Magazine

ທ່ານ ໂອໄດ ສຸດາພອນ ກໍາມະການສູນກາງພັກ,ເລຂາພັກແຂວງ,ເຈົ້າແຂວງໆຄໍາມ່ວນ

ສະບັບປິດທ້າຍປີ 2019 ພວກເຮົາໄດ້ຮັບກຽດສໍາພາດທ່ານ ໂອໄດ ສຸດາພອນ ກໍາມະການສູນກາງພັກ,ເລຂາພັກແຂວງ,ເຈົ້າແຂວງໆຄໍາມ່ວນ ເຊິ່ງທ່ານໄດ້ແຈ້ງໃຫ້ຮູ້ເຖິງການພັດທະນາເສດຖະກິດ-ສັງຄົມໂດຍລວມຂອງແຂວງ ພ້ອມທັງວິໄສທັດ ແລະ ການແກ້ໄຂສິ່ງທ້າທາຍຕ່າງໆເພື່ອເຮັດໃຫ້ການພັດທະນາຂອງແຂວງບັນລຸຜົນໄປຕາມທິດທາງ ແລະ ຄາດໝາຍຕັ້ງໄວ້ , ທັງເປັນການດຶງດູູດການລົງທຶນຈາກພາຍໃນ ແລະ ຕ່າງປະເທດ. ການພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ ຂອງ​ແຂວງ​ມີ​ບາດ​ກ້າວ​ຂະ​ຫຍາຍ​ຕົວ​ແນວ​ໃດ? ສິ່ງ​ພົ້ນ​ເດັ່ນ ແລະ ເປັນ​ທ່າ​ແຮງ​ຂອງ​ແຂວງ​ມີ​ດ້ານ​ໃດ​ແດ່? ຍຸດ​ທະ​ສາດ ແລະ ວິ​ໄສ​ທັດ ຂອງ​ແຂວງ​ວາງເປົ້າ​ໝາຍ​ໄວ້​ແນວ​ໃດ? ຂົວມິດຕະພາບ ລາວ-ໄທ ແຫ່ງທີ 3 ສົ່ງຜົນດ້ານໃດແດ່ ຕໍ່ການພັດທະນາເສດຖະກິດຂອງແຂວງ ແລະ ຊີວິດການເປັນຢູ່ຂອງປະຊາຊົນ? ສິ່ງ​ທ້າ​ທາຍ ​ສຳ​ລັບການ​ພັດ​ທະ​ນາ​ຂອງ​ແຂວງ ​ທ່ານ​ຄິດ​ວ່າ​ມີ​ບັນ​ຫາ​ໃດ​ແດ່? ທ່າ​ນວາງ​ທິດ​ທາງ​ແກ້​ໄຂ​ແນວ​ໃດ? (ລາຍລະອຽດການສຳພາດເພີ່ມຕື່ມສາມາດຊອກອ່ານໄດ້ໃນວາລະສານທາເກັດ ສະບັບ 161 ເດືອນທັນວາ 2019 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666) For ...

Read More »

ຍຸກ 5.0 ກຳລັງມາ ກຽມຕ້ອນຮັບນະວັດຕະກຳໃໝ່ໆ!!!

ເຕັກໂນໂລຊີ ແລະ ນະວັດຕະກຳເກີດຂຶ້ນ, ຖືກພັດທະນາຢ່າງຕໍ່ເນື່ອງ ແລະ ໄດ້ຮັບການຍອມຮັບຢ່າງໄວວາຈາກສັງຄົມ, ເຮັດໃຫ້ເກີດການປ່ຽນແປງຢ່າງກ້າວກະໂດດຂັ້ນ ທັງໃນໂລກທຸລະກິດ ແລະ ການດໍາລົງຊີວິດປະຈຳວັນຂອງຄົນໃນສັງຄົມ ຈົນເອີ້ນໄດ້ວ່າ: ເຕັກໂນໂລຊີ ຖືກສ້າງຂຶ້ນມາເພື່ອປ່ຽນໂລກ. ແຕ່ໃນການປ່ຽນໂລກຂອງເຕັກໂນໂລຊີ ແລະ ນະວັດຕະກຳນັ້ນ ກໍມາພ້ອມກັບດ້ານບວກ ແລະ ດ້ານລົບ, ຄວາມສະດວກສະດວກບາຍທີ່ຜູ້ຊົມໃຊ້ຕ້ອງໄດ້ຮຽນຮູ້ ທີ່ຈະນຳມາໃຊ້ຢ່າງສ້າງສັນ. ດັ່ງທີ່ ທ່ານ ບີຍອນ ທາລ ແຊນເບີກ ຫົວໜ້າສູນວິໄຈ ເທເລນອນ ໄດ້ກ່າວວ່າ “ເຖິງວ່າເຕັກໂນໂລຊີຈະກ້າວໜ້າພຽງໃດ ຄົນໃນສັງຄົມກໍຕ້ອງກັບມາພິຈາລະນາເຖິງຫຼັກປະກັນ ຕໍ່ການໃຊ້ເຕັກໂນໂລຊີ ຢ່າງປອດໄພ, ສະຫຼາດ ແລະ ສ້າງສັນ” ໃນປີນີ້ຈຶ່ງອາດຈະເກີດການປ່ຽນແປງຂອງເຕັກໂນໂລຊີ ທີ່ມີຢູ່ໃຫ້ເໝາະສົມ ແລະ ແທດເໝາະຫຼາຍຂຶ້ນ! ສະນັ້ນ ວາລະສານທາເກັດຈຶ່ງໄດ້ນຳເອົາ ນະວັດຕະກຳທີ່ອາດຈະເປັນປະກົດການສໍາຄັນ ທີ່ຈະເກີດຂຶ້ນໃນຍຸກ 5.0 ນີ້ ມານໍາສະເໜີໃຫ້ກັບທ່ານຜູ້ອ່ານ!!! Deep fake ຈະກະຈາຍຕົວຫຼາຍຂຶ້ນ ໃນປີທີ່ຜ່ານມາ ປະເດັນການໃຊ້ປະໂຫຍດທາງລົບຂອງ Social Media ແລະ AI ໄດ້ຮັບຄວາມສົນໃຈຈາກສັງຄົມ ໂດຍສະເພາະແມ່ນ Deep fake ...

