ການປັບປຸງສະພາບແວດລ້ອມດຳເນີນທຸລະກິດຈະຊ່ວຍກະຕຸ້ນການລົງທຶນ

ບາງທ່ານອາດໄດ້ຮັບຊາບຈາກການລາຍງານຫວ່າງມໍ່ໆນີ້ ຂອງທະນາຄານພັດທະນາອາຊີ ຫຼື ADB ທີ່ຄາດວ່າເສດຖະກິດລາວ ຈະຂະຫຍາຍຕົວຢູ່ໃນລະດັບປານກາງປະມານ 6,2% ສໍາລັບປີ 2019 ແລະ 2020 ຊຶ່ງຖືວ່າຕໍ່າກວ່າການຄາດຄະເນຂອງທະນາຄານດັ່ງກ່າວເອງ ໃນເດືອນເມສາຜ່ານມານີ້ ຄື ໃນອັດຕາ 6,5% ສໍາລັບທັງສອງປີ. ທັງນີ້ ກໍຍ້ອນການຂະຫຍາຍຕົວໃນຂະແໜງອຸດສະຫະກໍາ ແລະ ບໍລິການມີການອ່ອນຕົວລົງໃນຕົ້ນປີ 2019 ເນື່ອງຈາກຈໍານວນນັກທ່ອງທ່ຽວຕ່າງປະເທດ ທີ່ເຂົ້າມາລາວ ມີທ່າອຽງຫລຸດລົງ ປະກອບກັບການຜະລິດ ກໍຄື ການສົ່ງອອກໄຟຟ້າຢູ່ໃນພາວະຊະລໍຕົວ ເຖິງແມ່ນວ່າຂະແໜງກະສິກໍາຈະຟື້ນຕົວເລັກນ້ອຍ ກໍຕາມ.

ໃນນີ້, ພາຍໃນ 4 ເດືອນຕົ້ນປີຂອງປີ 2019 ນີ້, ມູນຄ່າການສົ່ງອອກ ໄດ້ເພີ່ມຂຶ້ນເລັກນ້ອຍ ເມື່ອສົມທຽບກັບໄລຍະດຽວກັນຂອງປີກາຍ ເນື່ອງຈາກການສົ່ງອອກໄຟຟ້າ ມີການຂະຫຍາຍຕົວພຽງແຕ່ 2,3% ເທົ່ານັ້ນ ຊຶ່ງຕໍ່າກວ່າ 7,0% ໃນປີ 2018. ນີ້ສ່ອງແສງໃຫ້ເຫັນການຫລຸດລົງຂອງອັດຕາການຂະຫຍາຍຕົວຂອງຂະແໜງອຸດສະຫະກໍາໃນເຄິ່ງທໍາອິດຂອງປີ ແລະ ຂະແໜງບໍ່ແຮ່ກໍມີການຊະລໍຕົວເຊັ່ນກັນ. ນອກນີ້, ຂະແໜງການທ່ອງທ່ຽວ ກໍປາກົດວ່າບໍ່ຄຶກຄື້ນ ເຊິ່ງຂະແໜງນີ້ກໍປະກອບສ່ວນສຳຄັນໃນຂະແໜງການບໍລິການໂດຍລວມ ເນື່ອງຈາກຈໍານວນນັກທ່ອງທ່ຽວຈາກຕ່າງປະເທດທີ່ເຂົ້າມາລາວ ໄດ້ຫລຸດລົງຈາກ 6,1% ໃນເຄິ່ງທໍາອິດຂອງປີ 2018 ເປັນ 5,0% ໃນຊ່ວງດຽວກັນຂອງປີນີ້. ຊ່ຽວຊານທະນາຄານພັດທະນາອາຊີປະຈໍາລາວ ຍັງໃຫ້ທັດສະນະກ່ຽວກັບສາຍເຫດວ່າ ເປັນຍ້ອນງົບປະມານທີ່ມີຄວາມເຄັ່ງຕຶງຍ້ອນໜີ້ສິນລາວຍັງສູງ ລັດຖະບານຈຶ່ງໄດ້ລະງັບການໃຊ້ຈ່າຍ ແລະ ການລົງທຶນ.

