກປະຊາຊົນທ້ອງຖິ່ນ ແຕ່ດ້ວຍມີລະບົບການຈັດຕັ້ງ ການບໍລິຫານງານ ທີ່ເນັ້ນເລື່ອງຄຸນນະພາບເປັນຫຼັກ ຈົນສາມາດຜ່ານມາດຕະຖານຄຸນນະພາບທີ່ດີທີ່ສຸດຂອງປະເທດຍີ່ປຸ່ນໄດ້. ຜ່ານມາພວກເຮົາໄດ້ເນັ້ນເລື່ອງ Activision” ໂດຍການອອກໄປວາງສະແດງໃນຕ່າງປະເທດເຊິ່ງຕ້ອງມີຄ່າໃຊ້ຈ່າຍສູງຫຼາຍປະມານງານໜຶ່ງບໍ່ຕໍ່າກວ່າ 15.000 ໂດລາ, ດັ່ງນັ້ນຈິ່ງໄດ້ເຮັດໃບສະເໜີຂໍຄວາມຊ່ວຍເຫຼືອຈາກອົງການຈັດຕັ້ງສາກົນຕ່າງໆ, ຈາກການອອກງານຕ່າງໆຈິ່ງເຮັດໃຫ້ເຮົາໄດ້ມີໂອກາດແນະນໍາຜະລິດຕະພັນ,ໄດ້ຮູ້ຈັກກັບລູກຄ້າໃນຕ່າງປະເທດຫຼາຍຂຶ້ນ,ສິນຄ້າຂອງເຮົາກໍເປັນທີ່ຮູ້ຈັກຫຼາຍຂຶ້ນ

   ພວກເຮົາເນັ້ນສິນຄ້າຕ້ອງມີລັກສະນະເປັນເອກະລັກ ,ອອກແບບໂດຍໃຫ້ແຕກຕ່າງຈາກຄົນອື່ນ,ທຸກຢ່າງແມ່ນຜະລິດຕາມການສັ່ງຈອງລູກຄ້າ,ໂດຍສະເພາະເວລາຈັດສົ່ງສິນຄ້າເຖິງມືລູກຄ້າແມ່ນຕ້ອງໃສ່ໃຈເປັນສໍາຄັນທີ່ສຸດ,ສິ່ງສໍາຄັນທີ່ສຸດຄືຕ້ອງສັດຊື່ຕໍ່ລູກຄ້າ, ປັດຈຸບັນ ສິນຄ້າຂອງພວກເຮົາ ສົ່ງອອກໄປປະເທດຍີ່ປຸ່ນປີໜຶ່ງປະມານ 500.000 ຫາ 1.000.000 ຊິ້ນ, ໂດຍການຮ່ວມມື ກັບບໍລິສັດ ຍີ່ປຸ່ນ ທີ່ເປັນຮ້ານຂາຍສິນຄ້າ ທີ່ມີຊື່ສຽງໂດ່ງດັງຂອງປະເທດຍີ່ປຸ່ນ ແລະ ມີສາຂາຢູ່ທົ່ວໂລກປະມານ 1.500 ກວ່າສາຂາ.

ຈາກສິ່ງດັ່ງກ່າວນີ້ໄດ້ເຮັດໃຫ້ຊາວບ້ານທີ່ເຂົ້າຮ່ວມການຜະລິດນໍາໂຮງງານແມ່ນມີລາຍຮັບທີ່ໝັ້ນຄົງ ແລະ ຄ່ອຍໆຫຼຸດພົ້ນອອກຈາກຄວາມທຸກຍາກ ກ້າວສູ່ຄອບຄົບຄົວມີຢູ່ມີກິນ ແລະ ເຫຼືອກິນ,ມີຊັບສິນຫຼາຍຢ່າງເປັນຂອງຕົນເອງ ພື້ນຖານໂຄງລ່າງຂອງແຕ່ລະບ້ານ ກໍໄດ້ມີການພັດທະນາ ປັບປຸງດີຂຶ້ນເປັນກ້າວໆ.