Read More »

Tagline ແມ່ນຫຍັງ? ສໍາຄັນແນວໃດ?

ສະບາຍດີ ທ່ານຜູ້ອ່ານວາລະສານທາເກັດ ມື້ນີ້ຄໍລຳ Marketing & Branding ຂອງພວກເຮົາ ຈະມາໄຂຂໍ້ສົງໄສຂອງຫຼາຍໆຄົນ ກ່ຽວກັບຄວາມແຕກຕ່າງ ແລະ ວິທີການນຳໃຊ້ຄຳຂວັນທາງການຕະຫຼາດທີ່ເອີ້ນວ່າ: Slogan ແລະ Tagline ທີ່ມັກຖືກໃຊ້ຢ່າງສັບສົນ ບໍ່ຖືກຕ້ອງ ສົ່ງຜົນໃຫ້ ບໍ່ເກີດປະໂຫຍດໃນການໂຄສະນາຍີ່ຫໍ້ສິນຄ້າ ແລະ ບໍລິການເທົ່າທີ່ຄວນ. ກ່ອນອື່ນເຮົາຕ້ອງທໍາຄວາມເຂົ້າໃຈກ່ອນວ່າ Tagline ນັ້ນຈະມີຄວາມຄ້າຍໆກັນກັບ Slogan ແຕ່ບໍ່ແມ່ນອັນດຽວກັນ, ເວົ້າໃຫ້ເຂົ້າໃຈງ່າຍໆ ຄື: Slogan ສ່ວນຫຼາຍມັກຈະຖືກນໍາໄປໃຊ້ກັບສິນຄ້າ, ຜະລິດຕະພັນ, ບໍລິການ ຫຼື ກິດຈະກຳເພື່ອກະຕຸ້ນການຕະຫຼາດ (campaign) ຫຼື “ໂປຣໂມຊັ່ນ” ໃນໄລຍະໃດໜຶ່ງ ໃຫ້ໜ້າສົນໃຈຂຶ້ນ ຈະເປັນຄໍາເວົ້າສັ້ນໆ ເຮັດໃຫ້ຄົນທົ່ວໄປສາມາດເຂົ້າໃຈໄດ້ງ່າຍໆ ເຊິ່ງສາມາດປ່ຽນແປງ, ແກ້ໄຂໄດ້ຕາມຄວາມເໝາະສົມ. ເຊິ່ງຕ່າງກັບ Tagline ກໍຄື Tagline ຈະຖືກໃຊ້ຢ່າງສະເໝີຕົ້ນສະເໝີປາຍ ບໍ່ປ່ຽນແປງສໍາລັບອົງກອນ ຫຼື ບໍລິສັດ ເປັນຄໍາເວົ້າກະທັດຮັດ ແລະ ບົ່ງບອກວ່າບໍລິສັດນັ້ນກ່ຽວກັບຫຍັງ ຫຼື ເຮັດຫຍັງ ເພື່ອໃຜ ພາຍໃນປະໂຫຍກດຽວ ຫຼື ຫາກຈະໃຫ້ດີ Tageline ...

Read More »

Digital Transformation ການປ່ຽນແປງໃໝ່ທີ່ມາພ້ອມໂອກາດ!!!