ນີ້ຈຶ່ງຮຽກຮ້ອງໃຫ້ລັດຖະບານ ຈະໄດ້ເລັ່ງລັດປັບປຸງສະຖານະງົບປະມານໃຫ້ດີຂຶ້ນ ທັງສືບຕໍ່ປັບປຸງສະພາບແວດລ້ອມດໍາເນີນທຸລະກິດ ທັງນີ້ກໍເພື່ອກະຕຸ້ນໃຫ້ມີການລົງທຶນຈາກພາກເອກະຊົນໃຫ້ຫຼາຍຂຶ້ນ. ຄຽງຄູ່ກັນ ກໍມີຄວາມຈຳເປັນໃນການຍົກລະດັບສີມືແຮງງານ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງຕະຫລາດແຮງງານ ກໍຄືການລົງທຶນຂອງພາກເອກະຊົນ. ມາດຕະການເຫຼົ່ານີ້ ຈະຊ່ວຍກະຕຸກຊຸກຍູ້ເຮັດໃຫ້ການລົງທຶນຂະຫຍາຍຕົວ ເປັນຕົ້ນແມ່ນ ໃນອຸດສາຫະກຳປຸງແຕ່ງ ແລະ ຂະແໜງອື່ນທີ່ນອກເໜືອຈາກຂະແໜງນຳໃຊ້ຊັບພະຍາກອນທຳມະຊາດ ຊຶ່ງໃນທີ່ສຸດເປັນຂົງເຂດເສດຖະກິດທີ່ປະກອບສ່ວນເພີ່ມທະວີການສ້າງວຽກເຮັດງານທຳ ພ້ອມທັງຊຸກຍູ້ການຂະຫຍາຍຕົວທາງເສດຖະກິດແບບໝັ້ນທ່ຽງ, ສົມດູນ ແລະ ຍືນຍົງ ທີ່ຈະສ້າງຜົນປະໂຫຍດແກ່ປະຊາຊົນ ແລະ ສັງຄົມ.

ສະເພາະການປັບປຸງສະພາບແວດລ້ອມດຳເນີນທຸລະກິດ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດຕັ້ງປະຕິບັດເປັນຮູບປະທຳ ຊຶ່ງປະຈຸບັນການແຈ້ງຂຶ້ນທະບຽນວິສາຫະກິດ ໃຊ້ເວລາສູງສຸດບໍ່ເກີນ 10 ວັນລັດຖະການ ສົມທຽບກັບກ່ອນອອກດຳລັດເລກທີ 02/ນຍ ທີ່ໃຊ້ເວລາປະມານ 80-90 ວັນ. ນອກນີ້ ກະຊວງຍັງໄດ້ສົມທົບຂະແໜງການກ່ຽວຂ້ອງປັບປຸງຂັ້ນຕອນຕ່າງໆ ຫຼັງຂຶ້ນທະບຽນໃຫ້ຫລຸດໜ້ອຍລົງ ເຊັ່ນ ການຢັ້ງຢືນທີ່ຕັ້ງສຳນັກງານຂອງວິສາຫະກິດ ແລະການອະນຸຍາດປ້າຍຊື່ວິສາຫະກິດ ແລະ ອື່ນໆ ໄດ້ຫລຸດເວລາລົງຫຼາຍ ເມື່ອທຽບໃສ່ເມື່ອກ່ອນ.

ດັ່ງນັ້ນ, ເຫັນໄດ້ຢ່າງຈະແຈ້ງວ່າ ການແຈ້ງຂຶ້ນທະບຽນວິສາຫະກິດໄດ້ສະດວກຂຶ້ນຫຼາຍ ຍ້ອນໄດ້ປັບປຸງລະບົບໃນຮູບແບບໃໝ່. ແຕ່ກີ້ ກ່ອນຈະຂຶ້ນທະບຽນວິສາຫະກິດທຸກກິດຈະການ ຕ້ອງໄດ້ຂໍຄຳເຫັນຈາກຂະແໜງການກ່ຽວຂ້ອງກ່ອນ. ພາຍຫຼັງໄດ້ຮັບຄຳເຫັນແລ້ວ ຈຶ່ງສາມາດອອກທະບຽນວິສາຫະກິດ ຊຶ່ງໄດ້ໃຊ້ເວລາດົນ ເພື່ອຖ້າຄຳຕອບຈາກຫຼາຍພາກສ່ວນ ຈຶ່ງເຮັດໃຫ້ການອອກທະບຽນໃນເມື່ອກ່ອນຊັກຊ້າ. ກົດໝາຍວິສາຫະກິດໄດ້ກຳນົດສຳລັບກິດຈະການ ບໍ່ຢູ່ໃນບັນຊີຄວບຄຸມ ແມ່ນບໍ່ຈຳເປັນຂໍຄຳເຫັນຈາກຂະແໜງການກ່ຽວຂ້ອງ ໂດຍສາມາດອອກທະບຽນວິສາຫະກິດໄດ້ເລີຍ. ແຕ່ພາກປະຕິບັດ ຖ້າອອກທະບຽນວິສາຫະກິດເລີຍ ກໍ່ຖືກໂຈມຕີຈາກຂະແໜງການກ່ຽວຂ້ອງ ຈຶ່ງຈຳເປັນຕ້ອງໄດ້ຂໍຄຳເຫັນກ່ອນ.