   -ລາງວັນ ຜູ້ປະກອບການ ແມ່ຍິງອາຊຽນ ດີເດັ່ນ ປະຈໍາປີ 2019 (AWEN)

   -ລາງວັນ (AWEN) ນີ້ແມ່ນຮູ້ສຶກພູມໃຈ ທີ່ເປັນໜຶ່ງໃນ 10 ນັກທຸລະກິດແມ່ຍິງລາວ ຜູ້ໜຶ່ງທີ່ປະສົບຄວາມສໍາເລັດ ຮ່ວມກັບແມ່ຍິງຫຼາຍໆທ່ານໃນປະເທດອາຊຽນ ຂຶ້ນຮັບລາງວັນອັນມີກຽດໃນຄັ້ງນີ້.ລາງວັນດັ່ງກ່າວແມ່ນຍ້ອນຂ້າພະເຈົ້າໄດ້ສ້າງຕັ້ງໂຄງການຕໍ່າແຜ່ນແພຍ້ອມສີທໍາມະຊາດ ໃຫ້ແກ່ຊຸມຊົນກຸ່ມແມ່ຍິງຜູ່ໄທ ໃນຊົນນະບົດ,ສົ່ງເສີມປູກຝ້າຍແບບ ປະສົມປະສານກັບພືດອື່ນໆ ແບບທໍາມະຊາດໂດຍບໍ່ໃຊ້ສານເຄມີ,ອະນຸລັກຮັກສາພູມປັນຍາຂອງຊົນເຜົ່າຜູ່ໄທ ໃນການມັດໝີ່ ຍ້ອມຄາມ (Indigo),ພັດທະນາອອກແບບສີສັນ ຮູບແແບທໍາມະຊາດ ສາມາດສົ່ງອອກຍີ່ປຸ່ນ,ສ້າງວຽກເຮັດງານທໍາໃຫ້ແມ່ຍິງຊຸມຊົນເຜົ່າຜູ່ໄທ ມີລາຍຮັບເຂົ້າໃນຄອບຄົວ ພັດທະນາສີມືຕັດຫຍິບໃຫ້ຊາວໜຸ່ມໃນຕົວເມືອງ,ບໍລິສັດ ມີຜົນສໍາເລັດສ້າງຜະລິດຕະພັນທີ່ມີຄຸນນະພາບສູງຈາກແມ່ຍິງຊຸມຊົນໃນຊົນນະບັດທຸກຍາກສາມາດສົ່ງຂາຍປະເທດທີ່ຈະເລີນຮັ່ງມີ ຄຸນນະພາບສູງຢູ່ໃນໂລກ ແຕ່ລະປີສາມາດສົ່ງອອກໄປຍີ່ປຸ່ນເປັນມູນຄ່າ 1.000.000 ໂດລາ/ປີ.

ນອກຈາກນີ້ ຜ່ານມາກໍຍັງໄດ້ຮັບລາງວັນຈາກປະເທດຍີ່ປຸ່ນ(ລາງວັນການອອກແບບທີ່ດີເດັ່ນ,ແຕກຕ່າງຈາກຄົນອື່ນ),ໃນປີ 2019 ພັກ-ລັດຖະບານ ສປປ ລາວ ໄດ້ມອບນາມມະຍົດ “ນັກພັດທະນາດີເດັ່ນແຫ່ງຊາດ”.

        -ເປົ້າໝາຍການດໍາເນີນທຸລະກິດ ໃນອະນາຄົດ?

   ໃນອະນາຄົດ ມໍ່ໆນີ້ແມ່ນຈະປັບປຸງໂຮງງານໃຫ້ທັນສະໄໝກວ່າເກົ່າ, ຍົກສູງລະດັບຊີວິດການເປັນຢູ່ຂອງພະນັກງານ ກໍາມະກອນໃຫ້ສູງຂຶ້ນທຽບເທົ່າປະເທດໃນອາຊຽນ ເຊິ່ງກໍແມ່ນສ່ວນໜຶ່ງທີ່ໄດ້ຮັບແຮງບັນດານໃຈຈາກ ນັກທຸລະກິດ ແມ່ຍິງອາຊຽນ ເພາະຜ່ານມາຂ້າພະເຈົ້າກໍໄດ້ໄປຢ້ຽມຢາມຫຼາຍບໍລິສັດ ເຊິ່ງເຂົາເຈົ້າກໍມີຈຸດເລີ່ມຕົ້ນທີ່ ຄ້າຍຄືກັບເຮົາ ແຕ່ດຽວນີ້ເຂົາເຈົ້າມີໂຮງງານເປັນລະບົບທີ່ທັນສະໄໝ. ປັດຈຸບັນນີ້ໂຮງງານຂອງເຮົາ ກໍພວມຢູ່ໃນ ຂັ້ນຕອນການກວດຜ່ານມາດຕະຖານຈາກສາກົນ (ISO) ເຊິ່ງຄາດວ່າໃນປີ 2020 ຈະສາມາດໄດ້ຮັບໃບຢັ້ງຢືນ.

-ໃນຖານະທ່ານເປັນປະທານ ສທຍລ ແຂວງຢາກຊາບວ່າຜ່ານມາໄດ້ມີການເຄື່ອນໄຫວແນວໃດ?