ເມື່ອເວົ້າເຖິງ ການປະຕິວັດອຸດສາກະກໍາ ແລະ ການພັດທະນາເຕັກໂນໂລຊີ ນັ້ນ ຫຼາຍທ່ານກໍຈະຮູ້ດີແລ້ວວ່າ ມັນໄດ້ເກີດຂຶ້ນມາຫຼາຍຍຸກຫຼາຍສະໄໝແລ້ວ ແລະ ທຸກຄັ້ງທີ່ມີການປະຕິວັດ ກໍສາມາດເຮັດໃຫ້ເກີດການປ່ຽນແປງທີ່ສ້າງທັງໂອກາດ ແລະ ຜົນກະທົບ ໃນວົງການທຸລະກິດຢ່າງກວ້າງຂວາງ ນັບຕັ້ງແຕ່ລະດັບອົງກອນ ໄປຈົນເຖິງລະດັບປະເທດ… ເມື່ອຢ້ອນກັບໄປໃນຍຸກ 1.0 ທີ່ມີການປະຕິວັດອຸສາຫະກໍາ ໂດຍມີການນໍາເອົາເຄື່ອງຈັກອາຍນໍ້າມາໃຊ້ແທນແຮງງານຄົນ ແລະ ຜູ້ນໍາໃນການປ່ຽນແປງນີ້ຄື “ປະເທດອັງກິດ” ທີ່ເປັນມະຫາອໍານາດໃນສະໄໝນັ້ນ; ການປະຕິວັດອຸດສາຫະກໍາຍຸກ 2.0 ມີການປ່ຽນແປງການຜະລິດ ໃຫ້ໄດ້ຈຳນວນຫຼາຍ “Mass Production” ມີເຄື່ອງຈັກ ແລະ ລະບົບສາຍພານຈາກພະລັງງານໄຟຟ້າ ເຮັດໃຫ້ໂຮງງານ ສາມາດຜະລິດສິນຄ້າໄດ້ຈໍານວນຫຼາຍຂຶ້ນໃນລາຄາທີ່ຖືກລົງ ແລະ ຜູ້ນໍາກໍຄື “ສະຫະລັດອາເມຣິກາ” ທີ່ສາມາດກອບໂກຍລາຍໄດ້ເປັນຈໍານວນມະຫາສານ; ອຸດສາຫະກໍາຍຸກ 3.0 ມີການນໍາເອົາລະບົບເອເລັກໂຕຣນິກ, ຄອມພິວເຕີ, ຫຸ່ນຍົນ ແລະ ເຄື່ອງຈັກອັດຕະໂນມັດ ມາຊ່ວຍໃຫ້ການຜະລິດໃຫ້ມີປະສິດທິພາບຫຼາຍຂຶ້ນ ຜູ້ນໍາໃນການປັບປຸງ ແລະ ພັດທະນາຂະບວນການເຫຼົ່ານີ້ກໍຄື “ປະເທດ ຍີ່ປຸ່ນ” ທີ່ສາມາດຂະຫຍາຍຮາກຖານການຜະລິດໄປຫຼາຍປະເທດທົ່ວໂລກ… ມາເຖິງຍຸກນີ້ ທີ່ຖືກເອີ້ນວ່າເປັນຍຸກ 4.0 ທີ່ມີການປ່ຽນແປງຢ່າງໄວວາ ແລະ ຮຸນແຮງ ດ້ວຍການນໍາເອົາ ເຕັກໂນໂລຊີ ...

Read More »

ຈາກອາຊີບກໍາມະກອນ… ກາຍເປັນເຈົ້າຂອງທຸລະກິດ..

ເມື່ອເອີ່ຍເຖິງທ່ານ ເກຍ ອູ໊ສິດທິເດດ ຫຼື “ເຮຍເກຍ” ຫຼາຍທ່ານຄົງຮູ້ຈັກດີ ໂດຍສະເພາະກໍແມ່ນປະຊາຊົນໃນບ້ານ ຄໍາປ່າແໜ ແລະ ບ້ານ ປ່າກ້ວຍ ເມືອງຈໍາພອນແຂວງສະຫວັນນະເຂດທີ່ຈົດຈໍາໄດ້ດີທີ່ສຸດ ເພາະທ່ານເປັນຜູ້ໜຶ່ງທີ່ຍື່ນມື ແລະ ສະຫຼະແຮງຊັບສ່ວນຕົວຫຼາຍພັນລ້ານກີບເພື່ອໄປຊ່ວຍເຫຼືອ, ພັດທະນາ, ປັບປຸງຊີວິດການເປັນຢູ່ຂອງພວກເຂົາເຈົ້າຫຼາຍຮ້ອຍຊີວິດຫຼຸດພົ້ນອອກຈາກອາຊີບຂໍທານໃຫ້ມີທີ່ຢູ່ອາໄສຖາວອນ, ມີອາຊີບທີ່ໝັ້ນຄົງ, ມີຊັບສິນເປັນຂອງຕົນເອງ, ມີຊີວິດການເປັນຢູ່ທີ່ດີຂຶ້ນພ້ອມທັງສາມາດເຂົ້າເຖິງການສຶກສາ ແລະ ສາທາລະນະສຸກໄດ້ສະດວກສະບາຍຫຼາຍຂຶ້ນ. ທ່ານ ເກຍ ອູ໊ສິດທິເດດ ໄດ້ເລົ່າໃຫ້ຟັງເຖິງປະຫວັດຄວາມເປັນມາ, ການຕໍ່ສູ້ຊີວິດເພື່ອຫາລ້ຽງຕົນເອງ ແລະຄອບຄົວຈົນກວ່າຈະມີວັນນີ້ວ່າ: ຊຸມປີ 1964 ຕົນເອງໄດ້ປົບໜີສົງຄາມ ແລະ ຫຼົບຊ້ອນຢູ່ດົງປ່າຕືບເຂດຊາຍແດນລາວ-ຫວຽດນາມ ຢູ່ເມືອງເຊໂປນ ແຂວງສະຫວັນນະເຂດ ເພາະຢ້ານເຮືອບິນຝ່າຍກົງກັນຂ້າມຖິ້ມລະເບີດໃສ່ ໃນນັ້ນເວລານັ້ນຕົນເອງມີອາຍຸ 7 ປີ ແລະ ໄດ້ຮຽນໜັງສືຢູ່ໃນປ່າເປັນເວລາ 10 ປີ (ຈົບຊັ້ນປ4) ພໍ່ແມ່ໃນເວລານັ້ນແມ່ນມີອາຊີບເຮັດໄຮ່ເຮັດສວນລ້ຽງຊີບ, ປີ 1974 ສົງຄາມຍຸຕິຈຶ່ງໄດ້ອອກມາຢູ່ບ້ານ ທ່າໂຂ່ງ ເມືອງ ເຊໂປນ ຄອບຄົວພໍ່ແມ່ຂອງຕົນເອງຈຶ່ງໄດ້ປະກອບອາຊີບຄ້າຂາຍເຄື່ອງຍ່ອຍ, ຕົກມາຮອດຊຸມປີ 1976  ຕົນເອງຈຶ່ງຍົກຍ້າຍເຂົ້າຢູ່ສະຫວັນນະເຂດ ມາເຮັດວຽກເປັນກໍາມະກອນຮັບຈ້າງ, ປີ 1978 ໄດ້ເຮັດທຸລະກິດຮັບຈ້າງຂົ້ວໝາກກາເຟໃຫ້ບໍລິສັດການຄ້າແຂວງ, ພ້ອມຊື້ເຄື່ຶງຍ່ອຍທີ່ຈໍາເປັນຝາກເມືອໃຫ້ພໍ່ແມ່ຄ້າຂາຍທີ່ເຊໂປນ, ...