ເມື່ອຕັດຂັ້ນຕອນການຂໍຄຳເຫັນຈາກຂະແໜງການກ່ຽວຂ້ອງກ່ອນອອກໃບທະບຽນວິສາຫະກິດ ແລ້ວປ່ຽນເປັນອອກໃບອະນຸຍາດດຳເນີນທຸລະກິດ ຫຼັງການອອກໃບທະບຽນວິສາຫະກິດ, ຂະແໜງການກ່ຽວຂ້ອງ ກໍຍັງມີພາລະບົດບາດອະນຸຍາດໃຫ້ດຳເນີນທຸລະກິດ ກໍຄືຕິດຕາມຄຸ້ມຄອງການເຄື່ອນໄຫວທຸລະກິດໃນຂະແໜງທີ່ຕົນຄຸ້ມຄອງໄດ້ຢູ່.

ການປັບປຸງລະບົບອອກທະບຽນວິສາຫະກິດທີ່ກ່າວມາ ພ້ອມກັບມາດຕະການອື່ນໆ ຂອງລັດ ຖະ ບານ ຄົງຈະຊ່ວຍກະຕຸ້ນການລົງທຶນ ແລະ ຊຸກຍູ້ເສດຖະກິດລາວໃຫ້ກັບມາຂະຫຍາຍຕົວເພີ່ມຂຶ້ນອີກ.

 

(ວາລະສານທາເກັດ ສະບັບ 161 ເດືອນທັນວາ 2019 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

business environment improvement

will help stimulating investment

Some of you might have heard from the recent report of the Asian Development Bank or ADB forecasting that the Lao economy will grow moderately at the rate of 6.2% for 2019 and 2020, which is lower than the expectation made by the bank back in April or 6.5% for both years. This forecast was done in correspondence with the slow growth in industrial and service sector in early 2019. The number of tourists to Laos is decreasing in lines with the generation of electricity which is slowing down in contrast to the agriculture which is recovering slightly.

Within the first 4 months of 2019, export value rose slightly comparing to the same period of last year because the electricity export expanded only

2.3%, which was 7.0% lower than in 2018. The number reflects the mitigation of growth rate of industrial and mining sector in the first half of the year. In addition, the tourist sector, which has been contributing hugely to the service sector in general, has been experiencing the unlively environment due to the decrease of number of visitors to Laos from 6.1% in the first half of 2018 to 5.0% in the same period of 2019. Experts of Asian Development Bank in Laos suggest that this is happening because of the tight budget situation due to Lao high debts. The Government, therefore, is implementing a strict austerity policy.

The Government is now being urged to improve their budget situation, while continuing to develop the business environment to stimulate private investment. Moreover, it is necessary to build labor capacities in order to supply quality labor meeting market and private sector demand. These measures will help stimulating investment, especially in the industrial processing sector and others unrelated to natural resources. Eventually, these measures will help build jobs, while contributing to the stable, balanced and sustainable economic growth creating benefits for people and society.

Ministry of Industry and Commerce has been striving practically to improve the business environment. Currently, enterprise registration process takes only 10 working days maximum, while it took about 80-90 days before the issuance of the Decree No. 02/PM. Furthermore, the ministry has collaborated with concerned sectors to help reducing registration processes, for instance the process of confirming enterprise’s location and permitting enterprise’s name, and so on in order to save time.

Thus, it can be distinctively seen that the enterprise registration has become more convenient because of the new system. Previously, agreement from concerned sectors must be obtained prior to the enterprise registration. After the agreement, an enterprise license will then be issued. The agreement inquiry usually takes a lot of time making the enterprise registration a slow process. According to the Law on Enterprise, businesses not in the control list are not required to obtain consensus from relevant sectors and can be issued an enterprise license directly. In practice, consultation with related sectors is still carried out in order to avoid scepticism.

When the consultation with concerned sectors before issuing an enterprise license is replaced with the issuance of a business license after an enterprise license, relevant sectors are still entitled to permitting a business operation and managing the business activities within their scope of responsibility.

The improvement of the above-mentioned enterprise registration system together with measures of the Lao Government will help stimulating investment and pushing the Lao economy forward.

 

 

Comments