    ເລີ່ມຕົ້ນແຕ່ຄະນະຂົນຂວາຍສ້າງຕັ້ງນັກທຸລະກິດແມ່ຍິງ,ຫຼັງຈາກນັ້ນປະມານ 3-4 ປີ ຈິ່ງໄດ້ສ້າງຕັ້ງເປັນສະມາຄົມ ນັກທຸລະກິດແມ່ຍິງລາວ ປັດຈຸບັນໄດ້ມີສະມາຊິກເກືອບ 100 ຄົນ ພ້ອມນີ້ຍັງມີສະມາຊິກສະໜັບສະໜູນຈໍານວນ 30 ກວ່າຄົນ (ໃນເຂດນະຄອນໄກສອນ ພົມວິຫານ). ໃນອະນາຄົດແມ່ນຈະຂະຫຍາຍໄປເມືອງ ອຸທຸມພອນ, ສອງຄອນ, ຈໍາພອນ, ພິນ, ອາດສະພັງທອງ ແລະ ຕົວເມືອງອື່ນໆ. ສໍາລັບການເຄື່ອນໄຫວວຽກງານແມ່ນມີຂະບວນຟົດຟື້ນສົມຄວນ ຄຽງບ່າຄຽງໄລ່ກັບການ ເຄື່ອນໄຫວຄອບຄົວ ແລະ  ອົງການຈັດຕັ້ງຕ່າງໆ ທີ່ອ້ອມຂ້າງແຂວງ ສະຫວັນນະເຂດ ກໍຄືສູນກາງ ເປັນຕົ້ນກໍແມ່ນວຽກງານຊ່ວຍເຫຼືອສັງຄົມຕ່າງໆ ເຊິ່ງທາງສະມາຄົມພວກເຮົາກໍໄດ້ມີກອງທຶນຈໍານວນໜຶ່ງເພື່ອປະກອບສ່ວນໃນວຽກງານດັ່ງກ່າວ.

-ບົດຮຽນ ແລະ ຄະຕິ ປະຈໍາໃຈ?

      ຂ້າພະເຈົ້າ ຂໍສະເໜີແລກປ່ຽນບົດຮຽນເພື່ອໃຫ້ຄົນລຸ້ນໜຸ່ມ, ໃນການເຮັດທຸລະກິດສິ່ງທີ່ສໍາຄັນກໍຄື: ”ມີໃຈຮັກມັກ ຕ້ອງກ້າທີ່ຈະລົງມືປະຕິບັດ ຕ້ອງມີຄວາມດຸໝັ່ນ ອົດທົນ ຜ່ານຜ່າ ຊອກຮູ້ ຮໍ່າຮຽນ ປັບປ່ຽນ ປັບປຸງ ແກ້ໄຂບັນຫາ ແລະ ພັດທະນາໄປເລື້ອຍໆ ຢ່າງບໍໍ່ມີມື້ຢຸດ”.

(ວາລະສານທາເກັດ ສະບັບ 161 ເດືອນທັນວາ 2019 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

Being honest to customers

is the key to success of Thonglahasin

 Ms. Songbandith Yotmankhong, the Best National Developer and the winner of the ASEAN Women Entrepreneurs Network (AWEN) Award, will share with us her lesson-learned gained from over 20 years of experience in doing indigo dyeing business, a traditional practice inherited from her mother, a resident of Lahanam Village, Songkhone District, Savannakhet Province, which has been exported to Japan and European countries.

Before becoming Thonglahasin?

 Thonglahasin or previously known as Thongsavanxay was founded by Ms. Songbandith Yotmankhong and her spouse, Mr. Bounthong Yotmankhong. Both of them used to work as a government official before deciding to engage in a family-type SME later. Their business makes use of traditional knowledge of Phuthai Ethnic inherited from the past generation who had been involving with textile and cloth dyeing using natural color, especially “indigo dyeing.”

Your background?

 

I used to work at the Foreign Relations Department, Lao People’s Revolutionary Youth Union, and had been primarily working to promote youth involvement. From 1986 to 1987, my family and I moved to Atsaphangthong District, Savannakhet Province. There, I was assigned with a task to mobilize for youth supports at the district level. After the implementation of the New Imagination Policy of the former President Kaysone Phomvihane, my family and I decided to align with this open-market policy by launching a garment factory for export in 1990 based on our experience in doing business in the past.