Read More »

ເສດຖະກິດປີນີ້ ຍັງຈະຂະຫຍາຍຕົວຢ່າງຕໍ່ເນື່ອງ

ປີ 2019 ລັດຖະບານ ຖືວ່າເປັນປີປ່ຽນແປງທີ່ສໍາຄັນໃນການສ້າງແຜນລາຍຮັບ-ລາຍຈ່າຍ ໂດຍອີງໃສ່ຄວາມສາມາດທາງດ້ານງົບປະມານຕົວຈິງ ແນ່ໃສ່ຫຼຸດຜ່ອນການຂາດດຸນງົບປະມານ.ສໍາລັບປີ 2019 ຕາມການຄາດຄະເນເຫັນວ່າ ເສດຖະກິດຍັງຈະສືບຕໍ່ເຕີບໂຕ ຢູ່ໃນລະດັບ 6,7%, ແຕ່ສະພາບຄ່ອງຕົວຈິງໃນລະບົບເສດຖະກິດ ຍັງມີຄວາມຝືດເຄື່ອງຢູ່, ໜີ້ສິນການລົງທຶນຂອງລັດສະສົມມາຍັງມີຈໍານວນຫຼາຍ, ສະພາບງົບປະມານແຫ່ງລັດໂດຍລວມ ຍັງສືບຕໍ່ຫຍຸ້ງຍາກ, ບວກກັບສະພາບໄພທໍາມະຊາດ ທີ່ເກີດຂຶ້ນຢ່າງໜັກໜ່ວງ ຢູ່ຫຼາຍແຂວງ ໃນຂອບເຂດທົ່ວປະເທດ ເປັນຜົນກະທົບຕໍ່ການຈັດຕັ້ງປະຕິບັດແຜນລາຍຮັບ-ລາຍຈ່າຍ ໃນປີ 2019 ພໍສົມຄວນ. ໃນ​ບົດ​ລາຍ​ງານ​ເສດ­ຖະ­ກິດ​ປະ­ຈຳ​ປີ​ສະ­ບັບ​ປັບ­ປຸງ​ທີ່​ມີ​ຊື່­ວ່າ “ການ​ຄາດ​ຄະ­ເນ​ການ​ພັດ­ທະ­ນາ​ຂອງ​ອາ­ຊີ 2019” ​ທ່ານ ລັດ­ຕະ­ນະ­ໄຕ ຫຼວງ​ລາດ​ບັນ­ດິດ ຊ່ຽວ­ຊານ​ດ້ານ​ການ​ປົກ­ຄອງ​ບໍ­ລິ­ຫານ​ຂອງ ADB ປະ­ຈຳ​ລາວ ໄດ້ສະເໜີໃຫ້ຮູ້ໃນວັນ​ທີ 25 ກັນ­ຍາ 2019 ຜ່ານມາວ່າ:….(ລາຍລະອຽດເພີ່ມຕື່ມສາມາດຊອກອ່ານໄດ້ທີ່ວາລະສານທາເກັດ ສະບັບ 160 ເດືອນພະຈິກ 2019 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe, ຮ້ານ The pizza company ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ ...

Read More »

ສາເຫດຂອງການອ່ອນຄ່າ ຂອງເງິນກີບ

ບັນຫາເສດຖະກິດທີ່ເປັນປະເດັນຮ້ອນໃນໄລຍະນີ້ກໍຄົງຈະໜີບໍ່ພົ້ນເລື່ອງອັດຕາແລກປ່ຽນ ຫຼື ຄ່າເງິນ  ເຊິ່ງເປັນ ສິ່ງທີ່ສັງຄົມໃຫ້ຄວາມສົນໃຈຫຼາຍ ເພາະກ່ຽວຂ້ອງໂດຍກົງກັບການໃຊ້ຊີວິດຂອງປະຊາຊົນລາວສ່ວນໃຫຍ່.  ຈາກ ບົດຄວາມໃນເດືອນຕຸລາທີ່ຜ່ານມາ ຜູ້ອ່ານຫຼາຍທ່ານອາດຈະພໍເຂົ້າໃຈແດ່ແລ້ວວ່າ ການອ່ອນຄ່າຂອງເງິນກີບ ຈະສົ່ງຜົນດີແກ່ການສົ່ງອອກ ແຕ່ຈະສົ່ງຜົນກະທົບໃນດ້ານລົບແກ່ການນຳເຂົ້າ. ເມື່ອມາວິເຄາະເບິ່ງສະພາບເສດຖະກິດຂອງປະເທດທີ່ເພິ່ງພາການນຳເຂົ້າ ແລະ ຂາດດຸນການຄ້າມາຕະຫຼອດສິບປີທີ່ຜ່ານມາ ຄື ສປປ ລາວ ແລ້ວ ເຫັນວ່າ ປະເທດເຮົາຈະເສຍປະໂຫຍດຫຼາຍກວ່າໄດ້ປະໂຫຍດ ຈາກການອ່ອນຄ່າຂອງເງິນກີບ. ໃນບົດຄວາມເດືອນນີ້ ຜູ້ຂຽນຈຶ່ງຂໍນຳ ສະເໜີໃຫ້ເຫັນເຖິງສາເຫດຂອງການອ່ອນຄ່າຂອງເງິນກີບທີ່ເລີ່ມຮຸນແຮງຂຶ້ນຕັ້ງແຕ່ຕົ້ນປີ 2019 ເປັນຕົ້ນມາ. ການເໜັງຕີງຂອງຄ່າເງິນມີສາເຫດມາຈາກ ອຸປະສົງ (ຄວາມຕ້ອງການ) ແລະ ອຸປະທານ (ການສະໜອງ) ຂອງເງິນໃນລະບົບເສດຖະກິດ. ເວົ້າງ່າຍໆກໍຄື ເງິນກີບຈະອ່ອນຄ່າ ຫຼື ແຂງຄ່າ ແມ່ນຂຶ້ນກັບຄວາມຕ້ອງການ ແລະ ການສະໜອງເງິນກີບພາຍໃນປະເທດ ເມື່ອມີຄວາມຕ້ອງການໃຊ້ເງິນກີບຫຼາຍຂຶ້ນ ຄ່າເງິນກີບກໍຈະສູງຂຶ້ນ ຫຼື ແຂງຄ່າຂຶ້ນ, ເມື່ອມີຄວາມຕ້ອງການໃຊ້ເງິນກີບໜ້ອຍລົງ ກໍຈະເຮັດໃຫ້ຄ່າເງິນກີບຫຼຸດລົງ ຫຼື ອ່ອນຄ່າລົງ. ປັດໄຈພາຍໃນ: ການຂາດດຸນບັນຊີຊຳລະປົກກະຕິ (Current Account Deficit) ເປັນຜົນມາຈາກການຂາດດຸນການຄ້າ (ການ ນຳເຂົ້າສິນຄ້າຫຼາຍກວ່າການສົ່ງອອກ) ແລະ ການຂາດດຸນບໍລິການ (ມີລາຍຮັບຈາກການບໍລິການລະຫວ່າງປະເທດ ...

Read More »

ຍາກກວ່າການເຮັດທຸລະກິດ ຄືການຊອກຫາຄວາມຕ້ອງການທີ່ແທ້ຈິງຂອງລູກຄ້າ!