Due to our lack of experience in textile, we faced with a number of difficulties at the initial stage. Because of our strong desire and passion to success, we sent a proposed letter to the white hair organization, a senior organization of Japan, to seek their supports and received a positive reply from them. It was Mr. Banmasataka, a Japanese volunteer, who came first and helped teaching us starting from administration, factory system management, coordination, customer negotiation, procurement of raw materials and so on.

With the lesson-learned, we were able to well manage our factory which had gradually grown larger with 250-300 workers at the moment capable of exporting goods to European countries, such as the Netherlands which was our largest market and France which came second. In 2005, European countries decided to cease giving the Lao PDR their GSP privilege making it difficult for our factory to export products to the region. Closing the factory was not an option for us at that time because we could not leave 200-300 workers unemployed. We then decided to make use of traditional knowledge passed down from our mother, a Phuthai Ethnic, who had been experiencing textile, indigo dyeing, cloth tying and cotton weaving since a very young age. We, totaling 4-5 families, helped each other to set up a full production system under a new “brand” to make a local good to be exported in the future.

At first, we made sample products and sent them to Japan in 1999. In 2000, our Japanese customers got back to us with a positive feedback and placed many orders. With such huge number of “orders,” we decided to expand from 4-5 families to include skillful workers in Lahanam, Lahakhoke, Thalienkham and others totaling 5 villages into our production team to help keeping up with customer’s demand. Then the team was divided into groups with a clear responsibility, such as a group in charge of cotton tree planting, cotton thread spinning, indigo tree planting, indigo dyeing, cloth weaving and so on. The team was expanded from 5 to 250 families subsequently.

How to gain acceptance from the Japanese market?

Despite being made by local people but with the excellent management that focuses primarily on quality, our products are able to meet the standard set by the Japanese market. Previously, we have been concentrating on “activision” by attending a number of exhibitions abroad to promote our goods. However, this branding method is costly, about 15,000 US dollar or above. We then submitted letters of request for assistance to different organizations. These events have given us an opportunity to introduce our products widely and get to know more foreign customers.

We emphasize on products with a unique characteristic and design customizing based on customer’s demand. Most importantly, we have to put extra caution when we distribute goods to our clients, while being honest with them. Currently, we export about 500,000-1,000,000 pieces of our product per year to Japan by collaborating with a well-known Japanese shop which has approximately 1,500 branches around the world.

This helps local villagers make stable income and gradually move out of poverty with more assets and ability to support their family. Moreover, basic infrastructure in each village was also improved

ASEAN Women Entrepreneurs Network (AWEN) Award 2019

-I feel really proud of winning the AWEN Award making me one of the 10 most successful Lao female entrepreneurs together with other women entrepreneurs from ASEAN countries. This award was given to me due to my project of cloth weaving and dyeing with natural color for a community of Phuthai women in the rural area. We have also helped promoting planting of cotton tree along with other crops in an organic way without the use of chemicals. This helps preserves traditional wisdom of Phuthai in indigo tie and dye, while developing colorful designs embedded natural sensation into our goods to export to japan, and create jobs for local Phuthai women. The project gives the locals an opportunity to make a living to support their family, while improving garment skills for young people in the urban area. Our company together with poor women in the community are able to successfully produce quality goods to supply to wealthy countries demanding high quality product. Every year, our export to Japan values 1,000,000 US dollar.

Apart from our achievements mentioned above, we were honored with a variety of awards by Japan (the Best Design Award which indicates that our goods are unique). In 2019, Party and Government of the Lao PDR bestowed the honorary title of the “Best National Developer” upon me. 

Your future business goal?

In the coming years, we will further modernize our factory and improve living conditions of all employees as equivalent as those in the ASEAN countries. This goal is partly inspired by female entrepreneurs in the ASEAN Region who had faced with a similar situation when launching their business and are now having a modernize and systematic factory. Nowadays, our factory is in the process of requesting for the ISO certificate which is expected to be granted within 2020.

As the President of the Provincial Business Women’s Association, could name some of the activities the association carried out previously?

Firstly, we started by mobilizing for supports in establishing the Business Women’s Association which was finally founded in about 3-4 years after that with almost 100 plus over 30 supporting members (in the area of Kaysone Phomvihane City). In the future, the association would expand its membership towards Outhoumphone, Songkhone, Champhone, Phin, Atsaphangthong and other districts. The association has been active in many tasks in collaboration with families and organizations within Savannakhet and at the central level, namely social aid financed by our fund established specifically to support the work.

Lesson-learned and motto?

I would like to share with young businesspeople that the important thing in doing business is to: “love in what you do, work hard, be ready to overcome any obstacle, keep learning and improving, while solving all problems with passion and never stop advancing forward.”

 

 

 

 

Comments