ການເຮັດທຸລະກິດທຸກໆປະເພດລ້ວນແລ້ວແຕ່ມີຈຸດປະສົງດຽວກັນຄື “ການປະສົບຄວາມສໍາເລັດ” ແລ້ວກ່ອນທີ່ຈະໄປຮອດຈຸດນັ້ນມັນກໍບໍ່ແມ່ນເລື່ອງງ່າຍ ແລະ ກໍບໍ່ແມ່ນເລື່ອງຍາກເກີນໄປສໍາລັບຜູ້ທີ່ຕັ້ງໃຈ, ເຮົາສາມາດສັງເກດເຫັນໄດ້ດີໃນປັດຈຸບັນວ່າ ມີບັນດາຫົວໜ່ວຍທຸລະກິດເກີດຂຶ້ນມາຢ່າງຫຼວງຫຼາຍ ໃນນັ້ນກໍມີທັງລົ້ມເຫຼວ ແລະ ປະສົບຜົນສໍາເລັດ ນັ້ນກໍບໍ່ແມ່ນເລື່ອງທີ່ແປກເລີຍສໍາລັບວົງການທຸລະກິດ ຍິ່ງທຸກມື້ນີ້ທີ່ມີການແຂ່ງຂັນຂ້ອນຂ້າງສູງ ທັງທາງດ້ານຄວາມຄິດສ້າງສັນ ແລະ ເຕັກໂນໂລຊີ… ບາງຄົນມີຄວາມຄິດທີ່ໜ້າສົນໃຈ, ສ້າງສັນຜົນງານອອກມາດີ ແຕ່ບໍ່ສາມາດເຂົ້າເຖິງລູກຄ້າໄດ້, ລູກຄ້າບໍ່ຊື້ ຍ້ອນການຕະຫຼາດເຂົ້າບໍ່ເຖິງກຸ່ມເປົ້າໝາຍ; ບາງຄົນຄວາມຄິດສ້າງສັນພໍໃຊ້ໄດ້ ແຕ່ນໍາເຕັກໂນໂລຊີເຂົ້າມາໃຊ້ເພີ່ມຄວາມແປກໃໝ່ກໍສາມາດດຶງດູດລູກຄ້າໃຫ້ເຂົ້າມາຫາໄດ້. ສິ່ງທີ່ກ່າວມາທັງໝົດນີ້ ແມ່ນຄວາມທ້າທາຍຂອງຜູ້ປະກອບການທີ່ຕ້ອງຊອກຫາຄໍາຕອບວ່າ “ຄວາມຕ້ອງການທີ່ແທ້ຈິງຂອງລູກຄ້າທ່ານແມ່ນຫຍັງ” ຖ້າສາມາດຊອກຄໍາຕອບນີ້ໄດ້ ຄວາມສໍາເລັດໃນທຸລະກິດຂອງທ່ານກໍຢູ່ບໍ່ໄກເກີນເອື້ອມ… ວາລະສານທາເກັດສະບັບນີ້ເລີຍຢາກຈະມານໍາສະເໜີກ່ຽວກັບວິທີການ ຊອກຫາຄວາມຕ້ອງການທີ່ແທ້ຈິງຂອງລູກຄ້າ ເພື່ອນໍາພາທຸລະກິດທ່ານໃຫ້ປະສົບຄວາມສໍາເລັດ ສໍາລັບໃຜທີ່ເຄີຍເຮັດທຸລະກິດຈະຮູ້ດີວ່າ ທຸກຄັ້ງທີ່ຈະສ້າງສິນຄ້າ ຫຼືບໍລິການໃດໜຶ່ງຂຶ້ນມານັ້ນ ສິ່ງທີ່ຕ້ອງເຮັດເພື່ອເຂົ້າເຖິງລູກຄ້າໄດ້ກໍຄື ການສໍາຫຼວດ ເຊິ່ງມີຂັ້ນຕອນທີ່ຂ້ອນຂ້າງຫຍຸ້ງຍາກ ແຕ່ຄໍາຖາມສ່ວນໃຫຍ່ຈະເປັນລັກສະນະດຽວກັນຄື “ເຈົ້າຢາກໃຫ້ສິນຄ້າ ຫຼືການບໍລິການຂອງພວກເຮົາອອກມາໃນຮູບແບບໃດ” ເຊິ່ງຄໍາຕອບທີ່ໄດ້ສ່ວນໃຫຍ່ແມ່ນ “ສິນຄ້າ ຫຼືການບໍລິການທີ່ດີທີ່ສຸດ” ຫຼັງຈາກນັ້ນກໍມານັ່ງວິເຄາະເພື່ອຊອກຫາຄວາມໝາຍຂອງຄໍາວ່າ “ດີທີ່ສຸດ” ເພື່ອນໍາມາສ້າງສັນຜົນງານໃຫ້ອອກມາຖືກໃຈລູກຄ້າທີ່ສຸດ, ແຕ່ທ່ານເຄີຍສັງເກດບໍ່ວ່າ ຫຼາຍຄັ້ງທີ່ເກັບຂໍ້ມູນມາໄດ້ ຮູ້ວ່າລູກຄ້າຕ້ອງການຫຍັງ ແລ້ວນໍາມາສ້າງສັນສິ່ງທີ່ສ້າງ “ຜົນໄດ້ຮັບ”ເຫຼົ່ານັ້ນອອກມາຈົນສໍາເລັດ ແຕ່ກໍຍັງບໍ່ສາມາດດຶງດູດລູກຄ້າໄດ້ເທົ່າທີ່ຄວນ, ຮູ້ແບບນີ້ແລ້ວທ່ານຍັງຈະເຮັດການສໍາຫຼວດແບບເກົ່າຊໍ້າໆໃຫ້ເສຍເວລາເຮັດຫຍັງ? ສະນັ້ນ ຈຶ່ງແນະນໍາໃຫ້ທ່ານລອງເອົາຜົນໄດ້ຮັບຈາກການສໍາຫຼວດຄັ້ງທໍາອິດ ມາເປັນຄໍາຖາມເລີຍວ່າ ຖ້າເຮົາສ້າງສັນຜະລິດຕະພັນນີ້ຂຶ້ນມາ ເຈົ້າ/ລູກຄ້າ ຈະຊົມໃຊ້ ຫຼືບໍ່? ເຊິ່ງວິທີນີ້ຈະເປັນການສ້າງໃຫ້ການສໍາຫຼວດຄັ້ງທີ ...

Read More »

ການແກ້ໄຂໜີ້ສິນຂອງລັດຖະບານແຫ່ງ ສປປ ລາວ

ໃນກອງປະຊຸມສະພາສະໄໝສາມັນເທື່ອທີ 7 ສະໄໝທີ VIII ຫວ່າງເດືອນມີຖຸນາທີ່ຜ່ານມານີ້. ຜູ້ແທນກອງປະຊຸມເປັນຕົ້ນ ສະມາຊິກສະພາແຫ່ງຊາດໄດ້ຊັກຖາມຕໍ່ກັບບັນຫາໜີ້ສິນຂອງລັດຖະບານ. ໂດຍລັດຖະບານກໍໄດ້ຊີ້ແຈງ ໃນຕອນບ່າຍຂອງວັນທີ 6 ມີຖຸນາ 2019, ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການເງິນ ໄດ້ຊີ້ແຈງຕໍ່ຂໍ້ຊັກຖາມຂອງບັນດາ ສະມາຊິກ ສະພາແຫ່ງຊາດ ຫຼາຍບັນຫາສໍາຄັນ ໃນນັ້ນແມ່ນໄດ້ຊີ້ແຈງບັນຫາກ່ຽວກັບຄວາມຄືບໜ້າ ໃນການແກ້ໄຂໜີ້ສາທາລະນະ ໂດຍສະເພາະໜີ້ພາຍໃນ ແລະ ໜີ້ສິນຕ່າງປະເທດ ລວມເຖິງກົນໄກການແກ້ໄຂ ເຊິ່ງເປັນບັນຫາທີ່ແກ່ຍາວມາເປັນເວລາດົນ. ໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ໄດ້ຊີ້ແຈງກ່ຽວກັບຄວາມຄືບໜ້າໃນການແກ້ໄຂໜີ້ສາທາລະນະ, ເຊິ່ງເປັນບັນຫາທີ່ແກ່ຍາວມາເປັນເວລາດົນນານ ເຮັດໃຫ້ໜີ້ສິນຢູ່ໃນລະດັບທີ່ສູງພໍສົມຄວນ ແຕ່ແນວໃດກໍຕາມ ລັດຖະບານກໍໄດ້ມີຄວາມພະຍາຍາມໃນການແກ້ໄຂ ຊໍາລະໃຫ້ທັນຕາມກໍານົດເວລາ, ສ່ວນໜີ້ໂຄງການລົງທຶນຂອງລັດ ຜ່ານມາກໍໄດ້ມີຫຼາຍມາດຕະການໃນການແກ້ໄຂ ດ້ວຍການອວາຍໜີ້ສາມແຈ, ດ້ວຍການຂຶ້ນແຜນງົບປະມານປົກກະຕິ ເພື່ອຊໍາລະໜີ້ລົງທຶນ ເຮັດໃຫ້ມີການຫຼຸດຜ່ອນໜີ້ສິນຈໍານວນໜຶ່ງ. ພ້ອມກັນນີ້, ກໍມີນະໂຍບາຍຈໍາກັດການກໍ່ສ້າງໂຄງການໃໝ່, ໂຄງການທີ່ເຫັນວ່າຍັງບໍ່ມີຄວາມຈໍາເປັນຮີບດ່ວນ ແລະ ສຸມໃສ່ສືບຕໍ່ຈັດຕັ້ງປະຕິບັດ ໂຄງການທີ່ຍັງບໍ່ທົນສໍາເລັດ ໂດຍໄດ້ມີການກວດຄືນມູນຄ່າໂຄງການ ທີ່ເຫັນວ່າບໍ່ສົມເຫດສົມຜົນ ເຊິ່ງໄດ້ເຮັດໃຫ້ໜີ້ສິນຫຼຸດລົງຈໍານວນໜຶ່ງ, ແຕ່ກໍຍັງຢູ່ໃນລະດັບສູງ. ສ່ວນມາດຕະການຕໍ່ກັບໜີ້ສິນຂອງຕ່າງປະເທດນັ້ນ ລັດຖະບານກໍໄດ້ພະຍາຍາມຊອກລາຍຮັບເພື່ອມາຊໍາລະໃນແຕ່ລະປີ ສໍາລັບການຊໍາລະດອກເບ້ຍແມ່ນໄດ້ເອົາແຫຼ່ງທຶນພາຍໃນ, ແຕ່ສໍາລັບຕົ້ນທຶນແຕ່ລະໄລຍະແມ່ນຊອກແຫຼ່ງດຸ່ນດ່ຽງມາຕຶ່ມເພື່ອຊໍາລະ. ໃນປີ 2019 ລັດຖະບານຈະບໍ່ຢືມເງິນຕ່າງປະເທດມາຊໍາລະດອກເບ້ຍໜີ້, ...

Read More »

ການລົງມືເຮັດຕົວຈິງ ໂດຍການກ້າວໄປເໜືອເຫດຜົນ

ສະບາຍດີທ່ານຜູ້ອ່ານທຸກໆທ່ານ, ມື້ນີ້ຄູເຊັ່ງມີໜຶ່ງຄໍາຖາມເພື່ອເປີດຫົວເລື່ອງໃນການຂຽນບົດຄວາມໃນສະບັບນີ້. ທຸກໆທ່ານຄິດວ່າ: “ຄົນລາວພວກເຮົາເປັນຄົນທີ່ມັກມີຂໍ້ອ້າງຫຼາຍບໍ່?” ຍົກຕົວຢ່າງເຊັ່ນ: “ເຮົາເກີດມາໃນຄອບຄົວທີ່ທຸກຍາກ, ພໍ່ແມ່ເປັນຊາວໄຮ່ຊາວນາ, ບໍ່ສາມາດເຮັດທຸລະກິດໃຫ້ຮັ່ງມີຄືກັນກັບຄົນທີ່ມີຕົ້ນທຶນສູງໄດ້ດອກ”, “ເຮົາເກີດມາມີຮ່າງກາຍບໍ່ສົມບູນແບບ, ບໍ່ສາມາດເປັນນັກກິລາໄດ້ດອກ”, “ເຮົາມີອາຍຸຫຼາຍແລ້ວບໍ່ສາມາດເລີ່ມເຮັດທຸລະກິດໄດ້ດອກ”, “ເຮົາບໍ່ມີເວລາພຽງພໍໃນການໄປອອກກໍາລັງກາຍແຕ່ເຊົ້າ, ຕ້ອງໄດ້ໄປສົ່ງລູກໄປໂຮງຮຽນ”…ຂໍ້ອ້າງ, ຂໍ້ອ້າງ ແລະ ຂໍ້ອ້າງ ເກີດມາຈາກການສ້າງເຫດຜົນ, ເຫດຜົນ ແລະ ເຫດຜົນຂຶ້ນມາໃນໃຈ. ສຸດທ້າຍຍ້ອນມີຂໍ້ອ້າງ ແລະ ເຫດຜົນຫຼາຍປະການຈຶ່ງບໍ່ໄດ້ເຮັດຫຍັງໃນຊີວິດເລີຍ. ຄູເຊັ່ງເຫັນຫຼາຍໆຄົນທີ່ມີຕົ້ນທຶນຊີວິດຕິດລົບ, ເປັນບຸກຄົນທີ່ທຸກຍາກ, ມີຮ່າງກາຍຜິດປົກກະຕິ, ມີອາຍຸຫຼາຍ…ແຕ່ກໍ່ຍັງສາມາດເອົາຊະນະຂໍ້ອ້າງຂອງຕົນເອງ ແລະ ສ້າງຕົນເອງຂຶ້ນມາຈົນປະສົບຜົນສໍາເລັດໄດ້. ທ່ານຢາກຈະທໍາລາຍກໍາແພງໃຈໃນຂໍ້ອ້າງຂອງທ່ານບໍ່? ມື້ນີ້ຄູເຊັ່ງມີເລື່ອງຈະມາເລົ່າສູ່ຟັງ. ທ່ານ ໂທນີ ຣັອບບິນ (TONY ROBBINS) ເປັນທັງນັກຂຽນ ແລະ ນັກເວົ້າສ້າງແຮງບັນດານໃຈ ລະດັບໂລກເພິ່ນໄດ້ກ່າວໄວ້ວ່າ: ຄວາມເຈັບປວດນັ້ນແມ່ນມີຢູ່ 2 ຢ່າງ: ອັນທີໜຶ່ງກໍ່ຄື: ຄວາມເຈັບປວດຈາກການລົງມືເຮັດຕົວຈິງແລ້ວບໍ່ປະສົບຄວາມສຳເລັດ ແມ່ນເຈັບປວດທາງດ້ານຈິດໃຈ, ຄວາມບໍ່ປະສົບຄວາມສຳເລັດຈາກການຝຶກຊ້ອມ, ຝຶກແອບກິລາເຮັດຜິດທ່າ,ແຂນຫັກ, ຂາຫັກ, ເອັນພິກ, ເອັນຂາດທີ່ນໍາມາສູ່ຄວາມເຈັບປວດທາງຮ່າງກາຍ. ອັນທີສອງກໍ່ຄື: ຄວາມເຈັບປວດຈາກການບໍ່ເຮັດຫຍັງໂດຍປ່ອຍໃຫ້ເວລາຜ່ານໄປລ້າໆຈົນຮອດອາຍຸເຖົ້າແກ່ ຫຼື ໃກ້ໆຈະຮອດມື້ຕາຍ. ທ່ານຄິດຄືດັ່ງຂ້າພະເຈົ້າບໍ່ວ່າຄົນທີ່ບໍ່ປະສົບຄວາມສຳເລັດຫຼາຍໆຄັ້ງຈາກການເຮັດທຸລະກິດນັ້ນຍັງດີກວ່າບໍ່ເຮັດຫຍັງຈັກຢ່າງ, ເພາະຄວາມບໍ່ປະສົບຄວາມສຳເລັດຄືການຮຽນຮູ້ຢ່າງໜຶ່ງເພື່ອກ້າວໄປສູ່ຄວາມສໍາເລັດ. ແຕ່ຄົນທີ່ບໍ່ເຮັດຫຍັງຮອດມື້ຕາຍນັ້ນຍິ່ງເຈັບປວດທໍລະມານແສນສາຫັດຫຼາຍກວ່າ, ເພາະພວກເຂົາບໍ່ໄດ້ສ້າງເລື່ອງລາວ ແລະ ...

Read More »